ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 4490/ກງ

ນະຄອນຫຼວງວຽງຈັນ, ວັນທີ 14 ກັນຍາ 2021

 

ຄໍາແນະນໍາ

ວ່າດ້ວຍການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກ ດ້ານພາສີ-ອາກອນ

ຕໍ່ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ເຄື່ອງຂອງ

 

  • ອີງຕາມ ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021;
  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງການເງິນ;
  • ອີງຕາມ ຜົນຂອງກອງປະຊຸມຮ່ວມລະຫວ່າງກະຊວງການເງິນ, ຕົວແທນພາກທຸລະກິດ ນຳເຂົ້າ-ສົ່ງອອກ ແລະ ພາກສ່ວນກ່ຽວຂ້ອງ, ຄັ້ງວັນທີ 03 ສິງຫາ 2021.

         ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ, ຊຸກຍູ້ສົ່ງເສີມ ຫົວໜ່ວຍທຸລະກິດ ນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ໃນການເຄື່ອນໄຫວທຸລະກິດໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ.

 

ລັດຖະມົນຕີກະຊວງການເງິນ ອອກຄຳແນະນຳ ດັ່ງນີ້:

1. ຈຸດປະສົງ

    ຄຳແນະນຳສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຫົວໜ່ວຍທຸລະ ກິດນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນ ເພື່ອອຳນວຍຄວາມສະດວກດ້ານພາສີ, ການຄ້າ, ການລົງທຶນ, ແນໃສ່ສ້າງສິ່ງອຳນວຍຄວາມສະດວກ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຫົວໜ່ວຍທຸລະກິດພາຍໃນ ປະເທດ ຕາມກົດໝາຍ ແລະ ລະບຽບການ.

2. ຂອບເຂດການນໍາໃຊ້

    ຄຳແນະນຳສະບັບນີ້ ນຳໃຊ້ສຳລັບຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ເພື່ອສະໜອງຢູ່ພາຍໃນ ປະເທດ ຊຶ່ງມີເງື່ອນໄຂ ແລະ ມາດຖານຄົບຖ້ວນ ທີ່ກຳນົດໄວ້ໃນລະບຽບການສະບັບນີ້ ຫຼື ຜູ້ປະກອບການມາດຕະຖານ ເອອີໂອ (Authorized Economic Operator).

3. ຫຼັກການ

      -  ເດັດຂາດ, ເຂັ້ມງວດ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ;

      -  ໂປ່ງໃສ, ສາມາດກວດສອບໄດ້ ແລະ ເປັນທັນສະໄໝ;

      -  ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ.

4. ເງື່ອນໄຂ ແລະ ມາດຖານ ຂອງຫົວໜ່ວຍທຸລະກິດ

4.1 ມີໃບອະນຸຍາດດຳເນີນທຸລະກິດທາເຂົ້າ-ຂາອອກ ແລະ ເລກປະຈຳຕົວຜູ້ເສຍອາກອນ;

4.2 ມີໃບຢັ້ງຢືນການຖືບັນຊີ ຊຶ່ງອອກໃຫ້ໂດຍຂະແໜງບັນຊີ, ພ້ອມທັງມີບົດກວດສອບເອກະສານລາຍງານການເງິນ ຈາກບໍລິສັດກວດສອບ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍຂອງ ສປປລາວ;

4.3 ມີໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ການຊຳລະສະສາງຜ່ານລະບົບທະນາຄານ ຊື່ງອອກຊື່ບັນຊີໃນ ນາມບໍລິສັດເອງ;

4.4 ມີໃບຢັ້ງຢືນເຂົ້າໃນລະບົບອາກອນມູນຄ່າເພີ່ມ ອອກໃຫ້ໂດຍລັດຖະການສ່ວຍສາອາກອນ;

4.5 ເປັນຜູ້ແຈ້ງພາສີທົ່ວໄປ ຫຼື ມີຕົວແທນເປັນຜູ້ບໍລິການແຈ້ງພາສີ ທີ່ໄດ້ຮັບອະນຸຍາດຈາກລັດຖະການພາສີ;

4.6 ຕ້ອງມີລະບົບຄຸ້ມຄອງຖານຂໍ້ມູນສາງສິນຄ້າ ທີ່ມີການບັນທຶກບັນຊີເຂົ້າ-ອອກສາງ ແລະ ສາມາດເຊື່ອມຕໍ່ກັບ ລະບົບ TaxRis ຂອງຂະແໜງສ່ວຍສາອາກອນ;

4.7 ຕ້ອງມີລະບົບບັນທຶກການຂາຍ ຕາມລະບຽບການກໍານົດໄວ້ໃນ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 1179/ກງ, ລົງວັນທີ 20 ເມສາ 2017 ຫຼື ຕາມການຢັ້ງຢືນ ແລະ ອະນຸມັດຈາກລັດຖະການສ່ວຍສາອາກອນ;

4.8 ການບັນຈຸ, ຫຸ້ມຫໍ່ ສິນຄ້າ, ເຄື່ອງຂອງ ຕ້ອງມີເຄື່ອງໝາຍ ແລະ ເລກໝາຍສະເພາະຕາມມາດຕະຖານສາກົນ, ບໍ່ໃຫ້ໂຮມເອົາຫຼາຍຊະນິດ ສິນຄ້າ ທີ່ແຕກຕ່າງກັນ ເຂົ້າໃນຫີບຫໍ່ດຽວ ແລະ ບໍ່ໃຫ້ມີການດັດແປງພາຊະນະ ບັນຈຸ ສິນຄ້າ;

  ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຮ່ວມກັນປະເມີນ ແລະ ຢັ້ງຢືນເງື່ອນໄຂຂ້າງເທິງນີ້ ເປັນແຕ່ລະປີ.

5. ຫົວໜ່ວຍທຸລະກິດ ທີ່ມີເງື່ອນໄຂ ແລະ ມາດຖານ ຈະໄດ້ຮັບການອຳນວຍຄວາມສະດວກ ດັ່ງນີ້:

5.1 ໄດ້ຮັບການອຳນວຍຄວາມສະດວກ ຈາກລັດຖະການພາສີ ໃນການດຳເນີນການກວດກາຮັບຮອງເອກະສານການແຈ້ງພາສີລ່ວງໜ້າ ຕາມລະບຽບການ;

5.2 ໄດ້ຮັບການອຳນວຍຄວາມສະດວກ ຈາກລັດຖະການພາສີ ໃນການດຳເນີນລະບຽບການທາງພາສີ ເຊັ່ນ: ການ ກວດກາຂໍ້ມູນ, ເອກະສານແຈ້ງພາສີ, ການກວດກາສິນຄ້າ, ເຄື່ອງຂອງ ຕົວຈິງ ຢູ່ດ່ານພາສີສາກົນບ່ອນນໍາເຂົ້າຕາມການບໍລິຫານຄວາມສ່ຽງ (ສີຂຽວ);

5.3 ການກວດກາສິນຄ້າ, ເຄື່ອງຂອງ ລົງສາງຂອງບໍລິສັດນຳເຂົ້າ ແມ່ນໃຫ້ປະຕິບັດຕາມການບໍລິຫານຄວາມສ່ຽງ ຂອງລັດຖະການພາສີ ແລະ ສ່ວຍສາອາກອນ;

5.4 ໄດ້ຮັບການອຳນວຍຄວາມສະດວກ ຈາກລັດຖະການພາສີ ແລະ ສ່ວຍສາອາກອນ ໃນການບໍລິການນອກໂມງ

      ລັດຖະການ ກໍລະນີມີຄວາມຈໍາເປັນຮີບດ່ວນ ດ້ວຍການແຈ້ງຂໍ້ມູນການນຳເຂົ້າລ່ວງໜ້າ;

5.5 ໄດ້ຮັບການອຳນວຍຄວາມສະດວກ ຈາກລັດຖະການພາສີ ແລະ ສ່ວຍສາອາກອນ ດັ່ງນີ້: ຄ່າພາສີ (ຖ້າມີ), ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ທີ່ຕິດພັນກັບຂອດນໍາເຂົ້າ ໃຫ້ມາແຈ້ງ-ມອບໃນເວລາມີການສະໜອງ ສິນຄ້າ, ເຄື່ອງຂອງ ຜ່ານລະບົບ TaxRis ພາຍໃນກຳນົດບໍ່ເກີນ 30 ວັນ ຫຼັງຈາກນຳເຂົ້າ;

5.6 ສາມາດສະເໜີ ແລະ ຖືກຮັບຮອງຈາກລັດຖະການພາສີ ເປັນຜູ້ປະກອບການມາດຕະຖານ ເອອີໂອ (Authorized Economic Operator).

6. ຂັ້ນຕອນການຈັດຕັ້ງປະຕິບັດ

6.1 ການແຈ້ງພາສີນຳເຂົ້າ

ການແຈ້ງພາສີເປັນລາຍລະອຽດ ໃນເວລານໍາເຂົ້າສິນຄ້າ, ເຄື່ອງຂອງ ສາມາດແຈ້ງຜ່ານລະບົບອີເລັກໂຕຣນິກ (ອາຊີກູດາ ແລະ ລະບົບການແຈ້ງພາສີປະຕູດຽວແຫ່ງຊາດ) ຕາມແບບພິມໃບແຈ້ງພາສີເອກະພາບອາຊຽນ ທີ່ກຳນົດໄວ້ ໃນລະບົບ ຫຼື ໃນກໍລະນີຈຳເປັນ ເຊັ່ນ: ລະບົບສັນຍານອິນເຕີເນັດ, ກະແສໄຟຟ້າຂັດຂ້ອງ ແມ່ນສາມາດແຈ້ງແບບທົ່ວໄປທີ່ຂຽນດ້ວຍມື. ເອກະສານການແຈ້ງພາສີເປັນລາຍລະອຽດ ປະກອບມີ:

  • ແບບພິມການແຈ້ງພາສີເປັນລາຍລະອຽດ;
  • ໃບແຈ້ງລາຄາສິນຄ້າ, ເຄື່ອງຂອງ (Invoice);
  • ໃບລາຍການຫຸ້ມຫໍ່;
  • ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃນກໍລະນີຕ້ອງການສິດທິພິເສດທາງດ້ານອັດຕາພາສີ;
  • ໃບອະນຸຍາດ ແລະ/ຫຼື ໃບຢັ້ງຢືນການນຳເຂົ້າ ໃນກໍລະນີເປັນສິນຄ້າປະເພດຄວບຄຸມ.

6.2 ການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ຢູ່ດ່ານພາສີສາກົນບ່ອນນຳເຂົ້າ ໃຫ້ປະຕິບັດຕາມການບໍລິຫານຄວາມ ສ່ຽງລະດັບຕໍ່າ (ສີຂຽວ);

6.3 ບັນທຶກສິນຄ້າເຂົ້າ-ອອກສາງ ຕາມລະບົບບັນຊີສາງຢ່າງລະອຽດ ແລະ ສະໜອງຂໍ້ມູນດັ່ງກ່າວ ໃຫ້ເຈົ້າໜ້າທີ່ ສ່ວຍສາອາກອນ ເພື່ອບໍລິຫານຄວາມສ່ຽງໃນການກວດກາສິນຄ້າເຂົ້າ-ອອກ ສາງ;

6.4 ເຊື່ອມໂຍງລະບົບການຂາຍ (ສະໜອງ) ສິນຄ້າ, ເຄື່ອງຂອງ ກັບ ລະບົບ TaxRIS ຂອງລັດຖະການສ່ວຍສາ ອາກອນ ໂດຍການສ້າງ API (Application Programming Interface) ເພື່ອຮັບ-ສົ່ງຂໍ້ມູນການຂາຍ ແບບເອເລັກໂຕຣນິກ; ໃນກໍລະນີລະບົບບໍ່ສາມາດເຊື່ອມຕໍ່ໄດ້ ລັດຖະການສ່ວຍສາອາກອນ ຈະອະນຸຍາດໃຫ້ ມີການປັບປຸງ ເພື່ອໃຫ້ສາມາດເຊື່ອມຕໍ່ໄດ້ ພາຍໃນກຳນົດເວລາ 03 ເດືອນ. ໃນໄລຍະມີການປັບປຸງ ເຈົ້າໜ້າ ທີ່ສ່ວຍສາອາກອນ ສາມາດເຂົ້າເຖິງຂໍ້ມູນ ແລະ ກວດກາຂໍ້ມູນໃນລະບົບບັນທຶກການຂາຍ ຂອງຫົວໜ່ວຍ ທຸລະກິດ;

6.5 ນໍາໃຊ້ໃບເກັບເງິນ ຕາມລະບຽບການຂອງ ກະຊວງການເງິນ ກຳນົດອອກ. ໃນກໍລະນີ ຫາກຫົວໜ່ວຍທຸລະ ກິດ ມີຄວາມຕ້ອງການຈັດພິມໃບເກັບເງິນ ຫຼື ນໍາໃຊ້ເຄື່ອງບັນທຶກການຂາຍທີ່ມີລະບົບໃບເກັບເງິນຕໍ່ເນື່ອງ ເປັນຂອງຕົນເອງ ຕ້ອງສະເໜີຕໍ່ລັດຖະການສ່ວຍສາອາກອນ ເພື່ອກວດກາ ແລະ ອະນຸຍາດນໍາໃຊ້ ເພື່ອເປັນຂໍ້ ມູນໃນການລົງບັນຊີໃຫ້ພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ກວດກາໄລ່ລຽງ ໃນການຢັ້ງຢືນການເສຍພັນທະ;

6.6 ການຄິດໄລ່ອາກອນມູນຄ່າເພີ່ມ ຕ້ອງປະຕິບັດດັ່ງນີ້:

     - ຕ້ອງບັນທຶກລາຍການເຄື່ອນໄຫວ ສົ້ນອອກ-ສົ້ນເຂົ້າ ຕາມລາຍການທີ່ເກີດຂຶ້ນ ຕາມໃບເກັບເງິນທີ່ລັດຖະບານສ່ວຍສາອາກອນອະນຸຍາດ;

     - ໃນກໍລະນີມີອາກອນມູນຄ່າເພີ່ມ ໃນຂອດນຳເຂົ້າສິນຄ້າ, ເຄື່ອງຂອງ (ອມພ ສົ້ນເຂົ້າ) ຫາກໜ້ອຍກວ່າ ອາກອນມູນຄ່າເພີ່ມຂອດຂາຍ (ອມພ ສົ້ນອອກ) ຜົນລົບຈະອອກມາເປັນຄ່າບວກ ແມ່ນມອບເຂົ້າງົບປະມານແຫ່ງລັດ ຜ່ານລະບົບ TaxRIS ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ;

     -  ໃນກໍລະນີ ມີອາກອນມູນຄ່າເພີ່ມ ໃນຂອດນຳເຂົ້າສິນຄ້າ, ເຄື່ອງຂອງ (ອມພ ສົ້ນເຂົ້າ) ຫາກຫຼາຍກວ່າອາກອນມູນຄ່າເພີ່ມ ຂອດຂາຍ (ອມພ ສົ້ນອອກ) ຜົນລົບຈະອອກມາເປັນຄ່າລົບ ແມ່ນສາມາດຍົກໄປ ຫັກຕໍ່ໃນເດືອນຕໍ່ໄປ ແຕ່ຕ້ອງມີການສະຫຼຸບສິນຄ້າຄ້າງສາງ ເປັນແຕ່ລະເດືອນ; ໃນກໍລະນີຫັກບໍ່ໝົດພາຍ ໃນສາມເດືອນຕິດຕໍ່ກັນ ໃຫ້ຍື່ນຟອມໃບແຈ້ງ ເພື່ອຂໍຄືນອາກອນມູນຄ່າເພີ່ມ;

     -  ໃນກໍລະນີ ອາກອນມູນຄ່າເພີ່ມ ສົ້ນເຂົ້າ ທີ່ຕິດພັນກັບ ສິນຄ້າ, ເຄື່ອງຂອງ ຄ້າງສາງ ຫຼື ຢູ່ໜ້າຮ້ານ ແມ່ນສາມາດຫັກກັບເບື້ອງສົ້ນອອກ ໄດ້ໃນເວລາຂາຍຕົວຈິງແຕ່ລະປະເພດສິນຄ້າ ແຕ່ຕ້ອງມີເອກະສານຢັ້ງຢືນຢ່າງຄົບຖ້ວນ; ໃນກໍລະນີຫາກສິນຄ້າຍັງບໍ່ໄດ້ຂາຍ ແມ່ນບໍ່ອະນຸຍາດໃຫ້ຫັກ;

 6.7 ແຈ້ງ-ມອບອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ຜ່ານລະບົບ TaxRIS ແລະ ຊຳລະຜ່ານລະບົບທະນາ ຄານ ເຊັ່ນ: Easy Tax, I Banking ຫຼື Application ເທິງມືຖື ທີ່ທະນາຄານທຸລະກິດ ພັດທະນາ ແລະສ້າງຂຶ້ນ;

 6.8 ຕ້ອງສະຫຼຸບ ແລະ ຍື່ນບົດລາຍງານການເງິນ ປະຈໍາປີ ຕາມກົດໝາຍ ແລະ ລະບຽບການກຳນົດ;

6.9 ເກັບຮັກສາ, ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນເອກະສານ ການແຈ້ງພາສີ ໃນເວລານໍາເຂົ້າ, ເອກະສານ ປະກອບຄົບຊຸດ ແລະ ຂໍ້ມູນກ່ຽວກັບການມອບພັນທະ ເພື່ອເປັນຂໍ້ມູນໃຫ້ແກ່ລັດຖະການພາສີ ແລະ ສ່ວຍ ສາອາກອນ ໃນການກວດກາຄືນ ຕາມກົດໝາຍ ແລະ ລະບຽບການກຳນົດ.

7. ຂັ້ນຕອນການສະເໜີຂໍເຂົ້າຮ່ວມໂຄງການ

ຫົວໜ່ວຍທຸລະກິດ ທີ່ມີຄວາມສົນໃຈ, ປະກອບມາດຖານ, ເງື່ອນໄຂຄົບຖ້ວນ ສາມາດສະເໜີຫາ ກົມສ່ວຍສາ ອາກອນ ເພື່ອພິຈາລະນາຄົ້ນຄວ້າອະນຸມັດ ຕາມເງື່ອນໄຂ ແລະ ມາດຖານ ທີ່ກຳນົດໃນຂໍ້ 4 ຂອງຄໍາແນະນໍາສະບັບນີ້ ແລະ ເຊັນສັນຍາຮ່ວມກັບກົມສ່ວຍສາອາກອນໃນການຈັດຕັ້ງປະຕິບັດ.

8. ການຍ້ອງຍໍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

8.1 ການຍ້ອງຍໍຕໍ່ຜູ້ມີຜົນງານ

ບັນດາຫົວຫາຍທຸລະກິດນໍາເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ທີ່ປະຕິບັດມາດຖານເງື່ອນໄຂ ແລະ ມາດຖານທີ່ກຳນົດໄວ້ໃນຂໍ້ 4 ຂ້າງເທິງນີ້, ຫາກໄດ້ຮັບການປະເມີນຜົນ 02 ປີຕໍ່ເນື່ອງ ຈະໄດ້ຮັບການຍ້ອງຍໍດັ່ງນີ້:

         - ໃບຢັ້ງຢືນໂລ້ກຽດຕິຄຸນ (ບັດຄຳ), ໄດ້ຮັບບຸລິມະສິດ ແລະ ຈັດອັນດັບຄວາມໜ້າເຊື່ອຖື ຕາມລະບຽບການ;

         - ຍ້ອງຍໍໃນລະດັບຕ່າງໆ ຈາກລັດຖະບານ;

         – ນະໂຍບາຍອື່ນໆ ທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ.

8.2 ມາດຕະການຕໍ່ຜູ້ລະເມີດ

ບັນດາຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ທີ່ມີເງື່ອນໄຂ, ມາດຖານ ຄົບຖ້ວນ ໃນຂໍ້ທີ 4 ແລະ ໄດ້ຮັບນະໂຍບາຍອໍານວຍຄວາມສະດວກ ຕາມທີ່ກຳນົດໄວ້ ໃນຂໍ້ທີ 5 ຂ້າງເທິງນີ້, ຖ້າມີການລະເມີດ ຂໍ້ໃດໜຶ່ງ ຕາມຜົນການກວດກາຕາມຕົວຊີ້ວັດ ຈະຖືກປະຕິບັດ ດັ່ງນີ້:

    1. ຈະຖືກກ່າວເຕືອນ ຫຼື ແນະນໍາໃຫ້ດໍາເນີນການປັບປຸງ, ແກ້ໄຂ;

    2. ຈະຖືກຕັດສິດອອກຈາກ ເງື່ອນໄຂ, ມາດຖານ ໃນຂໍ້ທີ 4 ແລະ ການອໍານວຍຄວາມສະດວກ ໃນຂໍ້ທີ 5 ຂ້າງເທິງ ພ້ອມທັງຈະຖືກດຳເນີນຄະດີ ຕາມກົດໝາຍວ່າດ້ວຍພາສີ, ກົດໝາຍຂົງເຂດສ່ວຍສາອາກອນ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

9. ຜົນສັກສິດ

     ຄໍາແນະນໍາສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ຕຸລາ 2021 ເປັນຕົ້ນໄປ

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ວ່າດ້ວຍການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກ ດ້ານພາສີ-ອາກອນ ຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ສິນຄ້າ ແລະ ເຄື່ອງຂອງ, ເລກທີ 4490/ກງ, ລົງວັນທີ 14 ກັນຍາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.