ໃນຕອນເຊົ້າ ວັນພະຫັດ ທີ 12 ພຶດສະພາ 2022 ທີ່ ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ (ຊັ້ນ 1) ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດ “ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງ ກ່ຽວກັບບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ”. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍແຂກທີ່ຖືກເຊີນຈາກ ຂະແໜງການພາກລັດ ແລະ ພາກທຸລະກິດ.

     ໃນພິທີກ່າວເປີດ ທ່ານ ມົວວິໄຊ ປາລີ ໄດ້ກ່າວວ່າ: “ມາຮອດປະຈຸບັນນີ້, ພວກເຮົາຍັງມີຫຼາຍບັນຫາທີ່ປິ່ນອ້ອມວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ທີ່ຈະໄດ້ມາປຶກສາຫາລື ແລະ ຊອກຫາວິທີການແກ້ໄຂຮ່ວມກັນ ກອງປະຊຸມພາກລັດ ແລະ ພາກທຸລະກິດ ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ. ໃນໄລຍະຜ່ານມາ, ພວກເຮົາໄດ້ຈັດກອງປະຊຸມລັກສະນະນີ້ຂຶ້ນຄັ້ງລ່າສຸດ ແມ່ນໃນເດືອນມີນາ 2020 ແລະ ຊຶ່ງໂດຍປົກກະຕິແລ້ວ ພວກເຮົາ ຈະຈັດກອງປະຊຸມແບບນີ້ ຢ່າງໜ້ອຍ 1-2 ຄັ້ງ/ປີ, ແຕ່ເນື່ອງຈາກວ່າໃນປີ 2021 ທີ່ຜ່ານມາ ເກີດມີການລະບາດຂອງ ພະຍາດໂຄວິດ-19 ຫຼາຍຮອບ ເຮັດໃຫ້ບໍ່ສາມາດຈັດກອງປະຊຸມໄດ້ຕາມແຜນ. ແຕ່ເຖິງຢ່າງໃດກໍ່ຕາມ, ກົມ ຂອ ກໍ່ຍັງສືບຕໍ່ປະສານສົມທົບກັບພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງ ຊຶ່ງໄດ້ສໍາເລັດການແກ້ໄຂບັນຫາຈໍານວນໜຶ່ງ, ແຕ່ກໍປາສະຈາກບໍ່ໄດ້ບັນຫາທີ່ຄົງຄ້າງ ຊຶ່ງຈະຕ້ອງໄດ້ສືບຕໍ່ແກ້ໄຂ”.

     ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານທີ່ມີຄວາມສຳຄັນຍິ່ງ ແລະ ທັງເປັນວຽກງານທີ່ທ້າທາຍ ເນື່ອງຈາກເປັນວຽກທີ່ກວ້າງຂວາງ, ຕິດພັນກັບຫຼາຍຂະແໜງການ ທັງພາກລັດ ແລະ ພາກທຸລະກິດ. ສະນັ້ນ, ການສ້າງຄວາມສອດຄ່ອງ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງ ແມ່ນຕ້ອງໄດ້ສ້າງຄວາມເຂົ້າໃຈ, ຮັບຮູ້ບັນຫາ ແລະ ສາມາດວິເຄາະບັນຫາ ໄດ້ຢ່າງເລິກເຊິ່ງພໍສົມຄວນ ແລະ ມີກົນໄກການປະສານງານທີ່ໜັກແໜ້ນທັງພາກລັດ ແລະ ພາກທຸລະກິດ. ຜ່ານການສັງລວມ ແລະ ວິເຄາະບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແມ່ນມີທັງໝົດ 55 ບັນຫາ ຊຶ່ງຈັດເປັນ 04 ໝວດໃຫຍ່ຄື: (1). ບັນຫາທີ່ຕິດພັນກັບການອອກອະນຸຍາດ, ຢັ້ງຢືນ ແລະ ອະນຸມັດນໍາເຂົ້າ-ສົ່ງອອກ ມີ 25 ບັນຫາ; (2). ບັນຫາທີ່ຕິດພັນກັບການດໍາເນີນການຢູ່ດ່ານ ມີ 12 ບັນຫາ; (3). ບັນຫາທີ່ຕິດພັນກັບການອະນຸຍາດ, ຢັ້ງຢືນ ແລະ ກວດກາການເຄື່ອນຍ້າຍ, ການຂົນສົ່ງສິນຄ້າຢູ່ພາຍໃນ ມີ 08 ບັນຫາ; ແລະ (4). ບັນຫາການເກັບຄ່າພັນທະທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍພາຍໃນ ແລະ ການຂົນສົ່ງ ມີ 10 ບັນຫາ. ໃນນີ້, ໄດ້ສໍາເລັດການແກ້ໄຂ 24 ບັນຫາ, ກໍາລັງດໍາເນີນການ 26 ບັນຫາ, ບໍ່ມີຄວາມຄືບໜ້າ 05 ບັນຫາ. ສຳລັບກົນໄກແກ້ໄຂບັນຫາຂອງພາກທຸລະກິດ ແມ່ນຈະຈັດຕັ້ງປະຕິບັດຢູ່ຕາມການແບ່ງຂັ້ນ ເພື່ອໃຫ້ທ່ວງທັນກັບສະພາບ ຄື: ກໍລະນີບັນຫາຫາກເກີດຢູ່ຂັ້ນແຂວງ ແມ່ນ ມອບໃຫ້ ຄອຄ ຂັ້ນແຂວງເປັນຜູ້ແກ້ໄຂ, ສ່ວນຖ້າບັນຫາເກີດຢູ່ສູນກາງ ແມ່ນ ຄອຄ ຂັ້ນສູນກາງແກ້ໄຂ. ນອກຈາກນີ້, ຫາກບັນຫາໃດທີ່ຕິດພັນກັບ ລະບຽບການ, ນິຕິກຳ ຫຼື ກົດໝາຍ ທີ່ ທາງ ຄອຄ ຂັ້ນແຂວງ ບໍ່ສາມາດແກ້ໄຂໄດ້ ແມ່ນໃຫ້ສະເໜີຫາ ຄອຄ ຂັ້ນສູນກາງເພື່ອແກ້ໄຂ ຫຼື ຖ້າຫາກ ຄອຄ ຂັ້ນສູນກາງແກ້ໄຂບໍ່ໄດ້ ກໍອາດສະເໜີຫາລັດຖະບານເພື່ອຊ່ວຍພິຈາລະນາຄົ້ນຄວ້າແກ້ໄຂ ຕາມຂັ້ນຕອນຕໍ່ໄປ.

     ໃນວາລະກອງປະຊຸມ ບັນດາຂະແໜງການກ່ຽວຂ້ອງພາກລັດ ກໍ່ໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນເພີ່ມເຕີມ ກ່ຽວກັບຄວາມຄືບໜ້າຂອງການແກ້ໄຂບັນຫາຕ່າງໆ ທີ່ພາກທຸລະກິດໄດ້ຍົກຂຶ້ນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມໄດ້ຢ່າງສ້າງສັນ. ວາລະສຸດທ້າຍຂອງກອງປະຊຸມ ທ່ານປະທານ ພ້ອມດ້ວຍແຂກທີ່ເຂົ້າຮ່ວມກອງປະຊຸມທັງພາກລັດ ແລະ ທຸລະກິດ ແມ່ນເຫັນດີຕໍ່ກັບທິດທາງການແກ້ໄຂບັນຫາຢ່າງເປັນເອກະພາບກັນ ໂດຍມອບໃຫ້ ຫ້ອງການປະຈຳ ຄອຄສ ນຳໄປຄົ້ນຄວ້າຕື່ມ ເພື່ອປັບປຸງບັນດາຂໍ້ມູນໃນຕາຕະລາງສັງລວມບັນຫາຂອງພາກທຸລະກິດ ເພື່ອຈະໄດ້ເອົາເຂົ້າໃນວາລະກອງປະຊຸມ ຄອຄສ ທົ່ວປະເທດ ຄັ້ງທີ V ທີ່ຈະຈັດຂຶ້ນໃນເດືອນ ມິຖຸນາ 2022 ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.