ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້   ເລກທີ 0160/ກປ

ນະຄອນຫຼວງວຽງຈັນ, ວັນທີ 19 ມັງກອນ 2022

ຄໍາສັ່ງ

ວ່າດ້ວຍ ການໂຈະ ການອະນຸຍາດ ນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດ ຂອງເຊື້ອພະຍາດອະຫິວາໝູອາຟຣິກາ

ເຖິງ:   - ທ່ານ ຫົວໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້;

- ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ.

  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016;
  • ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້, ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ການລາຍງານການພົບເຊື້ອອະຫິວາໝູອາຟຣິກາ ຂອງກົມປະສຸສັດແຫ່ງປະເທດໄທ ຜ່ານສື່ຂອງສໍານັກຂ່າວ Thai PBS ຄັ້ງວັນທີ 11 ມັງກອນ 2022;
  • ອີງຕາມ ການຄົ້ນຄ້ວາ ແລະ ສະເໜີ ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 0078/ກລປ. ລົງວັນທີ 13 ມັງກອນ 2022.

          ໃນໄລຍະຕົ້ນເດືອນມັງກອນ (1) ປີ 2022 ຜ່ານມານີ້ ສື່ໂທລະພາບ, ເວັບໄຊສ ແລະ  ສື່ສັງຄົມອອນລາຍຕ່າງໆ ຂອງປະເທດໃກ້ຄຽງ ໄດ້ມີການລາຍງານວ່າ ມີການພົບການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ໃນບາງເຂດ ຂອງຣາຊະອານາຈັກໄທ ຊຶ່ງສົ່ງຜົນເຮັດໃຫ້ມີຄວາມສ່ຽງທີ່ພະຍາດດ່ັງກ່າວຈະແຜ່ລະບາດເຂົ້າໃນ ສປປ ລາວ. ສະນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ແລະ ຕ້ານ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ເຂົ້າມາແຜ່ລະບາດ ຢູ່ ສປປ ລາວ ນັ້່ນ:

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ:

  1. ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນໂຈະການອະນຸຍາດ ນໍາເຂົ້າ ແລະ ສົ່ງຜ່ານ ໝູມີຊີວິດ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງ ຜະລິດຕະພັນ ໝູ ປຸງແຕ່ງເບື້ອງຕົ້້ນ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ຫຼື ສົ່ງຜ່ານ ສປປ ລາວ;
  2. ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາສັດຕະວະແພດປະຈໍາ ດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖີ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີ ຕິດຕາມ ແລະ ກວດກາ ການນໍາເຂົ້າ ຫຼື ສົ່ງຜ່ານ ໝູມີຊີວິດ, ຜະລິດຕະພັນໝູ ທຸກຊະນິດ ລວມທັງ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກຣາຊາອານາຈັກໄທ ຫຼື ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣີກາ ເຂົ້າມາ ສປປ ລາວ. ໃນກໍລະນີກວດພົບເຫັນ ໃຫ້ຍຶດ ແລະ ດໍາເນີນການ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;
  3. ໃນກໍລະນີມີເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ພົບເຫັນຜູ້ລະເມີດ ຫຼື ກະທໍາຜິດ ທີ່ຍັງມີການນໍາເອົາໝູມີຊີວິດ ແລະ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນຈາກຣາຊອານາຈັກໄທ ຫຼື ຜ່ານຣາຊອານາຈັກໄທ ເຂົ້າມາດ່ານ ຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ພ້ອມທັງລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້, ແຂວງ ຫຼື ນະອຄນຫຼວງວຽງຈັນ ທີ່ກ່ຽວຂ້ອງ ແລະ ກົມລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ;
  4. ສໍາລັບຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫຼື ສົ່ງຜ່ານ ໃຫ້ນໍາໄປທໍາລາຍຖິ້ມດ້ວຍການ ເຜົາ ຫຼື ຝັງ ຕາມຫຼັກວິຊາການ, ສ່ວນຜູ້ທີ່ລະເມີດ ໃຫ້ເຮັດບົດບັນທຶກກ່ວເຕືອນ, ປັບໃໝ ຫຼື ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.
  5. ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໃມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກຄໍາແນະນໍາດ້ານເຕັກນິກວິຊາການ ເພື່ອຜັນຂະຫຍາຍຄໍາສັ່ງ ສະບັບນີ້ ເປັນອັນລະອຽດ ພ້ອມທັງ ເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ໝູເຈັບ ຫຼື ຕາຍຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະການທາງດ້ານເຕັກນິກ ຕາມຫຼັກວິຊາການຢ່າງຮີບດ່ວນ;
  6. ມອບໃຫ້ ຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນໍາກະຊວງກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາແກ້ໄຂໃຫ້ທັນກັບສະພາບການ;
  7. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ

ປອ. ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 Order to suspend import pig and pork products that are infected African swine fever from the Kingdom of Thailand, No. 0160/MOAF, date 19 January 2022 PDF
2 ຄໍາສັ່ງ ວ່າດ້ວຍ ການໂຈະ ການອະນຸຍາດ ນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດ ຂອງເຊື້ອພະຍາດອະຫິວາໝູອາຟຣິກາ, ເລກທີ 0160/ກປ, ລົງວັນທີ 19 ມັງກອນ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.