ໃນວັນທີ 30 ພະຈິກ 2021, ທີ່ຫ້ອງປະຊຸມທາງໄກ (ຊັ້ນ 3) ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ “ກອງປະຊຸມທາງໄກ ເພື່ອປຶກສາຫາລື ກ່ຽວກັບບັນຫາຂອງພາກທຸລະກິດ ທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ຢູ່ຂັ້ນແຂວງ” ໂດຍການເປັນປະທານ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍຂະແໜງການກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ໄດ້ຮັບການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ.

     ອີງຕາມການສັງລວມ ແລະ ຕິດຕາມຂອງກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາຂັ້ນສູນກາງ ເຫັນວ່າ: ກອງປະຊຸມ ແລະ ກິດຈະກໍາຕ່າງໆ ທີ່ບັນດາແຂວງໄດ້ຈັດຂຶ້ນໃນແຕ່ລະຄັ້ງ ໄດ້ມີບັນດາຫົວໜ່ວຍທຸລະກິດຂອງແຂວງ ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານ ຫຼາຍສົມຄວນ ຊຶ່ງບັນຫາຈໍານວນໜຶ່ງ ແມ່ນໄດ້ຮັບການແກ້ໄຂແລ້ວ, ແຕ່ກໍຍັງມີຫຼາຍບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ເນື່ອງຈາກຕິດພັນກັບການສ້າງ ແລະ ປັບປຸງນິຕິກໍາ ຂອງຂະແໜງການທີ່ກ່ຽວຂ້ອງ.

     ຜ່ານການຄົ້ນຄວ້າ ແລະ ໄຈ້ແຍກທາງດ້ານວິຊາການ ກ່ຽວກັບບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ທີ່ບັນດາແຂວງໄດ້ສົ່ງມານັ້ນ, ສາມາດສັງລວມໄດ້ທັງໝົດ 34 ບັນຫາ ຊຶ່ງຈັດເປັນ 04 ໝວດໃຫຍ່ຄື: ການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກ; ການດໍາເນີນການຢູ່ດ່ານ; ການອອກອະນຸຍາດ, ຢັ້ງຢືນການເຄື່ອນຍ້າຍ ແລະ ການຂົນສົ່ງສິນຄ້າ ແລະ    ການເກັບຄ່າພັນທະຕ່າງໆ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ.

      ກອງປະຊຸມຄັ້ງນີ້ດຳເນີນໄປໃນບັນຍາກາດອັນຟົດຟື້ນ ແຕ່ລະພາກສ່ວນ ມີການປະກອບຄຳເຫັນຢ່າງສ້າງສັນ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ເພື່ອເປັນການກະກຽມຂໍ້ມູນລາຍງານໃນກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກ ທົ່ວປະເທດ ຄັ້ງທີ IV ທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ທັນວາ 2021 ທີ່ຈະມາເຖິງນີ້ ໂດຍການເປັນປະທານ ຂອງທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ.

      ຜ່ານການປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ກັບບັນຫາຕ່າງໆ ໃນນັ້ນ, 9 ບັນຫາແມ່ນໄດ້ຮັບການແກ້ໄຂແລ້ວ, 11 ບັນຫາແມ່ນກຳລັງດຳເນີນການ, ຍັງ 14 ບັນຫາແມ່ນບໍ່ມີຄວາມຄືບໜ້າ ທີ່ປະຊຸມໄດ້ຕົກລົງເປັນເອກະພາບ ສະເໜີໃຫ້ບັນດາ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໃນນາມຫ້ອງການກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ແຂວງ ຄວນສືບຕໍ່ເອົາໃຈໃສ່ສົມທົບກັບຂະແໜງການທີ່ກ່ຽວຂ້ອງຕື່ມ ລົງເລີກວຽກງານປັບປຸງຂັ້ນຕອນ ການອອກໃບຢັ້ງ ຢືນສຸຂານາໄມພືດ, ການສົ່ງອອກຜະລິດຕະພັນໄມ້, ການສົ່ງອອກຜະລິດຕະພັນແຮ່ທາດ, ການສົ່ງອອກສິນຄ້າກະສິກໍາ ແລະ ການຈັດເກັບພັນທະອາກອນຕ່າງໆ. ຖ້າມີບັນຫາໃດທີ່ຂັ້້ນແຂວງທີ່ບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ສະເໜີມາຍັງກອງເລຂາອຳນວຍຄວາສະດວກທາງດ້ານການຄ້າ ຂັ້້ນສູນກາງ ເພື່ອຄົ້ນຄວ້າພິຈາລະນາ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.