ສາລະບານ 

I.     ຈຸດປະສົງຂອງນະໂຍບາຍແຫ່ງຊາດດ້ານຢາ

1.    ຈຸດປະສົງລວມຂອງນະໂຍບາຍແຫ່ງຊາດດ້ານຢາ
2.    ຈຸດປະສົງສະເພາະຂອງນະໂຍບາຍແຫ່ງຊາດດ້ານຢາ

II.     ເນື້ອໄນລະອຽດຂອງນະໂຍບາຍ

1.    ກົດໝາຍແລະຂໍ້ກຳນົດດ້ານຢາ ແລະ ຜະລິດຕະພັນການແພດ
2.    ການຄັດເລືອກຢາ
3.    ການກຳນົດຊື່ຢາ
4.    ການຮັບປະກັນຄຸນນະພາບຢາ, ລວມທັງການຂຶ້ນທະບຽນຢາ, ການອອກອະນຸຍາດຈໍາໜ່າຍ ແລະ ການຕິດຕາມ ກວດກາຄຸນນະພາບຢາ
5.    ການສົ່ງເສີມການໂຄສະນາ
6.    ການສະໜອງຢາ
7.    ຫລັກການການນຳໃຊ້ຢາ
8.    ຍຸດທະສາດດ້ານເສດຖະກິດການຢາ
9.    ຢາພື້ນເມືອງ
10. ການຄົ້ນຄວ້າຜ່ານການເຄື່ອນໄຫວຕົວຈິງ
11. ການຈັດຕັ້ງ, ການຄຸ້ມຄອງ, ການປະສານງານ ແລະ ການຕິດຕາມການປະຕິບັດນະໂຍບາຍ
ແຫ່ງຊາດດ້ານຢາ (ໃສ່ຂໍ້ 13)

12. ການພັດທະນາຊັບພະຍາກອນມະນຸດ
13. ການຮ່ວມມືດ້ານເຕັກນິກກັບສາກົນ

 

ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ   ວັນທີ 13 ສິງຫາ 2003

ນະໂຍບາຍແຫ່ງຊາດສະບັບປັບປຸງ

-      ອີງຕາມ   ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາສະນະສຸກ ເລກທີ 020/ນຍ,ລົງ           ວັນທີ19/3/1999.
-      ອີງຕາມ  ຄຳເຫັນກ່ຽວກັບນະໂຍບາຍແຫ່ງຊາດດ້ານຢາຂອງລັດຖະມົນຕີວ່າການກະຊວງ ຍຸຕິທຳ ເລກທີ36/ກຍ,ລົງວັນທີ່ 12 ສີງຫາ               2002
-      ອີງຕາມ  ການສະເໜີຂອງກົມອາຫານ ແລະ ຢາ

ເພື່ອເປັນບ່ອນອີງ ແລະ ທິດທາງໃນການຈັດຕັ້ງປະຕິບັດວຽກງານຄູ້ມຄອງ ແລະ ການກວດກາຄຸນນະພາບຢາ ໃນຂອບເຂດທົ່ວປະເທດ, ຊື່ງກວມເອົາຂອດເຂດການຜະລິດ, ການນຳເຂົ້າ - ສົ່ງອອກ,ການຈັດຫາ ແລະ ການຈໍລະຈອນແຈກຢາຍ, ໂຄສະນາ ແລະ ການນຳໃຊ້ຢາ ແລະ ຜະລິດຕະພັນການແພດລວມທັງການພັດທະນາຊັບພະຍາກອນມະນຸດດ້ານຢາ, ການຮ່ວມມືດ້ານເຕັກນິກກັບສາກົນ ແລະ ຄົ້ນຄ້ວາວິທະຍາສາດ. ຜ່ານການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານການຢານັບແຕ່ປີ 1993 ເປັນຕົ້ນມາເຫັນວ່າ ຄວນມີການເພີ່ມເຕີ່ມ ແລະ ຄວນເອົາໄຈໄສ່ລະອຽດຕື່ມ ແລະ ຈະແຈ້ງໃນແຕ່ລະດ້ານຂອງວຽກງານວຽກງານການຢາ ແລະ ຜະລິດຕະພັນການແພດ.

I.ຈຸດປະສົງຂອງນະໂຍບາຍແຫ່ງຊາດ

ນະໂຍບາຍແຫ່ງຊາດດ້ານຢາແມ່ນ ສ່ວນໜື່ງຂອງນະໂຍບາຍຂອງສາທາລະນະສຸກຊຶ່ງມີຈຸດປະສົງແນໃສ່ ເຮັດໃຫ້ປະຊາຊົນ ບັນດາສັນຊາດ ຊົນເຜົ່າ ແລະທຸກເພດທຸກໄວໄດ້ຮັບຄວາມສະເໝີພາບໃນການເຂົ້າໄປເຖິງການບໍລິການຮັກສາສຸຂະພາບຢ່າງທົ່ວເຖິງ ແລະປອດໄພ. ຂ້າງເທິງ

1. ຈຸດປະສົງຂອງນະໂຍບາຍແຫ່ງຊາດດ້ານຢາ

ຈຸດປະສົງລວມຂອງນະໂຍບາຍແຫ່ງຊາດດ້ານຢາ ແມ່ນແນໃສ່ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນລາວໃຫ້ດີຂື້ນ ໂດຍວິທີການປ້ອງກັນ ແລະ ປີ່ນປົວ ພະຍາດໂດຍຜ່ານການຮັບປະກັນໃຫ້:

·         ມີຢາພື້ນຖານຢ່າງທົ່ວເຖິງ ໃນລາຄາທີ່ເໝາະສົມ, ໂດຍສະເພາະຢູ່ໃນເຂດຫ່າງໄກສອກຫຼີກ ບ່ອນທີ່ປະຊາຊົນທຸກຍາກ ໂດຍເໜັ້ນໜັກໄສ່ບັນດາພະຍາດທີ່ແຜ່ຫຼາຍ

·         ຢາທຸກສະນິດດຕ້ອງມີຄຸນນະພາບດີ, ມີຄວາມປອດໄພ ແລະ ມີປະສິດທິພາບສູງ ຖືກນຳໃຊ້ໃນການປິ່ນປົວ ຢ່າງສອດຄຄ່ອງ ສົມເຫດ ສົມຜົນ ໂດຍພະໜັກງານສາທາລະນະສຸກ ແລະ ຜູ້ບໍລິໂພກ.

·         ຊູກຍູ້ ແລະ ສົ່ງເສີມການໃຊ້ຢາພື້ນເມືອງຢ່າງກ້ວາງຂວາງ. ຂ້າງເທິງ

2. ຈຸດປະສົງສະເພາະນະໂຍບາຍແຫ່ງຊາດ:

2.1  ຮັບປະກັນ ຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດດ້ານຢາ ໂດຍຜ່ານການນຳໃຊ້ກົດໝາຍ, ຂໍ້ກຳນົດຕ່າງໆທີ່ ເໝາະສົມທີ່ພົວພັນເຖິງການຄຸ້ມຄອງຢາ ແລະຖືກປັບປຸງທັນສະພາບການ.

2.2  ຕອບສະໜອງຄວາມຕ້ອງການດ້ານນຄຸນນະພາບ ຂອງປະຊາຊົນ ດ້ານການຄັດເລືອດກຢາທີ່ເໝາະສົມ ໂດຍ ອິງໃສ່ແນວຄວາມຄິດກ່ຽວກັບຢາພື້ນຖານ.

2.3  ຕອບສະໜອງຢາທີ່ມີປະສິດທິພາບ ມີຄວາມປອດໄພ ມີຄຸນນະພາບດີ ໃນລາຄາທີ່ ສົມເຫດ ສົມຜົນຕໍ່ຜູ້ຊົມ ໂດຍຜ່ານການສົ່ງເສີມຜະລິດຕະພັນຢາທີ່ມີຊື່ເອກະພາບສາກົນ.

2.4 ຮັບປະກັນໃຫ້ຢາທີ່ອະນຸຍາດຈຳໜ່າຍໃນທ້ອງຕະຫຼາດມີຄວາມປອດໄພ, ມີປະສິດທິພາບ ແລະ ມີຄຸນນະພາບແລະ ມີຄຸນນະພາບດີ ໂດຍມີການປະເມີນຜົນ ການຈົດທະບຽນຢາ, ການກວດກາ ແລະ ການອອກອະນຸຍາດໃນການດຳເນີນທຸລະກິດການຢາ ລວມທັງການສົງເສີມການຜະລິດພາຍໃນໃຫ້ໄດ້ຮັບມາດຕະຖານການຜະລິດທີ່ດີເທື່ອລະກ້າວ.

2.5  ປັບປຸງການນຳໃຊ້ຢາຢ່າງສົມເຫດສົມ ສົມຜົມ ໂດຍຜ່ານການນຳໃຊ້ຫຼັກການຈັນຍາບັນ ສຳລັບການສົງເສີມການໂຄຊະນາ

2.6  ເພື່ອສະໜອງ ແລະ ຈໍລະຈອນແຈກຢາຍຢາທີ່ຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພໃນເວລາຕ້ອງການ, ໃນປະລີມານທີ່ເໜາະສົມ, ມີລາຄາທີ່ສົມເຫດສົມຜົນ ແລະ ເພື່ອຮັບປະກັນໃຫ້ຄຸນນະພາບຂອງຢາເຫຼົ່ານີ້ມີຄວາມຄົງຕົວໃນເວລາຂົ່ນສົ່ງ ແລະ ຮັກສາ ຕະຫຼອດອາຍຸການນຳໃຊ້ຂອງຢາ, ເພື່ອ ຫຼຸດຜ່ອນຄວາມເສຍຫາຍທີ່ບໍ່ຈຳເປັນ.

2.7  ເພື່ອຮັບປະກັນໃຫ້ຢາທີ່ຖືກສັ່ງຈ່າບ, ຈ່າຍ ແລະ ນຳໃຊ້ ຢ່າງສົມເຫດສົມຜົນ, ເພື່ອໃຫ້ມີປະສິດທິພາບສູງໃນການປິ່ນປົວຄົນເຈັບ ແລະ ເພື່ອຫຼຸດຜ່ອນການຕົກເຮ່ຍເສຍຫາຍ, ການຊີນເປືອງ ແລະ ອັນຕະລາຍທີ່ເກີດຈາກການໃຊ້ຢາທີ່ບໍ່ເໝາະສົມ.

2.8  ເພື່ຶອຮັບປະກັນຄວາມຍືນຍົງຄົງຕົວ ດ້ານການເງິນ ທີ່ພຽງພໍສຳລັບການຈັດຕັ້ງປະຕິບັດແຜ່ນງານນະໂຍບາຍດ້ານຢາ,ໂດຍສະເພາະແມ່ນກການຈັດຫາ ແລະ ຈໍລະຈອນແຈກຍາຍຢາຈຳເປັນພື້ນຖານທີ່ມີຄຸນນະພາບດີດ້ວຍປະລີມານທີ່ພຽງພໍ່ໃນລາຄາທີ່ເໝາະສົມສຳລັບຂົງເຂດລັດ ແລະເພື່ອຄຸ້ມຄອງ ຕິດຕາມຄຸນນະພາບ ແລະ ການນຳໃຊ້ຢາຢູ່ໃນປະເທດດລາວ.

2.9  ໃຊ້ຢາພື້ນເມືອງ ແລະ ການປິ່ນປົວແບບພື້ນເມືອງຕ່າງໆ ທີ່ມີປະສິດທິພາບ ແລະ ຄວາມປອດໄພ ເຂົ້າໃນການປິ່ນປົວພະຍາດ. ເພື່ອຊູກຍູ້ໃຫ້ມີການນຳໃຊ້ຢາພື້ນເມືອງເຂົ້າໃນລະບົບການບໍລິການດ້ານສາທາລະນະສຸກທົ່ວໄປໃນບ່ອນທີ່ມີເງື່ອນໄຂ.

2.10  ຊອກຮູ້ ແລະ ສົ່ງເສີມກິດຈະກຳການຄົ້ນຄ້ວາວິທະຍາສາດ, ສະໜອງຂໍ້ມູນຂ່າວສານທີ່ຈະແຈ້ງເພື່ອສະໜັບ ສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ.

2.11  ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຄຸ້ມຄອງນະໂຍບາຍແຫ່ງຊາດດ້ານຢາ, ປະເມີນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຄຸ້ມຄອງນະໂຍບາຍດ້ານຢາ, ຢ່າງເປັນປົກກະຕິ,ໂດຍການນຳໃຊ້ບັນດາຕົວຊີ້ວັດດ້ານວິຊາການ.

2.12   ຮັບປະກັນການຕອບສະໜອງ ການບໍລິການດ້ານຢາ ໃຫ້ມີປະສິດທິຜົນ ທັງພາກລັດ ແລະ ເອກະຊົນໂດຍ

ຜ່ານ ການຝຶກອົບຮົມພະໜັກງານຢ່າງເໝາະສົມ ແລະ ພຽງພໍ ຢູ່ໃນທຸກລະດັບຂອງລະບົບ ແລະ ປິ່ນປົວສຸຂະພາບ

2.13  ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການພັດທະນາຂອງສາກົນ, ການນຳໃຊ້ຊັບພະຢາກອນ ຈາກຕ່າງປະເທດ, ການເພີ້ມທະວີ ແລະ ສືບຕໍ່ການພົວພັນກັບຕ່າງປະເທດ ແລະ ປັບປຸງການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ ຂ້າງເທິງ

II. ເນື້ອໃນລາຍລະອຽດນະໂຍບາຍ

1. ກົດໝາຍແລະຂໍ້ກຳນົດດ້ານຢາແລະຜະລິດຕະພັນການແພດ

ຈຸດປະສົງ: ເພື່ອຮັບປະກັບການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ ໂດຍຜ່ານການນຳໃຊ້ກົດໝາຍ, ຂໍ້ກຳນົດຕ່າງໆ ທີ່ເໝາະສົມ ທີ່ພົວພັນເຖິ່ງການຄຸ້ມຄອງຢາ ແລະ ຖືກປັບປຸງທັນສະພາບການ.

1.1  ເພື່ອຮັບປະກັນຢາທີ່ໄດ້ຮັບອະນຸຍາດ ໃຫ້ຈໍລະຈອນຈຳໜ່າຍຢູ່ໃນທ້ອງຕະຫຼາດ ຂອງ ສປປ ລາວ ມີຄຸນນະພາບ ມີປະສິດທິພາບ ແລະ ຄວາມປອດໄພ, ກະຊວງສາທາລະນະສຸກຕ້ອງວາງລະບຽບການ ແລະ ນຳໃຊ້ກົດໝາຍວ່າດ້ວຍແລະຜະລິດຕະພັນການແພດ, ທີ່ໄດ້ຮັບຮອງໃນເດືອນ ເມສາ ປີ 2000 ຢ່າງເຂັມງວດ.

1.2  ອອກຂໍ້ກຳນົດລະບຽບເພີ້ມເຕີມຈຳນວນໜື່ງ ທີ່ພົວພັນເຖິງການຈັດຕັ້ງປະຕິບັດດ້ານກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ. ຂໍ້ກຳນົດດັ່ງກ່າວຄວນໄດ້ຮັບການປັບປຸງ ແລະ ດັດແກ້ແຕ່ລະໄລຍະເມື່ອມີຄວາມຈຳເປັນ. ການເຄື່ອນໄຫວດັ່ງກ່າວນີ້ຕ້ອງມີການ ຮວ່ມມືຢ່າງໃກ້ສິດກັບຂະແໜງການອື່ນໆ ທີ່ກ່ຽວຄອງທັງພາກລັດ, ເອກະຊົນ ແລະອົງການຈັດຕັ້ງສາກົນ

1.3  ຕ້ອງສະໜອງຊັບພະຍາກອນທີ່ຈຳເປັນ ແລະ ສົມເຫດສົມຜົນ ໃຫ້ກົມອາຫານ ແລະ ຢາ ເພື່ອສາມາດເຄື່ອນໄຫວຈັດຕັ້ງປະຕີບັດ ກົດໝາຍໃຫ້ມີຜົນສັກສິດ

1.4  ກົມອາຫານ ແລະ ຢາຕ້ອງປະສານງານຢ່າງໃກ້ສິດກັບຂະແໜງການອື່ນໆ ທີ່ກ່ຽວຄອງ ທີ່ມີສ່ວນຮັບຜິດຊອບໃນການຈັດຕັ້ງປະຕິບັດກົດໝາຍໃຫ້ມີຜົນສັກສິດ

1.5  ການຈັດຕັ້ງປະຕິບັດກົດໝາຍ, ຂໍ້ກຳນົດດ້ານຢາ ແລະ ຜະລິດຕະພັນການແພດຕ້ອງຖືກຕິດຕາມ ໂດຍຜ່ນການນຳໃຊ້ການຊີ້ວັດທີ່ເໝາະສົມ. ຂ້າງເທິງ

2 ການຂັດເລືອກຢາ

ຈຸດປະສົງ: ເພື່ອຕອບສະໜອງຄວາມຕ້ອງການ ດ້ານສຸຂະພາບຂອງປະຊາຊົນ ດ້ານການຄັດເລື່ອກຢາທີ່ເໝາະສົມ

         ໂດຍອິງໃສ່ ແນວຄວາມຄິດກ່ຽວກັບຢາພື້ນຖານ.

2.1 ການຄັດເລືອກຢາເພື່ອສ້າງເປັນບັນຊີຢາພື້ນຖານແຫ່ງຊາດມີ:

    ● ອີງໃສ່ສະພາບການເປັນພະຍາດ, ອັດຕາການຕາຍ, ປື້ມຄູ່ມືມາດຕະຖານດ້ານການປິ່ນປົວ ແລະ ແນວ

       ຄວາມຄິດກ່ຽວກັນຢາພື້ນຖານຂອງອົງການອານາໄມໂລກ. ເງື່ອນໄຂສຳຄັນທີ່ຕ້ອງອີງໃສ່ແມ່ນ:

-    ຄຸນນະພາບ
-    ຄວາມປອດໄພ
-    ປະສິດທິພາບ
-    ຈຸດດີໃນການປິ່ນປົວ
-    ລາຄາ

●   ດໍາເນີນໂດຍຄະນະກຳມະການທີ່ຖືກແຕ່ງຕັ້ງ ຈາກກະຊວງສາທາລະນະສຸກ ເຊິ່ງໄດ້ມີການປຶກສາຫາລືກັບບັບດາຊ່ຽວຊານທີ່ກ່ຽວຂ້ອງຢູ່ໃນທຸກຂັ້ນ ແລະ ຂະແໜງການທີ່ກ່ຽວຂ້ອງ

2.2   ຢາທີ່ໄດ້ຖືກຄັດເລືອກແລ້ວ ຕ້ອງລວບລວມອອກມາເປັນບັນຊີຢາພື້ນຖານແຫ່ຊຊາດ ຊິ່ງບັນຊີດັາງກ່ວາຈະຕ້ອງຖືກປັບປຸງ ແລະ ຄັດເລືອກ ແລະ ດັດແກ້ຢ່າງເປັນປົກກະຕິ ແລະ ຕິດພັນ ກັບການປັບປຸງຄູ່ມືມາດຕະຖານການປິ່ນປົວ, ໃຫ້ໄດ້ຢ່າງໜ້ອຍ 04 ປີຕໍ່ຄັ້ງ.

2.3  ການສະໜອງຢາຢູ່ຂົງເຂດ ຕ້ອງ ແມ່ນຢາ ທີ່ໄດ້ຈົດທະບງນຢູ່ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກແລ້ວເທົ່ານັ້ນ ແລະ ເປັນຢາທີ່ນອນຢູ່ໃນ ບັນຊີຢາພື້ນຖານ (ຍົກເວັ້ນບາງກໍລະນິພິເສດເຊັ່ນ: ຢາທີ່ ແພດຢູ່ໃນໂຮງໝໍຈຳເປັນຕ້ອງໃຊ້….)

2. 4 ບັນຊີພື້ນຖານແຫ່ງຊາດ ຕ້ອງຖືກແຈກຢາຍໃຫ້ພະໜັກງານສາທາລະນະສຸກ ຢ່າງທົ່ວເຖິງລວມທັງສະຖາບັນຕ່າງໆ ທີ່ຮັບຜິດຊອບໃນການອົບຮົມພະນັກງານສາທາລະນະສຸກ ຢູ່ພາຍໃນປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ.

2.5  ບັນຊີຢາພື້ນຖານແຫ່ງຊາດປະກອບດ້ວຍທຸກໆຊະນິດຢາທີ່ຖືກຄັດເລືອກໃຫ້ນຳໃຊ້ຢູ່ໃນຂົງເຂດລັດ.

ບັນຊີນີ້ຈະຖືກຈັດແບ່ງໂດຍອ່ງຕາມລຳດັບຂອງການນຳໃຊ້ ແລະ ລະດັບຂອງພະໜັກງານທີ່ໄດ້ຝືກອົບຮົມ, ຕາມຂັ້ນຕອນຕໍ່ໄປນີ້:

ສ = ຢາສຳລັບໃຊ້ຢູ່ຂັ້ນສູນກາງ.
ຂ = ຢາສຳລັບໃຊ້ຢູ່ຂັ້ນແຂວງ.
ມ = ຢາສຳລັບໃຊ້ຢູ່ໃນຂັ້ນເມືອງ.
ລ = ຢາສຳລັບໃຊ້ຢູ່ໃນສຸກສາລາ
ບ = ຢາສຳລັບໃຊ້ຢູ່ຂັ້ນບ້ານ.

ບັນຊີຢາສຳລັບເພີ້ມແຕ່ລະປະເພດ ຄວນຈະຕ້ອງຖືກສ້າງຂື້ນເມື່ອມີຄວາມຈຳເປັນ. ຂ້າງເທິງ

3. ການກຳນົດຊື່ຢາ

ຈຸດປະສົງ: ເພື່ອຕອບສະໜອງຢາທີ່ມີປະສິດທິພາບ ມີຄວາມປອດໄພ, ມີຄຸນນະພາບດີ ແລະ ລາຄາທີ່ສົມເຫດສົມຕໍ່ຜູ້ຊົມໃຊ້

ໂດຍການສົ່ງເສີມຜະລິດຕະພັນຢາທີ່ມີຊື້ເອກະພາບສາກົນ.

3.1  ການຄັດເລືອກຢາຕ້ອງອິງໃສ່ຢາທີ່ເປັນຊື່ເອກະລັກສາກົນເທົ່ານັ້ນ.

3.2 ຊື່ເອກະພາບສາກົນແມ່ນຈົດຕາມຊື່ທີ່ໄດ້ຈົດທະບຽນຢາ ແລະ ໃຫ້ມີການຫຸ້ມຫໍ່ ແລະ ຕິດສະຫຼາກຢາເປັນຊື່ເອກະພາບສາກົນ

3.3  ກະຊວງສາທາລະນະສຸກສົ່ງເສີມການຂຽນໃບສັ່ງຢາ ຫຼື ໃບສັ່ງແພດ ເປັນຊື່ເອກະພາບສາກົນ.

3.4  ກະຊວງສາທາລະນະສຸກສົງເສີມການຂຽນຊື່ຢາເປັນຊື່ເອກະພາບສາກົນ ໃນເວລາຈ່າຍຢາ ແລະ ຕິດສະຫຼາກຢາ ເພື່ອຮັບປະກັນການຫຸ້ມຫໍ່ ແລະ ການຕິດສະຫຼາກຢາທີ່ເໝາະສົມ.

3.5  ການຂື້ນບັນຊີຢາ ແລະ ການວາງແຜ່ນຢູ່ໃນທຸກໆສະຖານທີ່ບໍລີການດ້ານສາສາລະນະສຸກຕ້ອງນຳໃຊ້ຊື່ຢາເປັນຊື່ເອກະພາບສາກົນ.

3.6  ຊື່ເອກະຊົນພາບສາກົນຕ້ອງໄດ້ນຳໃຊ້ໃນການຜະລິດ, ສະໜອງ ແລະ ຈັດຫາຢູ່ໃນຂົງເຂດລັດ ແລະ ເອກະພາບສາກົນ.

3.7  ກະຊວງສາທາລະນະສຸກສົ່ງເສີມການປ່ຽນແທນຊື່ຢາເປັນຊື່ເອກະພາບສາກົນ. ຂ້າງເທິງ

4.    ການຮັບປະກັນຄຸນນະພາບຢາ, ລວມທັງການຂື້ນທະບຽນຢາ, ການອອກອະນຸຍາດດຈຳໜ່າຍ ແລະ ການຕິດຕາມ ກວດກາຄຸນນະພາບຢາ.

ແນວຄວາມຄິດກ່ຽວກັບ ”ການຮັບປະກັນຄຸນນະພາບຢາ ແມ່ນກ້ວາງຂວາງໃນນັ້ນ ລວມເອົາທຸກບັນຫາທີ່ມີຜົນກະທົບຕໍ່ຄຸນນະພາບຂອງຜະລິດຕະພັນຢາ ໂດຍທາງກົງ ຫຼື ທາງອ້ອມ. ມັນແມ່ນທຸກຮູບການທີ່ຈຸດໝາຍແນໃສ່ຮັບປະກັນໃຫ້ຜະລິດຕະພັນຢາມີຄຸນນະພາບ ແລະ ຮັບປະກັນໃນການນຳໃຊ້.

ດັ່ງນັ້ນ. ການຮັບປະກັນຄຸນນະພາບຢາຈິ່ງມີການພົວພັນເຖິງ ກົດໝາຍ, ການຈົດທະບຽນ, ການກວດກາ,ການອອກອະນຸຍາດ, ການເຝົ້າລະວັງຕິດຕາມກ່ອນ ແລະ ຫຼັງຈຳໜ່າຍ, ອົງປະກອບຂອງການຈັດຫາຢາ, ການຈໍລະຈອນແຈກຢາຍ,ການຮັກສາ,ຫຼັກການ ການຜະລິດຢາທີດີ ແລະປັດໃຈອື່ນໆ.

ຈຸດປະສົງ: ເພື່ອຮັບປະກັນໃຫ້ຢາທີ່ອະນຸຍາດຈຳໜ່າຍໃນທ້ອງຕະຫຼາດມີຄວາມປອດໄພ, ມີປະສິດທິພາບ ແລະ ມີຄຸນນະພາບ ຕ້ອງ ການປະເມີນຜົນ, ການຈົດທະບຽນຢາ, ກວດກາ ແລະ ການອອກອະນຸຍາດ ໃນການສ້າງຕັ້ງທຸລະກິດຢາ. ລວມທັງການສົ່ງເສີມ ການຜະລິດຢາພາຍໃນປະເທດໃຫ້ໄດ້ມາດຕະຖານການຜະລິດທີ່ດີເທື່ອລະກ້າວ.

4.1  ຢາທຸກສນິດທີ່ວ່າງຈຳໜ່າຍຢູ່ທ້ອງຕະຫຼາດ ໃນ ສປປ ລາວ  ( ຢາທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າ ) ຈະຕ້ອງຖືກປະເມີນຜົນ ແລະ ຈົດທະບຽນຢາໂດຍກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເງື່ອນໄຂການປະເມີນຜົນແມ່ນອີງໃສ່ຄຳແນະນຳຂອງອົງການອາໄມໂລກ ກ່ຽວກັບການຈົດທະບຽນຕາມຊື່ເອກະພາບສາກົນ (1).

4.2  ການຈົດທະບຽນຢາທີ່ນອນຢູ່ໃນບັນຊີຢາພື້ນຖານຕ້ອງຖືເປັນບັນຫາບູລິມາສິດ.

4.3  ຢາທີ່ໄດ້ຜ່ານການຈົດທະບຽນຢູ່ ສປປ ລາວ ແລະ ເຫັນວ່າບໍ່ຮັບປະກັນປະສິດທິພາບ, ບໍ່ມີຄວາມປອດ ຫຼື ຖືກຖອນອອກຈາກຕະຫຼາດຢູ່ບາງປະເທດແລ້ວ ຈະຕ້ອງຖືກຖອນອອກຈາກຕະຫຼາດຢູ່ ສ ປ ປ ລາວ.

4.4  ເພື່ອຈົດທະບຽນຜະລິດຕະພັນຢາທີ່ນຳເຂົ້າ ກະຊວງສາທາລະນະສຸກ ນຳໃຊ້ລະບົບການຢັ້ງຢືນຄຸນນະພາບຂອງອົງການອານາໄມໂລກ ກ່ຽວກັບຄຸນນະພາບຂອງຜະລິດຕະພັນຢາທີ່ຈໍລະຈອນຢູ່ໃນການຄ້າຂອງສາກົນ.

4.5  ກະຊວງສາທາລະນະສຸກຈະຕ້ອງນຳໃຊ້ຕາໜ່າງລະບົບເຄືອຂ່າຍ( networks) ໃນປັດຈຸບັນລະຫ່ວາງອົງການຄຸ້ມຄອງຢາເຊັ່ນ ອົງການຄຸ້ມຄອງດ້ານການຢາ ຂອງອົງການອານາໄມໂລກ (WHODRA) ແລະ ລະບົບການແລກປ່ຽນດ້ານຢາທາງເອເລັກໂຕຮນິກຂອງບັນດາປະເທດຢູ່ໃນຂົງເຂດປາຊີຟິກຕາເວັນຕົກ ເພື່ອຮັບຄຳແນະນຳ ແລະ ຂໍ້ມູນກ່ຽວກັບການຄຸ້ມຄອງຢາຢູ່ປະເທດອື່ນໆ.

4.6  ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກເປັນຜູ້ອອກອະນຸຍາດ ດ້ານວິຊາການເພື່ອດຳເນີນທຸລະກິດດ້ານຢາ, ກ່ອນການດຳເນີນການເຄື່ອນໄຫວ ການອອກໃບອະນຸຍາດແມ່ນອິງຕາມເງື່ອນໄຂທີ່ກຳນົດຢູ່ໃນຂໍ້ກຳນົດທີກ່ຽວຂ້ອງ ແລະ ອີງຕາມຜົນການກວດກາໂດຍກົມອາຫານ ແລະ ຢາ, ຂະແໜງອາຫານ ແລະ ຢາແຂວງ ກຳແພງນະຄອນ ແລະ ເຂດພິເສດ ຊື່ງຈະຕ້ອງໄດ້ດຳເນີນການ ກວດກາເປັນປົກກະຕິທຸກໆຫົວໜ່ວຍທຸລະກິດກ່ຽວກັບຢາ.

4.7  ເພື່ອຮັບປະກັນຄຸນນະພາບພະລິດຕະພັນຢ່າງພຽງພໍ່, ກະຊວງສາທາລະນະສຸກຕ້ອງນຳໃຊ້ຂໍ້ກຳນົດ ແລະ ຄູ່ມືປັດຈຸບັນ ກ່ຽວກັບການຜະລິດທີ່ດີ, ສໍາລັບໂຮງງານຜະລິດຢາພາຍໃນປະເທດ.

4.8  ຄຸນນະພາບຂອງຢາຢູ່ທ້ອງຕະຫຼາດຕ້ອງໄດ້ຮັບການຕິດຕາມຢ່າງຕໍ່ເນື່ອງ:

      ●  ຂະແໜງອາຫານ ແລະ ຢາ ຈະຕ້ອງກວດກາຕ່ອງໂສ້ຂອງການຈໍລະຈອນແຈກຢາຍ ( ຜູ້ຂາຍຍົກ, ຜູ້ຜະລິດ,ສາງເກັບຮັກສາ ແລະ ຮ້ານຂາຍຢາຢູ່ທຸກຂັ້ນ,ທັງຂົງເຂດລັດ ແລະ ຂົງເຂດເອກະຊົນ)

      ●  ສູນວິໄຈອາຫານ ແລະ ຢາ ຕ້ອງກວດກາ ແລະວິໄຈຢາຕົວແບບ ຕາມແຜ່ນການປະຈຳປີເພື່ອເຝົ້າລະວັງ ແລະ ຕິດຕາມຄຸນນະພາບຢາຫຼັງຈາກການວາງຈຳໜ່າຍ.

4.9  ກົມອາຫານ ແລະ ຢາ ຕ້ອງບູລະນະຮັກສາ ລະບົບຂໍ້ມູນຄອມພິວເຕີ ທີ່ນຳໃຊ້ສຳລັບການຈົດທະບຽນຢາ ແລະ ການອອກອະນຸຍາດ ຂອງທຸກການເຄື່ອນໄຫວກ່ຽວກັນການຢາ.

4.10  ກະຊວງສາທາລະນະສຸກຈະຕ້ອງໄດ້ແກ້ໄຂບັນຫາຢາປອມແປງດ້ວຍການນຳໃຊ້ເຄື່ອງມື ທີ່ພັດທະນາຢູ່ພາ

ຍໃນປະເທດແລະ ອົງກອນອານາໄມໂລກ ( 2 ) ໂດຍການຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດ,ພາສີ,ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ແລະອົງການຄຸ້ມຄອງຂອງຕ່າງປະເທດ.

4.11  ສູນວິໄຈອາຫານ ແລະ ຢາ ແຕ່ລະຂັ້ນຕ້ອງໄດ້ຮັບງົບປະມານຕາມຄວາມຕ້ອງການທີ່ຈຳເປັນ ເພື່ອເຄື່ອນໄຫວວຽກງານກວດກາວິໄຈຄຸນນະພາບຢາ.

4.12  ລະບົບການຈັດຕັ້ງຢາຂອງຂົງເຂດລັດ ຕ້ອງມີກົນໄກການຄັດເລືອກ ແລະ ຕິດຕາມຜູ້ສະໜອງທີ່ ມີຄຸນນະພາບ,ມີການເຄື່ອນໄຫວທີ່ດີ ແລະ ມີຄວາມເຊື່ອຖືໄດ້.

4.13  ກົມອາຫານ ແລະ ຢາ ແລະ ສູນວິໄຈອາຫານ ແລະ ຢາ ມີສິດເກັບທຳນຽມການອອກອະນຸຍາດ,ການຈົດທະບຽນຢາ ແລະກວດກາຄຸນນະພາບຢາ ແລະ ມີພັນທະມອບເຂົ້າງົບປະມານຕາມລະບຽບວາງອອກ.

4.14  ກົມອາຫານ ແລະ ຢາ ອອກກວດສານອາຫານ ແລະ ຢາ ຢ່າງເປັນປົກກະຕິ, ວາລະສານດັ່ງກ່າວຈະຕ້ອງບັນຈຸຂໍ້ນຂ່າວສານກ່ຽວກັບຢາທີ່ໄດ້ຂື້ນທະບຽນໃໝ່, ຜົນໄດ້ຮັບຂອງການກວດກາ ວິໄຈຢາຂອງສູນວິໄຈອາຫາ ແລະ ຢາ, ຂໍ້ມູນກ່ຽວກັບການນໍາໃຊ້ຢາທີ່ຖືກຕ້ອງ ແລະ ບັນຫາອື່ນໆ ກ່ຽວກັບຂໍ້ກຳນົດລະບຽບຕ່າງ. ຂ້າງເທິງ

5. ການສົ່ງເສີມການໂຄສະນາ.

ຈຸດປະສົງ:    ເພື່ອປັບປຸງການນຳໃຊ້ຢາຢ່າງສົມເຫດສົມຜົນໂດຍຜ່ານການນຳໃຊ້ຫຼັກການຈັນຍາບັນສຳລັບການສົ່ງເສີມການໂຄສະນາຢາ

5.1  ກະຊວງສາທາລະນະສຸກຮັບປະກັນວ່າການໂຄສະນາ ຢາ ແລະ ຜະລິດຕະພັນການແພດຕ້ອງອີ່ງໃສ່ຂໍ້ມູນວິທະຍາສາດທີ່ຈະແຈ້ງ ແລະ ການໂຄສະນາຕໍ່ມວນຊົນຕ້ອງເປັນລັກຊະນະເປັນການສືກສາອົບຮົມ ແລະ  ອະນຸຍາດໃຫ້ໂຄສະນາສະເພາະແຕ່ຢາທີ່ບໍ່ຈຳເປັນມີໃບສັ່ງຂອງແພດ ( OTC ) ເທົ່ານັ້ນ.

5.2  ກະຊວງສາທາລະນະສຸກຮັບຮອງເອົາທຸກ ກິດຈະກຳ ແລະ ວັດຖຸ ທີ່ຮັບໃຊ້ ໃນການເຄື່ອນໄຫວ ການສົ່ງເສີມການໂຄສະນາ ໂດຍອີ່ງໄສ່ກົດໝາຍ ແລະ ຂໍ້ກຳນົດກົດລະບຽບ ທີ່ນຳໃຊ້ຢູ່ໃນປັດຈຸບັນ ພາຍໃນປະເທດ ແລະ ຫຼັກການຈັນຍາບັນຂອງອົງການອານາໄມໂລກ ເພື່ອສົ່ງເສີມການໂຄສະນາ ຢາ ( 4 ).

5.3  ວັດຖຸປະກອບສຳລັບການສົ່ງເສີມ ແລະ ການໂຄສະນາ ຢາ ຕ້ອງຖືກກວດກາ ແລະ ປະເມີນຜົນ ໂດຍກົມອາຫານ ແລະ ຢາ ຢູ່ໃນຂັ້ນຕອນ ຂອງການຈົດທະບຽນຢາ. ຖ້າຫາກມີປັນຫາທາງດ້ານການແພດ ນອກເໜືອທີ່ໄດ້ກຳນົດໄວ້ ຢູ່ໃນເອກະສານທີ່ຜ່ານການຮັບຮອງຈົດທະບຽນຢາແລ້ວນັ້ນ, ຈະບໍ່ອະນຸຍາດໃຫ້ນຳເອົາວັດຖຸນັ້ນໄປໂຄສະນາ.

5.4  ຂະແໜງອາຫານ ແລະ ຢາ ຕ້ອງຕິດຕາມ ກວດກາ ຢ່າງລຽນຕິດ ບັນດາກິດຈະກຳທີ່ຜົວພັນເຖີ່ງວຽກງານສົ່ງເສີມການໂຄສະນາ. ຂ້າງເທິງ

ການສະໜອງຢາ: ການຈັດຫາ, ການຈໍລະຈອນແຈກຢາຍ ແລະ ການເກັບຮັກສາຢາ

ຈຸດປະສົງ:   ເພື່ອສະໜອງ ແລະ ຈໍລະຈອນແຈກຢາຍຢາທີ່ໄດ້ຮັບປະກັນຄຸນນະພາບ, ປະສິດທິພາບແລະຄວາມປອດໄພໃນເວລາຕ້ອງການ, ໃນປະລີມານທີ່ເໝາະສົມ, ມີລາຄາສົມເຫດ ສົມຜົນ ແລະ ເພື່ອຮັບປະກັນຄຸນນະພາບຂອງຢາເຫຼົ່ານີ້ມີຄວາມຄົງຕົວໃນເວລາຂົ່ງສົ່ງ ແລະ ເກັບຮັກສາ ຕະຫຼອດການອາຍຸນຳໃຊ້ຂອງຢາ, ເພື່ອຫຼຸດຜ່ອນການເສຍຫາຍທີ່ບໍ່ຈໍາເປັນ

6.1  ການຈັດຫາຢາ ຈາກຜູ້ສະໜອງ ຫຼື ຜູ້ຜະລິດ ໃນຂົງເຂດລັດຕ້ອງມີການລວມສູນ. ການສ້າງແຜ່ນຄວາມຕ້ອງການດ້ານຢາຕ້ອງມີການກະຈາຍ ຊື່ງດຳເນີນໂດຍ ຂັ້ນບ້ານ, ຂັ້ນເມືອງ ແລະ ອຸປະກອນການແພດ ເພື່ອການຈັດຫາໃຫ້. ສູນສະໜອງຢາ - ອຸປະກອນການແພດ ຈະດຳເນີນການປະມູນ ໂດຍອີ່ງໃສ່ ແຜ່ນຄວາມຕ້ອງການທັງໝົດທົ່ວປະເທດ. ສູນສະໜອງຢາ  - ອຸປະກອນການແພດ ຈະແຈ້ງໃຫ້ບັນດາແຂວງຊາບ ກ່ຽວກັບຜູ້ສະໜອງທີ່ໄດ້ຮັບອະນຸຍາດ ແລະ ລາຄາຂອງແຕ່ລະຜະລິດຕະພັນ ບັນດາແຂວງຈະຊື້ຢາໂດຍກົງຈາກຜູ້ສະໜອງທີ່ຮັບອະນຸຍາດໃນລາຄາທີ່ຮັບຮອງແລ້ວ.

6.2  ຄູ່ມືແນະນຳການສະໜອງຢາ (ການປະມູນແບບສາກົນອອກ) ຈະຕ້ອງຖືກກຳນົດອອກ

6.3  ການສະໜອງຢາສຳລບຂົງເຂດລັດຈະດຳເນີນ ໂດຍວິທີການປະມູນ. ຜູ້ສະໜອງ ແລະ ຜູ້ຜະລິດທີ່ເຂົ້າຮ່ວມ ໃນການປະມູນຕ້ອງມີຄວາມສາມາດພຽງພໍ ໃນການຕອບສະໜອງຕາມເງື່ອນໃຂທີ່ກະຊວງສາທາລະນາສຸກກຳນົດອອກ. ໂຮງງານຜະລິດຢາຢູ່ພາຍໃນປະເທດ ຕ້ອງໄດ້ຮັບບູລິມະສິດ. ການສະໜອງຢູ່ທ້ອງຖິ່ນ ແລະ ສູນການງຊິ່ງປະນຳໃຊ້ເງິນຂອງກອງທືນຢາໝູນວຽນຕ້ອງອີ່ງໃສ່ບັນຊີຢາຈຳເປັນພື້ນຖານ ແລະ ຜູ້ສະໜອງທີ່ໄດ້ຮັບການຄັດເລືອກ ໂດຍຜ່ານການປະມູນ

6.4  ການສະໜອງ ແລະການຈໍລະຈອນແຈກຢາຍຢາຕ້ອງອີ່ງໃສ່ປື້ມຄູ່ມືແນະນຳ ວິທີການໃນການັດຫາ ແລະ ຂໍລະຈອນແຈກຢາຍຈຳເປັນພື້ນຖານໃນການສະໜອງຢາຢູ່ໃນ ສ ປ ປ ລາວ ແລະ ປື້ມຄູ່ມື ແນະນຳ ການຄຸ້ມຄອງການສະ ໜອງຢາ ແລະ ອຸປະກອນການແພດ.

6.5  ນອກຈາກການສະໜອງຢາຈາກງົບປະມານຂອງລັດ ແລະ ຈາການຊ່ວຍເຫຼືອແລ້ວ, ຕ້ອງໄດ້ພັດທະນາລະບົບກອງທືນຢາໝູນວຽນ ຢູ່ທຸກລະດັບເພື່ອສະໜອງຢາໃຫ້ທົ່ວເຖີ່ງ. ການເກັບເງິນຄືນຄ່າຢາ ແລະ ຄ່າບໍ່ລິການທາງດ້ານການແພດຕ່າງໆ. ຈາກຄົນເຈັບ ແມ່ນນອນຢູ່ໃນນະໂຍບາຍລວມຂອງລັດ ຂັ້ນຕອນຕ່າງໆ ກ່ຽວກັບການເກັບເງິນຄືນ ຈະຕ້ອງປະຕິບັດຕາມ ປື້ມຄູ່ມື ແນະນໍາຂອງກະຊວງສາທາລະນະສຸກ ກ່ຽວກັບກອງທືນໝູນວຽນ ທີ່ໄດ້ກຳນົດອອກ.

6.6  ຢາທີ່ສະໜອງຢູ່ໃນຂົງເຂດລັດມີແຕ່ຢາທີ່ຈົດທະບຽນແລ້ວ ແລະ ຢາທີ່ນອນຢູ່ໃນບັນຊີຢາຈຳເປັນພື້ນຖານ ເທົ່ານັ້ນ.

6.7  ຢາທີ່ຈະສະໜອງນັ້ນ ຕ້ອງໃສ່ຊື່ເອກະສານສາກົນ ແລະ ຕ້ອງໃຫ້ບູລິມະສິດແກ່ ໂຮງງານຜະລິດຢາພາຍໃນ, ບໍລິສັດຢານຳເຂົ້າ - ສົ່ງອອກຂອງລັດ, ລັດ - ຫຸ້ນສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນອື່ນໆ.

6.8  ລັດຖະບານຄວນຈະຍົກເວັ້ນພາສີ ຫຼື ຫຼຸດຜ່ອນພາສີ ນຳເຂົ້າຢາຈຳເປັນພື້ນຖານທີ່ບໍ່ສາມາດ ທີ່ຜະລິດພາຍໃນປະເທດ ແລະການນຳເຂົ້າວັດຖຸດິບທີ່ຮັບໃຊ້ໃນການຜະລິດ.

6.9  ລັດຖະບານຄວນພະຍາຢາມຕອບສະໜອງງົປະມານທີ່ບໍ່ພໍເພື່ອຈັດຫາ ແລະ ຂໍລະຈອນແຈກຢາຍ ຢາ ຈຳເປັນພື້ນຖານຢູ່ໃນຂົງເຂດດລັດ.

6.10 ສຳລັບຂົງເຂດລັດ, ລັດຈະພາຍາຢາມຕອບສະໜອງສະຖານທີ່ໃນການເກັບຮັກສາຢາ, ອຸປະກອນການແພດ ທີ່   ເໝາະສົມ ທີ່ເໝາະສົມ ແລະ ຕອບສະໜອງພະໜັກງານທີ່ເຮັດວຽກກ່ຽວກັບການຄຸ້ມຄອງການສະໜອງຢາທຸກລະດັບຂັ້ນຂອງລະບົບຮັກສາສຸຂະພາບ ຢ່າງເໝາະສົມ.

6.11  ກະຊວງສາທາລະນະສຸກ ຈະພັດທະນາຄູ່ມືແນະນຳ ແລະ ຂໍ້ກຳນົດກ່ຽ%ກັບການຄຸ້ມຄອງການສະໜອງຢາສຳລັບທັງຂົງເຂດລັດ ແລະ ເອກະຊົນ ຕອບສະໜອງການຝືກອົບຮົມພະນັກງານການຢາຢູ່ທຸກຂົງເຂດ ແລະ ທຸກຂັ້ນ ເພື່ອປັບັຸງການບໍລີການແລະ ຕ້ອງເໜັນໜັກໃສ່ການຝືກອົບຮົມກ່ຽວກັບການຂາຍຢາທີ່ດີ.

6.12  ກະຊວງສາທາລະນະສຸກສືບຕໍ່ຊີ້ນຳ ແລະ ຕິດຕາມລະບຽບການສະໜອງຢາ.

6.13  ຢາທີ່ໄດ້ຮັບການຊ່ວບເຫຼືອ ມີຄວາມຈຳເປັນຕ້ອງໄດ້ຮັບການເຫັນດີຈາກກະຊວງສາທາລະນະສຸກກ່ອນ. ຢາຊ່ວຍເຫື່ອຕ້ອງນອນຢູ່ໃນຢາທີ່ຈຳເປັນພື້ນຖານຂອງ ສ ປ ປ ລາວ ແລະ ຕ້ອງຈົດທະບຽນຢູ່ໃນປະເທດຜູ້ຜະລິດຕົ້ນທາງແລ້ວ. ເມື່ອມາເຖີງ ສ ປ ປ ລາວ ອາຍຸຂອງຢາຕ້ອງຍັງເຫຼືອຢູ່ 18 ເດືອນ. ລັດຖະບານຄວນນຳໃຊ້ປື້ມຄູ່ມືແນະນຳຂອງອົງການອານາໄມໂລກ ກ່ຽວກັບຢາຊ່ວບເຫຼືອຊິ່ງຕ້ອງແຈກຢາຍໃນອົງການຈັດຕັ້ງຕ່າງໆ ແລະ ຈະພັດທະນາປື້ມຄູ່ມື ແຫ່ງຊາດກ່ຽວກັບຢາຊ່ວຍເຫືອ.

6.14 ຢູ່ໃນສະຖານທີ່ການບໍລິການຂອງລັດ ປະຊາຊົນຜູ້ທຸກຍາກຈະໄດ້ການຍົກເວັ້ນໃນການຈ່າບຄ່າຢາຈຳເປັນພື້ນຖານ.

6.15  ການແກ້ໄຂຢາທີ່ບໍ່ຕ້ອງການນຳໃຊ້ ຕ້ອງມີມາດຕະການທີ່ເໝາະສົມ ໂດຍໃຫ້ສອດຄ່ອງກັບ ທິດຊີ້ນຳຂອງອົງການອານາໄມໂລກ 

6.16  ເພື່ອແກ້ໄຂບັນຫາອັນບໍ່ດີ ຊິ່ງອາດເກີດມາຈາກ ຂໍ້ຕົກລົງທາງດ້ານການຄ້າຊິງພົວພັນເຖິ່ງການປົກປ້ອງລິຂະສິດທາງດ້ານຊັບສິນທາງປັນຍາ ( TRIPS ) ກ່ຽວກັບການມີຢາຈຳໜ່າຍເປັນພື້ນຖານ ແລະ ໃນລາຄ່ທີ່ເໝາະສົມ, ເມື່ອມີຄວາມຈຳເປັນລັດຖະບານຄວນສະເໜີຕໍ່ສະພາແຫ່ງຊາດເພື່ອປັບປຸງກົດໝາຍທີ່ກ່ຽວຂ້ອງໂດຍການສະເໜີຕາມຂັ້ນຕອນ, ພ້ອມກັນນັ້ນ ຄວນອະນຸຍາດໃຫ້ນຳເຂົ້າ, ແລະ ໃຫ້ມີການມາຈົດທະບຽນຢ່າງຖືກຕ້ອງ (ໂດຍການຍື່ນແບບຟອມຄຳຮ້ອງຂໍຈົດທະບຽນຢາທີ່ມີລິຂະສິດນັ້ນ ເປັນຊື່ເອກະພາບສາກົນ) ພາຍໃຕ້ເງື່ອນໄຂທີ່ໄດ້ກຳນົດໄວ້ຢູ່ໃນຂໍ້ຕົກລົງທາງດ້ານການຄ້າ ທີ່ພົວພັນເຖິງການປົກປ້ອງລິຂະສິດດ້ານຊັບສິນທາງປັນຍາ. ຂ້າງເທິງ

7. ການນໍາໃຊ້ຢາຢ່າງສົມເຫດສົມຜົນ

ຈຸດປະສົງ: ເພື່ອຮັບປະກັນໃຫ້ຢາທີ່ຖືກສັ່ງຈ່າຍ, ຈ່າຍ ແລະ ນຳໃຊ້ ຢ່າງສົມເຫດ ສົມຜົນ ເພື່ອໃຫ້ມີປະສິດທິຜົນສູງໃນການກັນ, ປິ່ນປົວຄົນເຈັບ ແລະ ເພື່ອຫລຸດຜ່ອນການຕົກເຮ່ຍເສຍຫາຍ, ການສີ້ນເປືອງ ແລະ ອັນຕະລາຍທີ່ເກີດຈາກການປະຕິບັດທີ່ບໍ່ສົມເຫດຜົນ.

7.1 ການສືກສາ ແລະ ການຝຶກອົບຮົມ

7.1.1 ຫລັກສູດການສິດສອນຢູ່ຄະນະວິທະຍາສາດການແພດ ແລະ ຫລັກສູດອື່ນໆ ກ່ຽວກັບການຝຶກອົມຮົມພະນັກງານສາທາລະນະສຸກຢູ່ທຸກຂັ້ນ ທີ່ຮັບໃຊ້ວຽກງານການບົ່ງມະຕິພະຍາດ, ການຂຽນໃບສັ່ງຢາ ຫລື ການຈ່າຍຢາ ຕ້ອງຖືກປັບປຸງໃຫ້ສອດຄ່ອງຕາມແນວຄວາມຄິດກ່ຽວກັບຢາຈຳເປັນພື້ນຖານ, ນະໂຍບາຍແຫ່ງຊາດດ້ານຢາ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ແລະ ການນຳໃຊ້ຢາຢ່າງສົມເຫດສົມຜົນ. ຕ້ອງນຳໃຊ້ ຄູ່ມືມາດຕະຖານ ການປິ່ນປົວ ເຂົ້າໃນການຝຶກອົບຮົມພະນັກງານ.

7.1.2 ແຜນງານກວມລວມສໍາລັບການຝຶກອົບຮົມແບບຕໍ່ເນື່ອງໃຫ້ແກ່ພະນັກງານສາທາລະນະສຸກຢູ່ທຸກຂັ້ນ ທີ່ກ່ຽວຂ້ອງກັບ ການບົ່ງມະຕິພະຍາດ, ການຂຽນໃບສັ່ງຢາ ແລະ ການຈ່າຍຢາ ຕ້ອງຖືກພັດທະນາ ແລະ ຈັດຕັ້ງປະຕິບັດ ໂດຍປະສານສົມທົບກັບທຸກແຜນງານດ້ານສາທາລະນະສຸກທີ່ກ່ຽວຂ້ອງ.

7.1.3 ວັດຖຸອຸປະກອນທີ່ເໝາະສົມສໍາລັບຮັບໃຊ້ການຝຶກອົບຮົມກ່ຽວກັບການນໍາໃຊ້ຢາທີ່ສົມເຫດສົມຜົນ ຕ້ອງຖືກພັດທະນາ ເພື່ອນຳໃຊ້ເຂົ້າໃນກິດຈະກຳການສິດສອນ ແລະ ການສຶກສາແບບເລີ່ມຕົ້ນ ແລະ ແບບຕໍ່ເນື່ອງ ໂດຍການປຶກສາຫາລືກັບພະນັກງານສາທາລະນະສຸກຢູ່ທຸກຂັ້ນ.

7.1.4 ຕ້ອງພັດທະນາ ຂໍ້ມູນຂ່າວສານກ່ຽວກັບການນຳໃຊ້ຢາຢ່າງຖືກຕ້ອງຕໍ່ມວນຊົນທົ່ວໄປ ແລະ ເໜັ້ນໜັກໃສ່ການປະຕິບັດການກ່ຽວກັບຢາຢ່າງເໝາະສົມ,ການນຳໃຊ້ຢາພື້ນເມືອງທີ່ປອດໄພ ແລະ ການຮັກສາຢາໄວ້ທີ່ປອດໄພ.ຄວນນຳໃຊ້ສື່ຕ່າງໆ ລວມທັງວິທະຍຸກະຈາຍສຽງ ແລະ ໂທລະພາບ ເພືອໃຫ້ການືກສາໃນການນຳໃຊ້ຢາຢ່າງສົມເຫດສົມຜົນ ຕໍ່ມວນຊົນ

7.2      ຂໍ້ມູນຂ່າວສານກ່ຽວກັບຢາ.

7.2.1    ຕ້ອສ້າງເອກະສານອ້າງອິ່ງທາງດ້ານວິທະຍາສາດ ທີ່ເປັນເອກະລາດ ແລະ ໜ້າເຊື່ອຖືໄດ້ໂດຍແນ່ໃສ່ເພື່ອປັບປຸງ ການບົ່ງພະຍາດ, ການຂຽນໃບສັ່ງຢາ ແລະ ຈ່າຍຢາເພື່ອກ້າວໄປສູ້ການນຳໃຊ້ຢ່າງສົມເຫດສົມຜົມ. ເອກະສານດັ່ງກ່າວຕ້ອງນຳໄປແຈກຢາຍເຜີຍແຜ່ລວມທັງຂົງເຂດ ລັດ ແລະ ເອກະຊົນ.

7.2.3   ກົມອາຫານ ແລະ ຢາຕ້ອງພິມເພີ່ຍແຜ່ວາລະສານອາຫານ ແລະ ຢາຢ່າງເປັນປົກກະຕິ, ວາລະສານດັ່ງກ່າວຈະຕ້ອງບັນຈຸຂໍ້ມູນ ກ່ຽວກັບຢາທີ່ໄດ້ຂື້ນທະບຽນໃໝ່, ຜົນໄດ້ຮັບຈາກການກວດກາ, ຜົນໄດ້ຮັບຈາກການກວດກາວິໄຈຢາຂອງສູນວິໄຈອາຫານ ແລະຢາ, ຂໍ້ມູນກ່ຽວັບການນຳໃຊ້ຢາທີ່ຖືກຕ້ອງ ແລະ ບັນຫາກ່ຽວກັບຂໍ້ກຳນົດຕ່າງ. ຕ້ອງແຈກຢາຍວາລະສານ ດັ່ງກ່າວ ໃຫ້ພະໜັກງານທີ່ເຮັດວຽກ ດ້ານສາທາລະນະສຸກທຸກຂັ້ນຢ່າງທົ່ວເຖິ່ງ.

7.2.4   ກະຊວງສາທາລະນະສຸກສືບຕໍ່ເກັບກຳຂໍ້ມູນທີ່ຊັດເຈນກ່ຽວກັບການຳໃຊ້ຍາ. ຂໍ້ມູນດັ່ງກ່າວຕ້ອງຖືກນຳມາປະເມີນຜົນ ແລະ ຕ້ອງແຈ້ງໃຫ້ພະໜັກງານສາທາລະນະສຸກຢູ່ທຸກຂັ້ນ, ຂໍ້ມູນນັ້ນຕ້ອງຖືກນຳໃຊ້ເຂົ້າໃນການຄຸ້ມຄອງລະບົບກາຍສະໜອງຢາໃຫ້ດີກ່າວເກົ່າ ເພື່ອຮຽນຮູ້ ແລະ ດັດແກ້ວິທິການທີ່ບໍ່ຕ້ອງການ ກ່ອການພັດທະນາລະບົບດັ່ງກ່າວ.

7.3     ການຂຽນໃບສັ່ງ.

7.3.1   ຄູູ່ມືມາດຕະການປິ່ຮປົວສະບັບໃໝ່ ແລະ ສະບັບທີ່ມີມາແລ້ວຖືກປັບປຸງຢ່າງເປັນປົກກະຕິ ແລະ ຖືກນຳໃຊ້ເປັນແບບຢ່າງໃນການຂຽນໃບສັ່ງຢາ. ຕ້ອງມີການຕິດຕາມ ແລະ ຮັບປະກັນການນຳໃຊ້ປືມຄູ່ມືມີມາດຕະການປິ່ນປົ່ວຢ່າງເປັນປົກກະຕິໂດຍການນຳໃຊ້ຕົວຊີ້ວັດ ແລະ ການສົ່ງຂ່າວຄືນຕໍ່ທ່ານໝໍຜູ້ຂຽນໃບສັ່ງຢາ ເພືອ ປະເມີນຜົນຂໍ້ມູນກ່ຽວກັບການຢາ.

7.3.2   ກະຊງສາທາລະນະສຸກ ສົ່ງເສີມໃຫ້ພະໜັກງານແພດທຸກຂັ້ນ ຂຽນໃບສັ່ງເປັນຊື່ເອກະສານພາສາສາກົນ.

7.4      ການກະຈາຍ.

7.4.1   ກະຊວງສາທາລະນາສຸກສົ່ງເສີມການຈ່າຍຢາ ແລະ ການໃສ່ສະຫາກຢາທີ່ນຳໃຊ້ຊື່ເອກະພາບສາກົນ ແລະ ຮັບປະກັນການຫຸ້ມຫໍ່ ແລະ ໃສ່ສະຫາກຢ່າງຄົບຖ້ວນ. ຂໍ້ມູນທີ່ກຳນົດຢູ່ໃນສະຫາກຢາ ເວລາຈ່າຍຢາອອກຢ່າງໜ້ອຍຄວນມີດັ່ງນີ້:

-  ຊື່ຄົນເຈັບ.
-  ວັນທີ່ຈ່າຍຢາພ້ອມມື້ກຳນົດການໃຊ້.
-  ຊື່ເອກະສານພາບສາກົນ
-  ຄວາມແຮງຂອງຕົວຢາຕົ້ນຕໍ
-  ປະລີມານຢາທ່ຈ່າຍ
-  ປະລິມານຢາທີ່ໃຊ້ຕໍ່ເທຶ່ອ ແລະ ຕໍ່ວັນໜື່ງໂດຍວິທີຂຽນ ຫຼືເຄື່ອງໝາຍແນະນຳໃນການໃຊ້ຢາທີ່ປິ່ນປົວພະຍາດ

7.4.2   ການແນະນຳຄົນເຈັບໃຫ້ໃຊ້ຢາທີ່ຖືກຕ້ອງແມ່ນສ່ວນໜື່ງຂອງຂັ້ນຕອນໃນການຈ່າຍຢາ ແລະ ເປັນສ່ວນໜື່ງຂອງການສຶກສາ ແລະ ການຝືກອົບຮົມການຈ່າຍຢາ

7.4.3   ສືບຕໍ່ການສົ່ງເສີມການຂາຍຢາທີ່ດີ ( GPP ) ຢູ່ທັງພາງລັດ ແລະ ເອກະຊົນ ແລະ ມີການຕິດຕາມການປະຕິບັດດັ່ງກ່າວໂດຍການນຳໃຊ້ຕົວຊີ້ວັດທີ່ເໝາະສົມ.

7.5     ຄະນະກຳມະການ ແລະ ການປິ່ນປົວ.

7.5.1  ກະຊວງສາທາລະນະສຸກສືບຕໍ່ສົ່ເສີມການສ້າງຕັ້ງຄະນະກຳມະການຢາ ແລະ ການປິ່ນປົວເພື່ອຊູກຍູ້ພະໜັກງານ

ສາທາລະນະສຸກໃຫ້ເຂົ້າໃນວຽກງານຄຸ້ມຄອງຢູ່ໃນກົມກອງ ແລະ ສາຖາບັນຂອງຕົນ ເພື່ອຮັບປະກັນການນຳໃຊ້ຢ່າງສົມ

ເຫດ ສົມຜົນ ແລະ ມີປະສິດທິພາບສູງ.

7.5.2  ຄະນະກຳມະການຢາ ແລະ ການປິ່ນປົວແຕ່ລະຂັ້ນເປັນຜູ້ຮັບຜິດຊອບໃນການຂາດຄະເນຄວາມຕ້ອງການດ້ານຢາຂອງໂຮງໝໍ, ຢາທີ່ຄັດເລືອກ ຕ້ອງຢາທີ່ນອນຢູ່ໃນບັນຊີຢາພື້ນຖານແຫ່ງຊາດ ແລະ ເພື່ອສົ່ງເສີມການນຳໃຊ້ຢາຢ່າງສົມຜົນ ລວມທັງການຝື້ກອົບຮົມກ່ຽວກັບການນຳໃຊ້ຢາ

7.6    ກະຊວງສາທາລະນະສຸກສືບຕໍ່ຄວບຄຸມ ແລະ ສົ່ງເສີມການໂຄສະນາຢາ ເພື່ອຮັບປະກັນການນຳໃຊ້ຢາ ຢາຢ່າງຖືກຕ້ອງ.

7.7   ຄວນສ້າງຕັ້ງສູນພິດເບື່ອແຫ່ງຊາດຂື້ນເພື່ອຮັບຜິດຊອບຕາມກ່ຽວກັບ ຜົນສະທ້ອນທີ່ເກີດຈາກກນນຳໃຊ້ຢາຂອງແພດຕໍ່ຈັບ, ຄົນເຈັບນຳໃຊ້ເອງ ແລະ ກໍລະນີອື່ນໆ.

7.8  ກະຊວງສາທາລະນະສຸກສືບຕໍ່ສ້າງ ແລະ ປັບປຸງ ປື້ມຄູ່ມືມາດຕະຖານການປິນປົວ ສະບັບໃໝ່ ແລະ ສະບັບທີ່ມີຢູ່ແລ້ວໂດຍມີການປືກສາຫາລືຢ່າງກ້ວາງຂວາງເມື່ອມີການພັດທະນາຢາໃໝ໋ຂື້ນແລະ ປັບປຸງບັນຊີຢາຈຳເປັນໄວ້ພ້ອມກັນ.

7.9   ພັດທະນາ ແລະ ປັບປຸງ ປື້ມຄູ່ມືມາດຕະຖານການປິ່ນປົວ ຕ້ອງອິ່ງໃສ່ຫຼັກການທາງວິທະຍາສາດ ແລະ ມີປະສິດທິຜົນທີ່ກຸ້ມຄ່າ.

7.10   ປື້ມຄູ່ມືມາດຕະຖານການປິ່ນປົວ ແລະ ບັນຊີຢາຈຳເປັນພື້ນຖານແຫ່ງຊາດ ຕ້ອງຖືກແຈກຍາຍຢ່າງກ້ວາງຢູ່ພາຍໃນປະເທດແລະ ເປັນສ່ວນໜື່ງຂອງຫຼັກສິດສອນ ນັກສືກສາແພດ, ການຢາ, ທັນຕະແພດ, ພະສາບານແລະອື່ນໆ.

7.11  ສືບຕໍ່ພັດທະນາ ປື້ມຄູ່ມືການນຳໃຊ້ຢາແຫ່ງຊາດ ໂດບອີ່ງໃສ່ ປື້ມຄູ່ມືມາດຕະຖານການປິ່ນປົວ ແລະ ບັນຊີຢາຈຳເປັນພື້ນຖານແຫ່ງຊາດ.

7.12  ລະບົບຄັງປະກັນສຸຂະພາບສຳລັບຂົງເຂດຕ້ອງຖືກເສີມຂະຫບາຍ ເພື່ອທົດແທນເງິນຄືນສຳລັບຢາຈຳເປັນພື້ນຖານທີ່ໄດ້ຈົດທະບຽນແລ້ວ ແລະ ສັ່ງຈ່າຍໂດຍທ່ານໝໍ ຕາມປື້ມຄູ່ມືມາດຕະຖານການປິ່ນປົວ ຂ້າງເທິງ

ຢຸດຖະສາດດ້ານເສດຖະກິດການຢາ

ຈຸດປະສົງ:   ເພື່ອຮັບປະກັນການຢືນຢົງຄົງຕົວທາງດ້ານການເງີນທີ່ຈຳເປັນ ແລະ ສົມເຫດສົມຜົນສຳລັບການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ, ໂດຍສະເພາະການຈັດຊື້ - ຈດຫາ ແລະ ຈໍລະຈອນແຈກຢາຍຢາຈຳເປັນພື້ນຖານທີ່ມີຄຸນນະພາບດີດ້ວຍປະລິມານທີ່ພຽງພໍ, ໃນລາຄາທີ່ເໝາະສົມສຳລັບຂົງເຂດລັດ ແລະ ເພື່ອຄຸ້ມຄອງຕິດຕາມກວດກາຄຸນນະພາບ ແລະ ການນຳໃຊ້ຢູ່ພາຍໃນປະເທດ.

●  ງົບປະມານຂອງລັດທີ່ໄດ້ຈາກລາຍຮັບທົ່ວໄປ

8.1   ສົມທົບກັບກະຊວງທີ່ກ່ຽວຂ້ອງເພື່ອພະຍາຍາມທືນທີ່ຈຳເປັນ ແລະ ສົມເຫດສົມຜົນ ສຳລັບການຈັດຊື້ - ຈັດຫາຢາ ແລະການຈໍລະຈອນແຈກຢາຍຈຳເປັນພື້ນຖານໃນຂົງເຂດ ໂດຍງົບປະມານແຫ່ງຊາດ ແລະ ອີິ່ໃສ່ແຜ່ນຄວາມຕ້ອງການ ແລະ ການປິ່ນປົວພະຍາດ

8.2  ບັນດາແຂວງ ແລະ ເມືອງຕ້ອງໄດ້ຮັດອະນຸມັດງົບປະມານຈາກຄັງຂອງຄົນ ເພືອ   ການຈັກຊື້  -   ຈັດຫາ  ແລະ ຈໍລະຈອນແຈກຢາຍຢາອັນຈຳເປັນພື້ນຖານ.

●  ການເກັບຄ່າຢາຄືນ

8.3    ເນື່ອງຈາກງົບປະມານສຳລັບຂັ້ນສູນກາງ, ແຂວງ ແລະ ເມືອງ ມີຂອບເຂກຈຳກັດ, ຄວນນຳໃຊ້ກົນໄກ ການເກັບຄ່າຢາຄືນເພືອມີເງີນພື່ມເຕີມໃນການສັ່ງຊື້ຢາຈຳເປັນພື້ນຖານເງີນທີ່ໄດ້ຈາກການເກັບຄ່າຢາຈຳເປັນພື້ນຖານຕ້ອງນຳໃຊ້ເຂົ້າເປັນທຶນຂອງກອງທຶນໝູນວຽນຢາ ເພື່ອຢາໃສ່ລະບົບການສະໜອງຢາ.

8.4  ກະຊວງສາທາລະນະສຸກສະໜັບສະໜຸນ ແລະ ສົ່ງເສີມການຜະລິດຢາຂອງຊູມຊົນ ຫຼື ວ່າດ້ວຍແຫຼ່ງທືນຕ່າງທ( ປະຊາຊຊົນ, ຜູ້ໃຫ້ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ).

8.5  ຂະແໜງອາຫານ ແລະ ຢາ ເກັບຄ່າທຳນຽມໃນການຂື້ນທະບຽນຜະລິດຕະພັນ, ການອອກອະນຸຍາດດດຳເນີນຜະລິດຕະພັນການຢາ (ໂຮງງານຜະລິດ, ຜູ້ນຳເຂົ້າຢາ, ຜູ້ສົ່ງອອກຢາ ຜູ້ຂາຍຍົກ ແລະ ຮ້ານຂາຍຢາ) ແລະ ການເກັບຄ່າທຳນຽມສຳລັບວິໃຈ

 ຜະລິດຕະພັນຢາ ໃນຂັ້ນຕອນການຈົດໃນຂັ້ນຕອນການຈົດທະບຽນຢາ, ການເຝົ້າລະຫວງຫຼັງການຈຳໜ່າຍ, ຕາມການສະເໜີຂອງຜູ້ຜະລິດຢາ ແລະ ກົມກອງສະຖາບັນອື່ນໆ ຂະແໜງອາຫານ ລະ ຢາ ຕ້ອງໄດ້ຮັບສ່ວນແບ່ງ ແລະ     ເກັບຮັກສາຄ່າທໍາຽມ ດັ່ງກ່າວໄວ້ຈຳນວນໜື່ງຕາມຊັດສ່ວນທີ່ຂັ້ນເທີງອະນຸມັດ ເພືອນຳໃຊ້ໃນການເຄື່ອນໄຫວ ແລະ ການພັດທະນາວຽກງານວິຊາສະເພາະຂອງ.

●  ເງີນທີ່ໄດ້ຮັບຈາກການຊ່ວຍເຫຼືອ

8.6  ຕ້ອງນໍາໃຊ້ເງີນ ທີ່ໄດ້ຮັບຈາກການຊ່ວຍເຫຼືອສຳລັບການຈັດຊື້ - ຈັດຫາຢາ ເພືອເພີມໃສ່ງົບປະມານແຫ່ງລັດ ແລະ ຕອ້ງປະຕິບັດລະບຽບການ ການເງີນຂອງລັດວາງອອກ.

8.7  ເມືອເວລາຈຳເປັນຄວນໃຊ້ເງີນກູ້ຢືນເຂົ້າໃນການພັດທະນາ ສ້າງໂຄງລາງພື້ນຖານ ແລະ ຊັບພະຍາກອນມະນຸດ.

●   ການສົ່ງເສີມການຜະລິດພາຍໃນ ແລະ ການນຳເຂົ້າ

8.8  ລັດຖະບານຄວນຍົກເວັ້ນ ຫຼື ຫລຸດຜ່ອນພາສີ ນຳເຂົ້າວັດຖຸດິບເພື່ອຮັບໃຊ້ໃນການຜະລິດຢາຈຳເປັນພື້ນຖານ ແລະ ນຳເຂົ້າຢາຈຳເປັນພື້ນຖານ ທີ່ບໍ່ສາມາດຜະລິດຢູ່ພາຍໃນປະເທດ ຢູ່ໃນການປະມູນ ແລະ ການສະຢາ.

●  ບາງຢຸດທະສາດ ເພື່ອນຳໃຊ້ໃນການຫຼຸດຜ່ອນມູນຄ່າຂອງຢາ

8.9   ກະຊວງສາທາລະນະສຸກ ແລະພະໜັກງານສາທາລະນະສຸກຈະຕ້ອງປະຕີບັດການຈັດຊື້ - ຈັດຫາຢາ ທີ່ມີເອກະພາບສາກົນ ແບບບລມສູນ ຈາກຜູ້ສະໜອງທີ່ມີຄຸນນະພາບ. ການຂຽນໃບສັ່ງຢາ, ການຈ່າຍຢາ ແລະ ການປ່ຽນແທນຢາ ກໍ່ຕ້ອງປະຕິບັດຕາມຊື່ເອກະພາບສາກົນເຊັນດຽວກັນ.

8.11   ການຄັດເລືອກຢາດ້ວຍຊື່ເອກະພາບສາກົນ ແລະ ຢາຈຳເປັນພື້ນຖານແມ່ນອີ່ງໃສ່ຄຸນນະພາບ ແລະ ມູນຄ່າຂອງການປິ່ນປົວ.

8.12   ລັດຕ້ອງຄວບຄຸມລາຄາຢາດ້ວຍການກວດກາ ລາຄາຂອງຜູ້ຜະລິດ ແລະ ຂອບເຂດຂອງຕ່ອງການສະໜອງ. ຕ້ອງພັດທະນາການໃຫ້ຂໍ້ມູນຂ່າວສານກ່ຽວກັບລາຄາຕໍ່ຜູ້ຊົມໃຊ້ ຂຽນໃບສັ່ງຢາ ແລະ ຜູ້ຈຳໜ່າຍທຸກຂັນ. ຂ້າງເທິງ

9. ຢາພື້ນເມືອງ

ຈຸດປະສົງ:     ເພື່ອສົ່ງເສີມ ແລະ ພັດທະນາການນຳໃຊ້ຢາພື້ນເມື່ອງ ທີ່ມີປະສິດທິພາບ ຄວາມປອດໄພເຂົ້າກັນ ແລະ ປິ່ນປົວພະຍາດ. ເພື່ອຊູ້ຢູ້ໃຫ້ມີການເຊື່ມສານພື້ນເມືອງ ເຂົ້າໃນລະບົບສາທາລະນາສຸກທົວໄປ.

9.1   ກິຊວງສາທາລະນະສຸກຖືເອົາວຽກງານຢາພືນເມືອງ ຊິ່ງແມ່ນສ່ວນໜື່ງຂອງມໍລະດົກອັນລຳຄ່າແຫ່ງຊາດລາວ ແລະ ເປັນອົງປະກອບຂອງລະບົບສາທາລະນະສຸກໃນ ສ ປ ປ ລາວ .

9.2   ກະຊວງສາທາລະນະສຸກເລັ່ງທວງໃຫ້ພາກສ່ວນກ່ຽວຂ້ອງທົບທວນຄືນນະໂຍບາຍ ຢາພື້ນເມື່ອງແຫ່ງຊາດ ແລະ

ຂໍ້ກໍານົດກ່ຽວກັບການຈົດທະບຽນຢາພື້ນເມື່ອງທີ່ເໝາະສົມ ຮັບປະກັນການຳໃຊ້ຢາພື້ນເມືອງ ດ້ວຍຄວາມປອດໄພ ແລະ ມີປະສິດທິພາບ ສອດຄ່ອງກັບຄຳແນະນຳຂອງອົງການອານາໄມໂລກ.

9.3   ເພື່ອພັດທະນາ ແລະສົ່ງເສີມວຽກງາໃຊ້ຢາພື້ນເມືອງ, ຕົ້ນໄມ້ເປັນຢາຢ່າງສົມເຫດສົມຜົມກະຊວງສາທາລະນະສຸກຈະຈັດຕັ້ງປະຕິບັດບາງວຽກສຳຄັນຕົ້ນຕໍ່ດັ່ງລຸ່ມນີ້

●   ສືບຕໍ່ເກັບກໍາຂໍ້ມູນຂ່າວສານ, ຕຳລາຢາ ຊີ່ງຈະໄດ້ອະນຸລັກເປັນມໍລະດົກຂອງຊາດ ແລະ ພ້ອມດງວກັນນັ້ນກໍ່ເລືອກເຟັ້ນເອົາຕຳລາທີ່ດີອອດຮັບໃຊ້ສັງຄົມ.

 ●   ກໍານົດມາດຕະຖານ ທີ່ພົວພັນເຖີງຄຸນນະພາບ ແລະ ຄວາມປອດໄພຂອງຊັບພະຍາກອນ ແລະ ຢາພື້ນເມືອງສຳເລັດຮູບ.

●    ສຶກສາອົບຮົມແພດໝໍ, ພະນັກງານສາທາລະນະສຸກ ແລະ ມວນຊົນທົ່ວໄປໄດ້ນຳໃຊ້ຢາພື້ນເມືອງຢ່າງຖືກຕ້ອງ ແລະ ປະສານສົມທົບລະຫ່າງວງຢາຫຼວງກັບຢາພື້ນເມືອງຢ່າງກ້ວງຂວາງ.

●    ສ້າງບັນຊີລາຍຊື່ຕົ້ນຢາພື້ນຖານເພື່ອແນະນຳປະຊາຊົນສາມາດນຳໃຊ້ໄດ້ດ້ວຍຕົນອງຢ່າງ ປອດໄພເພື່ອແກ້ໄຂບັນຫາພະຍາດຫຼື ພະຍາດທີ່ແພ່ຫຼາຍໃນສັ່ງຄົມ

●     ຄຸ້ມຄອງ, ກວດກາ ແລະ ສົ່ງເສີມການເຄື່ອນໄຫວທຸລະກິດກ່ຽວກັບຕົ້ນໄມ້ ສັດ ທີ່ ເປັນຢາ ແລະ ຢາພື້ນເມື່ອງ ໃຫ້ຖືກຕ້ອງສອດຄ່ອງ ກັບ ລະບງບກົດໝາຍຂອງຊາດ ແລະ ສາກົນເທື່ອລະກ້າວ.

9.4     ອະນຸລັກສັດ, ຕົ້ນໄມ້ ແລະ ຊັບພະຍາກອນທີ່ເປັນຢາ ດ້ວຍການອອກດຳລັດ ກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງ ຊັບພະຍາກອນຂອງຊາດ, ພ້ອມດຽວກັນນັ້ນກໍ່ສົ່ງເສີມການສ້າງສວນ ເພື່ອປູກລຽງຕົ້ມ ແລະ ສັດທີ່ເປັນຢາ.

9.5     ກະຊວງສາທາລະນະສຸກ ຈະເອາໃຈໃສ່ປະສານງານກັບ ສະມາຄົມໝໍຢາພື້ນເມື່ອງ ອົງການພຸດທະສາດທາງພຸດທະສາດສະໜາ, ອົງການທີ່ຮັບຜິດຊອບປ່າໄມ້ ແລະ ກະສິກຳຢູ່ພາຍໃນປະເທດ ແລະ ສາກົນ ເພື່ອພັດທະນາແລະສົ່ງເລີມ ການປະຕິບັດຢາພື້ນເມື່ອງ ແລະ ການອະນຸລັກຕົ້ນໄມ້ເປັນຢາບໍ່ໃຫ້ສູນຫາຍໃນຕໍ່ໜ້າ.

9.6     ລິເລີມສ້າງຕ້າງສະມາຄົມໝໍຢາພື້ນເມືອງ ຫຼື ສະມາຄົມການແພດແຫ່ງຊາດຂື້ນ.

9.7    ເອົາໃຈໃສ່ຄົ້ນຄ້ວາວິທະຍາສາດກ່ຽວກັບຕົ້ນໄມ້ເປັນຢາ ແລະ ຢາພື້ນເມືອງ ແນ່ໃສ່ພັດທະນາເປັນຢາໃໝ່ ຮັບໃຊ້ສັງຄົມແລະ ການເປັນແຫຼ່ງລາຍຮັບ ອິກແຫ່ງໜນື່ງຂອງຊາດໂດຍການຮ່ວມມືກັບຫຼາຍຂະແໜງການນັບທັງພາຍໃນແລະຕ່າງປະເທດ.

9.8    ຕັ້ງໜ້າພົວພັນກັບຕ່າງປະເທດເພື່ອອນມິດ ແລະ ອົງການຈັດຕັ້ງສາກົນ ແນໃສ່ຍາດແຍ່ງເອົາຄວາມຮູ້ວິຊາການ ແລະ ທຶນຮອນເພື່ອກໍ່ສ້າງບຸກຄາລາກອນ ແລະພື້ນຖານວັດຖຸເຕັກນິກທີ່ຈຳເປັນ ໃຫ້ແກ່ວຽກງານຢາພື້ນເມື່ອງໃນແຕ່ລະຂັ້ນ. ຂ້າງເທິງ

10  ການຄົ້ນຄ້ວາຜ່ານການເຄືອນໄຫວຕົວຈິງ

ຈຸດປະສົງ:     ເພື່ອຊອກ ແລະ ສົງເສີມກິດຈະກຳຄົ້ນຄ້ວາວິທະຍາຊາດຊິງຈະເປັນບ່ອນອີງໃນການຕັດສິນບັນຫາທີ່ສະໜັບສະໜູນທີ່ຈະແຈ້ງເພື່ອເປັນບ່ອນນອິງໃນການຕັດສິນບັນຫາ ທີ່ສະໜັບສະໜູນການຈັດຕັ້ງປະຕິດບັດນະໂຍບາຍ ແຫ່ງຊາດດ້ານຢາ.

10.1   ສຶບຕໍ່ ເຄືອນໄຫວຄົ້ນຄ້າວຜ່າກການເຄືອນໃຫວ ເພື່ອຊ່ວຍໃຫ້ຂູການປະຕິບັດຕົວຈິງ ໃຫ້ມີປະສິດທິພາບແນໃສ່ແກ້ໄຂບັນຫາຈິງທີ່ຜົ້ນເດັ່ນ ໃນເວລາຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດດ້ານຢາ, ເພື່ອຕອບສະໜອງຂຊ້ມູນທີ່ຈະແຈ້ງໃຫ້ແກ່ການພິຈາລະນາຂອງການນຳ ແລະ ເພື່ອເຮັດໃຫ້ການຈັກດຕັ້ງປະຕິບັດນະໂຍບາຍແຫ່ຊາດດ້ານຢາໃຫ້ມີປະສິດທິຜົນ.

10.2   ຮັບປະກັນຜົຮກະທົງຕໍ່ການຄ້າຜ່ການເຄື່ອນໄຫວຕົວຈິງ.ຕ້ອງສືບຕໍ່ພັດທະນາການຄົ້ນຄ້ວາ ໂດມີການຮ່ວມືຢ່າງໃກ້ສິດກັບ ຜູ້ທີ່ຕັດສິນບັນຫາ ຂອງກະຊວງສາທາລະນະສຸກ ກົມອາຫານ ແລະຢາ ຜູ້ບໍລຫານງານໂຄງການນະໂຍບາຍແຫ່ງຊາດ ດ້ານຢາ ແລະໂຄງການສາທາລະນະສຸກອື່ນໆ

10.3   ນຳໃຊ້ການຄົ້ນຄ້າວຜ່ນການເຄື່ຶນໄຫວຕົວຈິງ. ຕົວຊີ້ວັວດັ່ງກ່ວາ ຕ້ອງໄດ້ຜ່ານການທົດສອບ ແລະ ຢັ້ງຢືນຄວາມຖຶກຕ້ອງກ່ອນການຳໃຊ້. ທຸກອົງປະກອບຂອງນະໂຍບາຍແຫ່ງຊາດດ້ານຢາຄວນມີຕົວຊີ້ວັດເພືອຕິດຕາມການຈັດຕັ້ງປະຕິບັດ.

ດ້ານສາທາລະນະສຸກ ດ້ວຍກັນໄປ ແລະປິ່ນປົວພະຍາດ, ລວມທັງບັນຫາທີ່ພົວພັນເຖິງການໃຊ້ຢາຂອງຄົນເຈັບ ແລະ ບົດບາດຂອງການບໍລິການ ແລະ ການນຳໃຊ້ຢາພື້ນເມືອງ.

10.5     ນຳໃຊ້ການຄົ້ນຄ້ວາລະບົບສາທາລະນະສຸກ ເພືອນກຳນົດເຄື່ອງມື ແລະ ວິທີການທີ່ດີກ່ວາ ແລະ ໃຫມີປະສິດທິພາບ ເພື່ອປະເມີນຜົນທຸກອົງປະກອບຂອງນະໂຍບາຍແຫ່ງຊາດດ້ານຢາ. ຂ້າງເທິງ

11.  ການຈັດຕັ້ງ, ການຄຸ້ມຄອງ, ການປະສານງານ ແລະ ການຕິດຕາມ ການປະຕິບັດ ນະໂຍບາຍແຫ່ງຊາດດ້ານຢາ         ( ໃສ່ຂໍ້ 3)

ຈຸດປະສົງ:   ເພື່ອເປັນການຈັດຕັ້ງເຄື່ອນໄຫວ ແລະ ການຄຸ້ມຄອງນະໂຍບາຍແຫ່ງຊາດດ້ານຢາ ແລະ ມີມາດຕະການແກ້ໄຂໂດຍຜ່ານການປະເມີນ ການຈັດຕັ້ງປະຕິບັດ ແລະ ຜົນກະທບຕໍ່ແຜ່ນງານນະໂຍບາຍແຫ່ງຊາດດ້ານຢາ ຢ່າງ ຢ່າງເປັນປົກກະຕິ ໂດຍນຳໃຊ້ບັນດາຕົວຊີ້ວັດທີ່ໄດ້ເລືອກເຟັ້ນ.

11.1    ຖ້າມີຄວາມຈຳເປັນ ຄວນປັບປຸງການຈັດຕັ້ງ ແລະ ການຄຸ້ມຄອງ ນະໂຍບາຍແຫ່ງຊາດ ດ້ານຢາໃຫ້ເຂັມແຂງ ດ້ວຍການທົບທວນຄືນ ແລະ ປັບປຸງໜ້າທີ່ຮັບຜິດຊອບ ການນເຄືອນໄຫວຂອງໂຄງການລະບົບການລາຍງານຄືນໄໝ່.

11.2    ແຜ່ນການ ແມ່ນບົດໃນການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ດ້ານຢາຄວນພັດທະນາໂດຍການຮວມມືກັບຜູ້ມີສ່ວນຮ່ວມໃນການປະຕິບັດໂຄງການ.

11.3    ເຄື່ອງມືຄຸ້ມຄອງສຳລັບການວາງແຜ່ນການ, ການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ກນປະເມີນຜົນ ຂອງທຸກກິດຈະກໍານະໂຍບາຍແຫ່ງຊາດດ້ານຢາ ຈະຖືກພັດທະນາ ແລະ ເພື່ອສາມາດນຳໃຊ້ເຄື່ອງມືດັ່ງກ່າວ ພະນັກງານຄວນໄດ້ຮັບການຝືກອົບຮົມ.

11.4    ລະບົບການຄຸມຄອງດ້ານການເງິນ ລວມທັງການວາງແຜນ, ງົບປະມານ, ບັນຊີການເງີນ ແລະ ການຄຸ້ມຄອງ ເງີນສົດ ຄວນໄດ້ຖືກພັດທະນາ ແລະ ຄວນມີການຝືກອົບຮົມພະໜັກງານເພື່ອນຳໃຊ້ລະບົບດັງກ່າວ.

11.5     ການຍາດແຍ່ງ ແລະ ການນຳໃຊ້ການຊ່ວຍເຫຼືອທາງດ້ານການເງິນ ແລະ ເຕັກນິກຈາກຕ່າງປະເທດຕ້ອງມີການວາງແຜ່ນ ແລະ ປະຕິບັດຄັກແນ່ ໂດຍມີການປະສານງານ ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ລິກຫລ້ຽງບັນຫາການຊຳຊ້ອນກັນ   ຕົວ  ຊີ້ວັດທີ່ສ່ອດຄ່ອງ ພໍ່ພຽງແຕ່ມີການປະເມີນຄວາມຄືບໜ້າ ຂອງນະໂຍບາຍ ຕາມຈຸດປະສົງທີ່ໄດ້ບັນລຸເທົ່ານັ້ນ, ຂັ້ຕອນໃນ ການປະຕິບັດ ກໍ່ຕ້ອງໄດ້ຮັບການປະເມີນຜົນເຊັນດຽວກັນ.

11.7    ການມີຢາຈຳເປັນພື້ຖານອັນມີຄຸນນະພາບ ແລະ ການນຳໃຊ້ຢ່າາງຖືກຕ້ອງ ແມ່ນປັດໃຈສຳຄັນທີ່ຄວນຖືກຕິດຕາມ

11.8    ອິງໃສ່ການຕິດຕາມ ແລະ ປະເມີນຜົນການປະຕິບັດນະໂຍບາຍແຫ່ງຊາດດ້ານຢາ ແລະ ຜົນໄດ້ຮັບຈາກການສຶກສາຄົ້ນຄ້ວາ ຜ່ານການເຄືອນໄຫວໃນເວລາທີ່ມີຄວາມຈຳເປັນ ກໍ່ຕ້ອງໄດ້ດັບແກ້.

11.9     ຕາມປົກກະຕິ ກະຊວງສາທາລະນະນສຸກຈະດຳເນີນກອງປະຊຸມຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອທົບທ່ວນການຈັດຕັ້ງປະຕິບັດ ແລະ ຜົນກະທົບຂອງນະໂຍບາຍແຫ່ງຊາດດ້ານຢາ ແລະ ເພື່ອວາງແຜນນະໂຍບາຍໃນອານາຄົດ. ຂ້າງເທິງ

12  ການພັດທະນາຊັບພະຍາກອນ

ຈຸດປະສົງ:   ເພື່ອຮັບປະກັນການຕອບສະໜອງ ແລະ ບໍລິການດ້ານການຢາໃຫ້ມີປະສິດທິຜົນຢູ່ທັງພາກລັດ ແລະ ເອກະຊົນດ້ວຍການຈັດຕັ້ງຝືກອົບຮົມພະນັກງານຢ່າງເໝາະສົມ ແລະ ພໍພຽງຢູ່ໃນທຸກລະດັບຂອງລະບົບຮັກສາສຸຂະພາບ.

12.1   ປັບປຸງການຈັດຕັ້ງ, ສັບຊ້ອນພະນັກງານພາຍໃນກົມ ແລະ ໜ່ວຍງານ ຕ້ອງກຳນົດພາລະບົດບາດ - ຂອບເຂດ, ໜ້າທີ່ຂອງທຸກໆຕຳແໜງຢ່າງຈະແຈ້ງ.ມີແຜ່ນພັດທະນາຊັບພະຍາກອນມະນຸດຢ່າງເໝາະສົມ ນັບທັງຄວາມສະເໝີພາບຍິງ - ຊາຍ ເພື່ອຈັດຕັ້ງນະໂຍບາຍແຫ່ງຊາດດ້ານຢາໃຫ້ໄດ້ຮັບຜົນສຳເລັດ.

12.2   ກະຊວງສາທາລະນະສຸກເອົາໃຈໃສ່ປະຕິບັດ ແຜ່ນພັດທະນາຊັບພະຍາກອນມະນຸດ ໂດຍໃຫ້ການສຶກສາຢູ່ພາຍໃຍ ແລະ ຕ່າງປະເທດ ແກ່ພະນັກງານຂະແໜງອາຫານ ແລະ ຢາ.

12.3   ສົມທົບກັບຂະແໜງການອື່ນໆ ທີ່ກ່ຽວຂ້ອງ ເພື່ອປັບປຸງ ແລະ ດັດແກ້ຫຼັກສູດສິດສອນນັກສຶກສາແພດ, ການຢາ, ທັນຕະແພດ ແລະ ພະບາບານ ໂດຍອິງໃສ່ນະໂຍບາຍແຫ່ງຊາດດ້ານຢາ. ໂດຍສະເພາະ ໂດຍສະເພາະການນຳໃຊ້ຢາຢ່າງສົມຫດສົມຜົນ ແລະ ທັດສະນະກ່ຽວກັບຢາຈຳເປັນພື້ນຖານ. ນຳໃຊ້ຄູ່ມືມາດຕະຖານການປິ່ນປົວ ແລະ ບັນຊີຢາຈຳເປັນພື້ນຖານແຫ່ງຊາດເຂົ້າໃນການຝືກອົບຮົມພະນັກງານສາທາລະນະສຸກ.

12.4   ເໜັ້ກໜັກໃສ່ວຽກງານຄຸ້ມຄອງບໍລິຫານ ແລະ ການເງິນໄປຄຽງຄູ່ກັບການສຶກສາ ແລະ ການຝຶກອົບຮົມໃນຂົງເຂດການ

12.5   ພັດທະນາກໍ່ສ້າງພະໜັກງານ ສາທາລະນະສຸກທຸກປະເພດຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃຫ້ມີພະໜັກງານ  ທີມີຄວາມຮູ້ຄວາມສາມາດພຽງພໍ່ ຈັດຕັ້ງປະຕິບັດນະໂບບາຍແຫ່ງຊາດດ້ານຢາ.

12.6   ຝຶກອົມຮົມຫຼັກການ ການນຂ້າຍຢາທີ່ດີໃຫ້ແກ່ຜູ້ຂາຍຢາ ໃຫ້ຮູ້ການຈ່າຍຢາ, ວີທີການມັດຫໍ່ ແລະ ຮູ້ວິທີແນະນຳລູກຄ້າໃຫ້ຮູ້ວິທີການຢ່າງຖຶກຕ້ອງ ຂ້າງເທິງ

13.  ການຮ່ວມືດ້ານເຕັກນິກກັບສາກົນ

ຈຸດປະສງ:   ເພື່ອໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການພັດທະນາຂອງສ່ກົນ, ນຳໃຊ້ຊັບພະຍາກອນຈາກຕ່າງປະເທດ,  ເພີ່ມ ທະວີແລະ ສືບຕໍ່ການພົວພັນກັບຕ່າງປະເທດ ແລະ ປັບປຸງການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດານຢາ.

13.1   ກະຊວງສທາລະນະສຸກ ເພີ່ມທະວີການຮ່ວມມືດ້ານເຕັກນິກກັບສາກົນ ເພື່ອຮັບເອົາຂໍ້ມູນຂ່າວສານດ້ານເຕັກນິກ ທີ່ໄດ້ມາຈາກການພັດທະນາແບບໃໝ່ ແລະ ນຳໃຊ້ຂໍ້ມູນດັ່ງກ່າວໃຫ້ເປັນປະໂຫຍດ ແກ່ກການພັດທະນາໃນວຽກງານຂອງຕົນ.

13.2   ສ ປ ປ ລາວ ແມ່ນສະມາຊິກຂອງອາຊຽນ  (ASEAN) ຕ້ອງເຂົ້າຮ່ວມກອງປະຊຸມການຮ່ວມມືດ້ານການເຕັກນິກການຢາຂອງອາຊຽນ ແລະທກອງປະຊຸມຂະນະກຳມະການຊ່ຽວຊານເພື່ອມາດຕະຖານ ແລະ ຄຸນນະພາບຂອງຜະລິດຕະພັນຢາ.

13.3   ກະຊວງສາທາລະນະສຸກ ຈະນຳໃຊ້ເຄື່ອຂ່າຍ ( Networks) ທີ່ມີຢູ່ໃນປັດຈຸບັນລະຫ່ວາງອົງການຄຸ້ມຄອງດ້ານຢາເຊັ່ນ (WHODRA) ແລະ ລະບົບເອເລັກໂຕຣນິກ 7 Electronic system ) ສຳລັບການແລກປ່ັຍນຂໍ້ມູນຂ່າວສານຢູ່ໃນພາກພື້ນ.

13.4   ເມື່ອມີຄວາມຈຳເປັນຕ້ອງຊອກຫາການຊ່ວຍເຫຼືອ ດ້ານເຕັກນິກ ຈາກສູນການຮ່ວມມືຂອງອົງການອານາໄມໂລກປະຈຳພາກພື້ນ

13.5   ເມື່ອເຫັນວ່າເໝາະສົມ ກະຊວງສາທາລະນະສຸກຈະສືບຕໍ່ນຳໃຊ້ປື້ມຄູ່ມືຂອງອົງການອານາໄມໂລກ ກ່ຽວກັບນະໂຍບາຍດ້ານຢາ ຂໍ້ກຳນົດການຢາທີ່ມີປະສິດທິຜົນ, ການຮັບປະກັນຄຸນນະພານ, ການນຳໃຊ້ຢາຢ່າງສົມເຫດສົມຜົນ ແລະ ກົນໄກທາງດ້ານການເງິນ.

13.6   ກະຊວງສາທາລະນະສຸກ ຈະສຶບຕໍ່ກັບອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂື້ນກັບລັດຖະບານ ແລະ ປະເທດອື່ນໆ. ການສະໜັບສະໜູນທາງດ້ານການເງິນ ແລະ ເຕັກນິກກັບອົງການຈັດຕັ້ງສາກົນ ຕ້ອງອິງໃສ່ແຜ່ນ ແມ່ນບົດບາດຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານຢາ. ການຊ່ວຍເຫຼືອດັ່ງກ່າວ ຕ້ອງມີການປະສານງານກັນເປັນຢ່າງດີ ເພື່ອຮັບໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະ ເພື່ອຫຼິກລ້ຽງ ການຊັບຊ້ອນກັນ. ຄວນເຊີນອົງການຈັດຕັ້ງສາກົນເຂົ້າຮ່ວມໃນກອງປະຊຸມທົບທວນປະຈຳປີ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບານຍດ້ານຢາ.

13.7   ກະຊວງສາທາລະນະສຸກ ຈະເປີດກອງປະຊຸມຢ່າງເປັນປົກກະຕິ ກັບຜູ້ຮ່ວມງານ ເພື່ອທວນຄືນການຈັດຕັ້ງປະຕິບັດ ແລະຜົນກະທົບຂອງນະໂຍບາຍແຫ່ງຊາດດ້ານຢາ ພ້ອມທັງວາງແຜ່ນການ ແລະ ຮ່ວມມືສະໜັບສະໜູນຈາກຕ່າງປະເທດໃນຕໍ່ໜ້າ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສທາລະນະສຸກ
ດຣ ປອນເມກ ດາລາລອຍ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.