ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ແຂວງຫຼວງນໍ້າທາ
ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ    ເລກທີ 001/ຄດບ
ຫຼວງນໍ້າທາ, ວັນທີ 05 ມັງກອນ 2022

ແຈ້ງການ

ເຖິງ:  ບັນດາຂະແໜງການຂອງລັດ, ທະນາຄານພັດທະນາລາວ (ໜ່ວຍງານ Easy pass), ຕົວແທນການຂາຍປະກັນໄພ ທີ່ປະຈໍາຢູ່ດ່ານສາກົນບໍ່ເຕ່ນ.

ເລື່ອງ:  ປະຕິບັດໂມງເວລາປະຈໍາການ. 

  • ອີງຕາມ ດໍາລັດ 558/ລບ, ລົງວັນທີ 31.12.2018 ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ;
  • ອີງຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫຼວງນໍ້າທາ ສະບັບເລກທີ 104/ຈຂ, ລົງວັນທີ 11 ກຸມພາ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ; 
  • ອີງຕາມ ການລາຍງານແບບປາກເປົ່າ (ໂທລະສັບ) ຈາກຜູ້ປະສານງານເບື້ອງຈີນ ໃນຄັ້ງວັນທີ 5/1/2022. 

     ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ຂໍຖືເປັນກຽດແຈ້ງມາຍັງບັນດາ ຂະແໜງການຂອງລັດ, ທະນາຄານພັດທະນາລາວ (ໜ່ວຍງານ Easy pass), ຕົວແທນການຂາຍປະກັນໄພ ທີ່ປະຈໍາຢູ່ດ່ານສາກົນບໍ່ເຕ່ນ ຊາບວ່າ: ນັບແຕ່ວັນທີ 5 ມັງກອນ 2022 ເປັນຕົ້ນໄປ (ຈົນກ່ວາຈະມີການປ່ຽນແປງ) ດ່ານສາກົນບໍ່ເຕ່ນ - ດ່ານສາກົນບໍ່ຫານ ມີການປັບເວລາ ແລະ ການຈັດຮູບແບບການປ່ອຍລົດບັນທຸກເຂົ້າ-ອອກ ດັ່ງນີ້:

  • ເວລາ 7:30 – 16:30 ປ່ອຍລົດບັນທຸກໜັກ (ລົດແກ່ສິນຄ້າ).
  • ເວລາ 16:30 – 20:30 ແມ່ນປ່ອຍລົດເປົ່າ (ລົດບໍ່ແກ່ສິນຄ້າ).

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດການປະຈໍາການຕາມເວລາທີ່ລະບຸຂ້າງເທິ່ງນີ້ຢ່າງເຂັ້ມງວດ.

ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ
ຄໍາຕຸ່ນ ບຸນລຽນຂັນ


 

# ຫົວຂໍ້ ດາວໂຫຼດ
1 Notification on the business working hour at Boten International Checkpoint, LuangNamtha Province, No. 001/BT.LNT, date 05 January 2022 PDF
2 ແຈ້ງການ ກ່ຽວກັບ ການປະຕິບັດໂມງເວລາປະຈໍາການ ທີ່ດ່ານສາກົນ ບໍ່ເຕ່ນ, ແຂວງຫຼວງນໍ້າທາ, ເລກທີ 001/ຄດບ, ລົງວັນທີ 05 ມັງກອນ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.