ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 1356 /ກປ

ນະຄອນຫຼວງວຽງຈັນ, ວັນທີ 25 ຕຸລາ 2021

ຄຳສັ່ງ

ກ່ຽວກັບ ການເພີ່ມທະວີ ຊຸກຍູ້ ການຜະລິດກະສິກຳ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ

 

  • ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວ, ນະຄອນຫຼວງວຽງຈັນ.
  • ອີງຕາມ ມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021;
  • ອີງຕາມ ມະຕິ ຂອງລັດຖະບານນ ແຫ່ງ ສປປ ລາວ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍ ມະຕິ ຂອງສະພາແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນສະບັບເລກທີ 07/ລບ, ລົງວັນທີ 04 ຕຸລາ 2021;
  • ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄຶ້ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ການຄົ້ນຄວ້າ ປຶກສາຫາລື ຮ່ວມກັບ ບັນດາກົມ, ສະຖາບັນ ກ່ຽວຂ້ອງ ແລະ ການນຳສະເໜີ ຂອງຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້ ຄັ້ງວັນທີ 14 ຕຸລາ 2021.

 

ເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ ປີ 2021-2023, ຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງສູ້ຊົນ ສຸມໃສ່ຈັດຕັ້ງປະຕິບັັດ 02 ໜ້າວຽກຈຸດສຸມຄື: ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອທົດແທນການນຳເຂົ້າ ຫຼຸດຜ່ອນການໄຫຼອອກເງິນຕາ ໄປຕ່າງປະເທດ ແລະ ຊຸກຍູ້ການຜະລິດກະສິກຳ ຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ນຳເອົາເງິນຕາ ເຂົ້າມາໃຫ້ຫຼາຍຂຶ້ນ ແນໃສ່ຮັກສາລະດັບການຂະຫຍາຍຕົວ ຂອງກະສິກຳ ສະເລ່ຍ 2,5% ຕໍ່ປີ ໂດຍສຸມໃສ່ ຜະລິດເຂົ້າເປືອກລວມ ໃຫ້ໄດ້ ຜົນຜະລິດ ບໍ່ໃຫ້ຫຼຸດ 3,5 ລ້ານ ໂຕນ/ປິ, ໃນນີ້ຜະລິດເຂົ້າເພື່ອຄ້ຳປະກັນສະບຽງ 2,5 ລ້ານໂຕນ, ເຂົ້າແຮໄວ້ 400.000 ໂຕນ, ໄວ້ເປັນແນວພັນ 100.000 ໂຕນ ສ່ວນທີ່ເຫຼືອເປັນວັດຖຸດິບປ້ອນໂຮງງານອຸດສາຫະກຳ ພາຍໃນ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດ ຈຳນວນໜຶ່ງ ທີ່ພວກເຮົາມີຕະຫຼາດຢູ່ແລ້ວ; ປູກພືດສະບຽງອາຫານ (ພືດຜັກ, ເຜືອກມັນ, ສາລີຫວານ, ໝາກໄມ້) ໃຫ້ໄດ້ 261.710 ເຮັກຕາ/ປີ, ຜົນຜະລິດ 2,12 ລ້ານໂຕນ/ປີ; ສຸມໃສ່ຜະລິດຊີ້ນ, ປາ ແລະ ໄຂ່ ທັງໝົດໄດ້ 531.000 ໂຕນ ສະເລ່ຍອັດຕາການບໍລິໂພກໃຫ້ບັນລຸ 69,8 ກິໂລຕໍ່ຄົນຕໍ່ປີ; ສຸມໃສ່ການຜະລິດແນວພັນ, ຝຸ່ນ, ປຸ໋ຍ ແລະ ຫົວອາຫານສັດ ທີ່ພວກເຮົາສາມາດເຮັດໄດ້; ສູ້ຊົນຜະລິດກະສິກຳເປັນສິນຄ້າ ເພື່ອສົ່ງອອກ ໃຫ້ບັນລຸ 3,6 ຕື້ໂດລາສະຫະລັດ ພາຍໃນ 3 ປີ ຫຼື 1,2 ຕື້ໂດລາສະຫະລັດຕໍ່ປີ, ໃນນີ້ ມູນຄ່າການສົ່ງອອກດ້ານການປູກຝັງ ຈຳນວນ 1,1 ຕື້ໂດລາສະຫະລັດຕໍ່ປີ ແລະ ມູນຄ່າການສົ່ງອອກດ້ານການລ້ຽງສັດ ຈຳນວນ 0,1 ຕື້ໂດລາສະຫະລັດຕໍ່ປີ. ເພື່ອເຮັດໃຫ້ບັນລຸຕາມຕົວເລກຄາດໝາຍດັ່ງກ່າວ.

ລັກຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ

  1. ໃຫ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອທົດແທນການນຳເຂົ້າ ຫຼຸດຜ່ອນການໄຫຼອອກ ເງິນຕາໄປຕ່າງປະເທດ ດັ່ງນີ້:

1.1 ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ສືບຕໍ່ ສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນ ໃຫ້ເຂັ້ມແຂງ ແລະ ໝັ້ນຄົງ ດ້ວຍການເພີ່ມທະວີການປະຕິບັດມາດຕະການຕ່າງໆ ທີ່ບໍ່ແມ່ນກຳແພງພາສີ ຄື: ເຂັ້ມງວດໃນການປະຕິບັດ ສຸຂານາໄມພືດ ແລະ ສັດ (SPS), ມາດຕະຖານດ້ານເຕັກນິກ (TBT) ເພື່ອຫຼຸດຜ່ອນການນຳເຂົ້າ ສິນຄ້າທີ່ເຮົາສາມາດຜະລິດຢູ່ພາຍໃນໄດ້, ພືດ ຫຼື ສັດ ທີ່ບໍ່ໄດ້ຕົກລົງ ຕ້ານ SPS ລະຫວ່າງ ສປປ ລາວ ກັບປະເທດຄູຄ້າ ແມ່ນຫ້າມນໍາເຂົ້າ ໂດຍໃຫ້ກຳນົດບັນຊີລາຍການ ພືດ, ສັດ ແລະ ສັດນ້ຳ ທີ່ຈະຫຼຸດຜ່ອນການນຳເຂົ້າໃຫ້ລະອຽດ ພ້ອມນັ້ນ, ກໍ່ສືບຕໍ່ໂຄສະນາ ເຜີຍແຜ່, ປຸກລະດົມ ໃຫ້ທົ່ວສັງຄົມ ຫັນມາ ບໍລິໂພກຜະລິດຕະພັນກະສິກໍາພາຍໃນ ໃຫ້ຫຼາຍຂຶ້ນ;

1.2 ກົມປູກຝັງ ຊຸກຍູ້ສົ່ງເສີມ ການຜະລິດກະສິກຳ ຕາມທິດກະສິກຳສະອາດ, ປອດໄພ, ສີຂຽວ; ຍົກສູງຄຸນນະພາບ ແລະ ມາດຕະຖານການຜະລິດ ເຊັ່ນ: ມາດຕະຖານ ກະສິກຳສະອາດ ແລະ ກະສິກຳທີ່ດີ (OA, GAP) ເພື່ອເຮັດໃຫ້ເປັນທີ່ຍອມຮັບ ຂອງປະເທດຄູ່ຄ້າ ແລະ ປອດໄພຕໍ່ຜູ້ຊົມໃຊ້ພາຍໃນ;

1.3 ກົມລ້ຽງສັດ ແລະ ການປະມົງ ສ້າງໂຄງການຍົກລະດັບການຜະລິດ ໝູ, ປາ ແລະ ສັດປີກ ເພື່ອທົດແທນການນຳເຂົ້າ ແລະ ຊຸກຍູ້ສົ່ງເສີມ ການຜະລິດກະສິກຳ ຕາມທິດກະສິກຳທີ່ດີ ຍົກສູງຄຸນນະພາບ ແລະ ມາດຕະຖານການຜະລິດ ເຊັ່ນ: ມາດຕະຖານການລ້ຽງສັດ ແລະ ສັດນໍ້າທີ່ດີ (GAHP, GAQP) ເພື່ອເຮັດໃຫ້ເປັນທີ່ຍອມຮັບ ຂອງປະເທດຄູ່ຄ້າ ແລະ ຜູ້ຊົມໃຊ້ພາຍໃນ;

1.4 ກົມປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຊຸກຍູ້ ສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກໃນການປູກໄມ້ເປັນສິນຄ້າສະໜອງໃຫ້ໂຮງງານປຸງແຕ່ງໄມ້ພາຍໃນ ເພື່ອຫຼຸດຜ່່ອນການນໍາເຂົ້າໄມ້ ຕິດພັນກັບການສ້າງອາຊີບ ແລະ ວຽກເຮັດງານທຳຢູ່ພາຍໃນປະເທດ ຕາມທ່າແຮງທີ່ມີ ໃຫ້ແທດເໝາະກັບສະພາບຕົວຈິງ;

1.5 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ກຸ່ມຊາວກະສິກອນ ແລະ ຜູ້ປະກອບການ ໃນການຜະລິດ ແລະ ນຳໃຊ້ ຝຸ່ນອົງຄະທາດ, ປຸ໋ຍ ແລະ ດິນປູກຝັງ ຕາມທ່າແຮງ ພາຍໃນ ໃຫ້ຫຼາຍຂຶ້ນ ເພື່ອຍົກສະມັດຕະພາບການຜະລິດຢູ່ພາຍໃນ ໃຫ້ພຽງພໍ, ຫຼຸດຜ່່ອນ ແລະ ກ້າວໄປເຖິງຂັ້ນຢຸດຕິ ການນຳເຂົ້າຝຸ່ນ, ປຸ໋ຍ ແລະ ດິນປູກ ທີ່ເຮົາສາມາດ ຜະລິດໄດ້ ຢູ່ພາຍໃນ;

1.6 ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສືບຕໍ່ ປັບປຸງບັນດາສູນ, ສະຖານີ ໂດຍໃຫ້ຫັນເອົາພະນັກງານລົງໄປປະຈຳຢູ່ບັນດາສູນ, ສະຖານີດັ່ງກ່າວ ເພື່ອເຮັດໜ້າທີ່ເປັນບ່ອນຜະລິດ ແລະ ສະໜອງ ແນວພັນ, ທັງເປັນບ່ອນຮຽນຮູ້ ແລະ ຖ່າຍທອດເຕັກນິກ ໃຫ້ຊາວກະສິກອນ ຜູ້ປະກອບການ ໃຫ້ສາມາດຜະລິດ ຖືກຕາມເຕັກນິກ, ມາດຕະຖານ, ຕອບສະໜອງໄດ້ ຕາມທີ່ຕະຫຼາດຕ້ອງການ; ກວດກາຄືນ ຄວາມຕ້ອງການ ເຄື່ອງມື, ອຸປະກອນເຮັດການຜະລິດ, ກົນຈັກ ກະສິກຳ ທີ່ເປັນນະວັດຕະກໍາ ຊ່ວຍຫຼຸດຕົ້ນທຶນ ການຜະລິດ;

1.7 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້ ສືບຕໍ່່ຄົ້ນຄວ້າ ກ່ຽວກັບ ແນວພັນພືດ, ແນວພັນສັດ, ແນວພັນໄມ້ອຸດສາຫະກຳ, ໄມ້ດອກ-ໄມ້ປະດັບ ແລະ ໄມ້ໃຫ້ໝາກ ຍູ້ແຮງການຂະຫຍາຍພັນດ້ວຍເນື້ອເຫຍື່ອ ນໍາໃຊ້ເຕັກໂນໂລຊີ ຊີວະພາບ ໂດຍໃຫ້ຂຽນເປັນໂຄງການລະອຽດ ແຕ່ລະຊະນິດແນວພັນ, ຄວາມຕ້ອງການເທົ່າໃດ, ເຮົາມີແລ້ວເທົ່າໃດ, ເຮົາຈະຕ້ອງຜະລິດຕື່ມອີກເທົ່າໃດ, ຈະຜະລິດຢູ່ໃສ, ໃຜເປັນຜູ້ຜະລິດ?;

1.8 ກົມແຜນການ ແລະ ການເງິນ ເປັນເຈົ້າການ ສົມທົບແໜ້ນ ກັບກົມວິຊາການ ເພື່ອສ້າງທຸກເງື່ອນໄຂ, ປັດໄຈ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍ ແກ່ການຜະລິດ ເຊັ່ນ: ການເຂົ້າເຖິງແຫຼ່ງທຶນ ດອກເບ້ຍຕໍ່າ, ຂໍ້ມູນຄວາມຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ, ນະໂຍບາຍ ສົ່ງເສີມ ແລະ ລົງທຶນ ໃສ່ການຜະລິດ ຢູ່ພາຍໃນ ໂດຍໃຫ້ສືບຕໍ່ຜັນຂະຫຍາຍ 13 ນະໂຍບາຍ ສໍາລັບເຂົ້າ ແລະ ພືດ; 8 ນະໂຍບາຍສຳລັບ ສັດ ແລະ ສັດນໍ້າ.

  1. ໃຫ້ສຸມໃສ່ ຊຸກຍູ້ການຜະລິດກະສິກຳ ແລະ ປຸງແຕ່ງ ເປັນສິນຄ້າ ທີ່ປະເທດເຮົາມີທ່າແຮງ ແລະ ມີຕະຫຼາດຮອງຮັບແລ້ວ ເພື່ອນໍາເອົາເງິນຕາ ຕ່າງປະເທດ ເຂົ້າມາໃຫ້ໄດ້ຫຼາຍຂຶ້ນ ດັ່ງນີ້:
    1. ກົມແຜນການ ແລະ ການເງິນ ສົມທົບແໜ້ນ ກັບ ກົມວິຊາການ ທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ທົບທວນກົນໄກ ການຮ່ວມມື ກັບຜູ້ປະກອບການ ພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດການຜະລິດ ໄປຕາມລາຍການ ທີ່ໄດ້ເຊັນອານຸສັນຍາ ກ່ຽວກັບ ສຸຂານາໄມ (SPS) ກັບປະເທດຄູ່ຄ້າແລ້ວ (ກັບ ສປ ຈີນ ຈໍານວນ 08 ລາຍການພືດ ແລະ 01 ສັດໃຫຍ່, ສສ ຫວຽດນາມ 16 ພຶດ ແລະ ຣາຊະອານາຈັກໄທ 15 ຟົດ) ລວມທັງບັນດາລາຍການພືດ ທີ່ໄດ້ສຳເລັດ ການວິໄຈຄວາມສ່ຽງສັດຕູພືດແລ້ວ. ນອກນີ້ ກໍເລັ່ງໃສ່ສົ່ງເສີມ ການປູກໄມ້ ເປັນສິນຄ້າ ສະໜອງ ໃຫ້ໂຮງງານປຸງແຕ່ງພາຍໃນ, ຊຸກຍູ້ ແລະ ສົ່ງເສີມ ໃຫ້ຄອບຄົວຊາວກະສິກອນ, ທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນນັກລົງທຶນ ຂອງບັນດາປະເທດເພື່ອນມິດ ໃຫ້ເຂົ້າມາດໍາເນີນການຜະລິດ, ບໍລິການ ດ້ວຍເຕັກນິກ-ເຕັກໂນໂລຊີ ທັນສະໄໝ ເຂົ້າໃນການຜະລິດກະສິກຳເປັນສິນຄ້າທີ່ມີມູນຄ່າສູງ ແລະ ສົ່ງເສີມການລົງທຶນດ້ວຍ ຮູບແບບ 2+3 ແລະ ຮູບແບບອື່ນໆ; ລົງເລິກ ຄົ້ນຄວ້າວິໄຈວຽກງານຄຸ້ມຄອງໂຄງການ ເປັນຕົ້ນແມ່ນ ໂຄງການລົງທຶນຂອງລັດ (PIP), ໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ແລະ ການລົງທຶນ ຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ (FDI) ເພື່ອຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ຕອບສະໜອງບັນດາຂໍ້ສະ  ເໝີ ຂອງກົມທີ່ກ່ຽວຂ້ອງ. ພ້ອມນີ້, ໃຫ້ສືບຕໍ່ສ້າງ ແລະ ປັບປຸງຖານຂໍ້ມູນສະຖິຕິ ແລະ ຕາໜ່າງລະບົບເກັບກໍາຂໍ້ມູນ ໃຫ້ກວມເຖິງທ້ອງຖິ່ນ ເພື່ອຈະສາມາດຕິດຕາມການເໜັງຕີງ ເປັນລາຍອາທິດ ແລະ ເປັນລາຍເດືອນ ໄດ້ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນສະພາບການ, ພ້ອມທັງ ເປັນເສນາທິການ ໃນການຕິດຕາມ ແລະ ລາຍງານ ການນຳກະຊວງ ໃນແຕ່ລະໄລຍະ;
    2.  ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ສືບຕໍ່ເລັ່ງຈັດສັນດິນກະສິກຳ ຈຳນວນ 4,5 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນໃຫ້ມີເນື້ອທີ່ຜະລິດກະສິກໍາໃຫ້ພຽງພໍ ແລະ ເໝາະສົມ ຕາມລະບົບນິເວດຂອງພືດ ແຕ່ລະຊະນິດ (ເຂົ້າ, ພືດສິນຄ້າ/ພືດອຸດສາຫະກຳ, ພືດສະບຽງ/ພືດຜັກ, ໄມ້ໃຫ້ໝາກ...) ແລະ ສັດລ້ຽງ ໂດຍສົມທົບ ກັບພາກສ່ວນ ກ່ຽວຂ້ອງ ແລະ ທ້ອງຖິ່ນ ເລັ່ງຈັດສັນທີ່ດິນ ພ້ອມທັງປັກຫຼັກໝາຍເຂດສະຫງວນໃນການຜະລິດ ບັນດາພືດສິນຄ້າ ບູລິມະສິດ ທີ່ໄດ້ມີຕະຫຼາດຮອງຮັບແລ້ວ ເພື່ອຕອບສະໜອງໃຫ້ແກ່ການລົງທຶນຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ພ້ອມດຽວກັນ ກໍ່ໃຫ້ເອົາໃຈໃສ່ ສ້າງ ແລະ ປັບປຸງ ນິຕິກຳ ເພື່ອຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຂອງການພັດທະນາ ໃນໄລຍະໃໝ່;
    3. ກົມປູກຝັງ ໃຫ້ເປັນເຈົ້າການ ປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີການເກັບກຳສະຖິຕິການຜະລິດ ເພື່ອສົ່ງອອກ ແລະ ຄົ້ນຄວ້າຂຽນເປັນໂຄງການ, ກຳນົດມາດຕະການຈັດຕັ້ງປະຕິບັດ ລວມທັງນະໂຍບາຍສະໜັບສະໜູນລະອຽດ ກ່ຽວກັບ ການຜະລິດພືດເປັນສິນຄ້າເພື່ອສົ່ງອອກ ໂດຍເນັ້ນໃສ່ເຂດທີ່ດິນທີ່ໄດ້ຈັດສັນຜະລິດກະສິກຳ ເພື່ອສົ່ງອອກ ທີ່ກົມກ່ຽວຂ້ອງໄດ້ກຳນົດໄວ້; ສືບຕໍ່ເຈລະຈາ ເພື່ອເຊັນອານຸສັນຍາດ້ານສຸຂານາໄມພືດ (SPS) ກັບ ສປ ຈີນ, ໄທ ແລະ ສສ ຫວຽດນາມ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ ສືບຕໍ່ສະເໜີເຈລະຈາ ເປີດຕະຫຼາດເຕັກນິກພືດ ແລະ ຜະລິດຕະພັນພືດ ກັບບັນດາປະເທດໃຫ້ຫຼາຍຂຶ້ນ;
    4. ກົມລ້ຽງສັດ ແລະ ການປະມົງ ສືບຕໍ່ສ້າງ ແລະ ຈັດຕັ້ງປະຕິບັດ ໂຄງການສົ່ງເສີມການຜະລິດງົວ ແລະ ສັດຊະນິດອື່ນ ທີ່ມີທ່າແຮງ ເພື່ອສົ່ງອອກ ໂດຍເນັ້ນໃສ່ເຂດຈຸດສຸມບັນດາແຂວງພາກເໜືອ ຕາມແລວເສັ້ນທາງລົດໄຟລາວ-ຈີນ, ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (ລາວ-ຫວຽດ, ລາວ-ໄທ) ແລະ ບັນດາແຂວງທີ່ມີພື້ນຖານ ແລະ ມີທ່າແຮງໃນການຜະລິດກະສິກຳ; ສືບຕໍ່ຊຸກຍູ້ໃຫ້ປະເທດຄູ່ຄ້າມີການລິເລີ່ມເຈລະຈາການຄ້າສັດ ແລະ ຜະລິດຕະພັນສັດ ກັບ ສປປ ລາວ ຢ່າງເປັນທາງການ;
    5. ກົມປ່າໄມ້ ສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປຶກສາຫາລື ກ່ຽວກັບ ການຫັນໜີ້ເປັນທຶນ ພ້ອມນີ້ ກໍລົງເລີກ ຄົ້ນຄວ້ານິຕິກຳ ກ່ຽວກັບການແປງລາຍຮັບ ທີ່ໄດ້ຈາກການຫັນ 3 ປະເພດປ່າ ໄປເປັນປ່າປະເພດອື່ນ ເຂົ້າກອງທຶນປົກປັກຮັກສາປ່າໄມ້; ໃຫ້ຄົ້ນຄວ້າ ແລະ ກຳແໜ້ນນິຕິກຳຕ່າງໆ ຂອງລັດຖະບານ ຕໍ່ກັບການສະເໜີຂໍຂຸດຄົ້ນໄມ້ ລວມທັງ ການສະເໜີຂໍຂຸດຄົ້ນ ແລະ ເກັບກູ້ໄມ້ນອນຂອນຕາຍ ໃນໄລຍະຜ່ານມາ; ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າຢ່າງລະອຽດ ການສະເໜີຂໍປູກໄມ້ ໃນເນື້ອທີ່ປະມານ 2 ແສນເຮັກຕານັ້ນ ຄວນອະນຸມັດ ແລະ ຈັດສັນໃຫ້ບໍລິສັດຜູ້ປະກອບການແນວໃດ? ແຕ່ລະບໍລິສັດເທົ່າໃດ? ຢູ່ໃສ? ຈຶ່ງຈະ    ເໝາະສົມ ໂດຍໃຫ້ຄໍານຶງເຖິງຫຼາຍປັດໄຈ ລວມທັງ ດ້ານການສ້າງຕັ້ງໂຮງງານປຸງແຕ່ງໄມ້ພາຍໃນ; ໃຫ້ສົມທົບກັບກົມກວດກາປ່າໄມ້ ກະກຽມແຜນໃນການຫັນພະນັກງານ ລົງໄປປະຈຳຢູ່ຫ້ອງການພາກສະໜາມ ໃນແຕ່ລະເຂດຂອງ 3 ປະເພດປ່າ ເພື່ອຄຸ້ມຄອງ ປົກປັກຮັກສາ ປ່າໄມ້ແຕ່ລະປະເພດ ໃຫ້ມີປະສິດທິຜົນ ແລະ ເພື່ອຮັບປະກັນໃຫ້ແກ່ໂຄງການຊື້-ຂາຍກາກບອນ ກັບຕ່າງປະເທດ;
    6. ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ກົມກວດກາປ່າໄມ້ ແລະ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປັນເຈົ້າການ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ເລັ່ງໃສ່ການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ ໂຮງງານອຸດສາຫະກຳປຸງແຕ່ງກະສິກຳ-ປ່າໄມ້ ເພື່ອຜະລິດເປັນ ສິນຄ້າສະໜອງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ, ຄົ້ນຄວ້າ ປັບປຸງຂັ້ນຕອນ ແລະ ນິຕິກຳ ທີ່ກ່ຽວຂ້ອງ ກັບການຄ້າຂາຍ ແລະ ສົ່ງອອກສິນຄ້າກະສິກຳ ແລະ ປ່າໄມ້ ໃຫ້ກະທັດຮັດ, ຫຼຸດຜ່ອນ ຂອດຂຶ້ນ ທີ່ບໍ່ຈໍາເປັນ;
    7.  ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ສົ່ງເສີມການຈັດຕັ້ງກຳລັງການຜະລິດ ໃຫ້ເຂັ້ມແຂງ ເພື່ອຍົກສູງຜະລິດຕະພາບ ໂດຍເລີ່ມຈາກໃຫ້ບຸລິມະສິດການຜະລິດເປັນສິນຄ້າ,ເສດຖະກິດຮ່ວມ ດ້ວຍຮູບແບບການຈັດຕັ້ງກຳລັງການຜະລິດ (ກຸ່ມການຜະລິດ, ສະມາຄົມ ແລະ ສະຫະກອນ ແບບໃໝ່) ເພື່ອສ້າງຄວາມສະດວກໃຫ້ການຊຸກຍູ້ສົ່ງເສີມ, ເຂົ້າເຖິງແຫຼ່ງທຶນ ແລະ ຂໍ້ມູນຂ່າວສານດ້ານການຕະຫຼາດໄດ້ງ່າຍ;
    8. ກົມຊົນລະປະທານ ເລັ່ງໃສ່ຊຸກຍູ້ການກໍ່ສ້າງ, ຟື້ນຟູ, ສ້ອມແປງ ແລະ ຄຸ້ມຄອງນໍາໃຊ້ ໂຄງການຊົນລະປະທານ ທີ່ມີແລ້ວ ໃນຂອບທົ່ວປະເທດ ເພື່ອໃຫ້ສາມາດສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດ ກະສິກຳ ໃຫ້ໄດ້ທັງສອງລະດູ ຕາມແຜນການ, ພ້ອມທັງ ຮັບປະກັນການຕ້ານແລ້ງຕ້ານຖ້ວມ.
  2. ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ວຽກຈຸດສຸມ ດັ່ງນີ້:

 3.1 ດ່ານກັກກັນ ພືດ-ສັດ ທ້ອງຖິ່ນ ແລະ ດ່ານປະເພນີ ຕ້ອງເພີ່ມທະວີການຕິດຕາມ ກວດກາ ການສົ່ງອອກສິນຄ້າຕາມຊາຍແດນ ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ແລະ ກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນ ທີ 11 ພະຈິກ 2016 ແລະ ລະບຽບການດ້ານສຸຂານາໄມ ພືດ-ສັດ ຫຼື ກັກກັນພືດ-ສັດ ຂອງປະເທດປາຍທາງ ພ້ອມທັງ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຄຳແນະນຳຂອງກະຊວງການເງິນ ສະບັບເລກທີ 3708/ກງ, ລົງວັນທີ 16 ກັນຍາ 2019 ກ່ຽວກັບ ການຄຸ້ມຄອງການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ; ພ້ອມດຽວກັນ ກໍໃຫ້ເອົາໃຈໃສ່ ຕິດຕາມ ເກັບກໍາຂໍ້ມູນ ການນຳເຂົ້າ-ສົ່ງອອກ ສິນຄ້າ ກະສິກຳ-ປ່າໄມ້ ເພື່ອສະໜອງຂໍ້ມູນ ເປັນລາຍອາທິດ, ເປັນລາຍເດືອນ ໄດ້ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນກັບສະພາບການ;

3.2 ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ບັນຊີ ພືດ ແລະ ສັດ ທີ່ຕ້ອງໄດ້ເຈລະຈາເຕັກນິກເປີດຕະຫຼາດ ແລະ ບັນດາຂໍ້ກຳນົດເງື່ອນໄຂສະເພາະ ດ້ານສຸຂານາໄມ ພືດ-ສັດ ໃຫ້ຜູ້ປະກອບການຊາບຢ່າງທົ່ວເຖິງ ເພື່ອຫັນການຄ້າຊາຍແດນໃຫ້ ເປັນການຄ້າສາກົນເທື່ອລະກ້າວ;

3.3 ກວດກາຄືນ ບົດວິພາກເສດຖະກິດ-ເຕັກນິກ ຂອງບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວກິດຈະການ ປູກຝັງ-ລ້ຽງສັດ ຫຼື ເກັບຊື້ຜະລິດຕະພັນ ພືດ-ສັດ ເພື່ອສົ່ງອອກ ເພື່ອຊຸກຍູ້ໃຫ້ເຂົາເຈົ້າປະຕິບັດຕາມເຕັກນິກ ແລະ ຫຼັກການກະສິກຳສະອາດ ພ້ອມທັງໃຫ້ມີ ສັນຍາຊື້-ຂາຍ ກັບຕ່າງປະເທດ ແລະ ມີການຈັດຕັ້ງຂະບວນການຜະລິດ, ການປຸງແຕ່ງຜະລິດຕະພັນ ພືດ-ສັດ ເປັນສິນຄ້າ ພາຍໃນແຂວງ ຢ່າງມີຈຸດສຸມຊັດເຈນ ແລະ ຄົບຊຸດ ໂດຍໃຫ້ສອດຄ່ອງຕາມພືດ-ສັດ ສິນຄ້າບຸລິມະສິດ ແລະ ຂໍ້ກໍານົດເງື່ອນໄຂ ດ້ານສຸຂານາໄມພືດ-ສັດ ສຳລັບການນຳເຂົ້າ ຂອງປະເທດຄູ່ຄ້າ ທີ່ກຳນົດໄວ້ໃນແຕ່ລະໄລຍະ;

3.4 ເປັນເຈົ້າການສົ່ງເສີມການຜະລິດເປັນສິນຄ້າໃນທຸກຮູບແບບ ໂດຍສະເພາະ ການຜະລິດເປັນຟາມ ແລະ ມີການນຳໃຊ້ ເຕັກນິກວິຊາການ ພ້ອມທັງ ຮ່ວມກັບກົມວິຊາການສາຍຕັ້ງ ກຳນົດເຂດປູກ-ເຂດລ້ຽງໃຫ້ເໝາະສົມ;

3.5 ເກັບກໍາຂໍ້ມູນຜູ້ປູກ-ຜູ້ລ້ຽງ ແລະ ກຳລັງການຜະລິດ ເພື່ອກຳນົດແຜນພັດທະນາ ແລະ ດຸ່ນດ່ຽງຄວາມສາມາດ ໃນການຜະລິດ ແລະ ການສະໜອງ ຂອງແຕ່ລະທ້ອງຖິ່ນ;

3.6 ຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆຂອງຕົນ ແລະ ລາຍງານຄວາມຄືບໜ້າໃຫ້ການນຳກະຊວງຊາບ ເປັນແຕ່ລະໄລຍະ.

  1. ມອບໃຫ້ ຫ້ອງການ, ກົມ ແລະ ສະຖາບັນ ອ້ອມຂ້າງກະຊວງ, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ,ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ, ພ້ອມດຽວກັນ ກໍມອບໃຫ້ ກົມກວດກາ ເປັນໃຈກາງໃນການຕິດຕາມ ກວດກາ ແລະ ລາຍງານ ການຈັດຕັ້ງປະຕິບັດບັນດາໜ້າວຽກ ຂອງແຕ່ລະພາກສ່ວນ ທີ່ຖືກມອບໝາຍ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ມີການສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ ແລະ ລາຍງານການນຳກະຊວງກະສິກຳ ແລະ ປ່າໄມ້ ຊາບເປັນແຕ່ລະໄລຍະ (3 ເດືອນ, 6 ເດືອນ ແລະ ປີ) ເພື່ອ ພິຈາລະນາແກ້ໄຂ ໃຫ້ທັນກັບສະພາບການ;
  2. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

 

  •  

ປອ. ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 ຄໍາສັ່ງ ກ່ຽວກັບ ການເພີ່ມທະວີ ຊຸກຍູ້ ການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ເລກທີ 1356/ກປ, ລົງວັນທີ 25 ຕຸລາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.