ອີງຕາມ ແຈ້ງການ ໃຫ້ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກຕ່າງປະເທດ, ເລກທີ 0117/ກປ, ລົງວັນທີ 17 ມັງກອນ 2022 ຂອງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກໍານົດ ມາດຕະການ ດັ່ງນີ້:

ພາບປະກອບ

1. ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກໄປຕ່າງປະເທດ ຢ່າງເດັດຂາດ;

2. ດໍາເນີນການກວດກາ ແລະ ຂື້ນບັນຊີ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ໃນຂອບເຂດແຂວງຂອງຕົນ. ຖ້າມີການອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແຕ່ບໍ່ມີແຫຼ່ງທີ່ມາຂອງວັດຖຸດິບທີ່ຈະແຈ້ງ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ໂຈະການຜະລິດ. ສໍາລັບ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແມ່ນໃຫ້ຍຸບເລີກ ພ້ອມທັງດໍາເນີນຄະດີ ຕາມກົດໝາຍ.

3. ຖ່ານຂາວທີ່ຜະລິດຈາກໄມ້ຕີ້ວ, ຖ່ານອັດແທ່ງ ຫຼື ອັດເມັດຈາກຂີ້ເລື່ອຍ ແມ່ນສາມາດສົ່ງອອກໄດ້ ໂດຍປະຕິບັດໃຫ້ສອດຄ່ອງ ກັບ ຂໍ້ຕົກລົງ ສະບັບເລກທີ 0851/ອຄ, ລົງວັນ ທີ 14 ກັນຍາ 2021 (ມາດຕາ 1 ເອກະສານຊ້ອນທ້າຍ II, ຂໍ້ທີ 2.1 ແລະ 2.2) ບົນພື້ນຖານ ວັດຖຸດິບ (ໄມ້) ທີ່ນໍາມາຜະລິດຖ່ານ ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.