ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການປ້ອງກັນພືດ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ຫຼັກການໃນການກໍານົດມາດຕະການ ການປ້ອງກັນ
ມາດຕາ 5. ການຮ່ວມມືສາກົນ

ໝວດທີ 2 - ການຄວບຄຸມສັດຕູພືດ

ມາດຕາ 6. ການຄວບຄຸມສັດຕູພືດ
ມາດຕາ 7. ການປະກາດບັນຊີສັດຕູພືດຕ້ອງຫ້າມ
ມາດຕາ 8. ການປະກາດເຂດກັກກັນ
ມາດຕາ 9. ການຍົກເລີກການປະກາດເຂດກັກກັນ
ມາດຕາ 10. ມາດຕະການຄວບຄຸມໃນເຂດກັກກັນ ແລະ ເຂດກັນຊົນ
ມາດຕາ 11. ມາດຕະການດ້ານສຸຂານາໄມພືດ
ມາດຕາ 12. ການເຝົ້າລະວັງ
ມາດຕາ 13. ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດແຜ່ລະບາດຕໍ່າຂອງສັດຕູພືດ ແລະ ເຂດປອດສັດຕູພືດ
ມາດຕາ 14. ການລາຍງານກ່ຽວກັບສັດຕູພືດຄວບຄຸມ
ມາດຕາ 15. ສິດ ແລະ ໜ້າທີ່ຂອງເຈົ້າຂອງສະຖານທີ່
ມາດຕາ 16. ສະຖານີກັກກັນພືດ

ໝວດທີ 3 - ການນໍາເຂົ້າ

ມາດຕາ 17. ພື້ນຖານ ສໍາລັບການກໍານົດເງື່ອນໄຂການນໍາເຂົ້າພືດ
ມາດຕາ 18. ການຂໍອະນຸຍາດນໍາເຂົ້າພືດ
ມາດຕາ 19. ຂັ້ນຕອນສໍາລັບການນໍາເຂົ້າ
ມາດຕາ 20. ການກວດກາການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ
ມາດຕາ 21. ການຮ່ວມມືຂອງພາກສ່ວນອື່ນ
ມາດຕາ 22. ການແຈ້ງການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຕິດຕົວຜູ້ໂດຍສານ
ມາດຕາ 23. ການສົ່ງຜ່ານໄປສະນີ

ໝວດທີ 4 - ຊຸດສິນຄ້າຜ່ານແດນ

ມາດຕາ 24. ການນໍາເຂົ້າຊຸດສິນຄ້າຜ່ານແດນ
ມາດຕາ 25. ການນໍາໃຊ້ມາດຕະການດ້ານສຸຂານາໄມພືດ

ໝວດທີ 5 - ການສົ່ງອອກ

ມາດຕາ 26. ການກວດກາ ແລະ ການຢັ້ງຢືນການສົ່ງອອກ

ໝວດທີ 6 - ທຸລະກິດດ້ານສຸຂານາໄມພືດ

ມາດຕາ 27. ທຸລະກິດດ້ານສຸຂານາໄມພືດ
ມາດຕາ 28. ຄ່າທໍານຽມ ແລະ ຄ່າບໍລິການດ້ານວິຊາການ

ໝວດທີ 7 - ການຈັດຕັ້ງປະຕິບັດວຽກງານປ້ອງກັນພືດ

ມາດຕາ 29. ການຈັດຕັ້ງຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ
ມາດຕາ 30. ການສ້າງຕັ້ງດ່ານປ້ອງກັນພືດ
ມາດຕາ 31. ມາດຕະຖານຂອງດ່ານປ້ອງກັນພືດ
ມາດຕາ 32. ມາດຕະຖານຂອງເຈົ້າໜ້າທີ່ປ້ອງກັນພືດ
ມາດຕາ 33. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ປ້ອງກັນພືດ
ມາດຕາ 34. ຄວາມຮັບຜິດຊອບ ແລະ ການຮ້ອງທຸກ

ໝວດທີ 8 - ບົດບັນຍັດສຸດທ້າຍ

ມາດຕາ 35. ການຈັດຕັ້ງປະຕິບັດ
ມາດຕາ 36. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ   ເລກທີ 229/ລບ
ນະຄອນຫຼວງວຽງຈັນ, ວັນທີ 31 ພຶກສະພາ 2012

ດໍາລັດ
ແນະນໍາປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບປັບປຸງເລກທີ 02/ສພຊ, ລົງວັນທີ 6 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008;
  • ອີງຕາມ ມະຕິກອງປະຊຸມລັດຖະບານ ປະຈໍາເດືອນ ພະຈິກ 2012 ສະບັບເລກທີ 10/ລບ, ລົງວັນທີ 23/12/2011;
  • ອີງຕາມ ໜັງສືສະເໜີຂອງລັດຖະມົນຕີ ວ່າການກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0764/ກປ, ລົງວັນທີ 21 ພຶດສະພາ 2012.

ລັດຖະບານອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ດໍາລັດສະບັບນີ້ວາງອອກ ເພື່ອຜັນຂະຫຍາຍ, ອະທິບາຍ ແລະ ແນະນໍາເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍການປ້ອງກັນພືດ ທີ່ເຫັນວ່າຈໍາເປັນໃຫ້ລະອຽດ, ຈະແຈ້ງ, ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດ ກົດໝາຍດັ່ງກ່າວໃຫ້ຖືກຕ້ອງ, ມີປະສິດທິຜົນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມທີ່ກ່ຽວຂ້ອງ ພ້ອມທັງສອດຄ່ອງກັບສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 2. ການປ້ອງກັນພືດ
ການປ້ອງກັນພືດຕາມຫຼັກວິຊາການ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 2 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ ໝາຍເຖິງການນໍາໃຊ້ມາດຕະການ ດ້ານສຸຂານາໄມພືດ ເປັນຕົ້ນການກວດກາ, ການກັກກັນພືດ, ການກໍານົດເຂດເປົ້າໝາຍ ການຄວບຄຸມສັດຕູພືດ ແລະ ມາດຕະການວິຊາການອື່ນ ທີ່ສອດຄ່ອງກັບລະບຽບກົດໝາຍ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
ຄໍາສັບທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງມີຄວາມໝາຍດ້ານວິຊາການ ແລະ ເຕັກນິກກ່ຽວກັບວຽກງານປ້ອງກັນພືດ ດັ່ງນີ້:

  1. ສັດຕູພືດຕ້ອງຫ້າມ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງ ສັດຕູພືດຕ້ອງຄວບຄຸມ ຊຶ່ງປະກອບດ້ວຍ:
  • ສັດຕູພືດກັກກັນແມ່ນ ສັດຕູພືດທີ່ອາດສົ່ງຜົນກະທົບ ທາງດ້ານເສດຖະກິດ ແລະ ສ້າງຄວາມເສັຍຫາຍຕໍ່ພືດດັ່ງກ່າວ ຊຶ່ງແມ່ນສັດຕູພືດທີ່ຍັງບໍ່ທັນປະກົດມີ ຫຼື ມີແລ້ວ ແຕ່ຍັງບໍ່ທັນແຜ່ຂະຫຍາຍເປັນວົງກວ້າງ ແລະ ກໍາລັງມີການຄວບຄຸມຢ່າງເປັນທາງການ;
  • ສັດຕູພືດທີ່ບໍ່ກັກກັນ ແຕ່ຕ້ອງຄວບຄຸມແມ່ນ ສັດຕູພືດທີ່ປະກົດມີໃນພືດ ຊຶ່ງອາດມີຜົນກະທົບທາງ ດ້ານເສດຖະກິດ ທີ່ບໍ່ສາມາດຍອມຮັບໄດ້ ຕໍ່ເປົ້າໝາຍການນໍາໃຊ້ພືດດັ່ງກ່າວ.
  1. ການກັກກັນພືດ ໝາຍເຖິງ ການຈໍາກັດບໍລິເວນຂອງພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢ່າງເປັນທາງການ ເພື່ອເຝົ້າລະວັງ, ກວດກາ, ທົດສອບ, ຄົ້ນຄວ້າ ຫຼື ບໍາບັດ ໃຫ້ມີຄວາມສະອາດ ແລະ ປອດໄພເພີ່ມຕື່ມ.
  2. ການກວດກາ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການປ້ອງກັນພືດ ຍົກເວັ້ນໃນພາກທີ VI ໝວດທີ 2 ໝາຍເຖິງ ການກວດກາທາງດ້ານເຕັກນິກພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ໂດຍເຈົ້າໜ້າທີ່ປ້ອງກັນພືດ ເພື່ອກໍານົດວ່າມີສັດຕູພືດ ຫຼື ບໍ່ ຫຼື ເພື່ອກໍານົດຄວາມສອດຄ່ອງກັບ ລະບຽບການດ້ານສຸຂານາໄມພືດ.
  3. ມາດຕະການດ້ານສຸຂານາໄມພືດ ໝາຍເຖິງ ລະບຽບ, ກົດໝາຍ ຫຼື ຂັ້ນຕອນການປະຕິບັດທີ່ເປັນທາງການ ເພື່ອສະກັດກັ້ນການເຂົ້າມາ ຫຼື ການແຜ່ລະບາດຂອງສັດຕູພືດກັກກັນ ຫຼື ເພື່ອຈໍາກັດຜົນກະທົບ ທາງດ້ານເສດຖະກິດ ທີ່ອາດເກີດຂຶ້ນຈາກສັດຕູພືດທີ່ບໍ່ກັກກັນ ແຕ່ຕ້ອງຄວບຄຸມຢູ່ ສປປ ລາວ.
  4. ການປະຕິບັດດ້ານສຸຂານາໄມພືດ ໝາຍເຖິງ ການດໍາເນີນງານທີ່ເປັນທາງການເຊັ່ນ: ການກວດກາ, ການທົດສອບ, ການເຝົ້າລະວັງ ຫຼື ການບໍາບັດ ເພື່ອຈັດຕັ້ງປະຕິບັດມາດຕະການສຸຂານາໄມພືດ.
  5. ໃບຢັ້ງຢືນສຸຂານາໄມພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງໃບຢັ້ງຢືນທີ່ສອດຄ່ອງ ຕາມແບບຮ່າງຢັ້ງຢືນຂອງ ອົງການປ້ອງກັນພືດສາກົນ.
  6. ລະດັບການປ້ອງກັນສຸຂານາໄມພືດທີ່ເໝາະສົມ ໝາຍເຖິງ ລະດັບການປ້ອງກັນສຸຂານາໄມພືດ ທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ເຫັນວ່າເໝາະສົມກັບ ສປປ ລາວ ໂດຍມີການກໍານົດມາດຕະການສຸຂານາໄມພືດ ເພື່ອສະກັດກັ້ນການເຂົ້າມາ ແລະ ແຜ່ລະບາດຂອງສັດຕູພືດກັກກັນ ຫຼື ເພື່ອຈໍາກັດຜົນກະທົບທາງດ້ານເສດຖະກິດ ທີ່ອາດເກີດຂຶ້ນຈາກສັດຕູພືດທີ່ບໍ່ກັກກັນ ແຕ່ຕ້ອງຄວບຄຸມຢູ່ ສປປ ລາວ.
  7. ເຂດແຜ່ລະບາດຕໍ່າຂອງສັດຕູພືດ ໝາຍເຖິງ ພື້ນທີ່ທັງໝົດ ຫຼື ສ່ວນໃດໜຶ່ງຂອງປະເທດ ຫຼື ຫຼາຍປະເທດ ທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດກໍານົດວ່າ ໃນພື້ນທີ່ດັ່ງກ່າວມີສັດຕູພືດໃດໜຶ່ງ ເກີດຂຶ້ນໃນລະດັບຕໍ່າ ແລະ ເປັນພື້ນທີ່ ທີ່ມີການນໍາໃຊ້ມາດຕະການເຝົ້າລະວັງ, ຄວບຄຸມ ຫຼື ກໍາຈັດໃຫ້ໝົດໄປ.
  8. ເຂດປອດສັດຕູພືດ ໝາຍເຖິງ ເຂດທີ່ບໍ່ມີສັດຕູພືດໃດໜຶ່ງທີ່ເກີດຂຶ້ນ ໂດຍມີການສະແດງໃຫ້ເຫັນດ້ວຍ ຫຼັກຖານທາງວິທະຍາສາດ ແລະ ພື້ນທີ່ດັ່ງກ່າວ ກໍມີການບົວລະບັດຮັກສາ ຢ່າງເປັນທາງການຕາມຄວາມເໝາະສົມ.
  9. ສະຖານທີ່ຜະລິດປອດສັດຕູພືດ ໝາຍເຖິງ ສະຖານທີ່ທໍາການຜະລິດ ທີ່ບໍ່ມີສັດຕູພືດສະເພາະຊະນິດໃດໜຶ່ງເກີດຂຶ້ນ ໂດຍມີການສະແດງໃຫ້ເຫັນດ້ວຍ ຫຼັກຖານທາງດ້ານວິທະຍາສາດ ແລະ ສະຖານທີ່ດັ່ງກ່າວ ກໍມີການບົວລະບັດຮັກສາສະພາບ ປອດສັດຕູພືດຕາມຄວາມເໝາະສົມ ໃນໄລຍະເວລາທີ່ໄດ້ກໍານົດໄວ້.
  10. ແຫຼ່ງຜະລິດປອດສັດຕູພືດ ໝາຍເຖິງ ເຂດທີ່ໄດ້ກໍານົດໄວ້ໃດໜຶ່ງ ໃນສະຖານທີ່ທໍາການຜະລິດ ທີ່ບໍ່ມີສັດຕູພືດສະເພາະຊະນິດໃດໜຶ່ງເກີດຂຶ້ນ ໂດຍມີການສະແດງໃຫ້ເຫັນດ້ວຍ ຫຼັກຖານທາງດ້ານວິທະຍາສາດ ແລະ ສະຖານທີ່ດັ່ງກ່າວ ກໍມີການບົວລະບັດຮັກສາສະພາບ ປອດສັດຕູພືດຕາມຄວາມເໝາະສົມ ໃນໄລຍະເວລາທີ່ໄດ້ກໍານົດໄວ້ ແລະ ມີການແຍກເປັນເຂດສະເພາະຄືກັນກັບ ສະຖານທີ່ຜະລິດປອດສັດຕູພືດ.
  11. ດ່ານເຂົ້າ ຫຼື ອອກ ໝາຍເຖິງ ດ່ານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3 ຂໍ້ 12 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ ທີ່ໃຊ້ສໍາລັບການນໍາເຂົ້າ ຫຼື ສົ່ງອອກພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມທີ່ສ້າງຕັ້ງຂຶ້ນ ໂດຍອົງການຄຸ້ມຄອງວຽກງານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ ໂດຍອີງຕາມບັນຊີດ່ານຊາຍແດນເຂົ້າ-ອອກ ສປປ ລາວ ລວມທັງສະໜາມບິນສາກົນ, ສະຖານີລົດໄຟ, ສະຖານີລົດຂົນສົ່ງໂດຍສານ ແລະ ທ່າເຮືອ ບົນພື້ນຖານການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ.
  12. ດ່ານທ້ອງຖິ່ນ ໝາຍເຖິງ ຈຸດກວດກາທີ່ສ້າງຕັ້ງຂຶ້ນໃນແຂວງ, ນະຄອນ, ເມືອງ, ເທດສະບານ ຫຼື ຕາມພື້ນທີ່ອ້ອມຮອບ ຂອງເຂດກັກກັນສັດຕູພືດ ຫຼື ເຂດກັນຊົນ.
  13. ເຂດກັນຊົນ ໝາຍເຖິງ ພື້ນທີ່ອ້ອມຮອບ ຫຼື ຕິດຈອດກັບພື້ນທີ່ ທີ່ມີການຈໍາກັດຢ່າງເປັນທາງການ ເພື່ອຈຸດປະສົງດ້ານສຸຂານາໄມພືດ ແນໃສ່ຫຼຸດຜ່ອນຄວາມເປັນໄປໄດ້ ຂອງການແຜ່ລະບາດຂອງສັດຕູພືດເປົ້າໝາຍ ເຂົ້າໄປໃນ ຫຼື ອອກຈາກພື້ນທີ່ຈໍາກັດດັ່ງກ່າວ ແລະ ຕ້ອງນໍາໃຊ້ມາດຕະການສຸຂານາໄມພືດ ແລະ ມາດຕະການຄວບຄຸມອື່ນ ຕາມແຕ່ລະກໍລະນີທີ່ເໝາະສົມ.
  14. ເຂດອັນຕະລາຍ ໝາຍເຖິງ ເຂດທີ່ມີປັດໄຈຂອງສະພາບແວດລ້ອມ ເອື້ອອໍານວຍໃຫ້ແກ່ການເກີດສັດຕູພືດໃດໜຶ່ງ ຊຶ່ງສັດຕູພືດດັ່ງກ່າວສ້າງຄວາມເສັຍຫາຍ ທາງດ້ານເສດຖະກິດຢ່າງຫຼວງຫຼາຍແກ່ ສປປ ລາວ.
  15. ເຂດກັກກັນ ໝາຍເຖິງ ເຂດທີ່ມີສັດຕູພືດກັກກັນ ແລະ ຢູ່ໃນການຄວບຄຸມຂອງ ອົງການຄຸ້ມຄອງວຽກງານປ້ອງກັນພືດ.
  16. ການແຜ່ລະບາດ ໝາຍເຖິງ ການແຜ່ຂະຫຍາຍຂອງສັດຕູພືດ ທີ່ຫາກໍກວດພົບ, ລວມເຖິງການຍ້າຍຖິ່ນຖານ ແລະ ການເພີ່ມຂຶ້ນຢ່າງໄວວາ ຂອງປະຊາກອນສັດຕູພືດ ໃນເຂດໃດໜຶ່ງ.
  17. ວັດຖຸຕ້ອງຄວບຄຸມ ໝາຍເຖິງ ພືດ, ຜະລິດຕະພັນພືດ, ສະຖານທີ່ເກັບມ້ຽນ, ສິ່ງບັນຈຸ, ສິ່ງຫຸ້ມຫໍ່, ຕູ້ບັນຈຸ, ດິນ, ສິ່ງທີ່ມີຊີວິດ, ວັດຖຸ ແລະ ວັດສະດຸອື່ນທີ່ສາມາດນໍາພາ ຫຼື ແຜ່ກະຈາຍສັດຕູພືດ ຊຶ່ງຈໍາເປັນຕ້ອງນໍາໃຊ້ ມາດຕະການສຸຂານາໄມພືດ.
  18. ສຸຂານາໄມພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3 ຂໍ້ 15 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງ ການບໍາບັດທີ່ເປັນຂັ້ນຕອນການປະຕິບັດ ດ້ວຍການອົບອາຍຮ້ອນ, ອາຍເຢັນ, ແຊ່ແຂງ, ອົບແຫ້ງ, ຮົມສານເຄມີ, ການສາຍແສງລັງສີ ແລະ ວິທີອື່ນ ເພື່ອທໍາລາຍ, ຢັບຢັ້ງ ຫຼື ກໍາຈັດສັດຕູພືດ ເພື່ອບໍ່ໃຫ້ສັດຕູພືດແຜ່ຂະຫຍາຍ ຫຼື ເຮັດໃຫ້ອ່ອນແອ.
  19. ຊຸດສິນຄ້າ ໝາຍເຖິງ ປະລິມານໜຶ່ງຂອງພືດ, ຜະລິດຕະພັນພືດ ຫຼື ວັດຖຸອື່ນທີ່ເຄື່ອນຍ້າຍຈາກປະເທດໜຶ່ງ ໄປອີກປະເທດໜຶ່ງ ຕາມຈໍານວນທີ່ໄດ້ກໍານົດໄວ້ ໃນໃບຢັ້ງຢືນສຸຂານາໄມພືດສະບັບດຽວ ແລະ ຊຸດສິນຄ້າໜຶ່ງ ອາດມີສິນຄ້າໜຶ່ງ ຫຼື ຫຼາຍປະເພດ.
  20. ການວິໄຈຄວາມສ່ຽງສັດຕູພືດ ໝາຍເຖິງ ຂະບວນການປະເມີນຄວາມສ່ຽງຂອງສັດຕູພືດ ຈາກຫຼັກຖານ, ຂໍ້ມູນທາງດ້ານຊີວະວິທະຍາ, ວິທະຍາສາດ ແລະ ເສດຖະກິດ ເພື່ອກໍານົດສັດຕູພືດຄວບຄຸມ ແລະ ລະດັບຄວາມເຂັ້ມງວດ ຂອງມາດຕະການສຸຂານາໄມພືດ ທີ່ຕ້ອງປະຕິບັດຕໍ່ສັດຕູພືດດັ່ງກ່າວ.
  21. ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 42 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງແມ່ນອົງການຄຸ້ມຄອງວຽກງານປ້ອງກັນພືດຂັ້ນສູນກາງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ດ່ານປ້ອງກັນພືດ ຊຶ່ງແມ່ນອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນທ້ອງຖິ່ນທີ່ສ້າງຕັ້ງຂຶ້ນໂດຍ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອປະຕິບັດໜ້າທີ່ເປັນ ອົງການປ້ອງກັນພືດແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນ ສົນທິສັນຍາປ້ອງກັນພືດສາກົນ.
  22. ການຄວບຄຸມສັດຕູພືດ ໝາຍເຖິງ ການຢັບຢັ້ງ, ການຈໍາກັດຂອບເຂດ ຫຼື ກໍາຈັດປະຊາກອນຂອງສັດຕູພືດໃຫ້ໝົດໄປ.
  23. ຜະລິດຕະພັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3 ຂໍ້ 4 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງ ພືດທີ່ຍັງບໍ່ໄດ້ຜ່ານ ແລະ ໄດ້ຜ່ານຂະບວນການປ່ຽນຮູບ ໂດຍທໍາມະຊາດ ຫຼື ການປ່ຽນຮູບຂອງພືດດັ່ງກ່າວ ອາດສ້າງຄວາມສ່ຽງຕໍ່ການເຂົ້າມາ ແລະ ແຜ່ກະຈາຍຂອງສັດຕູພືດ. ຂ້າງເທິງ

ມາດຕາ 4. ຫຼັກການໃນການກໍານົດມາດຕະການ ການປ້ອງກັນ
ການກໍານົດມາດຕະການ ການປ້ອງກັນ ບົນພື້ນຖານຫຼັກການກ່ຽວກັບການປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 5 ຂໍ້ 5 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຕ້ອງປະຕິບັດດັ່ງນີ້:

  1. ອີງໃສ່ມາດຕະຖານສາກົນ, ບົດແນະນໍາ ແລະ ຄູ່ມືສໍາລັບການປະຕິບັດ;
  2. ນໍາໃຊ້ໃນກໍລະນີທີ່ຈໍາເປັນ ສະເພາະປ້ອງກັນສຸຂານາໄມພືດ;
  3. ອີງໃສ່ພື້ນຖານການປະເມີນ ແລະ ວິໄຈຄວາມສ່ຽງຂອງສັດຕູພືດ ແລະ ມີຄວາມສົມສ່ວນກັບຄວາມສ່ຽງດັ່ງກ່າວ;
  4. ບໍ່ເຂັ້ມງວດເກີນຄວາມຈໍາເປັນ ແລະ ບໍ່ສ້າງສິ່ງກີດຂວາງທີ່ບໍ່ຈໍາເປັນຕໍ່ການຄ້າ;
  5. ບໍ່ຈໍາແນກປະຕິບັດລະຫວ່າງຜະລິດຕະພັນ ຫຼື ຜູ້ຜະລິດພາຍໃນ ແລະ ຕ່າງປະເທດ ລວມທັງລະຫວ່າງປະເທດ ໃນສະພາບເງື່ອນໄຂອັນດຽວກັນ ຫຼື ຄືກັນ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕ້ອງຮັບຮູ້ມາດຕະການສຸຂານາໄມພືດ ຂອງປະເທດສົ່ງອອກທີ່ເທົ່າທຽມກັນ ໃນກໍລະນີທີ່ປະເທດສົ່ງອອກ ສະແດງໃຫ້ເຫັນວ່າ ການນໍາໃຊ້ມາດຕະການດັ່ງກ່າວ ມີຜົນໄດ້ຮັບເທົ່າທຽມກັບ ມາດຕະການທີ່ປະຕິບັດ ຫຼື ສາມາດບັນລຸລະດັບການປ້ອງກັນ ສຸຂານາໄມພືດທີ່ເໝາະສົມຂອງ ສປປ ລາວ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕ້ອງຮັບຮູ້ມາດຕະການສຸຂານາໄມພືດ ຂອງຕ່າງປະເທດ ຊຶ່ງມາດຕະການສຸຂານາໄມພືດດັ່ງກ່າວ ສາມາດບັນລຸລະດັບການປ້ອງກັນ ຄວາມສ່ຽງທີີ່ ສປປ ລາວ ກໍານົດ. ຂ້າງເທິງ

ມາດຕາ 5. ການຮ່ວມມືສາກົນ
ການຮ່ວມມືສາກົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 7 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ແມ່ນການຮ່ວມມືສາກົນ ທີ່ສອດຄ່ອງກັບສົນທິສັນຍາ ປ້ອງກັນພືດສາກົນດັ່ງນີ້:

  1. ຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສັດຕູພືດ ເປັນຕົ້ນການລາຍງານສະພາບ ການເກີດຂຶ້ນ, ການແຜ່ກະຈາຍ ຫຼື ການແຜ່ລະບາດຂອງສັດຕູພືດທີ່ເປັນ ຫຼື ອາດເປັນອັນຕະລາຍ ໂດຍກົງ ຫຼື ທັນທີ ໂດຍສອດຄ່ອງກັບຂັ້ນຕອນການປະຕິບັດ ທີ່ກໍານົດໂດຍຄະນະກໍາມາທິການ ສົນທິສັນຍາປ້ອງກັນພືດສາກົນ;
  2. ຮ່ວມມືກັບຕ່າງປະເທດ ເທົ່າທີ່ສາມາດປະຕິບັດໄດ້ ເພື່ອສະໜອງຂໍ້ມູນດ້ານເຕັກນິກ ແລະ ຊີວະວິທະຍາທີ່ຈໍາເປັນ ໃນການວິໄຈຄວາມສ່ຽງສັດຕູພືດ;
  3. ເຂົ້າຮ່ວມໃນຂະບວນການ ເທົ່າທີ່ສາມາດປະຕິບັດໄດ້ ເພື່ອສະກັດກັ້ນສັດຕູພືດ ທີ່ສ້າງຄວາມເສັຍຫາຍຮ້າຍແຮງ ຕໍ່ການຜະລິດພືດ ແລະ ຕ້ອງປະຕິບັດຕາມຫຼັກການຂອງສາກົນ ເພື່ອຕອບສະໜອງ ຕາມສະພາບການຮີບດ່ວນ;
  4. ເປັນຈຸດປະສານງານ ໃນການຈັດຕັ້ງປະຕິບັດ ຕາມທີ່ໄດ້ກໍານົດໄວ້ຂ້າງເທິງນັ້ນ. ຂ້າງເທິງ

ໝວດທີ 2
ການຄວບຄຸມສັດຕູພືດ

ມາດຕາ 6. ການຄວບຄຸມສັດຕູພືດ
ການຄວບຄຸມສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນ ພາກທີ II ໝວດທີ 1 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງ ການສ້າງບັນຊີສັດຕູພືດຄວບຄຸມ, ການປະກາດເຂດກັກກັນ, ການຍົກເລີກປະກາດເຂດກັກກັນ, ການນໍາໃຊ້ມາດຕະການຄວບຄຸມ ໃນເຂດກັກກັນ ແລະ ເຂດກັນຊົນ, ການນໍາໃຊ້ມາດຕະການ ດ້ານສຸຂານາໄມພືດ, ການເຝົ້າລະວັງ, ການສ້າງລະບົບຄຸ້ມຄອງພື້ນທີ່ ແລະ ສະຖານທີ່ຜະລິດທີ່ປອດສັດຕູພືດ ແລະ ການກໍານົດສະຖານີກັກກັນ. ຂ້າງເທິງ

ມາດຕາ 7. ການປະກາດບັນຊີສັດຕູພືດຕ້ອງຫ້າມ
ການປະກາດໃຊ້ບັນຊີສັດຕູພືດຕ້ອງຫ້າມ ຕາມທີ່ກໍານົດໄວ້ໃນ ມາດຕາ 43 ຂໍ້ 9 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ແມ່ນອົງການຄຸ້ມຄອງວຽກງານປ້ອງກັນພືດ ເປັນຜູ້ສ້າງ, ຮັບຮອງ ແລະ ປະກາດນໍາໃຊ້ບັນຊີສັດຕູພືດຕ້ອງຫ້າມ ບົນພື້ນຖານການປະສານສົມທົບ ກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ຊຶ່ງຕ້ອງປັບປຸງບັນຊີດັ່ງກ່າວ ເປັນແຕ່ລະໄລຍະ ບົນພື້ນຖານການວິໄຈຄວາມສ່ຽງ ຂອງສັດຕູພືດ ແລະ ກໍຕ້ອງແຈ້ງບັນຊີ ແລະ ການປ່ຽນແປງບັນຊີດັ່ງກ່າວ ໃຫ້ຄະນະກໍາມາທິການສົນທິສັນຍາປ້ອງກັນພືດສາກົນ ແລະ ພາກພື້ນ ລວມທັງປະເທດຄູ່ຄ້າອື່ນ ຕາມການຮ້ອງຂໍ. ຂ້າງເທິງ

ມາດຕາ 8. ການປະກາດເຂດກັກກັນ
ການປະກາດເຂດສັດຕູພືດລະບາດ ທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງການປະກາດເຂດກັກກັນ ໃນກໍລະນີອົງການຄຸ້ມຄອງວຽກງານປ້ອງກັນພືດ ສົງໄສ ຫຼື ມີຫຼັກຖານ ເພື່ອກໍານົດສັດຕູພືດຄວບຄຸມໃດໜຶ່ງ ທີ່ປາກົດຂຶ້ນໃນພື້ນທີ່ໃດໜຶ່ງ ພາຍຫຼັງການສໍາຫຼວດ ແລະ ໄດ້ຮັບລາຍງານ ຈາກເຈົ້າໜ້າທີ່ປ້ອງກັນພືດທີ່ຖືກແຕ່ງຕັ້ງ ໃຫ້ເຂົ້າໄປໃນພື້ນທີ່ ຫຼື ສະຖານທີ່ດັ່ງກ່າວ ເພື່ອກວດກາວັດຖຸຄວບຄຸມ, ເກັບຕົວຢ່າງ ແລະ ລາຍງານຜົນໄດ້ຮັບ ຕໍ່ອົງການຄຸ້ມຄອງວຽກງານປ້ອງກັນພືດ.

ໃນກໍລະນີມີສັດຕູພືດລະບາດ ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕ້ອງສະເໜີໃຫ້ ອົງການປົກຄອງແຕ່ລະຂັ້ນທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ ປະຕິບັດດັ່ງນີ້:

  1. ປະກາດເຂດກັກກັນພືດຊົ່ວຄາວ ໃນກໍລະນີມີຄວາມຈໍາເປັນ ເພື່ອວິໄຈທາງດ້ານວິທະຍາສາດ ໃນການກໍານົດສະພາບການລະບາດ ຂອງສັດຕູພືດທີ່ພົບເຫັນ ໃນພື້ນທີ່ດັ່ງກ່າວ;
  2. ປະກາດເຂດດັ່ງກ່າວເປັນເຂດກັກກັນ ເພື່ອດໍາເນີນມາດຕະການສຸຂານາໄມພືດທີ່ຈໍາເປັນ ສໍາລັບການຄວບຄຸມສັດຕູພືດ ຫຼື ປະກາດລົບລ້າງເຂດກັກກັນພືດຊົ່ວຄາວດັ່ງກ່າວ ພາຍຫຼັງທີ່ໄດ້ປະກາດເຂດກັກກັນຊົ່ວຄາວ ພາຍໃນກໍານົດເວລາ ສາມສິບວັນ ບົນພື້ນຖານການຢັ້ງຢືນທາງດ້ານວິທະຍາສາດ ແລະ ການເຝົ້າລະວັງ;

ໃນກໍລະນີທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ຢັ້ງຢືນທາງດ້ານວິຊາການວ່າ ມີສັດຕູພືດດັ່ງກ່າວເກີດຂຶ້ນ ຕາມທີ່ໄດ້ກໍານົດໄວ້ມາດຕານີ້ ໃຫ້ອົງການປົກຄອງທ້ອງຖິ່ນ ອອກແຈ້ງການກ່ຽວກັບ ມາດຕະການສຸຂານາໄມພືດ ທີ່ຕ້ອງປະຕິບັດ ສໍາລັບເຂດກັກກັນພືດ ພາຍຫຼັງທີ່ໄດ້ຮັບການສະເໜີ ແລະ ການຢັ້ງຢືນທາງດ້ານວິຊາການ ຈາກອົງການຄຸ້ມຄອງວຽກງານປ້ອງກັນພືດ.

ອົງການຄຸ້ມຄອງວຽກງານປ້ອງກັນພືດທີ່ກ່ຽວຂ້ອງ ຕ້ອງພິມເຜີຍແຜ່ ການປະກາດເປັນເຂດກັກກັນ ພ້ອມທັງກໍານົດໄລຍະເວລາ ຂອງການກັກກັນ ແລະ ເງື່ອນໄຂສໍາລັບການຕໍ່ເວລາ ຂອງການປະກາດນັ້ນ. ຂ້າງເທິງ

ມາດຕາ 9. ການຍົກເລີກການປະກາດເຂດກັກກັນ
ພາຍຫຼັງການປະກາດເຂດສັດຕູພືດລະບາດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງກົດໝາຍວ່າດ້ວຍການປ້ອງກັນພືດແລ້ວ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ປະເມີນກ່ຽວກັບສະຖານະພາບ ຂອງເຂດກັກກັນຢ່າງເປັນປົກກະຕິ ໃນກໍລະນີທີ່ສັດຕູພືດຄວບຄຸມຫາກໝົດໄປ ຫຼື ຄວາມສ່ຽງຂອງສັດຕູພືດຢູ່ໃນລະດັບຕໍ່າ ຊຶ່ງບໍ່ຈໍາເປັນຕ້ອງຄວບຄຸມ ບົນພື້ນຖານການຢັ້ງຢືນທາງດ້ານວິທະຍາສາດ ແລະ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ປະສານກັບອົງການທີ່ກ່ຽວຂ້ອງ ຍົກເລີກການປະກາດດັ່ງກ່າວ ລວມທັງມາດຕະການຄວບຄຸມໃນເຂດກັກກັນ ແລະ ເຂດກັນຊົນນັ້ນ. ຂ້າງເທິງ

ມາດຕາ 10. ມາດຕະການຄວບຄຸມໃນເຂດກັກກັນ ແລະ ເຂດກັນຊົນ
ການຄວບຄຸມພືດພາຍໃນປະເທດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ແລະ ການນໍາໃຊ້ມາດຕະການຄວບຄຸມ ການແຜ່ລະບາດຂອງສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ກໍານົດມາດຕະການດ້ານສຸຂານາໄມພືດ ສໍາລັບເຂດກັກກັນ ແລະ ເຂດກັນຊົນ ແລະ ແຕ່ລະປະເພດສັດຕູພືດຄວບຄຸມ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ເປັນຜູ້ແຕ່ງຕັ້ງໜ່ວຍສະເພາະກິດ ໂດຍມີການປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນຂອງເຂດກັກກັນ ຊຶ່ງໜ່ວຍງານດັ່ງກ່າວ ຕ້ອງກໍານົດຂອບເຂດທາງພູມສາດ ຂອງເຂດກັກກັນ ແລະ ເຂດກັນຊົນຢ່າງລະອຽດຈະແຈ້ງ.

ການປະຕິບັດມາດຕະການດ້ານສຸຂານາໄມພືດ ໃນເຂດກັກກັນນັ້ນ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ປະຕິບັດດັ່ງນີ້:

  1. ເຝົ້າລະວັງຢ່າງຕໍ່ເນື່ອງ ນັບແຕ່ວັນອອກປະກາດ ຈົນເຖິງວັນຍົກເລີກເຂດກັກກັນ, ເກັບຕົວຢ່າງ ແລະ ທົດສອບຕາມຫຼັກວິຊາການ ເພື່ອປະເມີນສະພາບການ ຂອງສັດຕູພືດໃນເຂດດັ່ງກ່າວ;
  2. ປະກາດຫ້າມ ຫຼື ຈໍາກັດການເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ໃນກໍລະນີມີການຢັ້ງຢືນ ແລະ ພິສູດທາງດ້ານວິທະຍາສາດວ່າ ມີສັດຕູພືດຄວບຄຸມ.

ສໍາລັບການປະຕິບັດມາດຕະການ ດ້ານສຸຂານາໄມພືດໃນເຂດກັກກັນ ຂອງໜ່ວຍສະເພາະກິດນັ້ນ ໃຫ້ປະຕິບັດດັ່ງນີ້:

  1. ເຜີຍແຜ່, ຈັດຕັ້ງປະຕິບັດ ແລະ ກໍານົດມາດຕະການສຸຂານາໄມພືດສະເພາະ ຫຼື ເພີ່ມຕື່ມ ພ້ອມທັງປະເມີນຄືນ ເປັນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ເໝາະສົມກັບສະພາບຄວາມເປັນຈິງ;
  2. ກໍານົດດ່ານທ້ອງຖິ່ນ ເພື່ອຕິດຕາມ ແລະ ຄວບຄຸມການເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມເຂົ້າ-ອອກ ເຂດດັ່ງກ່າວ ພ້ອມທັງປະຕິບັດ ມາດຕະການສຸຂານາໄມພືດ ໃນດ່ານທ້ອງຖິ່ນເຫຼົ່ານັ້ນ.

ສໍາລັບເຂດກັນຊົນ ກໍຕ້ອງນໍາໃຊ້ມາດຕະການດຽວກັນ ກັບທີ່ໃຊ້ໃນເຂດກັກກັນ ໂດຍບໍ່ຈໍາເປັນຕ້ອງສ້າງຕັ້ງດ່ານທ້ອງຖິ່ນ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງໃຫ້ຄໍາແນະນໍາແກ່ເຈົ້າຂອງສະຖານທີ່ ຫຼື ຕົວແທນຜູ້ທີ່ຮັບຜິດຊອບ ສະຖານທີ່ຜະລິດພືດ ຫຼື ບັນຈຸພືດ ຫຼື ຜະລິດຕະພັນພືດທີ່ຢູ່ພາຍໃນເຂດກັກກັນ ແລະ ເຂດກັນຊົນ. ເຈົ້າໜ້າທີ່ປ້ອງກັນພືດ ຕ້ອງເກັບຕົວຢ່າງ ແລະ ດໍາເນີນການທົດສອບ ຕາມທີ່ໄດ້ກໍານົດໄວ້ໃນປຶ້ມຄູ່ມື.

ມາດຕະການສຸຂານາໄມພືດ ທີ່ຈະນໍາໃຊ້ໃນເຂດກັກກັນ ແລະ ເຂດກັນຊົນ ຕ້ອງມີການເຜີຍແຜ່ທາງວິທະຍຸ, ໜັງສືພິມ ແລະ ສື່ອື່ນທີ່ເໝາະສົມ ແລະ ທັນການ. ພ້ອມກັນນັ້ນ ອົງການປົກຄອງທ້ອງຖິ່ນ ກໍຕ້ອງສະໜອງຂໍ້ມູນທີ່ມີ ກ່ຽວກັບມາດຕະການທີ່ນໍາໃຊ້ໃນພາກສະໜາມ. ຂ້າງເທິງ

ມາດຕາ 11. ມາດຕະການດ້ານສຸຂານາໄມພືດ
ມາດຕະການຄວບຄຸມການແຜ່ລະບາດຂອງສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງການນໍາໃຊ້ມາດຕະການ ດ້ານສຸຂານາໄມພືດ ໃນກໍລະນີສົງໄສວ່າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຕິດແປດສັດຕູພືດຕ້ອງຄວບຄຸມ ຊຶ່ງສາມາດນໍາໃຊ້ໜຶ່ງ ຫຼື ຫຼາຍມາດຕະການດ້ານສຸຂານາໄມພືດ ບົນພື້ນຖານການວິໄຈຄວາມສ່ຽງຂອງສັດຕູພືດ ຕາມແຕ່ລະກໍລະນີດັ່ງນີ້:

  1. ການບໍາບັດ, ການທໍາລາຍ ຫຼື ການກໍາຈັດພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ, ລວມທັງການບໍາບັດພາຫະນະທີ່ອາດຕິດ ຫຼື ບໍ່ຕິດແປດສັດຕູພືດ ເພື່ອຈໍາກັດການແຜ່ກະຈາຍຂອງສັດຕູພືດກັກກັນ;
  2. ການຄວບຄຸມສັດຕູພືດ ໂດຍປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນລະບຽບການຂອງ ອົງການຄຸ້ມຄອງວຽກງານປ້ອງກັນພືດ;
  3. ການຫ້າມ ຫຼື ການກໍາຈັດການເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມຢູ່ ພາຍໃນ ແລະ ເຂົ້າ ຫຼື ອອກເຂດກັກກັນ ຫຼື ເຂດກັນຊົນ;
  4. ການກໍານົດໃຫ້ເຈົ້າຂອງພື້ນທີ່ທໍາການຜະລິດ ປະຕິບັດມາດຕະການດ້ານສຸຂານາໄມພືດ ໃນພື້ນທີ່ຂອງຕົນ;
  5. ການຫ້າມປູກພືດໃດໜຶ່ງ ຫຼື ປູກພືດດັ່ງກ່າວຊໍ້າຄືນ ໃນເຂດທີ່ກໍານົດໄວ້ສະເພາະ;
  6. ກໍານົດມາດຕະການດ້ານສຸຂານາໄມພືດອື່ນ ໃນກໍລະນີທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ເຫັນວ່າມີຄວາມຈໍາເປັນ.

ຖ້າເຈົ້າຂອງພື້ນທີ່ການຜະລິດ ບໍ່ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 4 ຂອງມາດຕານີ້ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ແຕ່ງຕັ້ງເຈົ້າໜ້າທີ່ປ້ອງກັນພືດ ປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເຂົ້າໄປໃນເຂດດັ່ງກ່າວ ເພື່ອຈັດຕັ້ງປະຕິບັດມາດຕະການ ສຸຂານາໄມພືດທີ່ຈໍາເປັນ ເພື່ອຢຸດຕິ ຫຼື ຈໍາກັດການແຜ່ລະບາດຂອງສັດຕູພືດ, ທໍາລາຍ ຫຼື ກໍາຈັດພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຊຶ່ງເຈົ້າຂອງພື້ນທີ່ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ທີ່ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ທີ່ກ່າວມາຂ້າງເທິງ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ກໍລະນີມີຄວາມເສັຍຫາຍ ທີ່ເກີດຈາກການທໍາລາຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ທີ່ເນື່ອງມາຈາກການຈັດຕັ້ງປະຕິບັດ ສຸຂານາໄມພືດນັ້ນ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ລາຍງານ ແລະ ນໍາສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 12. ການເຝົ້າລະວັງ
ການຕິດຕາມ ແລະ ກວດກາພື້ນທີ່ທໍາການຜະລິດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂໍ້ 4 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ສ້າງລະບົບທີ່ເໝາະສົມເທື່ອລະກ້າວ ເພື່ອຕິດຕາມ, ເຝົ້າລະວັງສັດຕູພືດຕ້ອງຄວບຄຸມ ຕາມທີ່ໄດ້ກໍານົດໄວ້ໃນບັນຊີສັດຕູພືດດັ່ງກ່າວ ບົນພື້ນຖານດ້ານຊັບພະຍາກອນ ແລະ ຄວາມສາມາດຕົວຈິງ. ຂ້າງເທິງ

ມາດຕາ 13. ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດແຜ່ລະບາດຕໍ່າຂອງສັດຕູພືດ ແລະ ເຂດປອດສັດຕູພືດ
ການນໍາໃຊ້ວິທີການທີ່ເໝາະສົມ ແລະ ມີປະສິດທິຜົນ ໃນການຄວບຄຸມສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ສ້າງລະບົບຄຸ້ມຄອງແຫຼ່ງຜະລິດ ແລະ ສະຖານທີ່ຜະລິດ ທີ່ປອດສັດຕູພືດໃນ ສປປ ລາວ ເທື່ອລະກ້າວ ບົນພື້ນຖານດ້ານຊັບພະຍາກອນ, ຄວາມສາມາດຕົວຈິງ ແລະ ເງື່ອນໄຂກ່ຽວກັບຄວາມຮັບຜິດຊອບ ຂອງເຈົ້າຂອງແຫຼ່ງຜະລິດ ຫຼື ສະຖານທີ່ຜະລິດດັ່ງກ່າວ.

ໃນກໍລະນີທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ຢັ້ງຢືນວ່າບໍ່ມີສັດຕູພືດສະເພາະ ປາກົດຂຶ້ນໃນເຂດໃດໜຶ່ງ ໂດຍຜ່ານການເຝົ້າລະວັງ ແລະ ໄດ້ຮັບຮອງເອົາການຈັດຕັ້ງປະຕິບັດ ມາດຕະການດ້ານສຸຂານາໄມພືດ ເພື່ອຮັກສາເຂດປອດສັດຕູພືດ ພ້ອມທັງໄດ້ສ້າງຕັ້ງລະບົບການຕິດຕາມ ເພື່ອພິສູດວ່າສະພາບປອດສັດຕູພືດນັ້ນ ຍັງໄດ້ຮັບຮັກສາໄວ້ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ປະກາດເປັນເຂດປອດສັດຕູພືດ.

ໃນກໍລະນີທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ຢັ້ງຢືນວ່າສັດຕູພືດຄວບຄຸມ ເກີດຂຶ້ນໃນລະດັບຕໍ່າ ໂດຍຜ່ານການເຝົ້າລະວັງ ແລະ ໄດ້ຮັບຮອງເອົາການຈັດຕັ້ງປະຕິບັດ ມາດຕະການດ້ານສຸຂານາໄມພືດ ເພື່ອຮັກສາລະດັບປະຊາກອນຂອງສັດຕູພືດ ໃຫ້ຢູ່ໃນລະດັບຕໍ່າ ພ້ອມທັງໄດ້ສ້າງຕັ້ງລະບົບການຕິດຕາມ ເພື່ອພິສູດວ່າລະດັບປະຊາກອນຂອງສັດຕູພືດ ຍັງຖືກຮັກສາໄວ້ໃນລະດັບຕໍ່າ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ປະກາດເປັນເຂດແຜ່ລະບາດຕໍ່າຂອງສັດຕູພືດ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕ້ອງສ້າງເຂດແຜ່ລະບາດຕໍ່າຂອງສັດຕູພືດ ແລະ ເຂດປອດສັດຕູພືດໃນ ສປປ ລາວ ເທື່ອລະກ້າວ ບົນພື້ນຖານດ້ານຊັບພະຍາກອນ ແລະ ຄວາມສາມາດຕົວຈິງຂອງຕົນທີ່ມີຢູ່. ຂ້າງເທິງ

ມາດຕາ 14. ການລາຍງານກ່ຽວກັບສັດຕູພືດຄວບຄຸມ
ການລາຍງານກ່ຽວກັບສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 11 ແລະ ການແຈ້ງ ແລະ ການລາຍງານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 36 ຂໍ້ 6 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ເຈົ້າຂອງ ຫຼື ຕົວແທນທີ່ຮັບຜິດຊອບສະຖານທີ່ປູກ ຫຼື ເກັບມ້ຽນພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ແຈ້ງໃຫ້ເຈົ້າໜ້າທີ່ປ້ອງກັນພືດ ຫຼື ອົງການປົກຄອງທ້ອງຖິ່ນ ບ່ອນທີ່ໃກ້ທີ່ສຸດຊາບທັນທີ ໃນກໍລະນີທີ່ສົງໄສ ຫຼື ເກີດມີສັດຕູພືດຄວບຄຸມ ໃນສະຖານທີ່ ທີ່ຕົນເປັນເຈົ້າຂອງ ຫຼື ຮັບຜິດຊອບ ແລະ ອົງການປົກຄອງທ້ອງຖິ່ນທີ່ຮັບແຈ້ງ ຫຼື ລາຍງານ ກໍຕ້ອງລາຍງານຂໍ້ມູນດັ່ງກ່າວ ໃຫ້ແກ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ຊາບພາຍໃນຊາວສີ່ຊົ່ວໂມງ. ຂ້າງເທິງ

ມາດຕາ 15. ສິດ ແລະ ໜ້າທີ່ຂອງເຈົ້າຂອງສະຖານທີ່
ສິດ ແລະ ພັນທະຂອງຜູ້ປະກອບການ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 36 ຂໍ້ 2 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ຜູ້ປະກອບການທີ່ເປັນເຈົ້າຂອງ ຫຼື ຕົວແທນທີ່ຮັບຜິດຊອບສະຖານທີ່ປູກ ຫຼື ເກັບມ້ຽນພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ໃຫ້ການຮ່ວມມື ແລະ ອະນຸຍາດໃຫ້ເຈົ້າໜ້າທີ່ປ້ອງກັນພືດ ໄດ້ເຂົ້າເຖິງສະຖານທີ່ດັ່ງກ່າວ ໃນລະຫວ່າງການກວດກາ ລວມທັງການເຂົ້າເຖິງເອກະສານທີ່ກ່ຽວຂ້ອງ ແລະ ຍັງຕ້ອງປະຕິບັດໃຫ້ສອດຄ່ອງກັບຄໍາແນະນໍາ ແລະ ການຮ້ອງຂໍຂອງເຈົ້າໜ້າທີ່ປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການປ້ອງກັນພືດ.

ເຈົ້າຂອງ ຫຼື ຕົວແທນຜູ້ທີ່ຮັບຜິດຊອບສະຖານທີ່ປູກ ຫຼື ເກັບມ້ຽນພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ມີສິດຕິດຕາມເຈົ້າໜ້າທີ່ປ້ອງກັນພືດໃນເ ວລາທີ່ມີການກວດກາ ແລະ ມີສິດຮັບຮູ້ຜົນຂອງການກວດກາ ລວມທັງຂັ້ນຕອນຂອງການກວດກາ. ຂ້າງເທິງ

ມາດຕາ 16. ສະຖານີກັກກັນພືດ
ການແຍກປ່ຽວພືດ ໂດຍການນໍາໄປໄວ້ໃນສະຖານທີ່ສະເພາະ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 17 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ກໍານົດສະຖານທີ່ໃດໜຶ່ງ ເປັນສະຖານີກັກກັນທີ່ສາມາດເກັບຮັກສາພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ເພື່ອຕິດຕາມ, ກວດກາ, ຄົ້ນຄວ້າ, ທົດສອບ, ບໍາບັດ, ກັກໄວ້ ຫຼື ທໍາລາຍ. ຂ້າງເທິງ

ໝວດທີ 3
ການນໍາເຂົ້າ

ມາດຕາ 17. ພື້ນຖານ ສໍາລັບການກໍານົດເງື່ອນໄຂການນໍາເຂົ້າພືດ
ການນໍາເຂົ້າພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 14 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ແມ່ນໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ເປັນຜູ້ກໍານົດເງື່ອນໄຂປະຕິບັດດ້ານສຸຂານາໄມພືດ ທີ່ຕິດພັນກັບການນໍາເຂົ້າ ບົນພື້ນຖານການວິໄຈຄວາມສ່ຽງຂອງສັດຕູພືດ ຫຼື ມາດຕະຖານສາກົນທີ່ມີຢູ່ ເພື່ອສະກັດກັ້ນການແຜ່ລະບາດ ຂອງສັດຕູພືດກັກກັນ ແລະ ຈໍາກັດການເຂົ້າມາຂອງສັດຕູພືດຄວບຄຸມ ຊຶ່ງຕ້ອງປະຕິບັດດັ່ງນີ້:

  1. ເຜີຍແຜ່ມາດຕະການ ແລະ ເງື່ອນໄຂທີ່ກ່ຽວຂ້ອງ ໃຫ້ສາທາລະນະຊົນຊາບ;
  2. ທົບທວນລະບຽບການດັ່ງກ່າວ ເປັນແຕ່ລະໄລຍະ, ປັບປຸງ ຫຼື ຍົກເລີກທັນທີ ໃນກໍລະນີທີ່ມີການປ່ຽນແປງເງື່ອນໄຂ ຫຼື ມີປັດໄຈໃໝ່ເກີດຂຶ້ນ;
  3. ເຂົ້າຮ່ວມການເຈລະຈາສອງຝ່າຍ ຫຼື ຫຼາຍຝ່າຍ ເພື່ອປະເມີນ ແລະ ຍອມຮັບມາດຕະການດ້ານສຸຂານາໄມພືດ ທີ່ແຕກຕ່າງຂອງປະເທດທີ່ສົ່ງອອກ ຊຶ່ງມີຜົນເທົ່າທຽມກັບມາດຕະການ ດ້ານສຸຂານາໄມພືດຂອງ ສປປ ລາວ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  4. ແຈ້ງໃຫ້ຄະນະກໍາມາທິການສົນທິສັນຍາປ້ອງກັນພືດສາກົນ ຫຼື ປະເທດສົ່ງອອກຢ່າງເປັນທາງການ ກ່ຽວກັບການປ່ຽນແປງລະບຽບກົດໝາຍທີ່ກ່ຽວຂ້ອງ, ມາດຕະການຮີບດ່ວນ ແລະ ຄວາມບໍ່ສອດຄ່ອງ ໃນກໍລະນີມີການຮ້ອງຂໍ;
  5. ນໍາໃຊ້ ຫຼື ປະຕິບັດລະບຽບການກ່ຽວກັບ ການຮັບຮູ້ເຂດປອດສັດຕູພືດ, ເຂດສັດຕູພືດລະບາດຕໍ່າ, ພື້ນທີ່ ແລະ ສະຖານທີ່ຜະລິດປອດສັດຕູພືດ ຂອງປະເທດສົ່ງອອກເທື່ອລະກ້າວ ບົນພື້ນຖານຊັບພະຍາກອນທີ່ມີຢູ່ ແລະ ບໍ່ມີການຈໍາແນກປະຕິບັດ;
  6. ຈັດປະເພດສິນຄ້າສໍາລັບການນໍາເຂົ້າ ຕາມຄວາມສ່ຽງຂອງສັດຕູພືດ ແລະ ກໍານົດມາດຕະຖານ ໃນການຄັດເລືອກ ສໍາລັບການຈັດປະເພດໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 18. ການຂໍອະນຸຍາດນໍາເຂົ້າພືດ
ການຂໍອະນຸຍາດນໍາເຂົ້າພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ແລະ ການນໍາເຂົ້າພືດຕ້ອງຫ້າມ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 18 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ຜູ້ນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ຂໍອະນຸຍາດນໍາເຂົ້າຈາກ ອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນສູນກາງຕາມແຕ່ລະກໍລະນີດັ່ງນີ້:

  1. ການນໍາເຂົ້າຈາກປະເທດ ທີ່ໄດ້ຮັບການຢັ້ງຢືນ ຫຼື ສົງໄສ ວ່າເປັນແຫຼ່ງທີ່ມາຂອງສັດຕູພືດກັກກັນ;
  2. ການນໍາເຂົ້າທີ່ຕ້ອງກັກກັນ ພາຍຫຼັງການນໍາເຂົ້າ;
  3. ການນໍາເຂົ້າ ເພື່ອຈຸດປະສົງນໍາໃຊ້ຂັ້ນສຸດທ້າຍສະເພາະໃດໜຶ່ງ ຫຼື ເພື່ອການຄົ້ນຄວ້າທົດລອງ;
  4. ການນໍາເຂົ້າ ເພື່ອແກ້ໄຂວິກິດການດ້ານມະນຸດສະທໍາ ຫຼື ໄພພິບັດດ້ານທໍາມະຊາດ;
  5. ການນໍາເຂົ້າທີ່ມີຄວາມຈໍາເປັນ ຕ້ອງຕິດຕາມການຈໍລະຈອນພືດ, ຜະລິດຕະພັນພືດ ຫຼື ຄວບຄຸມ ໃນໄລຍະເວລາໃດໜຶ່ງ ພາຍຫຼັງການນໍາເຂົ້າ.

ຜູ້ນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ຂ້າງເທິງນີ້ ຕ້ອງຍື່ນຄໍາຮ້ອງຂໍອະນຸຍາດຕໍ່ ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕາມຮ່າງຄໍາຮ້ອງ ແລະ ວິທີການທີ່ໄດ້ກໍານົດໄວ້ ໃນລະບຽບການສະເພາະຕ່າງຫາກ ແລະ ຜູ້ນໍາເຂົ້າກໍຕ້ອງຍື່ນຄໍາຮ້ອງຕໍ່ ອົງການຄຸ້ມຄອງວຽກງານປ້ອງກັນພືດ ໃນວັນລັດຖະການຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຕ້ອງໃຫ້ຄໍາຕອບແກ່ຜູ້ນໍາເຂົ້າ ພາຍໃນກໍານົດເວລາສິບວັນ ກ່ອນວັນນໍາເຂົ້າຕົວຈິງ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕ້ອງພິຈາລະນາຄໍາຮ້ອງ ພາຍໃນກໍານົດເວລາ ສິບວັນລັດຖະການ ແລະ ການພິຈາລະນາຄໍາຮ້ອງ ກໍຕ້ອງປະຕິບັດຕາມຫຼັກການຄົ້ນຄວ້າ ພິຈາລະນາຄໍາຮ້ອງຕາມລໍາດັບ ຂອງການຍື່ນຄໍາຮ້ອງ.

ໃນກໍລະນີປະຕິເສດການອອກໃບອະນຸຍາດນໍາເຂົ້າ ແມ່ນໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ແຈ້ງໃຫ້ຜູ້ຮ້ອງຂໍຊາບ ຢ່າງເປັນລາຍລັກອັກສອນກ່ຽວກັບ ເຫດຜົນຂອງການປະຕິເສດດັ່ງກ່າວ ກ່ອນວັນນໍາເຂົ້າຕົວຈິງ ພາຍໃນກໍານົດເວລາສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ສາມາດທົບທວນ, ດັດແກ້ ຫຼື ຖອນໃບອະນຸຍາດນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມໄດ້ທຸກເວລາ ໂດຍຜ່ານການແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ນໍາເຂົ້າຊາບ. ຂ້າງເທິງ

ມາດຕາ 19. ຂັ້ນຕອນສໍາລັບການນໍາເຂົ້າ
ຂັ້ນຕອນການນໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15, 16 ແລະ ມາດຕາ 17 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ຜູ້ນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ປະຕິບັດຕາມເງື່ອນໄຂ ທີ່ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ແລະ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້.

ຜູ້ນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມຕ້ອງນໍາເຂົ້າ ຜ່ານດ່ານເຂົ້າ-ອອກ ທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ກໍານົດໄວ້. ຜູ້ນໍາເຂົ້າສາມາດເລືອກນໍາເຂົ້າຜ່ານດ່ານ ທີ່ເຫັນວ່າມີຄວາມສະດວກທີ່ສຸດ ໃນຈໍານວນດ່ານທີ່ກໍານົດ ໂດຍອົງການຄຸ້ມຄອງວຽກງານປ້ອງກັນພືດ ຍົກເວັ້ນກໍລະນີການກໍານົດໄວ້ສະເພາະ ໃນໃບອະນຸຍາດນໍາເຂົ້າເທົ່ານັ້ນ.

ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍ ຫຼື ບໍ່ຈໍາເປັນຂໍອະນຸຍາດນໍາເຂົ້າ ຕ້ອງໄດ້ຮັບການກວດກາ ຢູ່ດ່ານປ້ອງກັນພືດ ໃນເວລາທີ່ນໍາເຂົ້າຕົວຈິງ. ໃນກໍລະນີຕ້ອງຂໍໃບອະນຸຍາດນໍາເຂົ້າ ໃຫ້ຜູ້ນໍາເຂົ້າ ແຈ້ງໃບອະນຸຍາດນໍາເຂົ້າ ແລະ ໃບຢັ້ງຢືນສຸຂານາໄມພືດ ທີ່ອອກໃຫ້ໂດຍປະເທດຕົ້ນທາງ ຕໍ່ເຈົ້າໜ້າທີ່ປ້ອງກັນພືດ ແລະ ເອກະສານອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ທີ່ອອກໂດຍອົງການຄຸ້ມຄອງວຽກງານປ້ອງກັນພືດ.

ໃນກໍລະນີຂໍ້ມູນສໍາຄັນທີ່ໄດ້ກໍານົດໄວ້ ໃນໃບອະນຸຍາດນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ບໍ່ສອດຄ່ອງກັບຊຸດສິນຄ້າທີ່ນໍາເຂົ້າຕົວຈິງ ໃຫ້ຜູ້ນໍາເຂົ້າຍື່ນຂໍໃບອະນຸຍາດນໍາເຂົ້າໃໝ່ ແລະ ໃນກໍລະນີດັ່ງກ່າວນັ້ນ ຫ້າມເຈົ້າໜ້າທີ່ປ້ອງກັນພືດ ອະນຸຍາດໃຫ້ນໍາເຂົ້າຈົນກວ່າຜູ້ນໍາເຂົ້າ ໄດ້ຮັບໃບອະນຸຍາດສະບັບໃໝ່. ສໍາລັບຄ່າໃຊ້ຈ່າຍໃນການຝາກສາງ ແລະ ຄ່າໃຊ້ຈ່າຍອື່ນ ທີ່ຕິດພັນກັບການຖືກປະຕິເສດການນໍາເຂົ້າ ແມ່ນເປັນພາລະຂອງຜູ້ນໍາເຂົ້າທັງໝົດ.

ການອະນຸຍາດໃຫ້ຜູ້ນໍາເຂົ້າ ຍື່ນຂໍໃບອະນຸຍາດນໍາເຂົ້າໃໝ່ນັ້ນ ໃຫ້ນໍາໃຊ້ສະເພາະແຕ່ກໍລະນີ ທີ່ບໍ່ມີຄວາມສ່ຽງສູງໃນການນໍາເຂົ້າມາ ຫຼື ບໍ່ມີການແຜ່ລະບາດຂອງສັດຕູພືດຕ້ອງຄວບຄຸມ ສ່ວນກໍລະນີທີ່ມີຄວາມສ່ຽງສູງ ຫຼື ມີການແຜ່ລະບາດຂອງສັດຕູພືດຕ້ອງຄວບຄຸມນັ້ນ ໃຫ້ເຈົ້າໜ້າທີ່ປ້ອງກັນພືດ ນໍາໃຊ້ມາດຕະການ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 20 ຂອງດໍາລັດສະບັບນີ້.

ໃນກໍລະນີທີ່ການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມມີ ຫຼື ບໍ່ມີໃບອະນຸຍາດນໍາເຂົ້າ, ບໍ່ມີໃບຢັ້ງຢືນສຸຂານາໄມພືດ ຖ້າຫາກຈໍາເປັນ, ບໍ່ໄດ້ຜ່ານການກວດກາຈາກເຈົ້າໜ້າທີ່ປ້ອງກັນພືດ ໃນເວລານໍາເຂົ້າຕົວຈິງ, ບໍ່ໄດ້ນໍາເຂົ້າຜ່ານດ່ານທີ່ກໍານົດນັ້ນ ຜູ້ນໍາເຂົ້າຈະຖືກປັບໃໝ, ໂຈະ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດ ຫຼື ລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຂອງ ສປປ ລາວ ຕາມກໍລະນີເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 20. ການກວດກາການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ
ການກວດກາການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 17 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທຸກຄັ້ງຕ້ອງຜ່ານການກວດກາ ຂອງເຈົ້າໜ້າທີ່ປ້ອງກັນພືດ ພາຍຫຼັງທີ່ຜູ້ນໍາເຂົ້າແຈ້ງເອກະສານ ແລະ ກໍານົດເວລາເປັນລາຍລັກອັກສອນ ກ່ຽວກັບການນໍາເຂົ້າຊຸດສິນຄ້າ ຕໍ່ເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ.

ເຈົ້າໜ້າທີ່ປ້ອງກັນພືດຕ້ອງກວດກາພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມທີ່ນໍາເຂົ້າມາ ສປປ ລາວ. ໃນກໍລະນີເຈົ້າໜ້າທີ່ປ້ອງກັນພືດກວດກາ ແລະ ຢັ້ງຢືນວ່າສິນຄ້າດັ່ງກ່າວ ມີເອກະສານຄົບຖ້ວນຕາມເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ແລະ ສອດຄ່ອງກັບມາດຕະການດ້ານສຸຂານາໄມພືດ ຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ ໃຫ້ອອກໃບແຈ້ງຜ່ານໃຫ້ແກ່ຜູ້ນໍາເຂົ້າ ເພື່ອດໍາເນີນການແຈ້ງພາສີ ໃນຂັ້ນຕອນຕໍ່ໄປ.

ກໍລະນີຜູ້ນໍາເຂົ້າ ຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການ ກ່ຽວກັບການນໍາເຂົ້າດ້ານສຸຂານາໄມພືດ ຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ ຫຼື ປະກອບເອກະສານບໍ່ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ໃຫ້ເຈົ້າໜ້າທີ່ປ້ອງກັນພືດ ແຈ້ງໃຫ້ຜູ້ນໍາເຂົ້າຊາບທັນທີ ແລະ ປະຕິບັດຕາມມາດຕະການໃດໜຶ່ງ ຕາມແຕ່ລະກໍລະນີດັ່ງນີ້:

  1. ກັກພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມຈົນກວ່າຈະໄດ້ຮັບເອກະສານຄົບຖ້ວນ, ຖືກຕ້ອງ ຫຼື ສໍາເລັດການກວດກາ, ເກັບຕົວຢ່າງ ແລະ ການທົດສອບທີ່ຈໍາເປັນ ທາງດ້ານວິຊາການ;
  2. ໃຫ້ຜູ້ນໍາເຂົ້າເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ລວມທັງການເຄື່ອນຍ້າຍໄປຍັງ ສະຖານີກັກກັນພືດ ຫຼື ສະຖານທີ່ອື່ນ ເພື່ອບໍາບັດຕາມການກໍານົດຂອງ ອົງການຄຸ້ມຄອງວຽກງານປ້ອງກັນພືດ;
  3. ໃຫ້ຜູ້ນໍາເຂົ້າດໍາເນີນການບໍາບັດພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມດັ່ງກ່າວ;
  4. ໃຫ້ຜູ້ນໍາເຂົ້າຄັດເລືອກ, ແຍກປະເພດ ແລະ ສັບຊ້ອນພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມຢ່າງຖືກຕ້ອງ;
  5. ປະຕິເສດການນໍາເຂົ້າ ແລະ ສັ່ງໃຫ້ສົ່ງກັບຄືນປະເທດຕົ້ນທາງ;
  6. ໃຫ້ປະຕິບັດມາດຕະການສຸກເສີນ ຊຶ່ງລວມທັງການທໍາລາຍຖິ້ມ.

ເຈົ້າໜ້າທີ່ປ້ອງກັນພືດ ຕ້ອງແຈ້ງເຫດຜົນຂອງການປະຕິເສດ ໃບຢັ້ງຢືນສຸຂານາໄມພືດ ຕໍ່ຜູ້ນໍາເຂົ້າຊາບ ຫຼື ແຈ້ງການຂໍຂໍ້ມູນພື້ນຖານເພີ່ມຕື່ມ ເປັນລາຍລັກອັກສອນ ໃນກໍລະນີເຫັນວ່າຈໍາເປັນ ບົນພື້ນຖານທີ່ໄດ້ກໍານົດໄວ້ ໃນລະບຽບການທີ່ກ່ຽວຂ້ອງ.

ເຈົ້າໜ້າທີ່ປ້ອງກັນພືດ ຕ້ອງກວດກາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຢູ່ດ່ານປ້ອງກັນພືດ ໃນໂມງລັດຖະການເທົ່ານັ້ນ ຍົກເວັ້ນໃນກໍລະນີອື່ນທີ່ຈໍາເປັນ ກ່ຽວກັບການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຕາມແຕ່ລະກໍລະນີດັ່ງນີ້:

  • ເນົ່າເປື່ອຍງ່າຍ;
  • ມີປະລິມານນໍາເຂົ້າຈໍານວນຫຼາຍ ແລະ ບໍ່ມີສາງ ຫຼື ສະຖານທີ່ເກັບພຽງພໍ;
  • ມີການຄ່ຽນຖ່າຍ;
  • ມີການແຍກປ່ຽວ ຫຼື ກັກກັນ;
  • ມີເຫດສຸດວິໄສທີ່ພາໃຫ້ຊັກຊ້າ ໃນເວລານໍາເຂົ້າ.

ເຈົ້າໜ້າທີ່ປ້ອງກັນພືດ ອາດກວດກາຢູ່ນອກດ່ານປ້ອງກັນພືດ ຫຼື ນອກໂມງລັດຖະການ ຕາມການຮ້ອງຂໍຈາກຜູ້ນໍາເຂົ້າ ຕາມແຕ່ລະກໍລະນີທີ່ຈໍາເປັນ ຕາມທີ່ໄດ້ກໍານົດໄວ້ຂ້າງເທິງນີ້ ຊຶ່ງຜູ້ນໍາເຂົ້າຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ແລະ ການກວດກາດັ່ງກ່າວ ກໍຕ້ອງສໍາເລັດກ່ອນຂັ້ນຕອນການແຈ້ງພາສີ.

ໃນກໍລະນີທີີ່ມີຄວາມຈໍາເປັນ ຕ້ອງກວດກາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມສະເພາະໃດໜຶ່ງ ຫຼັງຈາກຂັ້ນຕອນການແຈ້ງພາສີນັ້ນ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ກໍານົດລະບຽບການສະເພາະ ໂດຍມີການແຈ້ງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ຜູ້ນໍາເຂົ້າຊາບ ກ່ອນການຈັດຕັ້ງປະຕິບັດ. ຂ້າງເທິງ

ມາດຕາ 21. ການຮ່ວມມືຂອງພາກສ່ວນອື່ນ
ການຮ່ວມມືຂອງພາກສ່ວນອື່ນ ບົນພື້ນຖານການປະຕິບັດສິດ ແລະ ໜ້າທີ່ຂອງພາກສ່ວນອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 47 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງ ບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ ຂອງອົງການຈັດຕັ້ງອື່ນປະຈໍາດ່ານ ທີ່ບໍ່ໄດ້ຮັບການມອບໝາຍ ຫຼື ແຕ່ງຕັ້ງປ່ອຍ, ຫຼື ກໍາຈັດພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມທີ່ນໍາເຂົ້ານັ້ນ ໂດຍບໍ່ໄດ້ຮັບການເຫັນດີ ຈາກເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານປ້ອງກັນພືດ ແລະ ພືດ, ຜະລິດຕະພັນພືດ ຫຼື ວັດຖຸອື່ນທີ່ກ່ຽວຂ້ອງ ກໍຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນຜ່ານດ່ານປ້ອງກັນພືດເສັຍກ່ອນ ຈຶ່ງສາມາດດໍາເນີນການແຈ້ງພາສີ ຕາມລະບຽບການທີ່ກ່ຽວຂ້ອງ.

ຜູ້ນໍາເຂົ້າ, ເຈົ້າໜ້າທີ່ກ່ຽວຂ້ອງປະຈໍາດ່ານ, ຜູ້ບໍລິການໄປສະນີ, ຜູ້ບໍລິການແຈ້ງພາສີ ແລະ ຜູ້ບໍລິການຂົນສົ່ງ ຍັງມີໜ້າທີ່ແຈ້ງຂໍ້ມູນກ່ຽວກັບພືດ, ຜະລິດຕະພັນພືດ ແລະ ວັດຖຸຄວບຄຸມທີ່ມາເຖິງດ່ານ ຕໍ່ເຈົ້າໜ້າທີ່ປ້ອງກັນພືດ. ຂ້າງເທິງ

ມາດຕາ 22. ການແຈ້ງການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຕິດຕົວຜູ້ໂດຍສານ
ການນໍາເຂົ້າພືດຕິດຕົວ ຫຼື ສົ່ງທາງໄປສະນີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 24 ແລະ ການກວດກາພືດ ຕິດຕົວຜູ້ໂດຍສານ ຫຼື ສົ່ງທາງໄປສະນີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 25 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງໃຫ້ບຸກຄົນ ຫຼື ອົງການຈັດຕັ້ງທີ່ນໍາເຂົ້າພືດ,  ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມເຂົ້າມາໃນ ສປປ ລາວ ແຈ້ງຕໍ່ເຈົ້າໜ້າທີ່ປ້ອງກັນພືດ ໃນເວລາທີ່ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມນັ້ນ ມາເຖິງດ່ານ ຫຼື ດ່ານກວດກາຂອງເຈົ້າໜ້າທີ່ພາສີ ໃນກໍລະນີທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ.

ຜູ້ໃຫ້ບໍລິການສາຍການບິນ, ລົດເມ, ລົດໄຟ, ເຮືອ ແລະ ການເດີນທາງໂດຍຮູບການອື່ນ ທີ່ເດີນທາງເຂົ້າມາ ສປປ ລາວ ຕ້ອງປະກາດກ່ຽວກັບລະບຽບການທີ່ຕ້ອງແຈ້ງ ລາຍການພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໃຫ້ຜູ້ໂດຍສານ ຫຼື ຜູ້ເດີນທາງຊາບ.

ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕ້ອງພິມເຜີຍແຜ່ ແລະ ຕິດປະກາດຢູ່ດ່ານ ກ່ຽວກັບລະບຽບການນໍາເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຂອງ ສປປ ລາວ.

ພາຫະນະຂົນສົ່ງ ອາດມີຄວາມຈໍາເປັນຕ້ອງຜ່ານການຂ້າເຊື້ອ ຫຼື ບໍາບັດ ເມື່ອນໍາເຂົ້າມາໃນ ສປປ ລາວ ໃນກໍລະນີທີ່ ອົງການຄຸ້ມຄອງວຽກງານປ້ອງກັນພືດ ເຫັນວ່າມີຄວາມຈໍາເປັນ ບົນພື້ນຖານການວິເຄາະຄວາມສ່ຽງຂອງສັດຕູພືດ.

ກໍລະນີຜູ້ນໍາເອົາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມເຂົ້າມາໃນ ສປປ ລາວ ໂດຍບໍ່ປະຕິບັດ ຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ ໃຫ້ເຈົ້າໜ້າທີ່ປ້ອງກັນພືດ ກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ ແລະ ໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 23. ການສົ່ງຜ່ານໄປສະນີ
ການນໍາສົ່ງຜ່ານໄປສະນີ ຕາມທີ່ໄດ້ກໍານົດໄວ້ໃນໝວດທີ 5 ມາດຕາ 24 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຍັງໝາຍເຖິງໃຫ້ບຸກຄົນ ຫຼື ການຈັດຕັ້ງທີ່ເປັນຜູ້ຮັບເອົາພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ທີ່ສົ່ງຜ່ານທາງໄປສະນີເຂົ້າມາ ສປປ ລາວ ແຈ້ງລາຍການພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມດັ່ງກ່າວ ຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຈໍາຢູ່ຫ້ອງການໄປສະນີ ໃນເວລາທີ່ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມນັ້ນ ມາເຖິງຫ້ອງການໄປສະນີ ແລະ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຈໍາຢູ່ຫ້ອງການໄປສະນີນັ້ນ ແຈ້ງໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດຊາບ.

ກໍລະນີຜູ້ທີ່ຮັບເອົາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມນັ້ນ ຫາກບໍ່ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຈໍາຫ້ອງການໄປສະນີກ່າວເຕືອນ, ເຮັດບົດບັນທຶກໄວ້ເປັນຫຼັກຖານ ແລະ ໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ໝວດທີ 4
ຊຸດສິນຄ້າຜ່ານແດນ

ມາດຕາ 24. ການນໍາເຂົ້າຊຸດສິນຄ້າຜ່ານແດນ
ການນໍາເຂົ້າຊຸດສິນຄ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຜ່ານ ສປປ ລາວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ຕ້ອງໄດ້ຮັບອະນຸຍາດເປັນລາຍລັກອັກສອນ ຈາກເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານຂອງ ສປປ ລາວ.

ເຈົ້າຂອງ ຫຼື ບຸກຄົນທີ່ຮັບຜິດຊອບຊຸດສິນຄ້າດັ່ງກ່າວ ຕ້ອງຍື່ນຄໍາຮ້ອງ ແລະ ເສັຍຄ່າບໍລິການ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ຊຸດສິນຄ້າທີ່ສົ່ງຜ່ານ ທີ່ມີຄວາມສ່ຽງຂອງສັດຕູພືດ ຫຼື ບໍ່ສອດຄ່ອງ ຕາມລະບຽບການກ່ຽວກັບ ການຄຸ້ມຄອງວຽກງານປ້ອງກັນພືດ ອາດຖືກປະຕິເສດບໍ່ໃຫ້ນໍາຜ່ານ ສປປ ລາວ ຫຼື ອາດຖືກປະຕິບັດ ມາດຕະການດ້ານສຸຂານາໄມພືດສຸກເສີນ ເພື່ອປ້ອງກັນການແຜ່ກະຈາຍ ຂອງສັດຕູພືດຕ້ອງຄວບຄຸມ ແລະ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ແຈ້ງໃຫ້ປະເທດຕົ້ນທາງ ແລະ ປະເທດປາຍທາງຂົນສົ່ງຊາບ ຖ້າຫາກເຫັນວ່າມີຄວາມຈໍາເປັນ ໃນກໍລະນີທີ່ນໍາໃຊ້ ຫຼື ປະຕິບັດມາດຕະການດັ່ງກ່າວ. ຂ້າງເທິງ

ມາດຕາ 25. ການນໍາໃຊ້ມາດຕະການດ້ານສຸຂານາໄມພືດ
ການນໍາໃຊ້ມາດຕະການດ້ານສຸຂານາໄມພືດ ໃນເວລາກວດກາພືດຜ່ານແດນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ແມ່ນບໍ່ໃຫ້ປະຕິບັດ ຫຼື ນໍາໃຊ້ມາດຕະການດັ່ງກ່າວຕໍ່ຊຸດສິນຄ້າ ໃນເວລາສົ່ງຜ່ານ ສປປ ລາວ ໃນແຕ່ລະກໍລະນີດັ່ງນີ້:

  1. ການຫຸ້ມຫໍ່ທີ່ຮັບປະກັນຕໍ່ການເກີດຄວາມສ່ຽງ ຕໍ່ການລະບາດຂອງສັດຕູພືດຄວບຄຸມ ທີ່ອາດເກີດຈາກຊຸດສິນຄ້າດັ່ງກ່າວ;
  2. ສອດຄ່ອງກັບເງື່ອນໄຂດ້ານສຸຂານາໄມພືດ ຂອງປະເທດປາຍທາງ;
  3. ມີໃບຢັ້ງຢືນສຸຂານາໄມພືດຕິດຕາມມານໍາ ທີ່ອອກໂດຍປະເທດຕົ້ນທາງ. ຂ້າງເທິງ

ໝວດທີ 5
ການສົ່ງອອກ

ມາດຕາ 26. ການກວດກາ ແລະ ການຢັ້ງຢືນການສົ່ງອອກ
ການກວດກາ ແລະ ການຢັ້ງຢືນການສົ່ງອອກ ຕ້ອງປະຕິບັດຕາມ ມາດຕາ 19, 20 ແລະ ມາດຕາ 21 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 29 ຂອງດໍາລັດສະບັບນີ້ ທີ່ໄດ້ຮັບການມອບໝາຍ ຫຼື ແຕ່ງຕັ້ງເປັນຜູ້ກວດກາ, ທົດສອບ ແລະ ບໍາບັດ ແລ້ວໃຫ້ປະຕິບັດຕາມແຕ່ລະກໍລະນີດັ່ງນີ້:

  1. ອອກໃບຢັ້ງຢືນສຸຂານາໄມພືດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂທາງດ້ານສຸຂານາໄມພືດ ຂອງປະເທດນໍາເຂົ້າ;
  2. ອອກໃບຢັ້ງຢືນສຸຂານາໄມພືດ ສໍາລັບສົ່ງອອກຕໍ່ ໃນກໍລະນີທີ່ຊຸດສິນຄ້າຖືກນໍາເຂົ້າ ແລ້ວສົ່ງອອກຕໍ່ໄປຍັງປະເທດທີສາມ.

ຜູ້ສົ່ງອອກຕ້ອງຍື່ນຄໍາຮ້ອງຕາມແບບຄໍາຮ້ອງ ແລະ ເອກະສານກ່ຽວຂ້ອງ ຕາມທີ່ກໍານົດໄວ້ໃນບົດແນະນໍາ ການຢັ້ງຢືນການສົ່ງອອກຕໍ່ ອົງການຄຸ້ມຄອງວຽກງານປ້ອງກັນພືດ ແລະ ຕ້ອງນໍາເອົາສິນຄ້າໄປກວດກາ. ຜູ້ສົ່ງອອກເປັນຜູ້ຮັບຜິດຊອບຈ່າຍຄ່າທໍານຽມ ແລະ ຄ່າໃຊ້ຈ່າຍທັງໝົດ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.

ພາຍຫຼັງທີ່ໄດ້ຮັບຄໍາຮ້ອງແລ້ວ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ກວດກາ, ທົດສອບ ແລະ ບໍາບັດພືດ ໂດຍບໍ່ໃຫ້ແກ່ຍາວເວລາຢ່າງບໍ່ມີເຫດຜົນ ແລະ ຫ້າມບຸກຄົນໃດໜຶ່ງ ນອກຈາກເຈົ້າໜ້າທີ່ປ້ອງກັນພືດ ທີ່ໄດ້ຮັບການແຕ່ງຕັ້ງຈາກ ອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນສູນກາງ ອອກໃບຢັ້ງຢືນສຸຂານາໄມພືດ ຫຼື ໃບຢັ້ງຢືນສຸຂານາໄມພືດສົ່ງອອກຕໍ່.

ເມື່ອໄດ້ຮັບບົດລາຍງານຜົນການກວດກາແລ້ວ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ອອກໃບຢັ້ງຢືນສຸຂານາໄມພືດ ສໍາລັບການສົ່ງອອກ ຫຼື ສົ່ງອອກຕໍ່ ໃນກໍລະນີທີ່ຊຸດສິນຄ້າດັ່ງກ່າວ ຖືກຕ້ອງຕາມເງື່ອນໄຂສຸຂານາໄມພືດ ຂອງປະເທດນໍາເຂົ້າ ຫຼື ແຈ້ງການເປັນລາຍລັກອັກສອນ ເພື່ອໃຫ້ຜູ້ສົ່ງອອກຊາບ ໃນກໍລະນີທີ່ມີການປະຕິເສດ ການອອກໃບຢັ້ງຢືນ ສຸຂານາໄມພືດສໍາລັບການສົ່ງອອກ ຫຼື ສົ່ງອອກຕໍ່.

ພາຍຫຼັງທີ່ໄດ້ຮັບໃບຢັ້ງຢືນສຸຂານາໄມພືດ ສໍາລັບການສົ່ງອອກ ຫຼື ສົ່ງອອກຕໍ່ແລ້ວ ຜູ້ສົ່ງອອກຕ້ອງສົ່ງອອກຊຸດສິນຄ້າ ຕາມການແນະນໍາຂອງ ອົງການຄຸ້ມຄອງວຽກງານປ້ອງກັນພືດ ເພື່ອຮັບປະກັນຄວາມຄົບຖ້ວນ, ຖືກຕ້ອງ ແລະ ຄວາມປອດໄພດ້ານສຸຂານາໄມພືດ ພາຍຫຼັງການຢັ້ງຢືນ.

ໃນກໍລະນີທີ່ການສົ່ງອອກຕໍ່ນັ້ນ ຕ້ອງຄັດຕິດເອກະສານ ແລະ ໃບຢັ້ງຢືນສຸຂານາໄມພືດ ສະບັບຕົ້ນທັງໝົດ ທີ່ອອກໃຫ້ໂດຍປະເທດຕົ້ນທາງ ໄປນໍາຊຸດສິນຄ້າດັ່ງກ່າວ. ຂ້າງເທິງ

ໝວດທີ 6
ທຸລະກິດດ້ານສຸຂານາໄມພືດ

ມາດຕາ 27. ທຸລະກິດດ້ານສຸຂານາໄມພືດ
ທຸລະກິດດ້ານສຸຂານາໄມພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 31, 32, 33 ແລະ ມາດຕາ 34 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງ ບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຈຸດປະສົງດໍາເນີນ ທຸລະກິດດ້ານສຸຂານາໄມພືດ ຕ້ອງຂໍອະນຸຍາດຂຶ້ນທະບຽນ ດ້ານເຕັກນິກວິຊາການ ໂດຍປະຕິບັດຕາມລະບຽບການ ແລະ ເງື່ອນໄຂການປະຕິບັດງານ ທີ່ກໍານົດອອກໂດຍ ອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນສູນກາງ.

ບຸກຄົນ ຫຼື ອົງການຈັດຕັ້ງໃດກໍ່ຕາມ ບໍ່ມີສິດດໍາເນີນກິດຈະການ ດ້ານສຸຂານາໄມພືດດັ່ງນີ້:

  1. ການອອກໃບຢັ້ງຢືນສຸຂານາໄມພືດ ຫຼື ເອກະສານທາງການອື່ນ;
  2. ການຮັບຮອງມາດຕະຖານ, ຂໍ້ບັງຄັບ, ກົດລະບຽບ ຫຼື ມາດຕະການກ່ຽວກັບສຸຂານາໄມພືດ;
  3. ການພົວພັນກັບອົງການສາກົນທີ່ກ່ຽວຂ້ອງ ຫຼື ຄວາມຮັບຜິດຊອບ ໃນການອອກແຈ້ງການຕ່າງໆ;
  4. ໜ້າທີ່ອື່ນ ທີ່ກໍານົດໄວ້ໃນລະບຽບການສະເພາະ.

ທຸລະກິດສຸຂານາໄມພືດ ຕ້ອງໄດ້ຮັບການກວດກາຢ່າງເປັນປົກກະຕິ ໂດຍອົງການຄຸ້ມຄອງວຽກງານປ້ອງກັນພືດ. ໃນກໍລະນີທີ່ບໍ່ສາມາດປະຕິບັດ ລະບຽບການທີ່ກ່ຽວຂ້ອງ ຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ຍົກເລີກໃບອະນຸຍາດ ຫຼື ໃບທະບຽນ ແລະ ບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ສາມາດສະເໜີຂໍອະນຸຍາດ ຫຼື ຂຶ້ນທະບຽນໃໝ່ ພາຍຫຼັງທີ່ປັບປຸງໃຫ້ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ ແລະ ປະຕິບັດຕາມຄໍາແນະນໍາຂອງ ອົງການຄຸ້ມຄອງວຽກງານປ້ອງກັນພືດ. ຂ້າງເທິງ

ມາດຕາ 28. ຄ່າທໍານຽມ ແລະ ຄ່າບໍລິການດ້ານວິຊາການ
ການເກັບຄ່າທໍານຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 46 ຂໍ້ 7 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ໝວດທີ 7
ການຈັດຕັ້ງປະຕິບັດວຽກງານປ້ອງກັນພືດ

ມາດຕາ 29. ການຈັດຕັ້ງຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ
ການຈັດຕັ້ງຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ ສໍາລັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 42 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ປະກອບດ້ວຍ:

  1. ຂັ້ນສູນກາງ ແມ່ນກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີກົມປູກຝັງເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 43 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ;
  2. ຂັ້ນແຂວງ ແມ່ນພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ໂດຍມີຂະແໜງປູກຝັງ ເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 44 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ;
  3. ຂັ້ນເມືອງ, ເທດສະບານ ແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ໂດຍມີໜ່ວຍງານປູກຝັງ ເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 45 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ;
  4. ດ່ານປ້ອງກັນພືດ ເປັນຜູ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວຕາມສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 46 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ. ຂ້າງເທິງ

ມາດຕາ 30. ການສ້າງຕັ້ງດ່ານປ້ອງກັນພືດ
ການສ້າງຕັ້ງດ່ານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 43 ຂໍ້ 5 ຂອງກົດໝາຍວ່າການປ້ອງກັນພືດນັ້ນ ໝາຍເຖິງການສ້າງຕັ້ງດ່ານປ້ອງກັນພືດ, ສະຖານທີ່ກັກກັນພືດ ແລະ ຫ້ອງວິໄຈສັດຕູພືດຢູ່່ດ່ານເຂົ້າ ຫຼື ອອກລະຫວ່າງປະເທດ ໂດຍແມ່ນອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນສູນກາງເປັນຜູ້ອະນຸມັດສ້າງຕັ້ງ.

ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນສູນກາງ ເປັນຜູ້ຄົ້ນຄວ້າພິຈາລະນາໂຄງປະກອບ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາດ່ານປ້ອງກັນພືດ ໂດຍປະສານສົມທົບກັບ ອົງການຄຸ້ມຄອງວຽກງານປ້ອງກັນພືດແຂວງ, ນະຄອນ.

ໂຄງປະກອບບຸກຄະລາກອນຂອງດ່ານປ້ອງກັນພືດ ປະກອບມີຫົວໜ້າ, ຮອງຫົວໜ້າ ແລະ ເຈົ້າໜ້າທີ່ປ້ອງກັນພືດຈໍານວນໜຶ່ງ ຊຶ່ງມີກໍານົດເວລາໃນການປະຕິບັດໜ້າທີ່ ປະຈໍາດ່ານໜຶ່ງປີ ແລະ ສືບຕໍ່ປະຕິບັດໜ້າທີ່ໄດ້ອີກ ໜຶ່ງປີເທົ່ານັ້ນ. ຂ້າງເທິງ

ມາດຕາ 31. ມາດຕະຖານຂອງດ່ານປ້ອງກັນພືດ
ການສ້າງຕັ້ງດ່ານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 42 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ນອກຈາກມີສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 46 ຂອງກົດໝາຍວ່າດ້ວຍການປ້ອງກັນພືດແລ້ວ ຍັງຕ້ອງປະກອບດ້ວຍມາດຕະຖານດັ່ງນີ້:

  1. ຫ້ອງການ ພ້ອມດ້ວຍອຸປະກອນຮັບໃຊ້ຫ້ອງການ ເປັນຕົ້ນຄອມພິວເຕີ, ລະບົບອິນເຕີເນັດ, ໂທລະສັບ, ແຟັກ ແລະ ອຸປະກອນອໍານວຍຄວາມສະດວກອື່ນ;
  2. ຫ້ອງວິໄຈສັດຕູພືດ ພ້ອມດ້ວຍກ້ອງຈຸລະທັດ, ເຄື່ອງມືກວດກາ ແລະ ເກັບຕົວຢ່າງຂັ້ນພື້ນຖານ;
  3. ສະຖານທີ່ສໍາລັບດໍາເນີນການກວດກາ;
  4. ສະຖານທີ່ ແລະ ອຸປະກອນບໍລິການສຸຂານາໄມພືດ ເປັນຕົ້ນອຸປະກອນສໍາລັບອົບອາຍຮ້ອນ, ອາຍເຢັນ, ຮົມສານເຄມີ ແລະ ອຸປະກອນອື່ນຕາມຫຼັກວິຊາການ;
  5. ສະຖານກັກກັນພືດ ສໍາລັບກັກພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນທີ່ມີຄວາມສ່ຽງ ຫຼື ຕິດແປດສັດຕູພືດຕ້ອງຫ້າມ ພາຍຫຼັງການນໍາເຂົ້າ ລວມທັງສະຖານທີ່ກໍາຈັດ, ເຜົາ ຫຼື ທໍາລາຍຖິ້ມ. ຂ້າງເທິງ

ມາດຕາ 32. ມາດຕະຖານຂອງເຈົ້າໜ້າທີ່ປ້ອງກັນພືດ
ເຈົ້າໜ້າທີ່ປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ນອກຈາກມີສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 35 ຂອງກົດໝາຍປ້ອງກັນພືດແລ້ວ ຍັງຕ້ອງປະກອບດ້ວຍມາດຕະຖານດັ່ງນີ້:

  1. ຜ່ານການຝຶກອົບຮົມ ວິຊາການດ້ານກັກກັນພືດຕາມຫຼັກສູດ ແລະ ມາດຕະຖານຂອງພາກພື້ນ ແລະ ສາກົນທີ່ຈັດໂດຍ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້;
  2. ມີປະກາສະນີຍະບັດ ຈົບວິຊາສະເພາະຊັ້ນສູງຂຶ້ນໄປ ດ້ານປູກຝັງ ຫຼື ປ້ອງກັນພືດ;
  3. ມີປະສົບການດ້ານວຽກງານ ກ່ຽວກັບການປູກຝັງ ຫຼື ການປ້ອງກັນພືດສອງປີຂຶ້ນໄປ;
  4. ມີຄວາມຮູ້ດ້ານກົດໝາຍວ່າດ້ວຍການປ້ອງກັນພືດ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງໃນລະດັບອັນແນ່ນອນ;
  5. ຮູ້ພາສາອັງກິດ ຫຼື ພາສາຕ່າງປະເທດອື່ນທີ່ກ່ຽວຂ້ອງ ໃນລະດັບດີ;
  6. ມີສຸຂະພາບແຂງແຮງດີ. ຂ້າງເທິງ

ມາດຕາ 33. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ປ້ອງກັນພືດ
ນອກຈາກສິດ ແລະ ໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 35 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ເຈົ້າໜ້າທີ່ປ້ອງກັນພືດຍັງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ກວດກາພືດຢູ່ດ່ານປ້ອງກັນພືດ, ສະຖານກັກກັນພືດ, ສາງ, ສະຖານີລົດຂົນສົ່ງໂດຍສານ, ຫ່້ອງການໄປສະນີ, ສະໜາມບິນ, ສະຖານີລົດໄຟ, ທ່າເຮືອ, ຟາມ ແລະ ພື້ນທີ່ປູກພືດ ແຕ່ຫ້າມເຂົ້າໄປໃນເຮືອນ ຫຼື ທີ່ຢູ່ອາໄສ;
  2. ລົງລາຍເຊັນໃສ່ເອກະສານທີ່ກ່ຽວຂ້ອງ ຕາມຄວາມຮັບຜິດຊອບຂອງຕົນ;
  3. ສັ່ງຫ້າມການແຈກຢາຍ, ຈໍາໜ່າຍ ຫຼື ນໍາໃຊ້ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ແລະ ຍຶດວັດຖຸດັ່ງກ່າວ ຖ້າເຫັນວ່າມີຄວາມສ່ຽງໃນການແຜ່ກະຈາຍ ຂອງສັດຕູພືດຄວບຄຸມ ຫຼື ໃນກໍລະນີເຫັນວ່າ ມີການນໍາເອົາວັດຖຸດັ່ງກ່າວເຂົ້າມາໃນ ສປປ ລາວ ຢ່າງຜິດກົດໝາຍ;
  4. ຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ຕໍາຫຼວດ ໃນກໍລະນີທີ່ຈໍາເປັນ;
  5. ເຂົ້າຮ່ວມການຝຶກອົບຮົມ, ຍົກລະດັບຄວາມຮູ້ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບວຽກວິຊາສະເພາະຂອງຕົນ. ຂ້າງເທິງ

ມາດຕາ 34. ຄວາມຮັບຜິດຊອບ ແລະ ການຮ້ອງທຸກ
ໃນການນໍາໃຊ້ມາດຕະການຄວບຄຸມການແຜ່ລະບາດ ຂອງສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 13 ຂໍ້ 3 ຂອງກົດໝາຍວ່າດ້ວຍການປ້ອງກັນພືດນັ້ນ ໝາຍເຖິງອົງການຄຸ້ມຄອງວຽກງານປ້ອງກັນພືດ ບໍ່ມີຄວາມຮັບຜິດຊອບໃນການໃຊ້ແທນຄ່າເສັຍຫາຍ ທີ່ເກີດຈາກການທໍາລາຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ຍົກເວັ້ນກໍລະນີມີຄໍາຕັດສິນຂອງສານ ຫຼື ມີການຕົກລົງເຫັນດີຈາກລັດຖະບານ.

ເຈົ້າຂອງພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມອື່ນ ສາມາດຍື່ນຄໍາຮ້ອງທຸກ ໄປຍັງອົງການຄຸ້ມຄອງວຽກງານປ້ອງກັນພືດ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ ຖ້າຫາກເຫັນວ່າເຈົ້າໜ້າທີ່ປ້ອງກັນພືດ ປະຕິບັດໜ້າທີ່ ຫຼື ໃຊ້ອໍານາດເກີນຂອບເຂດ ໃນການອອກຄໍາສັ່ງໃຫ້ທໍາລາຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້. ຂ້າງເທິງ

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 35. ການຈັດຕັ້ງປະຕິບັດ
ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ປະສານສົມທົບກັບ ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 36. ຜົນສັກສິດ
ດໍາບັດສະບັບນີ້ມີຜົນສັກສິດ ພາຍຫຼັງຮ້ອຍແປດສິບວັນ ນັບຈາກວັນລົງລາຍເຊັນເປັນຕົ້ນໄປ.

ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະບານ
ເຊັນແທນ ນາຍົກລັດຖະມົນຕີ

(ຮອງນາຍົກລັດຖະມົນຕີ)

ອາຊາງ ລາວລີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.