ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງພະລັງງານ ແລະ ບໍ່ແຮ່

ກົມຄຸ້ມຄອງບໍ່ແຮ່

ເລກທີ 0799/ພບ.ກຄບ1

ນະຄອນຫຼວງວຽງຈັນ, ວັນທີ 3 ມີນາ 2022

 

ສະໂນດນຳສົ່ງ

ເຖິງ: - ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ປະຈຳແຂວງ/ນະຄອນຫຼວງວຽງຈັນ;

      - ທ່ານ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳເມືອງ ໃນຂອບເຂດທົ່ວປະເທດ;

      - ປະທານ/ອໍານວຍການບໍລິສັດ ລົງທຶນດ້ານບໍ່ແຮ່ ໃນຂອບເຂດທົ່ວປະເທດ.

ເລື່ອງ: ນຳສົ່ງເອກະສານ.

 

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມຄຸ້ມຄອງບໍ່ແຮ່ ສະບັບເລກທີ 136/ພບ, ລົງວັນທີ 25 ມັງກອນ 2022.

 

              ກົມຄຸ້ມຄອງບໍ່ແຮ່ ຂໍນຳສົ່ງເອກະສານມາຍັງທ່ານ ຊຶ່ງເອກະສານນຳສົ່ງມາຄັ້ງນີ້ ປະກອບມີ:

 

ລຳດັບ

ເນື້ອໃນເອກະສານ

ຈຳນວນ (ສະບັບ)

ໝາຍເຫດ

01

ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ປະຈຳພາກ ສະໜາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ສະບັບເລກທີ 315/ພບ, ລົງວັນທີ 16 ກຸມພາ 2022.

01

ເພື່ອຊາບ ແລະ ຈັດຕັ້ງ ປະຕິບັດ.

 

ວ່າການຫົວໜ້າກົມ

ແກ້ວສະຫງວນ ວີນນາລາດ

 

 

 

 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງພະລັງງານ ແລະ ບໍ່ແຮ່

ເລກທີ 315/ພບ

ນະຄອນຫຼວງວຽງຈັນ, ວັນທີ 26.02.2012

ຂໍ້ຕົກລົງ

ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນປະຈຳພາກສະໜາມ

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ

-  ອີງຕາມ ກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017;

-  ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 624/ນຍ, ລົງວັນທີ 22 ຕຸລາ 2021;

-  ອີງຕາມ ໜັງສືສະເໜີຂອງກົມຄຸ້ມຄອງບໍ່ແຮ່ ສະບັບເລກທີ 0543/ກລບ ລົງວັນທີ 11.02.2022

 

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ອອກຂໍ້ຕົກລົງ:

ມາດຕາ 1 ຈຸດປະສົງ

    ຂໍ້ຕົກລົງສະບັບນີ້ ວາງອອກເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຄື່ອນ ໄຫວວຽກງານຂອງພະນັກງານ-ລັດຖະກອນ ປະຈຳຢູ່ພາກສະໜາມ, ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາການ ດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ການຊື້-ຂາຍ, ການຂົນສົ່ງ, ການປົກປັກຮັກສາສິ່ງແວດລ້ອມ, ການ ພັດທະນາຊຸມຊົນ ແລະ ວຽກງານອື່ນທີ່ຕິດພັນກັບກິດຈະກໍາບໍ່ແຮ່, ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 2 ການແຕ່ງຕັ້ງ

    ການແຕ່ງຕັ້ງພະນັກງານ-ລັດຖະກອນປະຈຳພາກສະໜາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແມ່ນ ການມອບໝາຍໃຫ້ ພະນັກງານ-ລັດຖະກອນ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ປະຈຳຢູ່ພາກສະໜາມໂຄງການ.

    ກະຊວງພະລັງງານ ແລະ ບໍ່ແຮ່ ຕົກລົງແຕ່ງຕັ້ງພະນັກງານ-ລັດຖະກອນ ໃຫ້ປະຈຳຢູ່ພາກສະໜາມ ນຳໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ໄດ້ຮັບອະນຸຍາດສຳປະທານ ເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນ ສປປ ລາວ ປະກອບມີ ດັ່ງນີ້:

1. ຕາງໜ້າກົມຄຸ້ມຄອງບໍ່ແຮ່ ຈຳນວນ 01 ທ່ານ;

2. ຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ຈຳນວນ 01 ທ່ານ;

3. ຕາງໜ້າຫ້ອງການ ພະລັງານ ແລະ ບໍ່ແຮ່ ເມືອງ/ນະຄອນ ຈຳນວນ 01 ທ່ານ.

ມາດຕາ 3 ຂອບເຂດການນໍາໃຊ້

    ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບພະນັກງານ-ລັດຖະກອນ ຂະແໜງການພະລັງງານ ແລະ ບໍ່ແຮ່ ທີ່ປະຈຳຢູ່ພາກສະໜາມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ບໍລິສັດ ແລະ ລັດວິສາຫະກິດ ທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນຂອບເຂດທົ່ວປະເທດ.

ມາດຕາ 4 ໜ້າວຽກຂອງພະນັກງານ-ລັດຖະກອນ ປະຈຳຢູ່ພາກສະໜາມ

    ພະນັກງານ-ລັດຖະກອນ ປະຈຳຢູ່ພາກສະໜາມ ຕ້ອງປະຕິບັດໜ້າວຽກຕົ້ນຕໍ ດັ່ງນີ້:

1. ຕິດຕາມກວດກາ ແລະ ເກັບກໍາຂໍ້ມູນກ່ຽວກັບ ການຂຸດຄົ້ນ, ການປຸງແຕ່ງແຮ່ທາດ, ການຊື້-ຂາຍ, ການຂົນສົ່ງ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແລະ ການປະຕິບັດພັນທະທາງດ້ານການເງິນຕໍ່ລັດ;

2. ຕິດຕາມກວດກາ ແລະ ເກັບກຳຂໍ້ມູນ ການຄຸ້ມຄອງດ້ານສິ່ງແວດລ້ອມ, ຄວາມປອດໄພ, ສຸຂະພາບ ແລະ ການນຳໃຊ້ແຮງງານ, ການນຳເຂົ້າອຸປະກອນກົນຈັກ, ພາຫະນະ, ສານເຄມີ ແລະ ວັດຖຸດິບ ທີ່ຕິດພັນກັບການດໍາເນີນໂຄງການ.

3. ຕິດຕາມ ແລະ ເຂົ້າຮ່ວມວຽກງານພັດທະນາຊຸມຊົນ;

4. ເຂົ້າຮ່ວມກອງປະຊຸມຕ່າງໆ;

5. ສັງລວມຂໍ້ມູນ ແລະ ລາຍງານ.

    ພະນັກງານ-ລັດຖະກອນທີ່ປະຈຳການພາກສະໝາມຕ້ອງລົງເລິກ ທາງດ້ານວິຊາການໃຫ້ເລິກເຊິ່ງ ແລະ ສາມາດເຂົ້າເຖິງພື້ນຖານທາງດ້ານເຕັກນິກ-ວິຊາການ.

 

ມາດຕາ 5 ເງື່ອນໄຂຂອງພະນັກງານ-ລັດຖະກອນປະຈຳສະໜາມ

    ພະນັກງານ-ລັດຖະກອນຜູ້ທີ່ຈະຖືກແຕ່ງຕັ້ງໃຫ້ໄປປະຈຳການພາກສະໜາມ ຕ້ອງປະກອບດ້ວຍເງື່ອນ

ໄຂຕົ້ນຕໍ ດັ່ງນີ້:

1. ເປັນພະນັກງານ-ລັດຖະກອນ;

2. ມີຄວາມເຂົ້າໃຈຕໍ່ກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດໂດຍພື້ນຖານ;

3. ມີຄວາມເຂົ້າໃຈ ແລະ ສາມາດສັງລວມບັນຫາຕ່າງໆຂອງວຽກງານໄດ້;

4. ມີຄວາມຫ້າວຫັນ ແລະ ຊອກຮູ້ຮ່ຳຮຽນ ໃນພາກສະໜາມ, ເຄົາລົບ ແລະ ຈັດຕັ້ງປະຕິບັດລະບຽບການຂອງບໍລິສັດໄດ້;

5. ມີສຸຂະພາບແຂງແຮງດີ.

ມາດຕາ 6 ການປະສານສົມທົບ

    ພະນັກງານ-ລັດຖະກອນ ທີ່ປະຈຳພາກສະໜາມ ຕ້ອງປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງຂອງລັດ ແລະ ບໍລິສັດ ເພື່ອເກັບກຳຂໍ້ມູນ ການຈັດຕັ້ງປະຕິບັດວຽກງານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຕາມແບບຟອມທີ່ກົມຄຸ້ມຄອງບໍ່ແຮ່ກຳນົດໄວ້ ແລະ ເຂົ້າຮ່ວມກອງປະຊຸມ ວິທະຍາສາດ, ເຕັກນິກ-ວິຊາການ, ກອງປະຊຸມຂອງຊຸມຊົນອ້ອມຂ້າງໂຄງການ ຫຼື ປະຊຸມຂອງອົງການຈັດຕັ້ງມະຫາຊົນ.

ມາດຕາ 7 ການລາຍງານ

    ພະນັກງານ-ລັດຖະກອນຜູ້ປະຈຳການພາກສະໜາມ ຕ້ອງລາຍງານໜ້າວຽກທີ່ກຳນົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ໃຫ້ກົມຄຸ້ມຄອງບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງ ປະຈຳອາທິດ, ປະຈຳເດືອນ, ປະຈຳ ງວດ ແລະ ປະຈຳປີ ຕາມແບບຟອມ ທີ່ກົມຄຸ້ມຄອງບໍ່ແຮ່ໄດ້ວາງອອກ;

    ໃນກໍລະນີມີເຫດການສຸກເສີນ ພະນັກງານ-ລັດຖະກອນ ຜູ້ປະຈຳການພາກສະໜາມ ຕ້ອງຮີບຮ້ອນລາຍງານເຫດການດັ່ງກ່າວ ໃຫ້ກົມຄຸ້ມຄອງບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງ;

    ພາຍຫຼັງສຳເລັດການປະຈຳການພາກສະໜາມແລ້ວ ຜູ້ກ່ຽວຕ້ອງລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃນພາກສະໜາມຜ່ານມາ ພ້ອມທັງສະເໜີ ດ້ານດີ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ວິທີການແກ້ໄຂ.

ມາດຕາ 8 ການອໍານວຍຄວາມສະດວກ

    ບໍລິສັດ, ລັດວິສາຫະກິດ ທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຕ້ອງອໍານວຍຄວາມສະດວກ ແລະ ນະໂຍບາຍອື່ນໆ ທີ່ຈຳເປັນໃຫ້ພະນັກງານ-ລັດຖະກອນ ຜູ້ປະຈຳການພາກສະໜາມ ເປັນຕົ້ນ: ການເດີນ ທາງ, ສະຖານທີ່ພັກເຊົາ, ອາຫານ, ຢາປົວພະຍາດ, ຄ່າແຮງງານ, ເຄື່ອງຮັບໃຊ້ (ຄອມພີວເຕີ, ອຸປະກອນປ້ອງກັນໄພແຮງງານ...), ຫ້ອງການ ປະຈຳພາກສະໜາມ ແລະ ອື່ນໆ.

    ບໍລິສັດຕ້ອງລາຍງານການຈັດຕັ້ງປະຕິບັດວຽກງານ ການຂຸດຄົ້ນ, ການປຸງແຕ່ງ ແລະ ວຽກອື່ນໆ ທີ່ເຫັນວ່າຈຳເປັນໃຫ້ ພະນັກງານ-ລັດຖະກອນ ປະຈຳພາກສະໜາມ ປະຈຳວັນ, ປະຈຳອາທິດ, ປະຈຳເດືອນ.

ມາດຕາ 9 ການຖ່າຍທອດບົດຮຽນ

    ພະນັກງານ-ລັດຖະກອນ ທີ່ປະຈຳການພາກສະໜາມ ຕ້ອງຖາຍທອດບົດຮຽນ ແລະ ວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຜູ້ທີ່ຈະປ່ຽນແທນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ໜ້າວຽກທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ.

    ພະນັກງານ-ລັດຖະກອນ ທີ່ໄດ້ເຂົ້າຮວ່ມປະຈຳການພາກສະໜາມ ພາຍຫຼັງສຳເລັດແລ້ວ ຕ້ອງຖ່າຍ ທອດບົດຮຽນທີ່ຖອດຖອນໄດ້, ຄວາມຊຳນານງານດ້ານເຕັກນິກ-ເຕັກໂນໂລຊີ ໃຫ້ເພື່ອນຮ່ວມງານພາຍໃນ ກົມກອງຂອງຕົນ.

ມາດຕາ 10 ກໍານົດເວລາ

    ການປະຈຳການພາກສະໜາມ ຂອງພະນັກງານ-ລັດຖະກອນ ທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ມີກໍານົດເວລາ ສອງເດືອນຕໍ່ຄັ້ງ.

ມາດຕາ 11 ຂໍ້ຫ້າມສຳລັບພະນັກງານ-ລັດຖະກອນ ປະຈຳພາກສະໜາມໂຄງການ

    ຫ້າມພະນັກງານ-ລັດຖະກອນ ມີພຶດຕິກຳ ດັ່ງນີ້:

1. ຢັ້ງຢືນ ຫຼື ຮັບປະກັນບັນຫາຕ່າງໆ ໂດຍບໍ່ໄດ້ຮັບການອະນຸຍາດ ຫຼື ໄດ້ຮັບມອບໝາຍຈາກກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່;

2. ຕັດສິນໃຈ ຫຼື ສັ່ງການໂດຍກົງຕໍ່ການດຳເນີນໂຄງການຂອງບໍລິສັດ ຫຼື ຜູ້ຮັບເໝົາ, ຜູ້ຮັບເໝົາ ຍ່ອຍ ໃຫ້ປະຕິບັດຕາມຄຳເຫັນຂອງຕົນຕໍ່ວຽກໂຄງການ;

3. ຮຽກຮ້ອງເອົາຜົນປະໂຫຍດ ຫຼື ຂໍ້ສະດວກຕ່າງໆຂອງຕົນ ຈາກບໍລິສັດ;

4. ຫຼີ້ນການພະນັນທຸກຊະນິດ, ດື່ມສີ່ງຂອງມືນເມົາທີ່ຂັດຕໍ່ລະບຽບຂອງບໍລິສັດ;

5. ເປີດເຜີຍຄວາມລັບຂອງລັດ ແລະ ບໍລິສັດ ຫຼື ຄວາມລັບທາງດ້ານການຄ້າ ແລະ ເຕັກນິກວິຊາການກ່ຽວກັບແຮ່ທາດ;

6. ໃຊ້ສິດ, ໜ້າທີ່ເກີນຂອບເຂດ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍ;

7. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 12 ການຈັດຕັ້ງປະຕິບັດ

    ມອບໃຫ້ກົມຄຸ້ມຄອງບໍ່ແຮ່, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ/ນະຄອນ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

    ບໍລິສັດ, ລັດວິສາຫະກິດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຈົ່ງຮັບຮູ້,ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 13 ຜົນສັກສິດ

    ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນຕີ

ປອ. ດາວວົງ ພອນແກ້ວ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນປະຈໍາພາກສະໜາມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ເລກທີ 315/ພບ, ລົງວັນທີ 16 ກຸມພາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.