ໃນວັນທີ 15 ກຸມພາ 20022, ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈໍາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ ທົ່ວປະເທດ ຄັ້ງທີ່ 2 ຂື້ນ ທີ່ໂຮງແຮມມິດຕະພາບ, ເມືອງ ໄຊ, ແຂວງ ອຸດົມໄຊ ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ ອຸດົມໄຊ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແຂວງອຸດົມໄຊ ແລະ ມີບັນດາທ່ານ ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້າທົ່ວປະເທດລວມທັງໝົດ 100 ກວ່າທ່ານ. 

     ຈຸດປະສົງກອງປະຊຸມ ແມ່ນເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈເລີກເຊິ່ງຕື່ມ ໃຫ້ແກ່ຄະນະປະຈໍາຫ້ອງການປະຈຳຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ ເພື່ອສ້າງຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ໃນຕໍ່ໜ້າ. ພ້ອມນັ້ນ, ຍັງໄດ້ຮັບຟັງບົດລາຍງານ ຄວາມຄຶບໜ້າໃນການແກ້ໄຂບັນຫາພາກທຸລະກິດ, ແຜນການ ແລະ ບາງບັນຫາທີ່ໄດ້ຍົກຂື້ນມາປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

     ຄະນະປະຈໍາຫ້ອງການຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ ໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈເລີກເຊິ່ງ ກ່ຽວກັບການສ້າງມາດຕະຖານບໍລິການ, ການປັບຂັ້ນຕອນ ແລະ ເວລາໃນການອອກອະນຸຍາດ, ການຢັ້ງຢືນການນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ ຂອງແຕ່ລະຂະແໜງການ ໂດຍສະເພາະແມ່ນຂອງ 07 ຂະແໜງການ ທີ່ຕິດພັນກັບສິນຄ້າປະເພດຕ່າງໆ ປະກອບມີ: ກະຊວງ ອຄ (ກົມການນໍາເຂົ້າ ແລະ ສົ່ງອອກ, ກົມມາດຕະຖານ ແລະ ວັດແທກ), ກະຊວງສາທາລະນະສຸກ (ກົມອາຫານ ແລະ ຢາ), ກະຊວງໂຍທາທິການ ແລະ ຂົນສົ່ງ (ກົມຂົນສົ່ງ), ກະຊວງກະສິກໍາ ແລະ ປ່າໄມ້ (ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ) ແລະ ກະຊວງພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງບໍ່ແຮ່). ນອກນັ້ນ, ຍັງໄດ້ຮຽນຮູ້ທິດທາງ ແລະ ບາງບົດຮຽນທີ່ເກີດຂື້ນຢູ່ບາງແຂວງ ທີ່ໄດ້ຮັບການແກ້ໄຂ ແລະ ຍັງບໍ່ໄດ້ຮັບການແກ້ໄຂບັນຫາ ແຕ່ມີຜົນກະທົບຕໍ່ພາກທຸລະກິດ. ສ້າງຄວາມເຂົ້າໃຈຄວາມໝາຍຄວາມສໍາຄັນໃນການແກ້ໄຂບັນຫາທຸລະກິດ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນແຂວງ ຫຼື ເອີ້ນອິກຢ່າງໜຶ່ງວ່າຜົນກະທົບຈາກພາຍໃນ. ໃນກອງປະຊຸມ ຍັງໄດ້ນໍາສະເໜີ ບັນຫາພາກທຸລະກິດທີ່ໄດ້ຮັບຜົນກະທົບຈາກພາຍນອກ ໂດຍສະເພາະ ແມ່ນບັນຫາການສົ່ງອອກທີ່ຕ້ອງປະຕິບັດຕາມເງື່ອນໄຂນະໂຍບາຍຂອງປະເທດປາຍທາງ ຫຼື ເອີ້ນວ່າ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເຊັ່ນວ່າ: ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ, ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ແລະ ບັນຫາການຈົດທະບຽນບໍລິສັດສົ່ງອອກ.

     ກອງປະຊຸມຝຶກອົບຮົມໄດ້ດໍາເນີນໄປເປັນເວລາ ໜຶ່ງວັນເຕັມ ເຫັນວ່າ ຜູ້ເຂົ້າຮ່ວມກອງປະຊຸມ ມີການປຶກສາຫາລື ແລະ ຕັ້ງຄໍາຖາມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເຮັດໃຫ້ມີຄວາມເຂົ້າໃຈ ແລະ ກໍາແໜ້ນບົດຮຽນໄດ້ດີ. ທ່ານ ຫົວໜ້າ ກອງເລຂາ ຄອຄສ ໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເຂົ້າຮ່ວມກອງປະຊຸມ ມີຄວາມເອົາໃຈໃສ່ ແລະ ຕັ້ງໃຈຮັບຟັງບົດຮຽນ. ພ້ອມນັ້ນ, ກະຍັງມີການປະກອບຄໍາຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງຂັ້ນແຂວງ ແລະ ສູນກາງ. ເຖິງແມ່ນວ່າ ໃນຫຼາຍໆດ້ານທີ່ຍັງຄ້າງຄາ ຫຼື ຍັງບໍ່ຄ່ອງຕົວ ພວກເຮົາໃນນາມຫ້ອງການປະຈໍາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ, ຂັ້ນແຂວງ ຄວນເອົາຈິງເອົາຈັງຫຼາຍຂື້ນ ເພື່ອເຮັດວຽກກັບບັນດາຂະແໜງການກ່ຽວຂ້ອງ ເຮັດແນວໃດໃຫ້ສິນຄ້າຂອງ ສປປ ລາວ ສາມາດສົ່ງອອກສະດວກຍິ່ງຂື້ນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.