ໃນວັນທີ 03 ສິງຫາ 2022, ທີ່ ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບການກຳນົດວັນເວລາທີ່ສາມາດຈັດຕັ້ງປະຕິບັດບັນດາມາດຕະການທີ່ນອນໃນໝວດ C ຂອງສັນຍາວ່າດ້ວຍການອຳ ນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA) ເພື່ອແຈ້ງຕໍ່ອົງການການຄ້າໂລກ” ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການກ່ຽວຂ້ອງ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 35 ທ່ານ. ພາຍໃຕ້ທຶນສະໜັບສະໜູນຂອງ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ (LCT).

     ສັນຍາ WTO-TFA ປະກອບມີຫຼາຍມາດຕະການ ທີ່ບັນດາປະເທດສະມາຊິກຕ້ອງໄດ້ປະຕິບັດ ຊຶ່ງໄດ້ແບ່ງອອກເປັນ 03 ໝວດ ຄື:  ໝວດ A ແມ່ນໝວດທີ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ; ໝວດ B ແມ່ນໝວດທີ່ສາມາດຈັດຕັ້ງປະຕິບັດໄດ້ ແຕ່ຕ້ອງການເວລາ ແລະ ໝວດ C ແມ່ນໝວດທີ່ຕ້ອງການເວລາ ແລະ ຄວາມຊ່ວຍເຫຼືອໃນການຈັດຕັ້ງປະຕິບັດ. ສະເພາະ ສປປ ລາວ ແມ່ນຈັດປະເພດມາດຕະການທີ່ຕ້ອງໄດ້ຈັດຕັ້ງປະຕິບັດຈໍານວນທັງໝົດ 36 ມາດຕະການ. ໃນນີ້, ໝວດ A ມີ 13 ມາດຕະການ, ໝວດ B ມີ 06 ມາດຕະການ ແລະ ໝວດ C ມີ 17 ມາດຕະການ ແລະ ໄດ້ແຈ້ງມື້ທີ່ສາມາດຈັດຕັ້ງປະຕິບັດມາດຕະການທີ່ນອນໃນໝວດ A ແລະ B ໃຫ້ອົງການການຄ້າໂລກແລ້ວ ໃນວັນທີ 05 ສິງຫາ 2020, ສ່ວນບັນດາມາດຕະການທີ່ນອນໃນໝວດ C ແມ່ນມີຄາດໝາຍສູ້ຊົນແຈ້ງມື້ທີ່ສາມາດຈັດຕັ້ງປະຕິບັດໄດ້ ໃນທ້າຍເດືອນສິງຫາ 2022 ທີ່ໃກ້ຈະມາເຖິງນີ້.

     ໃນນັ້ນ, ການຈັດຕັ້ງປະຕິບັດແຕ່ລະມາດຕະການໃນໝວດຕ່າງໆ ແມ່ນໄດ້ກຳນົດໄວ້ຄື: ໝວດ A ລວມມີບັນດາມາດຕະການ ທີ່ປະເທດກໍາລັງພັດທະນາ ຫຼື ດ້ອຍພັດທະນາທີ່ເປັນສະມາຊິກ ກໍານົດການຈັດຕັ້ງປະຕິບັດ ເມື່ອສັນຍາສະບັບນີ້ມີຜົນບັງຄັບໃຊ້ ຫຼື ໃນກໍລະນີປະເທດດ້ອຍພັດທະນາທີ່ເປັນສະມາຊິກ ແມ່ນພາຍໃນ 1 ປີ ຫຼັງຈາກສັນຍາມີຜົນບັງຄັບໃຊ້; ໝວດ B ລວມມີບັນດາມາດຕະການ ທີ່ປະເທດກໍາລັງພັດທະນາ ຫຼື ດ້ອຍພັດທະນາທີ່ເປັນສະມາຊິກ ກໍານົດການຈັດຕັ້ງປະຕິບັດໃນວັນທີໃດໜຶ່ງຫຼັງຈາກໄລຍະເວລາຂ້າມຜ່ານ ຕາມການມີຜົນບັງຄັບໃຊ້ຂອງສັນຍາສະບັບນີ້ ແລະ ໝວດ C ລວມມີບັນດາມາດຕະການ ທີ່ປະເທດກໍາລັງພັດທະນາ ຫຼື ດ້ອຍພັດທະນາທີ່ເປັນສະມາຊິກ ກໍານົດການຈັດຕັ້ງປະຕິບັດໃນວັນທີໃດໜຶ່ງຫຼັງຈາກໄລຍະເວລາຂ້າມຜ່ານ ຕາມການມີຜົນບັງຄັບໃຊ້ຂອງສັນຍາສະບັບນີ້ ແລະ ມີຄວາມຮຽກຮ້ອງຕ້ອງການຂອງການສ້າງຂີດຄວາມສາມາດ ໃນການຈັດຕັ້ງປະຕິບັດ ຜ່ານການຊ່ວຍເຫຼືອ ແລະ ສະໜັບສະໜູນທາງດ້ານການສ້າງຄວາມອາດສາມາດ.

     ການປຶກສາຫາລືໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ສາມາດຕົກລົງເອົາມື້ທີ່ສາມາດຈັດຕັ້ງປະຕິບັດບັນດາມາດຕະການທີ່ນອນໃນໝວດ C ໃຫ້ໄດ້ຕາມວັນເວລາທີ່ທາງ WTO ກໍານົດ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ສະຫຼຸບຜົນຂອງປະຊຸມດັ່ງນີ: (1) ໂດຍລວມກອງປະຊຸມເຫັນດີເປັນເອກະພາບຕໍ່ບົດນຳສະເໜີຂອງ ກົມ ຂອ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດສັນ ຍາອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA); (2) ກົມ ຂອ ຈະນຳເອົາຂໍ້ສະເໜີຂອງບັນດາຂະແໜງການກ່ຽວຂ້ອງ ທີ່ຈະສາມາດຈັດຕັ້ງປະຕິບັດບັນດາມາດຕະການໃນໝວດ C ນັ້ນໄປປັບປຸງຕື່ມ; ແລະ (3) ມອບໃຫ້ກອງເລຂາເຮັດເປັນບົດບັນທຶກກອງປະຊຸມ ແລະ ສົ່ງໃຫ້ຂະແໜງການກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການພິຈາລະນາຈັດຕັ້ງປະຕິບັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.