ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ສະພາແຫ່ງຊາດ

ເລກທີ 04 /ສພຊ

ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2021

ກົດໝາຍ

ວ່າດ້ວຍຍານພາຫະນະທາງບົກ

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຍານພາຫະນະທາງບົກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ, ທັນສະໄໝ, ເອກະພາບ ແລະ ລວມສູນ, ແນໃສ່ຮັບປະກັນຄວາມສະດວກ, ຖືກຕ້ອງ ແລະ ໂປ່ງໃສ, ເປັນລະບຽບຮຽບຮ້ອຍ, ປົກປ້ອງຊີວິດ, ຊັບສິນ, ຜົນປະໂຫຍດຂອງ ບຸກຄົນ, ນິຕິບຸກຄົນ ແລະ ສາທາລະນະ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ຍານພາຫະນະທາງບົກ

ຍານພາຫະນະທາງບົກ ແມ່ນ ລົດທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ ທີ່ມີສອງລໍ້ຂຶ້ນໄປ ມີຄົນຂັບ ແລະ ບໍ່ມີຄົນຂັບ ຊຶ່ງໄດ້ອອກແບບ, ປະກອບ ແລະ ຜະລິດ ຕາມມາດຕະຖານເຕັກນິກ ໂດຍນໍາໃຊ້ນໍ້າມັນເຊື້ອໄຟ, ອາຍແກັສ, ແສງອາທິດ, ໄຟຟ້າ ແລະ ໄນໂຕຣເຈນ ເປັນພະລັງງານຂັບເຄື່ອນ.

ມາດຕາ 3 ການອະທິບາຍຄໍາສັບ

ຄຳສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ພະລັງງານສະອາດ ໝາຍເຖິງ ພະລັງງານໄຟຟ້າ, ໄນໂຕຣເຈນ ແລະ ແສງອາທິດ;

2. ຊີ້ນສ່ວນ ໝາຍເຖິງ ຜະລິດຕະພັນ ຫຼື ອົງປະກອບຕ່າງໆ ທີ່ຈະນຳມາປະກອບລົດໃນໂຮງງານໂດຍໄດ້ຮັບການອອກແບບ ແລະ ຜະລິດຈາກໂຮງງານໂດຍກົງ;

3. ຊີບີຢູ (Completely Built Unit-CBU) ໝາຍເຖິງ ຍານພາຫະນະທາງບົກທີ່ນຳເຂົ້າເປັນຄັນ;

4. ອາໄຫຼ່ ໝາຍເຖິງ ຜະລິດຕະພັນ ຫຼື ອົງປະກອບຕ່າງໆ ສຳລັບປ່ຽນຖ່າຍ ຂອງລົດທີ່ໄດ້ຮັບອອກແບບຈາກໂຮງງານຜູ້ຜະລິດ;

5. ຊີໂອຟິ (Conformity of Production-COP) ໝາຍເຖິງ ການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຂະບວນການຜະລິດ;

 6. ເລກຈັກ ໝາຍເຖິງ ຕົວເລກ ຫຼື ລະຫັດປະຈຳໜ່ວຍຈັກ;

7. ເລກຖັງລົດ (Vehicle Identification Number-VIN) ໝາຍເຖິງ ລະຫັດຂອງຍານພາຫະນະທີ່ບົ່ງບອກ ປະເທດຜະລິດ, ຍີ່ຫໍ້ ປະເພດ, ປີຜະລິດ ແລະ ລໍາດັບການຜະລິດ ຂອງຍານພາຫະນະ ຕາມມາດຕະຖານສາກົນ;

8. ອອບໂຣດ (Off Road) ໝາຍເຖິງ ຍານພາຫະນະທີ່ ຜ່ານການອອກແບບ ຫຼື ດັດແປງ ຮູບຮ່າງພາຍນອກ ສຳລັບນຳໃຊ້ ໃນການສໍາຫຼວດ, ກິລາ, ໃນເຂດທຸລະກັນດານ ຫຼື ພື້ນທີ່ສະເພາະ;

9. ຖັງລົດ ໝາຍເຖິງ ໂຄງສ້າງຫຼັກຂອງລົດ;

10. ໃບທະບຽນຍານພາຫະນະ ໝາຍເຖິງ ເອກະສານປະຈຳ ຍານພາຫະນະທາງບົກ ທີ່ກຳນົດ ຊື່, ທີ່ຢູ່, ຂໍ້ມູນທາງດ້ານເຕັກນິກ ແລະ ເລກປ້າຍທະບຽນຍານພາຫະນະທາງບົກ;

11. ຄາບອນໂມນ໋ອກໄຊ (CO) ໝາຍເຖິງ ອາຍພິດທີ່ ບໍ່ມີສີ ແລະ ບໍ່ມີກິ່ນ ຊຶ່ງເກີດມາຈາກການເຜົາ ໄໝ້ຂອງເຄື່ອງຈັກທີ່ໃຊ້ພະລັງງານນໍ້າມັນກາຊວນ ຊຶ່ງມີຜົນກະທົບຕໍ່ສຸຂະພາບ;

12. ໄຮໂດຣຄາບອນ (HC) ໝາຍເຖີງ ອາຍພິດທີ່ ບໍ່ມີສີ ແລະ ບໍ່ມີກິນ ຊຶ່ງເກີດມາຈາກການເຜົາໄໝ້ ຂອງເຄື່ອງຈັກທີ່ນໍາໃຊ້ພະລັງງານນໍ້າມັນແອັດຊັງ ຊຶ່ງມີຜົນກະທົບຕໍ່ສຸຂະພາບ;

13. ຜະລິດຕະພັນ ໝາຍເຖິງ ລົດ, ຊິ້ນສ່ວນ ແລະ ອາໄຫຼ່ປ່ຽນຖ່າຍ;

14. ແວ່ນ ໝາຍເຖິງ ວັດສະດຸທີ່ເຮັດມາຈາກແກ້ວ ແລະ ສານຊິລິຄອນ ທີ່ສາມາດຫຼອມເປັນຮູບໄດ້ເມື່ອເຢັນໂຕແລ້ວ ມີລັກສະນະໃສ ແລະ ແຂງ ຊຶ່ງນຳໄປປະກອບໃສ່ດ້ານ ໜ້າ, ຂ້າງ ແລະ ຫຼັງ ລົດ ເພື່ອໃຫ້ ແນມເຫັນ, ປ້ອງກັນ ລົມ, ນໍ້າ, ຝຸ່ນ ແລະ ອື່ນໆ;

15. ກະຈົກ ໝາຍເຖິງ ວັດສະດຸທີ່ມີຄວາມສາມາດໃນການສະທ້ອນຮູບພາບ ເພື່ອໃຫ້ແນມເຫັນພາບສະທ້ອນໄດ້ຊັດເຈນ ຊຶ່ງນຳໄປປະກອບໃສ່ໃນຫ້ອງໂດຍສານ ແລະ ດ້ານຂ້າງ, ທ້າຍລົດ ເພື່ອໃຫ້ແນມເຫັນທາງຫຼັງ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຍານພາຫະນະທາງບົກ

ລັດ ສົ່ງເສີມ ວຽກງານຍານພາຫະນະທາງບົກ ດ້ວຍການ ທົດສອບ ແລະ ວິໄຈ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ກ້າວໜ້າ ແລະ ທັນສະໄໝ, ພັດທະນາບຸກຄະລາກອນ, ສະໜອງງົບປະມານ ແລະ ວັດຖຸປະກອນ ທີ່ຈໍາເປັນເຂົ້າໃນວຽກງານດັ່ງກ່າວ.

ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນກ່ຽວກັບ ການປະກອບ, ຜະລິດ, ສົ່ງອອກ ແລະ ຈຳໜ່າຍ ຍານພາຫະນະທາງບົກທຸກປະເພດ ລວມທັງການນຳເຂົ້າກົນຈັກກະສິກຳ.

ລັດ ສົ່ງເສີມ ການນໍາໃຊ້ຍານພາຫະນະທາງບົກ ທີ່ນໍາໃຊ້ພະລັງງານສະອາດ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຄວາມປອດໄພຕໍ່ສຸຂະພາບ.

ມາດຕາ 5 ຫຼັກການກ່ຽວກັບວຽກງານຍານພາຫະນະທາງບົກ

ວຽກງານຍານພາຫະນະທາງບົກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງ ກັບແນວທາງ ນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດ ແລະ ແຜນດຳເນີນງານຄວາມປອດໄພທາງຫຼວງ;

2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;

3. ຄຸ້ມຄອງ ແລະ ບໍລິການໃຫ້ມີຄວາມ ຖືກຕ້ອງວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ສາມາດກວດສອບໄດ້

4. ຖືກຕ້ອງຕາມມາດຕະຖານເຕັກນິກຍານພາຫະນະທາງບົກທີ່ ສປປ ລາວ ຮັບຮູ້,

5. ສອດຄ່ອງກັບສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

ມາດຕາ 6 ພັນທະຂອງຜູ້ນໍາໃຊ້ຍານພາຫະນະທາງບົກ

ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ນຳໃຊ້ຍານພາຫະນະທາງບົກ ຢູ່ດິນແດນຂອງ ສປປ ລາວ ຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ ກ່ຽວຂ້ອງ ຢ່າງເຂັ້ມງວດ, ປະກອບສ່ວນໃນການຮັກສາຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ລວມທັງການປະຕິບັດພັນທະອື່ນ ກ່ຽວກັບວຽກງານຍານພາຫະນະທາງບົກ.

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວວຽກງານຍານພາຫະນະທາງບົກທຸກປະເພດ ໃນຂອບເຂດທົ່ວປະເທດ.

ກົດໝາຍສະບັບນີ້ ບໍ່ນຳໃຊ້ສໍາລັບລົດໄຟ.

ມາດຕາ 8 ການຮ່ວມມືສາກົນ

ລັດ ສົ່ງເສີມ ການພົວພັນ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຍານພາຫະນະທາງບົກ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ, ການສ້າງ, ບຳລຸງ, ຍົກລະດັບດ້ານວິຊາການໃຫ້ແກ່ບຸກຄະລາກອນທັງ ພາກລັດ ແລະ ເອກະຊົນ, ການຮ່ວມມື ດ້ານການລົງທຶນ, ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

ພາກທີ II

ປະເພດ ແລະ ການນໍາເຂົ້າ ຍານພາຫະນະທາງບົກ

ໝວດທີ 1

ປະເພດຂອງຍານພາຫະນະທາງບົກ

ມາດຕາ 9 ປະເພດຍານພາຫະນະທາງບົກ

ປະເພດຍານພາຫະນະທາງບົກ ມີ ດັ່ງນີ້:

1. ລົດຈັກ;

2. ລົດເບົາ;

3. ລົດຂົນສົ່ງ;

4. ລົດກົນຈັກໜັກ;

5. ລົດກົນຈັກກະສິກຳ;

6. ລົດຮັບໃຊ້ພື້ນທີ່ສະເພາະ.

ມາດຕາ 10 ລົດຈັກ

ລົດຈັກ ມີ ດັ່ງນີ້:

1. ສອງລໍ້;

2. ສາມລໍ້;

3. ສີ່ລໍ້.

ມາດຕາ 11 ລົດເບົາ

ລົດເບົາ ມີ ດັ່ງນີ້:

1. ລົດເກັງ ແມ່ນ ລົດສີ່ລໍ້ທີ່ມີບ່ອນນັ່ງບໍ່ເກີນ ຫ້າບ່ອນ ລວມທັງບ່ອນຜູ້ຂັບຂີ່ ແລະ ມີນໍ້າໜັກບໍ່ເກີນ ສອງພັນຫ້າຮ້ອຍກິໂລກຣາມ;

2. ລົດກະບະ ແມ່ນ ລົດສີ່ລໍ້ທີ່ມີທ້າຍລົດເປົ່່າວ່າງສໍາລັບບັນທຸກ, ມີບ່ອນນັ່ງບໍ່ເກີນ ຫ້າບ່ອນ ລວມທັງບ່ອນຜູ້ຂັບຂີ່ ແລະ ມີນໍ້າໜັກບໍ່ເກີນ ສາມພັນຫ້າຮ້ອຍກິໂລກຣາມ;

3. ລົດຈິບ ແມ່ນ ລົດສີ່ລໍ້ທີ່ຍົກພື້ນສູງ, ມີບ່ອນນັ່ງບໍ່ເກີນ ເກົ້າບ່ອນ ລວມທັງບ່ອນຜູ້ຂັບຂີ່ ແລະ ມີນໍ້າໜັກບໍ່ເກີນ ສາມພັນຫ້າຮ້ອຍກິໂລກຣາມ,

4. ລົດຕູ້ ແມ່ນ ລົດສີ່ລໍ້ທີ່ມີ ໜຶ່ງ ຫຼື ສອງ ປະຕູທາງດ້ານຂ້າງເປັນບານເລື່ອນ, ມີບ່ອນນັ່ງບໍ່ເກີນ ເກົ້າບ່ອນ ລວມທັງບ່ອນຜູ້ຂັບຂີ່ ແລະ ມີນໍ້າໜັກບໍ່ເກີນ ສາມພັນຫ້າຮ້ອຍກິໂລກຣາມ.

ມາດຕາ 12 ລົດຂົນສົ່ງ

ລົດຂົນສົ່ງ ມີ ດັ່ງນີ້:

1. ລົດຂົນສົ່ງຜູ້ໂດຍສານ ມີ ສາມຂະໜາດ ຄື ຂະໜາດນ້ອຍ ມີບ່ອນນັ່ງບໍ່ເກີນ ເກົ້າບ່ອນ, ຂະໜາດກາງ ມີບ່ອນນັ່ງບໍ່ເກີນ ສາມສິບຫ້າບ່ອນ ແລະ ຂະໜາດໃຫຍ່ ມີບ່ອນນັ່ງແຕ່ ສາມສິບຫົກບ່ອນ ຂຶ້ນໄປ;

2. ລົດຂົນສົ່ງສິນຄ້າ ມີ ສາມຂະໜາດ ຄື ຂະໜາດນ້ອຍ ມີນໍ້າໜັກລົດບໍ່ເກີນ ສາມພັນຫ້າຮ້ອຍກິໂລກຣາມ, ຂະໜາດກາງ ມີນໍ້າໜັກລົດບໍ່ເກີນ ສິບຫ້າພັນກິໂລກຣາມ ແລະ ຂະໜາດໃຫຍ່ ມີນໍ້າໜັກລົດເກີນ ສືບຫ້າພັນກິໂລກຣາມ ຂຶ້ນໄປ.

ມາດຕາ 13 ລົດກົນຈັກໜັກ

ລົດກົນຈັກໜັກ ມີ ດັ່ງນີ້:

1. ລົດກົນຈັກໜັກທີ່ຮັບໃຊ້ທົ່ວໄປ ມີ ລົດ ດູດ, ໂລ, ໂລສັ່ນສະເທືອນ, ຈົກ, ຕັກ, ກວາດ, ຕອກເສົາເຂັມ, ຊີເຈາະ, ສີດຢາງ, ປູຢາງ, ເປົ່າລົມ, ຍົກຍໍ, ຈົກຕັກ, ຖອກເທ, ສີດເບຕົງ, ຊີມັງຜົງ, ຍົກ, ໂມ້ເບຕົງ ແລະ ອື່ນໆ;

2. ລົດກົນຈັກໜັກອຸດສາຫະກໍາຂຸດຄົ້ນແຮ່ ມີ ລົດ ບັນທຸກແຮ່ທາດ, ບັນທຸກສະໜາມ, ຊີເຈາະ, ຂົນສົ່ງວັດສະດຸພາກສະໜາມ, ເຄື່ອງຈັກຂົບ ແລະ ແຍກວັດສະດຸ, ເຄື່ອງປ້ອນວັດສະດຸ, ເຄື່ອງຮ່ອນວັດສະດຸ ແລະ ອື່ນໆ;

3. ລົດກົນຈັກບໍລິການຂົນສົ່ງ ມີ ລົດ ຫົວລາກ, ຫາງລາກ, ເຄິ່ງຫາງລາກ, ຫາງລາກແບບດ້າມຍົກ, ຕິດຖັງ, ຄໍຍົກ, ຮາບພຽງ, ທ້າຍຍົກ, ຖອກເທ, ບັນທຸກຕູ້ສິນຄ້າ, ບັນທຸກສິນຄ້າແຊ່ເຢັນ, ເກັບກູ້ຊາກລົດ, ບັນທຸກ, ບັນທຸກຕິດເຄື່ອງຍົກ, ນໍ້າມັນ, ອາຍແກັສ, ສານເຄມີ, ຂອງແຫຼວ, ນໍ້າ ແລະ ອື່ນໆ;

4. ລົດອຸດສາຫະກຳ ແລະ ປຸງແຕ່ງໄມ້ ມີ ລົດໄຖ ແລະ ຄືບໄມ້, ລຳລຽງ, ເຄື່ອງຈັກຕັດຕົ້ນໄມ້, ຈັກຕັດໄມ້ທ່ອນ, ລົດລາກ, ລົດຄີບ, ຍົກ ແລະ ອື່ນໆ;

5. ລົດກົນຈັກ ສຳລັບບໍລິການສາທາລະນະ ມີ ລົດ ບັນທຸກຂີ້ເຫຍື້ອ, ອັດຂີ້ເຫຍື້ອ, ປັດຝຸ່ນ, ດູດຝຸ່ນ, ດູດນໍ້າເປື້ອນ, ສິດນໍ້າລ້າງທາງ, ກວາດຕີນຢາງ, ຕັກຕີນຢາງ, ອັດແໜ້ນຕີນໜາມ ແລະ ອື່ນໆ;

6. ລົດກົນຈັກສະເພາະ ມີ ລົດ ກູ້ໄພຈະລາຈອນ, ຮັບສົ່ງຄົນເຈັບ, ມອດໄຟ, ຂົນສົ່ງວັດຖຸອັນຕະລາຍ, ເຄື່ອງຈັກປູວັດສະດຸ, ສີດພົ່ນທຸກຊະນິດ, ຮັບໃຊ້ວຽກງານໄຟຟ້າ, ເຮືອນເຄື່ອນທີ່, ລົດສົ່ງສັນຍານຖ່າຍທອດວິທະຍຸ-ໂທລະພາບ, ລົດກວດວັດຖຸລະເບີດ ແລະ ອື່ນໆ.

ມາດຕາ 14 ລົດກົນຈັກກະສິກຳ

ລົດກົນຈັກກະສິກຳ ມີ ລົດ ໄຖທຸກຊະນິດ, ຄາດ, ປັກດຳ, ຫວ່ານເມັດ, ຢອດເມັດ, ປັ່ນ, ມ້ວນຫຍ້າ, ມ້ວນເຟືອງ, ກ່ຽວເຂົ້າ, ເກັບຜົນລະປູກ, ຕັດຫຍ້າ ແລະ ກົນຈັກອື່ນທີ່ນຳໃຊ້ເຂົ້າໃນວຽກງານກະສິກຳ ຊຶ່ງໃຫ້ ນໍາໃຊ້ຕາມພື້ນທີ່ກະສິກຳສະເພາະ.

ມາດຕາ 15 ລົດຮັບໃຊ້ພື້ນທີ່ສະເພາະ

ລົດຮັບໃຊ້ພື້ນທີ່ສະເພາະ ມີ ລົດ ກ໋ອຟ, ຮັບໃຊ້ສະໜາມກ໋ອຟ, ທ່ຽວຊົມສະເພາະໃນແຫຼ່ງທ່ອງທ່ຽວ, ກິລາ, ບັກກີ້ (Buggy), ຈັກສີ່ລໍ້ ເອທີວີ(ATV)ໂກຕາດ (Gokart), ອອບໂຣດ (Off Road) ແລະ ອື່ນໆ.

ໝວດທີ 2

ການນໍາເຂົ້າຍານພາຫະນະທາງບົກ

ມາດຕາ 16 ການນຳເຂົ້າຍານພາຫະນະທາງບົກ

ການນຳເຂົ້າຍານພາຫະນະທາງບົກ ມີ ສອງຮູບແບບ ດັ່ງນີ້:

1. ການນຳເຂົ້າແບບຖາວອນ;

2. ການນຳເຂົ້າແບບຊົ່ວຄາວ.

ການນຳເຂົ້າຍານພາຫະນະທາງບົກ ຕ້ອງໄດ້ຮັບອະນຸຍາດທາງດ້ານເຕັກນິກ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂໍອະນຸຍາດນຳເຂົ້າຈາກຂະແໜງການອຸດສາຫະກຳ ແລະ ການຄ້າ, ຍົກເວັ້ນການນໍາເຂົ້າຍານພາຫະນະທາງບົກແບບຊົ່ວຄາວ ທີ່ບໍ່ປ່ຽນປ້າຍທະບຽນ.

ມາດຕາ 17 ການນໍາເຂົ້າຍານພາຫະນະທາງບົກແບບຖາວອນ

ການນຳເຂົ້າຍານພາຫະນະທາງບົກແບບຖາວອນ ແມ່ນ ການນຳເຂົ້າເພື່ອຈໍາໜ່າຍ, ຂຶ້ນທະບຽນ ແລະ ນຳໃຊ້ຖາວອນ ຢູ່ ສປປ ລາວ.

ຍານພາຫະນະທາງບົກທີ່ນໍາເຂົ້າແບບຖາວອນ ໃນກໍລະນີເປັນລົດໃໝ່ ຕ້ອງມີໃບຢັ້ງຢືນດ້ານຄຸນນະພາຍ, ຄວາມປອດໄພ ແລະ ສິ່ງແວດລ້ອມ ຈາກໂຮງງານຜະລິດ, ສໍາລັບ ລົດທີ່ນໍາໃຊ້ແລ້ວ ຕ້ອງໄດ້ມີໃບຢັ້ງຢືນການກວດກາເຕັກນິກ ຈາກປະເທດຕົ້ນທາງຂອງປີທີ່ນໍາເຂົ້າ ພາຍໃນເວລາ ສືບສອງເດືອນ ນັບແຕ່ວັນກວດກາ ເຕັກນິກ ແລະ ປະຕິບັດຕາມລະບຽບການສະເພາະ.

ຍານພາຫະນະທາງບົກທຸກປະເພດທີ່ນຳເຂົ້າແບບຖາວອນ ຕ້ອງໄດ້ມາດຕະຖານ ແລະ ປະຕິບັດຕາມເງື່ອນໄຂ ທາງດ້ານເຕັກນິກ ທີ່ໄດ້ກຳນົດໄວ້ໃນມາດຕາ 19 ຂອງກົດໝາຍສະບັບນີ້.

ມາດຕາ 18 ການນຳເຂົ້າຍານພາຫະນະທາງບົກແບບຊົ່ວຄາວ

ການນຳເຂົ້າຍານພາຫະນະທາງບົກແບບຊົ່ວຄາວ ມີ ສອງກໍລະນີ ດັ່ງນີ້:

 

  1. ການນໍາເຂົ້າຍານພາຫະນະທາງບົກແບບຊົ່ວຄາວ ທີ່ບໍ່ປ່ຽນປ້າຍທະບຽນ ແມ່ນ ການນຳເຂົ້າເພື່ອທ່ອງທ່ຽວ, ຢ້ຽມຢາມ, ວາງສະແດງ, ຄົ້ນຄວ້າ, ວິໄຈ, ທົດລອງ, ທົດສອບ, ສຳຫຼວດ, ອອກແບບ, ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ. ຍານພາຫະນະທາງບົກທີ່ນໍາເຂົ້າແບບຊົ່ວຄາວ ຕ້ອງຮັບປະກັນມາດຕະຖານເຕັກນິກ, ຄວາມປອດໄພ ແລະ ສິ່ງແວດລ້ອມ ບົນພື້ນຖານການປະຕິບັດຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ກ່ຽວກັບການຂົນສົ່ງທາງບົກລະຫວ່າງປະເທດ.
  2. ການນຳເຂົ້າຍານພາຫະນະທາງບົກແບບຊົ່ວຄາວ ທີ່ປ່ຽນປ້າຍທະບຽນ ຕ້ອງມີສະພາບເຕັກນິກດີ ແລະ ໃຫ້ປະຕິບັດ ດັ່ງນີ້:
  1. ການນຳເຂົ້າລົດ ເພື່ອຮັບໃຊ້ສຳນັກງານຜູ້ຕາງໜ້າ ຂອງຕ່າງປະເທດປະຈຳ ຢູ່ ສປປ ລາວ ຕ້ອງໄດ້ຂໍອະນຸຍາດນຳກະຊວງການຕ່າງປະເທດ ຊຶ່ງມີກຳນົດເວລານໍາໃຊ້ ສອງປີ ແລະ ສາມາດຕໍ່ອາຍຸໄດ້;
  2. ການນຳເຂົ້າລົດ ເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງທີ່ເປັນບຸລິມະສິດ ຂອງລັດຖະບານ ລວມທັງເຂດເສດຖະກິດພິເສດ ໃນເວລານໍາເຂົ້າ ຕ້ອງມີການຮັບຮອງແຜນນໍາເຂົ້າຈາກຂະແໜງການທີ່ກ່ຽວຂ້ອງ.

ຍານພາຫະນະທາງບົກທີ່ນໍາເຂົ້າແບບຊົ່ວຄາວ ພາຍຫຼັງສຳເລັດການປະຕິບັດໜ້າທີ່ວຽກງານແລ້ວ ໃຫ້ນຳລົດດັ່ງກ່າວອອກຄືນ, ຖ້າຫາກບໍ່ນໍາອອກຄືນ ຈະຖືກປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 19 ມາດຕະຖານ ແລະ ເງື່ອນໄຂ ທາງດ້ານເຕັກນິກຂອງຍານພາຫະນະທາງບົກ

ຍານພາຫະນະທາງບົກທີ່ຈະນຳເຂົ້າ ສປປ ລາວ ຕ້ອງມີຄຸນນະພາບຖືກຕ້ອງຕາມມາດຕະຖານເຕັກນິກ ທີ່ ສປປ ລາວ ຮັບຮູ້ ແລະ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ພວງມະໄລຊ້າຍ, ຍົກເວັ້ນການນໍາເຂົ້າຊົ່ວຄາວ;

2. ລົດຈັກ ທີ່ມີຄວາມແຮງບໍ່ເກີນ ໜຶ່ງພັນຫົກຮ້ອຍ ຊິຊີ;

3. ມາດຕະຖານຄວາມປອດໄພ ແລະ ສິ່ງແວດລ້ອມ.

ມາດຕາ 20 ການດັດສົມການນໍາໃຊ້ຍານພາຫະນະທາງບົກ

ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບກັບກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການນໍາໃຊ້ຍານພາຫະນະທາງບົກ ເພື່ອຫຼຸດຜ່ອນຄວາມໜາແໜ້ນຂອງການຈະລາຈອນ ແລະ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລ້ວສະເໜີລັດຖະບານ ພິຈາລະນາດັດສົມການນໍາໃຊ້ຍານພາຫະນະທາງບົກໃນແຕ່ລະໄລຍະ.

ໝວດທີ 3

ການນຳເຂົ້າ ຊິ້ນສ່ວນ ແລະ ອາໄຫຼ່

ມາດຕາ 21 ການນຳເຂົ້າຊິ້ນສ່ວນຍານພາຫະນະທາງບົກ

ຊິ້ນສ່ວນຍານພາຫະນະທາງບົກ ທີ່ອະນຸຍາດໃຫ້ນໍາເຂົ້າ ມີ ສາມຮູບແບບ ດັ່ງນີ້:

1. ຊີເຄດີ (Completely Knocked Down-CKD) ແມ່ນ ການນຳເຂົ້າຊີ້ນສ່ວນຢູ່ໃນຮູບຮ່າງລັກສະນະທີ່ແກະ ແລະ ແຍກອອກຈາກກັນລະອຽດ ຊຶ່ງເປັນຊິ້ນສ່ວນພໍໃຜພໍມັນ, ເວັ້ນເສຍແຕ່ພາກສ່ວນຈັກ ຫຼື ໝໍ້ໄຟ ເພື່ອປະກອບຢູ່ໂຮງງານໃນ ສປປ ລາວ;

2. ໄອເຄດີ (Incompletely Knocked Down-IKD) ແມ່ນ ການນຳເຂົ້າຊີ້ນສ່ວນຢູ່ໃນຮູບຮ່າງ ລັກສະນະທີ່ແກະ ແລະ ແຍກອອກຈາກກັນແບບ (CKD) ເພື່ອປະກອບຢູ່ໂຮງງານແຕ່ບໍ່ຄົບຊຸດ ຊຶ່ງມີຊິ້ນສ່ວນ ແລະ ອາໄຫຼ່ຈໍານວນໜຶ່ງ ໄດ້ຮັບການຜະລິດ ແລະ ຕົບແຕ່ງຢູ່ພາຍໃນປະເທດ;

3. ເອັສເຄດິ (Semi Knocked Down-SKD) ແມ່ນ ການນຳເຂົ້າຊີ້ນສ່ວນທີ່ບໍ່ແມ່ນຊິ້ນສ່ວນດຽວຢູ່ໃນຮູບຮ່າງລັກສະນະທີ່ແກະ ແລະ ແຍກອອກຈາກກັນບໍ່ລະອຽດໂດຍປະມານ ຫ້າສິບສ່ວນຮ້ອຍ (50%) ຊຶ່ງເປັນຊິ້ນສ່ວນພໍໃຜພໍມັນ.

ຊິ້ນສ່ວນຍານພາຫະນະທາງບົກທີ່ນຳເຂົ້າ ຕ້ອງຮັບໃຊ້ສະເພາະໂຮງງານຜະລິດ ແລະ ປະກອບຍານພາຫະນະທາງບົກ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

ມາດຕາ 22 ຄຸນນະພາບຊັ້ນສ່ວນຍານພາຫະນະທາງບົກ

ຊິ້ນສ່ວນຍານພາຫະນະທາງບົກ ທີ່ນຳເຂົ້າ ຕ້ອງເປັນຊິ້ນສ່ວນໃໝ່ ແລະ ມີໃບຄຸນນະພາບຈາກໂຮງງານຜະລິດ, ໃນກໍລະນີມີສົນທິສັນຍາບຮັບຮູ້ຊຶ່ງກັນ ແລະ ກັນ ກະຊວງໂຍທາທິການ ແລະ ຂົນສົ່ງຕ້ອງປະສານສົມທົບກັບກະຊວງທີ່ກ່ຽວຂ້ອງ ສາມາດຮຽກໃຫ້ໂຮງງານຜະລິດ ສົ່ງເອກະສານລາຍງານກ່ຽວກັບ ການທົດສອບ ແລະ/ຫຼື ກວດກາຂະບວນການຜະລິດຂອງໂຮງງານໃນປະເທດຕົ້ນທາງ ເພື່ອຮັບຮູ້ ແລະ ຢັ້ງຢືນ ຄວາມຖືກຕ້ອງຂອງຂະບວນຜະລິດ (COP) ຈຶ່ງອະນຸຍາດໃຫ້ນໍາເຂົ້າໄດ້.

ມາດຕາ 23 ການນຳເຂົ້າອາໄຫຼ່ພາຫະນະທາງບົກ

ການນໍາເຂົ້າອາໄຫຼ່ຍານພາຫະນະທາງບົກ ຕ້ອງປະຕິບັດ ດັ່ງນີ້:

1. ອາໄຫຼ່ໃໝ່ ຕ້ອງມີໃບຢັ້ງຢືນຄຸນນະພາບຈາກໂຮງງານຜະລິດ, ສໍາລັບການນໍາເຂົ້າ ຖັງລົດ, ຊາຊິ ແລະ ໜ່ວຍຈັກ ຕ້ອງໄດ້ຂໍອະນຸຍາດຈາກກະຊວງໂຍທາທິການ ແລະ ຂົນສົ່ງ;

2. ອາໄຫຼ່ນໍາໃຊ້ແລ້ວ ຕ້ອງໄດ້ຂໍອະນຸຍາດນຳເຂົ້າກະຊວງໂຍທາທິການ ແລະ ຂົນສົງ

ພາກທີ III

ການທົດສອບ ຍານພາຫະນະທາງບົກ ແລະ ຊິ້ນສ່ວນ

ແລະ ການຢັ້ງຢືນຜົນການທົດສອບ

ໝວດທີ 1

ການທົດສອບ ຍານພາຫະນະທາງບົກ ແລະ ຊິ້ນສ່ວນ

 

ມາດຕາ 24 ການທົດສອບພາຫະນະທາງບົກ

ຍານພາຫະນະທາງບົກທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ ກ່ອນຈຳໜ່າຍ ຕ້ອງໄດ້ຜ່ານການທົດສອບມາດຕະຖານເຕັກນິກທາງດ້ານ ຄວາມປອດໄພ ແລະ ສິ່ງແວດລ້ອມ ຈາກສູນທົດສອບທີ່ສາກົນຮັບຮູ້ ແລະ ຢັ້ງຢືນຜົນການທົດສອບຈາກກະຊວງໂຍທາທິການ ແລະ ຂົນສົ່ງ.

ລົດທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ ຕ້ອງໃສ່ເລກລະຫັດຖັງລົດ (Vehicle Identification Number ''VIN'') ຈຳນວນທັງໝົດ ສິບເຈັດຕົວ ຊຶ່ງຂຶ້ນຕົ້ນຕົວອັກສອນສາກົນ ອາພີ (RP) ຕາມສາກົນກຳນົດ ISO 3779:2009.

ມາດຕາ 25 ລາຍການທົດສອບຍານພາຫະນະທາງບົກ

ການທົດສອບຍານພາຫະນະທາງບົກ ຕ້ອງປະຕິບັດລາຍການ ດັ່ງນີ້:

  1. ໂຄງສ້າງຂະໜາດ ແລະ ນ້ຳໜັກ;
  2. ລະບົບການທໍາງານ ເປັນຕົ້ນ ໜ່ວຍຈັກ, ຊ່ວງລ່າງ, ບັງຄັບລ້ຽວ, ໄຟສະຫວ່າງ ເເລະ ໄຟເຕືອນອັນຕະລາຍ, ສັ່ນສະເທືອນ;
  3. ລະບົບຄວາມປອດໄພ ເປັນຕົ້ນ ຫ້າມລໍ້, ຄັນເລັ່ງ, ຄວາມຫງ່ຽງຂອງສາຍລົດ, ສາຍຮັດນິລະໄພ ແລະ ຖົງລົມ;
  4. ການປ່ອຍ ອາຍເສຍ ແລະ ສຽງ.

ມາດຕາ 26 ການທົດສອບຊິ້ນສ່ວນ

ຊິ້ນສ່ວນຍານພາຫະນະທາງບົກ ທີ່ຜະລິດຢູ່ພາຍໃນປະເທດ ໃຫ້ທົດສອບມາດຕະຖານເຕັກນິກ ດັ່ງນີ້:

1. ຊີ້ນສ່ວນ ລົດຈັກ ໃຫ້ທົດສອບ ໜ່ວຍຈັກ, ຖັງລົດ, ໜ່ວຍວັດແທກຄວາມໄວ, ແວ່ນ, ກະຈົກ, ຢາງຕີນລົດ, ຖັງບັນຈຸພະລັງງານ, ຂອບຢາງຕີນລົດ, ໝໍ້ໄຟລົດ ແລະ ທໍ່ອາຍເສຍ;

2. ຊີ້ນສ່ວນ ລົດເບົາ ແລະ ລົດຂົນສົ່ງ ໃຫ້ທົດສອບ ລະບົບໄຟສະຫວ່າງ ແລະ ໄຟເຕືອນອັນຕະລາຍ, ແວ່ນ, ກະຈົກ,       ໜ່ວຍວັດແທກຄວາມໄວ, ຢາງຕີນ, ຂອບຢາງຕີນ, ໝໍ້ໄຟ, ທໍ່ອາຍເສຍ, ຖັງບັນຈຸພະລັງງານລົດ ແລະ ອື່ນໆ.

ສໍາລັບ ຊິ້ນສ່ວນ ລົດຈັກ, ລົດເບົາ ແລະ ລົດຂົນສົ່ງ ທີ່ນຳໃຊ້ພະລັງງານໄຟຟ້າ ໃຫ້ທົດສອບ ມໍເຕີໄຟຟ້າ, ສາຍສາກ ແລະ ໝໍ້ໄຟ.

ໝວດທີ 2

ການຢັ້ງຢືນຜົນການທົດສອບ

ມາດຕາ 27 ປະເພດການຢັ້ງຢືນຜົນການທົດສອບ

ການຢັ້ງຢືນຜົນການທົດສອບ ມີ ສອງປະເພດ ດັ່ງນີ້:

1. ການຢັ້ງຢືນຜົນການທົດສອບຍານພາຫະນະທາງບົກ ວີທີເອ (Vehicle Type Approval-VTA) ແມ່ນ ຂັ້ນຕອນການຢັ້ງຢືນ ການອອກແບບ, ຮູບແບບລົດ ກ່ອນຜະລິດ ແລະ ປະກອບເປັນຄັນ ຕາມລະບຽບການຂອງສາກົນ;

2. ການຢັ້ງຢືນຜົນການທົດສອບຊິ້ນສ່ວນ ທີເອ (Type Approval-TA) ແມ່ນ ຂັ້ນຕອນການ ຢັ້ງຢືນການອອກແບບຊິ້ນສ່ວນ ເພື່ອປະກອບລົດເປັນຄັນ ຕາມລະບຽບການຂອງສາກົນ.

ມາດຕາ 28 ການຢັ້ງຢືນຜົນການທົດສອບຍານພາຫະນະທາງບົກ ແລະ ຊິ້ນສ່ວນ

ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ອນອອກໃບຢັ້ງຢືນຜົນການທົດສອບຍານພາຫະນະທາງບົກ ແລະ ຊິ້ນສ່ວນ ຕ້ອງກວດກາບົດລາຍງານຜົນການທົດສອບຈາກສູນທົດສອບ, ລົງກວດກາຂະບວນການ ຜະລິດຕົວຈິງຢູ່ໂຮງງານ ແລະ ປະເມີນຜົນ ຖ້າຫາກປະຕິບັດຖືກຕ້ອງຕາມມາດຕະຖານທີ່ກຳນົດແລ້ວ ຈຶ່ງອອກໃບຢັ້ງຢືນຜົນການທົດສອບໃຫ້.

ພາກທີ IV

ການຂຶ້ນທະບຽນ, ປ້າຍທະບຽນ ແລະ ການກວດກາເຕັກນິກ

ຍານພາຫະນະທາງບົກ

ໝວດທີ 1

ການຂຶ້ນທະບຽນຍານພາຫະນະທາງບົກ

 

ມາດຕາ 29 ການຂຶ້ນທະບຽນຍານພາຫະນະທາງບົກ

ການຂຶ້ນທະບຽນຍານພາຫະນະທາງບົກ ແມ່ນ ຂະບວນການບັນທຶກຂໍ້ມູນຂອງຍານພາຫະນະທາງບົກເຂົ້າໃນລະບົບຖານຂໍ້ມູນ ເພື່ອຢັ້ງຢືນການເປັນກຳມະສິດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການຕິດຕາມກວດກາ.

ຍານພາຫະນະທາງບົກທຸກຊະນິດ ລວມທັງ ຫາງລາກ ແລະ ເຄິ່ງຫາງລາກ ທີ່ນຳໃຊ້ ຢູ່ ສປປ ລາວ ຕ້ອງຂຶ້ນທະບຽນຕາມແຕ່ລະປະເພດ ໃຫ້ຖືກຕ້ອງຕາມລະບຽບການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດ.

ມາດຕາ 30 ເອກະສານປະກອບການຂຶ້ນທະບຽນຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຂຶ້ນທະບຽນຍານພາຫະນະທາງບົກ ທຸກປະເພດ ຕ້ອງປະກອບເອກະສານ ດັ່ງນີ້:

1. ຄຳຮ້ອງຂໍຂຶ້ນທະບຽນ;

2. ສຳເນົາຖ່າຍ ໃບສຳມະໂນຄົວ ຫຼື ບັດປະຈຳຕົວ, ຂໍ້ຕົກລົງສ້າງຕັ້ງ ຫຼື ໃບທະບຽນ ວິສາຫະກິດ;

3. ໃບຢັ້ງຢືນ ຊື້ ຂາຍ;

4. ໃບອະນຸຍາດນໍາສິນຄ້າເຂົ້າຈາກຂະແໜງການອຸດສາຫະກຳ ແລະ ການຄ້າ;

5. ໃບອະນຸຍາດນຳເຂົ້າທາງດ້ານເຕັກນິກຈາກກະຊວງໂຍທາທິການ ແລະ ຂົນສົ່່ງ;

6. ໃບແຈ້ງພາສີ, ໃບຢັ້ງຢືນການເສຍພາສີ, ເວັ້ນເສຍແຕ່ມີການຍົກເວັ້ນ ພາສີ, ສ່ວຍສາອາກອນ ຕາມການຕົກລົງຂອງລັດຖະບານ.

ສໍາລັບ ລົດບໍລິຫານຂອງລັດ ຕ້ອງມີໃບສະເໜີຂຶ້ນບັນຊີຍານພາຫະນະທາງບົກຈາກຂະແໜງການ ການເງິນ, ສ່ວນລົດສໍານັກງານຜູ້ຕາງໜ້າຂອງຕ່າງປະເທດ ແລະ ສາກົນ ຕ້ອງມີໃບສະເໜີຈາກກະຊວງການຕ່າງປະເທດ.

ມາດຕາ 31 ປະເພດການຂຶ້ນທະບຽນຍານພາຫະນະທາງບົກ

ການຂຶ້ນທະບຽນຍານພາຫະນະທາງບົກ ມີ ແປດປະເພດ ດັ່ງນີ້:

1. ບໍລິຫານຂອງລັດ;

2. ເອກະຊົນລາວ;

3, ເອກະຊົນຕ່າງດ້າວ;

4. ທຸລະກິດ ຮ້ອຍສ່ວນຮ້ອຍ 100%;

5. ທຸລະກິດ ໜຶ່ງສ່ວນຮ້ອຍ 1%;

6. ສຳນັກງານຜູ້ຕາງໜ້າຂອງຕ່າງປະເທດ, ສາກົນປະຈຳ ຢູ່ ສປປ ລາວ;

7. ຊົ່ວຄາວ;

8. ກົນຈັກໜັກ ແລະ ກົນຈັກກະສິກຳ

ສຳລັບ ການຂຶ້ນທະບຽນຍານພາຫະນະທາງບົກແຕ່ລະປະເພດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 32 ຮູບແບບການຂຶ້ນທະບຽນຍານພາຫະນະທາງປົກ

ການຂຶ້ນທະບຽນຍານພາຫະນະທາງບົກ ມີ ສອງຮູບແບບ ດັ່ງນີ້:

1. ການຂຶ້ນທະບຽນຍານພາຫະນະທາງບົກແບບຖາວອນ;

2. ການຂຶ້ນທະບຽນຍານພາຫະນະທາງບົກແບບຊົ່ວຄາວ.

ມາດຕາ 33 ການຂຶ້ນທະບຽນຍານພາຫະນະທາງບົກແບບຖາວອນ

ການຂຶ້ນທະບຽນຍານພາຫະນະທາງບົກແບບຖາວອນ ແມ່ນ ການຂຶ້ນທະບຽນໃຫ້ຍານພາຫະນະທາງ ບົກປະເພດ ບໍລິຫານຂອງລັດ, ເອກະຊົນລາວ, ເອກະຊົນຕ່າງດ້າວ, ທຸລະກິດ ຮ້ອຍສ່ວນຮ້ອຍ 100%, ທຸລະກິດ ໜຶ່ງສ່ວນຮ້ອຍ 1% ແລະ ກົນຈັກ    ໜັກ ແລະ ກົນຈັກກະສິກຳ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຂຶ້ນທະບຽນຍານພາຫະນະທາງບົກແບບຖາວອນ ຕ້ອງຍື່ນຄຳຮ້ອງ ພ້ອມດ້ວຍເອກະສານຄົບຊຸດ ຕໍ່ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ເພື່ອຂຶ້ນທະບຽນເປັນກຳມະສິດຂອງຕົນ.

ໃບທະບຽນຍານພາຫະນະທາງບົກ ມີອາຍຸການນຳໃຊ້ ຫ້າປີ ແລະ ສາມາດຕໍ່ໄດ້.

ໃນກໍລະນີ ຍານພາຫະນະທາງບົກທີ່ໄດ້ຂຶ້ນທະບຽນແລ້ວ ຫາກບໍ່ມາຕໍ່ທະບຽນພາຍໃນເວລາ ສາມປີ ນັບແຕ່ວັນໃບທະບຽນໝົດອາຍຸນັ້ນ, ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ຈະລົບລ້າງທະບຽນຍານພາຫະນະດັ່ງກ່າວ ອອກຈາກລະບົບບັນຊີການຂຶ້ນທະບຽນ.

ສຳລັບ ທະບຽນຍານພາຫະນະທາງບົກທີ່ຖືກລົບລ້າງອອກຈາກລະບົບບັນຊີການຂຶ້ນທະບຽນ ຖ້າຫາກມີຄວາມຕ້ອງການຂຶ້ນທະບຽນຄືນໃໝ່ ຕ້ອງເຮັດໜັງສືສະເໜີຫາຂະແໜງການໂຍທາທິການ ແລະ ຂົນສົ່ງ ບ່ອນທີ່ຍານພາຫະນະທາງບົກໄດ້ຂຶ້ນທະບຽນ ພິຈາລະນາ, ກວດກາຄວາມຖືກຕ້ອງຂອງເອກະສານ, ເສຍຄ່າປັບໃໝ່ ແລະ ຄຳທຳນຽມອື່ນຕາມລະບຽບການ.

ມາດຕາ 34 ການຂຶ້ນທະບຽນຍານພາຫະນະທາງບົກແບບຊົ່ວຄາວ

ການຂຶ້ນທະບຽນຍານພາຫະນະທາງບົກແບບຊົ່ວຄາວ ແມ່ນ ການຂຶ້ນທະບຽນໃຫ້ຍານພາຫະນະທາງບົກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້.

ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງນຳລົດເຂົ້າມານຳໃຊ້ໃນໂຄງການທີ່ມີອາຍຸ ໜຶ່ງປີ ຂຶ້ນໄປ ຊຶ່ງໄດ້ຮັບອະນຸມັດຈາກລັດຖະບານ ຕ້ອງຂຶ້ນທະບຽນຍານພາຫະນະທາງບົກ ແບບຊົ່ວຄາວນຳກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ຊຶ່ງມີອາຍຸການນຳໃຊ້ທະບຽນ ໜຶ່ງປີ ແລະ ສາມາດຕໍ່ໄດ້.

ສຳນັກງານຜູ້ຕາງໜ້າຂອງ ຕ່າງປະເທດ, ສາກົນ ປະຈຳຢູ່ ສປປ ລາວ ທີ່ມີຈຸດປະສົງນຳຍານພາຫະນະທາງບົກເຂົ້າມານຳໃຊ້ໃນວຽກງານຂອງຕົນ ຕ້ອງຂຶ້ນທະບຽນຍານພາຫະນະທາງບົກແບບຊົ່ວຄາວ ນຳກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ຊຶ່ງມີອາຍຸການນຳໃຊ້ທະບຽນ ສອງປີ ແລະ ສາມາດຕໍ່ໄດ້ ຕາມລະບຽບການຂອງກະຊວງການຕ່າງປະເທດ ກຳນົດ.

ມາດຕາ 35 ການຂຶ້ນທະບຽນຍານພາຫະນະທາງບົກຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ຍານພາຫະນະທາງບົກ ທີ່ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຂຶ້ນທະບຽນ ແລະ ຕິດປ້າຍທະບຽນນຳກະຊວງປ້ອງກັນປະເທດ ຫຼື ກະຊວງປ້ອງກັນຄວາມສະຫງົບ.

ສຳລັບ ຍານພາຫະນະທາງບົກທີ່ຮັບໃຊ້ວຽກງານບໍລິຫານ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຂຶ້ນທະບຽນ ແລະ ຕິດປ້າຍທະບຽນບໍລິຫານຂອງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ມາດຕາ 36 ການຄຸ້ມຄອງສຳນວນເອກະສານຍານພາຫະນະທາງບົກ

ສຳນວນເອກະສານຍານພາຫະນະທາງບົກ ທີ່ໄດ້ຂຶ້ນທະບຽນແລ້ວ ຕ້ອງເກັບຮັກສາໄວ້ ພາຍໃນເວລາສິບປີ, ຫຼັງຈາກນັ້ນ ສາມາດທໍາລາຍໄດ້ ແຕ່ຂໍ້ມູນເອກະສານຍານພາຫະນະທາງບົກ ຕ້ອງເກັບຮັກສາໄວ້ໃນລະບົບຖານຂໍ້ມູນເອກະສານເອເລັກໂຕຣນິກ.

ມາດຕາ 37 ຖານຂໍ້ມູນການຂຶ້ນທະບຽນຍານພາຫະນະທາງບົກ

ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບສ້າງຖານຂໍ້ມູນການຂຶ້ນທະບຽນຍານພາຫະນະ ທາງບົກດ້ວຍລະບົບເອເລັກໂຕຣນິກ ເພື່ອເກັບກຳ, ສັງລວມ ຂໍ້ມູນກ່ຽວກັບຍານພາຫະນະທາງບົກທີ່ໄດ້ນຳມາຂຶ້ນທະບຽນ ຊຶ່ງເປັນເຄື່ອງມືພື້ນຖານທີ່ຈຳເປັນໃນການຄຸ້ມຄອງຍານພາຫະນະທາງບົກ ໃຫ້ຖືກຕ້ອງ ແລະ ຊັດເຈນ, ນຳໃຊ້ເຂົ້າໃນການຄົ້ນຄວ້າ, ວາງແຜນ, ວິໄຈການພັດທະນາເສດຖະກິດ-ສັງຄົມ.

ຖານຂໍ້ມູນການຂຶ້ນທະບຽນຍານພາຫະນະທາງບົກມີເປົ້າໝາຍນໍາໃຊ້ ເພື່ອ:

1. ຄວບຄຸມ, ຕິດຕາມ ກວດກາ ການເຄື່ອນໄຫວຍານພາຫະນະທາງບົກຕາມທາງຫຼວງ, ການຈະລາຈອນໃນຕົວເມືອງ, ລະຫວ່າງປະເທດ ແລະ ຜ່ານແດນ,

2. ເກັບ ຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ກ່ຽວກັບຍານພາຫະນະທາງບົກ;

3. ຄຸ້ມຄອງມາດຕະຖານເຕັກນິກຍານພາຫະນະທາງບົກ;

4. ກວດກາເຕັກນິກລົດ.

ໝວດທີ 2

ປ້າຍທະບຽນຍານພາຫະນະທາງບົກ

ມາດຕາ 38 ມາດຕະຖານປ້າຍທະບຽນຍານພາຫະນະທາງບົກ

ປ້າຍທະບຽນຍານພາຫະນະທາງບົກແຕ່ລະປະເພດ ຕ້ອງມີມາຕຕະຖານເຕັກນິກສະເພາະ ຊຶ່ງປະກອບດ້ວຍ ລັກສະນະ, ຂະໜາດ, ສີ, ຮູບແບບ ຕົວອັກສອນ, ຕົວເລກ, ລະຫັດ ແລະ ເຄື່ອງໝາຍ ຕາມການກໍານົດຂອງກະຊວງໂຍທາທິການ ແລະ ຂົນສົ່ງ.

ມາດຕາ 39 ການຜະລິດປ້າຍທະບຽນຍານພາຫະນະທາງບົກ

ກະຊວງປ້ອງກັນຄວາມສະຫງົບ ຮັບຜິດຊອບຜະລິດປ້າຍທະບຽນຍານພາຫະນະທາງບົກ ແລະ ໃຫ້ປະຕິບັດ ດັ່ງນີ້:

1. ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ;

2. ຖືກຕ້ອງຕາມມາດຕະຖານປ້າຍທະບຽນຍານພາຫະນະ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງກຳນົດ;

3. ຮັບປະກັນຄຸນນະພາບ, ສາມາດກວດສອບ ແລະ ກວດກາໄດ້ຢ່າງທັນການ;

4. ຮັບປະກັນການແຈກຢາຍໃຫ້ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ ເພື່ອເຮັດໃຫ້ການຕິດປ້າຍ ຖືກຕ້ອງ, ສະດວກ ແລະ ວ່ອງໄວ.

ມາດຕາ 40 ການຕິດປ້າຍທະບຽນຍານພາຫະນະທາງຍົກ

ປ້າຍທະບຽນຍານພາຫະນະທາງບົກ ຕ້ອງຕິດໃສ່ໂຄງສ້າງຖັງລົດບ່ອນໂຮງງານຜະລິດກໍານົດ ໂດຍບໍ່ໃຫ້ມີວັດຖຸອື່ນມາປິດບັງ ຊຶ່ງເປັນສາເຫດເຮັດໃຫ້ບໍ່ສາມາດແນມເຫັນຊັດເຈນ.

ການຕິດປ້າຍທະບຽນຍານພາຫະນະທາງບົກ ໃຫ້ດຳເນີນຢູ່ໜ່ວຍງານຕິດປ້າຍ ຂອງຂະແໜງການປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ກອງທະບຽນຍານພາຫະນະທາງບົກທີ່ກ່ຽວຂ້ອງ.

ໝວດທີ 3

ການກວດກາເຕັກນິກຍານພາຫະນະທາງບົກ

ມາດຕາ 41 ຮອບວຽນການກວດກາເຕັກນິກຍານພາຫະນະທາງບົກ

ການກວດກາເຕັກນິກຍານພາຫະນະທາງບົກ ໃຫ້ດຳເນີນຢູ່ສູນກວດເຕັກນິກ ແລະ ປະຕິບັດຕາມຮອບວຽນ ດັ່ງນີ້:

1. ລົດຈັກ ແລະ ລົດເບົາ ກ່ອນຂຶ້ນທະບຽນ ຕ້ອງຜ່ານການຢັ້ງຢືນເຕັກນິກ ໃຫ້ຖືກຕ້ອງຕາມມາດຕະຖານທີ່ກະຊວງໂຍທາທິການ ແລະ ຂົນສົ່ງກໍານົດ. ສໍາລັບລົດໃໝ່ ມີກໍານົດນໍາໃຊ້ ສອງປີ, ຫຼັງຈາກນັ້ນ ໃຫ້ກວດກາເຕັກນິກຄືນຍຸກປີ. ສຳລັບ ລົດນຳເຂົ້າທີ່ນຳໃຊ້ແລ້ວ ໃຫ້ກວດກາເຕັກນິກທຸກປີ;

2. ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າກ່ອນຂຶ້ນທະບຽນ ຕ້ອງຜ່ານການຢັ້ງຢືນເດັກນີກ ໃຫ້ຖືກຕ້ອງຕາມມາດຕະຖານ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງກຳນົດ. ສຳລັບ ລົດໃໝ່ ກໍານົດນໍາໃຊ້ ໜຶ່ງປີ, ຫຼັງຈາກນັ້ນ ໃຫ້ກວດກາເຕັກນິກຄືນທຸກ ຫົກເດືອນ. ສໍາລັບລົດນໍາເຂົ້າທີ່ນໍາໃຊ້ແລ້ວ ໃຫ້ກວດກາເຕັກນິກທຸກ ຫົກເດືອນ.

ສູນກວດກາເຕັກນິກ ຕ້ອງມີຄວາມຮັບຜິດຊອບຕໍ່ຜົນການກວດກາເຕັກນິກຍານພາຫະນະທາງບົກ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຈາກສູນຂອງຕົນ.

ມາດຕາ 42 ການກວດກາເຕັກນິກຍານພາຫະນະທາງບົກ

ການກວດກາເຕັກນິກຍານພາຫະນະທາງບົກ ໃຫ້ກວດກາລາຍການ ຕົ້ນຕໍ ດັ່ງນີ້:

1. ໂຄງສ້າງ, ຂະໜາດ ແລະ ນໍ້າໜັກ;

2. ລະບົບບັງຄັບລ້ຽວ,

3. ລະບົບ ຫ້າມລໍ້ລົດ, ຄວາມທ່ຽງສູນລໍ້, ຄວາມໄວ;

4. ລະບົບຂັບເຄື່ອນ (ຢາງ ແລະ ລໍ້);

5. ລະບົບເຄື່ອງຈັກ;

6. ທາດອາຍຄາບອນໂມນ໋ອກໄຊ (CO), ໄຮໂດຣຄາບອນ (HC), ສຽງຈາກທໍ່ອາຍເສຍ,

7. ລະບົບ ໄຟຫ້າມລໍ້, ໄຟລີ່, ໄຟຕາ, ແກລົດ, ໄຟເສີມ, ເຄື່ອງສຽງ;

8. ລະບົບກວດກາຄວາມປອດໄພ ແວ່ນຂ້າງ ຊ້າຍ, ຂວາ ແລະ ຫຼັງ, ສາຍຮັດນິລະໄພ.

ສໍາລັບ ລາຍລະອຽດກ່ຽວກັບມາດຕະຖານເຕັກນິກ, ຂັ້ນຕອນ ແລະ ວິທີການກວດກາເຕັກນິກຍານພາຫະນະທາງບົກ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 43 ການຮຽກຄົນຍານພາຫະນະທີ່ບໍ່ໄດ້ມາດຕະຖານ

ຍານພາຫະນະທີ່ເກີດຂໍ້ບົກພ່ອງທາງດ້ານມາດຕະຖານເຕັກນິກ ໃນລະບົບໃດໜຶ່ງຈາກການນຳໃຊ້ ທີ່ຜ່ານການກວດກາ, ພິສູດ ແລະ ມີຫຼັກຖານຢັ້ງຢືນຈາກວິສະວະກອນແລ້ວ ຜູ້ຜະລິດຕ້ອງຮຽກຄືນ ຈຳນວນຍານພາຫະນະທີ່ຢູ່ໃນສາຍການຜະລິດຂອງຮຸ່ນທີ່ເກີດຂໍ້ບົກພ່ອງນັ້ນໂດຍຜ່ານຕົວແທນຈໍາໜ່າຍຂອງຕົນ ພ້ອມທັງມີຄວາມຮັບຜິດຊອບໃນການສ້ອມແປງ, ປ່ຽນຖ່າຍ, ປ່ຽນແທນ ໃຫ້ແກ່ເຈົ້າຂອງຍານພາຫະນະ.

ພາກທີ V

ການດັດແປງຮູບຮ່າງ ແລະ ເຕັກນິກ ຍານພາຫະນະທາງບົກ

ມາດຕາ 44 ການດັດແປງຮູບຮ່າງ ແລະ ເຕັກນິກ ຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດັດແປງຮູບຮ່າງ ແລະ ເຕັກນິກ ຍານພາຫະນະທາງບົກທີ່ໄດ້ຂຶ້ນທະບຽນແລ້ວ ຕ້ອງຍື່ນຄໍາຮ້ອງຕາມແບບພິມ ພ້ອມດ້ວຍໃບທະບຽນຍານພາຫະນະ ແລະ ປຶ້ມຕິດຕາມການຂຶ້ນທະບຽນຕໍ່ຂະ          ແໜງການໂຍທາທິການ ແລະ ຂົນສົ່ງ ພິຈາລະນາ ພາຍໃນເວລາ ຫ້າວັນລັດຖະການ.

ພາຍຫຼັງໄດ້ຮັບອະນຸຍາດຈາກຂະແໜງການໂຍທາທິການ ແລະ ຂົນສົ່ງແລ້ວ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ນຳເອົາລົດໄປດັດແປງຮູບຮ່າງ ຫຼື ເຕັກນິກຢູ່ອູ່ສ້ອມແປງທີ່ໄດ້ມາດຕະຖານ ຫຼື ສະຖານທີ່ໄດ້ຮັບອະນຸບາດ;

2. ນຳລົດມາກວດກາຄືນ ພາຍຫຼັງມີການດັດແປງຮູບຮ່າງ ຫຼື ເຕັກນິກ ສຳເລັດແລ້ວ;

3. ນຳລົດໄຟຂຶ້ນທະບຽນໃໝ່,

ມາດຕາ 45 ການດັດແປງເພື່ອຟື້ນຟູສະພາບຂອງຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຟື້ນຟູຍານພາຫະນະທາງບົກ ເກົ່າແກ່, ບູຣານ ຫຼື ເປ່ເພເສຍຫາຍ ຊຶ່ງຕ້ອງໄດ້ປ່ຽນ ໜ່ວຍຈັກ ແລະ/ຫຼື ຖັງລົດຕ້ອງຍື່ນຄໍາຮ້ອງຕາມແບບພິມ ພ້ອມດ້ວຍໃບທະບຽນຍານພາຫະນະ ຫຼື ໃບຢັ້ງຢືນຈາກອົງການປົກຄອງບ້ານ ຕໍ່ຂະແໜງການໂຍທາທິການ ແລະ ຂົນສົ່ງ ພິຈາລະນາ ພາຍໃນເວລາ ຫ້າວັນລັດຖະການ.

ພາຍຫຼັງໄດ້ຮັບອະນຸຍາດແລ້ວ ໃນກໍລະນີຍານພາຫະນະທາງບົກນັ້ນ ຫາກບໍ່ມີ ເລກຈັກ ຫຼື ເລກຖັງ ຫຼື ມີຕົວເລກບໍ່ຈະແຈ້ງ ຕ້ອງໄດ້ສັບ ເລກຈັກ ຫຼື ເລກຖັງໃໝ່ ແລ້ວນຳໄປຂຶ້ນທະບຽນໃໝ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ຍານພາຫະນະທາງບົກ ທີ່ບໍ່ສາມາດສ້ອມແປງ ແລະ ຟື້ນຟູໄດ້ ຕ້ອງຖອນທະບຽນ.

ພາກທີ VI

ການ ຊື້ ຂາຍ, ມອບ, ຢຸດນໍາໃຊ້ ແລະ ການສູນຫາຍ

ໝວດທີ I

ການ ຊື້ ຂາຍ ແລະ ມອບ ຍານພາຫະນະທາງບົກ

ມາດຕາ 46 ເອກະສານປະກອບການ ຊື້ ຂາຍ ຍານພາຫະນະທາງບົກ

ການ ຊື້ ຂາຍ ຍານພາຫະນະທາງບົກທີ່ໄດ້ຂຶ້ນທະບຽນແລ້ວ ຕ້ອງປະກອບເອກະສານ ດັ່ງນີ້:

1. ໃບຢັ້ງຢືນການ ຊື້ ຂາຍ;

2. ໃບຢັ້ງຢືນທີ່ຢູ່, ສຳເນົາຖ່າຍ ສຳມະໂນຄົວ ຫຼື ບັດປະຈໍາຕົວຂອງ ຜູ້ຊື້ ແລະ ຜູ້ຂາຍ;

3. ໃບຮັບປະກັນຂອງຜູ້ຂາຍ ໂດຍຢັ້ງຢືນ ຈາກອົງການປົກຄອງບ້ານ;

4. ໃບທະບຽນຍານພາຫະນະທາງບົກສະບັບຕົ້ນ,

5. ປື້ມຕິດຕາມການຂຶ້ນທະບຽນຍານພາຫະນະທາງບົກ.

ມາດຕາ 47 ເອກະສານປະກອບການມອບຍານພາຫະນະທາງບົກ

ການມອບຍານພາຫະນະທາງບົກ ຕ້ອງປະກອບເອກະສານ ດັ່ງນີ້:

1. ໃບມອບກຳມະສິດທີ່ມີການຢັ້ງຢືນຈາກອົງການປົກຄອງບ້ານ;

2. ໃບຢັ້ງຢືນທີ່ຢູ່, ສຳເນົາຖ່າຍ ສຳມະໂນຄົວ ຫຼື ບັດປະຈໍາຕົວ ຂອງຜູ້ມອບ ແລະ ຜູ້ຮັບ;

3. ໃບຮັບປະກັນຂອງຜູ້ມອບ ໂຕຍຢັ້ງຢືນຈາກອົງການປົກຄອງບ້ານ;

4. ໃບທະບຽນຍານພາຫະນະທາງບົກສະບັບຕົ້ນ;

5. ປຶ້ມຕິດຕາມການຂຶ້ນທະບຽນຍານພາຫະນະທາງບົກ.

ມາດຕາ 48 ການຈົດທະບຽນໂອນກຳມະສິດ

ການຊື້ ຂາຍ ແລະ ການມອບຍານພາຫະນະນັ້ນ ຕ້ອງໄດ້ຈົດທະບຽນໂອນກຳມະສິດຢູ່ ກອງທະບຽນຍານພາຫະນະທາງບົກທີ່ກ່ຽວຂ້ອງ ພາຍໃນເວລາ ສາມສິບວັນ ນັບແຕ່ວັນຊື້ ຂາຍ ຫຼື ມອບເປັນຕົ້ນໄປ ໂດຍຮັກສາປ້າຍທະບຽນເດີມໄວ້.

ການຈົດທະບຽນໂອນກຳມະສິດນັ້ນ ຕ້ອງໄດ້ເອົາຍານພາຫະນະໄປກວດກາຕົວຈິງ ແລະ ເສຍຄ່າທຳນຽມ ແລະ ບໍລິການຕ່າງໆຕາມລະບຽບການ.

ສຳລັບການຈົດທະບຽນໂອນກຳມະສິດຍານພາຫະນະບໍລິຫານຂອງລັດໃຫ້ປະຕິບັດຕາມລະບຽບການສະເພາະ.

ມາດຕາ 49 ການຍົກຍ້າຍຍານພາຫະນະທາງບົກ

ການຍົກຍ້າຍຍານພາຫະນະທາງບົກແມ່ນ ການຍົກຍ້າຍຍານພາຫະນະພ້ອມດ້ວຍເອກະສານ ທີ່ໄດ້ຂື້ນທະບຽນຢູ່ແຂວງ ໜຶ່ງ ໄປຂຶ້ນທະບຽນເພື່ອນຳໃຊ້ຢູ່ແຂວງອື່ນ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຍົກຍ້າຍຍານພາຫະນະທາງບົກ ຕ້ອງດຳເນີນຕາມຂັ້ນຕອນ ດັ່ງນີ້:

1. ການແຈ້ງຍົກຍ້າຍຍານພາຫະນະ ອອກ

  1. ຍື່ນຄໍາຮ້ອງຂໍຍົກຍ້າຍອອກຕາມແບບພິມ ພ້ອມດ້ວຍ ໃບທະບຽນຍານພາຫະນະ, ປຶ້ມຕິດຕາມການຂຶ້ນທະບຽນຍານພາຫະນະ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ສັນຍາ ຊື້ ຂາຍ, ໃບມອບກຳມະສິດ, ຂໍ້ຕົກລົງຍົກຍ້າຍຍານພາຫະນະ ໃນກໍລະນີ ລົດບໍລິຫານຂອງລັດ;
  2. ເສຍຄ່າທຳນຽມ ແລະ ຄ່າບໍລິການ, ກອງທະບຽນຍານພາຫະນະທາງບົກ ຕ້ອງອອກໃບຍົກຍ້າຍ ພ້ອມທັງເອກະສານຫຼັກຖານຂອງລົດ ແລ້ວລົບລ້າງເອກະສານຍານພາຫະນະຄັນດັ່ງກ່າວ ອອກຈາກລະບົບການຂຶ້ນທະບຽນຢູ່ແຂວງຕົ້ນທາງ

ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ຕ້ອງພິຈາລະນາອອກໃບຍົກຍ້າຍຍານພາຫະນະທາງບົກ ພາຍໃນເວລາ ຫ້າວັນ ລັດຖະການ.

2. ການແຈ້ງຍົກຍ້າຍຍານພາຫະນະ ເຂົ້າ

  1. ຍື່ນຄຳຮ້ອງຂໍຍົກຍ້າຍເຂົ້າຕາມແບບພິມ ພ້ອມດ້ວຍເອກະສານຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1) ແລະ ຂໍ້ 2) ຂອງການແຈ້ງຍົກຍ້າຍຍານພາຫະນະ ອອກ;
  2. ນຳລົດໄປກວດກາຕົວຈິງ ສົມທຽບກັບເອກະສານເຕີມ;
  3. ປົດປ້າຍທະບຽນເກົ່າ ພ້ອມທັງທຳລາຍຖີ້ມ ແລ້ວຕິດປ້າຍທະບຽນໃໝ່,
  4. ເສຍ ຄ່າທຳນຽມ ແລະ ບໍລິການ.

ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ຕ້ອງບັນທຶກຂໍ້ມູນຍານພາຫະນະຄັນດັ່ງກ່າວ ເຂົ້າໃນລະບົບການຂຶ້ນທະບຽນຍານພາຫະນະ.

ໝວດທີ 2

ການຢຸດນໍາໃຊ້ ແລະ ການສູນຫາຍ ຍານພາຫະນະທາງບົກ

ມາດຕາ 50 ການຢຸດນຳໃຊ້ຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຢຸດນໍາໃຊ້ຍານພາຫະນະທາງບົກ ຕ້ອງແຈ້ງຂໍຢຸດນຳໃຊ້ຍານພາຫະນະຕໍ່ກອງທະບຽນຍານພາຫະນະທາງບົກທີ່ກ່ຽວຂ້ອງ ແລະ ໃຫ້ປະຕິບັດ ດັ່ງນີ້:

1. ຍື່ນຄໍາຮ້ອງແຈ້ງເຫດຜົນຂໍຢຸດນໍາໃຊ້ຍານພາຫະນະ;

2. ສົ່ງປຶ້ມຕິດຕາມການຂຶ້ນທະບຽນ, ໃບທະບຽນ ແລະ ປ້າຍທະບຽນ ຍານພາຫະນະ;

3. ອອກໃບຢັ້ງຢືນການຢຸດນໍາໃຊ້ຍານພາຫະນະຄັນດັ່ງກ່າວ ຢ່າງຖາວອນ.

ມາດຕາ 51 ການສູນຫາຍຍານພາຫະນະທາງບົກ

ໃນກໍລະນີຍານພາຫະນະທາງບົກສູນຫາຍ ເຈົ້າຂອງຍານພາຫະນະ ຕ້ອງແຈ້ງເຈົ້າໜ້າທີ່ຕໍາຫຼວດ ພ້ອມກັນນັ້ນກໍ່ໃຫ້ປະກອບຄຳຮ້ອງຕາມແບບພິມທີ່ຂະແໜງການໂຍທາທິການ ແລະ ຂົນສົ່ງກໍານົດ ໂດຍເຊັນຢັ້ງຢືນຈາກອົງການປົກຄອງບ້ານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລ້ວຍື່ນຕໍ່ກອງທະບຽນຍານພາຫະນະທາງບົກທີ່ ກ່ຽວຂ້ອງ ເພື່ອບັນທຶກການສູນຫາຍຂອງຍານພາຫະນະ ແລະ ບໍ່ອອກໃບທະບຽນຍານພາຫະນະໃໝ່.

ມາດຕາ 52 ການເສຍຫາຍ ຫຼື ສູນຫາຍປຶ້ມຕິດຕາມການຂຶ້ນທະບຽນ, ໃບທະບຽນ ແລະ ປ້າຍທະບຽນ ຍານພາຫະນະທາງບົກ

ໃນກໍລະນີ ປຶ້ມຕິດຕາມການຂຶ້ນທະບຽນ ແລະ ໃບທະບຽນ ຍານພາຫະນະທາງບົກເສຍຫາຍ ແລະ/ຫຼື ສູນຫາຍ ເຈົ້າຂອງຍານພາຫະນະທາງບົກ ຕ້ອງແຈ້ງ ແລະ ປະກອບຄຳຮ້ອງຕາມແບບພິມ ທີ່ຂະແໜງການໂຍທາທິການ ແລະ ຂົນສົ່ງ ກຳນົດ ໂດຍເຊັນຢັ້ງຢືນຈາກອົງການປົກຄອງບ້ານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລ້ວຍື່ນຕໍ່ກອງທະບຽນຍານພາຫະນະທາງບົກທີ່ກ່ຽວຂ້ອງ ພ້ອມທັງນຳເອົາຍານພາຫະນະໄປກວດກາຕົວຈິງ ຖ້າເຫັນວ່າຖືກຕ້ອງຄົບຖ້ວນແລ້ວ ກອງທະບຽນຍານພາຫະນະທາງບົກທີ່ກ່ຽວຂ້ອງນັ້ນ ຕ້ອງອອກປຶ້ມຕິດຕາມການຂຶ້ນທະບຽນ ແລະ ໃບທະບຽນໃໝ່.

ໃນກໍລະນີ ປ້າຍທະບຽນຍານພາຫະນະທາງບົກເສຍຫາຍ ແລະ/ຫຼື ສູນຫາຍ ເຈົ້າຂອງຍານພາຫະນະທາງບົກ ຕ້ອງຍື່ນຄຳຮ້ອງໂດຍມີການເຊັນຢັ້ງຢືນຈາກອົງການປົກຄອງບ້ານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍປຶ້ມຕິດຕາມການຂຶ້ນທະບຽນ ແລະ ໃບທະບຽນຍານພາຫະນະທາງບົກ ແລ້ວຍື່ນຕໍ່ໜ່ວຍງານຕິດປ້າຍ ຍານພາຫະນະ ທີ່ປະຈຳຢູ່ກອງທະບຽນຍານພາຫະນະທາງບົກທີ່ກ່ຽວຂ້ອງ ພ້ອມທັງນຳເອົາຍານພາຫະນະໄປ ກວດກາຕົວຈິງ ຖ້າເຫັນວ່າຖືກຕ້ອງຄົບຖ້ວນ ໜ່ວຍງານດັ່ງກ່າວ ຕ້ອງຜະລິດ ແລະ ຕິດປ້າຍທະບຽນໃໝ່ໃຫ້.

ພາກທີ VII

ກອງທະບຽນຍານພາຫະນະທາງບົກ

ມາດຕາ 53 ກອງທະບຽນຍານພາຫະນະທາງບົກ

ກອງທະບຽນຍານພາຫະນະທາງບົກ ມີ ສາມຂັ້ນ ດັ່ງນີ້ :

1. ກອງທະບຽນກາງຍານພາຫະນະທາງບົກ;

2. ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ;

3. ກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ.

ມາດຕາ 54 ກອງທະບຽນກາງຍານພາຫະນະທາງບົກ

ກອງທະບຽນກາງຍານພາຫະນະທາງບົກ ແມ່ນ ຫົວໜ່ວຍວິຊາການລະດັບສອງ ເປັນກົງຈັກໜຶ່ງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ມີພາລະບົດບາດເປັນເສນາທິການໃນການຄຸ້ມຄອງວຽກງານຍານພາຫະນະທາງບົກ ໃນຂອບເຂດທົ່ວປະເທດ ພ້ອມທັງຮັບປະກັນຄວາມສະດວກ, ວ່ອງໄວ, ໂປ່ງໃສ, ເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງ ຕາມມາດຕະຖານເຕັກນິກ.

ມາດຕາ 55 ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ

ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ແມ່ນ ຫົວໜ່ວຍວິຊາການ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ, ສ່ວນດ້ານວິຊາການຂື້ນກັບກອງທະບຽນກາງຍານພາຫະນະທາງບົກ ມີພາລະບົດບາດໃນການຂື້ນທະບຽນ, ພິມໃບທະບຽນ ແລະ ກວດກາເຕັກນິກ ຍານພາຫະນະທາງບົກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງຮັບປະກັນການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງ ຕາມມາດຕະຖານເຕັກນິກ.

ມາຕຕາ 56 ກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ

ກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ ແມ່ນ ຫົວໜ່ວຍວິຊາການທີ່ຂຶ້ນກັບຫ້ອງການໂຍທາທິການ ແລະ ຂົນສົ່ງ, ສ່ວນດ້ານວິຊາການຂື້ນກັບກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ມີພາລະບົດບາດໃນການຂຶ້ນທະບຽນ, ພິມໃບທະບຽນ ແລະ ກວດກາເຕັກນິກຍານພາຫະນະທາງບົກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງຮັບປະກັນການບໍລິການໃຫ້ມີຄວາມ ສະດວກ, ວ່ອງໄວ, ໂປ່ງໃສ, ເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງ ຕາມມາດຕະຖານເຕັກນິກ.

ມາດຕາ 57 ສິດ ແລະ ໜ້າທີ່ ຂອງກອງທະບຽນກາງຍານພາຫະນະທາງບົກ

ກອງທະບຽນກາງຍານພາຫະນະທາງບົກ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ວາງແຜນ, ຄຸ້ມຄອງ ແລະ ຕິດຕາມກວດກາ ກ່ຽວກັບວຽກງານຍານພາຫະນະທາງບົກ ໃນຂອບເຂດທົ່ວປະເທດ;

2. ນຳໃຊ້ ເຕັກນິກວິຊາການ ແລະ ເຕັກໂນໂລຊີໃໝ່ ທີ່ເໝາະສົມເຂົ້າໃນການຄຸ້ມຄອງ ແລະ ການບໍລິການ ການຂຶ້ນທະບຽນ ແລະ ກວດກາເຕັກນິກ ຍານພາຫະນະທາງບົກ;

3. ຄົ້ນຄວ້າ ສ້າງ ແລະ ປັບປຸງ ນິຕິກຳ, ປຶ້ມຄູ່ມື ໃນການຄຸ້ມຄອງ ແລະ ບໍລິການ ການຂຶ້ນທະບຽນ ແລະ ກວດກາເຕັກນິກ ຍານພາຫະນະທາງບົກ ເພື່ອສະເໜີຂັ້ນເທິງພິຈາລະນາ;

4. ຊີ້ນຳ, ສັງລວມ ແລະ ຕິດຕາມ ກວດກາ ການຂຶ້ນທະບຽນ, ການກວດກາເຕັກນິກ ຍານພາຫະນະທາງບົກ;

5. ສ້າງ, ຄຸ້ມຄອງ ແລະ ນຳໃຊ້ ຖານຂໍ້ມູນການຂຶ້ນທະບຽນຍານພາຫະນະທາງບົກ ແລະ ສະໜອງຂໍ້ມູນກ່ຽວກັບຍານພາຫະນະທາງບົກ ໃຫ້ອົງການຈັດຕັ້ງລັດ, ເອກະຊົນທີ່ກ່ຽວຂ້ອງ ຫຼື ຕາມການສະເໜີ;

6. ເກັບ ຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານຍານພາຫະນະທາງບົກ;

7. ສະໜອງ ວັດຖຸປະກອນ ກ່ຽວກັບການຂຶ້ນທະບຽນ, ການພິມໃບທະບຽນ ຍານພາຫະນະທາງບົກໃຫ້ກອງທະບຽນຍານພາຫະນະທາງບົກ ຂັ້ນແຂວງ ແລະ ຂັ້ນເມືອງ,

8. ອອກຄໍາສັ່ງ ຢຸດການຂຶ້ນທະບຽນ, ລົບລ້າງການຂຶ້ນທະບຽນທີ່ບໍ່ຖືກຕ້ອງ ຂອງກອງທະບຽນຍານພາຫະນະ ແຂວງ, ນະຄອນຫຼວງ ແລະ ນຳໃຊ້ມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ;

9. ຮັບຄຳສະເໜີ ແລະ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການຂຶ້ນທະບຽນຍານພາຫະນະທາງບົກໃຫ້ ສະດວກ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ;

10. ສະໜອງສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກ ທີ່ເໝາະສົມ ໃຫ້ໜ່ວຍງານຕິດປ້າຍທະບຽນຍານພາຫະນະທາງບົກ ຂອງຂະແໜງການປ້ອງກັນຄວາມສະຫງົບ;

11. ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ ໃນການເຄື່ອນໄຫວ ຄຸ້ມຄອງວຽກງານຍານພາຫະນະທາງບົກ;

12. ພົວພັນ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຍານພາຫະນະທາງບົກ ຕາມການມອບໝາຍຂອງຂັ້ນເທິງ;

13. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຍານພາຫະນະທາງບົກ ຕໍ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຢ່າງເປັນປົກກະຕິ;

14. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 58 ສິດ ແລະ ໜ້າທີ່ ຂອງກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ

ກອງທະບຽນຍານພາຫະນະທາງບົກ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຂຶ້ນທະບຽນ, ພິມໃບທະບຽນ ແລະ ກວດກາເຕັກນິກ ຍານພາຫະນະທາງບົກ;

2. ຊີ້ນຳ, ສັງລວມ ແລະ ຕິດຕາມ ກວດກາ ການຂຶ້ນທະບຽນ, ການກວດກາເຕັກນິກ ຍານພາຫະນະທາງບົກຂອງກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ;

3. ນໍາໃຊ້ຖານຂໍ້ມູນການຂຶ້ນທະບຽນຍານພາຫະນະທາງບົກ ແລະ ສະໜອງຂໍ້ມູນກ່ຽວກັບຍານພາຫະນະທາງບົກ ໃຫ້ອົງການຈັດຕັ້ງລັດ, ເອກະຊົນທີ່ກ່ຽວຂ້ອງ ຫຼື ຕາມການສະເໜີ;

4. ອອກຄໍາສັ່ງ ຢຸດການຂຶ້ນທະບຽນ, ລົບລ້າງການຂຶ້ນທະບຽນ ທີ່ບໍ່ຖືກຕ້ອງຂອງຕົນ ຫຼື ກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ ແລະ ນໍາໃຊ້ມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ;

5. ຮັບຄຳສະເໜີ ແລະ ແກ້ໄຂຂໍ້ຂັດແຍ່ງກ່ຽວກັບການຂຶ້ນທະບຽນຍານພາຫະນະທາງບົກ ໃຫ້ສະດວກ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ;

6. ເກັບ ຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບການຂຶ້ນທະບຽນ, ພິມໃບທະບຽນຍານພາຫະນະທາງບົກ;

7. ປະສານສົມທົບກັບພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຂື້ນທະບຽນຍານພາຫະນະທາງບົກ;

8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຍານພາຫະນະທາງບົກ ຕໍ່ ກອງທະບຽນກາງຍານພາຫະນະທາງບົກ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 59 ສິດ ແລະ ໜ້າທີ່ ຂອງກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ

ກອງທະບຽນຍານພາຫະນະທາງບົກ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຂຶ້ນທະບຽນ, ພິມໃບທະບຽນ ແລະ ກວດກາເຕັກນິກ ຍານພາຫະນະທາງບົກ ປະເພດລົດຈັກ ແລະ ກົນຈັກກະສິກຳ;

2. ນໍາໃຊ້ຖານຂໍ້ມູນການຂຶ້ນທະບຽນຍານພາຫະນະທາງບົກ ແລະ ສະໜອງຂໍ້ມູນກ່ຽວກັບຍານພາຫະນະທາງບົກ ໃຫ້ອົງການຈັດຕັ້ງລັດ, ເອກະຊົນທີ່ກ່ຽວຂ້ອງ ຫຼື ຕາມການສະເໜີ;

3. ລົບລ້າງການຂຶ້ນທະບຽນ ທີ່ບໍ່ຖືກຕ້ອງຂອງຕົນ ພ້ອມທັງນຳໃຊ້ມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ;

4. ພົວພັນ, ຮ່ວມມື ກັບ ໜ່ວຍງານຕິດປ້າຍຂອງຂະແໜງການປ້ອງກັນຄວາມສະຫງົບ ໃນການຜະລິດ ແລະ ຕິດປ້າຍທະບຽນຍານພາຫະນະທາງບົກ;

5. ຮັບຄຳສະເໜີ ແລະ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການຂຶ້ນທະບຽນຍານພາຫະນະທາງບົກ ໃຫ້ສະດວກ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ;

6. ເກັບ ຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບການຂຶ້ນທະບຽນ, ພິມໃບທະບຽນ ຍານພາຫະນະທາງບົກ;

7. ປະສານສົມທົບກັບຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຂຶ້ນທະບຽນຍານພາຫະນະທາງບົກ;

8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຍານພາຫະນະທາງບົກ ຕໍ່ ກອງທະບຽນຍານ ພາຫະນະທາງບົກ ແຂວງ, ນະຄອນຫຼວງ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ;

9. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

 

ພາກທີ VIII

ທຸລະກິດກ່ຽວກັບຍານພາຫະນະທາງບົກ

ມາດຕາ 60 ການດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ຕ້ອງແຈ້ງຂື້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຂໍອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 61 ເງື່ອນໄຂໃນການດໍາເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ

ການດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ຕ້ອງມີເງື່ອນໄຂ ຕົ້ນຕໍ ດັ່ງນີ້

1. ທຶນ;

2. ສຳນັກງານ ຫຼື ສິ່ງປູກສ້າງ, ສະຖານທີ່, ວັດຖຸປະກອນ ແລະ ພາຫະນະຮັບໃຊ້ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ;

3. ນັກວິຊາການທີ່ມີປະສົບການ ແລະ ວິຊາສະເພາະທີ່ກ່ຽວຂ້ອງກັບທຸລະກິດຂອງຕົນ;

4. ໃບຢັ້ງຢືນທີ່ຕັ້ງຂອງສຳນັກງານ,

 

ມາດຕາ 62 ປະເພດທຸລະກິດກ່ຽວກັບຍານພາຫະນະທາງບົກ

ປະເພດທຸລະກິດກ່ຽວກັບຍານພາຫະນະທາງບົກ ມີ ດັ່ງນີ້:

1. ການນຳເຂົ້າ ແລະ ສົ່ງອອກ

2. ການຈຳໜ່າຍ;

3. ການຜະລິດ ແລະ/ຫຼື ປະກອບ;

4. ສູນທົດສອບ;

5. ສູນກວດກາເຕັກນິກ,

6. ອູ່ສ້ອມແປງລົດ;

7. ທຸລະກິດອື່ນກ່ຽວກັບຍານພາຫະນະທາງບົກ.

ມາດຕາ 63 ທຸລະກິດການນຳເຂົ້າ ແລະ ສົ່ງອອກ ຍານພາຫະນະທາງບົກ

ທຸລະກິດການນໍາເຂົ້າ ແລະ ສົ່ງອອກ ຍານພາຫະນະທາງບົກ ແມ່ນ ການດຳເນີນທຸລະກິດກ່ຽວກັບ ການນຳເຂົ້າຍານພາຫະນະທາງບົກເພື່ອຂາຍຍົກໃຫ້ຜູ້ດໍາເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ, ສົ່ງອອກຕໍ່, ເປັນຕົວແທນ ຫຼື ຊື້ ຍານພາຫະນະທາງບົກຈາກຜູ້ຜະລິດ, ປະກອບຍານພາຫະນະທາງບົກ ຢູ່ ສປປ ລາວ ເພື່ອຈຳໜ່າຍຢູ່ພາຍໃນ ຫຼື ສົ່ງອອກຕ່າງປະເທດ.

ຂະແໜງການອຸດສາຫະກຳ ແລະ ການຄ້າ ເປັນຜູ້ອະນຸຍາດດໍາເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 64 ທຸລະກິດການຈໍາໜ່າຍຍານພາຫະນະທາງບົກ

ທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ແມ່ນ ການດຳເນີນທຸລະກິດກ່ຽວກັບການ ຂາຍຍົກ, ຂາຍຍ່ອຍ ຍານພາຫະນະທາງບົກໃໝ່ ແລະ/ຫຼື ຍານພາຫະນະທາງບົກທີ່ນຳໃຊ້ແລ້ວ ລວມທັງອາໄຫຼ່ ຫຼື ເປັນຕົວແທນຈຳໜ່າຍຍານພາຫະນະທາງບົກ ຍີ່ຫໍ້ໃດໜຶ່ງ ຫຼື ຫຼາຍຍີ່ຫໍ້ ຊຶ່ງບໍ່ສາມາດນຳເຂົ້າ ແລະ ສົ່ງອອກໄດ້.

ຂະແໜງການອຸດສາຫະກຳ ແລະ ການຄ້າ ເປັນຜູ້ອະນຸຍາຕດໍາເນີນທຸລະກິດ ການຈໍາໜ່າຍຍານພາຫະນະທາງບົກ ໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 65 ທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ

ທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ແມ່ນ ການດຳເນີນທຸລະກິດກ່ຽວກັບການຜະລິດ ຫຼື ປະກອບ ຫຼື ທັງຜະລິດ ແລະ ປະກອບຍານພາຫະນະທາງບົກໂດຍຜະລິດ, ນຳເຂົ້າ ຫຼື ຊື້ ຊິ້ນສ່ວນ ຈາກຜູ້ຜະລິດຢູ່ພາຍໃນ ຈຳນວນໜຶ່ງ ຫຼື ທັງໝົດ ເພື່ອປະກອບເປັນຍານພາຫະນະທາງບົກສົມບູນ ແລ້ວຈໍາໜ່າຍຢູ່ພາຍໃນ ຫຼື ສົ່ງອອກຕ່າງປະເທດ.

ຂະແໜງການອຸດສາຫະກຳ ແລະ ການຄ້າ ເປັນຜູ້ອະນຸຍາດດຳເນີນທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ,

ມາດຕາ 66 ທຸລະກິດສູນທົດສອບຍານພາຫະນະທາງບົກ

ທຸລະກິດສູນທົດສອບຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການທົດສອບຍານພາຫະນະເປັນຄັນ, ຊິ້ນສ່ວນ, ວັດສະດຸ ທີ່ນໍາມາຜະລິດ ແລະ ປະກອບ ເພື່ອຢັ້ງຢືນຄຸນນະພາບ, ປະສິດທິພາບກ່ຽວກັບຍານພາຫະນະທາງບົກ ຕາມມາດຕະຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດ ໂດຍສອດຄ່ອງກັບມາດຕະຖານສາກົນ ທາງດ້ານຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ.

ຂະແໜງການໂຍທາທິການ ແລະ ຂົນສົ່ງ ເປັນຜູ້ອະນຸຍາດດໍາເນີນທຸລະກິດ ສູນທົດສອບຍານພາຫະນະທາງບົກ.

ມາດຕາ 67 ທຸລະກິດສູນກວດກາເຕັກນິກຍານພາຫະນະທາງບົກ

ທຸລະກິດສູນກວດກາເຕັກນິກຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການກວດກາເຕັກນິກ, ພິສູດຄວາມຖືກຕ້ອງ, ປະເມີນຄວາມປອດໄພຂອງຍານພາຫະນະ ແລະ ສິ່ງແວດລ້ອມ ໃຫ້ຖືກຕ້ອງຕາມລະບຽບການທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດ.

ຂະແໜງການໂຍທາທິການ ແລະ ຂົນສົ່ງ ເປັນຜູ້ອະນຸຍາດດຳເນີນທຸລະກິດ ສູນກວດກາເຕັກນິກຍານພາຫະນະທາງບົກ.

ມາດຕາ 68 ທຸລະກິດອູ່ສ້ອມແປງລົດ

ທຸລະກິດອູ່ສ້ອມແປງລົດ ແມ່ນ ການດຳເນີນທຸລະກິດກ່ຽວກັບການສ້ອມແປງ, ຟື້ນຟູ ແລະ ຕົບແຕ່ງລົດ ໃຫ້ຢູ່ໃນສະພາບດິ ໃຊ້ງານໄດ້ ຖືກຕ້ອງຕາມມາດຕະຖານເຕັກນິກດ້ານ ຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ.

ຂະແໜງການໂຍທາທິການ ແລະ ຂົນສົ່ງ ເປັນຜູ້ອະນຸຍາດດຳເນີນທຸລະກິດ ອູ່ສ້ອມແປງລົດ ໂດຍປະສານສົມທົບກັບຂະ   ແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 69 ສິດ ແລະ ພັນທະຂອງຜູ້ດຳເນີນທຸລະກິດ

ຜູ້ດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ມີ ສິດ ແລະ ພັນທະ ດັ່ງນີ້:

1. ດຳເນີນທຸລະກິດຕາມທີ່ໄດ້ຮັບອະນຸຍາດ;

2. ໄດ້ຮັບ ຂໍ້ມູນ ຂ່າວສານ ທີ່ຈຳເປັນໃນການດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ;

3. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ;

4. ຮັບປະກັນທາງດ້ານຄຸນນະພາບ, ມາດຕະຖານເຕັກນິກຂອງຍານພາຫະນະທາງບົກ ຫຼື ການບໍລິການຂອງຕົນ;

5. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຈາກການບໍລິການຂອງຕົນ;

6. ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ;

7. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການກວດກາການດໍາເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ;

8. ເສຍ ພາສີ, ສ່ວຍສາອາກອນ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;

9. ນຳໃຊ້ ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 70 ການໂຈະດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ

ການດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ຈະຖືກໂຈະໃນກໍລະນີໃດໜຶ່ງ ດັ່ງນີ້:

1. ມີການສະເໜີ ຂອງຜູ້ດໍາເນີນທຸລະກິດ;

2. ດຳເນີນທຸລະກິດບໍ່ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ຮັບອະນຸຍາດ ຫຼື ການນຳເຂົ້າພາຫະນະ ບໍ່ໄດ້ມາດຕະຖານ;

3. ດໍາເນີນທຸລະກິດບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບກົດໝາຍ;

4. ສ້າງຜົນເສຍຫາຍຕໍ່ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ;

5. ບໍ່ດຳເນີນທຸລະກິດຕໍ່ເນື່ອງ ເປັນເວລາ ໜຶ່ງປີ

ການໂຈະການດຳເນີນທຸລະກິດ ຕ້ອງກຳນົດເວລາອັນແນ່ນອນ ເພື່ອໃຫ້ເວລາໃນການແກ້ໄຂ ຫຼື ປັບປຸງໃຫ້ຄືນສູ່ສະພາບປົກກະຕິ.

ມາດຕາ 71 ການຍົກເລີກການດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ

ການດໍາເນີນທຸລະກິດກ່ຽວກັບບານພາຫະນະທາງບົກ ຈະຖືກຍົກເລີກໃນກໍລະນີໃດໜຶ່ງ ດັ່ງນີ້:

1. ມີການສະເໜີ ຂອງຜູ້ດໍາເນີນທຸລະກິດໂດຍມີເຫດຜົນພຽງພໍ;

2. ຜູ້ດຳເນີນທຸລະກິດ ລະເມີດກົດໝາຍ ແລະ ສ້າງຜົນເສຍຫາຍ ຕໍ່ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຢ່າງຮ້າຍແຮງ;

3. ບໍ່ເເກ້ໄຂ ຫຼື ປັບປຸງ ຕາມກໍານົດເວລາໃນການສັ່ງໂຈະ;

4. ຖືກຖອນໃບອະນຸຍາດດຳເນີນທຸລະກິດ;

5. ສານຕັດສິນໃຫ້ລົ້ມລະລາຍ.

ພາກທີ IX

ສະມາຄົມທຸລະກິດຍານພາຫະນະທາງບົກ

ມາດຕາ 72 ສະມາຄົມທຸລະກິດຍານພາຫະນະທາງບົກ,

ສະມາຄົມທຸລະກິດຍານພາຫະນະທາງບົກ ແມ່ນ ອົງການຈັດຕັ້ງສັງຄົມທີ່ບໍ່ຫວັງຜົນກຳໄລ ຊຶ່ງສ້າງຕັ້ງ ຂຶ້ນດ້ວຍຄວາມສະໝັກໃຈ ເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຍານພາຫະນະທາງບົກປະເພດດຽວກັນ ຫຼື ໃກ້ຄຽງກັນ, ມີພາລະບົດບາດປະສານສົມທົບກັບອົງການຄຸ້ມຄອງ ແລະ ກວດກາວຽກງານຍານພາຫະນະ ທາງບົກ, ໃຫ້ການຊ່ວຍເຫຼືອ, ໃຫ້ຄຳປຶກສາ, ໃຫ້ຄຳແນະນຳ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ.

ມາດຕາ 73 ສິດ ແລະ ໜ້າທີ່ ຂອງສະມາຄົມທຸລະກິດຍານພາຫະນະທາງບົກ

ສະມາຄົມທຸລະກິດຍານພາຫະນະທາງບົກ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ເຜີຍແຜ່ ນິຕິກໍາ ແລະ ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານຍານພາຫະນະທາງບົກໃຫ້ສະມາຊິກ;

2. ຄົ້ນຄວ້າ ແລະ ມີຄຳເຫັນກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບຍານພາຫະນະທາງບົກ;

3. ເປັນຂົວຕໍ່ລະຫວ່າງອົງການຄຸ້ມຄອງ ແລະ ກວດກາ ວຽກງານຍານພາຫະນະທາງບົກ ແລະ ສະມາຊິກ

4. ໄດ້ຮັບຂໍ້ມູນຈາກສະມາຊິກຂອງສະມາຄົມ ແລະ ອົງການຄຸ້ມຄອງ ແລະ ກວດກາ ວຽກງານຍານພາຫະນະທາງບົກ;

5. ຕິດຕາມການເຄື່ອນໄຫວຂອງສະມາຊິກໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;

6. ໄກ່ເກ່ຍຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງສະມາຊິກດ້ວຍກັນ;

7. ສະເໜີຍ້ອງຍໍສະມາຊິກທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວທຸລະກິດ, ປະກອບສ່ວນພັດທະນາ ແລະ ຊ່ວຍເຫຼືອສັງຄົມ;

8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງສະມາຄົມຂອງຕົນ ຕໍ່ ອົງການຄຸ້ມຄອງ ແລະ ກວດກາວຽກງານຍານພາຫະນະທາງບົກ;

9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 74 ການສ້າງຕັ້ງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມທຸລະກິດຍານພາຫະນະທາງບົກ

ຂັ້ນຕອນການສ້າງຕັ້ງ ສະມາຄົມທຸລະກິດຍານພາຫະນະທາງບົກ ໃຫ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ

ສຳລັບ ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມທຸລະກິດຍານພາຫະນະທາງບົກ ລວມທັງລະບອບແບບແຜນວິທີເຮັດວຽກ ໄດ້ກຳນົດໄວ້ໃນກົດລະບຽບຂອງສະມາຄົມ.

ພາກທີ X

ຂໍ້ຫ້າມ

ມາດຕາ 15 ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1. ດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ໂດຍບໍ່ໄດ້ຮັບອະນຸຍາດ.

2. ປອມແປງ, ປິດບັງ, ປ່ຽນ, ສັບປ່ຽນ ປ້າຍທະບຽນຍານພາຫະນະ;

3. ຕໍ່ເຕີມ ແລະ ດັດແປງເຕັກນິກລົດ ໂດຍບໍ່ໄດ້ຮັບອະນຸຍາດ;

4. ເປັນສື່ກາງໃນການໃຫ້ ແລະ ຮັບສິນບົນ,

5. ຂັດຂວາງ, ບໍ່ອຳນວຍຄວາມສະດວກ, ບໍ່ໃຫ້ການຮ່ວມມືໃນການກວດກາຂອງເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ;

6. ນຳໃຊ້ຍານພາຫະນະທາງບົກ ທີ່ບໍ່ໄດ້ຂື້ນທະບຽນ ແລະ ຕິດປ້າຍທະບຽນຍານພາຫະນະບໍ່ຖືກຕ້ອງຕາມກົດໝາຍ;

7. ນໍາໃຊ້ຍານພາຫະນະທາງບົກ ທີ່ຕິດປ້າຍບໍລິຫານຂອງລັດ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກຕ້ອງ ຕາມເປົ້າໝາຍ;

8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 76 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ

ຫ້າມ ຜູ້ດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ມີພຶດຕິກຳ ດັ່ງນີ້:

  1. ດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ ບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມກົດໝາຍ;
  2. ສົມຮູ້ຮ່ວມຄິດ, ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານຂອງລັດ;
  3. ລາຍງານຂໍ້ມູນກ່ຽວກັບການດໍາເນີນທຸລະກິດຂອງຕົນບໍ່ຖືກຕ້ອງ;
  4. ປິດບັງ, ປອມແປງ, ບັດເບືອນ ແລະ ທໍາລາຍ ຂໍ້ມູນກ່ຽວກັບການດໍາເນີນທຸລະກິດຂອງຕົນ;
  5. ບໍ່ໃຫ້ຄວາມຮ່ວມມື, ໝິ່ນປະໝາດ, ນາບຂູ່ ແລະ ທຳຮ້າຍຮ່າງກາຍເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ;
  6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ,

ມາດຕາ 77 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ

ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ ມີພຶດຕິກຳ ດັ່ງນີ້:

1. ດຳເນີນທຸລະກິດ, ເປັນທີ່ປຶກສາ, ເປັນຮຸ້ນສ່ວນ, ເປັນນັກວິຊາການໃຫ້ວິສາຫະກິດກ່ຽວກັບຍານພາຫະນະທາງບົກທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ;

2. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບທາງລັດຖະການ;

3. ສົມຮູ້ຮ່ວມຄິດ, ທວງເອົາ, ຂໍເອົາ, ຮັບສິນບົນ, ໃຊ້ອຳນາດເກີນຂອບເຂດ, ກົດໜ່ວງ, ຖ່ວງດຶງ, ປອມແປງເອກະສານກ່ຽວກັບຍານພາຫະນະທາງບົກ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດແກ່ຕົນ, ຄອບຄົວ ແລະ ພັກພວກ;

4. ຂື້ນທະບຽນ, ອອກປ້າຍທະບຽນ ຍານພາຫະນະທາງບົກ ໂດຍບໍ່ຖືກຕ້ອງຕາມປະເພດ ແລະ ກົດໝາຍ;

5. ຂຶ້ນທະບຽນຍານພາຫະນະທາງບົກທີ່ດັດເເປງ ຮູບຮ່າງ ແລະ ເຕັກນິກໂດຍບໍ່ໄດ້ຮັບອະນຸຍາດ;

6. ໝິ່ນປະໝາດ, ໃຊ້ວາຈາ, ທ່າທີ່ບໍ່ສຸພາບ ແລະ ນາບຂູ່ ບຸກຄົນທີ່ມາໃຊ້ບໍລິການ ກໍ່ຄືຜູ້ຊົມໃຊ້ຍານພາຫະນະທາງບົກ;

7. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ,

ພາກທີ XI

ການຄຸ້ມຄອງ ແລະ ກວດກາ ວຽກງານຍານພາຫະນະທາງບົກ

ໝວດທີ 1

ການຄຸ້ມຄອງວຽກງານຍານພາຫະນະທາງບົກ

ມາດຕາ 78 ອົງການຄຸ້ມຄອງວຽກງານຍານພາຫະນະທາງບົກ

ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຍານພາຫະນະທາງບົກ ຢ່າງລວມສູນ ແລະ ເປັນເອກະພາບໃນ ຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານຍານພາຫະນະທາງບົກ ປະກອບດ້ວຍ:

1. ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງອື່ນ ທີ່ກ່ຽວຂ້ອງ;

2. ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ແລະ ພະແນກການອື່ນ ທີ່ກ່ຽວຂ້ອງ;

3. ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ ແລະ ຫ້ອງການອື່ນ ທີ່ກ່ຽວຂ້ອງ;

4. ອົງການປົກຄອງບ້ານ.

ມາດຕາ 79 ສິດ ແລະ ໜ້າທີ່ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ

ກະຊວງໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບຍານພາຫະນະທາງບົກເພື່ອສະເໜີລັດຖະບານພິຈາລະນາ;

2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ກ່ຽວກັບວຽກງານຍານພາຫະນະທາງບົກ ເປັນນິຕິກຳໃຕ້ກົດໝາຍ, ແຜນການ, ແຜນງານ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດ;

3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານຍານພາຫະນະທາງບົກ ພ້ອມທັງປູກຈິດສຳນຶກ ໃຫ້ທົ່ວປວງຊົນ ຮັບຮູ້ ແລະ ເຂົ້າໃຈ;

4. ບຳລຸງ, ສ້າງ ແລະ ຄຸ້ມຄອງນຳໃຊ້ ບຸກຄະລາກອນ ກ່ຽວກັບວຽກງານຍານພາຫະນະທາງບົກ ໂດຍປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;

 

5. ອອກ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ;

6. ອະນຸຍາດນຳເຂົ້າທາງດ້ານເຕັກນິກຍານພາຫະນະທາງບົກ ແລະ ນຳເຂົ້າ ຖັງລົດ, ຊາຊີ, ໜ່ວຍຈັກ ແລະ ອາໄຫຼ່ທີ່ນໍາໃຊ້ແລ້ວ;

7. ອະນຸຍາດດັດແປງ ຮູບຮ່າງ ແລະ ເຕັກນິກ;

8. ກຳນົດ ມາດຕະຖານ ເຕັກນິກ ແລະ ເລືອກເຟັ້ນເຕັກໂນໂລຊີທີ່ເໝາະສົມກ່ຽວກັບວຽກງານຍານພາຫະນະທາງບົກ ພ້ອມທັງອອກຄໍາແນະນຳໃນການຈັດຕັ້ງປະຕິບັດ,

9. ຄຸ້ມຄອງ ເເລະ ຢັ້ງຢືນ ຜົນການທົດສອບ ຍານພາຫະນະທາງບົກ, ຊິ້ນສ່ວນ, ວັດສະດຸອຸປະກອນທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ;

10. ກຳນົດມາດຕະຖານເຕັກນິກ, ໃບທະບຽນ, ຍ້າຍທະບຽນ, ສູນກວດກາເຕັກນິກ ແລະ ອູ່ສ້ອມ ແປງລົດ ລວມທັງຄຸ້ມຄອງຖານຂໍ້ມູນ, ສະຖິຕີ ກ່ຽວກັບການຂຶ້ນທະບຽນລົດ ໃນຂອບເຂດທົ່ວປະເທດ;

11. ປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກັບວຽກງານຍານພາຫະນະທາງບົກ;

12. ຮັບ ແລະ ແກ້ໄຂຄຳສະເໜີ ກ່ຽວກັບຍານພາຫະນະທາງບົກ;

13. ພົວພັນ, ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານຍານພາຫະນະທາງບົກ;

14. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຍານພາຫະນະທາງບົກ ຕໍ່ລັດຖະບານຢ່າງເປັນປົກກະຕິ;

15. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ,

ມາດຕາ 80 ສິດ ແລະ ໜ້າທີ່ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ກ່ຽວກັບ ວຽກງານຍານພາຫະນະທາງບົກ ພ້ອມທັງປູກຈິດສຳນຶກ ໃຫ້ທົ່ວປວງຊົນ ຮັບຮູ້ ແລະ ເຂົ້າໃຈ;

2. ສະເໜີ ບຳລຸງ, ສ້າງ ແລະ ຄຸ້ມຄອງນຳໃຊ້ ບຸກຄະລາກອນກ່ຽວກັບວຽກງານຍານພາຫະນະທາງບົກ;

3. ອອກ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດກ່ຽວກັບຍານພາຫະນະທາງບົກ;

4. ອະນຸຍາດດັດແປງ ຮູບຮ່າງ ແລະ ເຕັກນິກ;

5. ຄຸ້ມຄອງ ສູນກວດກາເຕັກນິກ, ອູ່ສ້ອມແປງຍານພາຫະນະທາງບົກ ແລະ ກິດຈະການທີ່ກ່ຽວກັບຍານພາຫະນະທາງບົກ;

6. ປະສານສົມທົບກັບພະແນກການ ແລະ ອົງການປົກຄອງຂັ້ນເມືອງທີ່ກ່ຽວຂ້ອງ ກັບວຽກງານຍານພາຫະນະທາງບົກ;

7. ຮັບ ແລະ ແກ້ໄຂຄຳສະເໜີ ກ່ຽວກັບຍານພາຫະນະທາງບົກ;

8. ພົວພັນ, ຮ່ວມມື ກັບຕ່າງປະເທດ ກ່ຽວກັບວຽກງານຍານພາຫະນະທາງບົກຕາມການມອບຫມາຍ;

9. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຍານພາຫະນະທາງບົກ ຕໍ່ ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການປົກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

10, ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ,

ມາດຕາ 81 ສິດ ແລະ ໜ້າທີ່ ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຕອນ

ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ ຫຼື ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງ ແລະ ປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຍານພາຫະນະທາງບົກ;

2. ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານຍານພາຫະນະທາງບົກ ພ້ອມທັງປູກຈິດສຳນຶກ ໃຫ້ທົ່ວປວງຊົນ ຮັບຮູ້ ແລະ ເຂົ້າໃຈ;

3. ສະເໜີ ບຳລຸງ, ສ້າງ ບຸກຄະລາກອນກ່ຽວກັບວຽກງານຍານພາຫະນະທາງບົກ;

4. ຄຸ້ມຄອງການຂຶ້ນທະບຽນ ແລະ ກວດກາເຕັກນິກ ຍານພາຫະນະທາງບົກ ປະເພດ ລົດຈັກ, ກົນຈັກກະສິກຳ ຕາມການມອບໝາຍ;

5. ອອກ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບຍານພາຫະນະທາງບົກ ຕາມການມອບໝາຍ;

6. ຄຸ້ມຄອງ ອູ່ສ້ອມແປງລົດ, ການກວດກາເຕັກນິກ ລົດຈັກ ແລະ ລົດກົນຈັກກະສິກຳ ຕາມການມອບໜາຍ;

7. ປະສານສົມທົບກັບຫ້ອງການ ແລະ ອົງການປົກຄອງຂັ້ນບ້ານ ກ່ຽວກັບວຽກງານຍານພາຫະນະທາງບົກ;

8. ຮັບ ແລະ ແກ້ໄຂຄຳສະເໜີ ກ່ຽວກັບຍານພາຫະນະທາງບົກ;

9. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຍານພາຫະນະທາງບົກ ຕໍ່ ພະແນກໂຍທາທີການ ແລະ ຂົນສົ່ງ ແລະ ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ;

10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ,

ມາດຕາ 82 ສິດ ແລະ ໜ້າທີ່ ຂອງຂະແໜງການປ້ອງກັນຄວາມສະຫງົບ

ຂະແໜງການປ້ອງກັນຄວາມສະຫງົບ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

1. ຄົ້ນຄ້ວາ, ສ້າງ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານ ຍານພາຫະນະທາງບົກ ເພື່ອສະເໜີຂຶ້ນເທິງພິຈາລະນາ;

2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບ ວຽກງານຍານພາຫະນະທາງບົກ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຈັດຕັ້ງປະຕິບັດ;

3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານຍານພາຫະນະທາງບົກ;

4. ປະສານສົມທົບກັບຂະແໜງການໂຍທາທິການ ແລະ ຂົນສົ່ງ, ຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງ ແລະ ປະຕິບັດ ວຽກງານຍານພາຫະນະທາງບົກ;

5. ກວດກາຂໍ້ມູນຍານພາຫະນະທາງບົກທີ່ຈະນຳໄປຜະລິດປ້າຍທະບຽນຍານພາຫານະ;

6. ຄຸ້ມຄອງ, ຜະລິດ ແລະ ຕິດປ້າຍທະບຽນຍານພາຫະນະ;

7. ຕິດຕາມ ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບຍານພາຫະນະທາງບົກ;

8. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຍານພາຫະນະທາງບົກ ຕໍ່ຂັ້ນເທິງຢ່າງເປັນປົກກະຕິ;

9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 83 ສິດ ແລະ ໜ້າທີ່ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ

ຂະແໜງການອຸດສາຫະກໍາ ແລະ ການຄ້າ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຄົ້ນຄວ້າ, ສ້າງນະໂຍບາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບຍານພາຫະນະທາງບົກ ເພື່ອສະເໜີຂັ້ນເທິງພິຈາລະນາ;

2. ໂຄສະນາ ເຜີຍແຜ່ ນະໂຍບາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານຍານພາຫະນະທາງບົກ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມ ຢ່າງທົ່ວເຖິງ;

3. ພິຈາລະນາການຂໍອະນຸຍາດ ນໍາເຂົ້າ, ສົ່ງອອກ, ນໍາເຂົ້າ ເພື່ອສົ່ງອອກຕໍ່ ແລ້ວຈິ່ງແຈ້ງໃຫ້ຂະແໜງການ ການເງີນ ຮັບຊາບ;

4. ພິຈາລະນາການສະເໜີ ສ້າງຕັ້ງ, ອອກ, ໂຈະ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດຍານພາຫະນະທາງບົກ;

5. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ນຳສະເໜີລັດຖະບານ ເພື່ອກຳນົດ ແລະ ດັດສົມຫົວ      ໜ່ວຍທຸລະກິດການນຳເຂົ້າ ແລະ ສົ່ງອອກ, ຈໍາໜ່າຍຍານພາຫະນະທາງບົກ ໃຫ້ເໝາະສົມຕາມສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;

6. ຮັບ ແລະ ແກ້ໄຂຄຳສະເໜີ ຂອງຜູ້ດຳເນີນທຸລະກິດຍານພາຫະນະທາງບົກ ແລະ ຜູ້ຊົມໃຊ້;

7. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຍານພາຫະນະທາງບົກ ຕໍ່ຂັ້ນເທິງຊາບ ຢ່າງເປັນປົກກະຕິ;

8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ

ມາດຕາ 84 ສິດ ແລະ ໜ້າທີ່ ຂອງອົງການປົກຄອງບ້ານ

ໃນການຄຸ້ມຄອງວຽກງານຍານພາຫະນະທາງບົກ ອົງການປົກຄອງບ້ານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ເຜີຍເເຜ່ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານຍານພາຫະນະທາງບົກ ໃຫ້ແກ່ປະຊາຊົນພາຍໃນຂອບເຂດບ້ານຂອງຕົນ;

2. ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບວຽກງານຍານພາຫະນະທາງບົກ;

3. ຢັ້ງຢືນເອກະສານທີ່ກ່ຽວຂ້ອງກັບຍານພາຫະນະທາງບົກ ເຊັ່ນ ໃບຢັ້ງຢືນທີ່ຢູ່, ການຊື້ ຂາຍ, ການຮັບປະກັນ ແລະ ອື່ນໆ;

4. ເກັບກຳຂໍ້ມູນ ແລະ ສະຖິຕິ ຍານພາຫະນະທາງບົກ ໃນຂອບເຂດບ້ານຂອງຕົນ;

5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 85 ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ

ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ ຕິດຕາມ, ກວດກາ, ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ນຳໃຊ້ຍານພາຫະນະທາງບົກທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ຂະ         ແໜງການໂຍທາທິການ ແລະ ຂົນສົ່ງ.

ໝວດທີ 2

ການກວດກາວຽກງານຍານພາຫະນະທາງບົກ

ມາດຕາ 86 ອົງການກວດກາວຽກງານຍານພາຫະນະທາງບົກ

ອົງການກວດກາວຽກງານຍານພາຫະນະທາງບົກ ປະກອບດ້ວຍ:

1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຍານພາຫະນະທາງບົກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້;

2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການ ກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ, ສື່ມວນຊົນ ແລະ ໜ່ວຍງານກວດສອບອິດສະລະສະເພາະດ້ານ.

ມາຕຕາ 87 ເນື້ອໃນການກວດກາວຽກງານຍານພາຫະນະທາງບົກ

ການກວດກາວຽກງານຍານພາຫະນະທາງບົກ ມີເນື້ອໃນ ດັ່ງນີ້:

1. ກວດກາການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ແຜນການລົງທຶນ ແລະ ການພັດທະນາ, ກົດໝາຍ, ການສ້າງຕັ້ງ, ກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ກ່ຽວກັບວຽກງານຍານພາຫະນະທາງບົກ;

2. ກວດກາການເຄື່ອນໄຫວຂອງຜູ້ດຳເນີນທຸລະກິດ ແລະ ການບໍລິການ ທີ່ກ່ຽວຂ້ອງກັບທຸລະກິດຍານພາຫະນະທາງບົກ;

3. ກວດກາມາດຕະຖານເຕັກນິກຍານພາຫະນະທາງບົກທາງດ້ານ ຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ;

4. ກວດກາຜົນກະທົບຕໍ່ສິ່ງແວດລ້ອມ ເນື່ອງຈາກການເຄື່ອນໄຫວວຽກງານຍານພາຫະນະທາງບົກ.

ມາດຕາ 88 ຮູບການການກວດກາຍານພາຫະນະທາງບົກ

ການກວດກາຍານພາຫະນະທາງບົກ ມີ ສາມຮູບການ ດັ່ງນີ້:

1. ກວດກາຢ່າງເປັນປົກກະຕິ ຊຶ່ງແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ

2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈໍາເປັນ ຊຶ່ງແຈ້ງໃຫ້ຜູ້ຈະຖືກກວດກາຮູ້ລ່ວງໜ້າ

3. ກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາໂດຍຮິບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຈະຖືກກວດກາຮູ້ລ່ວງໜ້າ.

ໃນການດຳເນີນການກວດການັ້ນ ໃຫ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.

ພາກທີ XII

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 89 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 90 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຈະຖືກປະຕິບັດມາດຕະການ ກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກົດໝາຍ.

ພາກທີ XIII

ບົດຍ້າບັນສຸດທ້າຍ

ມາດຕາ 91 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 92 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

ປະທານສະພາແຫ່ງຊາດ

ປອ ໄຊສົມພອນ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງມີໃບອະນຸຍາດດ້ານເຕັກນິກຂອງຍານພາຫະນະນຳເຂົ້າ ຕ້ອງໄດ້ຮັບອະນຸມັດ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຍານພາຫະນະທີ່ໄດ້ຮັບອະນຸຍາດນຳເຂົ້າ ແລະ ນຳໃຊ້ໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດດ້ານເຕັກນິກຈາກກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
  2. ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021
9999-12-31 ALL
2 ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ - ຊິ້ນສ່ວນຍານພາຫະນະເພື່ອປະກອບ ຫຼື ຜະລິດຢູ່ໂຮງງານ TBT ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊິ້ນສ່ວນພາຫະນະນຳເຂົ້າມາປະກອບ ຫຼື ຢູ່ໂຮງງານພາຍປະເທດ ໃນຮູບແບບ CKD, IKD, SKD ຕ້ອງໄດ້ມີຢັ້ງຢືນດ້ານເຕັກນິກອອກໂດຍປະເທດຕົ້ນທາງ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
  2. ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021
9999-12-31 ALL
3 ມາດຕະຖານຍານພາຫະນະນໍາເຂົ້າ TBT ກະຊວງ ໂຍທາທິການ ແລະ ຂົນສົ່ງ ຍານພາຫະນະນໍາເຂົ້າ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ: 1. ພວງມະໄລຊ້າຍ, ຍົກເວັ້ນການນໍາເຂົ້າຊົ່ວຄາວ 2. ລົດຈັກທີ່ມີຄວາມແຮງບໍ່ເກີນ 1,600 cc 3. ມາດຕະຖານຄວາມປອດໄພ ແລະ ສິ່ງແວດລ້ອມ ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021 9999-12-31 ALL
4 ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ - ຍານພາຫະນະນໍາເຂົ້າ TBT ກະຊວງ ໂຍທາທິການ ແລະ ຂົນສົ່ງ ຍານພາຫະນະນຳເຂົ້າ ຕ້ອງໄດ້ມີຢັ້ງຢືນດ້ານເຕັກນິກອອກໂດຍປະເທດຕົ້ນທາງ ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021 9999-12-31 ALL
5 ຕ້ອງມີໃບອະນຸຍາດເຕັກນິກການນໍາເຂົ້າ - ຊິ້ນສ່ວນຍານພາຫະນະບາງປະເພດ ຕ້ອງໄດ້ຮັບອະນຸມັດ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊິ້ນສ່ວນ ແລະ ອາໄຫຼ່ ຍານພາຫະນະນໍາເຂົ້າບາງປະເພດ ເຊັ່ນ: ຖັງລົດ, ຊາຊີ, ໜ່ວຍຈັກ ແລະ ອາໄຫຼ່ທີ່ນໍາໃຊ້ແລ້ວ ຕ້ອງໄດ້ຮັບອະນຸຍາດດ້ານເຕັກນິກຍານພາຫະນະນໍາເຂົ້າ ຈາກກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.