ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້          ເລກທີ 0117/ກປ
ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2022

ແຈ້ງການ

ເຖິງ: ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ.

ເລື່ອງ:  ໃຫ້ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກຕ່າງປະເທດ

  • ອີງຕາມ ກົດໝາຍວ່າດ້ວຍປ່າໄມ້, ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້, ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ. ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021.

     ກະຊວງກະສິກໍາ ແລະ ປ່າໄມ້ ຂໍແຈ້ງມາຍັງທ່ານຊາບວ່າ: ໃນໄລຍະຜ່ານມາ, ມີຫຼາຍທ້ອງຖີ່ນ ໄດ້ອອກອະນຸຍາດເຄື່ອນຍ້າຍຖ່ານດໍາ ຊຶ່ງອ້າງວ່າ ແມ່ນຖ່ານດໍາທີ່ຜະລິດຈາກໄມ້ປູກ ເປັນຂະບວນການ ແລະ ມີຈໍານວນຫຼວງຫຼາຍ ເພື່ອສົ່ງອອກໄປຕ່າງປະເທດ ໂດຍຜ່ານຈຸດຕ່າງໆ ເຊັ່ນ: ສະຖານີລົດໄຟ, ດ່ານສາກົນ ແລະ ດ່ານປະເພນີ ອື່ນໆ. ຜ່ານການກວດກາຕົວຈີງ ເຫັນວ່າ ມີການສວຍໂອກາດ ເກັບຊື້ຖ່ານດໍາ ທີ່ຜະລິດຈາກໄມ້ທໍາມະຊາດ, ຈາກເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ປະປົນໄປນໍາ ເປັນຈໍານວນຫຼວງຫຼາຍ ຊຶ່ງເປັນການທໍາລາຍປ່າໄມ້ທໍາມະຊາດຢ່າງໜັກໜ່ວງ ແລະ ເປັນການລະເມີດ ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ໃນມາດຕາ 95, 96 ແລະ 98 ແລະ ຂັດກັບ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 (ຂໍ້ທີ 8), ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021, ຄໍາແນະນໍາ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0054/ກປ, ລົງວັນທີ 09 ມິຖຸນາ 2016 (ຂໍ້ທີ 5.6), ແຈ້ງການ ສະບັບເລກທີ 0073/ກປ, ລົງວັນທີ 3 ພະຈິກ 2016 (ຂໍ້ທີ 6 ແລະ 7) ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. ສະນັ້ນ, ເພື່ອເປັນການແກ້ໄຂ ປະກົດການຫຍໍ້ທໍ້ ດັ່ງກ່າວ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງແຈ້ງມາຍັງທ່ານປະຕິບັດດັ່ງນີ້:

1. ໃຫ້ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກໄປຕ່າງປະເທດ ຢ່າງເດັດກຂາດ;

2. ໃຫ້ດໍາເນີນການກວດກາ ແລະ ຂື້ນບັນຊີ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ໃນຂອບເຂດແຂວງຂອງຕົນ. ຖ້າມີການອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແຕ່ບໍ່ມີແຫຼ່ງທີ່ມາຂອງວັດຖຸດິບທີ່ຈະແຈ້ງ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ໂຈະການຜະລິດ. ສໍາລັບ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແມ່ນໃຫ້ຍຸບເລີກ ພ້ອມທັງດໍາເນີນຄະດີ ຕາມກົດໝາຍ.

3. ສໍາລັບ ຖ່ານຂາວທີ່ຜະລິດຈາກໄມ້ຕີ້ວ, ຖ່ານອັດແທ່ງ ຫຼື ອັດເມັດຈາກຂີ້ເລື່ອຍ ແມ່ນສາມາດສົ່ງອອກໄດ້ ໂດຍປະຕິບັດໃຫ້ສອດຄ່ອງ ກັບ ຂໍ້ຕົກລົງ ສະບັບເລກທີ 0851/ອຄ, ລົງວັນ ທີ 14 ກັນຍາ 2021 (ມາດຕາ 1 ເອກະສານຊ້ອນທ້າຍ II, ຂໍ້ທີ 2.1 ແລະ 2.2) ບົນພື້ນຖານ ວັດຖຸດິບ (ໄມ້) ທີ່ນໍາມາຜະລິດຖ່ານ ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ. ພ້ອມດຽວກັນນັ້ນ, ຜູ້ປະກອບການ ຫຼື ບໍລິສັດທີ່ດໍາເນີນທຸລະກິດ ຜະລິດ ແລະ ສົ່ງອອກຖ່ານຂາວ ຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ, ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະ ຕ້ອງມີແຜນຊຸກຍູ້ ແລະ ສົ່ງເສີມການປູກໄມ້ຕີ້ວ ເພື່ອສະໜອງໃຫ້ແກ່ການຜະລິດຂອງຕົນຢ່າງຕໍ່ເນື່ອງ ລວມທັງ ມີການຄຸ້ມຄອງແຫຼ່ງວັດຖຸດິບ ແລະ ການຄຸ້ມຄອງການສົ່ງອອກ ເພື່ອຫຼີກລ່ຽງບໍ່ໃຫ້ມີການສວຍໂອກາດດໍາເນີນວຽກງານດັ່ງກ່າວ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ທີ່ໄດ້ກໍານົດໄວ້.

4. ມອບໃຫ້ ກົມກວດກາປ່າໄມ້ ແລະ ກົມປ່າໄມ້ ສົມທົບກັບ ພາກສ່ວນກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖຸະມົນຕີ

ປອ. ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 Notification to stop the permission of export black coal, No. 0117/MOAF, date 17 January 2022. PDF
2 ແຈ້ງການ ໃຫ້ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກຕ່າງປະເທດ, ເລກທີ 0117/ກປ, ລົງວັນທີ 17 ມັງກອນ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.