ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ  0317/ອຄ
ນະຄອນຫຼວງວຽງຈັນ, ວັນທີ 22ມີນາ 2022      

ຂໍ້ຕົກລົງ

ວ່າດ້ວຍ ການນຳເຂົ້ານ້ຳມັນເຊື້ອໄຟແລະ ນ້ຳມັນຫຼໍ່ລື່ນ

  • ອີງຕາມ ດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟສະບັບເລກທີ331/ນຍ, ລົງວັນທີ27ຕຸລາ2017;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບ ເລກທີ604/ນຍ, ລົງວັນທີ 15ຕຸລາ 2021;
  • ອີງຕາມ ໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ0912/ກຂອ, ລົງວັນທີ10ມີນາ 2022.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ຂັ້ນຕອນ ກ່ຽວກັບ ການນຳເຂົ້ານ້ຳມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ ມາຍັງ ສປປ ລາວ ເພື່ອເຮັດໃຫ້ວຽກງານດັ່ງກ່າວຖືກຕ້ອງສອດຄ່ອງກັບ ກົດໝາຍ ແລະ ລະບຽບການ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2  ການນຳເຂົ້ານ້ຳມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ

ການນຳເຂົ້ານ້ຳມັນເຊື້ອໄຟແລະ ນຳ້ມັນຫຼໍ່ລື່ນແມ່ນ ການ​ນຳ​ເອົານ້ຳມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນຈາກຕ່າງປະເທດ ທີ່ມີມາດຕະຖານສອດຄ່ອງກັບມາດຕະຖານແຫ່ງຊາດ ໂດຍຜ່ານດ່ານສາກົນ ເຂົ້າມາ ສປປ ລາວ ດ້ວຍຮູບການນຳເຂົ້າທີ່ເສຍພາສີ-ອາກອນ ຫຼື ນຳເຂົ້າໂດຍໄດ້ຮັບນະໂຍບາຍດ້ານພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 3  ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:

  1. ນ້ຳມັນເຊື້ອໄຟໝາຍເຖິງ ຜະລິດຕະພັນນໍ້າມັນທີ່ໃຊ້ເພື່ອການເຜົາໄໝ້ ຕາມທີ່ກຳນົດໄວ້ໃນ ດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ປະກອບດ້ວຍ ນ້ຳມັນແອັດຊັງ, ນ້ຳມັນກາຊວນ, ນ້ຳມັນກາດເຮືອບິນ, ນ້ຳມັນກາດໄຕ້, ນ້ຳມັນເຕົາ, ນ້ຳມັນເຊື້ອໄຟຊີວະພາບ ແລະ ນຳ້ມັນເຊື້ອໄຟອື່ນ ຕາມການກຳນົດຂອງອົງການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ;
  2. ນ້ຳມັນຫຼໍ່ລື່ນໝາຍເຖິງ ຜະລິດຕະພັນນ້ຳມັນທີ່ໃຊ້ເພື່ອຫຼໍ່ລື່ນເຄື່ອງຈັກ ເປັນຕົ້ນ ນ້ຳມັນເຄື່ອງຈັກ, ນ້ຳມັນເກຍ, ນ້ຳມັນຫ້າມລໍ້, ນ້ຳມັນໜຽວ (ກະແລັດ) ແລະ ນ້ຳມັນໄຮໂດຣລິກ;
  3. ບໍລິສັດຈຳໜ່າຍພາຍໃນໝາຍເຖິງ ບໍລິສັດທີ່ເຄື່ອນໄຫວທຸລະກິດກ່ຽວກັບການຊື້ນໍ້າມັນຈາກບໍລິສັດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ, ຜູ້ຜະລິດ ແລະ ປຸງແຕ່ງພາຍໃນປະເທດ ເພື່ອຈຳໜ່າຍໃຫ້ປ້ຳນ້ຳມັນເຊື້ອໄຟ ແລະ ລູກຄ້າຂອງຕົນ ຕາມທີ່ກຳນົດໄວ້ໃນດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ.

ມາດຕາ ຂອບເຂດການນຳໃຊ້ 

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນຳເຂົ້ານ້ຳມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ ມາ ສປປ ລາວ, ຍົກເວັ້ນ ນ້ຳມັນດິບ ແລະ ນ້ຳມັນເຄິ່ງສຳເລັດຮູບ ທີ່ນຳເຂົ້າມາເພື່ອກັ່ນຕອງ ຫຼື ປຸງແຕ່ງ.

ໝວດທີ 2

ການນຳເຂົ້ານ້ຳມັນເຊື້ອໄຟ  

ມາດຕາ 5   ຮູບການນຳເຂົ້ານໍ້າມັນເຊື້ອໄຟ

ການນຳເຂົ້ານ້ຳມັນເຊື້ອໄຟ ຕ້ອງດຳເນີນການໂດຍບໍລິສັດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ທີ່ໄດ້ເງື່ອນໄຂຕາມດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟເທົ່ານັ້ນ ໂດຍແບ່ງອອກເປັນ ສອງ ຮູບການ ຕາມຈຸດປະສົງຂອງການນຳເຂົ້າ ດັ່ງນີ້: 

  1. ການນໍາເຂົ້ານ້ຳມັນເຊື້ອໄຟ ເພື່ອສະໜອງໃຫ້ ບໍລິສັດຈຳໜ່າຍພາຍໃນ;
  2. ການນໍາເຂົ້ານ້ຳມັນເຊື້ອໄຟ ເພື່ອສະໜອງໃຫ້ ອົງການຈັດຕັ້ງລັດ, ສະຖານທູດ, ສະຖານກົງສູນ, ອົງການຈັດຕັ້ງສາກົນ, ໂຄງການສໍາປະທານ ຫຼືຶໂຄງການລົງທຶນ ທີ່ລັດຖະບານອະນຸມັດແລະໄດ້ຮັບນະໂຍບາຍຍົກເວັ້ນ, ງົດເກັບ ຫຼື ຫຼຸດຜ່ອນ ພາສີ-ອາກອນແລະ/ຫຼື ຄ່າທຳນຽມຕ່າງໆ.

ມາດຕາ   ການຂໍອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ

ການຂໍອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ແມ່ນໃຫ້ປະກອບເອກະສານສະເໜີຕໍ່ ກົມການນຳເຂົ້າ ແລະ ສົ່ງອອກ ໂດຍມີເອກະສານປະກອບຕາມແຕ່ລະກໍລະນີ ດັ່ງນີ້: 

  1. ເອກະສານປະກອບການຂໍອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ຕາມຮູບການທີ 1:
    1. ໜັງສືສະເໜີ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
    2. ສຳເນົາໃບທະບຽນວິສາຫະກິດ;
    3. ສໍາເນົາໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ;
    4. ແຜນການນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ປະຈຳປີ ແລະ ປື້ມ​ຕິດ​ຕາມ​ການ​ນຳ​​ເຂົ້ານ້ຳ​ມັນ​ເຊື້​ອ​ໄຟ.
  2. ເອກະສານປະກອບການຂໍອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ຕາມຮູບການທີ 2:
    1. ໜັງສືສະເໜີ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
    2. ສຳເນົາໃບທະບຽນວິສາຫະກິດ;
    3. ສໍາເນົາໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ;
    4. ແຜນການນໍາເຂົ້າປະຈໍາປີ(Master List)ແລະ ສຳເນົາຂໍ້ຕົກລົງຮັບຮອງແຜນການນໍາເຂົ້າ   ປະຈໍາປີ ທີ່ອອກໂດຍກະຊວງທີ່ກ່ຽວຂ້ອງ;
    5. ເອກະສານຢັ້ງຢືນກຳນົດເວລານຳໃຊ້ຂອງແຜນການນຳເຂົ້າປະຈຳປີ ທີ່ອອກໃຫ້ໂດຍກະຊວງກ່ຽວຂ້ອງທີ່ເປັນຄູ່ສັນຍາພັດທະນາໂຄງການ ໃນກໍລະນີທີ່ແຜນນຳເຂົ້າປະຈຳປີ (Master List) ບໍ່ໄດ້ກຳນົດເວລາຈັດຕັ້ງປະຕິບັດ.

ມາດຕາ 7   ການພິຈາລະນາອອກໃບອະນຸຍາດນຳເຂົ້ານໍ້າມັນເຊື້ອໄຟ 

ພາຍຫຼັງໄດ້ຮັບເອກະສານຖືກຕ້ອງຄົບຖ້ວນ, ກົມການນໍາເຂົ້າ ແລະ ສົ່ງອອກຕ້ອງພິຈາລະນາອອກໃບອະນຸຍາດນຳເຂົ້າ ພາຍໃນສາມ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ.

ກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ, ຕ້ອງແຈ້ງໃຫ້ຜູ້ສະເໜີຊາບໂດຍທັນທີ ຫຼື ຊ້າສຸດບໍ່ໃຫ້ເກີນ ສາມສິບນາທີ ເພື່ອແນະນຳໃຫ້ໄປປັບປຸງແກ້ໄຂ.  

ກໍລະນີ ບໍ່ສາມາດອອກໃບອະນຸຍາດໄດ້, ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ສະເໜີຊາບ ພາຍໃນ ສາມ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຖືກຕ້ອງຄົບຖ້ວນ.

ມາດຕາ 8      ອາຍຸການນຳໃຊ້ແລະ ການດັດແກ້ໃບອະນຸຍາດນຳເຂົ້ານໍ້າມັນເຊື້ອໄຟ

ໃບ​ອະນຸຍາດນຳ​ເຂົ້ານ້ຳມັນເຊື້ອໄຟ ມີອາຍຸ​ການ​ນຳ​ໃຊ້ ຮອດວັນທີ 31ທັນວາ ຂອງປີທີ່ອອກໃບອະນຸຍາດເທົ່ານັ້ນ ແລະ ບໍ່ສາມາດຕໍ່ອາຍຸການນຳໃຊ້ໄດ້.

ໃນ​ກໍລະ​ນີຕ້ອງການດັດ​ແກ້ເນື້ອ​ໃນ​ຂອງໃບ​ອະນຸຍາດນຳ​ເຂົ້ານ້ຳມັນເຊື້ອໄຟ,ໃຫ້​ປະກອບເອກະສານຕາມທີ່ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ຕາມແຕ່ລະກໍລະນີ ພ້ອມຄັດຕິດໃບອະນຸຍາດນຳເຂົ້າສະບັບຕົ້ນ ຍື່ນຕໍ່ກົມ​ການ​ນຳ​ເຂົ້າ​ແລະສົ່ງ​ອອກ ເພື່ອພິຈາລະນາ.

ມາດຕາ ​9   ພັນທະການລາຍງານສະຖິຕິການນຳເຂົ້ານໍ້າມັນເຊື້ອໄຟ

ຜູ້ນຳເຂົ້ານ້ຳມັນເຊື້ອໄຟ ຕ້ອງເກັບກຳສະຖິຕິ ແລະ ສະຫຼຸບລາຍງານຂໍ້ມູນການນຳເຂົ້ານ້ຳມັນເຊື້ອໄຟ ຕົວຈິງຂອງແຕ່ລະເດືອນ ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ.

ໝວດທີ 3

ການນຳເຂົ້ານ້ຳມັນຫຼໍ່ລື່ນ  

ມາດຕາ 10     ການນຳເຂົ້ານຳ້ມັນຫຼໍ່ລື່ນ

ຜູ້ນຳເຂົ້ານຳ້ມັນຫຼໍ່ລື່ນ ທີ່ມີເງື່ອນໄຂຕາມທີ່ກຳນົດໄວ້ໃນມາດຕາ 11ຂອງຂໍ້ຕົກລົງສະບັບນີ້ ທີ່ມີຈຸດປະສົງນຳເຂົ້ານໍ້າມັນຫຼໍ່ລື່ນ ເພື່ອມາຈຳໜ່າຍ ຫຼື ນຳໃຊ້ໂດຍກົງເຂົ້າໃນການບໍລິການຫຼັງການຂາຍ ແມ່ນສາມາດດຳເນີນຂັ້ນຕອນການແຈ້ງເສຍພາສີໄດ້ເລີຍ ໂດຍບໍ່ຈໍາເປັນຕ້ອງຂໍໃບອະນຸຍາດນໍາເຂົ້ານ້ຳມັນຫຼໍ່ລື່ນຈາກຂະແໜງອຸດສາຫະກຳ ແລະ ການຄ້າ.

ສຳລັບການນຳເຂົ້ານ້ຳມັນຫຼໍ່ລື່ນທີ່ໄດ້ຮັບນະໂຍບາຍດ້ານພາສີ-ອາກອນ ແລະ ພັນທະອື່ນ ໂດຍຖືກຕ້ອງສອດຄ່ອງກັບກົດໝາຍແມ່ນສາມາດດຳເນີນຂັ້ນຕອນການແຈ້ງເສຍພາສີໄດ້ເລີຍ ໂດຍຜູ້ນຳເຂົ້າທີ່ໄດ້ເງື່ອນໄຂຕາມມາດຕາ 11 ຂອງຂໍ້ຕົກລົງສະບັບນີ້ ແລະ ບໍ່ຈໍາເປັນຕ້ອງຂໍໃບອະນຸຍາດນໍາເຂົ້ານ້ຳມັນຫຼໍ່ລື່ນຈາກຂະແໜງ ອຸດສາຫະກຳ ແລະ ການຄ້າ, ແຕ່ນໍ້າມັນຫຼໍ່ລື່ນບ້ວງດັ່ງກ່າວຕ້ອງໄດ້ສັງລວມ ແລະ ບັນທຶກເຂົ້າໃນລະບົບຄຸ້ມຄອງແຜນນຳເຂົ້າ ຕາມລະບຽບການທີ່ຂະແໜງການເງິນວາງອອກໃນແຕ່ລະໄລຍະ.

ມາດຕາ 11     ເງື່ອນໄຂຜູ້ນຳເຂົ້ານ້ຳມັນຫຼໍ່ລື່ນ

ຜູ້ນຳເຂົ້ານ້ຳມັນຫຼໍ່ລື່ນ ຕ້ອງມີເງື່ອນໄຂໃດໜຶ່ງ ດັ່ງນີ້:

  1. ເປັນບໍລິສັດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ທີ່ໄດ້ເງື່ອນໄຂຕາມດຳລັດວ່າດ້ວຍທຸລະກິດນຳ້ມັນເຊື້ອໄຟ;
  2. ໄດ້ຮັບອະນຸຍາດດຳເນີນກິດຈະການທຸລະກິດການຄ້າຂາຍຍົກ-ຂາຍຍ່ອຍນຳ້ມັນຫຼໍ່ລື່ນ ຢ່າງຖືກຕ້ອງ ຕາມເງື່ອນໄຂ ທີ່ກຳນົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ;
  3. ມີໃບອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ກໍລະນີນຳເຂົ້າເພື່ອນຳໃຊ້ໂດຍກົງໃນການບໍລິການຫຼັງການຂາຍ.

ໝວດທີ 4
ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນຳເຂົ້ານໍ້າມັນເຊື້ອໄຟ

ມາດຕາ 12   ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນຳເຂົ້ານໍ້າມັນເຊື້ອໄຟ

ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ ປະກອບມີ ສາມ ຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນ ກົມການນຳເຂົ້າ ແລະ ສົ່ງອອກ;
  2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

ມາດຕາ 13   ສິດ ແລະ ໜ້າທີ່ຂອງ ກົມການນຳເຂົ້າ ແລະ ສົ່ງອອກ

ກົມການນຳເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ, ປັບປຸງ ນິຕິກຳ ກ່ຽວກັບການຄຸ້ມຄອງການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
  2. ເຜີຍແຜ່, ແນະນຳ ແລະ ອຳນວຍຄວາມສະດວກ ໃນແຕ່ລະຂັ້ນຕອນຂອງການນຳເຂົ້າ ບົນພື້ນຖານຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ວາງອອກໃນແຕ່ລະໄລຍະ;
  3. ຮັບຮອງແຜນການນຳເຂົ້ານໍ້າມັນເຊື້ອໄຟແລະ ນຳ້ມັນຫຼໍ່ລື່ນ ປະຈຳປີ;
  4. ພິຈາລະນາ ອອກ,ໂຈະ,ລົບລ້າງ ໃບອະນຸຍາດການນຳເຂົ້ານໍ້າມັນເຊື້ອໄຟ;
  5. ຕິດຕາມ,ສະຫຼຸບລາຍງານ ສະພາບ ແລະ ບັນຫາການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນ ໃນຂອບເຂດທົ່ວປະເທດ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ;
  6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມ ແລະກວດກາ ການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ;
  7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 14   ສິດ ແລະ ໜ້າທີ່ຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ,ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດແລະໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແລະ ແນະນຳ ກ່ຽວກັບລະບຽບການ ແລະ ຂັ້ນຕອນການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນ ທີ່ວາງອອກໃນແຕ່ລະໄລຍະ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມ ຊາບຢ່າງທົ່ວເຖິງ;
  2. ຕິດຕາມ ແລະ ລາຍງານ ສະພາບ ແລະ ບັນຫາການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນ ຕາມການມອບໝາຍຂອງຂັ້ນເທິງຢ່າງເປັນປົກກະຕິ;
  3. ເປັນເຈົ້າການ ຫຼື ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມ ແລະກວດກາ ການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ ຕາມການມອບໝາຍຂອງ ຂັ້ນເທິງ;
  4. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງ ພິຈາລະນາມາດຕະການໃນການຄຸ້ມຄອງການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນຳ້ມັນຫຼໍ່ລື່ນ ໃຫ້ສະດວກ,ຮັບປະກັນ ແລະ ສອດຄ່ອງກັບລະບຽບກົດໝາຍ;
  5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 15   ສິດ ແລະ ໜ້າທີ່ຂອງ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ,ນະຄອນ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີສິດແລະໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແລະ ແນະນຳ ກ່ຽວກັບລະບຽບການ ແລະ ຂັ້ນຕອນການນຳເຂົ້ານ້ຳມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມ ຢູ່ໃນເມືອງ, ນະຄອນ ຂອງຕົນຊາບຢ່າງທົ່ວເຖິງ;
  2. ຕິດຕາມ ແລະ ລາຍງານ ສະພາບ ແລະ ບັນຫາການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ຕາມການມອບໝາຍຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ເຂົ້າຮ່ວມໃນການລົງຕິດຕາມ ແລະກວດກາ ການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ຕາມການມອບໝາຍຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ5

ບົດບັນຍັດສຸດທ້າຍ

ມາດຕາ16     ການຈັດຕັ້ງປະຕິບັດ

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ສົມທົບກັບ​ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ.

ມາດຕາ1ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ. 

ຂໍ້ຕົກລົງສະບັບນີ້ ນຳໃຊ້ປ່ຽນແທນ ຂໍ້ຕົກລົງວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ສະບັບເລກທີ 0237/ອຄ.ກຂອ, ລົງວັນທີ02ກຸມພາ 2012.

​ລັດ​ຖະ​ມົນ​ຕີ

ປອ. ຄຳແພງ ໄຊສົມແພງ

 

# ຫົວຂໍ້ ດາວໂຫຼດ
1 Decision on the import of Petroleum and Lubricant No 0317/MOIC, dated 21 March 2022 PDF
2 ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຂໍອະນຸຍາດນຳເຂົ້າ - ນຳ້ມັນເຊື້ອໄຟ ແລະ ໜ້າມັນຫຼໍ່ລື່ນ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນຳເຂົ້ານຳ້ມັນຈຳເປັນຕ້ອງໄດ້ຂໍອະນຸຍາດນຳເຂົ້າຈາກກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ
  1. ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017
  2. ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022
9999-12-31 ALL
2 ການນຳເຂົ້ານຳ້ມັນເຊື້ອໄຟຕ້ອງຜ່ານດ່ານຊາຍແດນສະເພາະທີ່ກຳນົດໄວ້ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້ານ້ຳມັນເຊື້ອໄຟຕ້ອງນໍາເຂົ້າຕາມດ່ານຊາຍແດນທີ່ໄດ້ຮັບອະນຸຍາດ​ເທົ່າ​ນັ້ນ ແລະ ຕ້ອງມີສາງນໍ້າມັນ ຂອງຕົນຕັ້ງຢູ່ແຂວງນັ້ນ
  1. ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017
  2. ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.