ພາບປະກອບ

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ບັນລຸໄດ້ປະມານ 1,000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 456 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 589 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 133 ລ້ານໂດລາສະຫາລັດ.

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 456 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 62 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 42 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 32 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ແຮ່ເຫຼັກ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ເກີບ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ ແລະ ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ..

 

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 589 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 35 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 101 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 31 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 29 ລ້ານໂດລາສະຫະລັດ, ຜະລິດຕະພັນການຢາ (ເພສັດຊະກໍາ) ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ສາຍໄຟຟ້າ, ເຄເບີ້ລ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ ແລະ ຜະລິດຕະພັນທາງເຄມີ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ.

         

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 154 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 63 ລ້ານໂດລາສະຫະລັດ, ອົດສຕາລີ 43 ລ້ານໂດລາສະຫະລັດ ແລະ ອິນເດຍ 13 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 307 ລ້ານໂດລາສະຫະລັດ, ຈີນ 141 ລ້ານໂດລາສະຫະລັດ, ຫວຽດນາມ 31 ລ້ານໂດລາສະຫະລັດ, ສ ອາເມລິກາ 39 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 13 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.