ພາບປະກອບ

 

     ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໄດ້ອອກ ແຈ້ງການ ກ່ຽວກັບການເລີ່ມຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານລະບົບທາງເອເລັກໂຕລນິກ (e-CO), ເລກທີ 1383/ພອຄ.ຊຍ, ລົງວັນທີ 21 ມິຖຸນາ 2022 ເພື່ອໃຫ້ຜູ້ປະກອບການທີ່ຕ້ອງການນໍາໃຊ້ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທາງເອເລັກໂທນິກ ສາມາດລົງທະບຽນຢູ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນໍາໃຊ້ລະບົບ e-CO ນັບແຕ່ ວັນທີ 01 ກໍລະກົດ 2022 ເປັນຕົ້ນໄປ.

     ເຊິ່ງວ່າການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າແບບເກົ່າ ຍັງດໍາເນີນປົກກະຕິ. ການນໍາໃຊ້ລະບົບ (e-CO) ເປັນນະໂຍບາຍລວມຂອງລັດຖະບານທີ່ຫັນການບໍລິການເປັນທັນສະໄໝ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການທີ່ຕ້ອງການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

     ທ່ານໄດສົນໃຈ ແລະ ຕ້ອງການຂໍ້ມູນເພີ່ມເຕີບ ແມ່ນສາມາດພົວພັນສອບຖາມທີ່ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ໄຊຍະບູລີ ເບີໂທຕິດຕໍ່: +856 30 5730002.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.