ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກໍາ ແລະ ການຄ້າ

ເລກທີ 1145/ອຄ.ກຄພນ

ນະຄອນຫຼວງວຽງຈັນ, ວັນທີ 01 ທັນວາ 2021

 

ຂໍ້ຕົກລົງ

ວ່າດ້ວຍ ທຸລະກິດການຈໍາຫນ່າຍວັດຖຸມີຄ່າ

 

- ອີງຕາມ ກົດຫມາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;

- ອີງຕາມ ກົດຫມາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ກໍລະກົດ 2014;

- ອີງຕາມ ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 22

ທັນວາ 2014;

- ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2001;

- ອີງຕາມ ຫນັງສືສະເຫນີຂອງກົມການຄ້າພາຍໃນ ສະບັບເລກທີ 0711/ກຄພນ, ລົງວັນທີ 08 ຕຸລາ 2021.

 

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

 

ຫມວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

          ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ ເພື່ອເຮັດໃຫ້ທຸລະກິດດັ່ງກ່າວດໍາເນີນຢ່າງ ຖືກຕ້ອງ ສອດຄ່ອງກັບກົດຫມາຍ ແລະ ລະບຽບການຂອງ ສປປ ລາວ ພ້ອມດ້ວຍຫຼັກການຂອງພາກພື້ນ ແລະ ສາກົນ ແນໃສ່ການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ, ປົກ ປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ທຸລະກິດການຈໍາຫນ່າຍວັດຖຸມີຄ່າ ແມ່ນທຸລະກິດການຊື້-ຂາຍ ແລະ ແລກປ່ຽນວັດຖຸມີຄ່າ ໂດຍຊື້ຈາກຜູ້ ດໍາເນີນທຸລະກິດນໍາເຂົ້າ ຫຼື ຜູ້ຜະລິດ ຢູ່ພາຍໃນ ສປປ ລາວ.

ມາດຕາ 3 ການອະທິບາຍຄໍາສັບ

          ຄໍາສັບ ທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມຫມາຍ ດັ່ງນີ້:

          I. ວັດຖຸມີຄ່າ ຫມາຍເຖິງ ວັດຖຸ ແລະ ສິ່ງຂອງທີ່ມີຄ່າເຊັ່ນ: ເງິນ ແລະ ຄໍາທີ່ເປັນຮູບປະພັນ, ເພັດ, ໄຂ່ມຸກ, ແກ້ວປະເສີດ, ຄໍາຂາວ ແລະ ເຄື່ອງອື່ນໆ ທີ່ເຮັດດ້ວຍໂລຫະປະເສີດ ຕາມລະຫັດອັດຕາພາສີ (HS Code) 7102, 7103, 7104, 7110, 7111, 7113, 14, 7115 ແລະ 7116 ຍົກເວັ້ນຄໍາແທ່ງ, ຄໍາເມັດ, ເງິນແທ່ງ ແລະ ເງິນເມັດທີ່ບໍ່ເປັນຮູບປະພັນ;

          2. ໃບອະນຸຍາດດໍາເນີນທຸລະກິດ ຫມາຍເຖິງ ເອກະສານຢັ້ງຢືນສິດ ແລະ ພັນທະ ໃນການດໍາເນີນທຸລະກິດ ການຈໍາຫນ່າຍວັດຖຸມີຄ່າ ທີ່ຂະແຫນງການອຸດສາຫະກໍາ ແລະ ການຄ້າ ອອກໃຫ້ຫົວຫນ່ວຍທຸລະກິດ ທີ່ດໍາເນີນ ທຸລະກິດຈໍາຫນ່າຍວັດຖຸມີຄ່າ ຢູ່ ສປປ ລາວ;

          3. ຜູ້ຮັບຜົນປະໂຫຍດທີ່ແທ້ຈິງ ຫມາຍເຖິງ ບຸກຄົນຜູ້ທີ່ໄດ້ຮັບຜົນປະໂຫຍດສຸດທ້າຍ ຈາກການເຄື່ອນ ໄຫວທຸລະກິດ, ກິດຈະກໍາ ຫຼື ທຸລະກໍາໃດຫນຶ່ງ ກ່ຽວກັບ ການດໍາເນີນທຸລະກິດຈໍາຫນ່າຍວັດຖຸມີຄ່າ ລວມທັງຜູ້ມີ ອ່ານາດໃນການຄວບຄຸມ ການດໍາເນີນທຸລະກິດຈໍາຫນ່າຍວັດຖຸມີຄ່າ.

ມາດຕາ 4 ຂອບເຂດການນໍາໃຊ້

          ຂໍ້ຕົກລົງສະບັບນີ້ນໍາໃຊ້ ສໍາລັບບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດໍາເນີນ ທຸລະກິດຈໍາຫນ່າຍວັດຖຸມີຄ່າ ຢູ່ ສປປ ລາວ.

 

ຫມວດທີ 2

ການດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

 

ມາດຕາ 5 ເງື່ອນໄຂການດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ການດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ຕ້ອງມີເງື່ອນໄຂດັ່ງນີ້:

          1. ມີໃບທະບຽນວິສາຫະກິດ;

          2. ມີໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ;

          3. ມີເປີດບັນຊີເງິນຝາກຢູ່ທະນາຄານທຸລະກິດ ຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດ;

          4. ມີທຶນສະຫນອງແກ່ການດໍາເນີນທຸລະກິດໂດຍມີແຫຼ່ງທີ່ມາຢ່າງຈະແຈ້ງ ແລະ ຕ້ອງມີເງິນຝາກຢູ່ໃນບັນຊີ ທະນາຄານ ຢ່າງຫນ້ອຍ 30% ຂອງທຶນຈົດທະບຽນ;

          5. ສໍາລັບການລົງທຶນຂອງຕ່າງປະເທດ ຕ້ອງມີທຶນຈົດທະບຽນຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນນິຕິກໍາ ກ່ຽວກັບ ທຸລະກິດການຈໍາຫນ່າຍສິນຄ້າ, ກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ;

          6. ຜູ້ດໍາເນີນທຸລະກິດ, ຄະນະອໍານວຍການ, ສະມາຊິກສະພາບໍລິຫານ ແລະ ຜູ້ຖືຮຸ້ນຕ້ອງມີປະຫວັດຈະແຈ້ງ ບໍ່ເຄີຍຖືກສານຕັດສິນລົງໂທດ ກ່ຽວກັບ ການກະທໍາຜິດຕາມທີ່ກໍານົດໄວ້ໃນມາດຕາ 8 ຂອງກົດຫມາຍວ່າ ດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ.

          ສໍາລັບຫົວຫນ່ວຍທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວ ກ່ອນຂໍ້ຕົກລົງ ສະບັບນີ້ ຕ້ອງປັບປຸງໃຫ້ສອດຄ່ອງຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ພາຍໃນກໍາ ນົດ ສອງ ປີ ນັບແຕ່ວັນທີ່ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ເປັນຕົ້ນໄປ.

ມາດຕາ 6 ການປະກອບເອກະສານເພື່ອຂໍໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ການສະເຫນີຂໍໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ໃຫ້ປະກອບເອກະສານສະເຫນີຕໍ່ ພະ ແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ,

ນະຄອນ ດັ່ງນີ້:

          1. ໃບຄໍາຮ້ອງ ຕາມແບບພິມທີ່ ກົມການຄ້າພາຍໃນ ໄດ້ກໍານົດ;

          2. ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົ່າຊຸດຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ;

          3. ເອກະສານລາຍງານການເຄື່ອນໄຫວບັນຊີທາງການເງິນຂອງຜູ້ດໍາເນີນທຸລະກິດ ຫຼື ຂາຮຸ້ນ ໄລຍະ ສາມສິບ ວັນ ຍ້ອນຫຼັງ ແລະ ຫນັງສືຢັ້ງຢືນຖານະການເງິນ ຈາກທະນາຄານທຸລະກິດ ທີ່ສ້າງຕັ້ງຢູ່ ສປປ ລາວ;

          4. ໃບແຈ້ງໂທດຂອງຜູ້ດໍາເນີນທຸລະກິດ, ຄະນະບໍລິຫານ, ສະມາຊິກສະພາບໍລິຫານ ແລະ ຂາຮຸ້ນ ຕາມ ເງື່ອນໄຂທີ່ກໍານົດໃນຂໍ້ 6 ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 7 ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມທີ່ກໍານົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ຕ້ອງພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດ ພາຍໃນ ສາມວັນ ລັດຖະການ ນັບແຕ່ວັນໄດ້ຮັບ ເອກະສານ.

          ໃນກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນໃຫ້ແຈ້ງຜູ້ສະເຫນີທັນທີເພື່ອນໍາໄປປັບປຸງແກ້ໄຂ.

          ໃນກໍລະນີບໍ່ສາມາດອອກໃບອະນຸຍາດດັ່ງກ່າວ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນພາຍໃນ ສອງວັນ ລັດຖະການນັບແຕ່ວັນໄດ້ຮັບເອກະສານ.

ມາດຕາ 8 ອາຍຸ, ການຕໍ່ອາຍຸ ແລະ ການດັດແກ້ເນື້ອໃນໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ມີອາຍຸການນໍາໃຊ້ ຫ້າປີ ແລະ ສາມາດຕໍ່ອາຍຸໄດ້ ໂດຍປະກອບເອກະສານສະເຫນີຂໍຕໍ່ອາຍຸກ່ອນວັນຫມົດອາຍຸ ສາມສິບ ວັນ.

          ການຕໍ່ອາຍຸ ແລະ ການດັດແກ້ເນື້ອໃນໃບອະນຸຍາດດໍາເນີນທຸລະກິດໃຫ້ປະກອບເອກະສານສະເຫນີຕໍ່ ພະ ແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ,

ນະຄອນ ດັ່ງນີ້:

          1. ຄໍາຮ້ອງ ຕາມແບບພິມທີ່ ກົມການຄ້າພາຍໃນ ໄດ້ກໍານົດ;

          2. ໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ສະບັບຕົ້ນ;

          3. ໃບຢັ້ງຢືນການມອບພັນທະອາກອນປີຜ່ານມາ.

ມາດຕາ 9 ການໂຈະ ແລະ ການຍົກເລີກໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ໃບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ຈະຖືກໂຈະ ແລະ ຍົກເລີກ ໃນກໍລະນີ ດັ່ງນີ້:

          1. ຜູ້ດໍາເນີນທຸລະກິດບໍ່ປະຕິບັດພັນທະຕາມທີ່ກໍານົດໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້;

          2. ຜູ້ດໍາເນີນທຸລະກິດສະເຫນີຢຸດເຊົາການດໍາເນີນທຸລະກິດດ້ວຍຄວາມສະຫມັກໃຈ;

          3. ມີຄໍາຕັດສິນຂອງສານປະຊາຊົນໃຫ້ລົ້ມລະລາຍ ຫຼື ໃຫ້ຢຸດເຊົາການດໍາເນີນທຸລະກິດ ຕາມກົດຫມາຍ ແລະ ລະບຽບການ.

 

ຫມວດທີ 3

ສິດ ແລະ ພັນທະຂອງຜູ້ດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

 

ມາດຕາ 10 ສິດຂອງຜູ້ດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ.

          ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ມີສິດດັ່ງນີ້:

          1. ຊື້, ຂາຍວັດຖຸມີຄ່າ ຕາມທີ່ໄດ້ຮັບອະນຸຍາດ ໃນໃບອະນຸຍາດດໍາເນີນທຸລະກິດ;

          2. ສ້າງຕັ້ງສາຂາ ຫຼື ຕົວແທນຈໍາຫນ່າຍ ຕາມທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ;

          3. ສະເຫນີ ຫຼື ຮ້ອງຂໍຄວາມເປັນທໍາ ໃນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ;

          4. ສະເຫນີຂໍຕໍ່ອາຍູ, ດັດແກ້ເນື້ອໃນ ຫຼື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ;

          5. ສະເຫນີສ້າງຕັ້ງສະມາຄົມ ກ່ຽວກັບທຸລະກິດການຈໍາຫນ່າຍວັດຖຸມີຄ່າ ຫຼື ເປັນສະມາຊິກສະມາຄົມດັ່ງ ກ່າວ ລວມທັງການເຂົ້າຮ່ວມສະມາຄົມ ຫຼື ກຸ່ມທຸລະກິດທາງການຄ້າ ທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບ

ການ;

          6. ໄດ້ຮັບສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການຂອງ ສປປ ລາວ.

ມາດຕາ 11 ພັນທະຂອງຜູ້ດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ມີພັນທະ ດັ່ງນີ້:

          1. ແຈ້ງເສຍອາກອນ ແລະ ພັນທະອື່ນຕາມກົດຫມາຍ ແລະ ລະບຽບການ ຂອງ ສປປ ລາວ;

          2. ສະຫມອງແຜນດໍາເນີນທຸລະກິດປະຈໍາປີ ພາຍໃນ ເກົ້າສິບວັນ ນັບແຕ່ວັນທີອອກໃບອະນຸຍາດດໍາເນີນ ທຸລະກິດຈໍາຫນ່າຍວັດຖຸມີຄ່າ ຕາມແບບພິມທີ່ກົມການຄ້າພາຍໃນໄດ້ກໍານົດ;

          3. ສ້າງຂໍ້ກໍານົດ ຫຼື ກົດລະບຽບພາຍໃນ ກ່ຽວກັບການຕ້ານສະກັດກັ້ນການຟອກເງິນ ແລະ ການສະ ຫນອງທຶນໃຫ້ແກ່ການກໍ່ການຮ້າຍ;

          4. ສະຫຼຸບ ແລະ ລາຍງານສະຖິຕິການຊື້-ຂາຍຕົວຈິງ ສົ່ງໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ,ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ, ບົດສະຫຼຸບປະຈໍາຫົກເດືອນແມ່ນໃຫ້ ສົ່ງກ່ອນ ວັນທີ 30 ພຶດສະພາ, ສ່ວນບົດສະຫຼຸບປະຈໍາປີ ໃຫ້ສົ່ງກ່ອນວັນທີ 30 ທັນວາ ຂອງທຸກໆປີ. ກົມການ ຄ້າພາຍໃນ ສ້າງແບບຟອມໃຫ້ບັນດາຫົວຫນ່ວຍທຸລະກິດການຈໍາຫນ່າຍວັດຖຸມີຄ່າ ສັງລວມ ແລະ ລາຍງານເປັນ ເອກະພາບໃນຂອບເຂດທົ່ວປະເທດ;

          5. ເກັບຮັກສາສໍານວນເອກະສານຄົບຊຸດ ກ່ຽວກັບ ການອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີ ຄ່າ ເຊັ່ນ: ຄ່າຮ້ອງ, ໃບທະບຽນວິສາຫະກິດ, ເອກະສານລາຍງານການເຄື່ອນໄຫວບັນຊີທາງການເງິນ, ສັນຍາ ຫຼື ໃບຊື້-ຂາຍລະຫວ່າງຜູ້ຂາຍກັບຜູ້ຊື້, ເອກະສານເຊີນເຂົ້າຮ່ວມງານວາງສະແດງ ແລະ ເອກະສານອື່ນໆ ທີ່ກ່ຽວ ຂ້ອງໃນໄລຍະເວລາ ຫ້າປີ;

          6. ເກັບກໍາສັງລວມ ແລະ ສະຫນອງຂໍ້ມູນລະອຽດຂອງລູກຄ້າຕົນທີ່ຢູ່ພາຍໃນ ແລະ ຕ່າງປະເທດ, ການ ເຮັດທຸລະກໍາ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະຫນອງ ທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ປະຈໍາປີ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕາມການຮ້ອງຂໍ;

          7. ກໍລະນີມີການປ່ຽນແປງຜູ້ດໍາເນີນທຸລະກິດ, ຄະນະອໍານວຍການ, ສະມາຊິກສະພາບໍລິຫານ ແລະຜູ້ຖື ຮຸ້ນຕ້ອງສະເຫນີມາຍັງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ທີ່ອອກໃບອະນຸຍາດດໍາເນີນທຸລະກິດ;

          8. ໃຫ້ການຮ່ວມມືໃນການຕິດຕາມກວດກາ ແລະ ສະຫນອງຂໍ້ມູນໃຫ້ ພະແນກອຸດສາຫະກໍາ ແລະ ການ ຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແລະ ຂະແຫນງການທີ່ ກ່ຽວຂ້ອງອື່ນ ຕາມການສະເຫນີ ຢ່າງບໍ່ມີເງື່ອນໄຂ;

          9. ສະແດງລາຄາຊື້-ຂາຍ ແລະ ກໍານົດລາຄາເກັບຊື້ຄືນເປັນເງິນກີບ ພ້ອມທັງລະບຸເງື່ອນໄຂຢ່າງລະອຽດ ຈະແຈ້ງ ໃນໃບສັນຍາຊື້-ຂາຍທຸກຄັ້ງ;

          10. ປະຕິບັດພັນທະ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ພັນທະອື່ນ ຕາມກົດຫມາຍ ແລະ ລະບຽບການ.

 

ຫມວດທີ 4

ການຄຸ້ມຄອງທຸລະກິດຈໍາຫນ່າຍວັດຖຸມີຄ່າ

 

ມາດຕາ 12 ການຄຸ້ມຄອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ

          ການຄຸ້ມຄອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ ປະກອບມີ ສາມ ຂັ້ນ ດັ່ງນີ້:

          1. ຂັ້ນສູນກາງ ແມ່ນ ກົມການຄ້າພາຍໃນ;

          2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ;

          3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ.

ມາດຕາ 13 ສິດ ແລະ ຫນ້າທີ່ຂອງກົມການຄ້າພາຍໃນ

          ກົມການຄ້າພາຍໃນມີສິດ ແລະ ຫນ້າທີ່ດັ່ງນີ້:

          1. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບ ທຸລະກິດການຈໍາຫນ່າຍວັດຖຸມີຄ່າ ເພື່ອນໍາສະເຫນີຂັ້ນເທິງ ພິຈາລະນາ ໂດຍໃຫ້ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຫຼື ສະພາບການ ຂະຫຍາຍຕົວທາງເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ;

          2. ເຜີຍແຜ່, ແນະນໍາ ຂໍ້ຕົກລົງສະບັບນີ້ ພ້ອມດ້ວຍກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຂໍ້ມູນ ຂ່າວສານ ກ່ຽວກັບ ທຸລະກິດການຈໍາຫນ່າຍວັດຖຸມີຄ່າ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ;

          3. ຊີ້ນໍາ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແລະ ປະສານພາກສ່ວນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ຕິດຕາມການເຄື່ອນໄຫວຂອງຫົວ ຫນ່ວຍທຸລະກິດການຈໍາຫນ່າຍວັດຖຸມີຄ່າ ລວມທັງຕິດຕາມ, ສຶກສາອົບຮົມ, ກວດກາການປະຕິບັດສິດ ແລະ ພັນ ທະ ຕາມທີ່ກໍານົດໄວ້ໃນກົດຫມາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ ການກໍ່ການຮ້າຍ ໃນຂອບເຂດທົ່ວປະເທດ;

          4. ກ່າວເຕືອນ ແລະ ນໍາໃຊ້ມາດຕະການຕໍ່ຜູ້ລະເມີດ;

          5. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການເຄື່ອນໄຫວ ຂອງທຸລະກິດ ການຈໍາຫນ່າຍວັດຖຸມີຄ່າ ໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ;

          6. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

ມາດຕາ 14 ສິດ ແລະ ຫນ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ

          ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດ ແລະ ຫນ້າທີ່ ດັ່ງນີ້:

          1. ເຜີຍແຜ່, ແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນະໂຍບາຍ, ກົດຫມາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ, ຂໍ້ມູນຂ່າວສານກ່ຽວກັບທຸລະກິດການຈໍາຫນ່າຍວັດຖຸມີຄ່າ ໃຫ້ສັງຄົມຮັບຊາບຢ່າງ

ທົ່ວເຖິງໃນຂອບເຂດແຂວງ, ນະຄອນຫຼວງຂອງຕົນ;

          2. ຄຸ້ມຄອງ ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ສ້າງຕັ້ງຢູ່ ແຂວງ, ນະຄອນຫຼວງ ໃນການປະຕິບັດພັນທະຂອງຕົນ ແລະ ເຄື່ອນໄຫວຖືກຕ້ອງຕາມກົດຫມາຍ ແລະ ລະບຽບ

ການ;

          3. ຄົ້ນຄວ້າ ພິຈາລະນາ ອອກ, ດັດແກ້ເນື້ອໃນ, ຕໍ່ອາຍຸ, ໂຈະ, ຖອນ, ລົບລ້າງ, ອອກຄືນໃຫມ່ ໃບ ອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ໄດ້ຂຶ້ນທະບຽນວິສາຫະກິດຢູ່ຂັ້ນສູນກາງ, ແຂວງ ຫຼື ນະຄອນຫຼວງ ຂອງຕົນ;

          4. ກ່າວເຕືອນ, ສຶກສາອົບຮົມ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດ;

          5. ສະຫຼຸບ ແລະ ລາຍງານວຽກງານການຄຸ້ມຄອງການເຄື່ອນໄຫວ ຂອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ຕັ້ງຢູ່ແຂວງ, ນະຄອນຫຼວງ ໃຫ້ກົມການຄ້າພາຍໃນ ຢ່າງເປັນປົກກະຕິ;

          6. ປະສານສົມທົບກັບຂະແຫນງການກ່ຽວຂ້ອງ ໃນກໍລະນີພົບເຫັນຫົວຫນ່ວຍທຸລະກິດຈໍາຫນ່າຍວັດຖຸ ມີຄ່າ ເຄື່ອນໄຫວບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການຂອງ ສປປ ລາວ;

          7. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຂັ້ນເທິງ.

ມາດຕາ 15 ສິດ ແລະ ຫນ້າທີ່ຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ

          ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ຫນ້າທີ່ ດັ່ງນີ້:

          1. ເຜີຍແຜ່, ແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນະໂຍບາຍ, ກົດຫມາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ, ຂໍ້ມູນຂ່າວສານ ກ່ຽວກັບ ທຸລະກິດການຈໍາຫນ່າຍວັດຖຸມີຄ່າ ໃນຂອບເຂດເມືອງ, ນະຄອນຂອງຕົນ ຮັບຊາບຢ່າງທົ່ວເຖິງ;

          2. ຄຸ້ມຄອງ ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ຕັ້ງຢູ່ໃນ ເມືອງ, ນະຄອນຂອງຕົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ;

          3. ຄົ້ນຄວ້າ ພິຈາລະນາ ອອກ, ດັດແກ້ເນື້ອໃນ, ຕໍ່ອາຍຸ, ໂຈະ, ຖອນ, ລົບລ້າງ, ອອກຄືນໃຫມ່ ໃບ ອະນຸຍາດດໍາເນີນທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ໄດ້ຂຶ້ນທະບຽນວິສາຫະກິດຢູ່ຂັ້ນເມືອງ, ນະຄອນ ຂອງ ຕົນ;

          4. ກ່າວເຕືອນ, ສຶກສາອົບຮົມ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດ;

          5. ສະຫຼຸບ ແລະ ລາຍງານວຽກງານການຄຸ້ມຄອງການເຄື່ອນໄຫວຂອງທຸລະກິດການຈໍາຫນ່າຍວັດຖຸມີຄ່າ ທີ່ຕັ້ງຢູ່ ເມືອງ, ນະຄອນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຂອງຕົນ ຢ່າງເປັນ ປົກກະຕິ;

          6. ປະສານສົມທົບກັບຂະແຫນງການກ່ຽວຂ້ອງ ໃນກໍລະນີພົບເຫັນຫົວຫນ່ວຍທຸລະກິດຈໍາຫນ່າຍວັດຖຸມີ ຄ່າ ເຄື່ອນໄຫວບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການຂອງ ສປປ ລາວ;

          7. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຂັ້ນເທິງ.

 

ຫມວດທີ 5 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

 

ມາດຕາ 16 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະ ໄດ້ຮັບການຍ້ອງຍໍຊົມເຊີຍ ຫຼື ນະໂຍບາຍອື່ນ ຕາມທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

ມາດຕາ 17 ມາດຕະການຕໍ່ຜູ້ລະເມີດ

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວ ຕັກເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃຫມ, ໃຊ້ຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ຫນ້ກ.

ຫມວດທີ 6

ບົດບັນຍັດສຸດທ້າຍ

ມາດຕາ 18 ການຈັດຕັ້ງປະຕິບັດ

          ມອບໃຫ້ກົມການຄ້າພາຍໃນ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ແລະ ພາກສ່ວນກ່ຽວຂ້ອງ ໃນ

ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ມີປະສິດທິຜົນສູງ.

ມາດຕາ 19 ຜົນສັກສິດ

          ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດຫມາຍເຫດທາງລັດຖະການ ສິບ ຫ້ງ ວັນ.

 

ລັດຖະມົນຕີ

ປອ.ຄໍາແພງ ໄຊສົມແພງ

# ຫົວຂໍ້ ດາວໂຫຼດ
1 Decision on the trade of valuables, NO. 1145/MOIC.DOIT, date 01 December 2021 PDF
2 ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການຈໍາໜ່າຍວັດຖຸມີຄ່າ, ເລກທີ 1145/ອຄ.ກຄພນ, ລົງວັນທີ 01 ທັນວາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.