ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເລກທີ 728/ຫສນຍ

ນະຄອນຫຼວງວຽງຈັນ, ວັນທີ 25 ພຶດສະພາ 2022

 

ແຈ້ງການ

ຮຽນ: - ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທີ່ນັບຖື.

       - ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ນັບຖື.

       - ທ່ານ ລັດຖະມົນຕີກະຊວງການເງິນ ທີ່ນັບຖື.

ເລື່ອງ: ທິດຊີ້ນໍາກ່ຽວກັບ ການສົ່ງອອກຖ່ານດໍາ ໄປຕ່າງປະເທດ.

 

- ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021;

- ອີງຕາມ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ສະບັບ ເລກທີ 41/ນຍ, ລົງວັນທີ 30ເມສາ 2021;

- ອີງຕາມ ການຕົກລົງ ແລະ ທິດຊີ້ນໍາ ຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໃນວັນທີ 06 ພຶດສະພາ 2022.

- ອີງຕາມ ການຕົກລົງຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 23 ພຶດສະພາ 2022.

 

          ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

  1. ໃຫ້ສືບຕໍ່ຢຶດໝັ້ນຕາມຍຸດທະສາດ ແລະ ນະໂຍບາຍຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ຄື: ບໍ່ອະນຸຍາດໃຫ້ສົ່ງອອກຖ່ານດໍາ ໄປຕ່າງປະເທດ ຢ່າງເດັດຂາດ.
  2. ສໍາລັບຖ່ານດໍາທີ່ໄດ້ຜະລິດແລ້ວ ແລະ ຕົກຄ້າງໃນປັດຈຸບັນ ແມ່ນເຫັນດີໃຫ້ສົ່ງອອກເປັນເທື່ອສຸດທ້າຍ ຜ່ານດ່ານສາກົນເທົ່ານັ້ນ ໂດຍກໍານົດເວລາການສົ່ງອອກແມ່ນບໍ່ໃຫ້ກາຍ ວັນທີ 31 ກໍລະກົດ 2022 ແລະ ຜູ້ປະກອບການຕ້ອງປະຕິບັດພັນທະໃຫ້ລັດ ໃນມູນຄ່າ 1.200.000 ກີບ ຕໍ່ໂຕນ (ລວມທັງຖ່ານດໍາທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ) ແລະ ປະຕິບັດຄ່າທໍານຽມອື່ນໆ ໃຫ້ຄົບຖ້ວນກ່ອນ ຈຶ່ງອະນຸຍາດໃຫ້ສົ່ງອອກ. ຖ້າຮອດກໍານົດເວລາດັ່ງກ່າວ ຜູ້ປະກອບການໃດຍັງສົ່ງອອກບໍ່ໝົດ ແມ່ນໃຫ້ຢຸດຕິການສົ່ງອອກເດັດຂາດ ແລະ ຈໍານວນຖ່ານດໍາທີ່ເຫຼືອ ແມ່ນໃຫ້ຈໍາໜ່າຍນໍາໃຊ້ພາຍໃນ.
  3. ມອບໃຫ້ກະຊວງການເງິນ ຊີ້ນໍາເຈົ້າໜ້າທີ່ພາສີ ແຕ່ລະດ່ານສາກົນ ເປັນເຈົ້າການຕິດຕາມກວດກາ ແລະ ຄຸ້ມຄອງການສົ່ງອອກຖ່ານດໍາດັ່ງກ່າວ ໃຫ້ຖືກຕ້ອງຕາມຂັ້ນຕອນກົດໝາຍ ແລະ ເງື່ອນໄຂກ່ຽວຂ້ອງກໍານົດ, ເດັດຂາດບໍ່ໃຫ້ມີຊ່ອງຫວ່າງສວຍໂອກາດ. ກໍລະນີ ມີການລັກລອບຂົນສົ່ງຖ່ານດໍາ ອອກໄປຕ່າງປະເທດ ຢູ່ດ່ານຊາຍແດນໃດ ແມ່ນໃຫ້ຄະນະຮັບຜີດຊອບດ່ານ, ເຈົ້າໜ້າທີ່ດ່ານ ແລະ ຜູ້ປະກອບການກ່ຽວຂ້ອງ ຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການກ່ຽວຂ້ອງກໍານົດ ຢ່າງເຂັ້ມງວດ.
  4. ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງສົມທົບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖີ່ນ ກວດກາ ແລະ ຢັ້ງຢືນຈໍານວນຖ່ານດໍາທີ່ໄດ້ຜະລິດແລ້ວ ແລະ ຕົກຄ້າງດັ່ງກ່າວ ຂອງຜູ້ປະກອບການຕ່າງໆນັ້ນ ເພື່ອເປັນຂໍ້ມູນໃຫ້ຂະແໜງການກ່ຽວຂ້ອງ ດໍາເນີນການອະນຸຍາດສົ່ງອອກຕາມກົດໝາຍ ແລະ ທັນກໍານົດເວລາ.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ອາລຸນໄຊ ສູນນະລາດ

 

# ຫົວຂໍ້ ດາວໂຫຼດ
1 Notification on the export of black coal guideline, No.728/PMO, date 25 May 2022 PDF
2 ແຈ້ງການ ທິດຊີ້ນໍາກ່ຽວກັບ ການສົ່ງອອກຖ່ານດໍາ ໄປຕ່າງປະເທດ, ເລກທີ 728/ຫສນຍ, ລົງວັນທີ 25 ພຶດສະພາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.