ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງໂຍທາທິການ ແລະ ຂົນສົ່ງ

ເລກທີ່ 07393/ຍທຂ.ກຂສ

ກົມຂົນສົ່ງ

ນະຄອນຫຼວງວຽງຈັນ, ວັນທີ: 29 ມີນາ 2022

 

ຄຳແນະນຳ

ການຈັດຕັ້ງປະຕິບັດ ແຈ້ງການ ຂອງຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ,ສະບັບເລກທີ 04718/ຍທຂ ລົງວັນທີ 23/02/2022 ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ, ກວດກາ ລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ.

 

-  ອີງຕາມ ແຈ້ງການ ຂອງຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 04718/ຍທຂ.ຫກ ລົງວັນທີ 23/02/2022 ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ ກວດກາ ລົດຂົນສົ່ງຕ່າງປະເທດທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ;

-  ອີງຕາມ ບົດບັນທຶກ ກອງປະຊຸມປຶກສາຫາລື ການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ເຂົ້າ-ອອກ ປະເທດໃນໄລຍະປັດຈຸບັນ ຄັ້ງ ວັນທີ 11 ມີນາ 2022.

 

          ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳການຈັດຕັ້ງປະຕິບັດ ແຈ້ງການ ຂອງຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ, ສະບັບເລກທີ 04718/ຍທຂ.ຫກ ລົງວັນທີ 23/02/2022 ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ ແລະ ກວດກາ ລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ ດັ່ງນີ້:

  1. ໃຫ້ ພະແນກ ຍທຂ ແຂວງ, ນະຄອນຫຼວງ ເປັນໃຈກາງໃນການຈັດຕັ້ງປະຕິບັດແຈ້ງການ ໂດຍສະເໜີໃຫ້ຄະນະນຳຂອງແຂວງ, ນະຄອນຫຼວງ ນຳພາ ການຈັດຕັ້ງກອງປະຊຸມກັບຂະແໜງການກ່ຽວຂ້ອງ ເຊັ່ນ: ຄະນະດ່ານຊາຍແດນສາກົນ, ສະພາອຸດສາຫະກຳ ແລະ ການຄ້າແຂວງ, ຂະແໜງ ພາສີ, ປ້ອງກັນຄວາມສະຫງົບ, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ,ສະມາຄົມຂົນສົ່ງສິນຄ້າແຂວງ ແລະ ອື່ນໆ, ເພື່ອປຶກສາຫາລື ການຈັດຕັ້ງປະຕິບັດແຈ້ງການໃຫ້ເປັນເອກະພາບ ແລະ ໄດ້ຮັບຜົນດີ;
  2. ທິດ​ທາງ​ຂອງ​ລັດຖະບານ ​ແມ່ນ​ໃຫ້ເຂັ້ມງວດ​ການຈັດຕັ້ງປະຕິບັດ​ ກົດໝາຍ ​ແລະ ລະບຽບ​ການ ​ຢູ່​ແຕ່ລະ​ຂັ້ນ, ດັ່ງນັ້ນ, ​ໃນ​ໄລຍະຂ້າມ​ຜ່ານ​ນີ້, ​ໃຫ້​ ພະແນກ ຍທຂ ແຂວງ ​ເປັນ​ໃຈກາງ​ໃນ​ການ​ທ້ອນໂຮມກຳລັງການ​ຂົນ​ສົ່ງ​ສິນຄ້າພາຍ​ໃນ ແລະ ກຳນົດລາຄາຂົນສົ່ງໃຫ້ສົມເຫດ-ສົມຜົນເພື່ອສາມາດຕອບສະໜອງຄວາມຕ້ອງການໃນການຄ່ຽນຖ່າຍຢູ່ດ່ານຊາຍແດນ;  ໃນກໍລະນີ ທີ່ຢູ່ພາຍໃນແຂວງ, ນະຄອນຫຼວງ ບໍ່ມີລົດຂົນສົ່ງສິນຄ້າພຽງພໍ ແມ່ນໃຫ້ປະສານຫາ ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ລະຫວ່າງປະເທດ ຂອງ ສປປ ລາວ (LITFA) ເພື່ອຄົ້ນຄວ້າ ແລະ ຈັດສັນລົດຂົນສົ່ງສິນຄ້າໃຫ້ທັນເວລາ.

 

          ດັ່ງນັ້ນ, ຈຶ່ງອອກຄຳແນະນຳສະບັບນີ້ ເພື່ອເປັນພຶ້ນຖານໃນການຈັດຕັ້ງຜັນຂະຫຍາຍ ແຈ້ງການຂອງ ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 04718/ຍທຂ.ຫກ ລົງວັນທີ 23 ກຸມພາ 2022 ໃຫ້ໄດ້ຮັບຜົນດີ.

 

ຫົວໜ້າກົມ

ດຣ. ບຸນຕາ ອ່ອນນາວົງ

 

# ຫົວຂໍ້ ດາວໂຫຼດ
1 Instruction of Cabinet Office of the Ministry of Public Works and Transport's Instruction, No. 07393/MOPWT.DT in strengthening the monitoring and inspection of foreign trucks entering Lao PDR to comply with laws. PDF
2 ຄໍາແນະນໍາ ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ, ກວດກາ ລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ, ເລກທີ 07393/ຍທຂ. ກຂສ, ລົງວັນທີ 29 ມີນາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.