ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ຫ້ອງວ່າການສຳນັກງານນາຍົກລັດຖະຕີ

ເລກທີ 257/ຫສນຍ

ນະຄອນຫຼວງວຽງຈັນ, ວັນທີ 01.03.2022

 

ແຈ້ງການ

ຮຽນ: - ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ນັບຖື.

          - ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທີ່ນັບຖື.

           - ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ນັບຖື.

            - ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທີ່ນັບຖື.

            - ທ່ານ ລັດຖະມົນຕີກະຊວງການເງີນ ທີ່ນັບຖື.

            - ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ທີ່ນັບຖື.

           - ທ່ານ ເຈົ້າແຂວງຫຼວງນ້ຳທາ ທີ່ນັບຖື.

 

ເລື່ອງ: ທີດຊີ້ນຳກ່ຽວກັບການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຮ່ວມລະຫວ່າງເລຂາທິການໃຫຍ່, ປະທານປະເທດ ກັບນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງທີ 16 ກຸມພາ 2022 ກ່ຽວກັບການແກ້ໄຂບັນຫາສະພາບລົດຂົນສົ່ງສີນຄ້າສົ່ງອອກໄປ ສປ ຈີນ ອັ່ງອໍຢູ່ດ່ານບໍ່ເຕັນ, ແຂວງ ຫຼວງນ້ຳທາ.

 

- ອີງຕາມ ດຳລັດວ່າດວ້ຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021;

- ອີງຕາມ ເອກະສານລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0035/ອຄ, ລົງວັນທີ 12 ມັງກອນ 2022;

-ອີງຕາມ ເອກະສານລາຍງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0245/ພບ.ກຄຮ.3,ລົງວັນທີ 20 ມັງກອນ 2022;

- ອີງຕາມ ເອກະສານລາຍງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 52/ຍທຂ, ລົງວັນທີ 20 ມັງກອນ 2022;

- ອີງຕາມ ທີດຊີ້ນຳຂອງກອງປະຊຸມຮ່ວມລະຫວ່າງເລຂາທິການໃຫຍ່, ປະທານປະເທດ ກັບນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 16 ກຸມພາ 2022 ຕາມທີ່ລະບຸໃນແຈ້ງການ ສະບັບເລກທີ 12/ຫສພ, ລົງວັນທີ 23 ກຸມພາ 2022 ຂອງຫ້ອງການສູນກາງພັກ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊີ້ນຳຂອງກອງປະຊຸມຮ່ວມລະຫວ່າງ ເລຂາທິການໃຫຍ່, ປະທານປະເທດ ກັບນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: ໃຫ້ບັນດາກະຊວງກ່ຽວຂ້ອງ ເປັນໃຈກາງສົມທົບກັບອົງກອນປົກຄອງແຂວງຫຼວງນ້ຳທາ, ອົງການປົກຄອງແຂວງອຸດົມໄຊ,ບໍລິສັດທາງລົດໄຟ ລາວ-ຈີນ ແລະ ພາກສວ່ນກ່ຽວຂ້ອງ ຮີບຮ້ອນປືກສາຫາລື ແລະ ເຈລະຈາກັບຝ່າຍຈີນ ເພື່ອເລັ່ງແກ້ໄຂບັນຫາການແອອັດ ຂອງຂົນສົ່ງສີນຄ້າ ຢູ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ໃຫ້ຕົກໄປໂດຍໄວທີສຸດ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮອງຮັບການຂະຫຍາຍຕົວຂອງການຜະລິດ, ການບໍລິການ ຂົນສົ່ງສິນຄ້າ ໃຫ້ໄດ້ຕາມມາດຕະຖານສາກົນ ໃນໄລຍະກາງ ແລະ ໄລຍະຍາວ, ໂດຍໃຫ້ເລັ່ງເອົາໃຈໃສ່ປະຕີບັດຄື ດັ່ງນີ້ :

  1. ມາດຕະການໄລຍະສັ້ນ:

       1) ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບ

ກະຊວງການຕ່າງປະເທດ, ຄະນະກຳມະການຮ່ວມມືລາວ-ຈີນ, ອົງການປົກຄອງແຂວງຫຼວງນ້ຳທາ ແລະ ພາກສວ່ນກ່ຽວຂ້ອງ ສືບຕໍ່ເລັ່ງປະສານສົມທົບ ແລະ ເຈລະຈາກັບຝ່າຍຈີນ ໃຫ້ມີຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບການແກ້ໄຂບັນຫາລົດອັ່ງອໍຢູ່ດ່ານບໍ່ເຕັນ ໂດຍໄວ ໂດຍໃຫ້ຊ່ວຍກັນສຸມໃສ່ແກ້ໄຂບັນຫາທີ່ຈຳເປັນທີ່ສຸດ ໃນເວລານີ້ກ່ອນ, ໃນນີ້ບໍ່ທັນໃຫ້ສະເໜີບັນຫາໃຫ້ຝ່າຍຈີນ ແກ້ໄຂຫຼາຍບັນຫາບາດດຽວເທື່ອ, ໃຫ້ມີການຈັດລຽງລຳດັບບູລິມະສິດຮ່ວມກັນ ແກ້ໄຂຄືດັ່ງນີ້:

  • ໃຫ້ເພີ່ມຄົນຂັບລົດເສື້ອຂາວ, ເພີ່ມຈຳນວນລົດຂົນສົ່ງສິນຄ້າ ແລະ ເພີ່ມເວລາເຮັດວຽກຂອງເຈົ້າໜ້າທີຢູ່ດ່ານ; ລວມທັງຄົ້ນຄ້ວາ ແລະ ສະເໜີໃຫ້ຝ່າຍຈີນ ພິຈາລະນາເປິດດ່ານປາງໄຮ-ຊ້າເຫີ; ດ່ານສາກົນລານຕຸ້ຍ-ເມື່ອງຄຳ; ດ່ານບ້ານຊຽງຂວາງ-ແມ້ວຈາຍ; ດ່ານທາງນ້ຳຂອງ 240, ຊ່ອງທາງການຂົນສົ່ງສິນຄ້າສະເພາະ ຢູ່ດ່ານບໍ່ເຕັນ-ບໍ່ຫານ ແລະ ດ່ານອື່ນໆ ຕາມຄວາມເປັນຕົວຈີງ.
  • ໃຫ້ເລັ່ງປັບປຸງຂອດການປະສານງານ ແລະ ການຈັດຕັ້ງການຂົນສົ່ງສິນຄ້າຂອງລົດຂົນສົ່ງສິນຄ້າ ທີ່ຈະໄປຜ່ານດ່ານດັ່ງກ່າວ ໂດຍໃຫ້ມີແຜນການຈັດສັນເວລາ ຢ່າງລະອຽດ. ພ້ອມນັ້ນ ກໍໃຫ້ຄົ້ນຄ້ວາ ແລະ ວາງມາດຕະການ ໃນການຈັກສັນບ່ອນຈອດລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕັນ, ແຂວງຫຼວງນ້ຳທາ ໂດຍໃຫ້ມີການບໍລິຫານຈັດການເປັນຕົ້ນ ໃຫ້ມີການລົງທະບຽນ, ຈັດບັດຄິວ ເພື່ອລະບາຍລົດອອກໄປຕາມຈຳນອນທີ່ໄດ້ຮອງຮັບໃນແຕ່ລະວັນ ເພື່ອໃຫ້ສາມາດຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດເປັນມິດກັບສິ່ງແວດລ້ອມຕາມເສັ້ນທາງ, ພ້ອມກັນນັ້ນກໍ່ໃຫ້ສືບຕໍ່ເລັ່ງລະບາຍລົດອອກໃຫ້ໄດ້ຫຼາຍ, ໄດ້ໄວກວ່າທີ່ເປັນຢູ່ ເພື່ອແກ້ໄຂບັນຫາລົດອັ່ງອໍທີ່ມີໃນປັດຈຸບັນໃຫ້ຕົກໄປໂດຍໄວ ແລະ ໃຫ້ສາມາດແກ້ໄຂສະພາບການຈອດລົດລຽນກັນເປັນແຖວຍາວ ຕາມເສັ້ນທາງ ແຕ່ດ່ານບໍ່ເຕັນ ຫາເມື່ອງໝໍ້ ຫຼຸດລົງເທື່ອລະກ່າວ.
  • ໃຫ້ເລັ່ງເຈລະຈາກັບບໍລິສັດ ທາງລົດໄຟລາວ-ຈີນ ກ່ຽວກັບການຂົນສົ່ງສິນຄ້າ ຜ່ານທາງລົດໄຟ ໃຫ້ສາມາດຂົນສົ່ງ ໄດ້ເປັນປົກກະຕິ. ພ້ອມທັງ ດຳເນີນການປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ ໃນແຕ່ລະຈຸດ, ຍົກລະດັບຈຸດບໍລິການຂົນສົ່ງສິນຄ້າ ຢູ່ຕາມສະຖານີຕ່າງໆ ເພື່ອສາມາດຮອງຮັບການຂົນສົ່ງສິນຄ້າ ນຳເຂົ້າ-ສົ່ວອອກ ຜ່ານທາງລົດໄຟ-ລາວຈີນ ໃຫ້ຫຼາຍຂື້ນ. ພ້ອມດຽວກັນ, ໃຫ້ສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານ ການບໍລິການທາງລົດໄຟ ໃຫ້ພາກລັດ ແລະ ທຸລະກິດຢ່າງທົ່ວເຖິງ ຜ່ານລະບົບອອນລາຍ ແລະ ຊອ່ງທາງອື່ນໆເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງທົ່ວເຖິງ.ພ້ອມນັັັ້ນ, ກໍ່ເອົາໃຈໃສ່ແກ້ໄຂ້ບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ບັນຫາການຈອງ ແລະ ນຳໃຊ້ຕູ້ສິນຄ້າລົດໄຟການຂາຍປີ້ລົດໄຟ ແລະ ບັນຫາຕ່າງໆ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ,ຍຸຕິທຳ ແລະ ບໍ່ໃຫ້ມີຊ່ອງວ່າງໃຫ້ຄົນບໍ່ດີສວຍໃຊ້ໂຈມຕີ ທີ່ຈະພາໃຫ້ເຊື່ອມເສຍພາບພົດ ຕໍ່ພັກ ແລະ ລັດຖະບານ.
  • ໃຫ້ມີການກວດກາ, ປະເມີນ ແລະ ບໍລິຫານຈັດການ ຈຳນວນລົດຂົນສົ່ງສິນຄ້າ ທີ່ເດີນທາງມາຈາກປະເທດໃກ້ຄຽງຈະຜ່ານໄປຍັງ ສປ ຈີນ ນັ້ນ, ເພື່ອຫຼຸດຜ່ອນການແອອັດ ຂອງລາວຂົນສົ່ງສິນຄ້າ ແລະ ມີຄວາມຄ່ອງຕົວຂື້ນ.

       2) ໃຫ້ກະຊວງການເງີນ ເປັນໃຈກາງສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງຮີບ

ຮ້ອນກະກ່ຽມບຸກຄະລາກອນ, ເຄື່ອງມືຮັບໃຊ້ໃຫ້ແກ່ການແຈ້ງ ແລະ ກວດປ່ອຍສິນຄ້າກະສິກຳສົ່ງອອກ ຜ່ານທາງ ລົດໄຟ - ລາວຈີນ ຢູ່ສະຖານີລົດໄຟນາເຕີຍ ແລະ ສະຖານີອື່ນໆທີ່ມີເງື່ຶອນໄຂ ເພື່ອແກ້ໄຂບັນຫາໃນປັດຈຸບັນ.

       3) ໃຫ້ກະຊວງການຕ່າງປະເທດ ເປັນໃຈກາງປະສານສົມທົບກັບກະຊວງສາທາລະນະສຸກ ແລະ ພາກສ່ວນ  

ກ່ຽວຂ້ອງ ເລັ່ງສືບຕໍ່ເຈລະຈາກັບຝ່າຍຈີນ ແລະ ປະເທດໃກ້ຄຽງ ເພື່ອຮ່ວມມືກັນຄົ້ນຄ້ວາກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງສູນກັກກັນເພື່ອກວດເຊື້ອ ແລະ ປີ່ນປົວພະຍາດໂຄວິດ-19 ສຳລັບລົດຂົນສົ່ງສີນຄ້າ ຢູ່ບໍລິເວນດ່ານຊາຍແດນ, ດ້ານໜື່ງເພື່ອຮັບປະກັນ ໃນການລະບາຍຜູ້ທີ່ຈະເຂົ້າໄປ ສປ ຈີນ ເພີ່ມຕື່ມຢູ່ບາງຈຸດບາງແຂວງ ລຽບຕາມຊາຍແດນ ເພື່ອບໍ່ໃຫ້ສະພາບລົດອັ່ງອໍຫຼາຍ ຢູ່ຈຸດດຽວ.

      4) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ສະເໜີໃຫ້ຝ່າຍຈີນ

ພິຈາລະນາເປີດການຂົນສົ່ງສິນຄ້າເຂົ້າ-ອອກ ຢູ່ດ່ານສາກົນທາງນ້ຳ ລະຫວ່າງປະເທດ ຢູ່ແມ່ນ້ຳຂອງຕອນເໜືອ ໃຫ້ເປັນປົກກະຕິ ຄືກັນກັບການຂົນສົ່ງທາງບົກ ເພື່ອດຸ່ນດ່ຽງ ແລະ ແບ່ງເບົາການຂົນສົ່ງທາງບົກ ບໍ່ໃຫ້ມີລົດອັ່ງອໍຢູ່ດ່ານບໍ່ເຕັນ-ບໍ່ຫານ ຄືປັດຈຸບັນ. ພ້ອມນັ້ນ, ກໍ່ໃຫ້ຄົ້ນຄ້ວາກ່ຽວກັບການນະໂຍບາຍຍົກເວັ້ນຄ່າທໍານຽມການອອກອະນຸຍາດແລ່ນເຮືອ, ເອກະສານດໍາເນີນທຸລະກິດຂົນສົ່ງທາງນ້ຳ ປະຈໍາປີ ແລະ ອື່ນໆ ໃຫ້ແກ່ຜູ້ດໍາເນີນການຂົນສົ່ງຂອງລາວ.

       5) ໃຫ້ກະຊວງການຄ້າຕ່າງປະເທດ ປະສານສົມທົບກັບຝ່າຍຈີນ ເພື່ອພິຈາລະນາ ຕ້ອນຮັບການນໍາຂື້ນສູນຂອງສປປ ລາວ ທີ່ຈະເດີນທາງໄປຢ້ຽມຢາມ ສປ ຈີນ ໃນໄວໆນີ້ ແລະ ຖືໂອກາດປືກສາຫາລືວຽກງານຮ່ວມກັນ ເປັນຕົ້ນ ການແກ້ໄຂບັນຫາ ສະພາບລົດຂົນສົ່ງສິນຄ້າ  ສົ່ງອອກໄປ ສປ ຈີນ ອັ່ງອໍຢູ່ດ່ານບໍ່ເຕັນ, ແຂວງຫຼວງນ້ຳທາ ແລະ ວຽກງານອື່ນໆ.

      2. ມາດຕະການໄລຍະກາງ ແລະ ໄລຍະຍາວ:

      1) ໃຫ້ກະຊວງກະສີກໍາ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາອົງການປົກຄອງທ້ອງຖີ່ນ ສືບຕໍ່ອອກນິຕິກໍາຜັນຂະຫຍາຍ ແລະ ເຜີຍແຜ່ກ່ຽວກັບລາຍການພຶດສົ່ງອອກໄປ ສປ ຈີນເປັນແຕ່ລະຊະນິດ ຕາມອານຸສັນຍາການສົ່ງອອກພືດ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດປະເພດສິນຄ້າກະສີກໍາສົ່ງອອກ ທີ່ເປັນບຸລິມະສິດ, ທັງໃຫ້ເກັບກໍາຂໍ້ມູນຜົນຜະລິດ ແລະ ແຜນການສົ່ງອອກຂອງແຕ່ລະແຂວງຜ່ານດ່ານຕ່າງໆ.

    2) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ປືກສາຫາລື ແລະ ເຈລະຈາກັບຝ່າຍຈີນ ໂດຍການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນໃຫ້ເກີດປະໂຫຍດສູງສຸດ, ໃຫ້ໄດ້ປະລິມານຫຼາຍທີ່ສຸດ ແລະ ມີຫຼາຍຊະນິດສິນຄ້າ, ຫຼຸດຜ່ອນການແອອັດ ຂອງເສັ້ນທາງລົດຂົນສົ່ງ. ພ້ອມນັ້ນ, ກໍ່ໃຫ້ປັບປຸງມາດຖານເຕັກນິກ ການຂົນສົ່ງທາງລົດໂດຍສານ ໃຫ້ດີຂື້ນ. ໃນນັ້ນ ທາງນິຕິກໍາ, ອັນໃດບໍ່ທັນມີຕ້ອງໄດ້ຄົ້ນຄ້ວາສ້າງໃໝ່, ອັນໃດມີແລ້ວ ແຕ່ບໍ່ສອດຄ່ອງກັບສະພາບຕົວຈິງ ຕ້ອງໄດ້ຮິບຮ້ອນປັບປຸງ ລວມທັງນິຕິກໍາຂົນສົ່ງທາງລົດໄຟ ກໍ່ຄືບໍລິສັດ ທີ່ເຮັດທຸລະກິດຂົນສົ່ງ.

   3) ໃຫ້ກະຊວງການເງີນ ເປັນໃຈກາງສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການປົກຄອງແຂວງອຸດົມໄຊ, ອົງການປົກຄອງແຂວງຫຼວງນ້ຳທາ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄ້ວາປັບປຸງຂັ້ນຕອນ ແລະ ອັດຕາການເກັບຄ່າທໍານຽມ, ຄ່າບໍລິການໃນການແຈ້ງພາສີ, ສາງຄ່ຽນຖ່າຍ ແລະ ການກວດປ່ອຍສິນຄ້າ ຂອງເຈົ້າໜ້າທີ່ລັດ, ບໍລິສັດສາງພັກ ແລະ ຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມໂປ່ງໃສ ແລະ ເອກະພາບກັນ, ພ້ອມທັງຄົ້ນຄ້ວາການສ້າງສາງພັກສິນຄ້າ ຢູ້່ແຂວງອຸດົມໄຊ ແລະ ສາງທ່າບົກ (Dry port) ຢູ່ໃກ້ກັບສະຖານີລົດໄຟນາເຕີຍ, ແຂວງຫຼວງນ້ຳທາ, ພ້ອມກັບ ສົມທົບກັບຜູ້ປະກອບການຂົນສົ່ງ ໃນການຕອບສະໜອງລົດຂົນສົ່ງສິນຄ້າສົ່ງອອກໃຫ້ພຽງພໍ, ໄດ້ມາດຕະຖານ ແລະ ໃຫ້ເຂັ້ມງວດຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຝ່າຍຈີນ ກໍານົດ.

   4) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງເປັນໃຈກາງສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະກະຊວງກະສີກຳ ແລະ ປ່າໄມ້, ບໍລິສັດ ທາງລົດໄຟລາວ-ຈີນ ແລະພາກກ່ຽວຂ້ອງ ກຳນົດບັນດາລາຍການສີນຄ້າ, ມາດຕະຖານ ການເກັບມ້ຽມ ແລະ ຮູບແບບການອຳນວຍຄວາມສະດວກ ໃນການຂົນສົ່ງສີນຄ້າຜ່ານທາງລົດໄຟ ລາວ-ຈີນ ອອກໄປ ສປ ຈີນ ໃຫ້ໄດ້ຫຼາຍ, ໃຫ້ໃວ ແລະ ໃຫ້ໄດ້ມາດຕະຖານສາກົນ ໂດຍສະເພາະແມ່ນການຄຸ້ມຄອງ, ການສະໜອງຂໍ້ມູນ, ຂັ້ນຕອນ ແລະ ປັບປຸງມາດຕະຖານ ໃນການບໍລິການ ໃຫ້ທັນສະໄໝ, ໂປ່ງໃສ, ວ່ອງໄວ ແລະ ເປັນທີ່ໜ້າເຊື່ອຖື ຂອງສັງຄົມ. ໃນນັ້ນ, ໃຫ້ຮີບຮ້ອນຄົ້ນຄ້ວາສ້າງສາງເຢັນເພື່ອຮັກສາສິນຄ້າ ທີ່ເໜົ່າເປື່ອຍງ່າຍ ຫຼື ເຂດຄວາມປອດໄພ ກ່ອນການສົ່ງສິນຄ້າ ຢູ່ບໍລິເວນຊາຍແດນ ຫຼື ເຂດໃກ້ຄຽງ.

   5) ໃຫ້ກະຊວງໂຍບາຍທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສວ່ນກ່ຽວຂ້ອງ ໃຫ້ຮີບຮ້ອນຄົ້ນຄ້ວາ  ແລະ ດຳເນີນການກໍ່ສ້າງຈຸດຄ່ຽນຖ່າຍສິນຄ້າ (ທ່າບົກ) ຢູ່ຕາມສະຖານີລົດໄຟແຫ່ງໆ ຕາມແຜນການທີ່ວາງໃວ້ ເພື່ອຮັບປະກັນຄຸນນະພາບຂອງສິນຄ້າ ແລະ ຫຼຸດຜອ່ນການຂົນສົ່ງທາງລົດ ໃນໄລຍະໄກ. ພ້ອມທັງປືກສາຫາລື ແລະ ເອກະພາບກັບຝ່າຍຈີນ ເພື່ອກຳນົດປະເພດສິນຄ້າ ທີ່ຈຳເປັນຕ້ອງໄດ້ຂົນສົ່ງຜ່ານທາງລົດໂອໂຕ ແລະ ສິນຄ້າໃດສາມາດຂົນສົ່ງທາງລົດໄຟ, ໃນນັ້ນ ບັນຫາສຳຄັນ ຕ້ອງໄດ້ປັບປຸງຍົກລະດັບ ແລະ ກໍ່ສ້າງເສັ້ນທາງ ເຂົ້າສູ່ສະຖານີລົດໄຟ ຢູ່ຈຸດຕ່າງໆ ຕື່ມອີກ.

    6) ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຂະບວນການ, ຂັ້ນຕອນ, ກຳມະວີທີໃນການຜະລິດ, ການປຸງແຕ່ງ ສິນຄ້າ ເພື່ອສົ່ງອອກ ໃຫ້ໄດ້ມາດຕະຖານ-ເຕັກນິກ ຂອງສາກົນ ໂດຍມີການເຈລະຈາ ແລະ ຮອງຮັບຕໍ່ປະເພດສິນຄ້າ ກັບ ສປ ຈີນ ແລະ ບັນດາປະເທດອື່ນໆ.

    7) ໃຫ້ກະຊວງໂຍທາທິການ ແລະ ການຂົນສົ່ງ ເປັນໃຈກາງສົມທົບກັບກະຊວງສາທາລະນະສຸກ ປັບປຸງ ດ້ານສະພາບ, ເຕັກນິກ ຂອງພາຫະນະ (ລົດ) ແລະ ມາດຕະຖາຂອງຜູ້ຂັບລົດຂົນສົ່ງສິນຄ້າ ເພື່ອຮັບປະກັນດ້ານສຸຂະອະນາໄມ ແລະ ຮັບປະກັນຕໍ່ມາດຕະການປ້ອງກັນເຊື້ອພະຍາດຕ່າງໆ ໂດຍສະເພາະພະຍາດໂຄວິດ-19.

    8) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນຄົ້ນຄ້ວາ ກຳນົດເງື່ອນໄຂ, ມາດຕະຖານຂອງທ່າບົກ ຢູ່ນາເຕີຍ ເພື່ອໃຫ້ດຳເນີນການປະມູນ, ລົງມືກໍ່ສ້າງ ແລະ ສາມາດໃຫ້ການບໍລິການໄດ້ໄວ, ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າວາງນະໂຍບາຍ, ການຄຸ້ມຄອງ ຢ່າງຮັດກຸມ ແລະ ມີປະສີດທິຜົນ, ໃນນັ້ນ ການຄັດເລື່ອກເອົາບໍລິສັດ ມາພັດທະນາທ່າບົກ ແລະ ເຂດໂລຈິດສະຕິກຢູ່ນາເຕີຍ ແມ່ນຕອ້ງບົນພື່ນຖານບໍລິສັດ ທີ່ໃຫ້ຜົນປະໂຫຍກສູງສຸດຕໍ່ລັດຖະບານ, ໂດຍຖອດຖອນບົດຮຽນການພັດທະນາຢູ່ ທ່າບົກທ່ານາແລ້ງ ແລະ ວຽງຈັນໂລຈິດສະຕິກ, ທ່າບົກສະຫວັດ-ເຊໂນ, ທ່າບົກວັງເຕົ່າ.

    9) ໃຫ້ກະຊວງການຕ່າງປະເທດເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ເຈລະຈາກັບຝ່າຍຈີນ ເພື່ອສະເໜີຍົກລະດັບດ່ານຊາຍແດນຕ່າງໆ ຂອງບັນດາແຂວງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ.

   10) ໃຫ້ກຳນົດທິດທາງການປັບປຸງ ລະບອບ ແລະ ແບບວີທີເຮັດວຽກຂອງບັນດາກະຊວງໃນການແກ້ໄຂ້ບັນຫາຕົວຈີງທີ່ເກີດຂື້ນຢູ່ໃນຂະແໜງການ ແລະ ໃຫເທ້ອງຖີ່ນໃຫ້ໄວຂື້ນ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົດກັບຫ້ອງວ່າການສູນກາງພັກ ແລະ ສວ່ນກ່ຽວຂ້ອງຂື້ນແຜນການເຮັດວຽກຂອງບັນດາການນຳ ເພື່ອລົງຕິດຕາມ, ຊຸກຍູ້ ແລະ ແກ້ໄຂບັນຫາຕ່າງໆ ໃຫ້ວ່ອງໄວ ແລະ ທັນສະພາບການ.

   11) ໃຫ້ບັນດາກະຊວງກ່ຽວຂ້ອງ ສ້າງແຜນການປະຕິບັດງານ ໂດຍໃຫ້ມີກຳນົດເວລາໃນການຈັດຕັ້ງປະຕິບັດສຳເລັດຄັກແນ່ ແລ້ວລາຍງານຜົນການຈັດຕັ້ງປະຕິບັດຕາມທິດຊີ້ນຳ ທີ່ລະບຸໃນ ຂໍ້ທີ່ 1 ຂ້າງເທິງໃຫ້ທ່ານ ນາຍົກລັດຖະມົນຕີ ຊ້າສຸດບໍ່ໃຫ້ກາຍ ວັນທີ່ 15 ມີນາ 2022.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ທິດຊີ້ນໍາກ່ຽວກັບການແກ້ໄຂບັນຫາສະພາບລົດຂົນສົ່ງສິນຄ້າ ສົ່ງອອກໄປ ສປ ຈີນ ອັ່ງອໍຢູ່ດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ເລກທີ 257/ຫສນຍ, ລົງວັນທີ 01 ມີນາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.