ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້

ເລກທີ 1393/ກປ

ນະຄອນຫຼວງວຽງຈັນ, ວັນທີ 11 ເດືອນເມສາ 2022

ຂໍ້ຕົກລົງ

ວ່າດ້ວຍ ມາດຕະຖານກະສິກໍາອິນຊີ

  • ອີງຕາມ ກົດຫມາຍ ວ່າດ້ວຍກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2001; 
  • ອີງຕາມ ໜັງສືສະເໜີຂອງກົມປູກຝັງ ສະບັບເລກທີ 0499 /ກປຝ, ລົງວັນທີ 24 ມີນາ 2022. 

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

 ມາມາດຕາ 1 ຈຸດປະສົງ 

     ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການ ຕິດຕາມກວດກາ ແລະ ຢັ້ງຢືນມາດຕະຖານກະສິກໍາອິນຊີ ເພື່ອຄຸ້ມຄອງລະບົບການຜະລິດກະສິກໍາອິນຊີໃຫ້ ຍືນຍົງ, ມີຄວາມສົມດູນທາງດ້ານນິເວດວິທະຍາ, ຮັບປະກັນຄວາມອຸດົມສົມບູນດ້ານຊີວະວິທະຍາຂອງດິນ, ຫຼຸດຜ່ອນການນໍາໃຊ້ສານເຄມີສັງເຄາະໃນຕ່ອງໂສ້ການຜະລິດ, ແນໃສ່ຮັກສາສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ. 

ມາດຕາ 2 ມາດຕະຖານກະສິກໍາອິນຊີ 

    ມາດຕະຖານກະສິກໍາອິນຊີ ແມ່ນວິທີການ ແລະ ເງື່ອນໄຂການຜະລິດກະສິກໍາອິນຊີ ໃນທຸກຂັ້ນຕອນ ເລີ່ມແຕ່ການປູກຈົນຮອດຂັ້ນຕອນການປຸງແຕ່ງ, ການຈັດການ, ການເກັບຮັກສາ, ການຂົນສົ່ງ, ການເກັບກ່ຽວ ຜົນຜະລິດຈາກທໍາມະຊາດ ແລະ ປັດໄຈການຜະລິດ ເພື່ອການຄ້າ ໂດຍປະຕິບັດຕາມມາດຕະຖານກະສິກໍາອິນຊີ ຂອງ ສປປ ລາວ. ສໍາລັບນໍ້າເຜິ້ງຈາກການລ້ຽງເຜິ້ງ, ການປູກມອນ-ລ້ຽງມ້ອນ ແລະ ການປູກເຫັດ ໄດ້ກໍານົດໃນລະບຽບການສະເພາະ. 

ມາດຕາ 3 ການອະທິບາຍຄໍາສັບ 

  ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມຫມາຍ ດັ່ງນີ້:

  1. ກະສິກໍາອິນຊີ ໝາຍເຖິງ ລະບົບການຜະລິດ ທີ່ຮັກສາຄວາມຍືນຍົງ ຂອງຄວາມອຸດົມສົມບູນຂອງ ດິນ, ລະບົບນິເວດວິທະຍາ ແລະ ສຸຂະພາບຂອງຄົນ, ສັດ ໂດຍອີງໃສ່ຂະບວນການທາງນິເວດວິທະຍາ,      ຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຮອບວຽນການຜະລິດທີ່ປັບໂຕເຂົ້າກັບສະພາບເງື່ອນໄຂຂອງ  ທ້ອງຖິ່ນ, ທົດແທນການນໍາໃຊ້ປັດໄຈການຜະລິດ ທີ່ອາດເກີດມີຜົນກະທົບທາງລົບ; ເປັນລະບົບປະສົມ ປະສານລະຫວ່າງ ຄວາມຮູ້ພູມປັນຍາທ້ອງຖິ່ນ, ເຕັກນິກ ແລະ ວິທະຍາສາດ ເພື່ອໃຫ້ເກີດຜົນປະ ໂຫຍດ, ປັບປຸງຊີວິດການເປັນຢູ່ ແລະ ຄວາມເປັນທໍາ ໃຫ້ແກ່ຄົນ ແລະ ສິ່ງແວດລ້ອມ;
  2. ການຜະລິດແບບຄູ່ຂະໜານ ໝາຍເຖິງ ການຜະລິດໃນໄລຍະເວລາດຽວກັນ ບໍ່ວ່າຈະເປັນການປູກ, ການເກັບກ່ຽວ, ການປະຕິບັດຫຼັງການເກັບກ່ຽວ ແລະ ການປຸງແຕ່ງຜົນຜະລິດ ແລະ ຜະລິດຕະພັນຊະນິດດຽວກັນ ຫຼື ຜົນຜະລິດທີ່ບໍ່ສາມາດສັງເກດຄວາມແຕກຕ່າງໄດ້ ທັງໃນຮູບແບບການຜະລິດ ກະສິກໍາອິນຊີ ແລະ ຮູບແບບບໍ່ແມ່ນການຜະລິດກະສິກໍາອິນຊີ ເປັນຕົ້ນ ການຜະລິດ ແບບເຄມີ, ທໍາມະຊາດ, ອິນຊີທີ່ບໍ່ຂໍຢັ້ງຢືນມາດຕະຖານກະສິກໍາອິນຊີ ແລະ ກະສິກໍາອິນຊີໃນໄລຍະປັບປ່ຽນ ໂດຍຕ້ອງແຍກຮູບແບບການຜະລິດບໍ່ແມ່ນກະສິກໍາອິນຊີໃຫ້ເຫັນຢ່າງຊັດເຈນ;
  3. ການກະສິກໍາແບບດັ້ງເດີມ ໝາຍເຖິງ ລະບົບການຜະລິດກະສິກໍາ ຫຼື ປຸງແຕ່ງ ທີ່ບໍ່ສອດຄ່ອງ ກັບມາດຕະຖານການຜະລິດກະສິກໍາອິນຊີ;
  4. ຜົນຜະລິດຈາກທໍາມະຊາດ ໝາຍເຖິງ ຜົນຜະລິດທີ່ໄດ້ຈາກພືດ ແລະ ສັດ ທຸກຊະນິດ ເຊັ່ນ ເຫັດ, ຢາພື້ນເມືອງ, ນ້ໍາເຜິ້ງ, ໜໍ່ໄມ້ ແລະ ອື່ນໆ ທີ່ເກັບໄດ້ຈາກທໍາມະຊາດ;
  5. ການປຸງແຕ່ງ ໝາຍເຖິງ ການຖະໜອມຮັກສາ, ການປ່ຽນແປງຮູບຮ່າງ ຂອງຜົນຜະລິດ ແລະ ຜະລິດຕະພັນກະສິກໍາ ຫຼື ຜົນຜະລິດທີ່ເກັບກ່ຽວຈາກປ່າ;
  6. ສ່ວນປະສົມ ໝາຍເຖິງ ສານໃດຫນຶ່ງ ລວມທັງວັດຖຸດິບ ຫຼື ສານປຸງແຕ່ງທີ່ໃຊ້ໃນການແປຮູບ ແລະ ຍັງປະກົດຢູ່ໃນຜະລິດຕະພັນສຸດທ້າຍ ເຖິງ ແມ່ນວ່າຈະປ່ຽນຮູບໄປແລ້ວກໍ່ຕາມ;
  7. ສານຊ່ວຍປຸງແຕ່ງ ໝາຍເຖິງ ສານ ຫຼື ວັດຖຸ ທີ່ໃຊ້ຊ່ວຍປຸງແຕ່ງອາຫານ ຫຼື ສ່ວນປະສົມ ເພື່ອໃຫ້ໄດ້ຜົນ ໃນທາງເຕັກນິກຕາມທີ່ຕ້ອງການ ແລະ ອາດຕົກຄ້າງໃນຜະລິດຕະພັນສຸດທ້າຍ ໂດຍບໍ່ໄດ້ນໍາມາປະສົມ ຫຼື ໃຊ້ເພື່ອບໍລິໂພກຄືກັບສ່ວນປະສົມຂອງອາຫານ;
  8. ສານປຸງແຕ່ງອາຫານ ໝາຍເຖິງ ສານ ຫຼື ວັດຖຸທີ່ຊ່ວຍເພີ່ມຄຸນຄ່າ, ປັບປຸງຄຸນນະພາບຜະລິດຕະພັນ ໂດຍປະສົມເຂົ້າໃນອາຫານ ເພື່ອຮັກສາຄຸນນະພາບ, ຄວາມສະໜ່ຳສະເໜີ, ສີ, ລົດຊາດ, ກິ່ນ ຫຼື ຄຸນລັກສະນະທາງດ້ານເຕັກນິກອື່ນໆ ຂອງຜະລິດຕະພັນ;
  9. ສານປັບປຸງດິນ (Soil Additives) ໝາຍເຖິງ ແຮ່ທາດຕ່າງໆ ເປັນຕົ້ນ ເຫຼັກ (Fe), ມັງການ (Mn), ບໍ່ຣອນ (B), ຮິວມັດ (humus);
  10. ສັດຕູພືດ ໝາຍເຖິງ ພືດ, ແມງໄມ້, ສັດ ຫຼື ເຊື້ອຈຸລິນຊີ ເຊັ່ນ ໄວຣັດ, ເຫັດລາ, ແບັກທີເຣຍ, ກາຝາກ ແລະ ເຊື້ອພະຍາດອື່ນ ທີ່ສ້າງຄວາມເສຍຫາຍ ແກ່ພືດ, ຜະລິດຕະພັນພືດ ແລະ ສິ່ງແວດລ້ອມ;
  11. ການປ້ອງກັນການປົນເປື້ອນ ໝາຍເຖິງ ການຈັດການການຜະລິດກະສິກໍາອິນຊີ ຄວບຄຸມການນໍາ ໃຊ້ປັດໄຈການຜະລິດ ໃນທຸກຂັ້ນຕອນ ທີ່ຈະກໍ່ໃຫ້ເກີດການປົນເປື້ອນ ມາຈາກທາງອາກາດ, ທາງນ້ໍາ ແລະ ສະພາບແວດລ້ອມອ້ອມຂ້າງ ແລະ ການນໍາໃຊ້ເຄື່ອງມືອຸປະກອນປົນກັນລະຫວ່າງ ກະສິກໍາອິນຊີ ແລະ ບໍ່ແມ່ນກະສິກໍາອິນຊີ;
  12. ປັດໄຈການຜະລິດ ໝາຍເຖິງ ຜະລິດຕະພັນທີ່ໃຊ້ໃນການຜະລິດກະສິກໍາອິນຊີໄດ້ແກ່ ຝຸ່ນ, ສານ ປັບປຸງດິນ, ສານປ້ອງກັນສັດຕູພືດ ລວມເຖິງສານປຸງແຕ່ງ ແລະ ສານຊ່ວຍປຸງແຕ່ງທີ່ໃຊ້ໃນການປຸງແຕ່ງ ຜະລິດຕະພັນກະສິກໍາອິນຊີ;
  13. ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ ໝາຍຖິງ ປັດໄຈການຜະລິດ ເຊິ່ງຜ່ານຂະບວນ ການຜະລິດ ແລະ ປຸງແຕ່ງເພື່ອປະໂຫຍດທາງການຄ້າ;
  14. ການຕັດແຕ່ງພັນທຸກໍາ ໝາຍເຖິງ ສິ່ງທີ່ມີຊີວິດ ລວມທັງພືດ, ສັດ ແລະ ຈຸລິນຊີ ທີ່ໄດ້ມາຈາກຂະບວນ      ການຕັດແຕ່ງພັນທຸກໍາ;
  15. ຝຸ່ນອົງຄະທາດ ໝາຍເຖິງ ຝຸ່ນທີ່ປະກອບດ້ວຍການປະສົມວັດຖຸຕ່າງໆ ທີ່ໄດ້ຈາກເສດເຫຼືອຊາກພືດ, ຊາກສັດ ທີ່ຜ່ານຂະບວນການແປຮູບໃດໜື່ງ ແລະ ໂລຫະທາດຫຼາຍຊະນິດ
  16. ດິນເບົາ (diatomaceous earth) ໝາຍເຖິງ ສານທີ່ໄດ້ຈາກການສະສົມຂອງສິ່ງທີ່ມີຊີວິດຈຸລັງດຽວ ເອີ້ນວ່າ ໄດອາຕອມ ທີ່ຕາຍທັບຖົມກັນຢູ່ຊັ້ນດິນໃນແຫຼ່ງນ້ໍາຈືດ ແລະ ທະເລນັບລ້ານປີ ໃນໂຄງສ້າງ ຂອງໄດອາຕອມ ທີ່ເຫຼືອຢູ່ຈະມີສ່ວນປະກອບຂອງຊີລິກາເປັນຈໍານວນຫຼາຍ ດິນເບົາທີ່ຖືກຂຸດນໍາມາໃຊ້ ສາມາດໃຊ້ປະໂຫຍດໄດ້ຫຼາຍຢ່າງ ໃນອຸດສາຫະກໍາ ແລະ ໃຊ້ໃນການກອງ ເຊັ່ນ ກອງນ້ໍາຕານ ແລະ ສານກອງອື່ນໆໄດ້ດີ ດິນຊະນິດນີ້ໃຊ້ຂັດພາຊະນະໂລຫະໄດ້ດີ, ໃຊ້ເປັນໂຕດູດຊຶມ ແລະ ເປັນສະນວນ ລະເບີດ;
  17. ມາດຕະຖານສຸຂະອະນາໄມທີ່ດີ (Good Hygiene Practice-CHP) ໝາຍເຖິງ ມາດຕະຖານ ສຸຂະອະນາໄມທີ່ດີ ໃນການຜະລິດອາຫານໃຫ້ມີຄວາມປອດໄພ ເລີ່ມແຕ່ການປູກ, ການປຸງແຕ່ງ ຈົນ ເຖິງການບໍລິໂພກ ໂດຍຜ່ານຂະບວນການຜະລິດທີ່ດີ, ເໝາະສົມ ແລະ ສອດຄ່ອງກັບຂະບວນການຜະລິດອາຫານໃຫ້ມີຄວາມປອດໄພ (ເບິ່ງກົດໝາຍອາຫານຂອງກະຊວງສາທາລະນະສຸກ);
  18. ມາດຕະຖານການຜະລິດທີ່ດີ (Good Manufacturing Practice - GMP) ໝາຍເຖິງ ເປັນ ລະບົບການຮັບປະກັນວ່າຜະລິດຕະພັນໄດ້ຖືກຜະລິດຢ່າງຕໍ່ເນື່ອງ ແລະ ຄວບຄຸມຕາມມາດຕະຖານຄຸນ ນະພາບ;
  19. ຜູ້ຖືກວ່າຈ້າງ (Sub contractor) ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດໍາເນີນ ກິດຈະການ ແລະ ທຸລະກິດ ກ່ຽວກັບກະສິກໍາອິນຊີ ທີ່ຖືກວ່າຈ້າງໃຫ້ດໍາເນີນການຜະລິດ, ການປຸງແຕ່ງ ຫຼື ການຈັດການຜົນຜະລິດກະສິກໍາອິນຊີ;
  20. ຜູ້ປະກອບການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດໍາເນີນກິດຈະການ ຫຼື ທຸລະກິດ ກ່ຽວກັບກະສິກໍາອິນຊີ ເລີ່ມແຕ່ການສະຫນອງປັດໄຈການຜະລິດ, ການຜະລິດ, ການປຸງແຕ່ງ, ການຈໍາ ຫນ່າຍ ແລະ ການສົ່ງອອກ. 

ມາດຕາ 4 ຂອບເຂດການນໍາໃຊ້ 

ຂໍ້ຕົກລົງສະບັບນີ້ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນ ທຸລະກິດດ້ານການປູກພືດ ແລະ ຜະລິດຕະພັນພືດ ຕາມມາດຕະຖານກະສິກໍາອິນຊີ ຂອງຜົນຜະລິດ ຢູ່ ສປປ ລາວ. 

ໝວດທີ 2

ເງື່ອນໄຂການຈັດການຜະລິດກະສິກໍາອິນຊີ

ມາດຕາ 5 ໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ 

ການຜະລິດກະສິກໍາອິນຊີ ຕ້ອງມີໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ ເພື່ອຟື້ນຟູໂຄງສ້າງຂອງດິນ, ລະບົບ ນິເວດ ແລະ ຫຼຸດຜ່ອນການປົນເປື້ອນ ໂດຍມີເງື່ອນໄຂ ດັ່ງນີ້: 

  1. ໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ ຢ່າງໜ້ອຍສິບສອງເດືອນສໍາລັບພືດລົ້ມລຸກ ແລະ ສິບແປດເດືອນ ສໍາລັບພືດໃຫ້ໝາກ ເພື່ອຮັບປະກັນວ່າ ໄດ້ປະຕິບັດຕາມເງື່ອນໄຂທີ່ວາງໄວ້;
  2. ໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ ອາດເພີ່ມຂຶ້ນ ຕາມການປະເມີນຄວາມສ່ຽງຂອງພື້ນທີ່;
  3. ໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ ອາດຖືກຍົກເວັ້ນ ຫຼື ຫຼຸດຜ່ອນ ໂດຍຫໜ່ວຍງານອອກໃບຢັ້ງຢືນ ເປັນຜູ້ພິຈາລະນາພາຍຫຼັງທີ່ໄດ້ລົງປະເມີນຄວາມສ່ຽງຂອງພື້ນທີ່ການຜະລິດເປັນຕົ້ນຜະລິດແບບ  ພື້ນ ເມືອງ ທີ່ບໍ່ເຄີຍນໍາໃຊ້ສານເຄມີ ແລະ ພື້ນທີ່ປ່າເຮື້ອ ຫຼື ເປັນປ່າເລົ່າ ຫຼາຍກວ່າສາມປີຕິດຕໍ່ກັນ ໂດຍມີການຢັ້ງຢືນ ຈາກຫນ່ວຍງານກ່ຽວຂ້ອງ;
  4. ໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ ແມ່ນເລີ່ມຈາກມື້ທີ່ຍື່ນເອກະສານສະຫມັກຂໍການຢັ້ງຢືນ ນໍາອົງການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານກະສິກໍາອິນຊີ;
  5. ພື້ນທີ່ຜະລິດກະສິກໍາອິນຊີ ຕ້ອງບໍ່ແມ່ນພື້ນທີ່ ທີ່ໄດ້ມາຈາກການຖາງປ່າສະຫງວນ, ປ່າປ້ອງກັນ ແລະ  ປ່າຜະລິດ;
  6. ຖ້າມີການປ່ຽນແປງການຜະລິດພາຍໃນຟາມ ເປັນຕົ້ນ ການຫຼຸດ ຫຼື ການຂະຫຍາຍພື້ນທີ່ການຜະລິດ, ການປ່ຽນຊະນິດພືດທີ່ປູກ ແລະ ອື່ນໆ ຜູ້ຜະລິດຕ້ອງແຈ້ງໃຫ້ອົງການຄຸ້ມຄອງ ແລະ ກວດກາວຽກ ງານມາດຕະຖານກະສິກໍາອິນຊີ. 

ມາດຕາ 6 ລະບົບການຈັດການກະສິກໍາອິນຊີ 

ລະບົບການຈັດການກະສິກໍາອິນຊີ ທີ່ໄດ້ຮັບການຢັ້ງຢືນແລ້ວ ບໍ່ອະນຸຍາດໃຫ້ມີການປ່ຽນແປງລະບົບການ ຜະລິດກະສິກໍາອິນຊີ ແລະ ການຜະລິດບໍ່ແມ່ນກະສິກໍາອິນຊີ. ໃນກໍລະນີມີການຢຸດເຊົາການຜະລິດກະສິກໍາອິນຊີ ໃນພື້ນທີ່ນັ້ນ ຖ້າຈະກັບມາຜະລິດເປັນລະບົບກະສິກໍາອິນຊີຕ້ອງຜ່ານໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ. 

ມາດຕາ 7 ການຜະລິດແບບຄູ່ຂະຫນານ 

ການຜະລິດແບບຄູ່ຂະໜານ ຕ້ອງແຍກຢ່າງຈະແຈ້ງລະຫວ່າງການຜະລິດ ແລະ ຜົນຜະລິດແບບກະສິກໍາ ອິນຊີ ແລະ ບໍ່ແມ່ນກະສິກໍາອິນຊີ ໂດຍມີລະບົບການບໍລິຫານຈັດການທີ່ເໝາະສົມ ເປັນຕົ້ນ ແນວພັນຕ່າງກັນ, ໄລຍະເວລາເກັບກ່ຽວຕ່າງກັນ, ການເກັບຮັກສາປັດໄຈການຜະລິດ ແລະ ຜົນຜະລິດຕ່າງກັນ. 

ມາດຕາ 8 ການປ້ອງກັນການປົນເປື້ອນ 

ການປ້ອງກັນການປົນເປື້ອນ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

  1. ຫ້າມນໍາໃຊ້ປັດໄຈການຜະລິດທີ່ເປັນສານເຄມີສັງເຄາະ ເປັນຕົ້ນ ຝຸ່ນເຄມີ, ຢາປາບສັດຕູພືດ, ຮໍໂມນ, ສານເຄືອບຜິວ, ແຮ່ທາດບໍາລຸງດິນ ແລະ ສານເຄມີອື່ນຢ່າງເຂັ້ມງວດໃນທຸກຂັ້ນຕອນຂອງການຜະລິດກະສິກໍາອິນຊີ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ ຄົນ, ສັດ ແລະ ສິ່ງແວດລ້ອມ;
  2. ຫ້າມນໍາໃຊ້ເຕັກໂນໂລຊີທີ່ບໍ່ໄດ້ຮັບການຢັ້ງຢືນ, ບໍ່ເປັນທໍາມະຊາດ ແລະ ເປັນອັນຕະລາຍ ຕໍ່ລະບົບ ການຜະລິດກະສິກໍາອິນຊີ; 
  3. ຕ້ອງໃຊ້ມາດຕະການປ້ອງກັນ ເພື່ອຫຼີກເວັ້ນການປົນເປື້ອນ ທີ່ອາດຈະສົ່ງຜົນກະທົບຕໍ່ການຜະລິດ ກະສິກໍາອິນຊີ ໂດຍການສ້າງແນວກັ້ນ ຫຼື ແລວປ້ອງກັນ ໃຫ້ເໝາະສົມຕາມເງື່ອນໄຂຄວາມສ່ຽງຂອງການປົນເປື້ອນ ແລະ ເງື່ອນໄຂສະພາບອາກາດຂອງທ້ອງຖິ່ນ;
  4. ຕ້ອງອະນາໄມ ແລະ ບັນທຶກການອະນາໄມ ເຄື່ອງມືອຸປະກອນທຸກຄັ້ງ;
  5. ຖ້າສົງໄສວ່າ ມີການປົນເປື້ອນຕໍ່ຜົນຜະລິດ ຕ້ອງໄຈ້ແຍກ ແລະ ລະບຸແຫຼ່ງທີ່ມາຂອງການປົນເປື້ອນ;
  6. ຖ້າສົງໄສວ່າ ເຄື່ອງມືອຸປະກອນທີ່ນໍາໃຊ້ເຂົ້າໃນການຜະລິດກະສິກໍາອິນຊີ ມີຄວາມສ່ຽງສູງໃນການປົນເປື້ອນຕ້ອງມີການວິໄຈ ແລະ ໄຈ້ແຍກ;
  7. ຫ້າມນໍາໃຊ້ ຜະລິດຕະພັນທີ່ໄດ້ຈາກການຕັດແຕ່ງພັນທຸກໍາ (GMO) ເຂົ້າໃນທຸກຂັ້ນຕອນການຜະລິດ ແລະ ການປຸງແຕ່ງກະສິກໍາອິນຊີ. ສໍາລັບສິ່ງເສດເຫຼືອທີ່ກໍ່ໃຫ້ເກີດມົນລະພິດ ຄວນເຮັດແຜນຈັດການ ເພື່ອຫຼີກລຽງ ຫຼື ຫຼຸດຜ່ອນຄວາມສ່ຽງໂດຍການເອົາສິ່ງເສດເຫຼືອນໍາມາໃຊ້ຄືນ, ສິ່ງເສດເຫຼືອທີ່ບໍ່ສາມາດ ນໍາກັບມາໃຊ້ຄືນໃຫມ່ໄດ້ ເປັນຕົ້ນ ຫມໍ້ໄຟ, ອາລູມີນຽມຟອຍ, ປະລາດສະຕິກ ແລະ ອື່ນໆ ຈະຕ້ອງກໍາຈັດຢ່າງເຫມາະສົມ ເພື່ອຫຼີກລຽງການປົນເປື້ອນຢູ່ພາຍໃນຟາມກະສິກໍາອິນຊີ;
  8. ໃນກໍລະນີ ມີການປົນເປື້ອນທາງນ້ໍາ ຕ້ອງເຮັດຄັນຄູອ້ອມຮອບແປງ ຫຼື ຂຸດເປັນຮ່ອງນ້ໍາ ເພື່ອປ້ອງກັນການປົນເປື້ອນຈາກສານເຄມີ ທີ່ມາຈາກທາງນ້ໍາ, ໃນກໍລະນີແປງກະສິກໍາອິນຊີທີ່ຢູ່ພື້ນທີ່ມີຄວາມສ່ຽງ ຕໍ່ການປົນເປື້ອນຫຼາຍ, ກົມປູກຝັງ ອາດພິຈາລະນາໃຫ້ຂະຫຍາຍແລວປ້ອງກັນເພີ່ມຂຶ້ນ. 

ມາດຕາ 9 ການຈັດການ ພື້ນທີ່, ຄວາມອຸດົມສົມບູນຂອງ ດິນ ແລະ ນ້ໍາ 

ການຈັດການ ພື້ນທີ່, ຄວາມອຸດົມສົມບູນຂອງດິນ ແລະ ນ້ໍາ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້: 

  1. ຫ້າມຈູດພືດໃນພື້ນທີ່ດິນ ທີ່ໄດ້ທໍາການບຸກເບີກ ແລະ ການກຽມດິນ ເພື່ອເຮັດການຜະລິດກະສິກໍາ ອິນຊີ ຍົກເວັ້ນການຈັດການແບບດັ້ງເດີມທີ່ເຄີຍປະຕິບັດມາ ແລະ ຕ້ອງມີການຄຸ້ມຄອງເປັນຢ່າງດີ;
  2. ນໍາໃຊ້ມາດຕະການປ້ອງກັນການສູນເສຍ ແລະ ການເຊື່ອມໂຊມຂອງດິນ ເປັນຕົ້ນ ການເສາະເຈື່ອນ,ດິນເຄັມ ແລະ ຄວາມສ່ຽງອື່ນທີ່ອາດເກີດຂື້ນ;
  3. ອະນຸລັກ ຫຼື ປັບປຸງຄຸນລັກສະນະ ທາງດ້ານ ກາຍຍະພາບ, ເຄມີ ແລະ ຊີວະພາບຂອງດິນ ລວມທັງ ອິນຊີວັດຖຸ, ຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຂອງດິນ;
  4. ເນັ້ນໃສ່ການປັບປຸງດິນເປັນຫຼັກ ໂດຍນໍາໃຊ້ວິທີການຈັດການແບບດັ່ງເດີມທີ່ເຄີຍປະຕິບັດມາ ເປັນຕົ້ນ ການໃຊ້ຝຸ່ນຄອກ ແລະ ປັດໄຈການຜະລິດ ອື່ນທີ່ຍ່ອຍສະຫຼາຍໄດ້;
  5. ການຈັດການຄວາມອຸດົມສົມບູນຂອງດິນ ໃຫ້ນໍາໃຊ້ມາດຕະການນໍາເອົາວັດສະດຸອິນຊີຢູ່ພາຍໃນລະບົບການຜະລິດມາໃຊ້ຄືນໃຫມ່ ເປັນຕົ້ນ ຝຸ່ນຂຽວ ແລະ ຝຸ່ນບົ່ມ;
  6. ການຈັດການຄວາມອຸດົມສົມບູນຂອງດິນກະສິກໍາອິນຊີ ໃຫ້ໃຊ້ຝຸ່ນແຮ່ທາດທີ່ເກີດຂຶ້ນເອງຕາມທໍາມະ

ຊາດເທົ່ານັ້ນ ແລະ ເປັນພຽງສ່ວນເສີມຂອງວິທີການຈະເລີນພັນຕາມຊີວະພາບ ເປັນຕົ້ນ ຝຸ່ນອົງຄະ ທາດ ແລະ ຝຸ່ນບົ່ມ;

  1. ການຈັດການຄວາມອຸດົມສົມບູນຂອງດິນ ໃຫ້ນໍາໃຊ້ສະເພາະຝຸ່ນ ແລະ ສານປັບປຸງດິນ ທີ່ກໍານໄວ້ ໃນເອກະສານຊ້ອນທ້າຍ 1;
  2. ການຈັດການຄວາມອຸດົມສົມບູນຂອງດິນ ບໍ່ໃຫ້ນໍາໃຊ້ຝຸ່ນເຄມີສັງເຄາະ ແລະ ຝຸ່ນໄດ້ມາຈາກການ ລະລາຍໂດຍວິທີເຄມີ ເປັນຕົ້ນ ຊຸບເປີ້ຟົດເຟດ, ຢູເຣຍ, ໂປຕາຊຽມໄນເຕຣດ;
  3. ຫ້າມນໍາໃຊ້ສິ່ງເສດເຫຼືອຈາກຄົນ ເຂົ້າໃນການຜະລິດພືດຜັກ ແລະ ຫມາກໄມ້ສົດ ສໍາລັບການບໍລິໂພກຂອງຄົນ;
  4.  ນໍາໃຊ້ນ້ໍາຢ່າງມີປະສິດທິພາບເພື່ອຕອບສະຫນອງຄວາມຕ້ອງການຂອງການຜະລິດຢູ່ພາຍໃນຟາມ ໂດຍສ້າງ ແຜນການນໍາໃຊ້ນ້ໍາໃຫ້ເຫມາະສົມ ແລະ ປ້ອງກັນການສູນເສຍນ້ໍາ;
  5.  ປ້ອງກັນມົນລະພິດຕໍ່ສິ່ງແວດລ້ອມ, ຮັກສາຄຸນນະພາບຂອງ ດິນ ແລະ ນ້ໍາ;
  6. ກ່ອນນໍາໃຊ້ຝຸ່ນ ຫຼື ສານປັບປຸງດິນ ຕ້ອງໄດ້ຮັບອະນຸຍາດ ຫຼື ຜ່ານການກວດກາ ຂະບວນການຜະລິດຈາກຫໜ່ວຍງານຢັ້ງຢືນ ແລະ ຈົດທະບຽນນໍາກົມປູກຝັງ. 

ມາດຕາ 10 ການເລືອກ ຊະນິດພືດ ແລະ ແນວພັນພືດ 

ການເລືອກຊະນິດພືດ ແລະ ແນວພັນພືດ ໃຫ້ຖືກຕ້ອງກັບມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້: 

  1. ໃຫ້ຜູ້ປະກອບການອະນຸລັກຮັກສາຄວາມບໍລິສຸດຂອງແນວພັນ, ແຫຼ່ງພັນທຸກໍາ, ແນວພັນພື້ນເມືອງ ແລະ ຫ້າມນໍາໃຊ້ ແນວພັນຕັດແຕ່ງພັນທຸກໍາ;
  2. ນໍາໃຊ້ເມັດພັນ ແລະ ແນວພັນທີ່ມີຄຸນນະພາບຈາກລະບົບການຜະລິດກະສິກໍາອິນຊີ, ຍົກເວັ້ນ ໃນ ກໍລະນີ ເມັດພັນ ຫຼື ແນວພັນນັ້ນ ບໍ່ສາມາດຫາໄດ້ໃນທ້ອງຖິ່ນ; 
  3. ຫ້າມນໍາໃຊ້ເມັດພັນພືດ ແລະ ແນວພັນທີ່ບໍ່ໄດ້ຜ່ານການບໍາບັດ, ຫາກຕ້ອງການນໍາໃຊ້ ຕ້ອງບໍາບັດຕາມ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ໃນກໍລະນີຈໍາເປັນນໍາໃຊ້ຕ້ອງກໍາຈັດສິ່ງຕ້ອງຫ້າມອອກຈາກ ເມັດພັນ ແລະ ແນວພັນພືດ ກ່ອນການນໍາໃຊ້:
  4. ເມັດພັນ ແລະ ແນວພັນ ກະສິກໍາອິນຊີເພື່ອການຄ້າ ຈະຕ້ອງໄດ້ຮັບອະນຸຍາດ ແລະ ໄດ້ກວດກາ ຂະບວນການຜະລິດຈາກຫໜ່ວຍງານຢັ້ງຢືນກະສິກໍາອິນຊີ ທີ່ໄດ້ຮັບການຮັບຮອງ ຫຼື ຈົດທະບຽນ ນໍາກົມ ປູກຝັງ. 

ມາດຕາ 11 ການຈັດການລະບົບນິເວດວິທະຍາ ແລະ ຄວາມຫຼາກຫຼາຍໃນການຜະລິດພືດ 

     ການຈັດການລະບົບນິເວດວິທະຍາ ແລະ ຄວາມຫຼາກຫຼາຍໃນການຜະລິດພືດ ໃຫ້ຖືກຕ້ອງຕາມ ມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້: 

  1. ທຸກລະບົບການຈັດການຜະລິດຢູ່ໃນຟາມ ຕ້ອງຮັບປະກັນໃຫ້ມີຄວາມຫມັ້ນຄົງ, ຍືນຍົງ, ຍາວນານ ່ ແລະ ຮັບປະກັນການຄຸ້ມຄອງ ຂອງລະບົບກະສິກໍາອິນຊີ ໂດຍປະຕິບັດຕາມຫຼັກການການບົວລະບັດ ຮັກສາ, ການປັບປຸງ, ເສີມສ້າງຄຸນນະພາບຂອງລະບົບນິເວດ ແລະ ພູມສັນຖານ;
  2. ການຄັດເລືອກເມັດພັນ ແລະ ແນວພັນພືດ ຕ້ອງໃຫ້ແທດເຫມາະ ແລະ ປັບຕົວເຂົ້າກັບສະພາບ ເງື່ອນໄຂຂອງທ້ອງຖິ່ນ, ມີຄວາມຕ້ານທານຕໍ່ສັດຕູພືດ ແລະ ສະພາບແວດລ້ອມຂອງລະບົບຟາມປູກ ພືດ;
  3. ການຜະລິດກະສິກໍາອິນຊີ ຕ້ອງບໍ່ສົ່ງຜົນກະທົບທາງລົບຕໍ່ພື້ນທີ່ອະນຸລັກ ແລະ ພື້ນທີ່ມໍລະດົກທີ່ມີ ຄຸນຄ່າສູງ ໄດ້ຮັບການຢັ້ງຢືນຢ່າງເປັນທາງການ ເປັນຕົ້ນ ພື້ນທີ່ຄຸ້ມຄອງສັດປ່າ ແລະ ພື້ນທີ່ອ່າງໂຕ່ງ;
  4. ຮັກສາ ແລະ ເພີ່ມຄວາມຫຼາກຫຼາຍທາງຊີວະນາໆພັນຢູ່ໃນຟາມ ແລະ ແຫຼ່ງທີ່ຢູ່ອາໄສຂອງສິ່ງທີ່ມີ ຊິວິດ;
  5. ນໍາໃຊ້ແນວພັນພືດທີ່ຫຼາກຫຼາຍເປັນສິ່ງສໍາຄັນຂອງລະບົບການຈັດການຟາມ, ສໍາລັບໄມ້ໃຫ້ຫມາຕ້ອງ ປູກພືດຄຸມດິນ, ສໍາລັບພືດລົ້ມລຸກ ຕ້ອງປູກພືດຫມູນວຽນ, ປູກພືດແບບປະສົມປະສານ, ປູກພືດປົນ ກັນ ຫຼື ປູກພືດຫຼາກຫຼາຍຊະນິດ;
  6. ລະບົບການປູກພືດກະສິກໍາອິນຊີ ຕ້ອງປູກໃສ່ດິນເປັນຫຼັກ ແລະ ບໍ່ອະນຸຍາດໃຫ້ປູກພືດແບບລະບົບ ປູກພືດໃສ່ນ້ໍາ 

ມາດຕາ 12 ການຈັດການ ສັດຕູພືດ ແລະ ການຈະເລີນເຕີບໂຕຂອງພືດ 

ການຈັດການການປູກພືດກະສິກໍາອິນຊີ ຕ້ອງນໍາໃຊ້ຂະບວນການ ແລະ ກົນໄກ ສໍາລັບການຈັດການສັດຕູ ພືດ ເຊັ່ນ ການໄຖດິນ ເພື່ອຄວບຄຸມວັດຊະພືດ, ວິທີການປູກ, ການປູກພືດອາໄສ, ການເລືອກແນວພັນທີ່ເຫມາະ ສົມ, ການເພີ່ມຄວາມຫຼາກຫຼາຍທາງຊີວະນາໆພັນ ໃນກໍລະນີ ມີການນໍາໃຊ້ມາດຕະການເພີ່ມເຕີມ ເປັນຕົ້ນ ການ ຄວບຄຸມຄວາມຮ້ອນ, ການນໍາໃຊ້ສານປ້ອງກັນພືດ ແລະ ສານຄວບຄຸມການຈະເລີນເຕີບໂຕຂອງພຶດ ຕ້ອງນໍາໃຊ້ ສານປ້ອງກັນພຶດ, ສານເລັ່ງການຈະເລີນເຕີບໂຕ ແລະ ການບໍາບັດແນວພັນພືດ ຕາມທີ່ກໍານົດໄວ້ໃນເອກະສານ ຊ້ອນທ້າຍ 1. 

ໝວດທີ 3

ການເກັບກ່ຽວຜົນຜະລິດຈາກທໍາມະຊາດ

ມາດຕາ 13 ການເກັບກ່ຽວຜົນຜະລິດຈາກທໍາມະຊາດ 

ການເກັບກ່ຽວຜົນຜະລິດຈາກທໍາມະຊາດ ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້:

  1. ຫ້າມເກັບກ່ຽວ ເກີນຄວາມສາມາດຂອງທໍາມະຊາດຈະສາມາດສ້າງຂຶ້ນມາທົດແທນໄດ້ ຫຼື ມີຜົນ ກະທົບຕໍ່ລະບົບນິເວດໃນທ້ອງຖິ່ນ;
  2. ຫ້າມເກັບກ່ຽວຜົນຜະລິດກະສິກໍາອິນຊີຈາກທໍາມະຊາດ ທີ່ກໍານົດໄວ້ຢູ່ໃນກົດໝາຍ ແລະ ລະບຽບ ການຂອງແນວພັນປົກປ້ອງ ຫຼື ໃກ້ຈະສູນພັນ;
  3. ຜູ້ສະເຫນີ ຂໍຢັ້ງຢືນຜົນຜະລິດຈາກທໍາມະຊາດ ຕ້ອງເປັນສະມາຊິກໃນຊຸມຊົນ ແລະ ໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນ (ບ້ານ) ທີ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້, ຜູ້ຂໍການ ເກັບກ່ຽວ ຕ້ອງເປັນຜູ້ມີເງື່ອນໄຂໃນການເກັບກ່ຽວຜົນຜະລິດຈາກທໍາມະຊາດແບບຍືນຍົງ. 

ມາດຕາ 14 ການກໍານົດເຂດເກັບກ່ຽວຜົນຜະລິດຈາກທໍາມະຊາດ 

    ການກໍານົດເຂດເກັບກ່ຽວຜົນຜະລິດຈາກທໍາມະຊາດ ຕາມມາດຕະຖານກະສິກໍາອິນຊີຕ້ອງປະຕິບັດ   ດັ່ງນີ້:

  1. ເກັບກ່ຽວພາຍໃນບໍລິເວນທີ່ກໍານົດໃຫ້ເທົ່ານັ້ນ, ພື້ນທີ່ເກັບກ່ຽວຜົນຜະລິດທີ່ບໍ່ໄດ້ນໍາໃຊ້ເຮັດການ ຜະລິດ ຫຼື ບໍ່ໄດ້ນໍາໃຊ້ສານເຄມີຕ້ອງຫ້າມ ຢ່າງຫນ້ອຍ ສາມປີ;
  2. ພື້ນທີ່ເກັບກ່ຽວຜົນຜະລິດກະສິກໍາອິນຊີຈາກທໍາມະຊາດ ຕ້ອງຢູ່ໃນໄລຍະຫ່າງຢ່າງຫນ້ອຍ ຊາວຫ້າ ແມັດ ຈາກພື້ນທີ່ເຮັດການຜະລິດບໍ່ແມ່ນກະສິກໍາອິນຊີ ຫຼື ແຫຼ່ງອື່ນທີ່ອາດມີມົນລະພິດ ແລະ ການປົນ ເປື້ອນ;
  3. ການເກັບຜົນຜະລິດຈາກທໍາມະຊາດ ຕ້ອງຮັກສາຜົນຜະລິດໄວ້ ຫນຶ່ງສ່ວນສີ່ ຫຼື 25 ສ່ວນຮ້ອຍ ຂອງບໍ ລິມາດລວມທັງຫມົດ. 

ຫມວດທີ 4

ການຈັດການ ຫຼັງການເກັບກ່ຽວ, ການປຸງແຕ່ງ, ການຫຸ້ມຫໍ່,

ການເກັບຮັກສາ ແລະ ການຂົນສົ່ງ

ມາດຕາ 15 ການຈັດການຫຼັງການເກັບກ່ຽວ 

ການຈັດການຫຼັງການເກັບກ່ຽວ ຕ້ອງມີມາດຕະການປ້ອງກັນການປົນເປື້ອນ ແລະ ປົນກັນ ລະຫວ່າງ ຜົນ ຜະລິດກະສິກໍາອິນຊີ ກັບຜົນຜະລິດບໍ່ແມ່ນກະສິກໍາອິນຊີ ຢູ່ໃນຂະບວນການຜະລິດ ເປັນຕົ້ນ ການຟາດ, ການປອກ, ການແກະເປືອກ, ການທໍາຄວາມສະອາດ, ການທໍາຄວາມເຢັນ, ການຕັດ, ການຕາກແຫ້ງ ແລະ ການ ຫຸ້ມຫໍ່. 

ມາດຕາ 16 ການຈັດການ ແລະ ການປຸງແຕ່ງ 

ການຈັດການ ແລະ ການປຸງແຕ່ງ ເພື່ອຮັກສາຄຸນລັກສະນະຂອງຜະລິດຕະພັນ ຕາມມາດຕະຖານ ກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້: 

  1. ມີມາດຕະການປ້ອງກັນການປົນເປື້ອນຂອງຜົນຜະລິດກະສິກໍາທີ່ບໍ່ໄດ້ມາຈາກຂະບວນການຜະລິດກະສິກໍາອິນຊີ ໃນການຈັດການ, ການປຸງແຕ່ງ ແລະ ການຫຸ້ມຫໍ່;
  2. ຂະບວນການປຸງແຕ່ງ ຕ້ອງປະຕິບັດຕາມມາດຕະຖານສຸຂະອະນາໄມທີ່ດີ (GHP) ຫຼື ມາດຕະຖານ ການຜະລິດທີ່ດີ (GMP). 

ມາດຕາ 17 ສ່ວນປະສົມ 

ສ່ວນປະສົມ ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້:

  1. ການປຸງແຕ່ງຜະລິດຕະພັນກະສິກໍາອິນຊີ ຕ້ອງນໍາໃຊ້ວັດຖຸດິບ ຫຼື ສ່ວນປະສົມທີ່ໄດ້ມາຈາກຂະບວນ ການຜະລິດກະສິກໍາອິນຊີ, ຍົກເວັ້ນສ່ວນປະສົມເຫຼົ່ານັ້ນບໍ່ສາມາດຫາໄດ້ ໃຫ້ປະຕິບັດຕາມເງື່ອນໄຂ ການຕິດສະຫຼາກທີ່ລະບຸໄວ້ໃນ ຫມວດທີ 5 ຂອງຂໍ້ຕົກລົງສະບັບນີ້ ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ສ່ວນ ປະສົມດຽວກັນລະຫວ່າງ ຜະລິດຕະພັນ ກະສິກໍາອິນຊີ ແລະ ບໍ່ແມ່ນກະສິກໍາອິນຊີ ໃນຂະບວນການ ປຸງແຕ່ງ;
  2. ການປຸງແຕ່ງຜະລິດຕະພັນກະສິກໍາອິນຊີ ໃຫ້ນໍາໃຊ້ສ່ວນປະສົມ ທີ່ກໍານົດໄວ້ຢູ່ໃນເອກະສານຊ້ອນ ທ້າຍ 2 ຂອງຂໍ້ຕົກລົງສະບັບນີ້;
  3. ການປຸງແຕ່ງກະສິກໍາອິນຊີ ຕ້ອງນໍາໃຊ້ແຮ່ທາດ ເປັນຕົ້ນ ວິຕາມິນ, ໄຂມັນທີ່ຈໍາເປັນ, ທາດອາມິໂນອາຊິດ ແລະ ທາດບໍາລຸງອື່ນ ທີ່ມີການຮັບຮອງ ແລະ ຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ ໂດຍໃຫ້ນໍາໃຊ້ໃນ ຜະລິດຕະພັນອາຫານ. 

ມາດຕາ 18 ວິທີ່ການປຸງແຕ່ງ 

ວິທີການປຸງແຕ່ງ ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້:

  1. ການຜະລິດອາຫານ ແລະ ຜະລິດຕະພັນ ປຸງແຕ່ງກະສິກໍາອິນຊີ ຕ້ອງນໍາໃຊ້ວິທີທາງກາຍຍະພາບ ແລະ ຊີວະພາບ ແບບທໍາມະຊາດ ເປັນຕົ້ນ ການປອກເປືອກ, ການສີ, ການຫມັກ, ການບົດ, ການຄົ້ນ ແລະ ການເຮັດໃຫ້ແຫ້ງ; 
  2.  ນໍາໃຊ້ສ່ວນປະສົມ, ສານຊ່ວຍປຸງແຕ່ງ ຫຼື ທາດອື່ນທີ່ນໍາໃຊ້ປຸງແຕ່ງ ແລະ ສ່ວນປະສົມທີ່ຖືກນໍາໃຊ້ສໍາລັບການສະກັດສະເພາະ ທີ່ກໍານົດໄວ້ໃນ ເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງສະບັບນີ້;
  3. ການປຸງແຕ່ງກະສິກໍາອິນຊີບໍ່ອະນຸຍາດໃຫ້ນໍາໃຊ້ເຕັກນິກທາງກໍາມັນຕະພາບລັງສີ
  4. ອຸປະກອນກັ່ນຕອງຕ້ອງບໍ່ນໍາໃຊ້ແຮ່ທາດໄຍຫີນ, ບໍ່ນໍາໃຊ້ເຕັກນິກ ຫຼື ແຮ່ທາດ ທີ່ອາດກໍ່ໃຫ້ເກີດການປົນເປື້ອນຕໍ່ຜົນຜະລິດ, ວັດຖຸກັ່ນຕອງ ແລະ ສານເສີມ ທີ່ນໍາໃຊ້ເຂົ້າໃນຂະບວນການປຸງແຕ່ງ ໃຫ້ປະຕິບັດຕາມ ເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງສະບັບນີ້;

ມາດຕາ 19 ການຫຸ້ມຫໍ່ 

ພາຊະນະບັນຈຸ ທີ່ໃຊ້ເຂົ້າໃນຂະບວນການ ຫຸ້ມຫໍ່, ເກັບຮັກສາ ແລະ ຂົນສົ່ງ ຕາມມາດຕະຖານກະສິກໍາ ອິນ     ຊີ ຕ້ອງປະຕິບັດ ດັ່ງນີ້: 

  1. ຫ້າມນໍາໃຊ້ ວັດສະດຸບັນຈຸ ຫຼື ພາຊະນະບັນຈຸທີ່ມີເຊື້ອລາສັງເຄາະ, ສານກັນບູດ, ສານຮົມຢາ ແລະ ພາຊະນະບັນຈຸທີ່ນໍາໃຊ້ແລ້ວກັບມາໃຊ້ຄືນໃຫມ່ ຊຶ່ງອາດປົນເປື້ອນ ແລະ ກໍ່ໃຫ້ເກີດຜົນກະທົບຕໍ່ຄຸນ ນະພາບຂອງຜົນຜະລິດກະສິກໍາອິນຊີ ຫຼື ສ່ວນປະສົມກະສິກໍາອິນຊີ; 
  2. ນໍາໃຊ້ວັດສະດຸຫຸ້ມຫໍ່ທີ່ຍ່ອຍສະຫຼາຍໄດ້, ສາມາດນໍາໄປຜະລິດຄືນໃຫມ່ ຫຼື ນໍາມາໃຊ້ຄືນ.

ມາດຕາ 20 ການຈັດການສັດຕູພືດ 

ລະບົບການຈັດການ ການປຸງແຕ່ງຜະລິດຕະພັນອິນຊີ ການຈັດການສັດຕູພືດຕາມລໍາດັບຂັ້ນຕອນການ ປະຕິບັດເລີ່ມຕົ້ນດ້ວຍການປ້ອງກັນ, ທາງກາຍຍະພາບ, ນໍາໃຊ້ກົນຈັກ, ວິທີການທາງຊີວະວິທະຍາ ແລະ ນໍາໃຊ້ ສານຕ່າງໆທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ເປັນຕົ້ນ ການຄວບຄຸມສັດຕູພືດໄດ້ແກ່ ການສ້າງແລວປ້ອງກັນ, ສຽງ, ແສງອັນຕຼາຊາວ, ກັບດັກແສງຢູວີ (ລວມທັງກັບດັກຟີໂຣໂມນ), ຄວບຄຸມດ້ວຍອຸນຫະພູມ, ຄວບຄຸມ ບັນຍາກາດ ແລະ ດິນເປົ່າ (diatomaceous earth), ການປະຕິບັດຕາມວິທີການຕ່າງໆທີ່ກ່າວມາຂ້າງເທິງນັ້ນບໍ່ ໄດ້ຜົນ ຫຼື ຖ້ານໍາໃຊ້ສານອື່ນ ຕ້ອງບໍ່ສໍາພັດໂດຍກົງກັບຜົນຜະລິດກະສິກໍາອິນຊີ. 

ມາດຕາ 21 ການທໍາຄວາມສະອາດ, ການອະນາໄມສິ່ງອໍານວຍຄວາມສະດວກ ຂອງການປຸງແຕ່ງອາຫານ 

ການທໍາຄວາມສະອາດ, ການອະນາໄມສິ່ງອໍານວຍຄວາມສະດວກ ຂອງການປຸງແຕ່ງອາຫານໃຫ້ຖືກຕ້ອງ     ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້: 

  1. ການຈັດການຜົນຜະລິດກະສິກໍາອິນຊີນໍາໃຊ້ແຕ່ລະບົບທໍາຄວາມສະອາດ ແລະ ຂ້າເຊື້ອຕາມພື້ນຜິວ, 

ເຄື່ອງຈັກ ແລະ ອຸປະກອນປຸງແຕ່ງ ເພື່ອປ້ອງກັນການປົນເປື້ອນຕໍ່ຜົນຜະລິດກະສິກໍາອິນຊີ;

  1. ການຂ້າເຊື້ອ ແລະ ສານທໍາຄວາມສະອາດ ທີ່ອາດຕິດແປດໃສ່ຜົນຜະລິດກະສິກໍາອິນຊີ ເປັນຕົ້ນ ນ້ໍາ ແລະ ສານຕ່າງໆ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ໃນກໍລະນີ ສານເຫຼົ່ານັ້ນໃຊ້ບໍ່ໄດ້ຜົນ ແລະ ຈໍາເປັນຕ້ອງໃຊ້ສານອື່ນ ຕ້ອງຮັບປະກັນວ່າສານເຫຼົ່ານັ້ນ ຈະບໍ່ສໍາພັດກັບຜົນຜະລິດກະສິກໍາອິນຊີ.

ມາດຕາ 22 ການເກັບຮັກສາ ແລະ ການຂົນສົ່ງ 

ມາດຕະການປ້ອງກັນການປົນເປື້ອນຕໍ່ຜົນຜະລິດ ດ້ວຍສານຕ້ອງຫ້າມ ຫຼື ການປົນກັນກັບຜົນຜະລິດ ແລະ  ຜະລິດຕະພັນທີ່ບໍ່ແມ່ນກະສິກໍາອິນຊີ, ຕ້ອງຈໍາແນກໃຫ້ລະອຽດ ໃນລະຫວ່າງການເກັບຮັກສາ ແລະ ການ ຂົນສົ່ງ. 

ຫມວດທີ 5

ກາໝາຍ ແລະ ສະຫຼາກມາດຕະຖານກະສິກໍາອິນຊີ

ມາດຕາ 23 ກາໝາຍ ແລະ ສະຫຼາກ 

ກາໝາຍ ແລະ ສະຫຼາກ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້:

  1. ການຕິດກາຫມາຍ ແລະ ສະຫຼາກ ຕ້ອງແຈ້ງສ່ວນປະກອບລະອຽດຂອງຜົນຜະລິດ ນ້ໍາຫນັກ ລວມທັງ 

ສ່ວນປະກອບທີ່ເປັນກະສິກໍາອິນຊີ ແລະ ບໍ່ແມ່ນກະສິກໍາອິນຊີ. ຍົກເວັ້ນ ພືດເປັນຢາ ຫຼື ເຄື່ອງເທດ (Spices) ຫນ້ອຍກວ່າ ສອງສ່ວນຮ້ອຍ ຂອງນ້ໍາຫນັກທັງຫມົດ ຂອງຜະລິດຕະພັນ, ສາມາດຕິດສະຫຼາກ ເປັນພືດເປັນຢາ ຫຼື ເຄື່ອງເທດ (Spices);

  1. ການຕິດສະຫຼາກບົ່ງບອກຜູ້ປະກອບການທີ່ຮັບຜິດຊອບຕໍ່ຜົນຜະລິດນັ້ນ ແລະ ຫນ່ວຍງານຢັ້ງຢືນເປັນຜູ້ຮັບປະກັນວ່າຜົນຜະລິດນັ້ນໄດ້ຜະລິດຕາມມາດຕະຖານກະສິກໍາອິນຊີ;
  2. ການປະກາດເປັນ “ຜົນຜະລິດ/ຜະລິດຕະພັນກະສິກໍາອິນຊີ” ຫຼື “Organic Productສາມາດເຮັດ ໄດ້ໃນກໍລະນີທີ່ຜົນຜະລິດນັ້ນມີສ່ວນປະກອບຂອງຜະລິດຕະພັນກະສິກໍາອິນຊີຢ່າງຫນ້ອຍ ເກົ້າສິບຫ້າ ສ່ວນຮ້ອຍ (ໂດຍນ້ໍາຫນັກສໍາລັບຜົນຜະລິດທີ່ເປັນທາດແຂງ ຫຼື ປະລິມານ ທີ່ເປັນທາດແຫຼວ-ບໍ່ລວມ ເອົານ້ໍາ ແລະ ເກືອ) ສ່ວນປະສົມທີ່ຍັງເຫຼືອບໍ່ແມ່ນກະສິກໍາອິນຊີ ທີ່ມາຈາກການຜະລິດກະສິກໍາ ແລະ ບໍ່ແມ່ນແຫຼ່ງຜະລິດກະສິກໍາ ຕ້ອງບໍ່ຕັດແຕ່ງພັນທຸກໍາ, ສາຍລັງສີ ຫຼື ຖະຫນອມ ດ້ວຍເຄື່ອງຊ່ວຍປຸງແຕ່ງ ທີ່ບໍ່ໄດ້ກໍານົດໃວ້ໃນ ເອກະສານຊ້ອນທ້າຍ 2;
  3. ການປະກາດເປັນ “ຜະລິດຈາກສ່ວນປະສົມກະສິກໍາອິນຊີ” ຫຼື “made with organic ingredientsສາມາດເຮັດໄດ້ໃນກໍລະນີທີ່ຜົນຜະລິດນັ້ນ ມີສ່ວນປະກອບຂອງຜົນຜະລິດ/ຜະລິດ ຕະພັນ ກະສິກໍາອິນຊີຢ່າງຫນ້ອຍ ເຈັດສິບສ່ວນຮ້ອຍ (ໂດຍນ້ໍາຫນັກສໍາລັບຜົນຜະລິດທີ່ເປັນທາດແຂງ ຫຼື ປະລິມານ ທີ່ເປັນທາດແຫຼວ-ບໍ່ລວມເອົານ້ໍາ ແລະ ເກືອ);
  4. ການຕິດສະຫຼາກ ທີ່ບໍ່ແມ່ນ “ກະສິກໍາອິນຊີ” ຫຼື “ສ່ວນປະສົມກະສິກໍາອິນຊີມີສ່ວນປະກອບຂອງ ຜະລິດຕະພັນກະສິກໍາອິນຊີ້ຫນ້ອຍກວ່າ ເຈັດສິບສ່ວນຮ້ອຍ (ໂດຍນ້ໍາຫນັກສໍາລັບຜົນຜະລິດທີ່ເປັນ ທາດແຂງ ຫຼື ປະລິມານ ທີ່ເປັນທາດແຫຼວ-ບໍ່ລວມເອົານ້ໍາ ແລະ ເກືອ) ບໍ່ສາມາດຕິດສະຫຼາກເປັນ“ກະສິກໍາອິນຊີ ໄດ້;
  5. ການຕິດກາຫມາຍ ແລະ ສະຫຼາກ ຕ້ອງແຍກໃຫ້ເຫັນຄວາມແຕກຕ່າງຢ່າງລະອຽດລະຫວ່າງຜົນຜະລິດທີ່ຢູ່ໃນໄລຍະປັບປ່ຽນ ຫຼື ຜົນຜະລິດກະສິກໍາອິນຊີ. ການຕິດກາຫມາຍ ແລະ ສະຫຼາກເປັນການ ຮັບປະກັນວ່າຜົນຜະລິດທີ່ຕິດກາຫມາຍ “ຜົນຜະລິດກະສິກໍາອິນຊີ” ຫຼື “ຜົນຜະລິດຢູ່ໃນໄລຍະປັບປ່ຽນ” ຕ້ອງສອດຄ່ອງກັບມາດຕະຖານທີ່ກໍານົດໄວ້;
  6. ຜົນຜະລິດ, ຜະລິດຕພັນ ແລະ ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ ທີ່ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານກະສິກໍາອິນຊີ ຈາກ ກົມປູກຝັງ ຈຶ່ງມີສິດນໍາໃຊ້ກາຫມາຍກະສິກໍາອິນຊີລາວ;
  7. ຫ້າມໃຊ້ກາຫມາຍກະສິກໍາອິນຊີລາວ ເປັນກາຫມາຍຂອງຜະລິດຕະພັນ, ກາຫມາຍກະສິກໍາອິນຊີລາວ ຈະຕ້ອງບໍ່ເດັ່ນກວ່າ ກາຫມາຍຜະລິດຕະພັນ ໂດຍຕົວອັກສອນ ບົ່ງບອກ ການຢັ້ງຢືນມາດຕະຖານກະສິກໍາ ອິນຊີ ແລະ ສັນຍາລັກ ມາດຕະຖານກະສິກໍາອິນຊີ ຕ້ອງມີຂະຫນາດບໍ່ເກີນ ສາມສ່ວນສີ່ ຂອງຂະຫນາດກາຫມາຍຜະລິດຕະພັນ;
  8. ຊື່, ສະຖານທີ່ ແລະ ເບີໂທຕິດຕໍ່ພົວພັນຂອງຜູ້ຜະລິດ ແລະ ຜູ້ປະກອບການ ທີ່ໄດ້ຮັບການຢັ້ງຢືນຈາກ ກົມປູກຝັງ, ຊຶ່ງເປັນຜູ້ເຮັດການບັນຈຸຜະລິດຕະພັນ ເປັນຄົນສຸດທ້າຍ ຕິດຢູ່ນໍາສະເຫມີ; 
  9. ຜົນຜະລິດກະສິກໍາອິນຊີ ຢູ່ໃນໄລຍະການປັບປ່ຽນ ຍັງບໍ່ມີສິດໃຊ້ກາຫມາຍກະສິກໍາອິນຊີລາວ;
  10. ຜົນຜະລິດກະສິກໍາອິນຊີ ທີ່ຜ່ານການຢັ້ງຢືນຈາກ ກົມປູກຝັງ ມີສິດໃຊ້ຂໍ້ຄວາມ ພິມລົງພາຊະນະບັນຈຸ ວ່າ: ຜະລິດຕະພັນ ຫຼື ຜົນຜະລິດ ກະສິກໍາອິນຊີ ແລະ ໃສ່ກາຫມາຍກະສິກໍາອິນຊີລາວ;
  11. ຜະລິດຕະພັນ ທີ່ຜ່ານການແປຮູບ ຕ້ອງລະບຸ ວັນຜະລິດ, ວັນຫມົດອາຍຸ, ປະລິມານບັນຈຸ ແລະ ວິທີ ເກັບຮັກສາຢູ່ຂ້າງພາຊະນະບັນຈຸ;
  12. ຫ້າມໃຊ້ກາຫນາຍກະສິກໍາອິນຊີລາວ ແອບອ້າງວ່າ: ຜະລິດຕະພັນກະສິກໍາອິນຊີ ທີ່ໄດ້ຮັບການຢັ້ງຢືນ ຈາກ ກົມປູກຝັງ ເປັນຜະລິດຕະພັນ ບໍ່ໄດ້ຕັດແຕ່ງພັນທຸກໍາ ຫຼື ບໍ່ມີການຕັດແຕ່ງພັນທຸກໍາ ອັນນີ້ ເພື່ອ ປ້ອງກັນການເຂົ້າໃຈຜິດ ຄິດວ່າເປັນການຢັ້ງຢືນວ່າ: ຜະລິດຕະພັນນີ້ ປາສະຈາກການຕັດແຕ່ງພັນທຸ ກໍາ ຫຼື ມີການຕັດແຕ່ງພັນທຸກໍາ;
  13. ກົມປູກຝັງ ເປັນຜູ້ກໍານົດ ກາຫມາຍ ແລະ ສະຫຼາດ ກະສິກໍາອິນຊີລາວ. 

ມາດຕາ 24 ລັກສະນະກາໝາຍກະສິກໍາອິນຊີລາວ 

ກາຫມາຍກະສິກໍາອິນຊີລາວ ມີລັກສະນະເປັນຮູບສີ່ຫຼ່ຽມມົນທົນ, ດ້ານເທິງຂຽນວ່າ ກະສິກໍາອິນຊີລາວ, ດ້ານລຸ່ມຂຽນວ່າ Laos Organic Certified, ພື້ນເປັນສີຂຽວ ມີຮູບຍອດໃບອ່ອນພຶດ ສອງໃບ ສີຂາວ; 

ກະສິກໍາອິນຊີລາວ CERTIFIED 

ຄວາມໝາຍ ຂອງກາໝາຍ: 

ພື້ນສີຂຽວ ຫມາຍເຖິງ ສປປ ລາວ ເປັນປະເທດທີ່ຜະລິດກະສິກໍາອິນຊີ ທີ່ມີຄວາມອຸດົມສົມບູນ ທາງດ້ານ ຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ; 

ຍອດໃບອ່ອນພືດສອງໃບ ຫມາຍເຖິງ ຜົນຜະລິດທີ່ໄດ້ຮັບການຢັ້ງຢືນເປັນກະສິກໍາອິນຊີລາວ.

ມາດຕາ 25 ການສະເຫນີຂໍການຢັ້ງຢືນ ກາຫມາຍ ແລະ ສະຫຼາກ 

ການສະເຫນີຂໍການຢັ້ງຢືນກາຫມາຍ ແລະ ສະຫຼາກ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ຜູ້ຜະລິດ-ຜູ້ປະກອບການ ທີ່ມີຈຸດປະສົງຂໍການນໍາໃຊ້ກາຫມາຍກະສິກໍາອິນຊີລາວ ແລະ ສະຫຼາກ ຕ້ອງ ສົ່ງສໍາເນົາສະບັບຕົ້ນແບບສະຫຼາກ ແລະ ວັດສະດຸຫຸ້ມຫໍ່ບັນຈຸ ຜະລິດຕະພັນທີ່ສະແດງໃຫ້ເຫັນ ຂະຫນາດ ແລະ ຕໍາແຫນ່ງຂອງກາຫມາຍກະສິກໍາອິນຊີລາວ ໃຫ້ກົມປູກຝັງ ກວດກາຄວາມຖືກຕ້ອງ ກ່ອນນໍາໃຊ້ທຸກໆຄັ້ງ ແລະ ປະຕິບັດຕາມລະບຽບການນໍາໃຊ້ກາຫມາຍກະສິກໍາອິນຊີລາວ ທີ່ກໍານົດໄວ້;
  2. ຜູ້ປະກອບການ ຮ້ານອາຫານ ຫຼື ໂຮງແຮມ ສາມາດຂໍນໍາໃຊ້ກາຫມາຍກະສິກໍາອິນຊີລາວໄດ້ ໃນກໍລະນີ ທີ່ຊື້ຜົນຜະລິດ ຫຼື ຜະລິດຕະພັນ ຈາກຜູ້ທີ່ໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາອິນຊີ ເປັນສ່ວນ ປະກອບໃນລາຍການອາຫານ. 

ຫມວດທີ 6

ການກວດສອບຄືນຫຼັງ ແລະ ການເກັບຮັກສາບົດບັນທຶກ

ມາດຕາ 26 ການກວດສອບຄືນຫຼັງ 

ການກວດສອບຄືນຫຼັງ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດດັ່ງນີ້:

  1. ພື້ນທີ່ການຜະລິດແຕ່ລະຕອນຕ້ອງແຍກ ແລະ ລະບຸຊື່ ຫຼື ລະຫັດພື້ນທີ່ຜະລິດ, ຕ້ອງຕິດຊື່ ຫຼື ລະຫັດໃສ່ແຕ່ລະ ສະຖານທີ່ຜະລິດ ພ້ອມທັງລະບຸໃນແຜນວາດພື້ນທີ່ການຜະລິດ, ຊື່ ຫຼື ລະຫັດພື້ນທີ່ຜະລິດ ຕ້ອງມີການບັນທຶກຕາມພື້ນທີ່ຕົວຈິງ;
  2. ຜູ້ປະກອບການຕ້ອງບັນທຶກເອກະສານທີ່ກ່ຽວຂ້ອງກັບການຊື້, ການຈັດການ ແລະ ການບັນທຶກຂະບວນການປຸງແຕ່ງ ພ້ອມທັງລາຍການວັດຖຸສິ່ງຂອງທັງຫມົດ ທີ່ນໍາໃຊ້ເຂົ້າໃນຂະບວນການຜະລິດ, ການປຸງແຕ່ງຜົນຜະລິດກະສິກໍາອິນຊີ ແລະ ການຈັດການຈົນຮອດຜະລິດຕະພັນສໍາເລັດຮູບ

ມາດຕາ 27 ການເກັບຮັກສາບົດບັນທຶກ 

ການເກັບຮັກສາບົດບັນທຶກ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດດັ່ງນີ້:

  1. ເກັບຮັກສາບົດບັນທຶກ ເພື່ອສ້າງເປັນຖານຂໍ້ມູນ ແລະ ເປັນບ່ອນອີງໃນການກວດສອບຄືນຫຼັງໄດ້ຢ່າງ ຖືກຕ້ອງ ແລະ ສອດຄ່ອງຕາມມາດຕະຖານໃນຂະບວນການດໍາເນີນການຜະລິດກະສິກໍາອິນຊີໃນ ທຸກໆຂັ້ນຕອນ ເປັນຕົ້ນ ຂໍ້ມູນວັດຖຸດິບ, ປັດໄຈການຜະລິດກະສິກໍາ ແລະ ປະລິມານການນໍາໃຊ້ ໃນ ທຸກຂັ້ນຕອນຂອງຕ່ອງໂສ້ການສະຫນອງ, ມີຄວາມໂປ່ງໃສ ແລະ ສາມາດກວດສອບຂໍ້ມູນຄືນຫຼັງໄດ້ງ່າຍ;
  2. ເອກະສານ ແລະ ການບັນທຶກຕ້ອງລະບຸແຫຼ່ງທີ່ມາຢ່າງຈະແຈ້ງ ເປັນຕົ້ນ ການເຄື່ອນຍ້າຍ, ການນໍາໃຊ້,ມີບັນຊີລາຍການວັດຖຸສິ່ງຂອງທີ່ນໍາໃຊ້ເຂົ້າໃນຜະລິດຕະພັນກະສິກໍາອິນຊີ ແລະ ບໍ່ແມ່ນກະສິກໍາອິນຊີ, ຕ້ອງບັນທຶກທຸກຂັ້ນຕອນຂອງການຜະລິດ, ການປຸງແຕ່ງ ແລະ ການຈັດການ;
  1. ການບັນທຶກເອກະສານຕ່າງໆ ຕ້ອງຄໍານຶງເຖິງການກວດສອບຄືນຫຼັງ, ສາມາດໃຫ້ນັກກວດກາມາກວດ ພິສູດ ແລະ ກວດສອບໄດ້ຕະຫຼອດເວລາ;
  2. ການບັນທຶກທີ່ກ່າວມາຂ້າງເທິງນັ້ນ (ລວມເຖິງຜູ້ທີ່ກ່ຽວຂ້ອງກັບຜູ້ຖືກວ່າຈ້າງ) ຕ້ອງເກັບຮັກສາໄວ້ຢ່າງຫນ້ອຍ ຫ້າ ປີ. 

ຫມວດທີ 7

ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ

ມາດຕາ 28 ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ 

ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ ແມ່ນການຜະລິດທີ່ຜ່ານຂະບວນການຜະລິດ ແລະ ປຸງ ແຕ່ງ ເພື່ອຜົນປະໂຫຍດທາງການຄ້າ ເປັນຕົ້ນ ຝຸ່ນອົງຄະທາດ, ສານປັບປຸງດິນ, ສານການຈະເລີນເຕີບໂຕ, ສະຫມຸນໄພປ້ອງກັນພືດ ໂດຍປະຕິບັດຕາມເງື່ອນໄຂມາດຕະຖານກະສິກໍາອິນຊີທີ່ໄດ້ກໍານົດ. ສໍາລັບປັດໄຈການຜະລິດກະ ສິກໍາອິນຊີ ທີ່ຜະລິດໃນຟາມ/ສວນ ແມ່ນສາມາດນໍາໃຊ້ໄດ້. 

ມາດຕາ 29 ການນໍາໃຊ້ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ 

ການນໍາໃຊ້ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດດັ່ງນີ້: 

  1. ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ ສາມາດຮັບການຢັ້ງຢືນໄດ້ ຖ້າສ່ວນປະກອບຂອງ ປັດໄຈ ການຜະລິດກະສິກໍາອິນຊີ ແລະ ຂະບວນການຜະລິດ ຫຼື ໄດ້ມາຊຶ່ງປັດໄຈການຜະລິດກະສິກໍາ ດັ່ງກ່າວ ຕາມມາດຕະຖານກະສິກໍາອິນຊີ ຫຼື ການປະເມີນ ກະສິກໍາອິນຊີ ຕາມທີ່ໄດ້ກໍານົດໄວ້ໃນ ເອກະສານຊ້ອນທ້າຍ 4 ແລະ ເອກະສານຊ້ອນທ້າຍ 5 ຂອງຂໍ້ຕົກລົງສະບັບນີ້;
  2. ຈາກຜົນການປະເມີນຂອງນັກກວດກາ ເຫັນວ່າ ປະລິມານ ແລະ ຄວາມຖີ່ ໃນການນໍາໄຊ້ປັດໄຈການ ຜະລິດກະສິກໍາອິນຊີ ເພື່ອການຄ້າ ມີຄວາມສ່ຽງ ໂລຫະຫນັກເຈືອປົນ ຜູ້ຜະລິດ ຕ້ອງສະແດງຜົນການ ວິໄຈໂລຫະຫນັກ ຢູ່ໃນປັດໄຈການຜະລິດກະສິກໍາດັ່ງກ່າວ, ໃນກໍລະນີ ຫາກພົບເຫັນມີປະລິມານໂລຫະ ຫນັກ ສະສົມຫຼາຍເກີນກວ່າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 6 ຈະບໍ່ພິຈາລະນາຢັ້ງຢືນ;
  3.  ຜູ້ຜະລິດ ຕ້ອງມີຂໍ້ມູນທີ່ຊັດເຈນກ່ຽວກັບຄຸນປະໂຫຍດ ແລະ ປະສິດທິພາບ ໃນການນໍາເອົາປັດໄຈການ ຜະລິດກະສິກໍາອິນຊີ ເພື່ອການຄ້າໄປນໍາໃຊ້ ເພື່ອໃຫ້ສາມາດກວດສອບໄດ້;
  4. ປັດໄຈການຜະລິດກະສິກໍາອິນຊີ ເພື່ອການຄ້າ ທີ່ໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາອິນຊີ ຕ້ອງ ລະບຸສ່ວນປະກອບໄວ້ຢູ່ເທິງພາຊະນະບັນຈຸຜະລິດຕະພັນ ຫຼື ຢູ່ໃນເອກະສານແນະນໍາການນໍາໃຊ້ ພ້ອມ ທັງລະບຸ ເງື່ອນໄຂ ແລະ ຂໍ້ກໍານົດການນໍາໃຊ້ໃຫ້ຊັດເຈນ. 

ຫມວດທີ 8

ປັດຈການຜະລິດ ທີ່ບໍ່ໄດ້ກໍານົດໄວ້ໃນລາຍການອະນຸຍາດໃຫ້ນໍາໃຊ້

ມາດຕາ 30 ເງື່ອນໄຂການນໍາໃຊ້ປັດໄຈການຜະລິດ ທີ່ບໍ່ໄດ້ກໍານົດໄວ້ໃນລາຍການອະນຸຍາດໃຫ້ນໍາໃຊ້ 

ເງື່ອນໄຂການນໍາໃຊ້ປັດໄຈການຜະລິດ ທີ່ບໍ່ໄດ້ກໍານົດໄວ້ໃນລາຍການອະນຸຍາດໃຫ້ນໍາໃຊ້ ໃນເອກະສານ ຊ້ອນທ້າຍ 1, 2 ແລະ 3 ຕ້ອງພິຈາລະນາຕາມເງື່ອນໄຂ ດັ່ງນີ້: 

  1. ສອດຄ່ອງກັບຫຼັກການຂອງການຜະລິດກະສິກໍາອິນຊີ;
  2. ມີຄວາມຈໍາເປັນນໍາໃຊ້ປັດໄຈການຜະລິດດັ່ງກ່າວ;
  3. ການນໍາໃຊ້ ແລະ ການທໍາລາຍ ປັດໄຈການຜະລິດ ຕ້ອງບໍ່ສົ່ງຜົນກະທົບ ຫຼື ເປັນອັນຕະລາຍຕໍ່ ສິ່ງແວດລ້ອມ;
  4. ການນໍາໃຊ້ປັດໄຈການຜະລິດ ຕ້ອງບໍ່ມີຜົນກະທົບທາງລົບ ຕໍ່ສຸຂະພາບຂອງຄົນ ແລະ ສັດ; 5. ໃນກໍລະນີປັດໄຈການຜະລິດ ທີ່ອະນຸຍາດໃຫ້ນໍາໃຊ້ບໍ່ພຽງພໍທາງດ້ານປະລິມານ ຫຼື ຄຸນນະພາບ ສາມາດອະນຸຍາດໃຫ້ນໍາໃຊ້ປັດໄຈການຜະລິດທີ່ບໍ່ໄດ້ກໍານົດໃນລາຍການອະນຸຍາດໃຫ້ນໍາໃຊ້. 

ມາດຕາ 31 ເງື່ອນໄຂການປະເມີນ ການນໍາໃຊ້ປັດໄຈການຜະລິດ 

ເງື່ອນໄຂການປະເມີນ ການນໍາໃຊ້ປັດໄຈການຜະລິດ ໃຫ້ຖືກຕ້ອງຕາມມາດຕະຖານກະສິກໍາອິນຊີ ຕ້ອງ ປະຕິບັດດັ່ງນີ້: 

  1. ການປະເມີນການນໍາໃຊ້ປັດໄຈການຜະລິດ ຕາມເງື່ອນໄຂນໍາໃຊ້ປັດໄຈການຜະລິດ ຕາມທີ່ກໍານົດໄວ້ ່ ໃນ ມາດຕາ 30 ແມ່ນໃຫ້ປະເມີນຄວາມສອດຄ່ອງຕາມເງື່ອນໄຂໃນການຜະລິດກະສິກໍາອິນຊີ ດັ່ງນີ້: 
  1. ກໍລະນີນໍາໃຊ້ປັດໄຈການຜະລິດ ເພື່ອປັບປຸງດິນ ໃຫ້ໄດ້ທາດອາຫານຕາມຄວາມຕ້ອງການຂອງພືດ ຫຼື ການປັບສະພາບດິນສະເພາະ ຊຶ່ງການປະຕິບັດດັ່ງກ່າວບໍ່ໄດ້ລະບຸໄວ້ໃນມາດຕາ 9 ຫຼື ປັດໄຈ ການຜະລິດທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ 1, 2 ແລະ 3 ປັດໄຈການຜະລິດ ຕ້ອງໄດ້ມາຈາກ ພືດ, ສັດ, ຈຸລິນຊີ, ແຫຼ່ງແຮ່ທາດທີ່ຜ່ານຂະບວນການທາງດ້ານກາຍຍະພາບ (ກົນຈັກ, ຄວາມຮ້ອນ), ເອັນໄຊ ຫຼື ຂະບວນການທາງຈຸລິນຊີ, ການນໍາໃຊ້ ຕ້ອງບໍ່ມີຜົນກະທົບທີ່ເປັນອັນຕະລາຍຕໍ່ຄວາມອຸດົມສົມບູນຂອງດິນ ແລະ ຄຸນລັກສະນະທາງດ້ານກາຍຍະພາບຂອງດິນ;
  2. ກໍລະນີນໍາໃຊ້ປັດໄຈການຜະລິດ ເພື່ອຄວບຄຸມພະຍາດພືດ, ແມງໄມ້ ແລະ ວັດຊະພືດ ທີ່ບໍ່ ສາມາດຄວບຄຸມສິ່ງທີ່ມີຊີວິດທີ່ເປັນອັນຕະລາຍ ຫຼື ພະຍາດພືດສະເພາະດ້ວຍວິທີການຊີວະວິທະຍາ, ກາຍຍະພາບ ຫຼື ການປະສົມພັນພືດ ແລະ ວິທີການຈັດການທີ່ມີປະສິດທິພາບ; ປັດໄຈການຜະລິດ ທີ່ນໍາໃຊ້ຄວນໄດ້ຈາກ ພືດ, ສັດ, ຈຸລິນຊີ ຫຼື ແຮ່ທາດ ທີ່ຜ່ານຂະບວນການ ທາງກາຍຍະພາບ (ກົນຈັກ, ຄວາມຮ້ອນ), ເອັນໄຊ ແລະ ຈຸລິນຊີ. ນອກຈາກນັ້ນ, ສານສັງເຄາະ (ຟີໂຣໂມນ) ທີ່ບໍ່ໄດ້ລະບຸຢູ່ໃນລາຍການທີ່ອະນຸຍາດໃຫ້ນໍາໃຊ້ ອາດຈະພິຈາລະນາໃຫ້ນໍາໃຊ້ໄດ້ ຖ້າສານດັ່ງກ່າວ ຢູ່ໃນຮູບແບບທໍາມະຊາດ ບໍ່ມີປະລິມານພຽງພໍ, ຊຶ່ງປັດໄຈການຜະລິດທີ່ນໍາໃຊ້ ບໍ່ມີສານຕົກຄ້າງ ທາງກົງ ແລະ ທາງອ້ອມ ຕໍ່ຜົນຜະລິດ;
  3. ກໍລະນີນໍາໃຊ້ປັດໄຈການຜະລິດ ເຫຼົ່ານີ້ ຄວນໄດ້ມາຈາກແຫຼ່ງກໍາເນີດຕາມທໍາມະຊາດ ແລະ ອາດ ມາຈາກຂະບວນການທາງກົນຈັກ ຫຼື ທາງກາຍຍະພາບ (ການສະກັດ, ການຕົກຕະກອນ), ຂະບວນການທາງຊີວະວິທະຍາ/ເອັນໄຊ ແລະ ຂະບວນການຈຸລິນຊີ (ການບົ່ມ, ການຫມັກ). ຖ້າ ປັດໄຈການຜະລິດດັ່ງກ່າວ ໄດ້ມາຈາກຂະບວນການຂ້າງເທິງບໍ່ພຽງພໍ ແຕ່ມີຄວາມຈໍາເປັນນໍາໃຊ້ໃນ ຂະບວນການຜະລິດ, ປັດໄຈການຜະລິດດັ່ງກ່າວ ອາດພິຈາລະນາໃຫ້ນໍາໃຊ້ເປັນກໍລະນີພິເສດ, ແຕ່ການນໍາໃຊ້ບໍ່ຄວນເຮັດໃຫ້ເກີດຄວາມເຂົ້າໃຈຜິດຕໍ່ຜູ້ບໍລິໂພກ ກ່ຽວກັບ ລັກສະນະຂອງປັດໄຈ ການຜະລິດ ແລະ ຄຸນນະພາບຂອງອາຫານ;
  1. ຂະບວນການປະເມີນການນໍາໃຊ້ປັດໄຈການຜະລິດ ທີ່ບໍ່ໄດ້ກໍານົດໄວ້ໃນລາຍການອະນຸຍາດນໍາໃຊ້ ທຸກໆພາກສ່ວນກ່ຽວຂ້ອງຄວນມີສ່ວນຮ່ວມໃນຂະບວນການປະເມີນ;
  2. ການສະເຫນີເພື່ອຂໍເພີ່ມລາຍການປັດໄຈການຜະລິດ ເຂົ້າໃນເອກະສານຊ້ອນທ້າຍ ຕ້ອງປະກອບມີຂໍ້ມູນ ແລະ ລາຍລະອຽດ ດັ່ງນີ້:
  1. ລາຍລະອຽດຂອງປັດໄຈການຜະລິດ ແລະ ເງື່ອນໄຂການນໍາໃຊ້;
  2. ຂໍ້ມູນຕ້ອງຕອບສະຫນອງກັບເງື່ອນໄຂທີ່ກໍານົດໄວ້ໃນໝວດທີ 2 ຂອງຂໍ້ຕົກລົງ ສະບັບນີ້. 

ໝວດທີ 9

ການຢັ້ງຢືນ ກ່ຽວກັບມາດຕະຖານກະສິກໍາອິນຊີ

ມາດຕາ 32 ເງື່ອນໄຂຂອງຜູ້ປະກອບການ 

ເງື່ອນໄຂຂອງຜູ້ປະກອບການ ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້:

  1.  ຜົນຜະລິດກະສິກໍາອິນຊີທີ່ໄດ້ຮັບການຢັ້ງຢືນ ແລະ ຫຸ້ມຫໍ່ແລ້ວສາມາດນໍາມາບັນຈຸໃຫມ່ ແລະ ຈໍາ  ຫນ່າຍ ໂດຍບໍ່ຕ້ອງ ຂໍການຢັ້ງຢືນມາດຕະຖານກະສິກໍາອິນຊີຕື່ມ ແຕ່ບໍ່ສາມາດນໍາໃຊ້ກາຫມາຍກະສິກໍາອິນຊີ ລາວ, ກໍລະນີນີ້ ຕ້ອງການນໍາໃຊ້ກາຫມາຍກະສິກໍາອິນຊີລາວ ຕ້ອງຂໍອະນຸຍາດຈາກການປູກຝັງ;
  2. ຝຶກອົບຮົມ ແລະ ແນະນໍາໃຫ້ພະນັກງານ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃຈ ກ່ຽວກັບການປະຕິບັດ ຕາມມາດຕະຖານກະສິກໍາອິນຊີ ທຸກຂັ້ນຕອນ; 
  3. ບັນທຶກ ເອກະສານ ແຫຼ່ງທີ່ມາຂອງວັດຖຸດິບ, ການເກັບຊື້ທີ່ໃຊ້ໃນການປຸງແຕ່ງ, ການບັນຈຸ, ຫຸ້ມຫໍ່,ປະລິມານຜົນຜະລິດ, ຜະລິດຕະພັນໃນສາງ, ຜົນຜະລິດເຂົ້າ-ອອກສາງ ແລະ ການຈໍາຫນ່າຍໃຫ້ ຈະແຈ້ງ ສາມາດກວດສອບໄດ້;
  4. ເກັບຮັກສາເອກະສານ ແລະ ໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ຈາກກົມປູກຝັງ ຫຼື ໃບຢັ້ງຢືນ ຈາກພາກສ່ວນອື່ນ ເພື່ອເປັນຂໍ້ມູນໃນການຕິດຕາມກວດສອບຄືນຫຼັງ. 

ມາດຕາ 33 ເງື່ອນໄຂ ຂອງຜູ້ຖືກວ່າຈ້າງ 

ເງື່ອນໄຂ ຂອງ ຜູ້ຖືກວ່າຈ້າງ ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດ ດັ່ງນີ້:

  1. ເຮັດສັນຍາກັບຜູ້ປະກອບການ ຍິນດີປະຕິບັດຕາມມາດຕະຖານກະສິກໍາອິນຊີ;
  2. ດໍາເນີນການຜະລິດ, ການປຸງແຕ່ງ ແລະ ການຈັດການຜົນຜະລິດບາງຂັ້ນຕອນ ຕາມມາດຕະຖານກະສິກໍາອິນຊີ;
  3. ສະຫນອງຂໍ້ມູນ ແລະ ໃຫ້ຄວາມຮ່ວມມືກັບຜູ້ປະກອບການ, ພະນັກງານ ແລະ ນັກກວດກາ ກ່ຽວກັບ 

ວຽກງານກວດກາຕາມມາດຕະຖານກະສິກໍາອິນຊີ. 

ມາດຕາ 34 ການສະເຫນີຂໍການຢັ້ງຢືນ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍການຢັ້ງຢືນມາດຕະຖານກະສິກໍາອິນຊີ ຕ້ອງສະເຫນີຫາກົມປູກຝັງ ຊຶ່ງປະກອບເອກະສານ ດັ່ງນີ້: 

  1. ຫນັງສືສະເຫມີ ຕາມແບບພິມທີ່ກົມປູກຝັງກໍານົດ;
  2. ແບບພິມສັນຍາສະຫມັກຂໍການຢັ້ງຢືນ;
  3. ແບບພິມສະຫມັກຂໍການຢັ້ງຢືນ (ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ);
  4. ສໍາເນົາເອກະສານທີ່ກ່ຽວຂ້ອງ ເຊັ່ນ: ບັດປະຈໍາຕົວ ຫຼື ສໍາມະໂນຄົວ, ໃບອະນຸຍາດສ້າງກຸ່ມ ແລະ ສະຫະກອນ, ໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້. 

ມາດຕາ 35 ການພິຈາລະນາອອກໃບຢັ້ງຢືນ 

ການພິຈາລະນາອອກໃບຢັ້ງຢືນ ຕາມມາດຕະຖານກະສິກໍາອິນຊີ ຕ້ອງປະຕິບັດດັ່ງນີ້:

  1.  ພາຍຫຼັງໄດ້ຮັບຫນັງສືສະເຫນີຂໍການຢັ້ງຢືນ, ອົງການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານ ກະສິກໍາອິນຊີ ກວດກາຄວາມສອດຄ່ອງ ແລະ ຖືກຕ້ອງ ຂອງເອກະສານ ພ້ອມທັງ ແຕ່ງຕັ້ງນັກ ກວດກາເພື່ອກວດກາປະເມີນພື້ນທີ່ການຜະລິດ ແລະ ສະຖານທີ່ປະກອບການທີ່ກ່ຽວຂ້ອງ;
  2. ກົມປູກຝັງ ພິຈາລະນາອອກໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ພາຍໃນ ຫນຶ່ງຮ້ອຍຊາວວັນ ນັບຕັ້ງແຕ່ວັນໄດ້ຮັບຫນັງສືສະເຫນີ;
  3. ໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວມີອາຍຸ 1 ປີ ນັບແຕ່ມື້ລົງລາຍເຊັນໃສ່ໃບຢັ້ງຢືນເປັນຕົ້ນໄປ;
  4. ການຕໍ່ອາຍຸໃບຢັ້ງຢືນກະສິກໍາອິນຊີລາວກ່ອນຫມົດອາຍຸໃບຢັ້ງຢືນ 60 ວັນ ທາງລັດຖະການ ຜູ້ ປະກອບການຈະໄດ້ຮັບການຕໍ່ອາຍຸໃບຢັ້ງຢືນມາດຕະຖານກະສິກໍາອິນຊີ ພາຍຫຼັງທີ່ໄດ້ຮັບເອກະສານ ຢືນຢັນຈາກຜູ້ປະກອບການຂໍຕໍ່ອາຍຸໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ

ມາດຕາ 36 ການຢັ້ງຢືນສິນຄ້າກະສິກໍາອິນຊີ ກ່ອນການສົ່ງອອກ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຢັ້ງຢືນກະສິກໍາອິນຊີ ມີຈຸດປະສົງ ສົ່ງອອກຜົນຜະລິດ ແລະ ຜະລິດຕະພັນກະສິກໍາອິນຊີ ເພື່ອຂໍໃບຢັ້ງຢືນສິນຄ້າກະສິກໍາອິນຊີ ກ່ອນການສົ່ງອອກ (Certificate of Inspection COI) ໃນກໍລະນີປະເທດປາຍທາງຕ້ອງການ ຕ້ອງປະກອບເອກະສານ ດັ່ງນີ້: 

1. ໃບສະເຫມີ (Request);

 2. ໃບແຈ້ງເກັບເງິນ (Invoice);

 3. ໃບແຈ້ງລາຍການສິນຄ້າສົ່ງອອກ (Packing list). 

ມາດຕາ 37 ການໂຈະ ແລະ ການຍົກເລີກ ໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ 

ໃບຢັ້ງຢືນມາດຕະຖານກະສິກໍາອິນຊີ້ລາວ ຈະຖືກໂຈະ ຫຼື ຍົກເລີກ ໃນກໍລະນີ ດັ່ງນີ້:

  1. ຕາມການສະເຫນີຂອງຜູ້ຂໍການຢັ້ງຢືນມາດຕະຖານກະສິກໍາອິນຊີລາວ;
  2. ດໍາເນີນການຜະລິດບໍ່ຖືກຕ້ອງຕາມເງື່ອນໄຂ ຕາມທີ່ກໍານົດໄວ້ໃນ ມາດຕາ 5 ຫາ ມາດຕາ 29 ຂອງຂໍ້ ຕົກລົງສະບັບນີ້;
  3. ໃບຢັ້ງຢືນກະສິກໍາອິນຊີລາວ ຫມົດອາຍຸ ແລະ ບໍ່ຂໍຕໍ່ອາຍຸໃບຢັ້ງຢືນກະສິກໍາອິນຊີລາວ ຈະຖືກແຈ້ງໂຈະ ຫຼື ຍົກເລີກ;
  4. ມີການກະທໍາອື່ນ ທີ່ບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ.ການໂຈະໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ແມ່ນເພື່ອໃຫ້ຜູ້ຮ້ອງຂໍ ປັບປຸງ, ແກ້ໄຂ ໃນເວລາໃດ ຫນຶ່ງທີ່ແນ່ນອນ ໂດຍກົມປູກຝັງ ເປັນຜູ້ແຈ້ງຕໍ່ຜູ້ຮ້ອງຂໍຮັບຊາບ. ໃນກໍລະນີຜູ້ຮ້ອງຂໍບໍ່ປະຕິບັດຕາມຫນັງສືແຈ້ງການຂອງກົມປູກຝັງ, ກົມປູກຝັງ ມີສິດຍົກເລີກໃບຢັ້ງຢືນ ມາດຕະຖານກະສິກໍາອິນຊີລາວ ຕາມຂໍ້ຕົກລົງສະບັບນີ້. 

ຫມວດທີ 10

ຂໍ້ຫ້າມ

ມາດຕາ 38 ຂໍ້ຫ້າມທົ່ວໄປ 

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

  1. ປອມແປງໃບຢັ້ງຢືນ, ສະຫຼາກ ແລະ ກາຫມາຍກະສິກໍາອິນຊີລາວ;
  2. ນໍາໃຊ້ໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ເກີນຂອບເຂດສິດນໍາໃຊ້ທີ່ໄດ້ຮັບອະນຸຍາດ;
  3. ນໍາໃຊ້ກາຫມາຍກະສິກໍາອິນຊີລາວ ຕິດໃສ່ຜົນຜະລິດທີ່ບໍ່ໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາອິນຊີ ລາວ ແລະ ຜົນຜະລິດທີ່ຢູ່ໃນໄລຍະປັບປ່ຽນ;
  4. ເຮັດປ້າຍໂຄສະນາກະສິກໍາອິນຊີ ແລະ ນໍາໃຊ້ກາຫມາຍກະສິກໍາອິນຊີລາວ ຕິດໃສ່ປ້າຍໂຄສະນາ ແລະ ຫ້າງຮ້ານທົ່ວໄປ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກົມປູກຝັງ;
  5. ໂຄສະນາ, ສ້າງແຮງຈູງໃຈ, ຊວນເຊື່ອ ແລະ ກ່າວອ້າງສັບພະຄຸນ ເກີນຄວາມເປັນຈິງ;
  6. ໃຫ້ສິນບົນ ແກ່ພະນັກງານ ແລະ ນັກກວດກາ; 
  7. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ ແລະ ລະບຽບການ. 

ມາດຕາ 39 ຂໍ້ຫ້າມສໍາລັບພະນັກງານ ແລະ ນັກກວດກາ 

ຫ້າມ ພະນັກງານ ແລະ ນັກກວດກາ ມີພຶດຕິກໍາ ດັ່ງນີ້:

  1. ສວຍໃຊ້ສິດ, ຫນ້າທີ່ຕໍາແຫນ່ງ, ບັງຄັບ, ນາບຂູ່ ເພື່ອຫາຜົນປະໂຫຍດ ແລະ ພັກພວກຂອງຕົນ;
  2. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບ ຂອງຜູ້ປະກອບການ ເປັນຕົ້ນ ສູດປຸງແຕ່ງ, ຂະບວນການຜະລິດ, ບັນຊີລາຍຮັບ-ລາຍຈ່າຍ ແລະ ຂໍ້ມູນອື່ນໆ ທີ່ບໍ່ໄດ້ຮັບອະນຸຍາດຈາກຜູ້ປະກອບການ;
  3. ຮັບສິນບົນ, ກົດຫນ່ວງຖ່ວງດຶງເອກະສານ, ດັດແກ້, ປອມແປງ ແລະ ອອກເອກະສານທີ່ບໍ່ຖືກຕ້ອງ ຕາມລະບຽບຫຼັກການ
  4. ເພີ່ມ ຫຼື ຫຼຸດຄ່າທໍານຽມ, ຄ່າບໍລິການວິຊາການ ຫຼື ນໍາໃຊ້ລາຍຮັບຈາກວຽກງານກວດກາ ບໍ່ຖືກຕ້ອງ - ຕາມຫຼັກການ;
  5. ລົງກວດກາປະເມີນຜູ້ປະກອບການຜູ້ເກົ່າ ເກີນສອງຄັ້ງຕິດຕໍ່ກັນ ແລະ ເປັນທີ່ປຶກສາໃຫ້ຜູ້ປະກອບ ການທີ່ຕົນເອງໄດ້ລົງກວດກາ ໃນໄລຍະສອງປີ ນັບຈາກວັນທີ່ລົງກວດກາຄັ້ງສຸດທ້າຍ;
  6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ ແລະ ລະບຽບການ. 

ຫມວດທີ 11

ອົງການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານກະສິກໍາອິນຊີ

ມາດຕາ 40 ອົງການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານກະສິກາອິນຊີ 

່       ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຄຸ້ມຄອງ ແລະ ກວດກາວຽກງານມາດຕະຖານກະສິກໍາອິນຊີ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ຊຶ່ງປະກອບມີດັ່ງນີ້: 

  1. ກົມປູກຝັງ;
  2. ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມື່ອງ 

ມາດຕາ 41 ສິດ ແລະ ຫນ້າທີ່ ຂອງກົມປູກຝັງ 

ໃນການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານກະສິກໍາອິນຊີ ກົມປູກຝັງ ມີສິດ ແລະ ຫນ້າທີ່ ດັ່ງນີ້: 

  1. ຄົ້ນຄວ້າ ສ້າງນະໂຍບາຍ, ຍຸດທະສາດ, ກົດຫມາຍ, ນິຕິກໍາໃຕ້ກົດຫມາຍ ກ່ຽວກັບ ມາດຕະຖານກະສີກໍາອິນຊີ ເພື່ອສະເຫນີຂັ້ນເທິງພິຈາລະນາຮັບຮອງ;
  2. ສ້າງ ແລະ ຄຸ້ມຄອງລະບົບການຜະລິດຕາມມາດຕະຖານກະສິກໍາອິນຊີ, ຄົ້ນຄວ້າ, ສ້າງບົດແນະນໍາ, ຄູ່ ມື ໃນການຄຸ້ມຄອງວຽກງານ ມາດຕະຖານກະສິກໍາອິນຊີ;
  1. ຄົ້ນຄວ້າ ແລະ ນໍາສະເຫນີ ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງລະບົບຄຸນນະພາບ ແລະ ຢັ້ງຢືນ ມາດຕະຖານກະສິກໍາອິນຊີລາວ; 
  2. ສ້າງຄວາມເຂັ້ມແຂງດ້ວຍການສ້າງນັກກວດກາ, ທີ່ປຶກສາຟາມ, ຄູຝຶກ ໃຫ້ຄໍາແນະນໍາທາງດ້ານລະບົບ ຄວບຄຸມພາຍໃນ ໃຫ້ແກ່ພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ກ່ຽວກັບ ມາດຕະຖານກະສິກໍາອິນຊີ;
  3. ພິຈາລະນາອອກໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ;
  4. ໂຈະ ແລະ ຍົກເລິກໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ;
  5. ຄົ້ນຄວ້າ, ພັດທະນາ ແລະ ຄຸ້ມຄອງ ການນໍາໃຊ້ກາຫມາຍມາດຕະຖານກະສິກໍາອິນຊີລາວ;
  6. ຕິດຕາມ ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານມາດຕະຖານກະສິກໍາອິນຊີລາວ;
  7. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານມາດຕະຖານກະສິກໍາອິນຊີລາວ;
  8. ປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການປະຕິບັດ ວຽກງານມາດຕະຖານກະສິກໍາອິນຊີລາວ;
  9. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ. 

ມາດຕາ 42 ສິດ ແລະ ຫນ້າທີ່ ຂອງພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ 

ໃນການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານກະສິກໍາອິນຊີ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນ ແຂວງ ມີສິດ ແລະ ຫນ້າທີ່ ດັ່ງນີ້: 

  1. ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ກົດຫມາຍ, ນິຕິກໍາໃຕ້ກົດຫມາຍ ກ່ຽວ ກັບ ມາດຕະຖານກະສິກໍາອິນຊີ;
  2. ໂຄສະນາ, ເຜີຍແຜ່ ກົດຫມາຍ, ລະບຽບການ ແລະ ຂໍ້ມູນຂ່າວສານ ກ່ຽວກັບ ວຽກງານກະສິກໍາອິນຊີ ໃຫ້ທຸກພາກສ່ວນເຂົ້າໃຈ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ;
  3. ລົງກວດກາປະເມີນຄວາມສອດຄ່ອງ ຂອງພື້ນທີ່ການຜະລິດ ແລະ ສະຖານທີ່ປະກອບການ ຕາມ ມາດຕະຖານກະສິກໍາອິນຊີ;
  4. ຄົ້ນຄວ້າ, ນໍາສະເຫນີຜົນການກວດກາປະເມີນຄວາມສອດຄ່ອງ ຕາມມາດຕະຖານກະສິກໍາອິນຊີ ຫາ ກົມປູກຝັງ ເພື່ອພິຈາລະນາອອກໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ;
  5. ສ້າງຄວາມເຂັ້ມແຂງດ້ວຍການຝຶກອົບຮົມ, ໃຫ້ຄໍາແນະນໍາທາງດ້ານລະບົບຄວບຄຸມພາຍໃນ ໃຫ້ແກ່ ພະນັກງານວິຊາການ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຜູ້ຜະລິດ, ຜູ້ປະກອບການ ກ່ຽວກັບ ມາດຕະຖານກະສິກໍາອິນຊີ;
  6. ເຂົ້າຮ່ວມໃນການຕິດຕາມ ກວດກາ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານມາດຕະຖານກະສິກໍາອິນຊີ; 
  7. ຕິດຕາມກວດກາການນໍາໃຊ້ໃບຢັ້ງຢືນ ແລະ ກາຫມາຍກະສິກໍາອິນຊີລາວ ແລະ ລາຍງານໃຫ້ກົມປູກຝັງ ຊາບ;
  8. ບັນທຶກຂໍ້ມູນ ແລະ ເກັບຮັກສາ ເພື່ອເປັນບ່ອນອີງໃນການກວດສອບຄືນຫຼັງ ກ່ຽວກັບແຫຼ່ທີ່ມາຂອງ ພືດ; 
  9. ປະສານສົມທົບກັບພະແນກການ, ຫ້ອງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນ ການຈັດຕັ້ງປະຕິບັດວຽກງານມາດຕະຖານກະສິກໍາອິນຊີ;
  10. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດມາດຕະຖານກະສິກໍາອິນຊີໃຫ້ກົມປູກຝັງ, ອົງການ ປົກຄອງແຂວງ ຢ່າງເປັນປົກກະຕິ;
  11. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ. 

ມາດຕາ 43 ສິດ ແລະ ຫນ້າທີ່ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ 

    ໃນການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານກະສິກໍາອິນຊີ ຫ້ອງການກະສິກໍາ ແລະ ປ່າໄມ້  ຂັ້ນເມືອງ ມີສິດ ແລະ ຫນ້າທີ່ ດັ່ງນີ້: 

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດຫມາຍ, ນິຕິກໍາໃຕ້ກົດຫມາຍ ກ່ຽວກັບ ມາດຕະຖານ ກະສິກໍາອິນຊີ;
  2. ໂຄສະນາ, ເຜີຍແຜ່ ກົດຫມາຍ, ລະບຽບການ ແລະ ຂໍ້ມູນຂ່າວສານ ກ່ຽວກັບ ວຽກງານກະສິກໍາອິນຊີ ໃຫ້ທຸກພາກສ່ວນເຂົ້າໃຈ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ;
  3. ຝຶກອົບຮົມ, ໃຫ້ຄໍາແນະນໍາທາງດ້ານລະບົບຄວບຄຸມພາຍໃນ ໃຫ້ແກ່ຜູ້ຜະລິດ, ຜູ້ປະກອບການ ກ່ຽວ ກັບ ມາດຕະຖານກະສິກໍາອິນຊີ;
  4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານມາດຕະຖານກະສິກໍາອິນ ຮູ້ 
  5. ຕິດຕາມກວດກາການນໍາໃຊ້ໃບຢັ້ງຢືນ ແລະ ກາຫມາຍກະສິກໍາອິນຊີລາວ ແລະ ລາຍງານໃຫ້ຂະແຫນງ ປູກຝັງແຂວງຊາບ;
  6. ສະຫຼຸບ ແລະ ລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານມາດຕະຖານກະສິກໍາອິນຊີ ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ;
  7. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ. 

ຫມວດທີ 12

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 44 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ 

 ບຸກຄົນ, ນິຕິບຸກຄົນ, ຫຼື ອົງການຈັດຕັ້ງ ທີ່ມີຜົນງານດີເດັ່ນ, ເປັນຕົວແບບໃນການປະຕິບັດມາດຕະຖານ ກະສິກໍາອິນຊີ ເປັນ ສາມປີ ຕິດຕໍ່ກັນ ຈະໄດ້ຮັບການຍ້ອງຍໍ ຫຼື ການປະຕິບັດນະໂຍບາຍ ຕາມລະບຽບການຕາມ ຄວາມເຫມາະສົມ. 

ມາດຕາ 45 ມາດຕະການຕໍ່ຜູ້ທີ່ລະເມີດ 

ບຸກຄົນ, ນິຕິບຸກຄົນ, ຫຼື ອົງການຈັດຕັ້ງທີ່ລະເມີດ ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານກະສິກໍາອິນຊີສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໄຫມ ຕາມລະບຽບກົດຫມາຍ ແລ້ວແຕ່ກໍລະນີ ເບົາ ຫຼື ຫນັກ. 

ມາດຕາ 46 ມາດຕະການສຶກສາອົບຮົມ 

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ລະເມີດ ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານກະສິກໍາອິນຊີສະບັບນີ້ ເປັນຄັ້ງທໍາອິດ ຊຶ່ງບໍ່ເປັນອັນຕະລາຍຮ້າຍແຮງ ໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າບໍ່ ຫຼວງຫຼາຍ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 47 ມາດຕະການທາງວິໄນຕໍ່ພະນັກງານ ແລະ ນັກກວດກາ 

ພະນັກງານ ແລະ ນັກກວດກາ ທີ່ລະເມີດຂໍ້ຫ້າມ ມາດຕາ 39 ຂອງ ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານ ກະສິກໍາອິນຊີສະບັບນີ້ ຈະຖືກລົງວິໄນຕາມລະບຽບກົດຫມາຍ.

ມາດຕາ 48 ມາດຕະການຕໍ່ຜູ້ປະກອບການ

         ບຸກຄົນ, ນິຕິບຸກຄົນ, ຫຼື ອົງການຈັດຕັ້ງທີ່ລະເມີດ ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານກະສິກໍາອິນຊີ ສະບັບນີ້ ຈະຖືກປະຕິບັດ ດັ່ງນີ້: 

1. ຜູ້ທີ່ບໍ່ໄດ້ຮັບການຢັ້ງຢືນ ກະທໍາຜິດໂດຍເຈດຕະນາສ້າງຄວາມເສຍຫາຍ ແລະ ເຂົ້າໃຈຜິດ ໃຫ້ແກ່ ສັງຄົມ ຈະຖືກກ່າວເຕືອນ ເປັນລາຍລັກອັກສອນ ແລະ ປະຕິບັດມາດຕະການທາງດ້ານກົດຫມາຍກ່ຽວຂ້ອງ; 

2. ຜູ້ທີ່ໄດ້ຮັບການຢັ້ງຢືນ ກະທໍາຜິດທີ່ບໍ່ຮຸນແຮງ ແລະ ບໍ່ໄດ້ເຈດຕະນາ ສ້າງຄວາມເສຍຫາຍບໍ່ ຫຼວງຫຼາຍ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ໃນກໍລະນີກະທໍາຜິດຮຸນແຮງຕໍ່ມາດຕະຖານ ໂດຍເຈດຕະນາ ຈະຖືກໂຈະ ຫຼື ຍົກເລີກ ໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ພ້ອມທັງປະຕິບັດມາດຕະການທາງດ້ານ ກົດຫມາຍກ່ຽວຂ້ອງ. 

ຫມວດທີ 13

ບົດບັນຍັດສຸດທ້າຍ

 ມາດຕາ 49 ການຈັດຕັ້ງປະຕິບັດ 

ມອບໃຫ້ກົມປູກຝັງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ

ມາດຕາ 50 ຜົນສັກສິດ 

ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງເຜີຍແຜ່ໃນຈົດຫມາຍເຫດທາງ ລັດຖະການ ສິບຫ້າວັນ ເປັນຕົ້ນໄປ. 

ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ມາດຕະຖານກະສິກໍາອິນຊີ ເລກທີ 1666/ກປ, ລົງວັນທີ 30 ທັນວາ 2005.

ລັດຖະມົນຕີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.