ໃນລະຫວ່າງ​ວັນ​ທີ 12 ຫາ 13 ພຶດ​ສະ​ພາ 2022 ທີ່ຫ້ອງປະຊຸມ​ຂອງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳແຂວງຫຼວງ​ນ້ຳ​ທາ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (Confirmation of Product Eligibility: CPE) ໃຫ້​​ແກ່ເຈົ້າໜ້າທີ່ຂອງ ພະແນກອຸດສາຫະກຳ ແລະ ການຄ້າ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະກຳ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງຫຼວງ​ນ້ຳ​ທາ​. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າ ກົມກ​ານນ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ​ແລະ ​ທ່ານ ບຸນສົງ ແກ້ວມະນີວົງ ປະ​ທານ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຂວງຫຼວງ​ນ້ຳ​ທາ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 20 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມ ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດ ການນໍາໃຊ້​ລະ​ບົບ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​​ເລັກ​ໂຕ​ຣ​ນິກ (e-CO) ແລະ ການ​ອອກ CPE ໃຫ້​ແກ່ເຈົ້າໜ້າທີ່ ແລະ ​ຜູ້​ປະ​ກອບ​ການທີ່​ສົ່ງ​ອອ​ກ​ພາຍ​ໃຕ້​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າ.

ລະ​ບົບ​ e-CO ຂອງ ສ​ປ​ປ ລາວ ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມຈັດ​ຕັ້ງ​ປະ​ຕິ​ບັດນັບແຕ່ປີ 2016 ເປັນຕົ້ນມາ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງກົມ ຂອ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍລະບົບ e-CO ແມ່ນມີຄວາມສະດວກ ແລະ ມີຜົນປະໂຫຍດສູງຕໍ່ກັບຜູ້ປະກອບການເມື່ອທຽບໃສ່ການອອກແບບເຈ້ຍສໍ ເນື່ອງຈາກສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຢັດເວລາຫຼາຍຂຶ້ນ, ພ້ອມດຽວກັນກໍ່ຍັງຊ່ວຍຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ອອກຟອມ ແລະ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນອີກດ້ວຍ.

ປະຈຸບັນ, ໄດ້ມີ 08 ຫ້ອງການຈາກທັງໝົດ 39 ຫ້ອງການໃນທົ່ວປະເທດທີ່ໄດ້ນໍາໃຊ້ລະບົບ e-CO ໄດ້​ແກ່: ກົມ ຂອ, ຫ້ອງ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງຈັນໂນນ​ທອງ (01 ຕຸລາ 2020), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຈຳປາ​ສັກ (01 ທັນວາ 2020), ສະ​ຫວັນ​ນະ​ເຂດ (01 ມັງກອນ 2021), ບໍ​ລິ​ຄຳ​ໄຊ (01 ມີ​ນາ 2021), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ (01​ ກັນ​ຍາ 2021), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ (01​ ກຸມ​ພາ  2022) ແລະ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ (03​ ​ພຶດ​ສະ​ພາ 2022). ອີງຕາມແຜນຂອງກົມ ຂອ ແມ່ນຈະສືບຕໍ່ມອບສິດນໍາໃຊ້ລະບົບ e-CO ໃຫ້ແກ່ຫ້ອງການເຈົ້ານໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໄດ້ຢ່າງໜ້ອຍ 20 ຫ້ອງການພາຍໃນປີ 2022, ຊຶ່ງພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງນໍ້າທາ ຈະເປັນຫ້ອງການທີ 11 ແລະ 12.​ ພາຍຫຼັງທີ່ສຳເລັດການຝຶກໃນຄັ້ງນີ້ແລ້ວ ແຂວງຫຼວງນໍໍ້າທາ ຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ.

ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນເອກະສານທີ່ໃຊ້ຢັ້ງຢືນເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນໍາເຂົ້າສໍາລັບສິນຄ້າທີ່ສົ່ງອອກພາຍໃຕ້ນະໂຍບາຍສິດທິພິເສດທາງການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ 52 ປະເທດ ແລະ ເຂດແຄວ້ນ ປະກອບມີ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ, ສປ ຈີນ ແລະ ຈີນ (ໄຕ້ຫວັນ) ແລະ 09 ປະເທດສະມາຊິກອາຊຽນ.

ເຊິ່ງວ່າ, ສິນຄ້າທີ່ໄດ້ແຫຼ່ງກໍາເນີດສິນຄ້າສົ່ງອອກຈາກ ສປປ ລາວໄປບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າເກືອບທຸກລາຍການສິນຄ້າ ຫຼື ຫຼາຍກວ່າ 90% ຂອງລາຍການສິນຄ້າທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມ.  ແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ນໍາໃຊ້ກັບບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ ປະກອບມີ 15 ແບບຟອມໄດ້ແກ່ແບບຟອມ A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP.

ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ ກ່ຽວກັບ ວຽກງານການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450 255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.