ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 06602 /ກພສ

ກົມພາສີ

ນະຄອນຫຼວງວຽງຈັນ, ວັນທີ 23 ພະຈິກ 2021

 

ແຈ້ງການແນະນຳ

 

ເຖິງ: - ທ່ານ ຫົວໜ້າພະແນກການອ້ອມຂ້າງກົມພາສີ

  • ທ່ານ ຫົວໜ້າພາສີປະຈຳແຂວງ ແລະ ນະຄອນຫຼວງ
  • ທ່ານ ຫົວໜ້າດ່ານພາສີສາກົນ
  • ຫົວໜ້າຫ້ອງການພາສີປະຈຳລະບົບສາງ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ ໃນຂອບເຂດທົ່ວປະເທດ

ເລື່ອງ: ການຄຸ້ມຄອງ ແລະ ກວດກາ ສິນຄ້າ, ເຄື່ອງຂອງ ແລະ ຜູ້ໂດຍສານ ເຂົ້າ-ອອກ ຜ່ານທາງລົດໄຟ

 

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 3269/ກງ, ລົງວັນທີ 26 ກໍລະກົດ 2021;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 2059/ກງ, ລົງວັນທີ 29 ເມສາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.

 

ເພື່ອເປັນການກະກຽມຄວາມພ້ອມ ແລະ ຮອງຮັບໃຫ້ແກ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ ແລະ ການເກັບຮັກສາ ສິນຄ້າ, ເຄື່ອງຂອງ ຜ່ານທາງລົດໄຟ ລາວ-ຈີນ ທີ່ຈະ ເປີດໃຫ້ບໍລິການຂົນສົ່ງສິນຄ້າ, ເຄື່ອງຂອງ ແລະ ຂົນສົ່ງຜູ້ໂດຍສານ ເຂົ້າ-ອອກ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນ ວັນທີ 3 ທັນວາ 2021 ນີ້ ໃຫ້ມີຄວາມສະດວກ ແລະ ສາມາດຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃຫ້ມີປະສິດທິພາບ, ມີປະສິດທິຜົນ ແລະ ເປັນເອກະພາບ.

ກົມພາສີ ອອກແຈ້ງການແນະນໍາ ດັ່ງນີ້:

  1. ມອບໃຫ້ຫົວໜ້າພາສີປະຈຳແຂວງ ແລະ ນະຄອນຫຼວງ ທີ່ມີສະຖານີລົດໄຟຕັ້ງຢູ່ ປະສານສົມທົບກັບຄະນະຄຸ້ມຄອງໂຄງການທາງລົດໄຟ ແລະ ບໍລິສັດ ທາງລົດໄຟ ລາວ-ຈີນ ກ່ຽວກັບຄວາມພ້ອມທາງດ້ານໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ສຳລັບການປະຕິບັດໜ້າທີ່ວິຊາສະເພາະ ຂອງເຈົ້າໜ້າທີ່ພາສີ.
  2. ມອບໃຫ້ຫົວໜ້າພາສີປະຈຳແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງເຈົ້າໜ້າທີ່ພາສີ ໄປປະຈໍາການຢູ່ສະຖານນີລົດໄຟ ທີ່ມີ ການບໍລິການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ເຄື່ອງຂອງ ຕາມຄວາມເໝາະສົມ ເພື່ອປະຕິບັດໜ້າທີ່ວິຊາສະເພາະໃນການອໍານວຍຄວາມສະດວກ ແລະ ປະຕິບັດການຄວບຄຸມທາງພາສີ ຕາມກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.
  3. ມອບໃຫ້ພະແນກຄຸ້ມຄອງຂໍ້ມູນຂ່າວສານ ແລະ ແຜນການ ປະສານສົມທົບກັບ ບໍລິສັດ ທາງລົດໄຟ ລາວ-ຈີນ ດຳເນີນການຕິດຕັ້ງລະບົບແຈ້ງພາສີເອເລັກໂຕຣນິກ ແລະ ລະບົບອື່ນ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຢູ່ບັນດາສະຖານີລົດໄຟທີ່ມີຄວາມພ້ອມດ້ານໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.
  4. ສໍາລັບສະຖານີລົດໄຟ ທີ່ຍັງບໍ່ທັນມີຄວາມພ້ອມດ້ານໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ແມ່ນ ສາມາດເປີດບໍລິການຜູ້ໂດຍສານ ແຕ່ບໍ່ອະນຸຍາດໃຫ້ຂົນສິນຄ້າຂຶ້ນລົງຢູ່ສະຖານີດັ່ງກ່າວ. ໃນໄລຍະເປີດທົດລອງນໍາໃຊ້ໃຫ້ບໍລິສັດ ທາງລົດໄຟ ລາວ-ຈີນ ຕິດຕັ້ງລະບົບຕິດຕາມຂໍ້ມູນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ໃຫ້ແກ່ເຈົ້າໜ້າທີ່ພາສີ ທີ່ປະຈຳການຢູ່ບັນດາສະຖານນີລົດໄຟນໍາໃຊ້ ຫຼື ໃຫ້ສາມາດເຊື່ອມຍົງກັນໄດ້.
  5. ການຄວບຄຸມ ແລະ ກວດກາ ຜູ້ໂດຍສານ ແລະ ເຄື່ອງຂອງຕິດຕົວຜູ້ໂດຍສານ ໃຫ້ປະຕິບັດ ດັ່ງນີ້

       5.1. ຜູ້ໂດຍສານທາງລົດໄຟທີ່ເດີນທາງເຂົ້າ-ອອກ ລະຫວ່າງປະເທດ ພ້ອມດ້ວຍເຄື່ອງຂອງຕິດຕົວຜູ້ໂດຍສານ ແມ່ນ ຢູ່ພາຍໃຕ້ການຄວບຄຸບ ແລະ ກວດກາຂອງເຈົ້າໜ້າພາສີ ປະຈຳສະຖານີລົດໄຟ ດ່ານຊາຍແດນ ແລະ ສະຖານີ ພາຍໃນປະເທດ.

       5.2 ເຄື່ອງຂອງຕິດຕົວຜູ້ໂດຍສານ ປະກອບດ້ວຍ ກະເປົາ, ເຄື່ອງຂອງເດີນທາງ (ລວມທັງ ກະເປົາຫິ້ວດ້ວຍມື, ກະເປົາ ແລະ ເຄື່ອງຂອງທີ່ແຈ້ງຢູ່ສະຖານນີລົດໄຟ (Check In) ໃນເວລາເດີນທາງ) ແລະ ກະເປົາ, ເຄື່ອງຂອງທີ່ຝາກໄປກ່ອນ ຫຼື ຫຼັງການເດີນທາງຂອງຜູ້ໂດຍສານ ກໍຈະຖືກຄວບຄຸມໂດຍເຈົ້າໜ້າທີ່ພາສີຕາມກົດໝາຍ ແລະ ລະບຽບການ

       5.3. ຜູ້ໂດຍສານ ທີ່ນຳເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທງດ້ານການເງິນ ເກີນ 100.000.000 ກີບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 51 ຂອງກົດໝາຍວ່າດ້ວຍພາສີ ແລະ/ຫຼື ມີເຄື່ອງຂອງ ທີ່ເກີນມູນຄ່າ ຫຼື ເກີນຈຳນວນຂອງສິນຄ້າແຕ່ລະປະເພດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 94 ແລະ ມາດຕາ 95 ຂອງກົດ      ໝາຍວ່າດ້ວຍພາສີ, ຕ້ອງແຈ້ງພາສີເປັນລາຍລະອຽດ ໂດຍໃຫ້ປະຕິບັດຕາມ ຄໍາແນະນໍາຂອງກະຊວງການເງິນ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 3269/ກງ, ລົງວັນທີ 26 ກໍລະກົດ 2021 ແລະ ແຈ້ງການຂອງກົມພາສີ ສະບັບເລກທີ 04878/ກພສ, ລົງວັນທີ 30 ກັນຍາ 2021 ກ່ຽວກັບການນຳໃຊ້ ລະບົບແຈ້ງພາສີ PF ສຳລັບການແຈ້ງພາສີນຳເຂົ້າ ສິນຄ້າ, ເຄື່ອງຂອງ ທີ່ຈັດສົ່ງທາງໄປສະນີ, ສັ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ ແລະ ເຄື່ອງຕິດຕົວຜູ້ໂດຍສານ.

       5.4 ຜູ້ໂດຍສານ ທີ່ໄດ້ຮັບສິດທິພິເສດ ເຊັ່ນ ນັກການທູດ, ສະຖານກົງສູນ ໄດ້ຮັບການຍົກເວັ້ນການແຈ້ງພາສີ ແລະ ການກວດກາເຄື່ອງຕິດຕົວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

       5.5.  ການແຈ້ງເຄື່ອງຕິດຕົວຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ ລະຫວ່າງປະເທດ ແລະ ການຄວບຄຸມກວດກາຂອງເຈົ້າໜ້າທີ່ພາສີ ແມ່ນໃຫ້ປະຕິບັດຢູ່ສະຖານີລົດໄຟ ບໍ່ເຕັນ ບໍລິສັດ ທາງລົດໄຟລາວ-ຈີນ ຕ້ອງສະໜອງຂໍ້ມູນຜູ້ໂດຍສານ ແລະ ເຄື່ອງຕິດຕົວຜູ້ໂດຍສານລ່ວງໜ້າກ່ອນ ເດີນທາງມາຮອດສະຖານີບໍ່ເຕັນ ເພື່ອເປັນຂໍ້ມູນໃຫ້ແກ່ການວິເຄາະ ແລະ ບໍລິຫານຄວາມສ່ຽງຂອງເຈົ້າ  ໜ້າທີ່ພາສີ.

       5.6 ການກວດກາເຄື່ອງຂອງຕິດຕົວຜູ້ໂດຍສານ ແມ່ນໃຫ້ເຈົ້າໜ້າທີ່ພາສີນໍາໃຊ້ເຄື່ອງສາຍແສງ ແລະ ກວດກາຕົວຈິງຕາມຫຼັກການບໍລິຫານຄວາມສ່ຽງ.

  1. ການຄວບຄຸມ ແລະ ກວດກາສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າ-ສົ່ງອອກ ໃຫ້ປະຕິບັດ ດັ່ງນີ້:
  2. 1. ການນໍາເຂົ້າ ສິນຄ້າ, ເຄື່ອງຂອງ

       1. ຂັ້ນຕອນການແຈ້ງພາສີໂດຍສັງເຂບ

  • ພາຍຫຼັງຂະບວນລົດໄຟບັນທຸກສິນຄ້າ ອອກຈາກສະຖານຕົ້ນທາງ ຢູ່ ສປ ຈີນ ແລະ ກ່ອນມາຮອດ ສປປ ລາວ, ໃຫ້ບໍລິສັດຜູ້ບໍລິການຂົນສົ່ງ ຫຼື ຕົວແທນ ແຈ້ງພາສີໂດຍສັງເຂບລ່ວງໜ້າ ທີ່ສະຖານີລົດໄຟບໍ່ເຕັນ ຕາມແບບພິມທີ່ລັດຖະການພາສີກຳນົດໂດຍອີງໃສ່ຂໍ້ມູນການຂົນສົ່ງທາງລົດໄຟ (Railway Manifest);
  • ເຈົ້າໜ້າທີ່ພາສີ ປະຈຳສະຖານີ ບໍ່ເຕັນ ກວດກາເອກະສານແຈ້ງພາສີໂດຍສັງເຂບ ໂດຍສົມທຽບກັບຂໍ້ມູນໃນ ລະບົບຕິດຕາມຂໍ້ມູນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ. ຖ້າເຫັນວ່າຖືກຕ້ອງ ໃຫ້ເຊັນຢັ້ງຢືນການແຈ້ງ ພາສີໂດຍສັງເຂບ;
  • ໃຫ້ດໍາເນີນການແຈ້ງຕໍ່ບັນຈຸສິນຄ້າ ແລະ ຊຳລະຄ່າທໍານຽມ ຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ ຜ່ານລະບົບເອເລັກໂຕຣນິກ (ບໍ 53).
  1. ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ
  • ໃຫ້ຜູ້ແຈ້ງພາສີ (ຜູ້ແຈ້ງພາສີທົ່ວໄປ ຫຼື ຜູ້ບໍລິການແຈ້ງພາສີ) ດຳເນີນການແຈ້ງພາສີເປັນລາຍລະອຽດ ກ່ອນ ສິນຄ້າມາຮອດສະຖານ ບໍ່ເຕັນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 31 ຂອງກົດໝາຍວ່າດ້ວຍພາສີ ໂດຍໃຫ້ ລະບຸບ່ອນຂົນສົ່ງສິນຄ້າລົງ (ຜ່ອນສິນຄ້າມາເຖິງ) ໃສ່ຫ້ອງ 27 ຂອງໃບແຈ້ງພາສີເປັນລາຍລະອຽດ (ACDD) ແລະ ໃຫ້ປະກອບເອກະສານແຈ້ງພາສີເປັນລາຍລະອຽດ 3 ຊຸດ ແລ້ວຢືນຕໍ່ເຈົ້າໜ້າທີ່ພາສີຢູ່ສະຖານີ ບໍ່ເຕັນ;
  • ເຈົ້າໜ້າທີ່ພາສີ ກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີ ຖ້າເຫັນວ່າຖືກຕ້ອງໃຫ້ດໍາເນີນການຮັບຮອງການ ແຈ້ງພາສີ ແລະ ຮັບຊຳລະຄ່າພາສີ ແລະ ພັນທະອື່ນ ຜ່ານລະບົບເອເລັກໂຕຣນິກ ຕາມກົດໝາຍ ແລະ ລະບຽບການ;
  • ພາຍຫຼັງຂະບວນລົດໄຟມາຮອດສະຖານີ ບໍ່ເຕັນ ໃຫ້ຜູ້ບໍລິການຂົນສົ່ງ ຫຼື ຫົວໜ້າຂະບວນລົດໄຟ ຫຼື ຕົວແທນ ນຳເອົາເອກະສານຂົນສົ່ງ ມາແຈ້ງຕໍ່ເຈົ້າໜ້າທີ່ພາສີ ຕາມລະບຽບການ;
  • ເຈົ້າໜ້າທີ່ພາສີ ສະຖານີລົດໄຟ ບໍ່ເຕັນ ໃຫ້ດຳເນີນການກວດກາ ດັ່ງນີ້:
  • ກໍລະນີເປັນສິນຄ້າ, ເຄື່ອງຂອງ ທີ່ຕ້ອງກວດປ່ອຍຢູ່ສະຖານີ ບໍ່ເຕັນ ໃຫ້ດຳເນີນການກວດກາຂໍ້ມູນ,ເອກະສານ ແລະ ກວດກາສິນຄ້າຕົວຈິງ ຕາມຫຼັກການບໍລິຫານຄວາມສ່ຽງ ຕາມກົດໝາຍ ແລະ ລະບຽບການ;
  • ກໍລະນີເປັນສິນຄ້າ, ເຄື່ອງຂອງ ທີ່ຕ້ອງກວດປ່ອຍຢູ່ສະຖານີພາຍໃນປະເທດ ໃຫ້ດຳເນີນການກວດກາຂໍ້ມູນ, ເອກະສານ, ສະພາບຕູ້ສິນຄ້າ ແລະ ໃຫ້ໃສ່ສາຍລ໊ອກເສິນຄ້າ. ພ້ອມທັງບັນທຶກລາຍລະອຽດ ສະພາບຕູ້ສິນຄ້າ, ເລກຕູ້ສິນຄ້າ ແລະ ສາຍລ໊ອກ ໃສ່ໃບກວດປ່ອຍສິນຄ້າ; ເຊັນຢັ້ງຢືນການກວດປ່ອຍເບື້ອງຕົ້ນ ແລະ ເກັບຮັກສາເອກະສານແຈ້ງພາສີ 1 ຊຸດ. ສ່ວນອີກ 2 ຊຸດ ແມ່ນໃຫ້ຜູ້ບໍລິການຂົນສົ່ງ ຫຼື ຫົວໜ້າຂະບວນລົດໄຟ ຫຼື ຕົວແທນ ໄປຍື່ນຕໍ່ເຈົ້າໜ້າທີ່ພາສີ ທີ່ປະຈຳສະຖານີ ລົດໄຟບ່ອນຂົນສິນຄ້າລົງ, ສໍາລັບຈຸດນະຄອນຫຼວງວຽງຈັນ ໃຫ້ນຳສິນຄ້າໄປລົງທີ່ເຂດທ່າບົກທ່ານາແລ້ງຈຸດດຽວ ເພື່ອສະດວກໃນການຄຸ້ມຄອງ.
  1. ຂັ້ນຕອນການກວດກາ ແລະ ກວດປ່ອຍ
  • ພາຍຫຼັງຂະບວນລົດໄຟມາຮອດສະຖານີບ່ອນຂົນສິນຄ້າລົງ, ໃຫ້ບໍລິສັດຜູ້ບໍລິການຂົນສົ່ງ ຫຼື ຜູ້ແຈ້ງພາສີ ຫຼື ຫົວໜ້າຂະບວນລົດໄຟ ຫຼື ຕົວແທນ ຍື່ນເອກະສານແຈ້ງພາສີເປັນລາຍລະອຽດ 2 ຊຸດ ໃຫ້ແກ່ເຈົ້າໜ້າທີ່ພາສີ ທີ່ປະຈຳການຢູ່ສະຖານີດັ່ງກ່າວ;
  • ເຈົ້າໜ້າທີ່ພາສີ ກວດກາຂໍ້ມູນ, ເອກະສານ ແລະ ກວດກາສິນຄ້າຕົວຈິງ ຕາມຫຼັກການບໍລິຫານຄວາມສ່ຽງ ຕາມກົດໝາຍ ແລະ ລະບຽບການ. ຖ້ເຫັນວ່າຖືກຕ້ອງ ໃຫ້ບັນທຶກຜົນການກວດກາເພີ່ມເຕີມ ແລະ ເຊັນຢັ້ງຢືນ ໃສ່ໃບກວດປ່ອຍທີ່ຜ່ານການຢັ້ງຢືນເບື້ອງຕົ້ນ, ເກັບຮັກສາເອກະສານແຈ້ງພາສີ 1 ຊຸດ ແລະ ອີກ 1 ຊຸດມອບໃຫ້ຜູ້ແຈ້ງພາສີ, ກໍລະນີກວດພົບເຫັນການແຈ້ງພາສີເປັນລາຍລະອຽດບໍ່ຖືກຕ້ອງ ຄົບຖ້ວນ ຫຼື ມີການລະເມີດກົດ   ໝາຍວ່າດ້ວຍພາສີ ໃຫ້ດຳເນີນຄະດີທາງພາສີຕາມກົດໝາຍ ແລະ ລະບຽບການ ໂດຍປະສານງານກັບດ່ານພາສີບໍ່ເຕັນ ແລະ ພະແນກການກ່ຽວຂ້ອງ,
  • ມອບໃຫ້ເຈົ້າໜ້າທີ່ພາສີປະຈຳສະຖານີນໍາໃຊ້ເຄື່ອງມືທັນສະໄໝ ເຊັ່ນ: ເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ (Scanner), ຊິງຊັ່ງທັນສະໄໝ ແລະ ເຄື່ອງມືອື່ນໆ ເຂົ້າໃນການກວດກາຕາມເຕັກນິກ-ວິຊາການ.

       6.2. ການສົ່ງອອກສິນຄ້າ, ເຄື່ອງຂອງ:

  1. ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ
  • ໃຫ້ຜູ້ແຈ້ງພາສີ (ຜູ້ແຈ້ງພາສີທົ່ວໄປ ຫຼື ຜູ້ບໍລິການແຈ້ງພາສີ) ດຳເນີນການແຈ້ງພາສີເປັນລາຍລະອຽດ ຢູ່ສະຖານີລົດໄຟບ່ອນຂົນສິນຄ້າຂຶ້ນ ໂດຍປະຕິບັດຕາມຂັ້ນຕອນການແຈ້ງພາສີ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
  • ເຈົ້າໜ້າທີ່ພາສີ ກວດກາຂໍ້ມູນ, ເອກະສານ ແລະ ກວດກາສິນຄ້າຕົວຈິງ ຕາມຫຼັກການບໍລິຫານຄວາມສ່ຽງທາງພາສີ ຕາມກົດໝາຍ ແລະ ລະບຽບການ. ຖ້າເຫັນວ່າຖືກຕ້ອງໃຫ້ດໍາເນີນການຮັບຮອງການແຈ້ງພາສີ ແລະ ຊຳລະຄ່າພາສີ ແລະ ພັນທະອື່ນ (ຖ້າມີ) ຜ່ານລະບົບເອເລັກໂຕຣນິກ ຕາມກົດໝາຍ ແລະ ລະບຽບການ;
  1. ຂັ້ນຕອນການກວດກາ ແລະ ກວດປ່ອຍ
  • ກໍລະນີເປັນສິນຄ້າ, ເຄື່ອງຂອງ ທີ່ຕ້ອງກວດປ່ອຍຢູ່ສະຖານີລົດໄຟພາຍໃນປະເທດ (ຍົກເວັ້ນສະຖານີບໍ່ເຕັນ), ພາຍຫຼັງສໍາເລັດການແຈ້ງພາສີເປັນລາຍລະອຽດ ແລະ ກວດປ່ອຍສິນຄ້າ ໃຫ້ໃສ່ສາຍລ໊ອກຕູ້ສິນຄ້າ ເພື່ອປະຕິບັດການຄວບຄຸມທາງພາສີ ແລະ ປ້ອງກັນການລັກລອບ;
  • ພາຍຫຼັງ ຂະບວນລົດໄຟບັນທຸກສິນຄ້າຮອດສະຖານີບໍ່ເຕັນ, ໃຫ້ເຈົ້າໜ້າທີ່ພາສີ ກວດກາສະພາບສາຍລ໊ອກ ແລະ ຕູ້ສິນຄ້າ. ຖ້າເຫັນວ່າຖືກຕ້ອງ ໃຫ້ອະນຸມັດປ່ອຍສິນຄ້າອອກຕາມກົດໝາຍ ແລະ ລະບຽບການ, ກໍລະນີກວດພົບເຫັນການແຈ້ງພາສີເປັນລາຍລະອຽດບໍ່ຖືກຕ້ອງ ຄົບຖ້ວນ ຫຼື ມີການລະເມີດກົດໝາຍວ່າ ດ້ວຍພາສີ ໃຫ້ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ ໂດຍປະສານງານກັບສະຖານນີຕົ້ນທາງ ແລະ ພະແນກການກ່ຽວຂ້ອງ.
  • ມອບໃຫ້ເຈົ້າໜ້າທີ່ພາສີປະຈຳສະຖານີນຳໃຊ້ເຄື່ອງມືທັນສະໄໝ ເຊັ່ນ: ເຄື່ອງກວດກາຕໍ່ສິນຄ້າດ້ວຍລະບົບ ສາຍແສງ (Scanner), ຊິງຊັ່ງທັນສະໄໝ ແລະ ເຄື່ອງມືອື່ນໆ ເຂົ້າໃນການກວດກາຕາມເຕັກນິກ-ວິຊາການ.
  • ກໍລະນີ ເປັນສິນຄ້າຜ່ານແດນສາກົນ ຕ້ອງມີໜັງສືລັດຖະການຈາກກົມພາສີ ແລະ ໃຫ້ດໍາເນີນການແຈ້ງພາສີຢູ່ທີ່ດ່ານພາສີຊາຍແດນຂາເຂົ້າທໍາອິດ ໃຫ້ສອດຄ່ອງກັບລະບຽບການຜ່ານແດນສາກົນ ຕາມສັນຍາທີ່ ສປປ ລາວ ເຂົ້າເປັນພາຄີ ເຊັ່ນ: ສັນຍາ AFAFGIT, ສັນຍາ GMS-CBTA, ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ຕາມການ ຕົກລົງຂອງຄູ່ພາຄີ ພ້ອມທັງໃສສາຍລ໊ອກເບັນຈຸສິນຄ້າ ຫຼື ສາຍຮັດເອເລັກໂຕຣນິກ ເພື່ອປະຕິບັດການຄວບຄຸມທາງພາສີ ແລະ ປ້ອງກັນການລັກລອບຈຳໜ່າຍພາຍໃນປະເທດ. ພາຍຫຼັງທີ່ສິນຄ້າ, ເຄື່ອງຂອງໄປຮອດດ່ານພາສີຊາຍແດນຂາອອກ (ສະຖານີ ບໍ່ເຕັນ) ໃຫ້ເຈົ້າໜ້າທີ່ພາສີ ກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ, ກວດກາສະພາບສາຍລ໊ອກ ແລະ ດໍາເນີນການກວດປ່ອຍຕາມກົດໝາຍ ແລະ ລະບຽບການ
  1. ໃນກໍລະນີ ລະບົບການແຈ້ງພາສີທາງເອເລັກໂຕຣນິກ ເກີດມີຄວາມຂັດຂ້ອງ ຊຶ່ງບໍ່ສາມາດດໍາເນີນການແຈ້ງພາສີເປັນ ລາຍລະອຽດໃຫ້ສໍາເລັດທຸກຂັ້ນຕອນ ຢູ່ຈຸດຕົ້ນທາງ (ສະຖານີ ບໍ່ເຕັນ) ໃຫ້ດໍາເນີນການແຈ້ງພາສີໂດຍສັງເຂບຕາມ ແບບພິມທີ່ລັດຖະການພາສີກໍານົດ ແລະ ເຮັດບົດບັນທຶກຄໍ້າປະກັນເພື່ອດຳເນີນການກວດປ່ອຍ ແລະ ອະນຸຍາດໃຫ້ ສິນຄ້າອອກຈາກສາງ ຫຼື ດ່ານພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 17 ຂອງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 3269/ກງ, ລົງວັນທີ 26 ກໍລະກົດ 2021,
  2. ມອບໃຫ້ຫົວໜ້າລັດຖະການພາສີແຕ່ລະຂັ້ນ ດໍາເນີນການເຜີຍແຜ່ແນະນຳ ແຈ້ງການແນະນຳສະບັບນີ້ ໃຫ້ແກ່ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງກວ້າງຂວາງ, ທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີ ຜົນສຳເລັດ. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າຫາກພົບບັນຫາຂໍ້ຫຍຸ້ງຍາກ ໃຫ້ສັງລວມລາຍງານມາຍັງກົມພາສີ ເພື່ອມີທິດຊີ້ນໍາໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເປັນແຕ່ລະໄລຍະ.
  3. ແຈ້ງການແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຫົວໜ້າກົມພາສີ

ພູເຂົາຄຳ ວັນນະວົງໄຊ

# ຫົວຂໍ້ ດາວໂຫຼດ
1 Notification on management and inspection of goods, items and passengers for entering and departing by railway, No. 06602/DOC, Dated 23 November 2021. PDF
2 ແຈ້ງການແນະນໍາ ການຄຸ້ມຄອງ ແລະ ກວດກາ ສິນຄ້າ, ເຄື່ອງຂອງ ແລະ ຜູ້ໂດຍສານ ເຂົ້າ-ອອກ ຜ່ານທາງລົດໄຟ, ເລກທີ 06602/ກພສ, ລົງວັນທີ 23 ພະຈິກ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.