ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສັນ​ຕິ​ພາບ ເອ​ກະ​ລ​າດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະຖາ​ວອນ

 

ບົດ​ບັນ​ທຶກ

ກອງປະຊຸມ​ປຶກສາຫາລື ກ່ຽວກັບ ການຄຸ້ມຄອງອະນຸຍາດນໍາເຂົ້າ, ຜ່ານແດນ (ນໍາຜ່ານ), ສົ່ງອອກ, ນໍາເຂົ້າສົ່ງອອກຊົ່ວຄາວ, ນໍາເຂົ້າ ເພື່ອສົ່ງອອກຕໍ່ ໄມ້ ແລະ ຜະລິດຕະພັນໄມ້, ພາຫະນະຂຸດຄົ້ນໄມ້ ແລະ ຈັກຂຸດຄົ້ນໄມ້

 

  • ອີງ​ຕາມ ບົດ​ບັນທຶກ ການພົບປະ ລະຫວ່າງ​ ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ລັດຖະມົນຕີກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ເພື່ອປຶກສາຫາລື ວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ສະບັບລົງ​ວັນ​ທີ 05 ເມສາ 2022;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມປ່າໄມ້ ສະບັບເລກທີ 1505/ກປ, ລົງວັນທີ 22 ເມສາ 2022;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງ ກົມການນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 1163/ອຄ, ລົງວັນທີ 1 ກໍ​ລະ​ກົດ 2016.

 

ໃນວັນທີ 07 ກໍລະກົດ 2022 ເວລາ 14:00 ໂມງ ຢູ່ທີ່ຫ້ອງປະຊຸມກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີກອງປະຊຸມປຶກສາຫາລື ກ່ຽວກັບ ການຄຸ້ມຄອງ ອະນຸຍາດນໍາເຂົ້າ, ຜ່ານແດນ (ນໍາຜ່ານ), ສົ່ງອອກ, ນໍາເຂົ້າສົ່ງອອກຊົ່ວຄາວ, ນໍາເຂົ້າ ເພື່ອສົ່ງອອກ ຕໍ່ ໄມ້ ແລະ ຜະລິດຕະພັນໄມ້, ພາຫະນະຂຸດຄົ້ນໄມ້ ແລະ ຈັກຂຸດຄົ້ນໄມ້ ໂດຍການເປັນປະທານຮ່ວມຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ຮອງຫົວໜ້າກົມ, ຕາງໜ້າ ກົມກວດກາປ່າໄມ້, ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ວິຊາການ ຂອງທັງສອງກະຊວງ ເຂົ້າຮ່ວມ (ລາຍຊື່ຄັດຕິດມາພ້ອມນີ້) ຜ່ານການປຶກສາຫາລື, ທັງສອງກົມ ເຫັນດີ ເປັນເອກະພາບ ໃຫ້ປະຕິບັດ ດັ່ງນີ້:

  1. ການອະນຸຍາດນໍາເຂົ້າ, ຜ່ານແດນ (ນໍາຜ່ານ), ສົ່ງອອກ, ນໍາເຂົ້າ-ສົ່ງອອກຊົ່ວຄາວ, ນໍາເຂົ້າ ເພື່ອສົ່ງອອກຕໍ່ປະ​ເພດໄມ້ ແລະ ຜະລິດຕະພັນໄມ້, ພາ​ຫະ​ນະ​ຂຸດ​ຄົ້ນ​ໄມ້ ແລະ ​ຈັກ​ຂຸດ​ຄົ້ນ​ໄມ້ ແມ່ນຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຮັບຜີດຊອບ ອອກໃບອະນຸຍາດ ບົນພື້ນຖານການຢັ້ງຢືນ ແລະ ເຫັນດີ ຂອງຂະແໜງກະສິກໍາ ແລະ ປ່າໄມ້. ສໍາລັບ ປະເພດໄມ້, ເຄື່ອງປ່າຂອງດົງ ລວມທັງ ພືດ ແລະ ສັດປ່າ ທີ່ນອນໃນບັນຊີຂອງ CITES ແມ່ນຕ້ອງໄດ້ອະນຸຍາດຈາກ ໜ່ວຍງານ CITES ຂອງ ສປປ ລາວ (ກົມປ່າໄມ້);
  2. ການສົ່ງອອກໄມ້ປູກ ໄປຕ່າງປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ທີ່ລະບຸໄວ້ ໃນຄໍາແນະນໍາ ກ່ຽວກັບ ການສົ່ງອອກໄມ້ສວນປູກ ສະບັບເລກທີ 0981/ອຄ, ລົງວັນທີ 19 ຕຸລາ 2021 ຕາມແບບຟອມ ອຄ 02 ຈົນກວ່າຈະມີການປັບປຸງນິຕິກໍາ ສະບັບໃໝ່ ເພື່ອປ່ຽນແທນ;
  3. ການສົ່ງອອກ ຜະລິດຕະພັນໄມ້ທໍາມະຊາດ ໄປຕ່າງປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ທີ່ລະບຸໄວ້ ໃນຄໍາແນະນໍາ ກ່ຽວກັບ ການສົ່ງອອກໄມ້ທໍາມະຊາດ ສະບັບເລກທີ 0332/ອຄ, ລົງວັນທີ 22 ມີນາ 2022 ຕາມແບບຟອມ ອຄ 01 ຈົນກວ່າຈະມີການປັບປຸງນິຕິກໍາ ສະບັບໃໝ່ ເພື່ອປ່ຽນແທນ;
  4. ມອບໃຫ້ທັງສອງກົມ ລາຍງານການນໍາກະຊວງຂອງຕົນ ເພື່ອຊາບ ແລະ ຊີ້ນໍາຂະແໜງການຂອງຕົນ ຢູ່ຂັ້ນທ້ອງຖິ່ນ ຈັດຕັ້ງປະຕິບັດ ຕາມບົດບັນທຶກສະບັບນີ້ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ ຈົນກວ່າຈະມີການປັບປຸງນິຕິກໍາ ໃນຕໍ່ໜ້າ.

 

ຈຶ່ງເຮັດບົດບັນທຶກສະບັບນີ້ໄວ້ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ.

ນະຄອນຫຼວງວຽງຈັນ, ວັນທີ 07 ກໍລະກົດ 2022.

 ຫົວໜ້າ ກົມປ່າໄມ້                                 ຫົວໜ້າ ກົມການນໍາເຂົ້າ ແລະ ສົ່ງອອກ

 

# ຫົວຂໍ້ ດາວໂຫຼດ
1 The Minutes of the Discussion to management of import, transit, export, import for temporary export and import for transit of timber, timber products, logging vehicles and logging machines, No. 1364/MOIC, date 11 July 2022. PDF
2 ສະໂນດນໍາສົ່ງ ບົດບັນທຶກ ກອງປະຊຸມປຶກສາຫາລື ກ່ຽວກັບ ການຄຸ້ມຄອງອະນຸຍາດນໍາເຂົ້າ, ຜ່ານແດນ (ນໍາຜ່ານ), ສົ່ງອອກ, ນໍາເຂົ້າສົ່ງອອກຊົ່ວຄາວ, ນໍາເຂົ້າ ເພື່ອສົ່ງອອກຕໍ່ ໄມ້ ແລະ ຜະລິດຕະພັນໄມ້, ພາຫະນະຂຸດຄົ້ນໄມ້ ແລະ ຈັກຂຸດຄົ້ນໄມ້, ເລກທີ 1364/ຫອຄ, ລົງວັນທີ 11 ກໍລະກົດ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.