ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການກັນ ແລະ ຄວບຄຸມພະຍາດສັດ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ຫຼັກການພື້ນຖານ ໃນການກໍານົດມາດຕະການກັນ ແລະ ຄວບຄຸມພະຍາດສັດ
ມາດຕາ 5. ຂອບເຂດການນໍາໃຊ້ດໍາລັດ

ໝວດທີ 2 - ການກັນພະຍາດສັດ

ມາດຕາ 6. ວິທີການກັນພະຍາດ
ມາດຕາ 7. ການກໍານົດບັນຊີພະຍາດສັດ
ມາດຕາ 8. ການເຝົ້າລະວັງ
ມາດຕາ 9. ການສັກຢາກັນພະຍາດສັກ

ໝວດທີ 3 - ການຄວບຄຸມພະຍາດສັດ

ມາດຕາ 10. ການແຈ້ງການກ່ຽວກັບການລະບາດຂອງພະຍາດລະບາດສັດ
ມາດຕາ 11. ການນໍາໃຊ້ມາດຕະການຄວບຄຸມພະຍາດ ແລະ ສ້າງເຂດປອດພະຍາດສັດ
ມາດຕາ 12. ການຄວບຄຸມສັດທີ່ສົງໄສ ຫຼື ຕິດເຊື້ອພະຍາດ
ມາດຕາ 13. ການຄວບຄຸມພະຍາດລະບາດສັດໃນເຂດແດງ
ມາດຕາ 14. ການຄວບຄຸມພະຍາດລະບາດສັດໃນເຂດເຫຼືອງ
ມາດຕາ 15. ການປະກາດຍົກເລີກເຂດພະຍາດລະບາດສັດ
ມາດຕາ 16. ການທໍາລາຍ ຫຼື ກໍາຈັດສັດທີ່ເປັນພະຍາດ
ມາດຕາ 17. ການຊົດເຊີຍ
ມາດຕາ 18. ການແຈ້ງການໄປຍັງອົງການພະຍຸສັດສາກົນ ແລະ ປະເທດໃກ້ຄຽງ
ມາດຕາ 19. ພັນທະຂອງເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບສັດ
ມາດຕາ 20. ໜ້າທີ່ໃນການລາຍງານ
ມາດຕາ 21. ຂໍ້ຫ້າມ

ໝວດທີ 4 - ການຄຸ້ມຄອງວຽກງານການກັນ ແລະ ຄວບຄຸມພະຍາດສັດ

ມາດຕາ 22. ອົງການຄຸ້ມຄອງວຽກງານການກັນ ແລະ ຄວບຄຸມພະຍາດສັດ
ມາດຕາ 23. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ມາດຕາ 24. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ມາດຕາ 25. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ມາດຕາ 26. ໜ່ວຍສະເພາະກິດ
ມາດຕາ 27. ສິດ ແລະ ໜ້າທີ່ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ

ໝວດທີ 5 - ບົດບັນຍັດສຸດທ້າຍ

ມາດຕາ 28. ການຈັດຕັ້ງປະຕິບັດ
ມາດຕາ 29. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ           ເລກທີ 228/ລບ
ນະຄອນຫລວງວຽງຈັນ, ວັນທີ 31 ພຶດສະພາ 2012

ດໍາລັດ
ວ່າດ້ວຍການກັນ ແລະ ຄວບຄຸມພະຍາດສັດ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ ສະບັບປັບປຸງ ເລກທີ 02/ສພຊ, ລົງວັນທີ 6 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008;
  • ອີງຕາມ ມະຕິກອງປະຊຸມລັດຖະບານ ປະຈໍາເດືອນ ພະຈິກ 2012 ສະບັບເລກທີ 10/ລບ, ລົງວັນທີ 23 ທັນວາ  2011;
  • ອີງຕາມ ໜັງສືສະເໜີຂອງລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0765/ກປ, ລົງວັນທີ 21 ພຶດສະພາ 2012.

ລັດຖະບານອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ດໍາລັດສະບັບນີ້ກໍານົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ ເພື່ອສະກັດກັ້ນ, ຈໍາກັດ ແລະ ກ້າວໄປສູ່ການລົບລ້າງພະຍາດລະບາດສັດ ແນໃສ່ບໍ່ໃຫ້ມີການລະບາດຢູ່ດິນແດນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮັບປະກັນເຮັດໃຫ້ສັດລ້ຽງມີສຸຂະພາບແຂງແຮງ ໃຫ້ຜົນຜະລິດສູງ, ມີຄວາມປອດໄພຕໍ່ຜູ້ບໍລິໂພກ ລວມທັງບໍ່ສ້າງຄວາມເສຍຫາຍຕໍ່ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງຊາດ. ຂ້າງເທິງ

ມາດຕາ 2. ການກັນ ແລະ ຄວບຄຸມພະຍາດສັດ
ການກັນພະຍາດສັດ ແມ່ນການນໍາໃຊ້ວິທີການກັນພະຍາດ ໃນສະຖານທີ່ລ້ຽງສັດໃດໜຶ່ງ ເພື່ອກັນ ຫຼື ຫຼຸດຜ່ອນປັດໄຈສ່ຽງ ກ່ອນການເກີດພະຍາດສັດ ແນໃສ່ຮັບປະກັນບໍ່ໃຫ້ສັດເປັນພະຍາດ ທີ່ຈະສ້າງຄວາມເສຍຫາຍຕໍ່ການລ້ຽງສັດ ແລະ ຜູ້ບໍລິໂພກ.

ການຄວບຄຸມພະຍາດສັດ ແມ່ນການນໍາໃຊ້ມາດຕະການຄວບຄຸມພະຍາດ ໃນສະຖານທີ່ລ້ຽງສັດ ຫຼື ຂອບເຂດທີ່ກໍານົດຂຶ້ນໃດໜຶ່ງ ເພື່ອຈໍາກັດ ແລະ ທໍາລາຍພະຍາດສັດທີ່ເກີດຂຶ້ນເແລ້ວ ໃຫ້ສະຫງົບ ແລະ ກັບຄືນສູ່ສະພາບປົກກະຕິ ລວມທັງການປິ່ນປົວ, ການນໍາໃຊ້ມາດຕະການດ້ານບໍລິຫານ ແລະ ແຜນການຄວບຄຸມສຸກເສີນ ຫຼື ແຜນການລົບລ້າງພະຍາດສັດໃດໜຶ່ງ ເພື່ອບໍ່ໃຫ້ມີ ຫຼື ເກີດມີພະຍາດສັດໃນ ສປປລາວ. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
ຄໍາສັບທີ່ໃຊ້ໃນດໍາລັດສະບັບນີ້ມີຄວາມໝາຍດັ່ງນີ້:

  1. ພະຍາດສັດ ໝາຍເຖິງ ການສະແດງອາການ ຫຼື ຮ່ອງຮອຍ ຫຼື ການເຮັດໜ້າທີ່ຂອງອະໄວຍະວະ, ພາກສ່ວນໃດໜຶ່ງ ຫຼື ລະບົບໃດໜຶ່ງຂອງຮ່າງກາຍສັດຜິດປົກກະຕິ ຊຶ່ງປະກອບດ້ວຍ: ພະຍາດລະບາດສັດ ແລະ ພະຍາດສັດທີ່ບໍ່ລະບາດ;
  2. ພະຍາດລະບາດສັດ ໝາຍເຖິງ ພະຍາດສັດທີ່ສາມາດຕິດຕໍ່ຈາກສັດສູ່ສັດ ແລະ ຈາກສັດສູ່ຄົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 40 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ;
  3. ພະຍາດສັດທີ່ບໍ່ລະບາດ ໝາຍເຖິງ ພະຍາດທີ່ບໍ່ສາມາດຕິດຕໍ່ຈາກສັດສູ່ສັດ ແລະ ຈາກສັດສູ່ຄົນ;
  4. ສະຖານທີ່ລ້ຽງສັດ ໝາຍເຖິງ ຄັງ, ຟາມ, ຄອກ ຫຼື ສະຖານທີ່ອື່ນ ທີ່ນໍາໃຊ້ສໍາລັບລ້ຽງສັດ;
  5. ພາຫະນໍາເຊື້ອພະຍາດ ໝາຍເຖິງ ຄົນ, ສັດທີ່ມີກະດູກສັນຫຼັງ, ສັດທີ່ບໍ່ມີກະດູກສັນຫຼັງ, ພາຫະນະຂົນສົ່ງ ແລະ ວັດຖຸຕ່າງໆ ທີ່ສາມາດນໍາເຊື້ອພະຍາດ;
  6. ສັດທີ່ສົງໄສວ່າຕິດພະຍາດລະບາດສັດ ໝາຍເຖິງ ສັດທີ່ໄດ້ສໍາພັດກັບສັດທີ່ເຈັບເປັນ ຫຼື ຕາຍຍ້ອນພະຍາດລະບາດສັດ ຫຼື ພົວພັນກັບພາຫະນໍາເຊື້ອພະຍາດ;
  7. ການຢັ້ງຢືນການເກີດພະຍາດ ໝາຍເຖິງ ການແຈ້ງການຢ່າງເປັນທາງການ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ກ່ຽວກັບການພົບເຊື້ອທີ່ເປັນສາເຫດຂອງພະຍາດ ໂດຍອີງຕາມຜົນຂອງການບົ່ງມະຕິ ຈາກຫ້ອງວິໄຈພະຍາດສັດ ທີ່ຮັບຮູ້ຢ່າງເປັນທາງການຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  8. ການນໍາໃຊ້ມາດຕະການ ໝາຍເຖິງ ການກໍານົດ ແລະ ນໍາໃຊ້ນິຕິກໍາ, ມາດຕະຖານ, ຂັ້ນຕອນປະຕິບັດ ເພື່ອກັນ ຫຼື ຄວບຄຸມພະຍາດສັດ;
  9. ພະຍາດສັດຕ່າງຖິ່ນ ໝາຍເຖິງ ພະຍາດສັດໃດໜຶ່ງທີ່ເກີດຢູ່ປະເທດອື່ນ ຊຶ່ງບໍ່ເຄີຍເກີດຂຶ້ນ ຫຼື ບໍ່ມີໃນ ສປປລາວ;
  10. ເຂດປອດພະຍາດສັດ ໝາຍເຖິງ ຂອບເຂດໃດໜຶ່ງທີ່ມີການກໍານົດ ຢ່າງຊັດເຈນຢູ່ພາຍໃນປະເທດ ແລະ ມີການປະກາດຢ່າງເປັນທາງການວ່າ ເປັນເຂດທີ່ບໍ່ມີ ຫຼື ບໍ່ເກີດພະຍາດສັດໃດໜຶ່ງ ໃນໄລຍະເວລາທີ່ແນ່ນອນໃດໜຶ່ງ ຕາມມາດຕະຖານຂອງອົງການພະຍຸສັດສາກົນ. ເຂດດັ່ງກ່າວຕ້ອງມີການນໍາໃຊ້ ມາດຕະການດ້ານສັດຕະວະແພດຢ່າງມີປະສິດທິພາບ ແລະ ເຂັ້ມງວດ ເພື່ອຄວບຄຸມການລ້ຽງສັດ ແລະ ການນໍາໃຊ້ຜະລິດຕະພັນສັດ ລວມທັງການຂົນສົ່ງຜະລິດຕະພັນສິນຄ້າ ກ່ຽວກັບສັດ ແນໃສ່ຮັບປະກັນບໍ່ໃຫ້ມີພະຍາດສັດເກີດຂຶ້ນ ຢູ່ໃນເຂດດັ່ງກ່າວ;
  11. ເຂດກັນຊົນ ໝາຍເຖິງ ຂອບເຂດທີ່ກໍານົດຂຶ້ນຢ່າງຊັດເຈນ ຊຶ່ງຕັ້ງຢູ່ຮອບນອກຂອງເຂດ ທີ່ປະກາດເປັນເຂດປອດພະຍາດລະບາດສັດ ຫຼື ເຂດທີ່ປະກາດເປັນເຂດພະຍາດລະບາດສັດໃດໜຶ່ງ. ເຂດກັນຊົນຂອງເຂດປອດພະຍາດລະບາດສັດ ແມ່ນເຂດທີ່ປະກາດເປັນເຂດ ເຝົ້າລະວັງ ແລະ ກັນພະຍາດລະບາດສັດ ບໍ່ໃຫ້ເຂົ້າໄປໃນເຂດປອດພະຍາດ ສໍາລັບເຂດກັນຊົນຂອງເຂດທີ່ ປະກາດເປັນເຂດພະຍາດລະບາດສັດ ແມ່ນເຂດທີ່ປະກາດເປັນເຂດ ເຝົ້າລະວັງ ແລະ ກັນພະຍາດລະບາດສັດ ແນໃສ່ຄວບຄຸມ, ຈໍາກັດພະຍາດ ບໍ່ໃຫ້ແຜ່ຂະຫຍາຍອອກໄປສູ່ເຂດ ທີ່ບໍ່ມີການລະບາດຂອງພະຍາດລະບາດສັດ;
  12. ການກັກກັນສັດ ໝາຍເຖິງ ການຂັງສັດໄວ້ ເພື່ອໃຫ້ສັດໄດ້ພັກຜ່ອນໃຫ້ອາຫານ ແລະ ນໍ້າຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 48 ວັກໜຶ່ງ ຂໍ້ 1 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເພື່ອເຝົ້າລະວັງ, ກວດສຸຂະພາບສັດ, ວິໄຈ ແລະ ຢັ້ງຢືນ, ສັກຢາກັນ, ປິ່ນປົວ ແລະ ຂ້າເຊື້ອພະຍາດ;
  13. ການຂ້າເຊື້ອ ໝາຍເຖິງ ການນໍາໃຊ້ວິທີການທາງວັດຖຸ ຫຼື ໃຊ້ສານເຄມີ ເພື່ອຂ້າ ແລະ ທໍາລາຍເຊື້ອພະຍາດ ຫຼື ແມ່ກາຝາກຂອງສັດ ຊຶ່ງຈະຕ້ອງປະຕິບັດພາຍຫຼັງການລ້າງ, ການອະນາໄມ ຍົກເວັ້ນກໍລະນີຈໍາເປັນ ອາດຂ້າເຊື້ອໂດຍກົງກໍໄດ້.
  14. ເຂດແດງ ໝາຍເຖິງ ຂອບເຂດທີ່ມີການນໍາໃຊ້ ມາດຕະການຄວບຄຸມພະຍາດລະບາດສັດ ຢ່າງເຂັ້ມງວດ ເປັນຕົ້ນເຂດທີ່ມີການລະບາດຂອງ ພະຍາດລະບາດສັດ, ບໍລິເວນທີ່ສົງໄສວ່າ ມີການປົນເປື້ອນດ້ວຍເຊື້ອພະຍາດ ຫຼື ໄດ້ຮັບການຢັ້ງຢືນວ່າ ພົບເຊື້ອພະຍາດລະບາດສັດໃດໜຶ່ງ ຈາກຫ້ອງວິໄຈພະຍາດສັດ;
  15. ເຂດເຫຼືອງ ໝາຍເຖິງ ຂອບເຂດອ້ອມຮອບເຂດແດງ ທີ່ກໍານົດຂຶ້ນ ເພື່ອຕິດຕາມ, ເຝົ້າລະວັງພະຍາດສັດ ຢ່າງໃກ້ຊິດທີ່ຢູ່ໃກ້ເຂດແດງ ໂດຍນໍາໃຊ້ມາດຕະການພື້ນຖານ ທາງດ້ານລະບາດວິທະຍາ. ຂ້າງເທິງ

ມາດຕາ 4. ຫຼັກການພື້ນຖານ ໃນການກໍານົດມາດຕະການກັນ ແລະ ຄວບຄຸມພະຍາດສັດ
ການກໍານົດມາດຕະການກັນ ແລະ ຄວບຄຸມພະຍາດສັດ ໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:

  1. ກໍານົດມາດຕະການກັນ ແລະ ຄວບຄຸມພະຍາດສັດຊຶ່ງຕ້ອງປະຕິບັດດັ່ງນີ້:
  • ກໍານົດ ຫຼື ນໍາໃຊ້ມາດຕະການເທົ່າທີ່ຈໍາເປັນເທົ່ານັ້ນ ເພື່ອກັນ ແລະ ຄວບຄຸມພະຍາດສັດ;
  • ປະເມີນຄວາມສ່ຽງ ແລະ ໃຫ້ສອດຄ່ອງກັບຄວາມສ່ຽງນັ້ນ;
  • ບໍ່ເຄັ່ງຄັດ ຫຼື ບໍ່ເຂັ້ມງວດເກີນຄວາມຈໍາເປັນ ແລະ ບໍ່ເປັນການສ້າງອຸປະສັກ ທີ່ບໍ່ຈໍາເປັນໃນການຄ້າ;
  • ບໍ່ຈໍາແນກລະຫວ່າງມາດຕະການກັນ ແລະ ຄວບຄຸມພະຍາດສັດຢູ່ພາຍໃນ ຫຼື ຕ່າງປະເທດ ຊຶ່ງມີເງື່ອນໄຂຂອງການກັນ ແລະ ຄວບຄຸມພະຍາດທີ່ຄືກັນ;
  1. ຮັບຮູ້ຄວາມເທົ່າທຽມຂອງມາດຕະການກັນ ແລະ ຄວບຄຸມພະຍາດສັດ ຂອງປະເທດສົ່ງອອກ ຊຶ່ງສາມາດຢັ້ງຢືນໄດ້ວ່າ ມາດຕະການນັ້ນເທົ່າທຽມກັບມາດຕະການກັນ ແລະ ຄວບຄຸມພະຍາດສັດຂອງ ສປປລາວ ຫຼື ສອດຄ່ອງກັບລະດັບຂອງມາດຕະການປ້ອງກັນ ທີ່ເໝາະສົມຂອງ ສປປລາວ;
  2. ຮັບຮູ້ມາດຕະການກັນ ແລະ ຄວບຄຸມພະຍາດສັດຂອງຕ່າງປະເທດ ບົນພື້ນຖານການຕົກລົງຮ່ວມມືກັນ ຊຶ່ງມາດຕະຖານດັ່ງກ່າວ ຕ້ອງສອດຄ່ອງກັບລະດັບການປ້ອງກັນຄວາມສ່ຽງຂອງ ສປປລາວ ກໍານົດ. ຂ້າງເທິງ

ມາດຕາ 5. ຂອບເຂດການນໍາໃຊ້ດໍາລັດ
ດໍາລັດສະບັບນີ້ ນໍາໃຊ້ສໍາລັບສໍານັກງານ, ອົງການຂອງລັດ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ກຸ່ມລ້ຽງສັດ, ສະມາຄົມລ້ຽງສັດ, ສະຫະກອນ, ບຸກຄົນ ຫຼື ນິຕິບຸກຄົນທີ່ພົວພັນເຖິງການກັນ, ການຄວບຄຸມ ແລະ ກໍາຈັດພະຍາດ, ການຄຸ້ມຄອງການລ້ຽງສັດ ແລະ ການສັດຕະວະແພດໃນ ສປປລາວ. ຂ້າງເທິງ

ໝວດທີ 2
ການກັນພະຍາດສັດ

ມາດຕາ 6. ວິທີການກັນພະຍາດ
ການກັນພະຍາດສັດໃຫ້ເອົາໃຈໃສ່ປະຕິບັດ ຕາມວິທີການດັ່ງນີ້:

  1. ມີສະຖານທີ່ລ້ຽງສັດທີ່ເໝາະສົມ, ໃຫ້ອາຫານ ແລະ ນໍ້າທີ່ມີຄຸນນະພາບ, ພຽງພໍ ແລະ ຫຼີກລ້ຽງການສໍາພັດກັບປັດໄຈສ່ຽງ ທີ່ພາໃຫ້ເກີດພະຍາດສັດ;
  2. ສັກຢາກັນພະຍາດລະບາດສັດໃຫ້ສັດລ້ຽງ ຢ່າງເປັນປົກກະຕິ;
  3. ເຝົ້າລະວັງ ແລະ ຕິດຕາມສັດລ້ຽງ ໃນກໍລະນີເຫັນວ່າມີອາການຜິດປົກກະຕິ ກໍຕ້ອງກັກກັນ ຫຼື ແຍກປ່ຽວສັດທີ່ເຈັບ ຫຼື ສົງໄສວ່າຕິດເຊື້ອພະຍາດລະບາດສັດ ເພື່ອປິ່ນປົວ, ກໍາຈັດ ຫຼື ທໍາລາຍຢ່າງທັນການ. ຂ້າງເທິງ

ມາດຕາ 7. ການກໍານົດບັນຊີພະຍາດສັດ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ເປັນຜູ້ກໍານົດບັນຊີພະຍາດສັດ ໂດຍອີງຕາມລາຍຊື່ພະຍາດທີ່ຈໍາເປັນຕ້ອງແຈ້ງ ຂອງອົງການພະຍຸສັດສາກົນ ຫຼື ພະຍາດສັດໃດໜຶ່ງທີ່ເກີດຂຶ້ນໃໝ່ ຫຼື ພະຍາດສັດທີ່ບໍ່ທັນຮູ້ຈັກ ບົນພື້ນຖານການວິເຄາະຄວາມສ່ຽງ ແລະ ມີການປັບປຸງແກ້ໄຂເປັນແຕ່ລະໄລຍະ ພ້ອມທັງເຜີຍແຜ່ບັນຊີພະຍາດດັ່ງກ່າວ ໃຫ້ທົ່ວປວງຊົນຊາບ ຢ່າງກວ້າງຂວາງ. ຂ້າງເທິງ

ມາດຕາ 8. ການເຝົ້າລະວັງ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ເປັນຜູ້ສ້າງລະບົບການຕິດຕາມເຝົ້າລະວັງ, ລະບົບການເຕືອນ ແລະ ລະບົບການສືບຄົ້ນຫາພະຍາດກ່ອນລ່ວງໜ້າ ຕາມຊະນິດພະຍາດ ແລະ ບັນຊີພະຍາດທີ່ໄດ້ກໍານົດໄວ້ນັ້ນ ໂດຍອີງໃສ່ແຫຼ່ງຊັບພະຍາກອນ ແລະ ຄວາມອາດສາມາດຕົວຈິງ ເປັນຕົ້ນການເກັບກໍາຂໍ້ມູນ, ການເຜີຍແຜ່, ການນໍາໃຊ້ຂໍ້ມູນກ່ຽວກັບການລະບາດວິທະຍາ ຂອງພະຍາດ ແລະ ຂໍ້ມູນທີ່ໄດ້ຈາກການເຝົ້າລະວັງ ເພື່ອປັບປຸງແກ້ໄຂບັນຊີພະຍາດສັດ ເປັນແຕ່ລະໄລຍະ.

ພະນັກງານສັດຕະວະແພດ ທີ່ຮັບຜິດຊອບການເຝົ້າລະວັງ ຕ້ອງເຮັດບົດລາຍງານຜົນຂອງການຕິດຕາມ, ການກວດກາ ແລະ ການເຝົ້າລະວັງພະຍາດ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ.

ໃນກໍລະນີມີການລາຍງານກ່ຽວກັບ ການເກີດພະຍາດລະບາດສັດ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດປະຕິບັດດັ່ງນີ້:

  1. ກວດກາ ແລະ ເຝົ້າລະວັງ;
  2. ເກັບຕົວຢ່າງ;
  3. ກໍານົດສາເຫດຂອງການເກີດພະຍາດລະບາດສັດ;
  4. ນໍາໃຊ້ມາດຕະການກັນ ແລະ ຄວບຄຸມພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 9. ການສັກຢາກັນພະຍາດສັກ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ເປັນຜູ້ວາງແຜນຍຸດທະສາດ ແລະ ກໍານົດລະບຽບການສະເພາະກ່ຽວກັບ ການສັກຢາກັນພະຍາດສັດ ໂດຍອີງໃສ່ຂໍ້ມູນກ່ຽວກັບສະພາບການລະບາດ ຂອງພະຍາດ ລະບາດສັດທີ່ຜ່ານມາ ເພື່ອກໍານົດເຂດ, ກຸ່ມເປົ້າໝາຍ ແລະ ຊະນິດຢາກັນພະຍາດລະບາດສັດ ໃນແຕ່ລະໄລຍະ ເປັນຕົ້ນຂອບເຂດທີ່ມີຄວາມສ່ຽງ ຈາກການລະບາດຂອງພະຍາດລະບາດສັດ, ຂອບເຂດທີ່ຖືກກໍານົດໃຫ້ເປັນເຂດ ພັດທະນາການລ້ຽງສັດ ຫຼື ເປັນເຂດທີ່ຜະລິດ ເພື່ອສົ່ງອອກ.

ຢາກັນພະຍາດລະບາດສັດແຕ່ລະຊະນິດທີ່ນໍາໃຊ້ ຕ້ອງໄດ້ຮັບການອະນຸຍາດ, ກວດກາ ແລະ ຕິດຕາມການນໍາໃຊ້ ຈາກອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຢ່າງເປັນປົກກະຕິ ແລະ ຜູ້ນໍາໃຊ້ກໍຕ້ອງປະຕິບັດ ຕາມຄໍາແນະນໍາຂອງຜູ້ຜະລິດ ທີ່ຕິດມານໍາກ່ອງຢານັ້ນ ຢ່າງເຂັ້ມງວດ. ຂ້າງເທິງ

ໝວດທີ 3
ການຄວບຄຸມພະຍາດສັດ

ມາດຕາ 10. ການແຈ້ງການກ່ຽວກັບການລະບາດຂອງພະຍາດລະບາດສັດ
ເມື່ອມີການຢັ້ງຢືນຈາກເຈົ້າໜ້າທີ່ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແລະ ມີການ
ປະກາດເຂດພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 43 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນທີ່ມີການລະບາດຂອງພະຍາດລະບາດສັດ ອອກປະກາດແຈ້ງການໃຫ້ປວງຊົນຊາບ ແລະ ໃຫ້ອອກແຈ້ງການດັ່ງນີ້:

  1. ກໍານົດເຂດທີ່ມີການຕິດເຊື້ອພະຍາດ ຫຼື ເຂດແດງ ຫຼື ເຂດເຫຼືອງ;
  2. ກໍານົດໜ້າທີ່ຂອງບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ຢູ່ໃນເຂດດັ່ງກ່າວ;
  3. ຫ້າມຄ້າຂາຍ, ຂົນສົ່ງ, ເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ພາຍໃນເຂດ ຫຼື ນອກເຂດທີ່ປະກາດເປັນເຂດລະບາດ ຂອງພະຍາດລະບາດສັດ. ຂ້າງເທິງ

ມາດຕາ 11. ການນໍາໃຊ້ມາດຕະການຄວບຄຸມພະຍາດ ແລະ ສ້າງເຂດປອດພະຍາດສັດ
ການນໍາໃຊ້ມາດຕະການຄວບຄຸມພະຍາດລະບາດສັດ ແມ່ນໃຫ້ນໍາໃຊ້ມາດຕະການ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 39 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ແລະ ຍັງຕ້ອງປະຕິບັດຕາມການແນະນໍາ ຂອງອົງການພະຍຸສັດສາກົນ ໂດຍສອດຄ່ອງກັບແຜນຍຸດທະສາດ ໃນການຈໍາກັດ ແລະ ລົບລ້າງພະຍາດລະບາດສັດ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເປັນຜູ້ກໍານົດລະບຽບການສະເພາະ ກ່ຽວກັບການສ້າງເຂດປອດພະຍາດສັດ. ຂ້າງເທິງ

ມາດຕາ 12. ການຄວບຄຸມສັດທີ່ສົງໄສ ຫຼື ຕິດເຊື້ອພະຍາດ
ເມື່ອເຈົ້າໜ້າທີ່ຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໄດ້ຮັບການແຈ້ງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 41 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດແລ້ວ ໃຫ້ດໍາເນີນການຄວບຄຸມຕາມແຕ່ລະກໍລະນີດັ່ງນີ້:

  • ສືບສວນສະພາບການ ແລະ ເກັບຕົວຢ່າງຈາກສັດເພື່ອນໍາໄປວິໄຈ;
  • ຈໍາກັດຂອບເຂດການເຄື່ອນໄຫວຂອງສັດ ແລະ ຫ້າມເຄື່ອນຍ້າຍຜະລິດຕະພັນສັດ ຫຼື ສັ່ງໃຫ້ເອົາສັດໄປຍັງສະຖານທີ່ກັກກັນ ຫຼື ແຍກປ່ຽວສັດ;
  • ປິ່ນປົວສັດເຈັບ ຫຼື ແນະນໍາໃຫ້ເຈົ້າຂອງສັດປິ່ນປົວດ້ວຍຕົນເອງ;
  • ທໍາລາຍສັດທີ່ບໍ່ສາມາດປິ່ນປົວໄດ້ ຫຼື ຕິດເຊື້ອພະຍາດລະບາດສັດ ແລະ ທໍາລາຍຜະລິດຕະພັນສັດ ທີ່ມີການປົນເປື້ອນດ້ວຍເຊື້ອພະຍາດລະບາດສັດ;
  • ນໍາໃຊ້ວິທີການຄວບຄຸມອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະຕ່າງຫາກ.

ໃນກໍລະນີສົງໄສວ່າ ສັດຕິດເຊື້ອພະຍາດລະບາດສັດ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ສັ່ງຫ້າມເຄື່ອນຍ້າຍສັດ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ, ສິ່ງຂອງກ່ຽວຂ້ອງກັບສັດ ແລະ ວັດຖຸທີ່ມີການພົວພັນກັບສັດທີ່ສົງໄສດັ່ງກ່າວ ຊົ່ວຄາວ ຊຶ່ງມີຜົນບັງຄັບຈົນເຖິງວັນທີ່ໄດ້ຮັບການຢັ້ງຢືນ ຜົນການວິໄຈຢ່າງເປັນທາງການ ກ່ຽວກັບການຕິດເຊື້ອ ຫຼື ບໍ່ຕິດເຊື້ອພະຍາດດັ່ງກ່າວ.

ໃນກໍລະນີໄດ້ຮັບການຢັ້ງຢືນຜົນການວິໄຈວ່າ ມີການຕິດເຊື້ອພະຍາດ ຢ່າງເປັນທາງການຈາກຫ້ອງວິໄຈແລ້ວ ໃຫ້ພະນັກງານສັດຕະວະແພດ ແຈ້ງໃຫ້ບຸກຄົນທີ່ກ່ຽວຂ້ອງຊາບທັນທີ ແລະ ປະຕິບັດຕາມແຜນສຸກເສີນຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ພ້ອມທັງໃຫ້ພະນັກງານສັດຕະວະແພດ ປະຕິບັດຕາມ ມາດຕາ 10 ແລະ ມາດຕາ 11 ຂອງດໍາລັດສະບັບນີ້ຢ່າງເຂັ້ມງວດ.

ສໍາລັບການເກັບ ແລະ ການນໍາສົ່ງຕົວຢ່າງຈາກສັດ ແລະ ຜະລິດຕະພັນສັດທີ່ສົງໄສວ່າຕິດເຊື້ອພະຍາດ ເປັນຕົ້ນຊິ້ນສ່ວນ, ຊາກສັດ ຫຼື ທັງໝົດຕົວສັດ ຕ້ອງມີການຫຸ້ມຫໍ່, ຕິດສະຫຼາກກໍາກັບ ເພື່ອຮັບປະກັນການປະຕິບັດ ຕາມລະບຽບການທີ່ກ່ຽວຂ້ອງ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ສ່ວນຄອກສັດ, ສະຖານທີ່ຂັງສັດ, ບໍລິເວນອ້ອມຂ້າງຄອກສັດ ຫຼື ພາຫະນະຂົນສົ່ງ, ເຄື່ອງມືທີ່ນໍາໃຊ້ ຫຼື ສິ່ງຂອງປົນເປື້ອນ ຫຼື ສົງໄສວ່າມີການປົນເປື້ອນເຊື້ອພະຍາດໃດໜຶ່ງ ກໍຕ້ອງມີການອະນາໄມ, ຂ້າເຊື້ອ ຫຼື ທໍາລາຍຖິ້ມ ຕາມຫຼັກວິຊາການທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 13. ການຄວບຄຸມພະຍາດລະບາດສັດໃນເຂດແດງ
ເມື່ອມີການປະກາດເປັນເຂດພະຍາດລະບາດສັດ ໃຫ້ເຈົ້າໜ້າທີ່ສັດຕະວະແພດຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ, ນະຄອນ, ເມືອງ, ເທດສະບານ ແລະ ບ້ານ ເພື່ອຕິດຕາມຢ່າງໃກ້ຊິດ ແລະ ນໍາໃຊ້ມາດຕະການຄວບຄຸມພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 11 ຂອງດໍາລັດສະບັບນີ້ ແລະ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  • ສ້າງຕັ້ງຈຸດຄວບຄຸມສັດ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ສິ່ງຂອງທີ່ພົວພັນກັບສັດ ເພື່ອກວດກາ ແລະ ຂ້າເຊື້ອພາຫະນະເຂົ້າ ແລະ ອອກ ໃນເຂດດັ່ງກ່າວ;
  • ເກັບ ແລະ ສົ່ງຕົວຢ່າງໄປຍັງຫ້ອງວິໄຈພະຍາດສັດ ເພື່ອຊອກຫາເຊື້ອພະຍາດ ແລະ ກໍານົດແຫຼ່ງທີ່ມາຂອງການລະບາດ;
  • ອອກຄໍາສັ່ງຫ້າມເຄື່ອນຍ້າຍສັດ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ, ສິ່ງຂອງທີ່ກ່ຽວຂ້ອງກັບສັດ ແລະ ວັດຖຸທີ່ມີການພົວພັນກັບສັດ;
  • ເຝົ້າລະວັງ ເພື່ອຕິດຕາມວິວັດທະນາການຂອງພະຍາດ ແລະ ກໍານົດປັດໄຈສ່ຽງທັງໝົດ ທີ່ພົວພັນກັບການລະບາດຂອງພະຍາດນັ້ນ;
  • ກັກກັນ ຫຼື ແຍກປ່ຽວສັດທີ່ຕິດພະຍາດ ຫຼື ສັ່ງໃຫ້ເຈົ້າຂອງສັດ ຫຼື ບຸກຄົນຮັບຜິດຊອບກັກກັນ ຫຼື ແຍກປ່ຽວສັດທີ່ຕິດພະຍາດ ຫຼື ສັດອື່ນທີ່ສົງໄສວ່າຕິດເຊື້ອພະຍາດ ໃນສະຖານທີ່ກັກກັນສັດ;
  • ອອກຄໍາສັ່ງໃຫ້ເຈົ້າຂອງສັດ ຫຼື ບຸກຄົນທີ່ຮັບຜິດຊອບກ່ຽວກັບສັດ ຕັ້ງຈຸດຂ້າເຊື້ອພະຍາດຢູ່ທາງເຂົ້າ ແລະ ອອກ ຂອງສະຖານທີ່ ທີ່ມີການຢັ້ງຢືນວ່າມີຝູງສັດທີ່ຕິດເຊື້ອ ແລະ ຝູງສັດທີ່ແຂງແຮງ;
  • ທໍາລາຍສັດທີ່ຕິດເຊື້ອພະຍາດລະບາດສັດ ຊຶ່ງບໍ່ສາມາດປິ່ນປົວໄດ້.

ໃນການຄວບຄຸມພະຍາດລະບາດສັດໃນເຂດແດງ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ
ປະຕິບັດຂັ້ນຕອນການຄວບຄຸມພະຍາດລະບາດສັດໄດ້ ຈົນເຖິງວັນປະກາດຍົກເລີກເຂດພະຍາດລະບາດສັດ.

ການນໍາໃຊ້ມາດຕະການຄວບຄຸມ ພະຍາດລະບາດສັດໃນເຂດແດງ ຕ້ອງມີການເຜີຍແຜ່ຜ່ານທາງວິທະຍຸ, ໜັງສືພິມ ແລະ ວິທີການອື່ນທີ່ເຫັນວ່າເໝາະສົມ ແລະ ສັດຕະວະແພດບ້ານກໍຕ້ອງເຜີຍແຜ່ ແລະ ສະໜອງຂໍ້ມູນໃຫ້ແກ່ເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດມາດຕະການຄວບຄຸມ ຢ່າງເຄັ່ງຄັດ. ຂ້າງເທິງ

ມາດຕາ 14. ການຄວບຄຸມພະຍາດລະບາດສັດໃນເຂດເຫຼືອງ
ເມື່ອມີການປະກາດເປັນເຂດຄວບຄຸມ ແລະ ຕິດຕາມພະຍາດລະບາດສັດແລ້ວ ໃຫ້ເຈົ້າໜ້າທີ່ສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ, ນະຄອນ, ເມືອງ, ເທດສະບານ ແລະ ບ່້ານ ເພື່ອຕິດຕາມຢ່າງໃກ້ຊິດ ແລະ ນໍາໃຊ້ມາດຕະການຄວບຄຸມພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 11 ຂອງດໍາລັດສະບັບນີ້ ແລະ ໃຫ້ປະຕິບັດຕາມຂັ້ນຕອນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງດໍາລັດສະບັບນີ້ ຍົກເວັ້ນການສ້າງຈຸດກວດກາ ແລະ ຂ້າເຊື້ອ, ການທໍາລາຍສັດທີ່ຕິດເຊື້ອພະຍາດສັດຖິ້ມ.

ການຄວບຄຸມພະຍາດລະບາດສັດໃນເຂດດັ່ງກ່າວ ຕ້ອງມີການສັກຢາກັນພະຍາດ ແບບວົງແຫວນ ໃນກໍລະນີເຫັນວ່າມີຄວາມຈໍາເປັນ ເພື່ອຮັບປະກັນໃຫ້ສັດມີສຸຂະພາບແຂງແຮງ.

ການນໍາໃຊ້ມາດຕະການຄວບຄຸມ ພະຍາດລະບາດສັດໃນເຂດເຫຼືອງ ຕ້ອງມີການເຜີຍແຜ່ທາງວິທະຍຸ, ໜັງສືພິມ ແລະ ວິທີການອື່ນທີ່ເຫັນວ່າເໝາະສົມ ແລະ ສັດຕະວະແພດບ້ານ ກໍຕ້ອງເຜີຍແຜ່ ແລະ ສະໜອງຂໍ້ມູນໃຫ້ແກ່ເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດມາດຕະການຄວບຄຸມ ຢ່າງເຄັ່ງຄັດ. ຂ້າງເທິງ

ມາດຕາ 15. ການປະກາດຍົກເລີກເຂດພະຍາດລະບາດສັດ
ເມື່ອເຫັນວ່າມີການຫຼຸດຜ່ອນຄວາມສ່ຽງ ໃນການລະບາດຂອງພະຍາດສັດ ທີ່ເຫັນໄດ້ຢ່າງຈະແຈ້ງພາຍຫຼັງ ສາມສິບວັນ ນັບແຕ່ວັນທີ່ສັດເຈັບໂຕສຸດທ້າຍ ມີສຸຂະພາບແຂງແຮງດີ ແລະ ບໍ່ມີສັດໂຕອື່ນເຈັບ ຫຼື ຕາຍອີກ ແລະ ກໍເຫັນວ່າຂັ້ນຕອນການຄວບຄຸມພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ສໍາລັບເຂດແດງ ແລະ ມາດຕາ 14 ສໍາລັບເຂດເຫຼືອງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງັສດ ແລະ ການສັດຕະວະແພດ ນໍາສະ:ໜີຕໍ່ອົງການທີ່ມີໜ້າທີ່ຮັບຜິດຊອບ ໃນການປະກາດເຂດພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 43 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ອອກປະກາດຍົກເລີກເຂດພະຍາດລະບາດສັດ. ຂ້າງເທິງ

ມາດຕາ 16. ການທໍາລາຍ ຫຼື ກໍາຈັດສັດທີ່ເປັນພະຍາດ
ພະນັກງານສັດຕະວະແພດ ອາດທໍາລາຍ ຫຼື ກໍາຈັດສັດ ທີ່ໄດ້ຮັບຜົນກະທົບຈາກພະຍາດ ຫຼື ສົງໄສວ່າຕິດພະຍາດຢູ່ເຂດແດງ ແລະ ເຂດເຫຼືອງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ພະນັກງານສັດຕະວະແພດ ອາດອອກຄໍາສັ່ງເປັນລາຍລັກອັກສອນ ໃຫ້ເຈົ້າຂອງສັດ ຫຼື ບຸກຄົນທີ່ຮັບຜິດຊອບ ນໍາເອົາສັດທີ່ຕິດເຊື້ອພະຍາດ, ຜະລິດຕະພັນສັດ ແລະ ວັດຖຸທີ່ປົນເປື້ອນດ້ວຍເຊື້ອພະຍາດ ຫຼື ສິ່ງຂອງອື່ນທີ່ມີການສໍາພັດກັບສັດ ທີ່ຕິດເຊື້ອພະຍາດລະບາດສັດ ຫຼື ສິ່ງທີ່ຈະກໍ່ໃຫ້ເກີດພະຍາດລະບາດສັດ ໄປທໍາລາຍຖິ້ມ.

ສັດທີ່ຕາຍດ້ວຍພະຍາດລະບາດສັດ, ສັດທີ່ຖືກທໍາລາຍ ຫຼື ກໍາຈັດຖິ້ມ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ໃຫ້ນໍາເອົາໄປເຜົາ ຫຼື ຝັງທັນທີ ຕາມຫຼັກວິຊາການດ້ານສັດຕະວະແພດ ແລະ ຕາມຄໍາແນະນໍາຂອງ ເຈົ້າໜ້າທີ່ສັດຕະວະແພດຢ່າງເຄັ່ງຄັດ. ຂ້າງເທິງ

ມາດຕາ 17. ການຊົດເຊີຍ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເປັນຜູ້ກໍານົດຂັ້ນຕອນ, ວິທີການ ແລະ ສ້າງລະບົບສໍາລັບການຊົດເຊີຍທີ່ເໝາະສົມ ໃນກໍລະນີມີການທໍາລາຍ ຫຼື ການກໍາຈັດສັດ, ຜະລິດຕະພັນສັດ ແລະ ວັດຖຸທີ່ປົນເປື້ອນດ້ວຍເຊື້ອພະຍາດ ຫຼື ສິ່ງຂອງອື່ນທີ່ມີການສໍາພັດກັບສັດ ທີ່ຕິດເຊື້ອພະຍາດລະບາດສັດ ຫຼື ສິ່ງທີ່ຈະກໍ່ໃຫ້ເກີດພະຍາດລະບາດສັດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 18. ການແຈ້ງການໄປຍັງອົງການພະຍຸສັດສາກົນ ແລະ ປະເທດໃກ້ຄຽງ
ເມື່ອໄດ້ຮັບການຢັ້ງຢືນຜົນການວິໄຈ ຢ່າງເປັນທາງການຈາກຫ້ອງວິໄຈ ແລະ ມີການປະກາດວ່າມີການເກີດພະຍາດລະບາດສັດ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແຈ້ງການໄປຍັງອົງການພະຍຸສັດສາກົນ ທັນທີ.

ໃນກໍລະນີມີການປະກາດວ່າ ມີການເກີດພະຍາດລະບາດສັດຢູ່ເມືອງ ທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແຈ້ງໄປຍັງອົງການທີ່ຮັບຜິດຊອບ ຂອງປະເທດດັ່ງກ່າວຊາບ. ຂ້າງເທິງ

ມາດຕາ 19. ພັນທະຂອງເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບສັດ
ເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບສັດມີພັນທະດັ່ງນີ້:

  1. ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ກັບການຄອບຄອງສັດຂອງຕົນ;
  2. ແຈ້ງຈໍານວນສັດທັງໝົດຂອງຕົນ, ຈໍານວນສັດເຈັບ, ຈໍານວນສັດຕາຍຕາມຄວາມເປັນຈິງ;
  3. ປະຕິບັດແຜນການ ແລະ ມາດຕະການຄວາມປອດໄພດ້ານຊີວະພາບທີ່ດີ ທີ່ກໍານົດໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແລະ ຄໍາສັ່ງ ຫຼື ຄໍາແນະນໍາອື່ນ ທີ່ອອກໂດຍພະນັກງານສັດຕະວະແພດ ເພື່ອຍຸດຕິການລະບາດຂອງພະຍາດ ຫຼື ທໍາລາຍ ຫຼື ກໍາຈັດສັດ ແລະ ຜະລິດຕະພັນສິນຄ້າທີ່ກ່ຽວກັບສັດ;
  4. ແຍກສັດທີ່ຕິດເຊື້ອພະຍາດ ຫຼື ສົງໄສວ່າຕິດເຊື້ອພະຍາດລະບາດສັດອອກຈາກຝູງສັດ ແລ້ວລາຍງານຕໍ່ເຈົ້າໜ້າທີ່ສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ບ່ອນທີ່ໃກ້ສຸດ ເພື່ອກວດສຸຂະພາບສັດ;
  5. ປິ່ນປົວສັດເຈັບ ຕາມຫຼັກວິຊາການສັດຕະວະແພດ ແລະ ຄໍາແນະນໍາຂອງເຈົ້າໜ້າທີ່ສັດຕະວະແພດ;
  6. ໃຫ້ການຮ່ວມມືກັບພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນການຈັດຕັ້ງປະຕິບັດມາດຕະການກັນ ແລະ ຄວບຄຸມພະຍາດລະບາດສັດ;
  7. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 20. ໜ້າທີ່ໃນການລາຍງານ
ໃນກໍລະນີເຫັນວ່າສັດຂອງຕົນເຈັບ ເປັນຈໍານວນຫຼວງຫຼາຍ ຫຼື ຕາຍຢ່າງຕໍ່ເນື່ອງ ແລະ ສັດເຫຼົ່ານັ້ນ ກໍສະແດງອາການຂອງພະຍາດລະບາດສັດ  ໃຫ້ເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບສັດ ແຈ້ງຕໍ່ພະນັກງານ ຫຼື ເຈົ້າໜ້າທີ່ສັດຕະວະແພດຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ທີ່ໃກ້ທີ່ສຸດທັນທີ.

ສັດຕະວະແພດບ້ານ, ນາຍບ່້ານ, ພະນັກງານ ຫຼື ເຈົ້າໜ້າທີ່ສັດຕະວະແພດ ທີ່ໄດ້ຮັບການແຈ້ງນັ້ນ ຕ້ອງແຈ້ງໃຫ້ເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບສັດ ຢູ່ບ້ານໃກ້ຄຽງຊາບ ພ້ອມທັງລາຍງານໃຫ້ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດເມືອງ, ເທດສະບານຊາບ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ທີ່ໄດ້ກໍານົດໄວ້ໃນ ໝວດທີ 4 ຂອງດໍາລັດສະບັບນີ້.

ໃນກໍລະນີພະຍາດສັດທີ່ພົບເຫັນນັ້ນ ແມ່ນພະຍາດທີ່ສາມາດຕິດຕໍ່ຈາກສັດສູ່ຄົນ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ລາຍງານກ່ຽວກັບການພົບເຫັນດັ່ງກ່າວ ໄປຍັງຂະແໜງສາທາລະນະສຸກ ພາຍໃນກໍານົດເວລາ ຊາວສີ່ຊົ່ວໂມງ ພາຍຫຼັງທີ່ໄດ້ຮັບການຢັ້ງຢືນຈາກ ຫ້ອງວິໄຈພະຍາດສັດ ຢ່າງເປັນທາງການ. ຂ້າງເທິງ

ມາດຕາ 21. ຂໍ້ຫ້າມ
ຫ້າມເຈົ້າຂອງສັດ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບສັດມີການກະທໍາດັ່ງນີ້:

  1. ບໍລິໂພກ, ຈໍາໜ່າຍ ຫຼື ແຈກຢາຍສິ້ນສ່ວນໃດໜຶ່ງຂອງສັດ ທີ່ຕິດພະຍາດລະບາດສັດ;
  2. ຈໍາໜ່າຍສັດທີ່ຍັງມີຊີວິດ ຫຼື ຊາກສັດ ຫຼື ພາກສ່ວນໃດໜຶ່ງຂອງສັດ ທີ່ຕິດພະຍາດລະບາດສັດ;
  3. ເຄື່ອນຍ້າຍສັດທີ່ຍັງມີຊີວິດ ຫຼື ຜະລິດຕະພັນສັດ, ຊາກສັດ ຫຼື ສິ້ນສ່ວນຂອງສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ວັດຖຸສິ່ງຂອງທີ່ພົວພັນກັບສັດ, ສິ່ງເສດເຫຼືອຈາກສັດ ແລະ ວັດຖຸທີ່ມີການປົນເປື້ອນ ດ້ວຍເຊື້ອພະຍາດເຂົ້າ ຫຼື ອອກຈາກເຂດແດງ ຫຼື ເຂດເຫຼືອງ ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນ ຈາກພະນັກງານ ຫຼື ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
  4. ປ່ອຍນໍ້າເສຍ ແລະ ສິ່ງເສດເຫຼືອອອກຈາກຟາມ, ສະຖານທີ່ ຫຼື ຄອກສັດ ທີ່ຕິດເຊື້ອພະຍາດ ໂດຍບໍ່ຜ່ານການຂ້າເຊື້ອ ແລະ ບໍາບັດ ຕາມຫຼັກວິຊາການ ແລະ ລະບຽບການທີ່ໄດ້ກໍານົດໄວ້;
  5. ຖິ້ມຊາກສົບສັດ ແລະ ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ຫຼື ວັດຖຸສິ່ງຂອງທີ່ພົວພັນ ກ່ຽວກັບສັດທີ່ຕິດເຊື້ອພະຍາດ ຕາມສະຖານທີ່ສາທາລະນະ ແລະ ສະຖານທີ່ອື່ນ ເວັ້ນເສຍແຕ່ສະຖານທີ່ ທີ່ໄດ້ກໍານົດໄວ້ສະເພາະ. ຂ້າງເທິງ

ໝວດທີ 4
ການຄຸ້ມຄອງວຽກງານການກັນ ແລະ ຄວບຄຸມພະຍາດສັດ

ມາດຕາ 22. ອົງການຄຸ້ມຄອງວຽກງານການກັນ ແລະ ຄວບຄຸມພະຍາດສັດ
ອົງການຄຸ້ມຄອງວຽກງານການກັນ ແລະ ຄວບຄຸມພະຍາດສັດ ແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຊຶ່ງປະກອບດ້ວຍ:

  1. ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງເປັນເສນາທິການ;
  2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ໂດຍແມ່ນຂະແໜງລ້ຽງສັດ ແລະ ການປະມົງເປັນເສນາທິການ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ໂດຍແມ່ນໜ່ວຍງານລ້ຽງສັດ ແລະ ການປະມົງເປັນເສນາທິການ;
  4. ໜ່ວຍສະເພາະກິດ;
  5. ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ. ຂ້າງເທິງ

ມາດຕາ 23. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ໃນການກັນ ແລະ ຄວບຄຸມພະຍາດສັດ ກະຊວງກະສິກໍາ ແລະ ປ່າໄມ້ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ໃຫ້ຄໍາແນະນໍາທາງດ້ານນະໂຍບາຍ ແລະ ວິຊາການໃຫ້ແກ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການ ສັດຕະວະແພດແຂວງ, ນະຄອນ;
  2. ຮັບຜິດຊອບໃນການພັດທະນາມາດຕະຖານ ທາງດ້ານວິຊາການ, ນະໂຍບາຍ ຫຼື ການຕັດສິນບັນຫາໃດໜຶ່ງທາງດ້ານວິຊາການ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້;
  3. ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການກັນ ແລະ ຄວບຄຸມພະຍາດສັດ;
  4. ວິເຄາະ, ປະເມີນ ແລະ ຕີລາຄາຄວາມສ່ຽງກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  5. ຊີ້ນໍາ, ກວດກາການເຄື່ອນໄຫວຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ, ເມືອງ, ເທດສະບານ, ໜ່ວຍສະເພາະກິດ ແລະ ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ;
  6. ສ້າງຕັ້ງດ່ານກວດກາສັດຕະວະແພດຊົ່ວຄາວ ໃນກໍລະນີເກີດການລະບາດ ຂອງພະຍາດລະບາດສັດໃດໜຶ່ງ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  7. ແຕ່ງຕັ້ງ ຫຼື ປົດຕໍາແໜ່ງພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  8. ພັດທະນາລະບົບການຄຸ້ມຄອງການກັນ ແລະ ຄວບຄຸມພະຍາດສັດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  9. ປະສານສົມທົບກັບອົງການຈັດຕັ້ງທຸກຂັ້ນ ໃນການເຝົ້າລະວັງ ແລະ ກວດກາການກັນ ແລະ ຄວບຄຸມພະຍາດລະບາດສັດ;
  10. ອອກຄໍາແນະນໍາກ່ຽວກັບການກັກກັນສັດ ໃນສະຖານທີ່ກັກກັນສັດ ແລະ ສິ່ງອໍານວຍຄວາມສະດວກອື່ນ;
  11. ກວດກາ, ປັບປຸງມາດຕະການກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ ເພື່ອຮັບປະກັນການຄວບຄຸມພະຍາດລະບາດສັດ;
  12. ສ້າງ ແລະ ເຜີຍແຜ່ນິຕິກໍາ, ລະບຽບການກ່ຽວກັບການກັນ ແລະ ຄວບຄຸມພະຍາດລະບາດສັດ;
  13. ພົວພັນຮ່ວມມື ແລະ ປະສານສົມທົບກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  14. ປະສານສົມທົບກັບອົງການຈັດຕັ້ງອື່ນຂັ້ນສູນກາງ ທີ່ມີໜ້າທີ່ຮັບຜິດຊອບກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  15. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການຝຶກອົບຮົມໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  16. ຈັດງານກິດຈະກໍາສັງຄົມຕ່າງໆ ເພື່ອເສີມສ້າງຄວາມຮັບຮູ້ ແລະ ປູກຈິດສໍານຶກກ່ຽວກັບວຽກງານການກັນ ແລະ ຄວບຄຸມພະຍາດສັດ;
  17. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປລາວ. ຂ້າງເທິງ

ມາດຕາ 24. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ໃນການກັນ ແລະ ຄວບຄຸມພະຍາດສັດ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດມາດຕະຖານ ແລະ ຜັນຂະຫຍາຍນະໂຍບາຍທາງດ້ານວິຊາການ ກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດທີ່ ກະຊວງກະສິກໍາ ແລະ ປ່າໄມ້ວາງອອກ;
  2. ຊ່ວຍຕິດຕາມການຂົນສົ່ງ, ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ, ວັດຖຸທີ່ປົນເປື້ອນດ້ວຍເຊື້ອພະຍາດ ຫຼື ສິ່ງຂອງອື່ນທີ່ມີການສໍາພັດກັບສັດ ທີ່ຕິດເຊື້ອພະຍາດລະບາດສັດ ຫຼື ສິ່ງທີ່ຈະກໍ່ໃຫ້ເກີດພະຍາດລະບາດສັດເຂົ້າ ຫຼື ອອກເຂດແດງ ຫຼື ເຂດເຫຼືອງ;
  3. ສະໜອງຂໍ້ມູນ ແລະ ລາຍງານຕໍ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  4. ເຝົ້າລະວັງ, ຕິດຕາມ ແລະ ລາຍງານກ່ຽວກັບພະຍາດລະບາດສັດ ຕາມແຜນການເຝົ້າລະວັງຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ;
  5. ຊີ້ນໍາ, ຕິດຕາມ ແລະ ປະສານສົມທົບກັບ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດເມືອງ, ເທດສະບານກ່ຽວກັບວຽກງານການກັນ ແລະ ຄວບຄຸມພະຍາດສັດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  6. ສ້າງລະບຽບການກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດຂອງແຂວງ, ນະຄອນ ພ້ອມທັງເຜີຍແຜ່ ແລະ ໃຫ້ຄໍາແນະນໍາ ໃນການຈັດຕັ້ງປະຕິບັດລະບຽບການດັ່ງກ່າວ;
  7. ປະສານສົມທັບກັບພາກສ່ວນອື່ນຂອງແຂວງ, ນະຄອນທີ່ມີໜ້າທີ່ຮັບຜິດຊອບ ກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  8. ປະສານສົມທົບກັບພາກສ່ວນອື່ນຂອງແຂວງ, ນະຄອນ ໃນການຝຶກອົບຮົມໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  9. ຈັດງານກິດຈະກໍາສັງຄົມຕ່າງໆ ເພື່ອເສີມສ້າງຄວາມຮັບຮູ້ ແລະ ປູກຈິດສໍານຶກກ່ຽວກັບວຽກງານການກັນ ແລະ ຄວບຄຸມພະຍາດສັດ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 25. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ໃນການກັນ ແລະ ຄວບຄຸມພະຍາດສັດ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດມາດຕະຖານ ແລະ ຜັນຂະຫຍາຍນະໂຍບາຍທາງດ້ານວິຊາການ ກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ ຕາມການຊີ້ນໍາຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດແຂວງ, ນະຄອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ຊ່ວຍຕິດຕາມການຂົນສົ່ງ, ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ, ວັດຖຸທີ່ປົນເປື້ອນດ້ວຍເຊື້ອພະຍາດ ຫຼື ສິ່ງຂອງອື່ນທີ່ມີການສໍາພັດ ກັບສັດທີ່ຕິດເຊື້ອພະຍາດລະບາດສັດ ຫຼື ສິ່ງທີ່ຈະກໍ່ໃຫ້ເກີດພະຍາດລະບາດສັດເຂົ້າ ຫຼື ອອກເຂດແດງ ຫຼື ເຂດເຫຼືອງ;
  3. ຊີ້ນໍາ, ຕິດຕາມການຈັດຕັ້ງປະຕິບັດການກັນ ແລະ ຄວບຄຸມພະຍາດສັດຂອງ ໜ່ວຍງານລ້ຽງສັດ ແລະ ການສັດຕະວະແພດບ້ານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  4. ປະສານສົມທົບກັບອົງການຈັດຕັ້ງອື່ນຂອງເມືອງ, ເທດສະບານ ທີ່ມີໜ້າທີ່ຮັບຜິດຊອບກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  5. ຕິດຕໍ່ປະສານງານກັບອົງການຄຸ້ມຄອງເມືອງ, ເທດສະບານກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ;
  6. ຈັດງານກິດຈະກໍາສັງຄົມຕ່າງໆ ເພື່ອເສີມສ້າງຄວາມຮັບຮູ້ ແລະ ປູກຈິດສໍານຶກກ່ຽວກັບວຽກງານການກັນ ແລະ ຄວບຄຸມພະຍາດສັດ;
  7. ເຜີບແຜ່ລະບຽບກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ ຕາມການມອບໝາຍຂອງພະແນກກະສິກໍາ ແລະ ປ່າໄມ່້ແຂວງ, ນະຄອນ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 26. ໜ່ວຍສະເພາະກິດ
ໜ່ວຍສະເພາະກິດຄວບຄຸມພະຍາດລະບາດສັດ ແມ່ນໜ່ວຍງານໜຶ່ງທີ່ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ສ້າງຕັ້ງຂຶ້ນ ເພື່ອເປັນໜ່ວຍປະສານງານ ແລະ ສັ່ງການໃນການຈັດຕັ້ງປະຕິບັດ ມາດຕະການຄວບຄຸມພະຍາດລະບາດສັດ ທີ່ຈໍາເປັນ ທັງເປັນເຈົ້າການໃນການຄົ້ນຫາ ສາເຫດການລະບາດຂອງພະຍາດ ເພື່ອຮັບປະກັນການຄວບຄຸມພະຍາດລະບາດສັດ ທີ່ເກີດຂຶ້ນນັ້ນໃຫ້ທັນກັບສະພາບການ. ຂ້າງເທິງ

ມາດຕາ 27. ສິດ ແລະ ໜ້າທີ່ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ
ໃນການກັນ ແລະ ຄວບຄຸມພະຍາດສັດ ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານມີສິດ ແລະ ໜ້າທີ່ດັ່ງນີ້:

  1. ລາຍງານ ແລະ ສະໜອງຂໍ້ມູນກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ ໄປຍັງຫ້ອງການກະສິກໍາ ແລະ ປ່່າໄມ້ເມືອງ, ເທດສະບານຢ່າງເປັນປົກກະຕິ;
  2. ເຝົ້າລະວັງ ແລະ ລາຍງານກ່ຽວກັບສະພາບການລະບາດ ຂອງພະຍາດສັດໄປຍັງ ຫ້ອງການກະສິກໍາ ແລະ ປ່່າໄມ້ເມືອງ, ເທດສະບານ;
  3. ເຜີຍແຜ່ລະບຽບການກ່ຽວກັບການກັນ ແລະ ຄວບຄຸມພະຍາດສັດ ເພື່ອປູກຈິດສໍານຶກໃຫ້ແກ່ເຈົ້າຂອງ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບສັດ;
  4. ປະຕິບັດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ໝວດທີ 5
ບົດບັນຍັດສຸດທ້າຍ

ມາດຕາ 28. ການຈັດຕັ້ງປະຕິບັດ
ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ປະສານສົມທົບກັບ ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 29. ຜົນສັກສິດ
ດໍາລັດສະບັບນີ້ປ່ຽນແທນດໍາລັດ ສະບັບເລກທີ 206/ນຍ, ລົງວັນທີ 27 ກໍລະກົດ 2007 ວ່າດ້ວຍການຄວບຄຸມພະຍາດລະບາດສັດ.

ດໍາລັດສະບັບນີ້ມີຜົນສັກສິດ ພາຍຫຼັງຮ້ອຍແປດສິບວັນ ນັບຈາກວັນລົງລາຍເຊັນເປັນຕົ້ນໄປ. ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະບານ
ເຊັນແທນນາຍົກລັດຖະມົນຕີ

ອາຊາງ ລາວລີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.