ໃນລະຫວ່າງ​ວັນ​ທີ 11 ຫາ 12 ສິງຫາ 2022 ທີ່ຫ້ອງປະຊຸມ​ຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ພ້ອມທັງຝຶກອົບຮົມການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້​​ແກ່​ເຈົ້າ​ໜ້າ​ທີ່​ຂອງ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະກຳ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງຫຼວງພະບາງ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າ ກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ແລະ ທ່ານ ສົມສັກ ບຸນມາເພັດ ຮອງຫົວໜ້າ ພະແນກອຸດສາຫະ​ກຳ ແລະ ການ​ຄ້າ​ ແຂວງຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 36 ທ່ານ.

     ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ແມ່​ນ​ເພື່ອ: (1) ​ສືບ​ຕໍ່​ຕິດ​ຕາມ ແລະ ປະ​ເມີນ​ຄື​ນ​ບັນ​ດາ​ໜ້າ​ວຽກ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ອຳ​ນວຍ​ຄວາ​ມສະ​ດວກ​ທາງ​ດ້ານ​ການ​ຄ້າ​ທີ່​ຍັງ​ຄົງ​ຄ້າງ​ຈາກ ກອງ​ປ​ະ​ຊຸມ​ຝຶກ​ອົບ​ຮົມ​ ກ່ຽວ​ກັບ ວຽກ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ​ໃຫ້​ແກ່ຫ້​ອງ​ການ​ປະ​ຈຳ​ກອງ​ເລ​ຂາ​ຄະ​ນະ​ກຳ​ມະ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ​ຂັ້ນ​ແຂວງ​ທົ່ວ​ປະ​ເທດ​ຄັ້ງ​ທີ II ແລະ (2), ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດການນໍາໃຊ້​ລະ​ບົບ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​​ເລັກ​ໂຕ​ຣ​ນິກ (e-CO) ໃຫ້​ແກ່ເຈົ້າໜ້າທີ່ ແລະ ​ຜູ້​ປະ​ກອບ​ການທີ່​ສົ່ງ​ອອ​ກ​ພາຍ​ໃຕ້​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າ.  

     ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານໜຶຶ່ງທີ່ສໍາຄັນ ຊຶ່ງນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ 9 (2021-2025) ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ຈຸດປະສົງ ກໍເພືີ່ອຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ, ການສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ແລະ ທັງເປັນການຈັດຕັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ມີຕໍໍ່ພາກພື້ນ ແລະ ສາກົນ. ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກທີ່ກວ້າງຂວາງ ແລະ ຕິດພັນກັບຫຼາຍຂະແໜງການ ທັງພາກລັດ ແລະ ພາກທຸລະກິດ. ສະນັ້ນ, ການສ້າງຄວາມສອດຄ່ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງ ແມ່ນຕ້ອງໄດ້ອາໄສບຸກຄະລາກອນທີ່ມີຄວາມເຂົ້າໃຈ, ຮັບຮູ້ບັນຫາ ແລະ ສາມາດວິເຄາະບັນຫາ ໄດ້ຢ່າງເລິກເຊິ່ງພໍສົມຄວນ ແລະ ມີກົນໄກການປະສານງານທີ່ໜັກແໜ້ນ ລະຫວ່າງພາກລັດດ້ວຍກັນ ແລະ ລະຫວ່າງພາກລັດ ແລະ ພາກທຸລະກິດ. ຜ່ານມາ ກົມ ຂອ ໄດ້ຮັບການລາຍງານຈາກພາກລັດ ແລະ ທຸລະກິດ ທີ່ກ່ຽວຂ້ອງຂອງ ແຂວງຫຼວງພະບາງ ກ່ຽວກັບ ບັນຫາການນໍາເຂົ້າ - ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ສິນຄ້າປະເພດມັນຕົ້ນ, ເຂົ້າ, ຢາງພາລາ ແລະ ຜະລິດຕະພັນໄມ້ຫຼາຍຄັ້ງ ຜ່ານກອງປະຊຸມຕ່າງໆທີ່ ກົມ ຂອ ຫຼື ຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນ. ມາຮອດປະຈຸບັນ, ບັນຫາຈໍານວນໜຶ່ງໄດ້ຮັບການແກ້ໄຂແລ້ວ, ບາງບັນຫາຍັງມີຄວາມຊັກຊ້າໃນການຄົ້ນຄວ້າແກ້ໄຂເນື່ອງຈາກຕິດພັນກັບນິຕິກໍາຂອງຂະແໜງການທີ່ກ່ຽວຂ້ອງ.

     ລະ​ບົບ​ e-CO ຂອງ ສ​ປ​ປ ລາວ ກໍ່​ແມ່ນ​ໜຶ່ງ​​ໃນ​ວຽກ​ງານ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ເປັນ​ຕົ້ນ​ແມ່ນ ການ​ຕັດ​ຂອດ​ຂັ້ນ​ຕອນ​ໃນ​ການປະ​ກອບ​ເອ​ກະ​ສານ, ປະ​ຢັດ​ເວ​ລາ ແລະ ຕົ້ນ​ທຶນ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ຂອງ ສ​ປ​ປ ລາວ ທີ່​ນຳ​ໃຊ້​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າ. ຊຶ່ງ​ລະ​ບົບ e-CO ດັ່ງ​ກ່າວ ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມຈັດ​ຕັ້ງ​ປະ​ຕິ​ບັດນັບແຕ່ປີ 2016 ເປັນຕົ້ນມາ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມ ຂອ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານລະບົບ e-CO ແມ່ນມີຄວາມສະດວກ ແລະ ມີຜົນປະໂຫຍດສູງຕໍ່ກັບຜູ້ປະກອບການເມື່ອທຽບໃສ່ການອອກແບບເຈ້ຍສໍ ເນື່ອງຈາກສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຢັດເວລາຫຼາຍຂື້ນ, ພ້ອມດຽວກັນກໍ່ຍັງຊ່ວຍຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ອອກຟອມ ແລະ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນອີກດ້ວຍ.

     ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສາມາດອອກໄດ້ 03 ຮູບແບບຄື: ອອກ ແບບປົກກະຕິ (Manual), ອອກທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ (Self-Certification). ໃນນັ້ນບັນດາຫ້ອງການທີ່ສາມາດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຄື: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ.

     ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ ກ່ຽວກັບ ວຽກງານການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450 255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.