ວັນທີ 17 ມິນາ 2022, ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈໍາກອງເລຂາຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ກຄອຄສ) ໄດ້ຈັດກອງປະຊຸມປຶກສາຫາລືຄວາມຄືບໜ້າຂອງການສ້າງ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງ ກັບຄໍາສັ່ງ ເລກທີ 12/ນຍ ຄັ້ງທີ່ II ຂຶ້ນ ທີ່ໂຮງແຮມລາວພຣາຊາ ເຊິ່ງໃຫ້ກຽດເປັນປະທານ ໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ເຊິ່ງມີບັນດາທ່ານ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ທີ່ຕາງໜ້າຈາກຂະແໜງການກ່ຽວເຂົ້າຮ່ວມ ລວມທັງໝົດ 50 ທ່ານ.\

 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນນໍາສະເໜີ ຫຼື ທົບທວນຄືນ ເພື່ອທໍາຄວາມເຂົ້າໃຈເລີກເຊິ່ງບາງເນື້ອໃນທິດສະດີກ່ຽວກັບ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນອັດຕາພາສີ (NTMs) ແລະ ປຶກສາຫາລືຄວາມຄືບໜ້າຂອງການສ້າງ ແລະ ປັບປຸງບາງນິຕິກໍາ ທີ່ໄດ້ກໍານົດໃນເອກະສານຊ້ອນທ້າຍ 01 ຂອງຄໍາສັ່ງ 12/ນຍ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ຂອງບັນດາຂະແໜງການທີ່ກ່ຽວຂ້ອງ.

ນັບແຕ່ມື້ອອກຂໍ້ຕົກລົງສະບັບເລກທີ 002/ຄອຄສ, 02 ກໍລະກົດ 2020 ຮັບຮອງເອົານິຕິກໍາ ແລະ ແຜນການສ້າງ, ປັບປຸງນິຕິກໍາ ກ່ຽວກັບການອອກອຸນະຍາດ, ຢັ້ງຢືນນໍາເຂົ້າ ແລະ ສົ່ງອອກ ແລະ ການເຄື່ອນຍ້າຍ ສິນຄ້າ (ເອກະສານຊ້ອນທ້າຍ 01) ຂອງຄໍາສັ່ງ 12/ນຍ ປະກອບມີ 51 ມາດຕະການ ເຖິງປະຈຸບັນແມ່ນ ໄດ້ສ້າງ ແລະປັບປຸງ ສໍາເລັດແລ້ວ 20 ມາດຕະການ, ກໍາລັງດໍາເນີນການ ຈໍານວນ 26 ມາດຕະການ ແລະ ຍັງບໍ່ມີຄວາມຄືບໜ້າ ຈໍານວນ 05 ມາດຕະການ ເຊິ່ງທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າປັບປຸງໃຫ້ສໍາເລັດ.

ທ່ານ ມົວວິໄຊ ປາລີ ໄດ້ກ່າວທີ່ປະຊຸມວ່າ: “ມາດຕະການທາງດ້ານການການຄ້າທີ່ບໍ່ແມ່ນພາສີ ເປັນເຄື່ອງມືໃຫ້ບັນດາປະເທດນິຍົມໃຊ້ເຂົ້າໃນການກີດຂວາງທາງດ້ານການຄ້າ ຖືກນໍາໃຊ້ນັບມື້ນັບຫຼາຍຂື້ນ ຫຼື ຄິດເປັນປະມານ 90% ຂອງການຄ້າໂລກ ໂດຍສະເພາະແມ່ນ ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS), ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT) ແລະ ອື່ນໆ ເຊິ່ງ ສປປ ລາວ ເຮົາເອງກະມີການນໍາໃຊ້ມາດຕະການເຫຼົ່ານີ້ເຊັນດຽວກັນ ທີ່ນອນໃນ 51 ມາດຕະການ ທີ່ເຫັນວ່າ ຍັງບໍ່ສົມເຫດສົມຜົນ ກາຍເປັນສິ່ງກີດຂວາງທາງດ້ານການຄ້າ ທີ່ຕ້ອງໄດ້ສ້າງ ແລະ ປັບປຸງໃຫ້ສໍາເລັດຕາມແຜນການທີ່ກໍານົດ”.

ໃນກອງປະຊຸມ ຜູ້ຕາງໜ້າຈາກແຕ່ລະພາກສ່ວນໄດ້ນໍາສະເໜີຄວາມຄືບໜ້າຂອງການສ້າງ ແລະ ປັບປຸງນິຕິກໍາ ທີ່ຕິດພັນກັບຂະແໜງການຕົນ ເຊິ່ງມີນິຕິກໍາຫຼາຍສະບັບກໍາລັງດໍາເນີນການສ້າງ ແລະ ປັບປຸງ ທີ່ນອນໃນ 26 ມາດຕະການ ຄາດວ່າຈະສໍາເລັດພາຍໃນປີ 2022 ຫຼື ຕົ້ນປີ 2023. ຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມ ໂດຍລວມ ແມ່ນມີປະສິດທິພາບ ແລະ ປະສິດທິຕິຜົນສູງ. ນອກຈາກນີ້,  ກໍໄດ້ຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງຈົ່ງສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ 12/ນຍ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້. ສໍາລັບບາງມາດຕະການທີ່ຍັງບໍ່ມີຄວາມຄືບໜ້າ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເຮັດລາຍງານຂໍທິດຊີ້ນໍາຂັ້ນເທິງ ເພື່ອຮັບປະກັນຜົນສຳເລັດໃນການສ້າງ ແລະ ປັບປຸງ ຂອງຂະແໜງການຕົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.