ວັນທີ 04 ມິຖຸນາ 2022 ທີ່ ຫ້ອງປະຊຸມສ່ອງແສງຊັ້ນ 3, ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ), ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດມາດຕະການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ພາຍໃນ ເພື່ອທົດແທນການນໍາເຂົ້າ” ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ທັງໝົດຈຳນວນ 35 ທ່ານ.

     ໃນວາລະເປີດກອງປະຊຸມ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວເຖິງຈຸດປະສົງຫຼັກຂອງກອງປະຊຸມ ໂດຍສະເພາະແມ່ນຮັບຟັງການລາຍງານສະພາບລວມ ຂອງວຽກງານຄຸ້ມຄອງການນຳເຂົ້າ ແລະ ປຶກສາຫາລືຕົກລົງເປັນເອກະພາບກັນຄັ້ງສຸດທ້າຍ ກ່ຽວກັບລາຍການສິນຄ້າ ແລະ ມາດຕະການທີ່ຈະນຳໃຊ້ໃນ ໄລຍະສັ້ນ (1-2 ເດືອນ), ໄລຍະກາງ (2-6 ເດືອນ) ແລະ ໄລຍະຍາວ (6 ເດືອນຂື້ນໄປ). ຫຼັງຈາກນັ້ນ, ກະຊວງ ອຄ ຈະລາຍງານຂໍທິດຊີ້ນໍາຈາກລັດຖະບານ ເພື່ອພິຈາລະນາໃນຂັ້ນຕອນຕໍ່ໄປ.

     ຜ່ານມາ, ກົມ ຂອ ໄດ້ຈັດກອງປະຊຸມປຶກສາຫາລື ກັບ ຂະແໜງການທີ່ກ່ຽວຂ້ອງ ຈໍານວນ 02 ຄັ້ງ ກ່ຽວກັບລາຍການສິນຄ້າ ແລະ ມາດຕະການຄຸ້ມຄອງການນໍາເຂົ້າທີ່ຈະຖືກນໍາໃຊ້ໃນຕໍ່ໜ້າ. ນອກນັ້ນ, ຍັງສໍາເລັດການສ້າງ ປື້ມຄູ່ມືການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ສຳລັບການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຊຶ່ງໄດ້ສັງລວມເອົາບັນດາມາດຕະການນໍາເຂົ້າ ທີ່ຖືກນໍາໃຊ້ຕໍ່ກັບໝວດສິນຄ້າກະສິກໍາ ຈຳນວນ 55 ມາດຕະການ ແລະ ສຳລັບສະບຽງອາຫານ ທີ່ນໍາເຂົ້າມາ ສປປ ລາວ ຈຳນວນ 08 ມາດຕະການ ເຊັ່ນ: (1) ເຂົ້າກິນ, (2) ພືດ-ຜັກ ແລະ ໝາກໄມ້, (3) ຝຸ່ນ (ປຸ໋ຍ), (4) ຢາປາບສັດຕູພືດ, (5) ສັດ ແລະ ຜະລິດຕະພັນສັດ (ໝູ ແລະ ສັດປີກ), (6) ປາ, ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ, (7) ອາຫານສັດ ແລະ ອາຫານ ແລະ (8) ນໍ້າດື່ມ.

     ກອງປະຊຸມໄດ້ດໍາເນີນໄປຕາມຄາດໝາຍດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາຈາກບັນດາຂະແໜງການທີ່ເຂົ້າຮ່ວມ ຊຶ່ງຜົນຂອງກອງປະຊຸມສາມາດສະຫຼຸບໄດ້ດັ່ງນີ້: (1) ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ກັບການລາຍງານ ກ່ຽວກັບມາດຕະການຄຸ້ມຄອງການນໍາເຂົ້າ ແລະ ລາຍການສິນຄ້າ ທີ່ຈະນໍາໃຊ້ໃນໄລຍະສັ້ນ, ກາງ ແລະ ຍາວ ທີ່ ກົມ ຂອ ໄດ້ນໍາສະເໜີ; (2) ລາຍລະອຽດກ່ຽວກັບລາຍການສິນຄ້າ ແລະ ມາດຕະການຕ່າງໆ ແມ່ນມອບໃຫ້ກອງເລຂາຄົ້ນຄວ້າ ແລະ ປັບປຸງຄືນ ຕາມຄວາມເໝາະສົມ; (3) ຫຼັງຈາກກອງປະຊຸມຄັ້ງນີ້, ມອບໃຫ້ກອງເລຂາກະກຽມເຮັດບົດລາຍງານຫາຄະນະນຳກະຊວງ ເພື່ອເປັນຂໍ້ມູນລາຍງານຫາລັດຖະບານ ໃນການພິຈາລະນາຂັ້ນຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.