ເພື່ອຜັນຂະຫຍາຍ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ ສະບັບເລກທີ 99/ນຍ,ລົງວັນທີ 20 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ແລະ ຂໍ້ຕົກລົງ ເລກທີ 2026/ກຜທ, ລົງວັນທີ 04 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຊ່ວຍວຽກຄະນະສະເພາະກິດສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ ຕາມຂໍ້ຕົກລົງ ເລກທີ 99/ນຍ, ກະຊວງ​ອຸດສາຫະກຳ​ ແລະ ການ​ຄ້າ ໄດ້ສ້າງຄູ່ມືການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໂດຍອີງໃສ່ບັນດາກົດໝາຍ, ລະບຽບການ ແລະ ພາລະບົດບາດ ຂອງຂະແໜງການກ່ຽວຂ້ອງ. ຈຸດປະສົງ ແມ່ນເພື່ອບັງຄັບໃຊ້ບັນດາກົດໝາຍ ແລະ ລະບຽບການ ທີ່ໄດ້ວາງອອກ ຢ່າງເຂັ້ມງວດ, ເພື່ອເປັນເຄື່ອງມືຄຸ້ມຄອງການນໍາເຂົ້າ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດພາຍໃນ ທີ່ດຳເນີນການຜະລິດກະສິກຳເປັນສິນຄ້າທ່າແຮງ ຂອງ ສປປ ລາວ ໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການພາຍໃນ ຢ່າງພຽງພໍ ແລະ ສາມາດແຂ່ງຂັນກັບສິນຄ້ານຳເຂົ້າຈາກຕ່າງປະເທດ ພ້ອມທັງຮັບປະກັນການປົກປ້ອງຊີວິດ ແລະ ສຸຂະພາບຂອງ ຄົນ, ພືດ ແລະ ສັດ ລວມທັງຄວາມປອດໄພຂອງຜູ້ຊົມໃຊ້.

     ຄູ່ມືສະບັບນີ້ ໄດ້ສັງລວມເອົາບັນດາມາດຕະການທີ່ຕິດພັນກັບການນໍາເຂົ້າສິນຄ້າ ຈາກບັນດາກົດໝາຍ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງ, ຂໍ້ກໍານົດ ແລະ ມາດຕະການຕ່າງໆ ທີ່ບັນດາກະຊວງ ແລະ ກົມກອງກ່ຽວຂ້ອງ ເປັນຜູ້ວາງອອກ ເພື່ອໃຫ້ພາກລັດ ແລະ ທຸລະກິດ ຕະຫຼອດເຖິງບັນດາດ່ານ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບກັນ. ເຖິງຢ່າງໃດກໍຕາມ, ກໍບໍ່ອາດປາສະຈາກໄດ້ຂໍ້ຜິດພາດ ແລະ ຂໍ້ບົກຜ່ອງ ຊຶ່ງກະຊວງອຸດສາຫະກຳ ແລະ ການຄ້າ ຍິນດີຮັບເອົາຄໍາຕໍານິຕິຊົມ ເພື່ອນໍາໄປປັບປຸງ ແລະ ພັດທະນາໃຫ້ດີຂຶ້ນ ໃນຄັ້ງຕໍ່ໄປ.

     ກະຊວງອຸດສາຫະກຳ ແລະ ການຄ້າ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະສານສົມທົບເຊິ່ງກັນ ແລະ ກັນ ແລະ ປະກອບ ຄໍາຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນໍາເຂົ້າສິນຄ້າ ເປັນຢ່າງດີ.  ຫວັງຢ່າງຍິ່ງວ່າ ຄູ່ມືສະບັບນີ້ ຈະເປັນປະໂຫຍດໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບໍ່ຫຼາຍກໍໜ້ອຍ.

# ຫົວຂໍ້ ດາວໂຫຼດ
1 ຄູ່ມື ການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ສໍາລັບການນໍາເຂົ້າ ສິນຄ້າອຸປະໂພກ-ບໍລິໂພກ (ກຸມພາ 2022) PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.