ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ

ກົມອາຫານ ແລະ ຢາ     ເລກທີ 5273/ກອຢ

ນະຄອນຫຼວງວຽງຈັນ, ວັນທີ 17 ເມສາ 2022

ຫນັງສືແຈ້ງການ

ເຖິງ: ທ່ານຫົວຫນ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ, ບໍລິສັດ, ຫ້າງຮ້ານ ແລະ ປະຊາຊົນໃນທົ່ວປະເທດ.

ເລື່ອງ: ຫ້າມບໍລິໂພກ ແລະ ຈໍາຫນ່າຍຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາຫມີແພນດ້າ). 

- ອີງຕາມ ກົດຫມາຍວ່າດ້ວຍອາຫານ, ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013.

- ອີງຕາມ ຫນັງສືແຈ້ງການ ຂອງ ສໍານັກງານຄະນະກໍາມະການອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ, ສະບັບລົງວັນທີ 19 ເມສາ 2022. 

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ (ກາຫມີແພນດ້າ) ເລກ ອ.ຢ 10-1-04153-1-0054 ວັນທີ່ຜະລິດ 29/11/2021 ວັນ ຫມົດອາຍຸ 29/11/2002 ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາຫມີແພນດ້າ) ເລກ ອ.ຢ 10-1-04153-1-0055 ວັນທີ່ຜະລິດ 18/11/2011 ວັນຫມົດອາຍຸ 18/11/2002, ໄດ້ກວດພົບວ່າຜະລິດຕະພັນດັ່ງກ່າວມີການປົນເປື້ອນ ເຊື້ອຈຸລິນ ຊີ Bacillus cereus ເກີນມາດຕະຖານກໍານົດ ຊື່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີ ຄວາມອັນຕະລາຍຕໍ່ສຸຂະພາບ. 

ກົມອາຫານ ແລະ ຢາ ຈື່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈໍາຫນ່າຍ ແລະ ນໍາເຂົ້າ ຜະລິດຕະພັນດັ່ງກ່າວຕາມທີ່ ໄດ້ກ່າວໄວ້ຂ້າງເທິງນີ້, ຖ້າຫາກເຈົ້າຫນ້າທີ່ອາຫານ ແລະ ຢາພົບເຫັນ ແມ່ນໃຫ້ໄດ້ອາຍັດ, ຢຶດ, ທໍາລາຍ ແລະ ປະຕິບັດມາດ ຕະການ ຕາມລະບຽບການທີ່ໄດ້ກໍານົດໃນລະບຽບກົດຫມາຍ. 

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືຈັດຕັ້ງປະຕິບັດຕາມທາງຄວນດ້ວຍ. 

ຫົວຫນ້າກົມ

ປອ. ດຣ. ບຸນຊູ ແກ້ວຫາວົງ

 

# ຫົວຂໍ້ ດາວໂຫຼດ
1 Notification of prohibition on consumption and distribution of seaweed snacks for original and spicy flavor (Panda Brand), No. 2573/DFD, date 27 April 2022 PDF
2 ໜັງສືແຈ້ງການ ຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ), ເລກທີ 2573/ກອຢ, ລົງວັນທີ 27 ເມສາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.