ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການແຂວງສາລະວັນ     ເລກທີ 12./ຈຂ.ສວ

ສາລະວັນ, ວັນທີ 27/4/2022

ແຈ້ງການ

ເຖິງ: - ທ່ານ ຫົວຫນ້າ ກອງບັນຊາການທະຫານ ແຂວງສາລະວັນ.

- ທ່ານ ຫົວຫນ້າ ກອງບັນຊາການ ປກສ ແຂວງສາລະວັນ,

- ທ່ານ ຫົວຫນ້າ ພະແນກການເງິນ ແຂວງສາລະວັນ.

- ທ່ານ ຫົວຫນ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ.

- ທ່ານ ຫົວຫນ້າ ພະແນກສາທາລະນະສຸກແຂວງ.

- ທ່ານ ຫົວຫນ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ.

- ທ່ານ ຫົວຫນ້າ ພະແນກການຕ່າງປະເທດແຂວງ.

- ທ່ານ ເຈົ້າເມືອງລະຄອນເພັງ.

ເລື່ອງ: ແຈ້ງການເປີດດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ.

- ອີງຕາມ ຫນັງສືທາງລັດຖະການ ຂອງຫ້ອງການກະຊວງການຕ່າງປະເທດ ສະບັບເລກທີ 452/ຫກ.ຫຄຊ.4, ລົງວັນທີ 14 ກຸມພາ 2022.

- ອີງຕາມ ການຕົກລົງເຫັນດີເປັນເອກະພາບພາຍໃນກອງປະຊຸມປຶກສາຫລືກ່ຽວກັບການກະກຽມຄວາມພ້ອມ ເພື່ອເປີດດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ, ຄັ້ງວັນທີ 17 ມີນາ 2022.

ປະທານຄະນະກໍາມະການຊາຍແດນຂັ້ນແຂວງ ອອກແຈ້ງການດັ່ງນີ້:

1. ເພື່ອເປີດຄືນດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ ເພື່ອສົ່ງອອກ ແລະ ນໍາເຂົ້າສິນຄ້າ ຕາມລະບຽບການ ເຫັນດີໃຫ້ດ່ານທ້ອງຖິ່ນປາກຕະພານ ແລະ ດ່ານປາກແຊງ ນໍາເຂົ້າ-ສົ່ງອອກສິນຄ້າໄດ້.

2. ໃຫ້ອົງການປົກຄອງເມືອງລະຄອນເພັງ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ລາຍງານຄວາມພ້ອມໃນການ ເປີດດ່ານ ມາເປັນລາຍລັກອັກສອນຕໍ່ອົງການປົກຄອງແຂວງ ຮັບຊາບ ແລ້ວສາມາດເປີດດ່ານໃນຄວາມຮັບຜິດຊອບຂອງ ຕົນ ເພື່ອບໍລິການສົ່ງອອກ-ນໍາເຂົ້າສິນຄ້າ ພ້ອມທັງລາຍງານສະພາບການໃຫ້ອົງການປົກຄອງແຂວງຮັບຊາບ ເມື່ອເຫັນວ່າມີ ສະພາບຄວາມສ່ຽງ ຫຼື ປະກົດການຫຍໍ້ທໍ້ເກີດຂຶ້ນ.

3. ໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ ແລະ ເມືອງລະຄອນເພັງ ເປັນເຈົ້າການ ຕິດຕາມກວດກາ ສາລະເວ ເພື່ອປ້ອງກັນ ແລະ ຮັກສາຄວາມສະຫງົບຕາມເລວຊາຍແດນ ແລະ ລໍາແມ່ນ້ໍາຂອງຕາມຄວາມ ຮັບຜິດຊອບຂອງຕົນ.

4. ໃຫ້ພະແນກ ແລະ ພາກສ່ວນຕ່າງໆໃນທົ່ວແຂວງສາລະວັນ ທີ່ມີສ່ວນພົວພັນກັບກິດຈະການສົ່ງອອກ-ນໍາເຂົ້າ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

ຮອງເຈົ້າແຂວງສາລະວັນ

(ປະທານຄະນະກໍາມະການຊາຍແດນຂັ້ນແຂວງ)

ພູທົງ ຄໍາມະນີວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the opening of Paktaphan Local Checkpoint in Lakhone Pheng District, Salavan Province, No. 12/SLV, date 27 April 2022 PDF
2 ແຈ້ງການເປີດດ່ານທ້ອງຖີ່ນປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ, ເລກທີ 12/ຈຂ.ສວ, ລົງວັນທີ 27 ເມສາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.