ອີງຕາມ ແຈ້ງການ ກ່ຽວກັບການນໍາໃຊ້ເອກະສານ, ຫຼັກຖານສໍາລັບການຊໍາລະຄ່າສິນຄ້າ ແລະ ບໍລິການ ທີ່ນໍາເຂົ້າ-ສົ່ງອອກ ກັບຕ່າງປະເທດ ຜ່ານທະນາຄານ ຢູ່ ສປປ ລາວ ເຂົ້າໃນໃບແຈ້ງພາສີເປັນລາຍລະອຽດ, ສະບັບເລກທີ 2482/ກງ, ລົງວັນທີ 24 ສິງຫາ 2022. ໂດຍມີຂໍ້ກໍານົດອັນສໍາຄັນດັ່ງນີ:

1.       ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ, ຜູ້ນຳເຂົ້າ-ສົ່ງອອກ ຕ້ອງປະກອບເອກະສານ, ຫຼັກຖານການຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ນຳເຂົ້າ-ສົ່ງອອກ ກັບຕ່າງປະເທດ ຜ່ານທະນາຄານດ້ວຍວິທີການຊຳລະຕ່າງໆ ເຊັ່ນ: Letter of Credit-LC ຫຼື ລະບົບ Swift, CIPS ຫຼື ລະບົບການຊຳລະອື່ນ ເຂົ້າໃນການແຈ້ງພາສີ ເປັນລາຍລະອຽດໃນລະບົບ ASYCUDA ໂດຍໃຫ້ບັນທຶກຊື່ທະນາຄານ (Bank`s Name), ວິທີການຊຳລະ, ເລກທີ, ວັນທີ ດໍາເນີນທຸລະກໍາ ອ້າງອີງໃນການຊໍາລະຂອງທະນາຄານໃຫ້ບໍລິການ ໃສ່ຫ້ອງທາງດ້ານການເງິນ ແລະ ທະນາຄານ (Financial Banking Data/Transaction Reference Number) ໃນຫ້ອງທີ 28 ຂອງໃບແຈ້ງພາສີເປັນລາຍລະອຽດ. ກໍລະນີຜູ້ແຈ້ງພາສີ ບໍ່ປ້ອນຂໍ້ມູນໃສ່ຫ້ອງດັ່ງກ່າວ ລະບົບຈະບໍ່ຮັບຮອງການແຈ້ງພາສີໂດຍອັດຕະໂນມັດ;

2.       ຜູ້ແຈ້ງພາສີທົ່ວໄປ ແລະ ບໍລິການແຈ້ງພາສີ, ຜູ້ນຳເຂົ້າ-ສົ່ງອອກ ສິນຄ້າຜ່ານດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ຕ້ອງເປີດ ແລະ ນໍາໃຊ້ບັນຊີເງິນຝາກສະເພາະ ເພື່ອຮອງຮັບການຊຳລະໃນການນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ກັບທະນາຄານທຸລະກິດ ໃນ ສປປ ລາວ ຕາມໃບອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງ, ຫ້າມນໍາໃຊ້ບັນຊີສ່ວນຕົວ, ບັນຊີອື່ນ ຫຼື ບັນຊີອື່ນນອກລະບົບ ຢູ່ຕ່າງປະເທດເຄື່ອນໄຫວ ໂດຍບໍ່ໄດ້ອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ;

3.       ກ່ຽວກັບ ການນຳເຂົ້າ-ສົ່ງອອກສະຖານທູດ, ອົງການຈັດຕັ້ງສາກົນ, ການຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມຂອງລັດຖະບານ, ເຄື່ອງຮັບໃຊ້ວຽກງານ ປກຊ-ປກສ, ການຜ່ານແດນສາກົນ, ການນຳເຂົ້າເພື່ອສົ່ງຕໍ່ ແລະ ການຄຳ້ປະກັນ (IM8) ບໍ່ຈຳເປັນຕ້ອງປ້ອນຂໍ້ມູນດັ່ງກ່າວລົງໃນຫ້ອງທີ 28 ຂອງໃບແຈ້ງພາສີເປັນລາຍລະອຽດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.