ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ສະພາແຫ່ງຊາດ
ເລກທີ 01/ສພຊ
ນະຄອນຫຼວງວຽງຈັນ,ວັນທີ 07 ສິງຫາ 2021
ກົດໝາຍວ່າດ້ວຍ
ການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ,ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້ ເພື່ອໃຫ້ມີຄວາມເປັນເອກະພາບ,ລວມສູນ,ມີປະສິດທິພາບ ແລະ ປະສິດທິຜົນ ຊຸກຍູ້ ສົ່ງເສີມ ໃຫ້ນິຕິບຸກຄົນ ແລະ ການຈັດຕັ້ງ ປະຕິບັດພັນທະອາກອນຕ່າງໆເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປງໃສ ແລະ ຍຸຕິທຳ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2 ການປັບປຸງເນື້ອໃນຂອງກົດໝາຍ
ເນື້ອໃນຂອງແຕ່ລະກົດໝາຍທີ່ປັບປຸງ ມີ ດັ່ງນີ້:
- ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ
ມາດຕາ 32 ກຳນົດເວລາການມອບໝາຍອາກອນ
ກໍານົດເວລາການມອບອາກອນ ໃຫ້ປະຕິບັດ ດັ່ງນີ້:
1. ການນຳເຂົ້າສິນຄ້າ ໃຫ້ມອບອາກອນ ໃນເວລາແຈ້ງເສຍພາສີຂາເຂົ້າຢູ່ດ່ານບ່ອນນຳເຂົ້າສິນຄ້າ,ຢູ່ທະນາຄານທີ່ມີບັນຊີຂອງຄັງເງິນແຫ່ງຊາດ ຫຼື ຢູ່ຄັງເງິນແຫ່ງຊາດ ຕາມການຄິດໄລ່ຂອງເຈົ້າໜ້າທີ່ພາສີ ຫຼື ໃຫ້ມອບອາກອນໃນເວລາມີການສະໜອງສິນຄ້າຢູ່ພາຍໃນປະເທດ ຕາມລະບຽບການທີ່ລັດຖະບານກຳນົດ;
2.ອາກອນມູນຄ່າເພີ່ມ,ອາກອນຊົມໃຊ້ ສຳລັບການຜະລິດ, ການສະໜອງສິນຄ້າ ແລະ ບໍລິການຢູ່ພາຍໃນປະເທດ, ອາກອນລາຍໄດ້ຈາກເງິນເດືອນ ຫຼື ຄ່າແຮງງານໃຫ້ມອບເປັນເດືອນ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ;
3. ອາກອນລາຍໄດ້ຈາກການປັນຜົນກຳໄລ ໃຫ້ປະຕິບັດຕາມແຕ່ລະກໍລະນີດັ່ງນີ້:
- ກໍລະນີ ມີການຕົກລົງປັນຜົນກຳໄລ ໃຫ້ມອບພາຍຫຼັງມີບົດບັນທຶກກອງປະຊຸມຖືຮຸ້ນ ພາຍໃນເວລາ ສິບຫ້າວັນ ລັດຖະການ;
- ກໍລະນີ ມີການຕົກລົງບໍ່ແບ່ງຜົນກຳໄລ ຕ້ອງໄດ້ແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ພາຍໃນເວລາ ສິບຫ້າວັນ ລັດຖະການ ນັບແຕ່ວັນທີມີບົດບັນທຶກກອງປະຊຸມ;
- ກໍລະນີ ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ກ່ຽວກັບການບໍ່ເປີດກອງປະຊຸມຜູ້ຖືຮຸ້ນ ຫຼື ບໍ່ແຈ້ງການແບ່ງປັນຜົນກຳໄລ ກ່ອນວັນທີ່ 30 ມິຖຸນາ ຂອງປີຖັດໄປ ເຈົ້າໜ້າທີ່ສ່ວຍສາອາກອນ ສາມາດຄິດໄລ່ໃຫ້ເສຍອາກອນລາຍໄດ້ຈາກເງິນປັນຜົນກຳໄລ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນລາຍໄດ້.
4. ອາກອນກຳໄລ ໃຫ້ມອບເປັນ ສອງຄັ້ງຕໍ່ປີ ເຊິ່ງການມອບອາກອນກຳໄລ ຄັ້ງທີ 1 ແມ່ນບໍ່ໃຫ້ກາຍ ວັນທີ 20 ກໍລະກົດ ຂອງປີ ແລະ ຄັ້ງທີ 2 ບໍ່ໃຫ້ກາຍວັນທີ 20 ມັງກອນ ຂອງປີຖັດໄປ.
ອາກອນກຳໄລທີ່ຕ້ອງໄດ້ມອບທຸກຄັ້ງນັ້ນ ໃຫ້ມອບບົນພື້ນຖານກຳໄລຕົວຈິງ ຕາມການສະຫຼຸບບັນຊີຂອງແຕ່ລະ ຫົກເດືອນ ຫຼື ການຄາດຄະເນໄວ້ໃນແຜນການມອບຂອງປີການບັນຊີ ຫຼື ອາກອນກຳໄລທີ່ມອບຕົວຈິງຂອງປີຜ່ານມາ. ພາຍຫຼັງສະຫຼຸບບັນຊີປະຈຳປີ ແລ້ວ ຕ້ອງໄດ້ເສຍອາກອນກຳໄລປະຈຳປີ ຕາມເອກະສານລາຍງານການເງິນ ເພື່ອໄລ່ລຽງເງິນອາກອນກຳໄລຕົວຈິງຕ້ອງມອບ; ຖ້າເຫັນວ່າອາກອນກໍາໄລຕົວຈິງ ຫາກຫຼາຍກວ່າອາກອນກຳໄລທີ່ມອບແລ້ວ ກໍຕ້ອງໄດ້ມອບຕື່ມ ຫຼື ຫາກໜ້ອຍກວ່າ ກໍຕ້ອງໄດ້ສົ່ງຄືນ ຫຼື ຍົກໄປຫັກຕໍ່ໃນຄັ້ງຖັດໄປ ຕາມການເຫັນດີຂອງຜູ້ມອບອາກອນ;
5.ອາກອນລາຍໄດ້ຂອງຈຸນລະວິສາຫະກິດ ໃຫ້ມອບຕາມທີ່ໄດ້ກຳນົດໄວ້ໃນສັນຍາ ລະຫວ່າງ ຈຸນລະວິສາຫະກິດ ແລະ ຂະແໜ່ງສ່ວຍສາອາກອນ ເປັນເດືອນ,ເປັນງວດ ຫຼື ເປັນປີ;
6.ການມອບອາກອນມູນຄ່າເພີ່ມຂອງບຸກຄົນ ທີ່ໄດ້ຮັບການສະໜອງຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແລະ ອາກອນລາຍໄດ້ປະເພດ ອື່ນ ໃຫ້ມອບພາຍໃນເວລາ ສິບຫ້າວັນ ລັດຖະການ ນັບແຕ່ໄດ້ຈ່າຍລາຍໄດ້ດັ່ງກ່າວເປັນຕົ້ນໄປ.
ສຳລັບກຳນົດເວລາການມອບ ອາກອນ ທີ່ດີນ ແລະ ຊັບສິນ ອາກອນສິ່ງແວດລ້ອມ, ຄ່າທໍານຽມ ແລະ ຄ່າບໍລິການ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
II. ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ
ມາດຕາ 11 ກິດຈະກຳທີຖືກເກັບອາກອນມູນຄ່າເພີ່ມ
ກິດຈະກໍາທີ່ຖືກເກັບອາກອນມູນຄ່າເພີ່ມ ມີ ດັ່ງນີ້:
1. ການນຳເຂົ້າສິນຄ້າ;
2. ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ;
3. ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
4. ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ນອກເຂດເສດຖະກິດພິເສດ ໃນ ສປປ ລາວ ຂອງວິສາຫະກິດທີ່ຈົດທະບຽນສ້າງຕັ້ງຢູ່ໃນເຂດເສດຖະກິດພິເສດ;
5. ການສະໜອງ ສິນຄ້າ ແລະ ການບໍລິການ ຜ່ານລະບົບອີເລັກໂຕຣນິກ.
ມາດຕາ 12 ກິດຈະກຳທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ
ກິດຈະກຳທີ່ຖືກຍົກເວັ້ນອາກອນມູນຄ້າເພີ່ມ ມີ ດັ່ງນີ້:
1. ສຳລັບສິນຄ້ານຳເຂົ້າ:
1.1.ແນວພັນພືດທຸກປະເພດ, ແນວພັນສັດ, ນ້ຳເຊື້ອສັດ, ວັກຊີນກັນພະຍາດ,ອຸປະກອນ ແລະ ນ້ຳຢາ (ໄນໂຕຣເຈນແຫຼວ) ເພື່ອເກັບຮັກສາ ວັກຊີນກັນພະຍາດ ແລະ ນ້ຳເຊື້ອສັດ, ຫົວອາຫານສັດ, ວັດຖຸດິບຮັບໃຊ້ການຜະລິດອາຫານສັດ ແລະ ການຜະລິດວັກຊີນ;
1.2.ວັດຖຸດິບທີ່ນຳເຂົ້າໃນການຜະລິດຝຸ່ນ, ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກຳ, ຝຸ່ນຊີວະພາບ ,ຝຸ່ນວິທະຍາສາດ, ຢາປາບສັດຕູພືດ ທີ່ເປັນອັນຕະລາຍໜ້ອຍ ແລະ ບໍ່ມີພິດກະທັນຫັນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ;
1.3.ວັດຖຸປະກອບ ແລະ ເຄື່ອງກົນຈັກ ຮັບໃຊ້ວຽກງານກະສິກໍາ;
1.4.ວັດຖຸດິບ, ແຮ່ທາດ, ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້ ການຜະລິດ ເພື່ອສົ່ງອອກ
1.5.ວັດຖຸປະກອນ ທີບໍ່ສາມາດ ສະໜອງ ຫຼື ຜະລິດໄດ້ ໃນ ສປປ ລາວ ແລະ ພາຫະກົນຈັກ ເພື່ອເປັນຊັບສົມບັດຄົງທີ່ ແລະ ຮັບໃຊ້ການຜະລິດໂດຍກົງ;
1.6.ເຄມີ ເພື່ອການຄົ້ນຄວ້າ, ທົດລອງ, ການວິໄຈວິທະຍາສາດ ຂອງອົງການຈັດຕັ້ງລັດ;
1.7.ສະແຕັມອາກອນ ຫຼື ສະແຕັມໄປສະນີ;
1.8.ເຮືອບິນ ແລະ ວັດຖຸປະກອນຮັບໃຊ້ການຂົນສົ່ງທາງອາກາດ ທັງພາຍໃນ ແລະ ຕ່າງປະເທດ;
1.9.ນໍ້າມັນເຊື້ອໄຟ ແລະ ນໍ້າມັນອື່ນ ເພື່ອຮັບໃຊ້ໃນການບໍລິການຂົນສົ່ງສາກົນທາງອາກາດ;
1.10.ສິນຄ້າ ເພື່ອນຳໃຊ້ໃນວຽກງານທາງລັດຖະການຂອງສະຖານເອກອັກຄະລັດຖະທູດ ,ອົງການຈັດຕັ້ງສາກົນ ທີ່ປະຈໍາຢູ່ ສປປ ລາວ ຕາມຂໍ້ຕົກລົງສັນຍາສາກົນ ແລະ ຕາມການອະນຸຍາດຂອງກະຊວງທີ່ກ່ຽວຂ້ອງ;
1.11.ປື້ມ ແບບຮຽນ, ແບບສອນ, ອຸປະກອນທີ່ທັນສະໄໝ ເພື່ອຮັບໃຊ້ການຮຽນ ການສອນ, ຮັບໃຊ້ໃນຫ້ອງຄົ້ນຄວ້າ ແລະ ທົດລອງ ທີ່ໄດ້ຮັບອະນຸຍາດຈາກກະຊວງທີ່ກ່ຽວຂ້ອງ;
1.12.ຄໍາແທ່ງ ເພື່ອຄໍ້າປະກັນການພິມທະນະບັດ, ການນໍາເຂົ້າທະນະບັດ ແລະ ການນຳເຂົ້າເຈ້ຍ ຫຼື ໂລຫະ ເພື່ອພິມທະນະບັດ ໂດຍທະນະຄານແຫ່ງ ສປປ ລາວ ຫຼື ຜູ້ໄດ້ຮັບມອບສິດຈາກທະນາຄານແຫ່ງ ສປປ ລາວ;
1.13.ຢາປິ່ນປົວສັດ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງສັດ;
1.14.ຢາພື້ນເມືອງ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງຄົນ, ເລືອດຄົນ,ເຄື່ອງຄໍ້າຊູ,ລໍ້ຮັບໃຊ້ຄົນເຈັນ,ຄົນພິການ ແລະ ຜູ້ສູງອາຍຸ
1.15.ເຄື່ອງມື, ອຸປະກອນການແພດ, ເຄື່ອງວິເຄາະຕ່າງໆ ເພື່ອຮັບໃຊ້ບໍລິການສັງຄົມ ຂອງບັນດາໂຮງໝໍ, ສຸກສາລາ;
1.16.ຍານພາຫະນະຮັບໃຊ້ວຽກງານວິຊາສະເພາະ, ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ເປັນຕົ້ນ ລົດດັບເພີງ, ລົດຮັບສົ່ງຄົນເຈັບ, ລົດສ້ອມແປ່ງ, ລົດຖ່າຍທອດໂທລະພາບ, ວິທະຍຸ ແລະ ລົດວິຊາສະເພາະອື່ນ ຂອງຂະແໜງການລັດ ແລະ ອົງການຈັດຕັ້ງສັງຄົມ;
1.17.ລົດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍົກເວັ້ນລົດຮັບໃຊ້ວຽກງານບໍລິຫານ;
1.18.ເຄື່ອງຮັບໃຊ້ບາງປະເພດ ແລະ ຂອງຂວັນ ຂອງນັກສຶກສາ, ພະນັກງານ-ລັດຖະກອນ, ນັກການທູດ ທີ່ສຳເລັດວຽກງານຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ມີຈຸດປະສົງຍົກຍ້າຍມາ ຢູ່ ສປປ ລາວ ແບບຖາວອນ ຕາມທີໄດ້ກຳນົດໄວ້ໃນກົດໝາຍພາສີ, ຍົກເວັ້ນວັດຖຸສິ່ງຂອງທີ່ໄດ້ຈາກການສືບທອດມູນມໍລະດົກ;
1.19.ສິນຄ້າ ເພື່ອສະໜອງໃຫ້ແກ່ໂຄງການຊ່ວຍເຫຼືອລ້າ ຊຶ່ງໄດ້ກໍານົດໄວ້ ໃນສັນຍາ,ຂໍ້ຜູກພັນ ທີ່ລັດຖະບານເຊັນກັບຕ່າງປະເທດ;
1.20.ການນໍາເຂົ້າພະລັງງານໄຟຟ້າຈາກຕ່າງປະເທດ ເພື່ອມາສະໜອງຢູ່ ສປປ ລາວ
2. ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ:
2.1.ພືດກະສິກຳທີ່ ຍັງບໍ່ໄດ້ຮັບການປຸງແຕ່ງ ຫຼື ຜ່ານການປຸງແຕ່ງຂັ້ນຕົ້ນ ເປັນຕົ້ນ ການຝານ,ການບົດ, ການສິເອົາເປືອກອອກ, ການເອົາເມັດອອກ;
2.2.ສັດທຸກປະເພດມີຊິວິດ ຫຼື ບໍ່ມີຊິວິດ ທັງເປັນໂຕ ຫຼື ເປັນຊິ້ນສ່ວນ ທີ່ຍັງບໍ່ທັນໄດ້ປຸງແຕ່ງ ຫຼື ໄດ້ປຸງແຕ່ງຂັ້ນຕົ້ນ ເພື່ອເຮັດໃຫ້ຢູ່ໃນສະພາບສົດ ຫຼື ບໍ່ໃຫ້ເນົ່າເປື່ອຍ;
2.3.ການບໍ່ລິການ ປູກຕົ້ນໄມ້ໃຫ້ເປັນປ່າ,ຕົ້ນໄມ້ອຸດສາຫະກຳ,ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ເປັນຢາ;
2.4.ແນວພັນພືດທຸກປະເພດ, ແນວພັນສັດ, ຫົວອາຫານສັດ, ວັກຊີນ, ວັດຖຸດິບຮັບໃຊ້ຜະລິດຫົວອາຫານສັດ ແລະ ການຜະລິດວັກຊີນ;
2.5.ວັດຖຸດິບ ທີ່ນໍາໃຊ້ເຂົ້າໃນການຜະລິດຝຸ່ນ ອຸດສາຫະກໍາປຸງແຕ່ງຜະລິດ ຕະພັນກະສິກຳ, ຝຸ່ນຊິວະພາບ, ຝຸ່ນວິທະຍາສາດ, ຢາປາບສັດຕູພືດ ທີ່ເປັນອັນຕະລາຍໜ້ອຍ ແລະ ບໍ່ມີພິດກະທັນຫັນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ;
2.6.ສິນຄ້າໃນເຮືອບິນທີ່ບໍລິການຂົນສົ່ງທາງອາກາດ;
2.7.ວັດຖຸປະກອນ ແລະ ເຄື່ອງກົນຈັກ ຮັບໃຊ້ວຽກກະສິກໍາ;
2.8.ວັດຖຸດິບ, ວັດຖຸປະກອນ ແລະ ຊີ້ນສ່ວນປະກອບ ທີ່ຮັບໃຊ້ໃນການຜະລິດ ເພື່ອສົ່ງອອກ;
2.9.ສະແຕັມອາກອນ ຫຼື ສະແຕັມໄປສະນີ;
2.10.ການຂົນສົ່ງຜ່ານແດນສາກົນ,
2.11.ປື້ມ ແບບຮຽນ, ແບບສອນ, ອຸປະກອນທີ່ ທັນສະໄໝ ເພື່ອຮັບໃຊ້ການຮຽນ, ການສອນ, ຮັບໃຊ້ໃນຫ້ອງຄົ້ນຄວ້າ ແລະ ທົດລອງ ທີ່ໄດ້ຮັບອະນຸຍາດຈາກກະຊວງທີ່ກ່ຽວຂ້ອງ;
2.12.ໜັງສືພິມ, ວາລະສານການເມືອງ ແລະ ການບໍລິການ ລາຍການໂທລະພາບ, ວິທະຍຸກະຈາຍສຽງ ທີ່ເຜີຍແຜ່ແນວທາງ, ນະໂຍບາຍ ແລະ ຮັບໃຊ້ໜ້າທີ່ການເມືອງຂອງລັດ ບໍ່ມີລັກສະນະທຸລະກິດ;
2.13.ການບໍລິການກ່ຽວກັບການສຶກສາ ແລະ ກິລາ ເປັນຕົ້ນ ໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບ,ວິທະຍາໄລ, ວິທະຍາຄານ ແລະ ມະຫາວິທະຍາໄລ, ໂຮງຮຽນສອນກິລາ ແລະ ກາຍຍະກຳ;
2.14.ດອກເບ້ຍເງິນຝາກ, ດອກເບ້ຍເງິນກູ້, ລາຍຮັບຈາກການໂອນເງິນ,ກຳໄລຈາກອັດຕາແລກປ່ຽນ ແລະ ທຸລະກຳທາງດ້ານການເງິນອື່ນ ຈາກການເຄື່ອນໄຫວຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ;
2.15.ຜົນຕອບແທນທີ່ໄດ້ຈາກການລົງທືນໃນຫຼັກຊັບ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ, ການບໍລິການຂອງຕະຫຼາດຫຼັກຊັບ, ການບໍລິການຂອງສູນຮັບຝາກຫຼັກຊັບ, ການບໍລິການສະຖາບັນສື່ກາງດ້ານຫຼັກຊັບ, ທີ່ໃຫ້ບໍລິການໃນຂົງເຂດວຽກງານຫຼັກຊັບ ແລະ ການບໍລິການອື່ນ ໃນຂົງເຂດວຽກງານດ້ານຫຼັກຊັບ;
2.16.ກິດຈະການປະກັນໄພ ສຸຂະພາບ, ຊີວິດ, ສັດລ້ຽງ ແລະ ຕົ້ນໄມ້ປູກ;
2.17.ການບໍລິການ ກວດ,ປິ່ນປົວ ແລະ ວິໄຈ ພະຍາດ ຄົນ ແລະ ສັດ;
2.18.ຢາປິ່ນປົວສັດ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງສັດ;
2.19.ຢາພື້ນເມືອງ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງຄົນ,ເລືອດຄົນ, ເຄື່ອງຄ້ຳຊູ, ລໍ້ຮັບໃຊ້ ຄົນເຈັບ, ຄົນພິການ ແລະ ຜູ້ສູງອາຍຸ;
2.20.ເຄື່ອງມື, ອຸປະກອນການແພດ, ເຄື່ອງວິເຄາະຕ່າງໆ ໃຫ້ແກ່ບັນດາໂຮງໝໍສຸກສາລາ ເພື່ອຮັບໃຊ້ບໍລິການສັງຄົມ;
2.21.ສິນຄ້າ ແລະ ການບໍລິການ ໃຫ້ແກ່ໂຄງການຊ່ວຍເຫຼືອລ້າ ຊຶ່ງໄດ້ກຳນົດໄວ້ໃນສັນຍາ, ຂໍ້ຜູກພັນ ທີລັດຖະບານເຊັນກັບຕ່າງປະເທດ;
2.22.ການສະໜອງພະລັງງານໄຟຟ້າພາຍໃນປະເທດ ໃຫ້ວິສາຫະກິດໄຟຟ້າ;
3. ສຳລັບການສົ່ງອອກ:
3.1.ການສົ່ງອອກແຮ່ທາດໄປ ຕ່າງປະເທດ ແລະ ເຂດເສດຖະກິດພິເສດ;
3.2.ການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດ ແລະ ເຂດເສດຖະກິດ ພິເສດ;
ກະຊວງການເງິນ ປະສານສົມທົບກັບຂະແໜງການທີກ່ຽວຂ້ອງ ກຳນົດບັນຊີລະອຽດກ່ຽວກັບສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ.
ມາດຕາ 15 ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ
ພື້ນຖານການຄິໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:
1. ສໍາລັບສິນຄ້າ ແລະ ການບໍລິການທົ່ວໄປ:
1.1.ລາຄາຊື້ ຂາຍຕົວຈິງຮອດຊາຍແດນ ບວກພາສີຂາເຂົ້າ ບວກອາກອນຊົມໃຊ້ (ຖ້າມີ) ສໍາລັບການນໍາເຂົ້າສິນຄ້າ;
1.2.ມູນຄ່າການສະໜອງ ສິນຄ້າ ແລະ ການບໍລິການ ບວກອາກອນຊົມໃຊ້ (ຖ້າມີ) ແຕ່ບໍ່ລວມອາກອນມູນຄ່າເພີ່ມ ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ພາຍໃນປະເທດ;
1.3.ມູນຄ່າການຊືື້ການບໍລິການຕົວຈິງ ທີ່ບໍ່ລວມອາກອນມູນຄ່າເພີ່ມ ສຳລັບການສະໜອງການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດຕາມກົດໝາຍ ສປປ ລາວ;
1.4.ມູນຄ່າຊື້ສິນຄ້າ ແລະ ການບໍລິການຕົວຈິງ ທີ່ບໍ່ລວມອາກອນມູນຄ່າເພີ່ມ ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ຈາກຜູ້ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
1.5.ລາຄາຊື້ ຂາຍຕົວຈິງຮອດຊາຍແດນ ບວກພາສີຂາເຂົ້າ ບວກອາກອນຊົມໃຊ້ (ຖ້າມີ) ບວກກຳໄລລວມ ສຳລັບຜູ້ນຳເຂົ້າສິນຄ້າເພື່ອຊົມໃຊ້ເອງ;
ມູນຄ່າການສະໜອງ ສິນຄ້າ ແລະ ການບໍລິການ ຕາມຕົວຈິງ ຫຼື ທ້ອງຕະຫຼາດບວກອາກອນຊົມໃຊ້ (ຖ້າມີ) ສຳລັບການຊົມໃຊ້ເອງ, ແລກປ່ຽນ ຫຼື ໃຫ້ລ້າ.
ມູນຄ່າການສະໜອງ ສິນຄ້າ ແລະ ການບໍລິການຕົວຈິງ ບວກອາກອນຊົມໃຊ້ (ຖ້າມີ) ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ຜ່ານລະບົບເອເລັກໂຕຣນິກ.
2. ສຳລັບແຮ່ທາດ:
2.1.ລາຄາຊື້ ຂາຍຕົົົວຈິງຮອດດ່ານຊາຍແດນ ຫຼື ລາຄາທີ່ລັດຖະບານກໍານົດ ບວກພາສີຂາເຂົ້າ ສຳລັບການນຳເຂົ້າ
2.2.ລາຄາຊື້ ຂາຍຕົວຈິງ ຫຼື ລາຄາຕະຫຼາດສາກົນ ຫຼື ລາຄາທີ່ລັດຖະບານກຳນົດ ສຳລັບການສະໜອງ ຫຼື ຊື້ ຂາຍແຮ່ທາດ ຢູ່ພາຍໃນປະເທດ ເຂດເສດຖະກິດພິເສດ, ສົ່ງອອກຕ່າງປະເທດ, ການຊົມໃຊ້ເອງ, ແລກປ່ຽນ ຫຼື ໃຫ້ລ້າ;
3. ສໍາລັບພະລັງງານໄຟຟ້າ:
3.1.ບໍລິມາດຫົວໜ່ວຍພະລັງງານໄຟຟ້າຕາມໝໍ້ນັບໄຟ ທີ່ບັນທຶກໃນແຕ່ລະເດືອນ ຄູນ ໃຫ້ລາຄາຕາມສັນຍາຊື້ ຂາຍ ພາຍໃນ ຫຼື ຕ່າງປະເທດ ສຳລັບຜູ້ຜະລິດພະລັງງານໄຟຟ້າ;
3.2.ລາຄາຄ່າພະລັງງານໄຟຟ້າຕາມຂັ້ນການຊົມໃຊ້ພະລັງງານໄຟຟ້າ ທີ່ລັດຖະບານກຳນົດໃນແຕ່ລະໄລຍະ ຫຼື ຕາມສັນຍາຊື້ ຂາຍພະລັງງານໄຟຟ້າ ສຳລັບວິສາຫະກິດໄຟຟ້າ ແລະ ຜູ້ຊົມໃຊ້;
3.3.ໃນກໍລະນີຜູ້ມອບອາກອນມູນຄ່າເພີ່ມມີລາຍຮັບສໍາຮອງ ກໍໃຫ້ລວມເຂົ້າເປັນພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມອັນດຽວ;
3.4.ຖ້າວ່າລາຍຮັບຈາກການດໍາເນີນທຸລະກິດ ຫາກເປັນເງິນຕາຕ່າງປະເທດກໍໃຫ້ຄິດໄລ່ເປັນເງິບກີບ ຕາມອັດຕາແລກປ່ຽນທາງການຂອງ ສປປ ລາວ ໃນເວລານັ້ນ.
ມາດຕາ 17 ອັດຕາອາກອນມູນຄ່າເພີ່ມ
ອັດຕາອາກອນມູນຄ່າເພີ່ມ ມີ ດັ່ງນີ້:
1.ອັດຕາ ເຈັດສ່ວນຮ້ອຍ (7%):
- ການນຳເຂົ້າສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການທົ່ວໄປທີ່ຖືກເກັບອາກອນມູນຄ່າເພີ່ມຢູ່ໃນ ສປປລາວ
- ນຳເຂົ້າແຮ່ທາດ ແລະ ການສະໜອງແຮ່ທາດຢູ່ພາຍໃນປະເທດ;
- ການນຳໃຊ້ພະລັງງານໄຟຟ້າ ສຳລັບຜູ້ຊົມໃຊ້ໄຟຟ້າທົ່ວໄປ, ຜູ້ຜະລິດ, ຜູ້ຈຳໜ່າຍພະລັງງານໄຟຟ້າ;
2. ອັດຕາ ສູນສ່ວນຮ້ອຍ (0%) ສຳລັບການສົ່ງອອກສິນຄ້າໄປຕ່າງປະເທດ, ໃນກໍລະນີຈຳເປັນ ຕ້ອງໄດ້ປັບປຸງອັດຕາອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມມາດຕາ 94 ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ.
ມາດຕາ 23 ເງື່ອນໄຂຂອງການຫັກອາກອນມູນຄ່າເພີ່ມສົ້ນເຂົົ້າ
ເງື່ອນໄຂຂອງການຫັກອາກອນມູນຄ້າເພີ່ມສົ້ນເຂົ້າ ມີ ດັ່ງນີ້:
1.ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ໂດຍມີການແຈ້ງມອບອາກອນມູນຄ່າເພີ່ມເປັນປົກກະຕິແຕ່ລະເດືອນ, ແຈ້ງມອບຜ່ານລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ (TaxRis), ມອບເງິນຜ່ານລະບົບທະນາຄານ ຫຼື ຄັງເງິນແຫ່ງຊາດ;
2.ການຊື້ ຂາຍສິນຄ້າ ແລະ ການບໍລິການ ຕ້ອງຊໍາລະຜ່ານລະບົບທະນາຄານ ຢູ່ ໃນ ສປປ ລາວ;
3.ເອກະສານຢັ້ງຢືນການຂໍຫັກ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນແມ່ນໃບເກັບເງິນ, ໃບຮັບເງິນ, ໃບແຈ້ງມີ ແລະ ເອກະສານຢັ້ງຢືນອື່ນ;
4.ອາກອນມູນຄ່າເພີ່ມສົ້ນເຂົ້າ ຕ້ອງເລີ່ມຫັກໃນເດືອນທີ່ມີອາກອນມູນຄ່າເພີ່ມສົ້ນເຂົ້າເກີດຂຶ້ນ ຖ້າບໍ່ໝົດພາຍໃນເວລາ ສາມເດືອນ ແມ່ນສາມາດຂໍຄືນເປັນເງິນໄດ້;
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີມີລາຍຮັບທຸລະກິດປະຈຳປີ ບໍ່ເກີນ ສີ່ຮ້ອຍລ້ານກີບ ໃຫ້ຫັກອາກອນມູນຄ່າເພີ່ມ ສົ້ນເຂົ້າແບບກຳນົດ ໂດຍກະຊວງການເງີນ ເປັນຜູ້ວາງອອກ.
ມາດຕາ 24 ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ
ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ ແມ່ນ ອາກອນມູນຄ່າເພີ່ມທີ່ໄດ້ຈ່າຍໃນເວລາທີນຳເຂົ້າສິນຄ້າ, ຊື້ສິນຄ້າ ແລະ ການບໍລິການ ຕາມແຕ່ລະກໍລະນີ ດັ່ງນີ້:
1.ອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ຕິດພັນກັບການສະໜອງ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ;
2.ອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ໄດ້ຮັບການຫັກ ຫຼື ສົ່ງຄືນ ຫຼື ລົງເປັນລາຍຈ່າຍແລ້ວ;
3.ອາກອນມູນຄ່າເພີ່ມສົ້ນເຂົ້າ ຈາກການປະຕິບັດບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ ລົງວັນທີ 20 ມິຖຸນາ 2018 ແລະ ມາດຕາ 23 ຂອງກົດໝາຍສະບັບນີ້;
4.ອາກອນມູນຄ່າເພີ່ມສົ້ນເຂົ້າຈາກ ແຮ່ທາດ ແລະ ພະລັງງານໄຟຟ້າ ແຕ່ອະນຸຍາດໃຫ້ລົງເປັນລາຍຈ່າຍ ແລະ ຕົ້ນທຶນຊັບສົມບັດຄົງທີ;
5. ອາກອນມູນຄ່າເພີ່ມສົ້ນເຂົ້າຂອງ ສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ນໍາໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ ຊຶ່ງຕິດພັນກັບລາຍຈ່າຍຂອງຜູ້ມອບອາກອນມູນຄ່າເພີ່ມ ມີ ດັ່ງນີ້:
- ລາຍຈ່າຍທີ່ຕິດພັນກັບ ການຊື້ສິນຄ້າ ແລະ ການບໍລິການ ທີ່ບໍ່ເປັນການດຳເນີນທຸລະກິດໂດຍກົງ ເປັນຕົ້ນ ການຈັດງານລ້ຽງ, ງານສ້າງສັນ, ງານປະເພນີ, ສາສະໜາ, ສິ່ງຫຼູຫຼາ, ຟູມເຟືືອຍ, ການພັກຜ່ອນ, ການເຕັ້ນລຳ ຫຼື ບັນເທິງ, ການຕີກ໊ອຟ ແລະກິລາອື່ນ, ຂອງຂວັນ, ລາງວັນ;
- ລາຍຈ່າຍຂອງທຸລະກິດ ທີ່ບໍ່ມີເອກະສານຢັ້ງຢືນ ຫຼື ມີເອກະສານຢັ້ງຢືນ ແຕ່ບໍ່ຖືກຕ້ອງ ແລະ ບໍ່ຄົບຖັວນ;
- ລາຍຈ່າຍທີ່ຕິດພັນກັບຊັບສົມບັດຄົງທີ່ ທີ່ບໍ່ໄດ້ຈົດ ຫຼື ໄດ້ຈົດເປັນຊັບສິນຂອງວິສະຫະກິດແຕ່ບໍ່ໄດ້ນຳໃຊ້ເຂົ້າໃນການດຳເນີນທຸລະກິດທັງໝົດ ຫຼື ບາງສ່ວນເຊັ່ນເອົາ ໃຫ້ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຜູ້ຈັດການ ຫຼື ພະນັກງານ ນຳໃຊ້ສ່ວນຕົວ ຫຼື ມີເກີນຄວາມຕ້ອງການໃນການດຳເນີນທຸລະກິດ;
- ລາຍຈ່າຍທີ່ຕິດພັນກັບ ໄຟຟ້າ, ນໍ້າປະປາ, ນ້ຳມັນເຊື້ອໄຟ, ອາຍແກັດ ສະເພາະອັດຕາສ່ວນທີ່ບໍ່ໄດ້ນຳໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ;
- ລາຍຈ່າຍທີ່ຕິດພັນກັບ ຄອມພິວເຕີ, ໂນດບຸກ, ແທັບເລັດ, ໂທລະສັັບມືຖືທີ່ບໍ່ຈົດເປັນຊັບສິນຂອງຜູ້ມອບອາກອນມູນຄ່າເພີ່ມ;
- ສິນຄ້າ ທີ່ນຳໃຊ້ສ່ວນຕົວ ເຊັ່ນ: ຢາສູບ, ເຄື່ອງດື່ມທີ່ມີທາດເຫຼົ້າ, ອາຫານ ແລະ ເຄື່ອງດື່ມທຸກຊະນິດ ແລະ ຜະລິດຕະພັນອື່ນ
- .ອາການມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ໝົດໃນທ້າຍປີ ຂອງການປະຕິບັດອາກອນມູນຄ່າເພີ່ມໃນອັດຕາ ສິບສ່ວນຮ້ອຍ (10%) ຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ແມ່ນບໍ່ອະນຸຍາດໃຫ້ຫັກແຕ່ໃຫ້ລົງເປັນລາຍຈ່າຍດ້ານສ່ວຍສາອາກອນ ຂອງປີການບັນຊີປີນັ້ນ.
ມາດຕາ 29 ອາກອນມູນຄ່າເພີ່ມທີ່ບໍ່ອະນຸຍາດໃຫ້ສົ່ງຄືນ
ອາກອນມູນຄ່າເພີ່ມທີ່ບໍ່ອະນຸຍາດໃຫ້ສົ່ງຄືນ ມີ ດັ່ງນີ້:
1. ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ24ຂອງກົດຫມາຍສະບັບນີ້;
2. ອາກອນມູນຄ່າເພີ່ມທີ່ໃຫ້ຫັກ ຫຼື ສົ່ງຄືນ ແຕ່ປະຕິບັດເງື່ອນໄຂບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 27 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
3. ອາກອນມູນຄ່າເພີ່່ມສົ້ນເຂົ້າທີ່ຫັກບໍ່ໝົດໃນສາມເດືອນທ້າຍປີ ຂອງການປະຕິບັດອາກອນມູນຄ່າເພີ່ມໃນອັດຕາ ສິບສ່ວນຮ້ອຍ (10%) ຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ແມ່ນບໍ່ອະນຸຍາດໃຫ້ສົ່ງຄືນ ແຕ່ໃຫ້ລົງເປັນລາຍຈ່າຍດ້ານສ່ວຍສາອາກອນ ຂອງປີການບັນຊີປີນັ້ນ.
ມາດຕາ 30 ການແຈ້ງອາກອນມູນຄ່າເພີ່ມ
ການແຈ້ງອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:
1.ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມ ຕ້ອງແຈ້ງອາກອນມູນຄ່າເພີ່ມບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ຕໍ່ລັດຖະການສ່ວຍສາອາກອນບ່ອນຕົນຂື້ນກັບ;
2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າສິນຄ້າຕ້ອງແຈ້ງອາກອນມູນຄ່າເພີ່ມໃນເວລາມີການຳເຂົ້າສິນຄ້າພ້ອມກັນກັບການແຈ້ງເສຍພາສີຂາເຂົ້າຢູ່ດ່ານບ່ອນນໍາເຂົ້າ.
ລະບຽບການ, ຂັ້ນຕອນ, ແບບພີມໃບແຈ້ງ ແລະ ແບບພິມຕາຕະລາງລາຍງານ ການນຳໃຊ້ໃບເກັບເງິນ ລວມທັງການແຈ້ງຜ່ານລະບົບເອເລັກໂຕຮນິກໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 31 ການມອບອາກອນມູນຄ່າເພີ່ມ
ການມອບອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:
1. ຜູ້ນຳເຂົ້າສິນຄ້າ ໃຫ້ມອບຢູ່ດ່ານບ່ອນນຳເຂົ້າສິນຄ້າ ຫຼື ຄັງເງິນແຫ່ງຊາດ ຫຼືຢູ່ທະນາຄານທີ່ມີບັນຊີຄັງເງິນແຫ່ງຊາດ ຫຼື ໃຫ້ມອບໃນເວລາມີການສະໜອງສິນຄ້າຢູ່ພາຍໃນ ຕາມເງື່ອນໄຂທີ່ລັດຖະບານກຳນົດ;
2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ໃຫ້ມອບເປັນແຕ່ລະເດືອນ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ຢູ່ຄັງເງິນແຫ່ງຊາດ ຫຼື ຢູ່ທະນາຄານ ທີ່ມີບັນຊີຂອງຄັງເງິນແຫ່ງຊາດ;
3. ຜູ້ຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ຫຼື ຜູ້ຊື້ບໍລິການ ຈາກຜູ້ມີພູມລຳເນົາບໍ່ໄດ້ຈົດທະບຽນ ສ້າງຕັ້ງວິສະຫະກິດ ຕາມກົດໝາຍຂອງ ສປປ ລາວ ໃຫ້ປະຕິບັດ ດັ່ງນີ້:
3.1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ໃຫ້ມອບບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ພ້ອມກັບການແຈ້ງມອບໃນແຕ່ລະເດືອນ;
3.2. ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ໃຫ້ມອບພາຍໃນເວລາ15 ວັນ ນັບແຕ່ວັນຊຳລະເງິນໃຫ້ຜູ້ສະໜອງດັ່ງກ່າວ ເປັນຕົ້ນໄປ.
ມາດຕາ 34 ການເຂົ້າໃນລະບົບອາກອນມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂື້ນທະບຽນວິສາຫະກິດ ຮັບອະນຸຍາດລົງທຶນຈາກຂະແໜງການກ່ຽວຂ້ອງ ແລະ ໄດ້ຮັບເລກປະຈຳຕົວຜູ້ເສຍອາກອນ ຕ້ອງໄດ້ເຂົ້າໃນລະບົບອາກອນມູນຄ່າເພີ່ມ ຍົກເວັ້ນຈຸນລະວິສາຫະກິດ.
ສຳລັບຈຸນລະວິສາຫະກິດ ທີ່ມີຄວາມສະໝັກໃຈກໍສາມາດເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້.
ມາດຕາ 60 ມາດຕະການຕໍ່ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບ ອາກອນ ມູນຄ່າເພີ່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນມູນຄ່າເພີ່ມຈະຖືກປະຕິບັດມາດຕະການ ຕາມແຕ່ລະກໍລະນີ ດັ່ງນີ້:
ກ.ມາດຕະການສຶກສາອົບຮົມ:
1.ກ່າວເຕືອນເປັນລາຍລັກອັກສອນ ສຳລັບການບໍ່ປະກອບເລກປະຈຳຕົວຜູ້ເສຍອາກອນໃສ່ໃນການແຈ້ງມອບອາກອນມູນຄ່າເພີ່ມ;
2.ກ່າວເຕືອນເປັນລາຍລັກອັກສອນ ສຳລັບການບໍ່ແຈ້ງການປ່ຽນແປງຂໍ້ມູນ ຕ່າງໆ ເຊັ່ນ: ເລກໂທລະສັບ, ທີ່ຕັ້ງວິສາຫະກິດ ແລະ ອື່ນໆ ໃສ່ໃນການແຈ້ງມອບອາກອນມູນຄ່າເພີ່ມ;
3. ກ່າວເຕືອນເປັນລາຍລັກອັກສອນ ສຳລັບບໍ່ສະໜອງເອກະສານການບັນຊີ ຫຼືສະໜອງເອກະສານການບັນຊີທີ່ບໍ່ຖືກຕ້ອງ ແລະ/ຫຼື ບໍ່ຄົບຖ້ວນ, ໃຫ້ຂໍ້ມູນບໍ່ຊັດເຈນ ແລະ/ຫຼື ບໍ່ຖືກຕ້ອງ;
4. ກ່າວເຕືອນເປັນລາຍລັກອັັກສອນ ສຳລັບບໍ່ໃຫ້ຄວາມຮ່ວມມື ຫຼື ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ.
ຂ. ມາດຕະການປັບໃໝ:
1. ປັບໃໝ 500.000 ກີບ ຕໍ່ເດືອນ ສຳລັບການແຈ້ງມອບອາກອນມູນຄ່າເພີ່ມຊັກຊ້າ;
2. ປັບໃໝ 100.000 ກີບ ຕໍ່ຄັ້ງ ສຳລັບການບໍ່ປະກອບເລກປະຈຳຕົວຜູ້ເສຍອາກອນໃສ່ໃນການແຈ້ງມອບອາກອນມູນຄ່າເພີ່ມ ພາຍຫຼັງຖືກກ່າວເຕືຶອນ;
3. ປັບໃໝ 3.000.000 ກີບ ຕໍ່ຄັ້ງ ສຳລັບການບໍ່ເເຈ້ງການປ່ຽນແປງຂໍ້ມູນ ຕ່າງໆ ເຊັ່ນ: ເລກໂທລະສັບ, ທີ່ຕັ້ງວິສາຫະກິດ ແລະ ອື່ນໆ ໃສ່ໃນການແຈ້ງມອບອາກອນມູນຄ່າເພີ່ມ ພາຍຫຼັງຖືກກ່າວເຕືອນ;
4. ປັບໃໝ ສູນຈຸດໜຶ່ງສ່ວນຮ້ອຍ (0,1%) ຕໍ່ວັນ ຂອງຈຳນວນອາກອນມູນຄ່າເພີ່ມທີ່ຍັງຄ້າງມອບ ສຳລັບການບໍ່ມອບອາກອນມູນຄ່າເພີ່ມທີ່ຕ້ອງມອບຢູ່ໃນການແຈ້ງມອບອາກອນມູນຄ່າເພີ່ມ;
5.ປັບໃໝຕາມລະບຽບການດ້ານບັນຊີສຳລັບການບໍ່ປະຕິບັດຕາມມາດຕະຖານການບັນຊີ;
6.ປະຕິບັດມາດຕະການ ຕາມລະບຽບການກ່ຽວກັບໃບເກັບເງິນ ສຳລັບການບໍ່ນຳໃຊ້ໃບເກັບເງິນ ຫຼື ນຳໃຊ້ໃບເກັບເງິນບໍ່ຖືກຕ້ອງ ຫຼື ຂຽນເນື້ອໃນໃສ່ໃບເກັບເງິນບໍ່ຖືກຕ້ອງຄົບຖ້ວນ;
7. ປັບໃໝ 1.500.000 ກີບ ຕໍ່ເດືອນ ສຳລັບການບໍ່ແຈ້ງມອບອາກອນມູນຄ່າເພີ່ມ;
8.ປັບໃໝ ຫ້າສິບສ່ວນຮ້ອຍ (50%) ຂອງຈຳນວນອາກອນມູນຄ່າເພີ່ມ ທີ່ເຮັດໃຫ້ລັດເກີດຄວາມເສຍຫາຍ ທີ່ເກີດຈາກການບໍ່ເເຈ້ງ ຫຼື ແຈ້ງມອບບໍ່ຖືກຕ້ອງກັບຄວາມເປັນຈິງ ເຊັ່ນ ບໍ່ແຈ້ງກ່ຽວກັບການສະໜອງສິນຄ້າ ແລະ ການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ ຫຼື ແຈ້ງຕ່ຳກວ່າຄວາມເປັນຈິງ, ຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ບໍ່ອະນຸຍາດໃຫ້ຫັກ ຫຼື ຫັກຫຼາຍເກີນຄວາມເປັນຈິງ, ຍົກຍອດອາກອນມູນຄ່າເພີ່ມ ມາຫັກຕໍ່ສູງກວ່າຄວາມຈິງ, ແຈ້ງກ່ຽວກັບການມອບລ່ວງໜ້າ ຫຼື ການມອບເກີນກົດໝາຍກຳນົດ ທີ່ບໍ່ມີຄວາມຈິງ, ບໍ່ແຈ້ງກ່ຽວກັບອາກອນມູນຄ່າເພີ່ມທີ່ຄິດໄລ່ໄວ້ ຫຼື ແຈ້ງຕໍ່າກວ່າກົດໝາຍກໍານົດ;
9. ປັບໃໝ 1.000.000 ກີບ ຕໍ່ການເລັ່ງທວງໜຶ່ງຄັ້ງ ສຳລັບການບໍ່ສະໜອງ ເອກະສານການບັນຊີ ຫຼື ສະໜອງເອກະສານການບັນຊີທີ່ບໍ່ຖືກຕ້ອງ ແລະ/ຫຼື ບໍ່ຄົບຖ້ວນໃຫ້ຂໍ້ມູນບໍ່ຊັດເຈນ ແລະ/ຫຼື ບໍ່ຖືກຕ້ອງ ພາຍຫຼັງຖືກກ່າວເຕືອນ;
10. ປັບໃໝ 1.000.000 ກີບ ຕໍ່ການລະເມີດໜຶ່ງຄັ້ງ ສຳລັບການບໍ່ໃຫ້ຄວາມຮ່ວມມື ຫຼື ຂັດຂວາງ ການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ ພາຍຫຼັງຖືກກ່າວເຕືອນ.
ໃນກໍລະນີຜູ້ລະເມີດ ຫາກບໍ່ປະຕິບັດຕາມການປັບໃໝ ຕາມຂໍ້ 1,2,3,6,7,9 ແລະ 10 ຂອງມາດຕານີ້ ທີ່ໄດ້ມີການເລັ່ງທວງຕາມກົດຫມາຍ ໃຫ້ຂະແໜງສ່ວຍສາອາກອນອອກຄຳສັ່ງອາຍັດເງິນໃນບັນຊີເງິນຝາກຢູ່ທະນາຄານທຸລະກິດ ແລະ/ຫຼື ສະຖາບັນການເງິນ ທີ່ກ່ຽວຂ້ອງ ຕັ້ງຢູ່ ສປປ ລາວ ພ້ອມທັງແຈ້ງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງດັ່ງກ່າວຊຳລະຄ່າປັບໃໝ ພາຍໃນກຳນົດເວລາ ຫ້າວັນ ລັດຖະກນ ນັບແຕ່ວັນໄດ້ຮັບແຈ້ງການເປັນຕົ້ນໄປ. ໃນກໍລະນີບໍ່ປະຕິບັດຕາມກຳນົດເວລາດັ່ງກ່າວ ໃຫ້ຂະແໜງສ່ວຍສາອາກອນສະເໜີທະນາຄານທຸລະກິດ ຫຼື ສະຖາບັນການເງິນທີ່ກ່ຽວຂ້ອງ ດຳເນີນການຫັກເງິນໃນບັນຊີເງິນຝາກ ຕາມຈຳນວນເງິນປັບໃໝດັ່ງກ່າວ.
ມາດຕາ 61 ມາດຕະການຕໍ່ຜູ້ມີອາກອນມູນຄ່າເພີ່ມຄ້າງມອບ
ຜູ້ມີອາກອນມູນຄ່າເພີ່ມຄ້າງມອບ ຕາມມາດຕາ 60 ຂໍ້ 4 ແລະ ຂໍ້ 8 ຂອງ ຂໍ້ ຂ ກົດໝາຍສະບັບນີ້ ຈະຖືກປະຕິບັດຕາມມາດຕະການ ດັ່ງນີ້:
1.ປັບໃໝ ສາມສິບສ່ວນຮ້ອຍ (30%) ຂອງຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບ ສຳລັບການເລັ່ງທວງຄັ້ງທີໜຶ່ງ;
2. ປັບໃໝ ຫົກສິບສ່ວນຮ້ອຍ (60%) ຂອງຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບ ສຳລັບການເລັ່ງທວງຄັ້ງທີສອງ;
3. ປັບໃໝ ຮ້ອຍສ່ວນຮ້ອຍ (100%) ຂອງຈຳນວນອາກອນມູນຄ່າເພີ່ມ ທີ່ຕ້ອງມອບ ສຳລັບການເລັ່ງທວງຄືນຄັ້ງທີ ສາມ;
ໃນກໍລະນີຜູ້ມີອາກອນມູນຄ່າເພີ່ມຄ້າງມອບ ທີ່ລວມມີຄ່າປັບໃໝ ຫາກບໍ່ປະຕິບັດຕາມມາດຕະການດັ່ງກ່າວເທິງນີ້ ຈະຖືກນຳໃຊ້ມາດຕະການຕາມທີ່ໄດ້ກຳນົດໄວ້ໃນມາດຕາ 60 ວັກທີ່ສອງ ຂອງກົດໝາຍສະບັບນີ້ ແລະ/ຫຼື ສະເໜີຂະແໜງການທີ່ກ່ຽວຂ້ອງ ພິຈາລະນາໂຈະການດຳເນີນທຸລະກິດ, ຖອນທະບຽນວິສາຫະກິດ ຖອນໃບອະນຸຍາດລົງທຶນ, ໃນໃບອະນຸຍາດອື່ນທີ່ກ່ຽວຂ້ອງ ຫຼື ຈະຖືກລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.
ກຳນົດເວລາຂອງການເລັ່ງທວງແຕ່ລະຄັ້ງ ແມ່ນ ສິບຫ້າວັນ ນັບແຕ່ວັນອອກໃບເລັ່ງທວງ ແລະ ສົ່ງມອບໃຫ້ອາກອນມູນຄ່າເພີ່ມ ທີ່ຍັງຄ້າງມອບອາກອນມູນຄ່າເພີ່ມ ເປັນຕົ້ນໄປ.
III. ກົດໝາຍວ່າດ້ວຍອາກອນລາຍໄດ້
ມາດຕາ14 ພື້ນຖານຄິດໄລ່ອາກອນກຳໄລ
ພື້ນຖານການຄິດໄລ່ອາກອນກຳໄລ ມີ ດັ່ງນີ້:
1. ສຳລັບຜູ້ດຳເນີນທຸລະກິດ ທີ່ຖືບັນຊີຖືກຕ້ອງຕາມມາດຕະຖານການລາຍງານການເງິນ ກຳໄລດ້ານສ່ວຍສາອາກອນ ໃຫ້ຄິດໄລ່ ຕາມກໍລະນີ ດັ່ງນີ້:
- ສ່ວນຜິດດ່ຽງ ລະຫວ່າງ ລາຍຮັບທຸລະກິດປະຈຳປີ ລົບໃຫ້ລາຍຈ່າຍປະຈຳປີ ທີ່ອະນຸຍາດໃຫ້ເປັນລາຍຈ່າຍທາງດ້ານສ່ວຍສາອາກອນ;
- ກຳໄລດ້ານການບັນຊີ ບວກລາຍການທີ່ບໍ່ອະນຸຍາດໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້.
2. ສຳລັບຜູ້ດຳເນີນທຸລະກິດ ຖືບັນຊີບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ແລະ ຜູ້ບໍ່ມີພູມລຳເນົາທີ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແມ່ນ ກຳໄລລວມແບບບັງຄັບ.
ກໍາໄລລວມແບບບັງຄັບ ແມ່ນ ລາຍຮັບທຸລະກິດປະຈໍາປີ ຄູນກັບ ອັດຕາສ່ວນກຳໄລລວມແບບບັງຄັບ.
ອັດຕາສ່ວນກຳໄລລວມແບບບັງຄັບ ຂອງແຕ່ລະກິດຈະການ ມີ ດັ່ງນີ້:
ກ. ເຈັດສ່ວນຮ້ອຍ (7%) ສຳລັບການຜະລິດດ້ານກະສິກຳການຄ້າ ແລະ ຫັດຖະກໍາ;
ຂ. ສິບສ່ວນຮ້ອຍ (10%) ສຳລັບການຜະລິດດ້ານອຸດສະຫະກຳ ແລະ ອຸດສະຫະກຳປຸງແຕ່ງອື່ນ;
ຄ. ສິບຫ້າສ່ວນຮ້ອຍ (15%) ສຳລັບການຄ້າ ແລະ ກາບໍລິການ.
ງ. ສາມສິບສ່ວນຮ້ອຍ (30%) ສຳລັບກິດຈະການ ພະລັງງານໄຟຟ້າ ແລະ ແຮ່ທາດ.
ສຳລັບທຸລະກິດທີ່ດຳເນີນຫຼາຍກິດຈະການ ທີ່ບໍ່ສາມາດແຍກລາຍຮັບເປັນແຕ່ລະປະເພດກິດຈະການໄດ້ໃຫ້ນຳໃຊ້ອັດຕາສ່ວນກຳໄລລວມແບບບັງຄັບຂອງກິດຈະການຕົ້ນຕໍ.
ຜູ້ດຳເນີນທຸລະກິດ ທີ່ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ທີ່ຖືບັນຊີບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ສາມາດນຳໃຊ້ອັດຕາສ່ວນກຳໄລລວມແບບບັງຄັບໄດ້ພຽງ 1 ປີ ຫຼັງຈາກນັ້ນໃຫ້ປະຕິບັດການຖືບັນຊີໃຫ້ຖືກຕ້ອງຕາມມາດຕະຖານການລາຍງານການເງິນ, ຖ້າບໍ່ປະຕິບັດການຖືບັນຊີ ໃຫ້ນຳໃຊ້ມາດຕະການຕາມທີ່ໄດ້ກຳນົດໄວ້ໃນມາດຕາ 72 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ່ 67/ສພຊ, ລົງວັນທີ 18 ມິຖນາ 2019 ແລະມາດຕາ 73 ຂອງກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ .
ສຳລັບວິທີກຳນົດພື້ນຖານຄິດໄລ່ອາກອນກຳໄລແບບບັງຄັບ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 16 ອັດຕາອາກອນກຳໄລ ເພີ່ມ ຫຼື ຫຼຸດ
1. ອັດຕາອາກອນກຳໄລເພີ່ມ
- ອັດຕາ ຊາວສອງສ່ວນຮ້ອຍ (22%) ສຳລັບວິສະຫະກິດທີ່ຜະລິດ, ນຳເຂົ້າ ແລະ ຂາຍຜະລິດ ຕະພັນຢາສູບ ເຊິ່ງໃນນີ້ ສອງສ່ວນຮ້ອຍ(2%) ຕ້ອງໄດ້ມອບເຂົ້າກອງທືນຄວບຄຸມຢາສູບ ຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ;
2. ອັດຕາອາກອນກໍາໄລຫຼຸດ
- ອັດຕາ ສູນຈຸດໜື່ງສ່ວນຮ້ອຍ (0,1%) ສໍາລັບຈຸນວິສາຫະກິດ ທີ່ໄດ້ຂື້ນທະບຽນວິສາຫະກິດ ຢ່າງຖືກຕ້ອງຕາມກົດໝາຍ ຊື່ງໄດ້ສະໝັກໃຈເຂົ້າໃນລະບົບອາກອນມູນຄ່າເພີ່ມ;
- ອັດຕາ ສາມສ່ວນຮ້ອຍ (3%) ໄລຍະເວລາ 3 ປີ ສຳລັບວິສະຫະກິດຂະໜາດນ້ອຍ ທີ່ສ້າງຕັ້ງຂື້ນໃໝ່ ຢ່າງຖືກຕ້ອງຕາມກົດໝາຍ ຊື່ງເຂົ້າໃນລະບົບອາກອນມູນຄ່າເພີ່ມ;
- ອັດຕາ ຫ້າສ່ວນຮ້ອຍ (5%) ໄລຍະເວລາ 3 ປີ ສຳລັບວິສະຫະກິດຂະຫນາດກາງ ທີ່ສ້າງຕັ້ງຂື້ນໃໝ່ ຢ່າງຖືກຕ້ອງຕາມກົດໝາຍ ເຊິ່ງເຂົ້າໃນລະບົບອາກອນມູນຄ່າເພີ່ມ;
- ອັດຕາ ຫ້າສ່ວນຮ້ອຍ (5%) ສຳລັບການດຳເນີນທຸລະກິດ ທີ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນ ໂຮງຮຽນ, ສູນຝຶກອົບຮົມ, ການຄົ້ນຄວ້ານະວັດຕະກຳ ແລະ ກິດຈະການສຶກສາອື່ນ ແລະ ການດຳເນີນທຸລະກິດທີ່ຕິດພັນກັບ ການສ້າງໂຮງໝໍທັນສະໄໝ, ໂຮງງານຜະລິດຢາ ແລະ ອຸປະກອນທາງການແພດ, ການຜະລິດ ແລະ ການປິ່ນປົວດ້ວຍຢາພື້ນເມືອງ ພາຍຫຼັງສິ້ນສຸດໄລຍະຍົກເວັ້ນອາກອນກຳໄລ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ;
- ອັດຕາ ເຈັດສ່ວນຮ້ອຍ (7%) ສຳລັບການດຳເນີນທຸລະກິດ ທີ່ນຳໃຊ້ເຕັກໂນໂລຊີທີ່ໄດ້ຈາກນະວັດຕະກຳ, ເປັນມິດຕໍ່ສິ່ງແວດລ້ອມ, ປະຢັດຊັບພະຍາກອນທຳມະຊາດ ແລະ ພະລັງງານສະອາດເຂົ້າການຜະລິດ ພາຍຫຼັງສິ້ນສຸດໄລຍະຍົກເວັ້ນອາກອນກຳໄລ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ;
- ອັດຕາ ສິບສາມສ່ວນຮ້ອຍ (13%) ສຳລັບບໍລິສັດທີ່ຈະຈົດທະບຽນໃນຕະຫຼາດຫຼັກຊັບ ເປັນໄລຍະເວລາ ສີ່ປີ ນັບແຕ່ວັນຈົດທະບຽນເປັນຕົ້ນໄປ. ຫຼັງຈາກນັ້ນໃຫ້ປະຕິບັດຕາມອັດຕາອາກອນກຳໄລ ຊາວສ່ວນຮ້ອຍ (20%) ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019.
ສຳລັບວິສາຫະຫະກິດ ທີ່ຖືບັນຊີບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ແລະ ຜູ້ບໍ່ມີພູມລຳເນົາ ທີ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ນຳໃຊ້ອັດຕາອາກອນກຳໄລ ຕາມທີ່ໄດກຳນົດໄວ້ໃນມາດຕາ 15 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ແລະ ອັດຕາອາກອນກຳໄລ ເພີ່ມ ຫຼື ຫຼຸດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
ມາດຕາທີ 18 ລາຍການທີ່ບໍ່ອະນຸຍາດໃຫ້ເປັນລາຍຈ່າຍສ່ວຍສາອາກອນ
ລາຍການທີ່ບໍ່ອະນຸຍາດ ໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ ມີ ດັ່ງນີ້:
1.ອາກອນກຳໄລ;
2.ອາກອນມູນຄ່າເພີ່ມສົ້ນເຂົ້າ ຂອງຊັບສົມບັດຄົງທີ່ ທີ່ນຳໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ;
3. ຄ່າຫຼຸ້ຍຫ້ຽນທີ່ຫັກຕາມອັດຕາ ຫຼື ອາຍຸ ການນຳໃຊ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 19 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019;
4. ໜີ້ຕ້ອງຮັບເກັບຄືນບໍ່ໄດ້ ທີ່ບໍ່ມີຫຼັກຖານ ຫຼື ບໍ່ມີເອກະສານຢັ້ງຢືນ ຈາກຂະແໜງການ, ບຸກຄົນ, ນິຕິບຸກຄົນ ທີ່ກ່ຽວຂ້ອງ;
5. ຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ ທີ່ບໍ່ໄດ້ຈົດເຂົ້າເປັນຊັບສິນຂອງວິສາຫະກິດ;
6. ເງິນເດືອນຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນ ຫຼື ເງິນເດືອນ ທີ່ວິສາຫະກິດຮຸ້ນສ່ວນ ຈ່າຍໃຫ້ແກ່ຂາຮຸ້ນຂອງຕົນ ທີ່ບໍ່ມີຕຳແໜ່ງງານ ບໍ່ໄດ້ເຮັດວຽກໃນວິສາຫະກິດຮຸ້ນສ່ວນ;
7. ລາຍຈ່າຍທີ່ບໍ່ຕິດພັນກັບການດຳເນີນທຸລະກິດ ເຊັ່ນ ການຕີກ໊ອບຟ, ການບັນເທິງ, ຂອງຂວັນ, ລາງວັນ;
8. ລາຍຈ່າຍສ່ວນຕົວຂອງເຈົ້າຂອງວິສາຫະກິດ ຫຼື ຂາຮຸ້ນ;
9. ລາຍຈ່າຍທີ່ບໍ່ມີໃບເກັບເງິນ ຕາມຮູບແບບທີ່ກະຊວງການເງິນກຳນົດ ຫຼື ບໍ່ມີເອກະສານຢັ້ງຢືນ ຫຼື ມີເອກະສານຢັ້ງຢືນ ແຕ່ບໍ່ຖືກຕ້ອງ;
10. ລາຍຈ່າຍທີ່ມີໃບເກັບເງິນ ຫຼື ເອກະສານຢັ້ງຢືນທີ່ຖືກຕ້ອງ ແຕ່ບໍ່ໄດ້ປະກອບຂໍ້ມູນເຂົ້າໃສ່ໃບແຈ້ງອາກອນມູນຄ່າເພີ່ມໃນແຕ່ລະເດືອນ;
11. ລາຍຈ່າຍທີ່ສູງກວ່າລາຄາຕະຫຼາດ, ມີປະລິມານຫຼາຍ ແລະ ມູນຄ່າສູງ ທີ່ບໍ່ສົມເຫດສົມຜົນ;
12. ເງິນແຮທຸກປະເພດທີ່ບໍ່ໄດ້ໃຊ້ຕົວຈິງ, ຍົກເວັ້ນທະນາຄານ ແລະ ສະຖາບັນການເງິນອື່ນ;
13. ການຫັກຄ່າສູນເສຍມູນຄ່າຊັບສິນ (ຄ່າສູນເສຍມູນຄ່າຊັບສົມບັດຄົງທີ່, ເຄື່ອງໃນສາງ, ໜີ້ທວງຍາກ ແລະ ອື່ນໆ);
14.ດອກເບ້ຍເງິນກູ້ຢືມ ຊຶ່ງຂາຮຸ້ນ ຫຼື ຜູ້ຖືຮຸ້ນ ກູ້ຢືມມາເພື່ອປະກອບທຶນ;
15. ການຂາດທຶນຈາກການປະເມີນຄ່າຊັບສິນ ແລະ ໜີ້ສິນ ໃນວັນປິດບັນຊີ;
16. ລາຍຈ່າຍອາກອນເຍື້ອນຊຳລະ;
17. ຄ່າປັບໃໝທຸກປະເພດ
18. ການຂາດທຶນອັດຕາແລກປ່ຽນ ທີ່ເກີດຈາກການປະເມີນມູນຄ່າຊັບສິນ ແລະ ໜີ້ສິນ ທີ່ເປັນເງິນຕາຕ່າງປະເທດ ໃນວັນປິດບັນຊີທ້າຍງວດ ຫຼື ປີ.
ສຳລັບລາຍຈ່າຍທີ່ອະນຸຍາດໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ ຂອງກິດຈະການພະລັງງານໄຟຟ້າ ແລະ ແຮ່ທາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 73 ມາດຕະການປັບໃໝ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຫຼື ມີລາຍໄດ້ ຢູ່ ສປປ ລາວ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນລາຍໄດ້ ຈະຖືກປັບໃໝ ຕາມແຕ່ລະກໍລະນີ ດັ່ງນີ້:
1.ປັບໃໝ 100.000 ກີບ ຕໍ່ຄັ້ງ ສຳລັບການບໍ່ປະກອບເລກປະຈຳຕົວຜູ້ເສຍອາກອນ ໃສ່ໃນການແຈ້ງມອບອາກອນລາຍໄດ້ ພາຍຫຼັງທີ່ມີການກ່າວເຕືອນຢ່າງເປັນລາຍລັກອັກສອນແລ້ວ;
2.ປັບໃໝ 500.000 ກີບ ຕໍ່ຄັ້ງ ສຳລັບການເເຈ້ງເສຍອາກອນລາຍໄດ້ຊັກຊ້າບໍ່ຖືກຕາມກຳນົດເວລາທີ່ກຳນົດໄວ້ໃນກົດໝາຍ;
3. ປັບໃໝ 1.000.000 ກີບ ຕໍ່ການເລັ່ງທວງໜຶ່ງຄັ້ງ ສຳລັບການບໍ່ສະໜອງເອກະສານ, ຂໍ້ມູນ ກ່ຽວກັບວຽກງານອາກອນລາຍໄດ້ ພາຍຫຼັງທີ່ມີການກ່າວເຕືອນຢ່າງເປັນລາຍລັກອັກສອນແລ້ວ;
4. ປັບໃໝ 1.500.000 ກີບ ຕໍ່ຄັ້ງ ສຳລັບການບໍ່ແຈ້ງເສຍອາກອນລາຍໄດ້ ຕາມກຳນົດເວລາທີ່ກໍານົດໄວ້ໃນກົດໝາຍ;
5.ປັບໃໝ 3.000.000 ກີບ ຕໍ່ຄັ້ງ ສຳລັບການບໍ່ແຈ້ງການປ່ຽນແປງຂໍ້ມູນ ເປັນຕົ້ນ ທີ່ຕັ້ງວິສາຫະກິດ, ເລກໂທລະສັບ ແລະ ຂໍ້ມູນອື່ນ ໃສ່ໃນການແຈ້ງມອບອາກອນລາຍໄດ້ ພາຍຫຼັງທີ່ມີການກ່າວເຕືອນຢ່າງເປັນລາຍລັກອັກສອນແລ້ວ;
6. ປັບໃໝ ຫ້າສິບສ່ວນຮ້ອຍ (50%) ຂອງຈຳນວນອາກອນລາຍໄດ້ທີ່ຕ້ອງມອບຕື່ມ ຈາກການແຈ້ງເສຍບໍ່ຖືກຕ້ອງຕາມຄວາມເປັນຈິງ ຫຼື ບໍ່ຄົບຖ້ວນ;
7. ປັບໃໝ ສູນຈຸດໜຶ່ງສ່ວນຮ້ອຍ (0,1%) ຕໍ່ວັນ ຂອງຈຳນວນອາກອນລາຍໄດ້ ທີ່ມອບຊັກຊ້າ ຕາມກຳນົດເວລາທີ່ກຳນົດໄວ້ໃນກົດໝາຍ;
8. ສຳລັບຈຳນວນອາກອນລາຍໄດ້ທີ່ຍັງຄ້າງມອບ ຈະຖືກປະຕິບັດຕາມມາດຕະການ ປັບໃໝ ດັ່ງນີ້:
- ປັບໃໝ ສາມສິບສ່ວນຮ້ອຍ (30%) ຂອງຈຳນວນອາກອນລາຍໄດ້ທີ່ຕ້ອງມອບ ສຳລັບການເລັ່ງທວງຄັ້ງທີ່ໜຶ່ງ;
- ປັບໃໝ ຫົກສິບສ່ວນຮ້ອຍ (60%) ຂອງຈຳນວນອາກອນລາຍໄດ້ທີ່ຕ້ອງມອບ ສຳລັບການເລັ່ງທວງຄືນຄັ້ງທີ່ສອງ;
- ປັບໃໝ ຮ້ອຍສ່ວນຮ້ອຍ (100%) ຂອງຈຳນວນອາກອນລາຍໄດ້ທີ່ຕ້ອງມອບ ສຳລັບການເລັ່ງທວງຄືນຄັ້ງທີ່ສາມ
ໃນກໍລະນີຜູ້ລະເມີດ ຫາກບໍ່ປະຕິບັດອາກອນທີ່ຕ້ອງມອບ ແລະ/ຫຼື ຄ່າປັບໃໝ ທີ່ໄດ້ມີການເລັ່ງທວງຕາມກົດໝາຍ ໃຫ້ຂະເເໜງສ່ວຍສາອາກອນ ອອກຄຳສັ່ງອາຍັດເງິນໃນບັນຊີຝາກທະນາຄານທຸລະກິດ ແລະ/ຫຼື ສະຖາບັນການເງິນທີ່ກ່ຽວຂ້ອງ ຕັ້ງຢູ່ ສປປ ລາວ ພ້ອມທັງແຈ້ງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງດັ່ງກ່າວຊຳລະຄ່າປັບໃໝ ພາຍໃນກຳນົດເວລາ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບແຈ້ງການເປັນຕົ້ນໄປ. ໃນກໍລະນີບໍ່ປະຕິບັດຕາມກຳນົດເວລາດັ່ງກ່າວ ໃຫ້ຂະແໜງການສ່ວຍສາອາກອນ ສະເໜີທະນາຄານທຸລະກິດ ຫຼື ສະຖາບັນການເງິນທີ່ກ່ຽວຂ້ອງດຳເນີນການຫັກເງິນໃນບັນຊີເງິນຝາກ ຕາມຈຳນວນເງິນປັບໃໝດັ່ງກ່າວ ແລະ/ຫຼື ສະເໜີຂະແໜງການທີ່ກ່ຽວຂ້ອງ ພິຈາລະນາ ໂຈະການດຳເນີນທຸລະກິດ, ຖອນທະບຽນວິສາຫະກິດ, ຖອນໃບອະນຸຍາດລົງທຶນ ,ໃບອະນຸຍາດອື່ນທີ່ກ່ຽວຂ້ອງ ຫຼື ຈະຖືກລົງໂທດຕາມກົດໝາຍ ແລ້ວ ແຕ່ກໍລະນີ ເບົາ ຫຼື ໜັກ.
ກຳນົດເວລາຂອງການເລັ່ງທວງແຕ່ລະຄັ້ງ ແມ່ນ ສິບຫ້າວັນ ນັບແຕ່ວັນອອກໃບເລັ່ງທວງ ແລະ ສົ່ງໃຫ້ຜູ້ມອບອາກອນລາຍໄດ້ ທີ່ຍັງຄ້າງມອບອາກອນລາຍໄດ້ ເປັນຕົ້ນໄປ.
IV. ກົດໝາຍວ່າດ້ວຍອາກອນຊົມໃຊ້
ມາດຕາ 15 ອັດຕາອາກອນຊົມໃຊ້
ອັດຕາອາກອນຊົມໃຊ້ ໄດ້ກຳນົດຕາມປະເພດສິນຄ້າ ແລະ ການບໍລິການ ມີ ດັ່ງນີ້:
1. ອັດຕາອາກອນຊົມໃຊ້ສຳລັບສິນຄ້າ
ລ/ດ |
ປະເພດສິນຄ້າທົ່ວໄປທີ່ຖືກເສຍອາກອນຊົມໃຊ້ |
ອັດຕາທຽບຖານເປັນສ່ວນຮ້ອຍ (%) |
||||
1 |
ນ້ຳມັນເຊື້ອໄຟ |
|||||
|
|
ນໍ້າມັນແອັດຊັງພິເສດ |
40% |
|||
|
|
ນໍ້າມັນແອັດຊັງທໍາມະດາ |
31% |
|||
|
|
ນ້ຳມັນກາຊວນ |
21% |
|||
|
|
ນ້ຳມັນກາດ |
8% |
|||
|
|
ນ້ຳມັນເຕົາ, ນໍ້າມັນເຄື່ອງ, ນ້ຳມັນໄຮໂດຼລິກ, ນ້ຳມັນໜຽວ ແລະ ນ້ຳມັນຫ້າມລໍ້ |
5% |
|||
2 |
ພາຫະນະ |
|||||
|
1) |
ລົດຈັກ |
||||
|
1,1 |
ລົດຈັກ ທີ່ນໍາໃຊ້ພະນລັງງານເຊື້ອໄຟ |
||||
|
|
ລາຍການ |
ຊີບີຢູ |
ຊີເຄດີ |
ໄອເຄດີ |
|
|
|
ແຕ່ 110 ເຊເຊ ລົງມາ |
10% |
6% |
3% |
|
|
|
ເກີນ 110 ຫາ 150 ເຊເຊ |
20% |
ສໍາລັບຄວາມແຮງເກີນ 110 ເຊເຊຂື້ນໄປໃຫັເກັບຕາມອັດຕາ ຊີບີຢູ |
||
|
|
ເກີນ 150 ຫາ 200 ເຊເຊ |
28% |
|||
|
|
ເກີນ 200 ຫາ 250 ເຊເຊ |
39% |
|||
|
|
ເກີນ 250 ຫາ 500 ເຊເຊ |
75% |
|||
|
|
ເກີນ 500 ຫາ 800 ເຊເຊ |
100% |
|||
|
|
ເກີນ 800 ເຊເຊ ຂື້ນໄປ |
110% |
|||
|
2) |
ລົດໃຫ່ຍ |
||||
|
2.1 |
ລົດຂົນສົ່ງຂະໜາດນ້ອຍ |
||||
|
2.1.1 |
ລົດຂົນສົ່ງໂດຍສານປະເພດ ລົດເກັງ, ລົດຈິບ, ລົດຕູ້, ລົດກະບະສີ່ປະຕູ ຂື້ນໄປ |
||||
|
2.1.1.1 |
ທີ່ນໍາໃຊ້ພະລັງງານເຊື້ອໄຟ |
||||
|
|
ແຕ່ 1.000 ເຊເຊ ລົງມາ |
26% |
|||
|
|
ເກີນ 1.000 ຫາ 1.600 ເຊເຊ |
31% |
|||
|
|
ເກີນ 1.600 ຫາ 2.000 ເຊເຊ |
36% |
|||
|
|
ເກີນ 2.000 ຫາ 2.500 ເຊເຊ |
41% |
|||
|
|
ເກີນ 2.500 ຫາ 3.000 ເຊເຊ |
52% |
|||
|
|
ເກີນ 3.000 ຫາ 4.000 ເຊເຊ |
77% |
|||
|
|
ເກີນ 4.000 ຫາ 5.000 ເຊເຊ |
92% |
|||
|
|
ເກີນ 5.000 ເຊເຊ ຂື້ນໄປ |
102% |
|||
|
2.1.1.2 |
ລົດຂົນສົ່ງໂດຍສານທີ່ນໍາໃຊ້ພະລັງງານສອງລະບົບຄືພະລັງງານເຊື້ອໄຟ ແລະ ພະລັງງານທົດແທນອື່ນ |
50% ຂອງອັດຕາຕາມຄວາມແຮງທີ່ໄດ້ກໍານົດໄວ້ໃນຂໍ້ 2.1.1.1 |
|||
|
2.1.1.3 |
ລົດຂົນສົ່ງໂດຍສານທີ່ນໍາໃຊ້ພະລັງງານສະອາດ |
3% |
|||
|
2.1.2 |
ລົດຂົນສົ່ງສິນຄ້າ ປະເພດ ລົດກະບະ 2 ປະຕູ ແລະ ລົດກະບະ 2 ປະຕູເຄີ່ງ |
||||
|
|
ທີ່ນໍາໃຊ້ພະລັງງານເຊື້ອໄຟ |
16% |
|||
|
ທີ່ນໍາໃຊ້ພະລັງງານສະອາດ |
3% |
||||
|
2.1.3 |
ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະໜາດນ້ອຍອື່ນ |
||||
|
|
ທີ່ນໍາໃຊ້ພະລັງງານເຊື້ອໄຟ |
11% |
|||
|
ທີ່ນໍາໃຊ້ພະລັງງາານສະອາດ |
3% |
||||
|
2.2 |
ລົດຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ຂະໜາດກາງ |
||||
|
|
ທີ່ນໍາໃຊ້ພະລັງງານເຊື້ອໄຟ |
9% |
|||
|
ທີ່ນໍາໃຊ້ພະລັງງານສະອາດ |
3% |
||||
|
2.3 |
ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະໜາດໃຫ່ຍ |
||||
|
|
ທີ່ນໍາໃຊ້ພະລັງງານເຊື້ອໄຟ |
5% |
|||
|
ທີ່ນໍາໃຊ້ພະລັງງານສະອາດ |
3% |
||||
|
2.4 |
ລົດຕູ້ແຊ່ເຢັນ, ລົດບັນທຸກ, ຂອງແຫຼວ ຫຼື ອາຍແກັສ ຫຼື ຊີມັງຜົງ, ລົດບັນທຸກນໍ້າມັນ, ລົດນໍ້າ, ລົດເຄນ, ລົດຟອກລິບ, ລົດໂມ້ຊີມັງ, ລົດດູດວິດ, ລົດສິດຊີມັງ, ລົດສິດຜົ່ນທຸກຊະນິດ ແລະ ລົດເຮືອນເຄື່ອນທີ່ |
10% |
|||
|
||||||
2.5 |
ລົດຫົວລາກ, ຫາງລາກ, ແລະ ເຄິ່ງຫາງລາກ |
5% |
||||
2.6 |
ລົດກ໊ອຟ ແລະ ລົດຮັບໃຊ້ສະໜາມກ໊ອຟ |
15% |
||||
2.7 |
ລົດທ່ຽວຊົມສະເພາະໃນແຫຼ່ງທ່ອງທ່ຽວ |
5% |
||||
2.8 |
ລົດຈັດສີ່ລໍ້ (ATV) ແລະ ລົດໂກຄາດ (Gokart) |
25% |
||||
2.9 |
ສໍາລັບລົດໃຫ່ຍ ທີ່ນໍາໃຊ້ພະລັງງານເຊື້ອໄຟ ທີ່ຜະລິດ ຫຼື ປະກອບ ຢູ່ໃນລະບົບໂຮງງານພາຍໃນ ປະເທດໃນຮູບແບບ ຊີເຄດີ ໃຫ້ກັບໃນອັດຕາ 5% ແລະ ໄອເຄດີ ໃຫ້ກັບໃນອັດຕາ 3% |
|||||
3 |
ຊິ້ນສ່ວນປະກອບ ນໍາເຂົ້າເພື່ອມາປະກອບ ທີ່ບໍ່ຢູ່ໃນລະບົບໂຮງງານພາຍໃນປະເທດ ແລະ ເຄື່ອງອາໄຫຼ່ປ່ຽນຖ່າຍ |
|||||
|
ລົດຈັກ |
6% |
||||
ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ທຸກຊະນິດ |
11% |
|||||
4 |
ເຄື່ອງຕົບແຕ່ງພາຫະນະ |
|||||
|
ເຄື່ອງສຽງ |
25% |
||||
ເຄື່ອງປະດັບເອ້ພາຫະນະ |
20% |
|||||
5 |
[U1] ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ |
|||||
|
ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ເກີນ 23 ສ່ວນຮ້ອຍ |
80% |
||||
ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ່າແຕ່ 23 ສ່ວນຮ້ອຍລົງມາ ຫາ 10 ສ່ວນຮ້ອຍ |
70% |
|||||
ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ຕ່ຳກ່ວາ 10 ສ່ວນຮ້ອຍລົງມາ |
62% |
|||||
6 |
ເບຍ |
|||||
|
ເບຍທີ່ມີທາດເຫຼົ້າ 0,5 ສ່ວນຮ້ອຍ ຂື້ນໄປ |
60% |
||||
ເບຍທີ່ມີທາດເຫຼົ້າ ຕ່ຳກ່ວາ 0,5 ສວ່ນຮ້ອຍ ລົງມາ |
20% |
|||||
7 |
ປະເພດຢາສູບ |
|||||
|
ຢາຊິກາ, ຢາສູບເປັນກອກ ຫຼື ເປັນຊອງ ແລະ ຢາສູບປະເພດອື່ນ |
57% |
||||
ຢາເສັ້ນ |
42% |
|||||
8 |
ອາຍແກັສສໍາລັບຍານພາຫະນະ |
10% |
||||
9 |
ເຄື່ອງດື່ມສໍາເລັດຮູບ |
|||||
|
ນ້ຳອັດລົມ, ໂຊດາ, ເຄື່ອງດື່ມປະເພດກາເຟ ແລະ ເຄື່ອງດື່ມທີ່ຄ້າຍຄຽງ |
7% |
||||
ເຄື່ອງດື່ມຊູກໍາລັງ |
12% |
|||||
10 |
ເຄື່ອງແກ້ວຄຣິສເຕີ່້ນທີ່ເປັນເຄື່ອງໃຊ້ ແລະ ປະດັບ, ໂຄມໄຟປະດັບ |
25% |
||||
11 |
ຜ້າຮົ່ມທີ່ເຮັດດ້ວຍຂົນແກະ ຫຼື ຂົນລະອຽດຂອງສັດ |
20% |
||||
12 |
ນ້ຳຫອມ, ຜະລິດຕະພັນເຄື່ອງສໍາອາງ, ອຸປະກອນຮັບໃຊ້ການເສີມສວຍ ແລະ ຄວາມງາມ |
25% |
||||
13 |
ໄພ້ ແລະ ອຸປະກອນການພະນັນທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ |
100% |
||||
14 |
ບັ້ງໄຟ, ດອກໄມ້ໄຟ, ໝາກກະໂພກ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ |
85% |
||||
15 |
ເຮືອໄວ, ເຮືອຍອດ ແລະ ເຮືອກິລາທີ່ແລ່ນດ້ວຍເຄື່ອງຈັກ |
25% |
||||
16 |
ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ |
15% |
||||
17 |
ເຄື່ອງຫຼີ້ນ ສຽງ ແລະ ພາບ, ກ້ອງຖ່າຍຮູບ, ໂທລະສັບ, ເຄື່ອງອັດສຽງ ແລະ ພາບ, ເຄື່ອງດົນຕີ |
15% |
||||
18 |
ເຮືອບິນບໍ່ມີຄົນຂັບ, ເຄື່ອງຖ່າຍພາບອາກາດ, ເຄື່ອງບິນດ້ວຍຈ້ອງ ແລະ ເຄື່ອງຈັກໄອພົ່ນຂະໜາດນ້ອຍ |
25% |
||||
19 |
ໂຕະບິນລຽດ, ໂຕະສະນຸກເກີ, ອຸປະກອນໂບລີ້ງ, ໂຕະຫຼີ້ນບານເຕະ |
35% |
||||
20 |
ຕູ້ເກມຢອດຫຼຽນ, ເຄື່ອງຫຼິ້ນເກມທຸກຊະນິດ ແລະ ເຄື່ອງຫຼິ້ນເກມການພະນັນທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ |
(ມີອັດຕາສະເພາະຕາມບຽບການ) |
- ອັດຕາອາກອນຊົມໃຊ້ສໍາລັບການບໍລິການ:
ລ/ດ |
ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ |
ອັດຕາທຽບຖານເປັນສ່ວນ ຮ້ອຍ (%) |
|
1 |
ການບັນເທິງ: ໂຮງເຕັ້ນລໍາ, ດິສໂກເທກ, ຄາຣາໂອເກະ |
40% |
|
2 |
ກິດຈະການໂບລິ້ງ |
24% |
|
3 |
ກິດຈະການສັນຍະກໍາເສີມສວຍຄວາມງາມ |
13% |
|
4 |
ກິດຈະການບໍລິິການໂທລະສັບ, ສັນຍານໂທລະພາບສາຍໄຍແກ້ວ, ສັນຍານໂທລະພາບດິຈິຕອນ |
5% |
|
5 |
ກິດຈະການບໍລິການອິນເຕີເນັດ |
ປີ 2022 |
ປີ 2023 ເປັນຕົ້ນໄປ |
|
2% |
0% |
|
6 |
ກິດຈະການສະໜາມກ໊ອຟ |
25% |
|
7 |
ກິດຈະການຫວຍ |
30% |
|
8 |
ກິດຈະການກາຊິໂນ ແລະ ຕູ້ຢອດຫຼຽນ ແລະ ຫຼິ້ນເກມທຸກປະເພດ |
(ມີອັດຕາສະເພາະຕາມບຽບການ) |
|
9 |
ກິດຈະການ ແຂ່ງລົດ, ແຂ່ງມ້າ, ຕີໄກ່ |
30% |
|
10 |
ກິດຈະການ ບາລຸນ, ບໍລິການບິນດ້ວຍຈ້ອງ ຫຼື ຈັກອາຍພົ່ນຂະໜາດນ້ອຍ, ບໍລິການຖ່າຍພາບທາງອາກາດ |
12% |
ມາດຕາ 17 ກໍານົດເວລາຄິດໄລ່ເກັບອາກອນຊົມໃຊ້
ກໍານົດເວລາຄິດໄລ່ເກັບອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:
- ການນໍາໃຊ້ສິນຄ້າ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວລາແຈ້ງເສຍພາສີຂາເຂົ້າ ຫຼື ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວລາມີການສະໜອງຢູ່ພາຍໃນ ຕາມເງື່ອນໄຂທີ່ລັດຖະບານກໍານົດ;
- ການສະໜອງ ສິນຄ້າ ແລະ/ຫຼື ບໍລິການ ຢູ່ພາຍໃນປະເທດ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວລາມີການສະໜອງຕົວຈິງ.
- ການສະໜອງ ສິນຄ້າ ແລະ/ຫຼື ບໍລິການ ຈາກຜູ້ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວລາມີການຊື້ ແລະ/ຫຼື ການບໍລິການຕົວຈິງ.
ມາດຕາ 18 ການແຈ້ງເສຍ ແລະ ການມອບອາກອນຊົມໃຊ້
ຜູ້ນໍາເຂົ້າສິນຄ້າ, ຜູ້ຜະລິດສິນຄ້າ ແລະ ຜູ້ສະໜອງການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ່ 68/ສພຊ, ລົງວັນທີ19 ມີຖຸນາ 2019 ມີໜ້າທີ່ແຈ້ງເສຍອາກອນຊົມໃຊ້ ດັ່ງນີ້:
- ຜູ້ນໍາເຂົ້າສິນຄ້າ ຕ້ອງແຈ້ງເສຍ ແລະ ມອບ ອາກອນຊົມໃຊ້ ໃນເວລາແຈ້ງເສຍພາສີຂາເຂົ້າຢູ່ດ່ານພາສີ ຫຼື ມອບອາກອນຊົມໃຊ້ໃນເວລາມີການສະໜອງສິນຄ້າ ຢູ່ພາຍໃນປະເທດ ຕາມເງື່ອນໄຂທີ່ລັດຖະບານກໍານົດ;
- ຜູ້ຜະລິດສິນຄ້າ ແລະ ຜູ້ສະໜອງການບໍລິການ ຢູ່ພາຍໃນປະເທດ ຕ້ອງແຈ້ງເສຍ ແລະ ມອບອາກອນຊົມໃຊ້ທຸກເດືອນ ບໍ່ໃຫ້ກາຍ ວັນທີ 20 ຂອງເດືອນຖັດໄປຕໍ່ຂະແໜງສ່ວຍສາອາກອນບ່ອນຕົນຂື້ນກັບ;
- ຜູ້ຊື້ສິນຄ້າ ແລະ/ຫຼື ບໍລິການ ທີ່ເປັນຜູ້ດໍາເນີນທຸລະກິດຢູ່ພາຍໃນປະເທດຈາກຜູ້ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ແຈ້ງເສຍ ແລະ ມອບ ອາກອນຊົມໃຊ້ ບໍ່ໃກ້ກາຍ ວັນທີ 20 ຂອງເດືອນຖັດໄປ. ສໍາລັບຜູ້ຊື້ເປັນບຸກຄົນທົ່ວໄປໃຫ້ແຈ້ງເສຍອາກອນຊົມໃຊ້ບໍ່ໃຫ້ກາຍ ສິບຫ້າວັນ ນັບແຕ່ວັນໄດ້ຄິດໄລ່ເກັບອາກອນເປັນຕົ້ນໄປ.
ການມອບອາກອນຊົມໃຊ້ ໃຫ້ມອບຜ່ານ ທະນາຄານທຸລະກິດ ທີ່ມີບັນຊີຂອງຄັງເງິນແຫ່ງຊາດ ຫຼື ຄັງເງິນແຫ່ງຊາດ ແລະ ຄັງເງິນແຫ່ງຊາດປະຈໍາ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ.
ມາດຕາ 38 ມາດຕະການປັບໃໝ
ຜູ້ມອບອາກອນ ທີ່ລະເມີດກົດໝາຍ ແລະ ລະບຽນການ ກ່ຽວກັບວຽກງານອາກອນຊົມໃຊ້ ຈະຖືກປັບໃ ໝ ຕາມແຕ່ລະກໍລະນີ ດັ່ງນີ້:
1. ປັບໃໝ 100.000 ກີບ ຕໍ່ຄັ້ງ ສໍໍາລັບການບໍ່ປະກອບເລກປະຈໍາຕົວຜູ້ເສຍອາກອນໃສ່ໃນການແຈ້ງມອບອາກອນຊົມໃຊ້ ພາຍຫຼັງທີ່ມີການກ່າວເຕືອນຢ່າງເປັນລາຍລັກອັກສອນແລ້ວ;
2. ປັບໃໝ 500.000 ກີບ ຕໍ່ຄັ້ງ ສໍາລັບການແຈ້ງເສຍອາກອນຊົມໃຊ້ຊັກຊ້າບໍ່ຖືກຕາມກໍານົດເວລາທີ່ກໍານົດໄວ້ໃນກົດໝາຍສະບັບນີ້;
3. ປັບໃໝ 1.000.000 ກີບ ຕໍ່ການເລັ່ງທວງໜຶ່ງຄັ້ງ ສໍາລັບການບໍ່ສະໜອງເອກະສານ, ຂໍ້ມູນ ກ່ຽວກັບວຽກງານອາກອນຊົມໃຊ້ ພາຍຫຼັງທີ່ມີການກ່າວເຕືອນຢ່າງເປັນລາຍລັກອັກສອນແລ້ວ;
4.ປັບໃໝ 1.500.000 ກີບ ຕໍ່ຄັ້ງ ສໍາລັບການບໍ່ແຈ້ງເສຍອາກອນຊົມໃຊ້ຕາມກໍານົດເວລາທີ່ກໍານົດໄວ້ໃນກົດໝາຍສະບັບນີ້;
5.ປັບໃໝ 3.000.000 ກີບ ຕໍ່ຄັ້ງ ສໍາລັບການບໍ່ແຈ້ງການປ່ຽນແປງຂໍ້ມູນເປັນຕົ້ນ ທີ່ຕັ້ງວິສາຫະກິດ, ເລກໂທລະສັບ ແລະ ຂໍ້ມູນອື່ນ ໃສ່ໃນການແຈ້ງມອບອາກອນຊົມໃຊ້ ພາຍຫຼັງທີ່ມີການກ່າວເຕືອນຢ່າງເປັນລາຍລັກອັກສອນແລ້ວ;
6. ປັບໃໝ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າອາກອນຊົມໃຊ້ທີ່ແຈ້ງເສຍບໍ່ຖືກຕ້ອງຕາມຄວາມເປັນຈິງ ຫຼື ບໍ່ຄົບຖ້ວນ;
7. ປັບໃໝ ສູນຈຸດໜື່ງສ່ວນຮ້ອຍ (0,1%) ຕໍ່ວັນ ຂອງຈໍານວນອາກອນຊົມໃຊ້ທີ່ມອບຊັກຊ້າ ຕາມກໍານົດເວລາ ທີ່ກໍານົດໄວ້ໃນກົດໝາຍສະບັບນີ້;
8. ສໍາລັບຈໍານວນອາກອນຊົມໃຊ້ ທີ່ຍັງຄ້າງມອບ ຈະຖືກປະຕິບັດມາດຕະການປັບໃໝ ດັ່ງນີ້;
- ປັບໃໝ ສາມສິບສ່ວນຮ້ອຍ (30%) ຂອງຈໍານວນອາກອນຊົມໃຊ້ ທີ່ຕ້ອງມອບ ສໍາລັບການເລັ່ງທວງຄັ້ງທີ່ໜື່ງ;
- ປັບ ໃໝ ຫົກສິບສ່ວນຮ້ອຍ (60%) ຂອງຈໍານວນອາກອນຊົມໃຊ້ ທີ່ຕ້ອງມອບ ສໍາລັບການເລັ່ງທວງຄັ້ງທີ່ສອງ;
- ປັບໃໝ ຮ້ອຍສ່ວນຮ້ອຍ (100%) ຂອງຈໍານວນອາກອນຊົມໃຊ້ ທີ່ຕ້ອງມອບ ສໍາລັບການເລັ່ງທວງນີ້ຄັ້ງທີ່ສາມ;
ໃນກໍລະນີຜູ້ລະເມີດ ຫາກບໍ່ປະຕິບັດອາກອນທີ່ຕ້ອງມອບ ແລະ/ຫຼື ຄ່າປັບໃໝ ທີ່ໄດ້ມີການເລັ່ງທວງຕາມກົດໝາຍ ໃຫ້ຂະແໜງສ່ວຍສາອາກອນ ອອກຄໍາສັ່ງອາຍັດເງິນ ໃນບັນຊີເງິນຝາກຢູ່ທະນາຄານທຸລະກິດ ແລະ/ຫຼື ສະຖາບັນການເງີນທີ່ກ່ຽວຂ້ອງ ຕັ້ງຢູ່ ສປປ ລາວ ພ້ອມທັງແຈ້ງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງດັ່ງກ່າວ ຊໍາລະຄ່າປັບໃໝ ພາຍໃນກໍານົດເວລາ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບການແຈ້ງການເປັນຕົ້ນໄປ. ໃນກໍລະນີບໍ່ປະຕິບັດຕາມກໍານົດເວລາດັ່ງກ່າວ ໃຫ້ຂະແໜງສ່ວຍສາອາກອນ ສະເໜີທະນາຄານທຸລະກິດ ຫຼື ສະຖາບັນການເງິນທີ່ກ່ຽວຂ້ອງດໍາເນີດການຫັກເງິນໃນບັນຊີເງິນຝາກ ຕາມຈໍານວນເງິນປັບໃໝດັ່ງກ່າວ ແລະ/ຫຼື ສະເໜີຂະແໜງການທີ່ກ່ຽວຂ້ອງ ພິຈາລະນາ ໂຈະການດໍາເນີນທຸລະກິດ, ຖອນທະບຽນວິສາຫະກິດ, ຖອນໃບອະນຸຍາດລົງທຶນ, ໃບອະນຸຍາດອື່ນ ທີ່ກ່ຽວຂ້ອງ ຫຼື ຈະຖືກລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.
ກໍານົດເວລາຂອງການເລັ່ງທວງແຕ່ລະຄັ້ງ ແມ່ນ ສິບຫ້າວັນ ນັບແຕ່ວັນອອກໃບເລັ່ງທວງ ແລະ ສົ່ງໃຫ້ຜູ້ມອບອາກອນຊົມໃຊ້ທີ່ຍັງຄ້າງມອບອາກອນຊົມໃຊ້ ເປັນຕົ້ນໄປ.
ມາດຕາ 3 ການປ່ຽນແທນເນື້ອໃນຂອງມາດຕາ
ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ປ່ຽນແທນເນື້ອໃນຂອງມາດຕາ 32 ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ່ 17 ມີຖຸນາ 2019 ;
ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ປ່ຽນແທນເນື້ອໃນຂອງມາດຕາ 11, 12, 15, 17, 23, 24, 29, 30, 31, 34, 60 ແລະ 61 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ່ 20 ມິຖຸນາ 2018;
ກົດໝາຍວ່າດ້ວຍອາກອນລາຍໄດ້ ປ່ຽນແທນເນື້ອໃນຂອງມາດຕາ 14, 16, 18, ແລະ 73 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ່ 18 ມິຖຸນາ 2019.
ກົດໝາຍາຍວ່າດ້ວຍອາກອນຊົມໃຊ້ ປ່ຽນແທນເນື້ອໃນຂອງມາດຕາ 15, 17, 18 ແລະ 38 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ່ 68/ສພຊ, ລົງວັນທີ່ 19 ມິຖຸນາ 2019.
ມາດຕາ 4 ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້, ລົງໃນຈົດໝາຍເຫດທາງລັດຖະການ ແລະ ມີຜົນຈັດຕັ້ງປະຕິບັດແຕ່ ວັນທີ 1 ມັງກອນ 2022 ເປັນຕົ້ນໄປ.
ຂໍ້ກໍານົດ, ບົດບັນຍາດໃດ ທີ່ຂັດກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາຂອງ ກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 07 ສິງຫາ 2021 |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.