ໃນລະຫວ່າງວັນທີ 27 ມິຖຸນາ ຫາ 01 ກໍລະກົດ 2022, ທີ່ຫ້ອງປະຊຸມຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ.ກົມ​ການ​ນຳ​ເຂົ້າ ແລະ ສົ່ງອອກ (ຂອ) ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າ ແລະ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ພະນັກງານປະຈໍາຫ້ອງການຄະ​ນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 35 ທ່ານ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ, ທ່ານ ນາງ ລັດຕະນາ ອິນທະພົນ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ປອ ບຸນຍົງ ສູນທອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ.

     ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງ​ການຄະ​ນະຄຸ້ມຄອງ ແລະ ຜູ້ປະກອບການ ພາຍໃນເຂດເສດຖະກິດພິເສດແຂວງຈໍາປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ ແລະ ສອດຄ່ອງກັບລະບຽບການຂອງບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ. ກ່ອນກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ມອບມອບສິດ ໃນການຈັດຕັ້ງປະຕິບັດ ການອອກ​ ແລະ ຄຸ້ມ​ຄອງ​ ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້​ຮັບ​ສິດທິ​ພິ​ເສດ ໃຫ້ແກ່ເຂດດັ່ງກ່າວ. ຊຶ່ງການມອບສິດໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ີໄດ້ຮັບສິດທິພິເສດແມ່ນເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຂອງຜູ້ປະກອບການທີ່ດຳເນີນທຸລະກິດຢູ່ພາຍໃນເຂດເສດຖະກິດພິເສດດັ່ງກ່າວ ໂດຍສອດຄ່ອງກັບນະໂຍບາຍວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຂອງລັດກຖະບານ ໂດຍສະເພາະແມ່ນຄໍາສັ່ງເລກທີ 12/ນຍ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ - ການເງິນ.

     ຄະນະຄຸ້ມຄອງເຂດເສດຖະກິດພິເສດຂອງແຂວງຈຳປາສັກ ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 2015 ໂດຍທັງໝົດມີ 04 ເຂດ ຄື: ເຂດເສດຖະກິດພິເສດນິຄົມອຸດສາຫະກຳປາກເຊ - ຍີ່ປຸ່ນເອັສເອັມອີ,  ເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເຂດເສດຖະກິດພິເສດນິຄົມອຸດສາ ຫະກຳຈຳປາສັກລາວ-ບໍລິການ ແລະ ເຂດພັດທະນາເສດຖະກິດພິເສດວັງເຕົ່າ - ໂພນທອງ. ໃນນັ້ນ, ເຂດເສດຖະກິດພິເສດຂອງແຂວງຈຳປາສັກ ສາມາດດຶງດູດນັກລົງທຶນເຂົ້າການລົງທຶນທັງໝົດ 41 ບໍລິສັດ ໂດຍມີແຜນການລົງທຶນທັງໝົດ 1.861 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 516.8 ລ້ານໂດລາສະຫະລັດ ໂດຍໄດ້ມີການລົງທຶນຕົວຈິງໄປແລ້ວ 83.9 ລ້ານໂດລາສະຫະລັດ, ຜູ້ພັດທະນາ 60.1 ລ້ານໂດລາສະຫະລັດ ແລະ ຜູ້ລົງທຶນລາຍຍ່ອຍ 23.7 ລ້ານໂດລາສະຫະລັດ.

     ໃນປະຈຸບັນເຂດຕ່າງໆໄດ້ມີການນໍາເຂົ້າວັດຖຸດິບຕ່າງໆ, ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ໃນການຜະລິດ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 36.1 ລ້ານໂດລາສະຫາລັດ ແລະ ສົ່ງອອກສິນຄ້າ ມູນຄ່າທັງໝົດ 30.5 ລ້ານໂດລະສະຫາລັດ ແລະ ສາມາດຈັດເກັບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 2.8 ຕື້ກີບ; ສາມາດສ້າງວຽກ ເຮັດງານທຳໄດ້ ຈຳນວນ1,155 ຄົນ. ໃນນັ້ນມີແຮງງານລາວ 1,083 ຄົນ ແລະ ຕ່າງປະເທດ 72 ຄົນ.

 

     ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.