ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ກົມພາສີ

ເລກທີ 07461/ກພສ

 ນະຄອນຫຼວງວຽງຈັນ, ວັນທີ 27 ທັນວາ 2021

 

ແຈ້ງການແນະນໍາ

 

ເຖິງ:   - ຫົວຫນ້າພະແນກການອ້ອມຂ້າງກົມພາສີ

        - ຫົວຫນ້າພາສີປະຈໍາແຂວງ, ນະຄອນຫຼວງ

        - ຫົວຫນ້າດ່ານພາສີຊາຍແດນ ແລະ ຫ້ອງການພາສີປະຈໍາລະບົບສາງ ໃນຂອບເຂດທົ່ວປະເທດ

ເລື່ອງ: ການຢຸດຕິ ອອກເອກະສານຢັ້ງຢືນການເສຍພາສີ (ບ 9) ສໍາລັບການນໍາເຂົ້າພາຫະນະເປັນຄັນ (CBU)

 

- ອີງຕາມ ກົດຫມາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;

- ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາ ເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16

ຕຸລາ 2019;

- ອີງຕາມ ຄໍາແນະນໍາຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍພາສີ ສະບັບເລກທີ

3269/ກງ, ລົງວັນທີ 26 ກໍລະກົດ 2021;

- ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ ສະບັບເລກທີ

2059/ກງ, ລົງວັນທີ 29 ເມສາ 2021;

- ອີງຕາມ ບົດບັນທຶກກອງປະຊຸມຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນ

ກາງ ຄັ້ງວັນທີ 10 ທັນວາ 2021.

 

          ໃນໄລຍະຜ່ານມາ ໄດ້ມີການນໍາໃຊ້ໃບຢັ້ງຢືນການເສຍພາສີ (ບ 9) ສໍາລັບການແຈ້ງພາສີນໍາເຂົ້າສິນຄ້າ ປະເພດພາຫະນະ ເພື່ອຮັບປະກັນຄວາມຖືກຕ້ອງດ້ານຂໍ້ມູນການແຈ້ງພາສີ ແລະ ການຊໍາລະຄ່າພາສີ ຊຶ່ງໄລຍະນັ້ນຍັງ ບໍ່ທັນໄດ້ນໍາໃຊ້ລະບົບແຈ້ງພາສີເອເລັກໂຕຣນິກ ແລະ ຍັງຮັບຊໍາລະຄ່າພາສີ ດ້ວຍເງິນສົດ. ປະຈຸບັນ, ລັດຖະການພາສີໄດ້ນໍາໃຊ້ລະບົບການແຈ້ງພາສີທາງເອເລັກໂຕຣນິກ ASYCUDA ເຂົ້າໃນການຄຸ້ມຄອງການແຈ້ງພາສີ ແລະ ນໍາໃຊ້ລະບົບ SmartTAX ສໍາລັບການຊໍາລະຄ່າພາສີ ຊຶ່ງສາມາດເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນກັບຂະແຫນງການກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງກວດກາມີຄວາມຖືກຕ້ອງ ແລະ ຊັດເຈນ, ເພື່ອເຮັດໃຫ້ຂັ້ນຕອນການ ແຈ້ງພາສີກະທັດຮັດ, ສະດວກ, ວ່ອງໄວ ແນໃສ່ເພີ່ມທະວີການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ.

 

ກົມພາສີ ອອກແຈ້ງການແນະນໍາ ດັ່ງນີ້:

1. ການແຈ້ງພາສີເປັນລາຍລະອຽດສໍາລັບການນໍາເຂົ້າພາຫະນະຮູບແບບເປັນຄັນ (CBU), ພາຍຫຼັງ ສໍາເລັດຂັ້ນຕອນ ການແຈ້ງພາສີເປັນລາຍລະອຽດຢູ່ດ່ານພາສີຊາຍແດນແລ້ວ ໃຫ້ຜູ້ປະກອບການນໍາໃຊ້ໃບແຈ້ງພາສີ ເປັນລາຍລະອຽດເອກະພາບອາຊຽນ (ASEAN Customs Declaration Document - ACDD) ແລະ ເອກະສານປະກອບ ສະບັບຕົ້ນ(ສະບັບແທ້) ທີ່ຜ່ານການກວດສອບຂໍ້ມູນຢ່າງຖືກຕ້ອງ, ຊັດເຈນ ຜ່ານລະບົບເອເລັກໂຕຣນິກ ໃນການຂຶ້ນທະບຽນພາຫະນະຕາມລະບຽບການ ຂອງຂະແຫນງການທີ່ກ່ຽວຂ້ອງ.

2. ໃຫ້ລັດຖະການພາສີແຕ່ລະຂັ້ນ ຢຸດຕິການອອກເອກະສານຢັ້ງຢືນການເສຍພາສີ (ບ 9) ສໍາລັບການແຈ້ງນໍາເຂົ້າພາຫະນະໃນຮູບແບບເປັນຄັນ (CBU).

3. ສໍາລັບການແຈ້ງພາສີໃນການນໍາເຂົ້າພາຫະນະຮູບແບບສິ້ນສ່ວນປະກອບ (CKD, IKD), ເນື່ອງຈາກໃນການແຈ້ງພາສີນໍາເຂົ້າເບື້ອງຕົ້ນ ຍັງບໍ່ທັນໄດ້ລະບຸບາງຂໍ້ມູນຊັນເຈນ ເຊັ່ນ: ເລກຈັກ, ເລກຖັງ ແລະ ສີ ເປັນຕົ້ນ. ສະນັ້ນ, ພາຍຫຼັງ ການນໍາເຂົ້າ, ປະກອບເປັນຄັນສົມບູນ ແລະ ມີຂໍ້ມູນກ່ຽວກັບພາຫະນະທີ່ ຖືກຕ້ອງຊັດເຈນ ໃຫ້ຜູ້ປະກອບການນໍາເອົາເອກະສານແຈ້ງພາສີເປັນລາຍລະອຽດ ແລະ ເອກະສານຢັ້ງຢືນ ຈາກຂະແຫນງການກ່ຽວຂ້ອງມາຍື່ນສະເຫນີຕໍ່ກົມພາສີເພື່ອອອກໃບຢັ້ງຢືນການເສຍພາສີ (ບ 9) ແລ້ວຈິງໄປດໍາເນີນການຂຶ້ນທະບຽນຕາມລະບຽບການ.

4. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າມີຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີ ເພື່ອມີວິທີແກ້ໄຂຕາມກົດຫມາຍ ແລະ ລະບຽບການ.

5. ແຈ້ງການສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງກົມພາສີ ສະບັບເລກທີ 0675/ກພສ, ລົງວັນທີ 08 ມັງກອນ 2010, ມະຕິຕົກລົງກົມພາສີ ສະບັບເລກທີ 1804/ກພສ, ລົງວັນທີ 30 ມິຖຸນາ 2010, ບົດແນະນໍາກົມ ພາສີ ສະບັບເລກທີ 1853/ກພສ, ລົງວັນທີ 08 ກໍລະກົດ 2010 ແລະ ມີຜົນບັງຄັບໃຊ້ ນັບແຕ່ ວັນທີ 01 ມັງກອນ 2022 ເປັນຕົ້ນໄປ.

          ດັ່ງນັ້ນ, ຈຶ່ງແຈ້ງເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ຫົວຫນ້າກົມພາສີ

ພູເຂົາຄໍາ ວັນນະວົງໄຊ

# ຫົວຂໍ້ ດາວໂຫຼດ
1 Guideline to terminate the issuance of Tax Certificate (B9) for import of vehicles (CBU), No. 07461/DOC, date 27 December 2021 PDF
2 ແຈ້ງການແນະນໍາ ການຢຸດຕິ ອອກເອກະສານຢັ້ງຢືນການເສຍພາສີ (ບ 9) ສໍາລັບການນໍາເຂົ້າພາຫະນະເປັນຄັນ (CBU), ເລກທີ 07461/ກພສ, ລົງວັນທີ 27 ທັນວາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.