ໃນຕອນເຊົ້າຂອງວັນທີ 14 ທັນວາ 2021 ທີ່ ຫ້ອງປະຊຸມພັກ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ຊັ້ນ 02, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ  ກອງປະຊຸມເຜີຍແຜ່ ບົດສຳຫຼວດ ຄວາມຄິດເຫັນຂອງພາກທຸລະກິດ ຕໍ່ກັບການຈັດຕັ້ງປະຕິບັດສັນຍາອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ຂອງ ສປປ ລາວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຜ່ານການປະຊຸມແບບທາງໄກ.

     ໂຄງການສຶກສາສຳຫຼວດຄວາມຄິດເຫັນຂອງພາກທຸລະກິດ ຕໍ່ກັບການຈັດຕັ້ງປະຕິບັດ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ຂອງ ສປປ ລາວ ເປັນວຽກງານໜຶ່ງທີ່ສຳຄັນ ທີ່ພາກລັດເຮົາເອົາໃຈໃສ່ສຶກສາ ແລະ ເກັບກຳຂໍ້ມູນລາຍລະອຽດ ເພື່ອນໍາມາເປັນບ່ອນອີງໃນການປັບປຸງການຈັດຕັ້ງປະຕິບັດພັນທະສັນຍາດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ ສປປ ລາວ ເຮົາ ພັດທະນາທຸກສັກກາຍຍະພາບໃຫ້ທຽບເທົ່າບັນດປະເທດໃນພາກພື້ນ ແລະ ສາກົນ ເຊິ່ງ ສປປ ລາວ ແມ່ນມີພັນທະທີ່ຕ້ອງໄດ້ປະຕິ ບັດໃນຂອບອາຊຽນ ກໍ່ຄືກອບຂອງອົງການການຄ້າໂລກ.

     ທ່ານ ປະທານ ກ່າວຕໍ່ກອງປະຊຸມວ່າ: ຜົນໄດ້ຮັບຈາກການສຶກສາສຳຫຼວດໃນຄັ້ງນີ້ ເປັນໂອກາດອັນດີທີ່ບັນດາຂະແໜງການ ແລະ ພາກຜູ້ປະ ກອບການ ໄດ້ມີການທົບທວນເບິ່ງບັນຫາທີ່ເປັນສິ່ງທ້າທາຍ ແລະ ຂໍ້ສະເໜີໃນການປັບປຸງວຽກງານຂອງຂະແໜງການຕົນ ພ້ອມທັງເປັນການເພີ່ມທະວີການເຮັດວຽກຮ່ວມກັນຢ່າງແໜ້ນແຟ້ນຍິ່ງຂຶ້ນ ແນໃສ່ຈັດຕັ້ງປະຕິບັດພັນທະສັນຍາຕ່າງໆທີ່ ສປປ ລາວ ເປັນພາຄີທັງໃນພາກພື້ນ ແລະ ສາ ກົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ການເຜີຍແຜ່ບົດສໍາຫຼວດໃນຄັ້ງນີ້ ເຫັນໄດ້ວ່າ ການຈັດຕັ້ງປະຕິບັດສັນຍາ ອຄ ຢູ່ ສປປ ລາວ ແມ່ນມີປະສິດທິພາບ ແລະ ປະສິດທິຜົນປານກາງ ເຊັ່ນ: ມາດຕະການໃນໝວດ A ຂໍ້ມູນທີ່ມີແລ້ວ ຈັດຕັ້ງປະຕິບັດໄດ້ຫຼາຍ, ມາດຕະການໃນໝວດ B ຂໍ້ມູນທົ່ວໄປ ຈັດຕັ້ງປະຕິບັດໄດ້ຫຼາຍ ແລະ ມາດຕະການໃນໝວດ C ການເຂົ້າເຖິງຂໍ້ມູນທາງການຄ້າ ຈັດຕັ້ງປະຕິບັດໄດ້ຫຼາຍ.

     ຕອນທ້າຍຂອງກອງປະຊຸມ ທ່ານ ປະທານຍັງເນັ້ນວ່າ ບົດສໍາຫຼວດດັ່ງກ່າວຄວນຮັບປະກັນຄາດໝາຍສູ້ຊົນ 1) ຮັບຮອງເອົາການເຜີຍແຜ່ບົດສໍາຫຼວດຄວາມຄິດເຫັນຂອງພາກທຸລະກິດ ຕໍ່ກັບການຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ຂອງ ສປປ ລາວ ຢ່າງເປັນທາງການ 2) ນໍາເອົາຂໍ້ສະເໜີຕ່າງໆຂອງການສຳຫລວດ ເພື່ອຫາວິທີແກ້ໄຂສິ່ງຍັງຄົງຄ້າງ ແລະ ຊອກຫາແຫລ່ງທຶນ ເພື່ອເຕີມເຕັມກັບສິ່ງທີ່ຈັດຕັ້ງປະຕິບັດບໍ່ທັນໄດ້ດີ 3) ນໍາໃຊ້ຂໍ້ມູນດັ່ງກ່າວ ເພື່ອເປັນບ່ອນອີງໃນການພັດທະນາແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ປີ 2023-2027.

         

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.