ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະ​ລາດ ​ປະຊາທິິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

 

ກ​ະຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ

ເລກ​ທີ 0333/ອຄ

ນະຄອນ​ຫຼວງ​ວຽງ​ຈັນ, ວັນ​ທີ 22 ມີນາ 2022

 

ຂໍ້ຕົກລົງ

ວ່າດ້ວຍ ລາຍການສິນຄ້າ​ທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​​ກ່ອນ​ການນຳ​ເຂົ້າ ຫຼື ສົ່ງ​ອອກ

  • ອີງຕາມ ດຳລັດວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ເລກທີ 114/ລບ, ລົງວັນທີ 06 ເມສາ 2011;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1058/ກຂອ, ລົງວັນທີ 22 ມີນາ 2022.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1    ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ວາງອອກເພື່ອຜັນຂະຫຍາຍ ມາດຕາ 11 ຂອງດຳລັດວ່າດ້ວຍການນຳເຂົ້າ ແລະ ການ ສົ່ງອອກສິນຄ້າ ເລກທີ 114/ລບ, ລົງວັນທີ 06 ເມສາ 2011.

ມາດຕາ 2    ລາຍການສິນຄ້າ​​ທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການ​ນຳ​ເຂົ້າ ຫຼື ສົ່ງ​ອອກ

ລາຍການສິນຄ້າ​ທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການ​ນຳ​ເຂົ້າ ຫຼື ສົ່ງ​ອອກ ແມ່ນລາຍການສິນຄ້າທີ່ຕ້ອງ​ໄດ້​ຂໍ​ ອະ​ນຸຍາດ​ນຳ​ຂະ​ແໜງ​ການ​ທີ່​ຄຸ້ມ​ຄອງ​ສິ​ນ​ຄ້າດັ່ງ​ກ່າວກ່ອນ​ ຈຶ່ງ​ສາ​ມາດດ​ຳ​ເນີນ​ການນຳເຂົ້າ ຫຼື ສົ່ງອອກໄດ້.

ຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກສິນຄ້າດັ່ງກ່າວ ຕ້ອງຍື່ນຄຳຮ້ອງຕໍ່ຂະແໜງການກ່ຽວຂ້ອງ ກ່ອນຈະນຳເຂົ້າ ຫຼື ສົ່ງອອກສິນຄ້າແຕ່ລະຄັ້ງ ພ້ອມປະກອບເອກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມເງື່ອນໄຂທີ່ໄດ້ກຳນົດໄວ້. ຂະແໜງການທີ່ອອກອະນຸຍາດສາມາດປະຕິເສດການຮ້ອງຂໍໄດ້ ໃນກໍລະນີທີ່ເຫັນວ່າການນຳເຂົ້າດັ່ງ ກ່າວ ຫາກຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອ ປົກປ້ອງຊີວິດ ຫຼື ສຸຂະພາບຄົນ ແລະ ປົກປັກຮັກສາສິ່ງແວດລ້ອມ.

ມາດຕາ 3    ຕາຕະລາງລາຍການສິນຄ້າ​ທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການ​ນຳ​ເຂົ້າ ຫຼື ສົ່ງ​ອອກ

ຕາຕະລາງລາຍການສິນຄ້າ​ທີ່​ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການນຳເຂົ້າ ຫຼື ສົ່ງອອກ ແມ່ນອີງຕາມເລກລະຫັດສິນຄ້າ ຊຶ່ງໄດ້ຈັດແບ່ງເປັນ ສອງ ຕາຕະລາງ ຄື: ຕາຕະລາງລາຍການສິນຄ້າ​ທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ ການນຳເຂົ້າ ແລະ ຕາຕະລາງລາຍການສິນຄ້າທີ່​ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນການສົ່ງອອກ ໂດຍມີລາຍລະອຽດດັ່ງນີ້:

  1. ຕາຕະລາງລາຍການສິນຄ້າ​ທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການ​ນຳ​ເຂົ້າ

/

​ເລກລະຫັດສິນຄ້າ

ລາຍການສິນຄ້າ

ເຫດຜົນການຄຸ້ມຄອງ

ນິຕິກຳອ້າງອີງ

ຂະແໜງການອອກອະນຸຍາດ

 

01

9302

9303

9304

ປືນ ​ແລະ ລູກປືນ ສຳລັບ​ໃຊ້​ໃນ​ການ​ຝຶກ​ຊ້ອມ ​ແລະ ​ແຂ່ງ ຂັນ​ກິລາ

ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະ ຊາຊົນ​ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ຊາດ

ແຈ້ງ​ການກ່ຽວກັບການນໍາເຂົ້າປືນ ແລະ ລູກປືນ ສໍາລັບການກິລາ​ ເລກທີ

799/ປກສ, ລົງວັນ​ທີ 13 ມິຖຸນາ 2012.

ກົມ​ໃຫຍ່​ພະລາ​ທິການ

(ກະຊວງປ້ອງກັນຄວາມສະຫງົບ)

 

02

 

3601

3602

3603

3604

ວັດ​ຖຸທາດ​ລະ​ເບີດທີ່​ໃຊ້​ໃນ​ອຸດສາຫະກຳ:

  • ທາດ​ລະ​ເບີດ;
  • ອຸປະກອນ​ລະ​ເບີດ;
  • ວັດຖຸ​ລະ​ເບີດ;
  • ດອກ​ໄມ້​ໄຟ;
  • ວັດຖຸດິບຜະລິດລະເບີດ;
  • ອຸປະກອນຜະລິດລະເບີດ.

ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະຊາ

ຊົນ ແລະ ຄວາມໝັ້ນ​ຄົງ​ຂອງ​ຊາດ

  • ຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງ ແລະນຳໃຊ້ທາດລະເບີດ ຢູ່ ສປປ ລາວ ເລກທີ 39/ນຍ, ລົງວັນທີ 12 ກໍລະກົດ 2001;
  • ຂໍ້ຕົກລົງກ່ຽວກັບການຄຸ້ມຄອງວັດຖຸທາດລະເບີດອຸດສາຫະກໍາ ເລກທີ

2450/ກປທ, ລົງວັນທີ 05 ສິງຫາ 2010;

  • ຂໍ້ກຳນົດກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ວັດຖຸລະເບີດພົນລະເຮືອນຂອງບັນດາໂຄງການ ແລະ ຫົວໜ່ວຍຕ່າງໆ ທີ່ມີການນຳໃຊ້ວັດຖຸລະເບີດພົນລະເຮືອນ ເລກທີ 042/ກອຊ, ລົງວັນທີ 05 ພະຈິກ 2008;
  • ແຈ້ງການກ່ຽວກັບຂັ້ນຕອນ ແລະ ບ່ອນອີງອະນຸມັດນໍາເຂົ້າສົ່ງອອກວັດຖຸລະ ເບີດ ແລະ ວັດຖຸຮັບໃຊ້ການຜະລິດລະເບີດອຸດສາຫະກໍາ ເລກທີ 249/ກອຊ,ລົງວັນທີ 08 ພະຈິກ 2011;
  • ບົດແນະນຳກ່ຽວກັບລະບຽບການຂໍອະນຸຍາດນຳເຂົ້າວັດຖຸທາດລະເບີດອຸດສາ ຫະກຳ ເລກທີ 109/ກອ​ຊ, ລົງວັນທີ 29 ພຶດສະພາ 2012.

ກົມອຸດສາຫະກຳ​ປ້ອງ​ກັນຊາດ,

ກົມໃຫຍ່ເຕັກນິກກອງທັບ

(ກະຊວງປ້ອງກັນປະເທດ)

03

  1.  

ຄຳທີ່​ສາກົນນຳ​ໃຊ້​ເປັນ​ເຄື່ອງ​ມື​ຊໍາລະລະຫວ່າງປະເທດ ເຊັ່ນ: ຄຳແທ່ງ, ຄຳເມັດ, ເງິນແທ່ງ ແລະ ເງິນເມັດ ທີ່ບໍ່ເປັນຮູບປະພັນ (ຄຳ​ແທ່ງ 99,99%)

ເພຶ່ອຮັບປະກັນ​ສະ​ຖຽນລະ​ພາບ​ທາງ​ດ້ານ​ເງິນຕາ ​ແລະ ຄວາມໝັ້ນຄົງ​ທາງ​ດ້ານ​ເສດຖະກິດ

  • ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014;
  • ຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກຄຳ ທີ່ສາກົນນຳໃຊ້ເປັນເຄື່ອງມືຊຳລະລະຫວ່າງປະເທດ ເລກທີ 461/ທຫລ,​ ລົງວັນທີ 03​ ມິຖຸນາ 2019.

ກົມ​ນະ​ໂຍບາຍ​​ເງິນຕາ

(ທະນາຄານ ແຫ່ງ ສປປ ລາວ)

04

9504

ເຄື່ອງ​ຫຼິ້ນ​ເກ​ມການ​ພະນັນ​ທຸກ​ປະ​ເພດ  ເຊັ່ນ: ຕູ້​ສະ​ຫລອດ​ມາ​ຊີນ (Slot Machine), ເຄື່ອງ​ໝູນ​ກາ​ຊີ​ໂນຣູ​ເລັດ (Roulett) ແລະ ຕູ້ເກມອື່ນໆທີ່ເປັນເກມກາຊີໂນ

ເພື່ອ​ຮັບປະກັນ​ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ  ແລະ ຄຸ້ມຄອງການນຳເຂົ້າໃຫ້ຖືກເປົ້າໝາຍການນຳໃຊ້

ຂໍ້​ກຳນົດວ່າ​ດ້ວຍ​ການ​ຄຸ້ມຄອງ ແລະ ກວດກາ, ອະນຸຍາດ​ຫຼິ້ນ​ເກ​ມທຸກ​ປະ​ເພດ ​ຢູ່ ສປປ ລາວ ​ເລກທີ 664/ຖວ, ລົງວັນ​ທີ 22 ຕຸລາ 2003.

ກົມ​ວັດທະນະ​ທຳ​ມະຫາຊົນ

(ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ)

­­­­­­­­­­­­­­­05

9018-9023

ຢາ ແລະ ຜະ​ລິດ​ຕະ​ພັນ​ການແພດ

ເພື່ອຄວາມປອດໄພຕໍ່ສຸຂະພາບຂອງຜູ້ຊົມໃຊ້

  • ກົດໝາຍ​ວ່າດ້ວຍຢາ ​ແລະ ຜະລິດ​ຕະພັນ​ການ​ແພດ (ສະບັບປັບປຸງ) ​ເລກທີ 07/ສພຊ, ລົງວັນ​ທີ 21 ທັນວາ 2011;
  • ແຈ້ງການກ່ຽວກັບການປະກອບເອກະສານຂໍອະນຸມັດນຳເຂົ້າວັດຖຸດິບ, ອຸປະ ກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ເລກທີ 2660/16.ກອຢ, ລົງວັນທີ 16 ມິຖຸນາ 2016.

ກົມອາຫານ ແລະ ຢາ

(ກະຊວງສາທາລະນະສຸກ)

06

-

ຢາ​ເສບ​ຕິດ ແລະ ວັດຖຸ​ອອກ​ລິດ​ຕໍ່​ຈິດ​-ປະ​ສາດ

ເພື່ອເປັນການຄຸ້ມຄອງການນຳໃຊ້ໃຫ້ຖືກເປົ້າໝາຍ

 

  • ກົດໝາຍວ່າດ້ວຍຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007;
  • ດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຢາເສບຕິດ ເລກທີ 076/ນຍ, ລົງວັນທີ 20 ມີນາ 2009;
  • ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຢາ​ ຫຼື​ ສານ​ເສບ​ຕິດ, ອອກ​ລິດ​ຕໍ່​ຈິດ-ປະສາດ ​ແລະ ສານ​ເຄມີ​ຕົ້ນ ​ເລກທີ 456/ກຊສ,​ລົງວັນ​ທີ 19 ເມສາ 2006;
  • ຂໍ້ຕົກລົງວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 08/ກຊສ, ລົງວັນທີ 04 ມັງກອນ 2005.

ກົມອາຫານ ແລະ ຢາ

(ກະຊວງສາທາລະນະສຸກ)

07

8701.20

8702

8703

8704

8705

8711

ພາຫະນະທາງບົກທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ (ເປັນຄັນ ຫຼື CBU) ແບ່ງ​ອອກ ເປັນ ​ສອງ​ປະເພ​ດ ຄື:

ກ) ທີ​່​ມີ​ສອງ ຫຼື ສາມ​ລໍ້;

ຂ) ທີ່ມີສີ່​ລໍ້​ຂຶ້ນ​ໄປ.

ເພື່ອຮັບປະກັນແຫຼ່ງທີ່ມາ ແລະ ສະກັດກັ້ນການນຳເຂົ້າພາຫະ ນະ ທີ່ບໍ່ຖືກກົດໝາຍ

  • ດຳ​ລັດ​ວ່າ​ດ້ວຍການຄຸ້ມຄອງ​ທຸ​ລະ​ກິດ​ຍານ​ພາ​ຫະ​ນະ​ທາງ​ບົກ ເລກ​ທີ 470/ລບ, ລົງວັນ​ທີ 27 ທັນ​ວາ 2019;
  • ຂໍ້​ຕົກລົງ​ວ່າ​ດ້ວຍ​ລະບຽບ​ການ​ຂໍອະນຸຍາດ​ນໍາເຂົ້າ ​ແລະ ການຈໍາ​ໜ່າຍລົດ ​ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ, ລົງ​ວັນ​ທີ 13 ມັງກອນ 2012;
  • ຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 0023/ອຄ, ລົງວັນທີ 06 ມັງກອນ 2022.
  • ກົມການນໍາເຂົ້າ ແລະ ສົ່ງອອກ (ປະ​ເພ​ດ ກ ແລະ ຂ);
  • ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ
  • ປະເພ​ດ ກ ແລະ ຂ, ສະ​ເພາະ

ປະເພ​ດ ຂ ແມ່ນຍານພາຫະນະປະ ເພດທີ່ຄະນະກໍາມະການ​ລົງທຶນຂັ້ນແຂວງ ອະນຸມັດແຜນນຳເຂົ້າ).

(ກະຊວງອຸດສາຫະກຳ ແລະ ການຄ້າ)

08

­2710.12.11

2710.12.14

2710.12.20

2710.19.71

2710.19.79

2710.19.83

 

 

 

ຜະລິດຕະພັນນ້ຳມັນທີ່ນຳໃຊ້ເປັນເຊື້ອເພີງເຜົາໄໝ້:

  • ນໍ້າມັນແອັດຊັງພິເສດ;
  • ນ້ຳມັນແອັດຊັງທຳມະດາ;
  • ນ້ຳມັນກາຊວນ;
  • ນ້ຳມັນກາດເຮືອບິນ

     (Jet A-1);

  • ນ້ຳມັນກາດໄຕ້   

    (Kerosene);

  • ນ້ຳມັນເຕົາ.

ເພື່ອຮັບປະກັນແຫຼ່ງທີ່ມາ ແລະ ສະກັດກັ້ນການນຳເຂົ້ານໍ້າມັນເຊື້ອໄຟທີ່ບໍ່ຖືກກົດໝາຍ

  • ດຳ​ລັດວ່າ​ດ້ວຍ​ທຸ​ລະ​ກິດ​ນ້ຳ​ມັນ​ເຊື້ອ​ໄຟ ເລກ​ທີ 331/ນຍ, ລົງວັນ​ທີ 27 ຕຸ​ລາ 2017;
  • ຄຳ​ແນະ​ນຳກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ບາງ​ມາດ​ຕາຂອງ​ດຳ​ລັດ 331/ນຍ ​ເລກ​ທີ 0521/ອ​ຄ.ກ​ຄພນ, ​ລົງວັນ​ທີ 02 ພຶ​ດ​ສະ​ພາ 2018;
  • ຂໍ້ຕົກລົງວ່າດ້ວຍການນຳເຂົ້ານໍ້າມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນ ເລກທີ

0317/ອຄ, ລົງວັນທີ 21 ມີນາ 2022.

ກົມການນໍາເຂົ້າ ແລະ ສົ່ງອອກ

(ກະຊວງອຸດສາຫະກຳ ແລະ ການຄ້າ)

09

2711

 

ອາຍແກັ​ສ​ຫຸງ​ຕົ້ມ (LPG)

ເພື່ອ​ຮັບປະກັນຄວາມ​ໝັ້ນຄົງທາງ​ດ້ານ​ເສດຖະກິດໃຫ້​ມີ​ການ​ດຸ່ນດ່ຽງ​ກາ​ນຊົ​ມ​ໃຊ້, ບໍ່​ໃຫ້ເກີດການ​ຂາດ​ແຄນອາຍ​ແກັ​ສ ຈົນ​ເປັນສາ​ເຫດ​ໃຫ້ມີ​ການ​ກັກ​ຕຸ​ນພາ​ໃຫ້​ເກີດ​ລາຄາ​ສູງ

  • ຂໍ້​ຕົກລົງ​ວ່າ​ດ້ວຍ​ລະບຽບ​ການ​ຂໍອະນຸຍາດ​ນໍາ​ເຂົ້າ ​ແລະ ຈໍາໜ່າຍ​ອາຍ​ແກັສ ຢູ່ ສປປ ລາວ ​ເລກທີ 0238/ອຄ.ກຂອ,​ ລົງວັນ​ທີ 02 ກຸມພາ 2012;
  • ຂໍ້ກຳນົດວ່າດ້ວຍການຄຸ້ມຄອງການນຳເຂົ້າ ແລະ ຈຳໜ່າຍແກັສຫຸງຕົ້ມ ເລກທີ 0756/ກຄ.ພນ, ລົງວັນທີ 20 ມິຖຸນາ 2001.

​ກົມການນໍາເຂົ້າ ແລະ ສົ່ງອອກ

(ກະຊວງອຸດສາຫະກຳ ແລະ ການຄ້າ)

10

­0601

4401

4403

4406

4407

ໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ຕີຕັບ

ເພື່ອຮັບປະກັນຄວາມສອດ ຄ່ອງກັບລະບົບຄຳ້ປະກັນໄມ້ທີ່ຖືກກົດໝາຍຂອງ ສປປ ລາວ

  • ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ຂໍ້ຕົກລົງວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າໄມ້ ເລກທີ 0451/ອຄ.ກຂອ,​ ລົງວັນທີ 01 ມີນາ 2012.

ກົມການນໍາເຂົ້າ ແລະ ສົ່ງອອກ

(ກະຊວງອຸດສາຫະກຳ ແລະ ການຄ້າ)

11

7103.10

7103.21

7103.31

ເພັດຫຍາບ

 

ເພື່ອ​ສະກັດ​ກັ້ນການຄ້າ​ເພັດ​ຫຍາບທີ່ບໍ່ຖືກກົດໝາຍ ຕາມລະ​ບຽບການ​ຂອງອົງການຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ (Kimberley Process - KP) ທີ່ ສ​ປ​ປ ລາວ ເປັນພາ​ຄ​ີ

​ຂໍ້ຕົກລົງວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ ເລກທີ 0224/ອຄ.ກຂອ, ລົງວັນທີ 08 ກຸມພາ 2016.

ກົມການນຳເຂົ້າ ແລະ ສົ່ງອອກ.

(ກະຊວງອຸດສາຫະກໍາ ແລະ ການຄ້າ)

12

1006

ເຂົ້າ

ເພື່ອຮັບປະກັນ​ຄວາມ​ພຽງພໍ​ທາງ​ດ້ານ​ສະບຽງ​ອາຫານ

ຂໍ້​ຕົກລົງວ່າດ້ວຍ​ລະບຽບ​ການ​ຂໍອະນຸຍາດ​ນໍາເຂົ້າ ​ແລະ ສົ່ງ​ອອກ ເຂົ້າ ​ເລກທີ 0452/ອຄ.ກຂອ, ​ລົງວັນ​ທີ 01 ມີນາ 2012.

ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ

(ກະຊວງອຸດສາຫະກຳ ແລະ ການຄ້າ)

13

-

ເຄມີອັນຕະລາຍປະເພດ ສອງ ແລະ ສາມ ທີ່ນອນໃນບັນຊີ

ເຄມີອຸດສາຫະກຳ ຂອງ

ກະຊວງອຸດສາຫະກຳ ແລະ ການຄ້າ

ເພື່ອເປັນການຄຸ້ມຄອງການນຳໃຊ້ໃຫ້ຖືກເປົ້າໝາຍ

 

  • ສົນທິສັນຍາວ່າດ້ວຍການ​ເກືອດ​ຫ້າມອາວຸດເຄມີ (Chemical Weapons Convention);
  • ສົນ​ທິ​ສັນ​ຍາ​ຣອດ​ເຕີ​ດຳ (Rotterdam Convention);
  • ສົນທິສັນຍາສຕອກໂຮມ (Stockholm Convention);
  • ອະນຸສັນຍາມົງເຣອານ (Montreal Protocol);
  • ກົດໝາຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງເຄມີ ​ເລກທີ 07/ສພຊ, ລົງວັນ​ທີ 10 ພະຈິກ 2016;
  • ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກໍາ ເລກທີ 0220/ອຄ.ກອຫ,​ ລົງວັນ​ທີ 23 ມີນາ 2021;
  • ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ຂຶ້ນ​ທະ​ບຽນ​ບັນ​ຊີ​ເຄ​ມີ, ການ​ນຳ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄ​ມີ ເລກ​ທີ 1204/ອ​ຄ.ກອ​ຫ, ລົງວັນ​ທີ 24 ທັນ​ວາ 2020;
  • ຂໍ້​ຕົກລົງ​ວ່າ​ດ້ວຍການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ ​ເລກທີ 1686/ກຊສ, ລົງ​ວັນ​ທີ 07 ເມສາ 2021.

ກົມ​ອຸດສາຫະກໍາ ແລະ ຫັດຖະກຳ

(ກະຊວງອຸດສາຫະກໍາ ແລະ ການຄ້າ)

 

14

-

ເຄື່ອງປ່າຂອງດົງ ຕາມບັນຊີ II ຂອງກະຊວງກະສິກຳ ແລະ ປ່າໄມ້

ເພື່ອ​ປົກປ້ອງ​ທຸກ​ຊະນິດ​ພັນ​ທີ່​ຖືກ​ໄພ​ຂົ່​ມຂູ່ ​ແລະ ສ່ຽງ​ຕໍ່​ການ​ສູນພັນ

  • ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  • ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018;
  • ຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019;
  • ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີເຄື່ອງປ່າຂອງດົງ I, II ແລະ III ເລກທີ 0279/ກປ, ລົງວັນທີ 19 ກຸມພາ 2020;
  • ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ເລກທີ 0448/ກປ, ລົງວັນທີ 06 ເມສາ 2021.

ພະແນກກະສິກຳ ແລະ ປ່າໄມ້

ແຂວງ, ນະຄອນຫຼວງ

(ກະຊວງກະ​ສິ​ກຳ ແລະ ປ່າ​ໄມ້)

15

-

ທຸກຊະນິດສັດນຳ້-ສັດປ່າ ແລະ ຊິ້ນ​ສ່ວນ​ຂອງ​ມັນ ຕາມບັນຊີຄຸ້ມຄອງ II ແລະ III ຂອງ ສົນທິສັນຍາສາກົນ CITES

ເພື່ອໃຫ້ສອດຄ່ອງກັບລະບຽບການ ແລະ ພັນທະສັນຍາ ທີ່ ສປປ ລາວ ມີຕໍ່ອົງການ CITES

  • ສົນທິສັນຍາ​ສາ​ກົນ​ວ່າ​ດ້ວຍ​ການ​ຄ້າ​ຂາຍ​ຊະ​ນິດ​ພັນ​ສັດ​ປ່າ ແລະ ພືດ​ປ່າທີ່​ໃກ້​ຈະ​ສູນ​ພັນ​ລະ​ຫວ່າງ​ຊາດ (CITES);
  • ກົດໝາຍ​ວ່າ​ດ້ວຍ​ສັດ​ນ້ຳ-ສັດປ່າ ​ເລກທີ 07/ສພຊ, ລົງ​​ວັນ​ທີ 24 ທັນວາ 2008;
  • ຂໍ້ຕົກລົງ​ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ບັນຊີ ສັດນໍ້າ ແລະ ສັດປ່າ ປະ​ເພດ​ຫວງ​ຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ​ເລກທີ 08/ນຍ, ລົງ​ວັນ​ທີ 25 ກຸມພາ 2021;
  • ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດ ໃນ​ການ​ຄຸ້ມ​ຄອງ ແລະ ກວດ​ກາ  ສັດ​ປ່າ​ ແລະ ພືດ​ປ່າ​ ປະ​ເພດ​ຫວງ​ຫ້າມ ເລກ​ທີ 05/ນຍ, ລົງວັນ​ທີ 08 ພຶດ​ສະ​ພາ 2018;
  • ຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມ ສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019.

ກົມປ່າໄມ້

(ກະຊວງກະສິກຳ ແລະ ປ່າໄມ້)

 

16

3808

 

ຢາ​ປາບ​ສັດ​ຕູ​ພືດອັນຕະລາຍປານກາງ ແລະ ໜ້ອຍ

ເພື່ອ​ປົກ​ປ້ອງສຸຂະພາບ, ຄວາມປອດ​ໄພຂອງ​ຄົນ ແລະ ສິ່ງ

ແວດລ້ອມ ແລະ ເພື່ອສອດ ຄ່ອງກັບລະບຽບການຂອງສົນ ທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ

  • ສົນທິສັນຍາຣອດເຕີດຳ (Rotterdam Convention);
  • ສົນທິສັນຍາສຕອກໂຮມ (Stockholm Convention);
  • ກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງເຄມີ ​ເລກທີ 07/ສພຊ, ລົງວັນ​ທີ 10 ພະຈິກ 2016;
  • ດຳລັດວ່າດ້ວຍການຄຸ້ມຄອງຢາປາບສັບຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017;
  • ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ໃນ ສປປ ລາວ ເລກທີ 2860/ກປ, ລົງວັນທີ 11 ມິຖຸນາ 2010.

ພະແນກກະສິກຳ ແລະ ປ່າໄມ້

ແຂວງ, ນະຄອນຫຼວງ

(ກະຊວງກະ​ສິ​ກຳ ແລະ ປ່າ​ໄມ້)

17

-

ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຍົກເວັ້ນແຮ່ທາດກຳມັນຕະພາບລັງສີ ເຊັ່ນ:

ຢູເຣນຽມ ແລະ ທໍຣຽມ

ເພື່ອ​ປົກ​ປ້ອງສຸຂະພາບ, ຄວາມປອດ​ໄພຂອງ​ຄົນ ແລະ ສິ່ງ​ແວດລ້ອມ ແລະ ເພື່ອສອດ ຄ່ອງກັບລະບຽບການຂອງສົນ ທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ

  • ກົດໝາຍ​ວ່າ​ດ້ວຍແຮ່​ທາດ (ສະບັບປັບປຸງ) ເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017;
  • ຂໍ້ຕົກລົງວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າ ແລະ ສົ່ງ ອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເລກທີ 0352/ພບ,​ ລົງວັນທີ 13 ມີນາ 2012;
  • ຂໍ້ຕົກລົງ ວ່າດ້ວຍບັນຊີປະເພດຜະລິດຕະພັນແຮ່ທາດ ສຳລັບອຸດສາຫະກຳບໍ່ແຮ່ ເລກທີ 2406/ພບ, ລົງວັນທີ 04 ທັນວາ 2019;
  • ແຈ້ງການກ່ຽວກັບຂັ້ນຕອນການສະເໜີແຜນການຈຳໜ່າຍ ແລະ ການຈຳໜ່າຍຜະລິດຕະພັນແຮ່ທາດ ເລກທີ 0011/ກຄຮ3, ລົງວັນທີ 04 ມັງກອນ 2019.

ກົມຄຸ້ມຄອງບໍ່ແຮ່

(ກະຊວງພະລັງງານ ແລະ ບໍ່ແຮ່)

18

      8517

- ໂທລະສັບມືຖືຜ່ານດາວ

  ທຽມ

- ເຄື່ອງຮັບສັນຍານດາວທຽມ

  ຂະໜາດນ້ອຍ VSAT

ເພື່່ອຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງຊາດ

  • ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017;
  • ດຳລັດວ່າດ້ວຍການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019.

ກົມຄື້ນຄວາມຖີ່

(ກະຊວງເຕັກໂນໂລຊີ ແລະ ການສື່ສານ)

2.ລາຍການສິນຄ້າ​ທີ່​ຕ້ອງ​ຂໍ​ອະ​ນ​ຸ​ຍາດ​ກ່ອນການສົ່ງອອກ

/

ເລກລະຫັດສິນຄ້າ

ລາຍການສິນຄ້າ

ເຫດຜົນການຄຸ້ມຄອງ

ນິຕິກຳອ້າງອີງ

ຂະແໜງການອອກອະນຸຍາດ

01

  1.  

​ຄຳທີ່ສາກົນນຳ​ໃຊ້​ເປັນ​ເຄື່ອງ​ມື​ຊໍາລະລະຫວ່າງປະເທດເຊັ່ນ: ຄຳແທ່ງ, ຄຳເມັດ, ເງິນແທ່ງ ແລະ ເງິນເມັດທີ່ບໍ່ເປັນຮູບປະພັນ

ຄຳ​ແທ່ງ 99,99%)

​ເພື່ອຮັບປະກັນສະ​ຖຽນລະ​ພາບ​ທາງ​ດ້ານ​ເງິນຕາ ​ແລະ ຄວາມ​ໝັ້ນຄົງ​ທາງ​ດ້ານ​ເສດຖະກິດ

  • ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014;
  • ຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກຄຳ ທີ່ສາກົນນຳໃຊ້ເປັນເຄື່ອງມືຊຳລະລະຫວ່າງປະເທດ ເລກທີ 461/ທຫລ,​ ລົງວັນທີ 03​ ມິຖຸນາ 2019.

ກົມ​ນະ​ໂຍບາຍ​​ເງິນຕາ

(ທະນາຄານ ແຫ່ງ ສປປ ລາວ)

02

  1.  

4408 - 4421

6414

9401

9403

9404

ຜະລິດຕະພັນໄມ້ທຳມະຊາດ

ເພື່ອຮັບປະກັນຄວາມສອດ ຄ່ອງກັບລະບົບຄຳ້ປະກັນໄມ້ທີ່ຖືກກົດໝາຍຂອງ ສປປ ລາວ

  • ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021;
  • ຄຳແນະນຳກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022.

ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ

(ກະຊວງອຸດສາຫະກຳ ແລະ ການຄ້າ)

03

  1.  
  2. - 4421

6414

9401

9403

9404

ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ

ເພື່ອຮັບປະກັນຄວາມສອດ ຄ່ອງກັບລະບົບຄຳ້ປະກັນໄມ້ທີ່ຖືກກົດໝາຍຂອງ ສປປ ລາວ

  • ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021;
  • ຄຳແນະນຳກ່ຽວກັບການສົ່ງອອກໄມ້ປູກໄປ​ຕ່າ​ງ​ປະ​ເທດ ເລກທີ 0981/ອຄ, ລົງວັນທີ 19 ຕຸລາ 2021.

ຫ້ອງການອຸດສາຫະກໍາ ​ແລະ ການຄ້າເມືອງ, ນະຄອນ

(ກະຊວງອຸດສາຫະກຳ ແລະ ການຄ້າ)

04

  1.  

ຖ່ານຂາວ

ເພື່ອຮັບປະກັນຄວາມສອດ ຄ່ອງກັບລະບົບຄຳ້ປະກັນໄມ້ທີ່ຖືກກົດໝາຍຂອງ ສປປ ລາວ

  • ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021;
  • ຄຳແນະນຳກ່ຽວກັບການຂຸດຄົ້ນ ແລະ ການເຄື່ອຍຍ້າຍໄມ້ຕິ້ວ, ການເຄື່ອນຍ້າຍຖ່ານຂາວທີ່ຜະລິດຈາກໄມ້ຕິ້ວ ພາຍໃນ ແລະ ສົ່ງອອກຕ່າງປະເທດ ເລກທີ 0050/ກປ, ລົງວັນທີ 18 ກັນຍາ 2017.

ພະແນກກະສິກຳ ແລະ ປ່າໄມ້

ແຂວງ, ນະຄອນຫຼວງ

(ກະຊວງກະ​ສິ​ກຳ ແລະ ປ່າ​ໄມ້)

05

-

ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ທີ່​ບໍ່​ໄດ້​ຮັບ​ການ​ປຸງ​ແຕ່ງ

ເພື່ອປົກປ້ອງ ແລະ ຮັກສາຄວາມຍືນຍົງຂອງຊັບພະຍາ ກອນທຳມະຊາດ

  • ດຳລັດວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ເລກທີ 155/ນຍ,

ລົງວັນທີ 30 ກັນຍາ 2003;

  • ຄຳສັ່ງແນະນຳວ່າດ້ວຍການຈັດຕັ້ງປະຕິບັດດຳລັດຂອງນາຍົກລັດຖະມົນຕີ ກ່ຽວກັບຊັບພະຍາກອນທຳມະຊາດທີ່ເປັນຢາ ເລກທີ 252/ກຊສ, ລົງວັນ​ທີ 06 ມິ​ຖຸ​ນາ 2007.

ກົມ​ອາ​ຫານ ແລະ ຢາ

(ກະ​ຊວງ​ສາ​ທາ​ລະ​ນະ​ສຸກ)

06

1006

ເຂົ້າ

ເພື່ອຮັບປະກັນ​ຄວາມ​ພຽງພໍ​ທາງ​ດ້ານ​ສະບຽງ​ອາຫານ

ຂໍ້​ຕົກລົງວ່າ​ດ້ວຍ​ລະບຽບ​ການ​ຂໍອະນຸຍາດນໍາເຂົ້າ​ ແລະ ສົ່ງ​ອອກ ເຂົ້າກິນ ​

ເລກທີ 0452/ອຄ.ກຂອ, ລົງ​ວັນ​ທີ 01 ມີນາ 2012.

ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ

(ກະຊວງອຸດສາຫະກຳ ແລະ ການຄ້າ)

07

7103.10

7103.21

7103.31

ເພັດຫຍາບ

 

ເພື່ອ​ສະກັດ​ກັ້ນການຄ້າ​ເພັດ​ຫຍາບທີ່ບໍ່ຖືກກົດໝາຍຕາມລະ​ບຽບ​ການ​ຂອງອົງການຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ (Kimberley Process - KP) ທີ່ ສ​ປ​ປ ລາວ ເປັນພາ​ຄ​ີ

​ຂໍ້ຕົກລົງວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ ເລກທີ 0224/ອຄ.ກຂອ, ລົງວັນທີ 08 ກຸມພາ 2016.

ກົມການນຳເຂົ້າ ແລະ ສົ່ງອອກ

(ກະຊວງອຸດສາຫະກໍາ ແລະ ການຄ້າ)

08

-

ເຄມີອັນຕະລາຍປະເພດ 2 ແລະ 3 ທີ່ນອນໃນບັນຊີເຄມີອຸດສາຫະກຳ ຂອງກະຊວງອຸດສາຫະກຳ ແລະ ການຄ້າ

ເພື່ອເປັນການຄຸ້ມຄອງການນຳໃຊ້ໃຫ້ຖືກເປົ້າໝາຍ

 

  • ສົນທິສັນຍາວ່າດ້ວຍການ​ເກືອດ​ຫ້າມອາວຸດເຄມີ (Chemical Weapons Convention);
  • ສົນ​ທິ​ສັນ​ຍາ​ຣອດ​ເຕີ​ດຳ (Rotterdam Convention);
  • ສົນທິສັນຍາສຕອກໂຮມ (Stockholm Convention);
  • ອະນຸສັນຍາມົງເຣອານ (Montreal Protocol);
  • ກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງເຄມີ ​ເລກທີ 07/ສພຊ, ລົງວັນ​ທີ 10 ພະຈິກ 2016;
  • ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກໍາ ເລກທີ 0220/ອຄ.ກອຫ,​ ລົງວັນ​ທີ 23 ມີນາ 2021;
  • ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ຂຶ້ນ​ທະ​ບຽນ​ບັນ​ຊີ​ເຄ​ມີ, ການ​ນຳ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄ​ມີ ເລກ​ທີ 1204/ອ​ຄ.ກອ​ຫ, ລົງວັນ​ທີ 24 ທັນ​ວາ 2020;
  • ຂໍ້​ຕົກລົງ​ວ່າ​ດ້ວຍການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ ​ເລກທີ 1686/ກຊສ, ລົງ​ວັນ​ທີ 07 ເມສາ 2021.

ກົມ​ອຸດສາຫະກໍາ ແລະ ຫັດຖະກຳ

(ກະຊວງອຸດສາຫະກໍາ ແລະ ການຄ້າ)

09

-

ເຄື່ອງປ່າຂອງດົງຕາມບັນຊີ II ຂອງກະຊວງກະສິກຳ ແລະ ປ່າໄມ້

ເພື່ອ​ປົກປ້ອງ​ທຸກ​ຊະນິດ​ພັນ​ທີ່​ຖືກ​ໄພ​ຂົ່​ມຂູ່ ​ແລະ ສ່ຽງ​ຕໍ່​ການ​ສູນພັນ

  • ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  • ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018;
  • ຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019;
  • ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີເຄື່ອງປ່າຂອງດົງ I, II ແລະ III ເລກທີ 0279/ກປ, ລົງວັນທີ 19 ກຸມພາ 2020;
  • ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ເລກທີ 0448/ກປ, ລົງວັນທີ 06 ເມສາ 2021.

ພະແນກກະສິກຳ ແລະ ປ່າໄມ້

ແຂວງ, ນະຄອນຫຼວງ

(ກະຊວງກະສິກຳ ແລະ ປ່າໄມ້)

10

-

ທຸກຊະນິດສັດນຳ້-ສັດປ່າ ແລະ ຊິ້ນ​ສ່ວນ​ຂອງ​ມັນ ຕາມບັນຊີຄຸ້ມຄອງ II ແລະ III ຂອງສົນທິສັນຍາສາກົນ CITES

ເພື່ອໃຫ້ສອດຄ່ອງກັບລະ ບຽບການ ແລະ ພັນທະສັນ ຍາ ທີ່ ສປປ ລາວ ມີຕໍ່ອົງ ການ CITES

  • ສົນທິສັນຍາ​ສາ​ກົນ​ວ່າ​ດ້ວຍ​ການ​ຄ້າ​ຂາຍ​ຊະ​ນິດ​ພັນ​ສັດ​ປ່າ ແລະ ພືດ​ປ່າທີ່​ໃກ້​ຈະ​ສູນ​ພັນ​ລະ​ຫວ່າງ​ຊາດ (CITES);
  • ກົດໝາຍ​ວ່າ​ດ້ວຍ​ສັດ​ນ້ຳ-ສັດປ່າ ​ເລກທີ 07/ສພຊ, ລົງ​​ວັນ​ທີ 24 ທັນວາ 2008;
  • ຂໍ້ຕົກລົງ​ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ບັນຊີ ສັດນໍ້າ ແລະ ສັດປ່າ ປະ​ເພດ​ຫວງ​ຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ​ເລກທີ 08/ນຍ, ລົງ​ວັນ​ທີ 25 ກຸມພາ 2021;
  • ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດ ໃນ​ການ​ຄຸ້ມ​ຄອງ ແລະ ກວດ​ກາ  ສັດ​ປ່າ​ ແລະ ພືດ​ປ່າ​ ປະ​ເພດ​ຫວງ​ຫ້າມ ເລກ​ທີ 05/ນຍ, ລົງວັນ​ທີ 08 ພຶດ​ສະ​ພາ 2018;
  • ຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມ ສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019.

ກົມປ່າໄມ້

(ກະຊວງກະສິກຳ ແລະ ປ່າໄມ້)

11

-

ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຍົກເວັ້ນແຮ່ທາດກຳມັນຕະພາບລັງສີ ເຊັ່ນ: ຢູເຣນຽມ ແລະ ທໍຣຽມ

ເພື່ອ​ປົກ​ປ້ອງສຸຂະພາບ, ຄວາມປອດ​ໄພຂອງ​ຄົນ ແລະ ສິ່ງ​ແວດລ້ອມ ແລະ ເພື່ອສອດຄ່ອງກັບລະບຽບການຂອງສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ

  • ກົດໝາຍ​ວ່າ​ດ້ວຍແຮ່​ທາດ (ສະບັບປັບປຸງ) ເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017;
  • ຂໍ້ຕົກລົງວ່າດ້ວຍລະບຽບການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເລກທີ 0352/ພບ,​ ລົງວັນທີ 13 ມີນາ 2012;
  • ຂໍ້ຕົກລົງວ່າດ້ວຍບັນຊີປະເພດຜະລິດຕະພັນແຮ່ທາດ ສຳລັບອຸດສາຫະກຳບໍ່ແຮ່ ເລກທີ 2406/ພບ, ລົງວັນທີ 04 ທັນວາ 2019;
  • ແຈ້ງການກ່ຽວກັບຂັ້ນຕອນການສະເໜີແຜນການຈຳໜ່າຍ ແລະ ການຈຳໜ່າຍຜະລິດຕະພັນແຮ່ທາດ ເລກທີ 0011/ກຄຮ3, ລົງວັນທີ 04 ມັງກອນ 2019.

ກົມຄຸ້ມຄອງບໍ່ແຮ່

(ກະຊວງພະລັງງານ ແລະ ບໍ່ແຮ່)

 

ໝາຍເຫດ:​ ສຳລັບສິນຄ້າທີ່ກຳນົດໃນຕາຕະລາງ 1 ແລະ ຕາຕະລາງ 2 ໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ທີ່ບໍ່ໄດ້ກຳນົດເລກລະຫັດສິນຄ້າ ຫຼື ກຳນົດແລ້ວ ແຕ່ບໍ່ຈະແຈ້ງ ຫຼື ບໍ່ຄົບຖ້ວນ ແມ່ນຂະແໜງການກ່ຽວຂ້ອງຈະສົມທົບກັບລັດຖະການພາສີໃນການຈັດເລກລະຫັດສິນຄ້າ ຂອງສິນຄ້າຕົວຈິງ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເນື້ອໃນລາຍລະອຽດຂອງສິນຄ້າ ຕາມທີ່ໄດ້ກຳນົດໃນສາລະບານອັດຕາພາສີລະບົບເອກະພາບ.​

ມາດຕາ 4    ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າທີ່ບໍ່ນອນໃນບັນຊີ​ທີ່​ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການນຳເຂົ້າ ຫຼື ສົ່ງອອກ

ສິນຄ້າທີ່ບໍ່ໄດ້ນອນໃນບັນຊີ​ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນການນຳເຂົ້າ ຫຼື ສົ່ງອອກ ຕາມມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ແມ່ນສາ​ມາດ​ດຳ​ເນີນ​ຂັ້ນ​ຕອນ​ການ​ແຈ້ງ​ພາ​ສີ​ຢູ່​ດ່ານ​ໄດ້​ເລີຍ ແຕ່​ຕ້ອງ​ປະ​ຕິ​ບັດ​ໃຫ້​ສອດ​ຄ່ອງ​​ກັບ​ມາດຕະ​ການ​​ສຸ​ຂາ​ນາ​ໄມ ແລະ ສຸຂານາໄມ​ພືດ ຫຼື ລະ​ບຽບ​ການ​ທາງ​ດ້ານ​ເຕັກ​ນິກ ​ຂອງ​ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ​ຂອງ ສ​ປ​ປ ລາວ ຫຼື ປະ​ເທດ​ປາຍ​ທາງ​ກຳ​ນົດ​ໄວ້ ຊຶ່ງໄດ້ກຳນົດໄວ້ໃນບັນຊີສະເພາະ.

ມາດຕາ 5    ການປັບປຸງລາຍການສິນຄ້າ​ທີ່​ຕ້ອງ​ຂໍ​ອະ​ນ​ຸ​ຍາດ​ກ່ອນການນຳເຂົ້າ ຫຼື ສົ່ງອອກ

ການປັບປຸງລາຍການສິນຄ້າທີ່ຕ້ອງ​ຂໍ​ອະ​ນຸ​ຍາດ​ກ່ອນ​ການ​ນຳ​ເຂົ້າ ຫຼື ສົ່ງ​ອອກ ​ແມ່ນການເພີ່ມ ຫຼື ຫຼຸດ ລາຍການທີ່ກຳນົດໄວ້ໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້.

ການ​ປັບປຸງ​ແຕ່​ລະ​ຄັ້ງ ຕ້ອງ​ໄດ້​ຮັບ​ການ​ອະນຸມັດຈາກ ​ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕາມ​ການ​ຄົ້ນ​ຄ້ວາ ​ແລະ ສ​ະ​ເໜີ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ.

ພາຍຫຼັງທີ່ໄດ້ປັບປຸງຕາຕະລາງລາຍການສິນຄ້າສໍາ​ເລັດແລ້ວ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຊາບ ​ແລະ ຈັດ​ຕັ້ງ​ປະຕິບັດ.

ມາດຕາ 6    ການຈັດຕັ້ງປະຕິບັດ

ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ​ເປັນ​ເຈົ້າ​ການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ​ໃນ​ການຈັດຕັ້ງປະຕິບັດຂໍ້​ຕົກລົງ​ສະບັບ​ນີ້​ ໃຫ້ໄດ້ຮັບ​ປະສິດທິ​ຜົນສູງ.

ມາດຕາ 7    ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ໄດ້ພິມລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຂໍ້ຕົກລົງສະບັບນີ້ປ່ຽນແທນ ແຈ້ງການວ່າ​ດ້ວຍ​ລາຍ​ການ​ສິນ​ຄ້າ​ທີ່​ຕ້ອງ​ຂໍ​ອະ​ນຸ​ຍາດ​ນຳ​ເຂົ້າ ຫຼື ສົ່ງ​ອອກ ແບບ​ອັດ​ຕະ​ໂນ​ມັດ ແລະ ແບບ​ບໍ່​ອັດ​ຕະ​ໂນ​ມັດ ເລກທີ 0076/ອຄ.ກຂອ, ລົງວັນທີ 13 ມັງ​ກອນ 2012.

ລັດຖະມົນຕີິ

ປອ ຄໍາແພງ ໄຊສົມແພງ

 

 

# ຫົວຂໍ້ ດາວໂຫຼດ
1 Decision on Goods subject to licensing prior to import or export no. 0333/MOIC, dated 22 March 2022 PDF
2 ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.