ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ 

ລັດຖະບານ

ເລກທີ 297/ລບ

ນະຄອນຫຼວງວຽງຈັນ, ວັນທີ 29.08.2011 

ດໍາລັດ

ວ່າດ້ວຍການຄຸ້ມຄອງໃບເກັບເງິນ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021;
  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019; 
  • ອິງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພິ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
  • ອີງຕາມ ກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019;
  • ອີງຕາມ ກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ 68/ສພຊ, ລົງວັນທີ 19 ມີຖຸນາ 2019; ອີງຕາມ ຫນັງສືສະເຫນີຂອງກະຊວງການເງິນ ສະບັບເລກທີ 1670/ກງ, ລົງວັນທີ 13 ມິຖຸນາ 2022. 

 

ລັດຖະບານອອກດໍາລັດ:

ພາກທີ I

ບັນຍັດທົ່ວໄປ

 

ມາດຕາ 1 ຈຸດປະສົງ 

ດໍາລັດສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ນໍາໃຊ້ ແລະ ຕິດຕາມ ກວດກາໃບເກັບເງິນ ເພື່ອໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ ຮັບປະກັນໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຖຶກຕ້ອງ, ຄົບຖ້ວນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. 

ມາດຕາ 2 ການຄຸ້ມຄອງໃບເກັບເງິນ 

           ໃບເກັບເງິນ ແມ່ນ ເອກະສານການຢັ້ງຢືນການຊື້-ຂາຍ ສິນຄ້າ ແລະ/ຫຼື ການບໍລິການ ທີ່ສະແດງໃຫ້ ເຫັນເນື້ອໃນລາຍການ, ຈໍານວນ, ມູນຄ່າສິນຄ້າ ຫຼື ການບໍລິການ, ຈໍານວນເງິນອາກອນ. 

           ການຄຸ້ມຄອງໃບເກັບເງິນ ແມ່ນ ການຈັດຕັ້ງປະຕິບັດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານໃບເກັບເງິນ ທີ່ເປັນເຄື່ອງມືຂອງລັດ ໃນການລົງບັນຊີ, ການແຈ້ງເສຍ, ການຫັກ ແລະ ການຂໍ ຄືນອາກອນ, ການເຄື່ອນຍ້າຍສິນຄ້າ ໃຫ້ຖືກຕ້ອງ, ໃຫ້ການບໍລິການ ແລະ ອໍານວຍຄວາມສະດວກ, ການເກັບ ລາຍຮັບ, ຕິດຕາມ ແລະ ກວດກາ ການມອບພັນທະສ່ວຍສາອາກອນ ຕາມກົດໝາຍ ແລະ ລະບຽບການ. 

 

ມາດຕາ 3 ການອະທິບາຍຄໍາສັບ 

           ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 

  1. ການຂາຍ ໝາຍເຖິງ ການສະໜອງສິນຄ້າ ແລະ ການບໍລິການ, ການໂອນກາມະສິດ, ການແລກປ່ຽນ, ການແຈກແຖມ ລວມທັງການໃຫ້ລ້າ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ; 
  2. ການສົ່ງເສີມການຂາຍ ໝາຍເຖິງ ກິດຈະກໍາທາງການຕະຫຼາດ ເພື່ອບັນລຸເປົ້າໝາຍຂອງຍອດຂາຍທີ່ ວາງໄວ້ ເຊັ່ນ ການຊິງໂຊກລາງວັນ, ການແຈກແຖມ ແລະ ອື່ນໆ; 
  3. ໃບເກັບເງິນອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ໝາຍເຖິງ ໃບເກັບເງິນ ທີ່ ເປັນເຈ້ຍ ຫຼື ເອເລັກໂຕຣນິກ ທີ່ອອກດ້ວຍເຄື່ອງມືທັນສະໄໝ ເຊັ່ນ ເຄື່ອງບັນທຶກຢູ່ຈຸດຂາຍ, ເຄື່ອງບັນທຶກ ເງິນສົດ ແລະ ເຄື່ອງຈັກອື່ນໆ; 
  4. ໃບເກັບເງິນທີ່ຖືກຕ້ອງ ໝາຍເຖິງ ໃບເກັບເງິນທີ່ກະຊວງການເງິນ ພິມຈໍາໜ່າຍ, ໃບເກັບເງິນທີ່ຫົວ ໜ່ວຍທຸລະກິດ ພິມນໍາໃຊ້, ໃບເກັບເງິນອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ, ໃບເກັບເງິນ ເອເລັກໂຕຣນິກ ແລະ ເອກະສານຢັ້ງຢືນການຊື້-ຂາຍ ຂອງປະຊາຊົນ, ກຸ່ມການຜະລິດ ແລະ ຜູ້ບໍ່ມີພູມລໍາເນົາ ທີ່ບໍ່ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແລະ ຜູ້ມີພູມລໍາເນົາ ທີ່ສ້າງຕັ້ງວິສາຫະກິດຢູ່ເຂດເສດຖະກິດພິເສດ ທີ່ ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ; 
  5. ໃບເກັບເງິນທີ່ບໍ່ຖືກຕ້ອງ ໝາຍເຖິງ ໃບເກັບເງີນທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ; 6. ຄ່າທໍານຽມ ໝາຍເຖິງ ການເກັບຄ່າສິດຄຸ້ມຄອງບໍລິຫານຂອງລັດຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ໂດຍຜ່ານຂະແໜງການຂອງລັດ ດ້ວຍຮູບການອອກ ໃບຢັ້ງຢືນ ແລະ ໃບອະນຸຍາດຕ່າງໆ); 
  6. ຄ່າບໍລິການ ໝາຍເຖິງ ການເກັບຄ່າບໍລິການຮັບໃຊ້ທາງດ້ານບໍລິຫານວິຊາການ ຂອງຂະແໜງການ ລັດ ໃນການເຄື່ອນໄຫວຮັບໃຊ້ສັງຄົມໂດຍບໍ່ຫວັງຜົນກໍາໄລ ແລະ ເພື່ອເປັນການຊ່ວຍຫນູນການໃຊ້ຈ່າຍ ງົບປະມານລັດ; 
  7. ການອອກໃບເກັບເງິນ ໝາຍເຖິງ ການຂຽນ ຫຼື ພິມເນື້ອໃນລາຍການຕ່າງໆໃສ່ໃບເກັບເງິນ ຢ່າງຄົບ ຖ້ວນ ຫຼື ການອອກດ້ວຍລະບົບເອເລັກໂຕຣນິກ ແລ້ວມອບໃຫ້ຜູ້ຊື້ສິນຄ້າ ແລະ/ຫຼື ການບໍລິການ; 
  8. ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ໝາຍເຖິງ ການເຄື່ອນຍ້າຍສິນຄ້າຈາກສະຖານທີ່ຫນຶ່ງໄປຍັງ ສະຖານທີ່ອື່ນ ໃນດິນແດນ ຂອງ ສປປ ລາວ; 
  9. ການຖືຄອງ ໝາຍເຖິງ ການມີໄວ້ເພື່ອນໍາໃຊ້ ຫຼື ຈໍາໜ່າຍໃຫ້ແກ່ຜູ້ອື່ນ. 

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຄຸ້ມຄອງໃບເກັບເງິນ 

ລັດ ເອົາໃຈໃສ່ຄຸ້ມຄອງວຽກງານໃບເກັບເງິນ ດ້ວຍການສ້າງບຸກຄະລາກອນ, ສ້າງໂຄງລ່າງພື້ນຖານ, ສະໜອງງົບປະມານ ແລະ ວັດຖຸປະກອນທີ່ຈໍາເປັນ ພ້ອມທັງສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ ວຽກງານດັ່ງກ່າວ ດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ. 

ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີໃບທະບຽນວິສາຫະກິດ ແລະ ເລກປະຈໍາຕົວຜູ້ ເສຍອາກອນ ໃຫ້ລົງທຶນ ແລະ ນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ແນໃສ່ຊຸກຍູ້, ສົ່ງເສີມ ການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການດໍາເນີນທຸລະກິດໃຫ້ຫຼາຍຂຶ້ນ, ພ້ອມທັງຮັບປະກັນການບັນທຶກຂໍ້ ມູນການເຄື່ອນໄຫວໄດ້ຢ່າງຄົບຖ້ວນ ແລະ ເຊື່ອມຕໍ່ເຂົ້າກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ ໃນ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນຕາມກໍານົດເວລາ. 

           ລັດ ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດເຂົ້າ ເຖິງແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ໃນການພັດທະນາ ແລະ ນໍາໃຊ້ໃບເກັບ ເງິນເອເລັກໂຕຣນິກ ຫຼື ດີຈີຕອນ. 

ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງໃບເກັບເງິນ 

          ການຄຸ້ມຄອງໃບເກັບເງິນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 

  1. ສອດຄ່ອງກັບ ແນວທາງນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ; 
  2. ຄຸ້ມຄອງ, ນໍາໃຊ້ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; 
  3. ຫັນເປັນທັນສະໄໝ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້; 
  4. ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ. 

ມາດຕາ 6 ຂອບເຂດການນໍາໃຊ້ 

            ດໍາລັດສະບັບນີ້ ນໍາໃຊ້ສໍາລັບ ຜູ້ຊື້-ຂາຍສິນຄ້າ ແລະ ການບໍລິການ ແລະ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບໃບເກັບເງິນ ຢູ່ ສປປ ລາວ.

 

ພາກທີ II 

ປະເພດ, ແບບ ແລະ ເນື້ອໃນໃບເກັບເງິນ

 

ມາດຕາ  7 ປະເພດຂອງໃບເກັບເງິນ

ໃບເກັບເງິນ ມີ ສອງ ປະເພດ ຄື ໃບເກັບເງິນເປັນເຈ້ຍ ແລະ ໃບເກັບເງິນເອເລັກໂຕຮນິກ 

  1. ໃບເກັບເງິນເປັນເຈ້ຍ ປະກອບມີ ເປັນຫົວ, ເປັນຊຸດ, ເປັນໃບ: 
  • ໃບເກັບເງິນເປັນຫົວ ແມ່ນ ໃບເກັບເງິນທີ່ພິມອອກເປັນຫົວ ຊຶ່ງຫົວຫນຶ່ງ ມີບໍ່ເກີນ ຫ້າສິບຊຸດ, ຊຸດຫນຶ່ງ ຢ່າງໜ້ອຍມີສອງໃບ, ແຕ່ລະໃບມີສີແຕກຕ່າງກັນ, ເລກທ່ີ ແລະ ເນື້ອໃນອັນດຽວກັນ, ໃສ່ລະຫັດລັບ, ລະບຸເລກທີ ອະນຸຍາດຈັດພິມຢູ່ເບື້ອງລຸ່ມຂອງໃບເກັບເງິນແຕ່ລະໃບ; 
  • ໃບເກັບເງິນເປັນຊຸດ ແມ່ນ ໃບເກັບເງິນທີ່ພິມອອກເປັນເທື່ອລະຊຸດຕໍ່ເນື່ອງກັນຈາກ ເຄື່ອງພິມ ຫຼື ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ຊຶ່ງຊຸດຫນຶ່ງ ຢ່າງໜ້ອຍ ມີ ສອງໃບ, ແຕ່ລະໃບມີສີແຕກຕ່າງ ກັນ, ເລກທີ, ເນື້ອໃນອັນດຽວກັນ ແລະ ຕ້ອງລະບຸເລກທີ່ອະນຸຍາດນໍາໃຊ້ ໃສ່ເບື້ອງລຸ່ມຂອງໃບເກັບເງິນ; 
  • ໃບເກັບເງິນເປັນໃບ ແມ່ນ ໃບເກັບເງິນທີ່ພິມອອກເປັນເທື່ອລະໃບ ຈາກເຄື່ອງພິມ ຫຼື ເຄື່ອງບັນ ທຶກການຂາຍສິນຄ້າ ແລະ ການບໍລິການ ແລະ ຕ້ອງລະບຸເລກທີ ອະນຸຍາດນໍາໃຊ້ໃສ່ເບື້ອງລຸ່ມຂອງໃບເກັບເງີນ. 
  1. ໃບເກັບເງິນເອເລັກໂຕຣນິກ ແມ່ນ ຂໍ້ມູນ ການຊື້-ຂາຍສິນຄ້າ ແລະ ການບໍລິການ ທີ່ຖືກບັນທຶກ ຢູ່ໃນລະບົບເອເລັກໂຕຣນິກ ຊຶ່ງສາມາດສະແດງ ແລະ ພິມອອກໄດ້ ເພື່ອຢັ້ງຢືນ ແລະ ມີການຊໍາລະສະສາງຜ່ານ ລະບົບທະນາຄານ. 

ມາດຕາ 8 ແບບໃບເກັບເງິນ 

ໃບເກັບເງິນມີ ສາມ ແບບ ດັ່ງນີ້: 

  1. ໃບເກັບເງິນອາກອນມູນຄ່າເພີ່ມ ແມ່ນ ໃບເກັບເງິນທີ່ຫົວໜ່ວຍທຸລະກິດ ຢູ່ໃນລະບົບອາກອນນ ຄ່າເພີ່ມນໍາໃຊ້ ຊຶ່ງກະຊວງການເງິນ ພິມຈໍາໜ່າຍ, ຫົວໜ່ວຍທຸລະກິດ ພິມນໍາໃຊ້ ແລະ ໃບເກັບເງິນທີ່ອອກດ້ວຍ ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ທີ່ຂະແໜງສ່ວຍສາອາກອນອະນຸຍາດ; 
  2. ໃບເກັບເງິນຈຸນລະວິສາຫະກິດ ແມ່ນ ໃບເກັບເງິນທີ່ຫົວໜ່ວຍຈຸນລະວິສາຫະກິດນໍາໃຊ້ ຊຶ່ງ ກະຊວງການເງິນ ພິມຈໍາໜ່າຍ, ຫົວໜ່ວຍທຸລະກິດ ພິມນໍາໃຊ້ ແລະ ໃບເກັບເງິນທີ່ອອກດ້ວຍເຄື່ອງບັນທຶກ ການຂາຍສິນຄ້າ ແລະ ການບໍລິການ ທີ່ຂະແໜງສ່ວຍສາອາກອນອະນຸຍາດ; 
  3. ໃບເກັບເງິນຄ່າທໍານຽມ ແລະ ຄ່າບໍລິການ ແມ່ນ ໃບເກັບເງິນທີ່ອົງການຈັດຕັ້ງຂອງລັດ ນໍາໃຊ້ໃນ ການເກັບຄ່າທໍານຽມ ແລະ ຄ່າບໍລິການ ຊຶ່ງຊວງການເງິນ ພິມຈໍາໜ່າຍ ຫຼື ອະນຸຍາດ ໃຫ້ອົງການຈັດຕັ້ງຂອງລັດ ພິມນໍາໃຊ້. 

ສໍາລັບການຊື້-ຂາຍຂອງປະຊາຊົນ ແລະ ຜູ້ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແລະ ຜູ້ມີພູມລໍາເນົາ ທີ່ສ້າງຕັ້ງວິສາຫະກິດຢູ່ເຂດເສດຖະກິດພິເສດ ໃຫ້ນໍາໃຊ້ເອກະສານຢັ້ງຢືນ ຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 22 ຂອງດໍາລັດສະບັບນີ້. 

ສໍາລັບຂະໜາດຂອງໃບເກັບເງິນແຕ່ລະແບບມີຂະໜາດ ເຈ້ຍ A4, ເຄິ່ງເຈ້ຍ A4, ເຈ້ຍ A5, ຂະໜາດ ນ້ອຍ, ຂະໜາດຫຍໍ້ ຫຼື ແບບເປັນກໍ້ ຊຶ່ງຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງລັດ ສາມາດເລືອກນໍາໃຊ້ໄດ້ ຫນຶ່ງຂະໜາດ ຫຼື ທັງຫມົດ ກໍ່ໄດ້. 

 

ມາດຕາ 9  ເນື້ອໃນໃບເກັບເງິນ 

          ເນື້ອໃນຂອງໃບເກັບເງິນ ແຕ່ລະແບບ ມີດັ່ງນີ້: 

  1. ໃບເກັບເງິນອາກອນມູນຄ່າເພີ່ມ: 
  1. ໃບເກັບເງິນອາກອນມູນຄ່າເພີ່ມ ທີ່ກະຊວງການເງິນ ພິມຈໍາໜ່າຍ ແລະ ຫົວໜ່ວຍທຸລະກິດ ພິມນໍາໃຊ້ ໂດຍໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ ຕ້ອງມີເນື້ອໃນ ດັ່ງນີ້:
  • ຂຽນຄໍາວ່າ: “ໃບເກັບເງິນອາກອນມູນຄ່າເພີ່ມ"; 
  • ໃບທີ 1 ສໍາລັບຜູ້ຊື້, ໃບທີ 2 ຮັກສາໄວ້ຫົວຂວັ້ນ, ໃບທີ 3 ເພື່ອລົງບັນຊີ; 
  • ລະຫັດ ແລະ ເລກທີ; 
  • ຊື່, ທີ່ຕັ້ງວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ, ເບີໂທລະສັບຂອງຜູ້ຂາຍສິນຄ້າ ແລະ ການບໍລິການ;  
  • ເລກບັນຊີເງິນຝາກທະນາຄານ; 
  • ຊື່, ທີ່ຕັ້ງວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ, ເບີໂທລະສັບຂອງຜູ້ຊື້ສິນຄ້າ ແລະ ການບໍລິການ; 
  • ລໍາດັບ, ລາຍການ, ຈໍານວນ, ຫົວໜ່ວຍ, ລາຄາ ແລະ ມູນຄ່າຂອງສິນຄ້າ ແລະ ການບໍລິການ; ລວມມູນຄ່າຂອງສິນຄ້າ ແລະ ການບໍລິການ; 
  • ອັດຕາ ເເລະ ຈໍານວນອາກອນມູນຄ່າເພີ່ມ; 
  • ລວມມູນຄ່າທັງຫມົດທີ່ຕ້ອງຈ່າຍ; 
  • ຈໍານວນເງິນເປັນຕົວຫນັງສື; 
  • ວັນທີ, ເດືອນ, ປີ ອອກໃບເກັບເງິນ; 
  • ລາຍເຊັນ ແລະ ປະທັບຕາຂອງຜູ້ຂາຍ ແລະ ຜູ້ຊື້ສິນຄ້າ ແລະ ການບໍລິການ;
  • ລະບຸເລກທີ ແລະ ວັນ, ເດືອນ, ປີ ອະນຸຍາດ ຈັດພິມ ຫຼື ນໍາໃຊ້.  

ນອກຈາກນັ້ນ, ຍັງສາມາດລະບຸວິທີການຊໍາລະ, ຮູບການຂົນສົ່ງ, ເຄື່ອງໝາຍການຄ້າ ແລະ ອື່ນໆ ທີ່ບໍ່ ຂັດກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. 

  1. ໃບເກັບເງິນອາກອນມູນຄ່າເພີ່ມ ທີ່ອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິ ການ ຕ້ອງມີເນື້ອໃນ ດັ່ງນີ້: 
  • ຂຽນຄໍາວ່າ “ໃບເກັບເງິນອາກອນມູນຄ່າເພີ່ມ”; 
  • ລະຫັດ, ເລກທີ, ວັນ ເດືອນ ປີ; 
  • ຊື່, ທີ່ຕັ້ງວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ, ເບີໂທລະສັບຂອງຜູ້ຂາຍສິນຄ້າ ແລະ ການບໍລິການ; 
  • ຊື່, ທີ່ຕັ້ງວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ, ເບີໂທລະສັບຂອງຜູ້ຊື້ສິນຄ້າ ແລະ ການບໍລິການ; 
  • ເລກບັນຊີເງິນຝາກທະນາຄານ; 
  • ລໍາດັບ, ລາຍການ, ຫົວໜ່ວຍ, ຈໍານວນ, ລາຄາ ແລະ ມູນຄ່າ; ລວມມູນຄ່າຂອງສິນຄ້າ ຫຼື ການບໍລິການ; ອັດຕາ ແລະ ຈໍານວນອາກອນມູນຄ່າເພີ່ມ; 
  • ລວມມູນຄ່າທັງຫມົດທີ່ຕ້ອງຈ່າຍ; 
  • ຈໍານວນເງິນເປັນຕົວຫນັງສື; 
  • ລະບຸເລກທີ ແລະ ວັນ ເດືອນ ປີ ອະນຸຍາດນໍາໃຊ້ໃບເກັບເງິນ.
  1. ໃບເກັບເງິນຈຸນລະວິສາຫະກິດ ຕ້ອງມີເນື້ອໃນ ດັ່ງນີ້:
  • ຂຽນຄໍາວ່າ: “ໃບເກັບເງິນຈຸນລະວິສາຫະກິດ; 
  • ໃບທີ 1 ສໍາລັບຜູ້ຊື້, ໃບທີ 2 ຮັກສາໄວ້ຫົວຂວັ້ນ ເພື່ອລົງບັນຊີ;
  • ລະຫັດ ແລະ ເລກທີ
  • ຊື່, ທີ່ຕັ້ງວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ, ເບີໂທລະສັບຂອງຜູ້ຂາຍສິນຄ້າ ແລະ ການບໍລິການ 
  • ຊື່, ທີ່ຕັ້ງວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ, ເບີໂທລະສັບຂອງຜູ້ຊື້ສິນຄ້າ ແລະ ການບໍລິການ 
  • ລໍາດັບ, ລາຍການ, ຫົວໜ່ວຍ, ຈໍານວນ, ລາຄາ ແລະ ມູນຄ່າ; 
  • ລວມມູນຄ່າຂາຍທັງຫມົດ; 
  • ຈໍານວນເປັນຕົວຫນັງສື; 
  • ວັນທີ, ເດືອນ, ປີ ອອກໃບເກັບເງິນ; 
  • ລາຍເຊັນ ແລະ ປະທັບຕາຂອງຜູ້ຂາຍ ແລະ ຜູ້ຊື້ສິນຄ້າ ແລະ ການບໍລິການ; 
  • ລະບຸເລກທີ ແລະ ວັນ, ເດືອນ, ປີ ອະນຸຍາດ ຈັດພິມ ຫຼື ນໍາໃຊ້. 
  1. ໃບເກັບເງິນຄ່າທໍານຽມ ແລະ ຄ່າບໍລິການ ຕ້ອງມີເນື້ອໃນ ດັ່ງນີ້: 
  • ຂຽນຄໍາວ່າ “ໃບເກັບເງິນຄ່າທໍານຽມ” ຫຼື “ໃບເກັບເງິນຄ່າບໍລິການ”; 
  • ໃບທີ 1 ສໍາລັບຜູ້ຈ່າຍ ຄ່າທໍານຽມ ຫຼື ຄ່າບໍລິການ, ໃບທີ 2 ຮັກສາໄວ້ຫົວຂວັ້ນ, ໃບທີ 3 ເພື່ອລົງບັນຊີ;
  • ລະຫັດ, ເລກທີ່; 
  • ຊື່ອົງການຈັດຕັ້ງ, ເບີໂທລະສັບຂອງຜູ້ເກັບຄ່າທໍານຽມ ຫຼື ຄ່າບໍລິການ;  
  • ຊື່ວິສາຫະກິດ, ເລກປະຈໍາຕົວຜູ້ເສຍອາກອນ (ຖ້າມີ), ເບີໂທລະສັບຂອງຜູ້ຈ່າຍຄ່າທໍານຽມ ຫຼື ຄ່າບໍລິການ;                
  • ລໍາດັບ, ລາຍການ, ຫົວໜ່ວຍ, ຈໍານວນ, ລາຄາ, ມູນຄ່າ; 
  • ມູນຄ່າທັງຫມົດຂອງຄ່າທໍານຽມ ຫຼື ຄ່າບໍລິການທີ່ຕ້ອງຈ່າຍ; 
  • ລາຍເຊັນ ແລະ ປະທັບຕາຂອງອົງການຈັດຕັ້ງທີ່ເກັບຄ່າທໍານຽມ ຫຼື ຄ່າບໍລິການ; 
  • ວັນທີ, ເດືອນ, ປີ ອອກໃບເກັບເງິນ; 
  • ລະບຸເລກທີ ແລະ ວັນ, ເດືອນ, ປີ ອະນຸຍາດ ຈັດພິມ ຫຼື ນໍາໃຊ້. 
  1. ໃບເກັບເງິນເອເລັກໂຕຣນິກ ຕ້ອງມີເນື້ອໃນຕົ້ນຕໍ ດັ່ງນີ້: 
  • ເລກທີ່ໃບເກັບເງິນ; 
  • ຊື່ ແລະ ທີ່ຕັ້ງວິສາຫະກິດ; 
  • ເລກປະຈໍາຕົວຜູ້ເສຍອາກອນ ແລະ ເບີໂທລະສັບ ຂອງຜູ້ສະໜອງສິນຄ້າ ຫຼື ການບໍລິການ; ເລກປະຈໍາຕົວຜູ້ເສຍອາກອນ ແລະ ເບີໂທລະສັບ ຂອງຜູ້ຊື້ສິນຄ້າ ຫຼື ການບໍລິການ; 
  • ວັນທີ, ເດືອນ, ປີ ອອກໃບເກັບເງິນ; 
  • ລາຍການສິນຄ້າ ແລະ ການບໍລິການ;
  • ປະເພດ ແລະ ຈໍານວນອາກອນ;
  • ຮູບແບບການຊໍາລະເງິນ. 

ນອກຈາກເນື້ອໃນຕົ້ນຕໍທີ່ໄດ້ກໍານົດໄວ້ໃນຂໍ້ 4 ຂ້າງເທິງນີ້ ຫົວໜ່ວຍທຸລະກິດ ຍັງສາມາດກໍານົດ ເນື້ອໃນໃບເກັບເງິນເອເລັກໂຕຣນິກເພີ່ມເຕີມ ໃຫ້ເປັນເອກະລັກຂອງຫົວໜ່ວຍທຸລະກິດຕົນກໍໄດ້. 

ສໍາລັບໃບເກັບເງິນເອເລັກໂຕຣນິກ ທີ່ໄດ້ຮັບຮອງຈາກຂະແໜງສ່ວຍສາອາກອນ ຕ້ອງໄດ້ເຊື່ອມຕໍ່ກັບ ລະບົບຂໍ້ມູນລາຍຮັບສ່ວຍສາອາກອນ (TaxRIS) ຂອງຂະແໜງສ່ວຍສາອາກອນ. 

ມາດຕາ 10 ການຂຽນ ຫຼື ພິມເນື້ອໃນໃສ່ໃບເກັບເງິນ 

ການຂຽນ ຫຼື ພິມ ເນື້ອໃນໃສ່ໃບເກັບເງິນ ຕ້ອງໃຫ້ຖືກຕ້ອງ ແລະ ຄົບຖ້ວນ ເຊັ່ນ ລາຍການ, ຫົວ ໜ່ວຍ, ລາຄາ, ມູນຄ່າຂອງສິນຄ້າ ຫຼື ບໍລິການ, ອັດຕາອາກອນ, ຈໍານວນອາກອນ ແລະ ມູນຄ່າລວມອາກອນ. 

          ໃນກໍລະນີຂຽນ ຫຼື ພິມ ເນື້ອໃນໃສ່ໃບເກັບເງິນ ຜິດພາດ ຫຼື ເປິະເປື້ອນ ໃຫ້ຈໍ້າກາລົບລ້າງ ແລະ ເກັບ ຮັກສາໄວ້ໃຫ້ຄົບຖ້ວນໃນຊຸດ. 

 

ມາດຕາ 11 ການໃສ່ເລກທີໃບເກັບເງິນ

         ການໃສ່ເລກທີໃບເກັບເງິນ ຕ້ອງລຽງຕາມລໍາດັບແຕ່ນ້ອຍຫາໃຫຍ່ ໃນກໍລະນີອອກໃບເກັບເງິນດ້ວຍ ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ຫຼາຍເຄື່ອງ ແລະ ມີຢູ່ຫຼາຍຈຸດ ບໍ່ອະນຸຍາດໃຫ້ໃສ່ລະຫັດ ແລະ ເລກທີຊໍ້າກັນ ຫຼື ອອກໃບເກັບເງິນຊໍ້າຊ້ອນກັນ. 

ການກໍານົດເລກທີໃບເກັບເງິນຂອງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ທີ່ອອກຈາກລະບົບ ໂປຣແກຣມ ແມ່ນ ບໍ່ອະນຸຍາດໃຫ້ຜູ້ຊົມໃຊ້ກໍານົດ ຫຼື ປ່ຽນແປງເລກທີດັ່ງກ່າວ ຊຶ່ງຈະຖືກກໍານົດ ແລະ ແກ້ໄຂ ໂດຍຂະແໜງສ່ວຍສາອາກອນເທົ່ານັ້ນ. 

 

 ມາດຕາ 12 ພາສາທີ່ນໍາໃຊ້ໃນໃບເກັບເງິນ 

ເນື້ອໃນໃບເກັບເງິນ ຕ້ອງເປັນພາສາລາວ, ແຕ່ຖ້າຈໍາເປັນສະແດງຂໍ້ຄວາມເປັນພາສາຕ່າງປະເທດ ໃຫ້ ຂຽນ ຫຼື ພິມໃນວົງເລັບ ( ) ຢູ່ເບື້ອງຂວາ ຫຼື ຢູ່ຂ້າງລຸ່ມຂອງພາສາລາວ ແລະ ມີຂະໜາດຕົວອັກສອນນ້ອຍກວ່າ ຕົວອັກສອນພາສາລາວ. 

ສໍາລັບຫົວໜ່ວຍທຸລະກິດທີ່ຂາຍສິນຄ້າ ແລະ ການບໍລິການ ໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ, ສົ່ງ ສິນຄ້າອອກຕ່າງປະເທດ, ຂາຍສິນຄ້າ ຫຼື ບໍລິການໂດຍກົງໃຫ້ໂຄງການທີ່ນໍາໃຊ້ເງິນກູ້ຢືມ ຫຼື ຊ່ວຍເຫຼືອລ້າຈາກ ຕ່າງປະເທດ ຫຼື ອົງການຈັດຕັ້ງສາກົນ ສາມາດສະເຫນີຂໍນໍາໃຊ້ໃບເກັບເງິນເປັນພາສາອັງກິດໄດ້. 

 ມາດຕາ 13 ການນໍາໃຊ້ຕົວເລກ 

ຕົວເລກທີ່ຂຽນ ຫຼື ພິມຢູ່ໃນໃບເກັບເງິນ ຕ້ອງເປັນຕົວເລກອາຣັບ ຄື: 0, 1, 2, 3, 4, 5, 6, 7, 8, 9 ແລະ ນໍາໃຊ້ເຄື່ອງໝາຍຈໍ້າ (.) ສໍາລັບທຸກໆ ສາມຕົວເລກ ນັບຈາກເບື້ອງຂວາ ແລະ ນໍາໃຊ້ເຄື່ອງໝາຍຈຸດ (,) ເພື່ອສະແດງຈໍານວນເສດ. 

ມາດຕາ 14 ການນໍາໃຊ້ເງິນຕາ 

ເງິນຕາທີ່ນໍາໃຊ້ຢູ່ໃນໃບເກັບເງິນ ຕ້ອງເປັນສະກຸນເງິນກີບ ເວັ້ນເສຍແຕ່ໄດ້ຮັບອະນຸຍາດ ໃຫ້ເກັບເປັນ ເງິນຕາຕ່າງປະເທດ. 

                                                ພາກທີIII 

                                ການພິມ ແລະ ການນໍາໃຊ້ໃບເກັບເງິນ 

                                               ໝວດທີ 1

                                 ການພິມ ແລະ ເງື່ອນໄຂການພິມໃບເກັບເງິນ 

ມາດຕາ 15 ການພິມໃບເກັບເງິນ 

ທຸກການພິມໃບເກັບເງິນ ຂອງຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂອງລັດ ຕ້ອງໄດ້ຮັບການອະນຸ ຍາດຈາກຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ຊຶ່ງຕ້ອງພິມຕາມແບບ ແລະ ເນື້ອໃນ ທີ່ໄດ້ກໍານົດໄວ້ ໃນມາດຕາ 8 ແລະ 9 ຂອງດໍາລັດສະບັບນີ້. 

ມາດຕາ 16 ເງື່ອນໄຂໃນການພິມໃບເກັບເງິນ 

ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງຂອງລັດ ແລະ ໂຮງພິມ ທີ່ຈະພິມໃບເກັບເງິນ ຕ້ອງມີເງື່ອນໄຂດັ່ງນີ້: 

  1. ຫົວໜ່ວຍທຸລະກິດ: 
  • ມີໃບທະບຽນວິສາຫະກິດ ແລະ ເລກປະຈໍາຕົວຜູ້ເສຍອາກອນ; 
  • ມີໃບຢັ້ງຢືນການມອບອາກອນທີ່ຍັງມີຜົນບັງຄັບໃຊ້; 
  • ປະຕິບັດພັນທະອາກອນປະເພດຕ່າງໆ ຢ່າງເປັນປົກກະຕິ, ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ.
  1. ອົງການຈັດຕັ້ງຂອງລັດ ຕ້ອງມອບຄ່າທໍານຽມ ແລະ ຄ່າບໍລິການ ຢ່າງເປັນປົກກະຕິ, ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ; 
  2. ໂຮງພິມ: 
  • ມີໃບທະບຽນວິສາຫະກິດ ແລະ ເລກປະຈໍາຕົວຜູ້ເສຍອາກອນ; 
  • ເຂົ້າລະບົບອາກອນມູນຄ່າເພີ່ມ; 
  • ມີໃບຢັ້ງຢືນການມອບອາກອນທີ່ຍັງມີຜົນບັງຄັບໃຊ້; 
  • ໄດ້ຮັບອານຸຍາດໃນການຮັບພິມໃບເກັບເງິນຈາກຂະແໜງສ່ວຍສາອາກອນ; 
  • ປະຕິບັດພັນທະອາກອນປະເພດຕ່າງໆຢ່າງເປັນປົກກະຕິ, ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ. 

 

ໝວດທີ 2

                                        ການນໍາໃຊ້ໃບເກັບເງິນ 

 

ມາດຕາ 17 ການນໍາໃຊ້ໃບເກັບເງິນ 

ລັດ ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ແລະ ການຈັດຕັ້ງ ນໍາໃຊ້ໃບເກັບເງິນເອເລັກໂຕຣນິກ ແລະ ໃບ ເກັບເງິນທີ່ພິມອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ເພື່ອສະດວກໃນການຄຸ້ມຄອງ, ຕິດຕາມ ກວດກາ ແລະ ມີຄວາມສະດວກ, ວ່ອງໄວ ໃນການຊື້-ຂາຍສິນຄ້າ ແລະ ການບໍລິການ. 

ທຸກພາກສ່ວນທີ່ຊື້-ຂາຍສິນຄ້າ ແລະ ການບໍລິການ ຕ້ອງນໍາໃຊ້ໃບເກັບເງິນຕາມແບບ ທີ່ກໍານົດໄວ້ໃນດໍາ 

ລັດສະບັບນີ້. 

ກ່ອນການນໍາໃຊ້ໃບເກັບເງິນເປັນຄັ້ງທໍາອິດ ຫົວໜ່ວຍທຸລະກິດ ຫຼື ອົງການຈັດຕັ້ງຂອງລັດນັ້ນ ຕ້ອງແຈ້ງ ທາງສື່ມວນຊົນ ຫຼື ລົງເວັບໄຊຂອງຕົນ ແລະ ຕິດປະກາດຢູ່ສໍານັກງານຫ້ອງການຂອງຕົນ ພ້ອມທັງສະແດງແບບ ຢ່າງໃບເກັບເງິນ ທີ່ຈະຖືກນໍາໃຊ້ໃໝ່ ເພື່ອໃຫ້ສັງຄົມຮັບຊາບ. 

ມາດຕາ 18 ການນໍາໃຊ້ໃບເກັບເງິນຂອງຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂອງລັດ 

ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂອງລັດ ຕ້ອງນໍາໃຊ້ໃບເກັບເງິນ ໃຫ້ຖືກຕ້ອງຕາມແບບ ທີ່ ໄດ້ກໍານົດໃນດໍາລັດສະບັບນີ້, ແຕ່ກ່ອນນໍາໃຊ້ໃບເກັບເງິນ ຕ້ອງໄດ້ຂຶ້ນທະບຽນການນໍາໃຊ້ ນໍາຂະແໜງສ່ວຍສາ ອາກອນ ບ່ອນທີ່ອະນຸຍາດ ຕາມຈໍານວນທີ່ຕ້ອງການນໍາໃຊ້ ໃນແຕ່ລະໄລຍະ. 

 

ມາດຕາ 19 ການນໍາໃຊ້ໃບເກັບເງິນຂອງສາຂາວິສາຫະກິດ ແລະ ກຸ່ມບໍລິສັດ 

ສໍາລັບສາຂາວິສາຫະກິດ ໃຫ້ນໍາໃຊ້ໃບເກັບເງິນນໍາວິສາຫະກິດແມ່, ສ່ວນກຸ່ມບໍລິສັດ ໃຫ້ນໍາໃຊ້ໃບ ເກັບເງິນ ທີ່ຊື້ຈາກຂະແໜງສ່ວຍສາອາກອນ ຫຼື ຕົນພິມນໍາໃຊ້ ຕາມການອະນຸຍາດ. 

ມາດຕາ 20 ການນໍາໃຊ້ໃບເກັບເງິນຂອງຕົວແທນ ຫຼື ນາຍໜ້າ 

ຫົວໜ່ວຍທຸລະກິດເອກະລາດ ທີ່ໄດ້ຮັບການສ້າງຕັ້ງຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງເປັນຕົວແທນໃນ ການຈໍາໜ່າຍສິນຄ້າ ຫຼື ບໍລິການຂອງຫົວໜ່ວຍທຸລະກິດອື່ນ ຕ້ອງນໍາໃຊ້ໃບເກັບເງິນທີ່ກະຊວງການເງິນ ພິມຈໍາ ໜ່າຍ ຫຼື ໃບເກັບເງິນທີ່ຕົນພິມນໍາໃຊ້ ໂດຍການອະນຸຍາດຈາກຂະແໜງສ່ວຍສາອາກອນ. 

ບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນນາຍໜ້າໃນການຈໍາໜ່າຍສິນຄ້າ ຫຼື ການບໍລິການຂອງຫົວໜ່ວຍທຸລະ ກິດໃດຫນຶ່ງ ໃຫ້ນໍາໃຊ້ໃບເກັບເງິນຂອງຫົວໜ່ວຍທຸລະກິດ ທີ່ຕົນເປັນຕົວແທນ ຫຼື ນາຍໜ້າ. 

ມາດຕາ 21 ການເຄື່ອນຍ້າຍສິນຄ້າພາຍໃນປະເທດ 

ການເຄື່ອນຍ້າຍສິນຄ້າ ທີ່ຊື້-ຂາຍຢູ່ພາຍໃນປະເທດ ຕ້ອງນໍາໃຊ້ໃບເກັບເງິນ ແລະ ເອກະສານອື່ນທີ່ ກ່ຽວຂ້ອງ ຄັດຕິດເພື່ອຢັ້ງຢືນຄວາມຖືກຕ້ອງ. 

ການເຄື່ອນຍ້າຍສິນຄ້າ ທີ່ຜະລິດຢູ່ພາຍໃນປະເທດ ໂດຍບໍ່ມີການຊື້-ຂາຍ ຫຼື ນໍາເຂົ້າຈາກຕ່າງປະເທດ ຈາກສະຖານທີ່ຫນຶ່ງໄປຍັງສະຖານທີ່ອື່ນ ເຊັ່ນ ແຂວງຫາແຂວງ, ແຂວງຫາເມືອງ, ວິສາຫະກິດແມ່ຫາສາຂາ ຫຼື ສາຂາຫາວິສາຫະກິດແມ່ ຫຼື ສາຂາຫນຶ່ງຫາສາຂາອື່ນ ຫຼື ບ່ອນຜະລິດຫາສໍານັກງານຂອງບໍລິສັດ ຕ້ອງມີໃບນໍາສົ່ງ ສິນຄ້າ ແລະ ເອກະສານອື່ນທີ່ກ່ຽວຂ້ອງ. 

ມາດຕາ 22 ເອກະສານໃຊ້ແທນໃບເກັບເງິນ 

ການຂາຍຜົນຜະລິດກະສິກໍາ, ເຄື່ອງຫັດຖະກໍາ, ເຄື່ອງປ່າຂອງດົງ, ສັດລ້ຽງ ແລະ ອື່ນໆ ຂອງກຸ່ມການ ຜະລິດ ຫຼື ປະຊາຊົນ ຕ້ອງມີເອກະສານຢັ້ງຢືນການຊື້-ຂາຍຢ່າງຖືກຕ້ອງ ໂດຍມີເນື້ອໃນຄົບຖ້ວນ ເຊັ່ນ ຊື່, ທີ່ຢູ່ ຂອງຜູ້ຂາຍ ແລະ ຜູ້ຊື້, ລາຍການ, ຈໍານວນ, ລາຄາ ແລະ ມູນຄ່າ ໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານ. ການຂາຍຊັບສົມບັດຂອງລັດ ແລະ ຊັບພະຍາກອນທໍາມະຊາດ ໂດຍຂະແໜງການຂອງລັດ ໃຫ້ຖືເອົາ ເອກະສານຢັ້ງຢືນການຊື້-ຂາຍ ທີ່ອອກໂດຍຂະແໜງຄຸ້ມຄອງຊັບສິນຂອງລັດ. 

ການຊື້ສິນຄ້າ ແລະ ການບໍລິການ ຈາກຜູ້ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຕ້ອງ ມີສັນຍາ ຫຼື ເອກະສານຢັ້ງຢືນການຊື້-ຂາຍ ທີ່ມີເນື້ອໃນຄົບຖ້ວນ ເຊັ່ນ ຊື່, ທີ່ຢູ່ ແລະ ເບີໂທລະສັບ ຂອງຜູ້ຊື້ ແລະ ຜູ້ຂາຍ, ມູນຄ່າຂອງສິນຄ້າ ເເລະ ການບໍລິການ, ຈໍານວນອາກອນມູນຄ່າເພີ່ມ ແລະ ອື່ນໆທີ່ຈໍາເປັນ ໂດຍ ລົງລາຍເຊັນຂອງທັງສອງຝ່າຍ ພ້ອມທັງປະທັບຕາ ໃນກໍລະນີເປັນວິສາຫະກິດ ແລະ ຕ້ອງຊໍາລະສະສາງຜ່ານ ລະບົບທະນາຄານ ທີ່ຕັ້ງ ຢູ່ ສປປ ລາວ. 

ມາດຕາ 23 ການອອກໃບເກັບເງິນ 

ທຸກຄັ້ງທີ່ມີການສະໜອງສິນຄ້າ ແລະ ການບໍລິການ, ຜູ້ດໍາເນີນທຸລະກິດ ຕ້ອງອອກໃບເກັບເງິນຕາມ ແບບຢ່າງຖືກຕ້ອງ ໃຫ້ແກ່ຜູ້ຊື້ສິນຄ້າ ແລະ ການບໍລິການ. 

ອົງການຈັດຕັ້ງຂອງລັດ ໃນເວລາມີການເກັບຄ່າທໍານຽມ ແລະ ຄ່າບໍລິການ ຕ້ອງອອກໃບເກັບເງິນຄ່າ ທໍານຽມ ແລະ ຄ່າບໍລິການທຸກຄັ້ງ. 

ມາດຕາ 24 ເວລາອອກໃບເກັບເງິນ 

ການອອກໃບເກັບເງິນ ແມ່ນ ໃຫ້ອອກໃນເວລາທີ່ຜູ້ຂາຍໄດ້ມອບ, ໂອນກໍາມະສິດ ຫຼື ສິດຊົມໃຊ້ ສິນຄ້າ ແລະ ການບໍລິການ ໃຫ້ແກ່ຜູ້ຊື້. ໃນກໍລະນີ ການມອບສິນຄ້າ ເປັນແຕ່ລະລາຍການ, ການໂອນກໍາມະ ສິດ ຫຼື ສິດຊົມໃຊ້ ເປັນຫຼາຍຄັ້ງ ຫຼື ການບໍລິການ ເປັນແຕ່ລະໄລຍະ ຕ້ອງໄດ້ອອກໃບເກັບເງິນ ຕາມຈໍານວນ ສິນຄ້າ ແລະ ມູນຄ່າການບໍລິການ ທີ່ໄດ້ມອບ ຫຼື ໂອນຕົວຈິງ ແຕ່ລະຄັ້ງ ຫຼື ໃນແຕ່ລະໄລຍະ. 

ການອອກໃບເກັບເງິນເອເລັກໂຕຣນິກ ແມ່ນ ໃຫ້ອອກໃນເວລາທີ່ຜູ້ຂາຍສິນຄ້າ ແລະ ການບໍລິການ ໄດ້ອອກໃບເກັບເງິນເອເລັກໂຕຣນິກ ສົ່ງໃຫ້ຜູ້ຊື້ສິນຄ້າ ແລະ ການບໍລິການ ແລະ ຕ້ອງດໍາເນີນທຸລະກໍາ ຢ່າງ ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ. 

ມາດຕາ 25 ການເສຍຫາຍຂອງໃບເກັບເງິນ 

ຫົວໜ່ວຍທຸລະກິດ ຫຼື ອົງການຈັດຕັ້ງຂອງລັດ ຕ້ອງລາຍງານຢ່າງເປັນລາຍລັກອັກສອນໃຫ້ຂະແໜງ ສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ກ່ຽວກັບໃບເກັບເງິນ ທີ່ຍັງບໍ່ທັນນໍາໃຊ້ ຫຼື ນໍາໃຊ້ແລ້ວ ແຕ່ຖືກເສຍຫາຍ ຍ້ອນເຫດສຸດວິໄສ ເຊັ່ນ: ໄຟໄໝ້, ພາຍຸ, ນໍ້າຖ້ວມ ໂດຍມີການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນ ພາຍໃນກໍາ ນົດເວລາ ສາມສິບວັນ ນັບແຕ່ວັນເກີດເຫດ ຫຼື ພົບເຫັນການເສຍຫາຍ ເປັນຕົ້ນໄປ. 

 

ມາດຕາ 26 ການທໍາລາຍໃບເກັບເງິນ 

ໃບເກັບເງິນ ທີ່ຍັງບໍ່ທັນໄດ້ນໍາໃຊ້ ຫຼື ນໍາໃຊ້ບໍ່ຫມົດ ຍ້ອນເຫດຜົນ ເຊັ່ນ ຄວບກິດຈະການ, ຢຸດເຊົາຖາ ວອນ, ການລົ້ມລະລາຍ ຫຼື ມີການປ່ຽນແປງເນື້ອໃນໃບເກັບເງິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງດໍາລັດ ສະບັບນີ້, ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂອງລັດ ຕ້ອງຂໍອະນຸຍາດທໍາລາຍໃບເກັບເງິນ ທີ່ຍັງເຫຼືອໃຫ້ ຫມົດ ແລະ ໃນເວລາທໍາລາຍ ຕ້ອງມີການເຂົ້າຮ່ວມຂອງເຈົ້າໜ້າທີ່ສ່ວຍສາອາກອນ. 

 

ພາກທີ IV

ສິດ ແລະ ພັນທະ ຂອງຫົວໜ່ວຍທຸລະກິດ,

        ອົງການຈັດຕັ້ງຂອງລັດ ແລະ ຜູ້ຊື້ສິນຄ້າ ແລະ ການບໍລິການ

 

 

 

ມາດຕາ 27 ສິດ ແລະ ພັນທະຂອງຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂອງລັດ 

ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂອງລັດ ມີ ສິດ ແລະ ພັນທະ ດັ່ງນີ້: 

  1. ພິມໃບເກັບເງິນ ຕາມແບບ, ຈໍານວນ ແລະ ມີເນື້ອໃນຄົບຖ້ວນ ຕາມການອະນຸຍາດ; 
  2. ມີປື້້ມ ຫຼື ໂປຮແກມ ບັນຊີຕິດຕາທການນຳໃຊ້ໃບເກັບເງິນ ທີ່ຊື້ມາຈາກກະຊວງການເງິນ ຫຼື ໃບເກັບເງິນທີ່ອະນຸຍາດໃຫ້ພິມເພື່ອມານຳໃຊ້ເອງ
  3. ຊື້ໃບເກັບເງິນ, ຂຶ້ນທະບຽນນໍາໃຊ້ໃບເກັບເງິນ ນໍາຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ;            
  4. ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ, ນໍາໃຊ້ໃບເກັບເງິນເອເລັກໂຕຣນິກ ຕາມ ການອະນຸຍາດ ພ້ອມທັງຮັບປະກັນການບັນທຶກຂໍ້ມູນການເຄື່ອນໄຫວຢ່າງຄົບຖ້ວນ ແລະ ຕ້ອງເຊື່ອມຕໍ່ກັບ ລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ; 
  5. ອອກໃບເກັບເງິນທຸກຄັ້ງທີ່ມີການຂາຍສິນຄ້າ ແລະ ການບໍລິການ ຫຼື ມີການເກັບຄ່າທໍານຽມ ແລະ ຄ່າບໍລິການ; 
  6. ນໍາໃຊ້ໃບເກັບເງິນເພື່ອເປັນຫຼັກຖານ ໃນການລົງບັນຊີລາຍຮັບ-ລາຍຈ່າຍ, ການແຈ້ງ, ການມອບອາ ກອນ, ຄ່າທໍານຽມ, ຄ່າບໍລິການ, ການຫັກ ແລະ ການຂໍຄືນ ເງິນອາກອນ ຕາມກົດໝາຍ; 
  7. ຄຸ້ມຄອງ ແລະ ເກັບຮັກສາໃບເກັບເງິນທີ່ບໍ່ໄດ້ນໍາໃຊ້ ແລະ ໄດ້ນໍາໃຊ້ແລ້ວ ເພື່ອນໍາສະເຫນີຕໍ່ເຈົ້າໜ້າ ທີ່ສ່ວຍສາອາກອນໃນເມື່ອມີການກວດກາ ຫຼື ຂໍ້ມູນເອເລັກໂຕຣນິກ ທີ່ນໍາໃຊ້ແລ້ວໄວ້ ໃນເວລາ ສິບປີ ນັບແຕ່ ວັນນໍາໃຊ້ໃບເກັບເງິນ ເປັນຕົ້ນໄປ; 
  8. ໃຫ້ຂະແໜງສ່ວຍສາອາກອນ ເຊື່ອມຕໍ່ລະບົບບັນທຶກການຂາຍສິນຄ້າ ແລະ ການບໍລິການຂອງທຸກ ເຄື່ອງທີ່ນໍາໃຊ້; 
  9. ລາຍງານຢ່າງເປັນລາຍລັກອັກສອນ ກ່ຽວກັບການເສຍຫາຍຂອງໃບເກັບເງິນ; 
  10. ທໍາລາຍໃບເກັບເງິນ ຕາມການອະນຸຍາດ ແລະ ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ສ່ວຍສາອາກອນ;
  11. ໄດ້ຮັບການສະໜອງຂໍ້ມູນຂ່າວສານ, ການຊີ້ແຈງ ແລະ ການແນະນໍາ ກ່ຽວກັບວຽກງານໃບເກັບເງິນ;       12. ໄດ້ຮັບການຮັກສາຄວາມລັບ ກ່ຽວກັບຂໍ້ມູນໃບເກັບເງິນ; 
  12. ສະເຫນີ, ຮ້ອງທຸກ, ຮ້ອງຟ້ອງ ກ່ຽວກັບການກະທໍາຂອງເຈົ້າໜ້າທີ່ສ່ວຍສາອາກອນ ທີ່ບໍ່ຖືກຕ້ອງ, ບໍ່ ສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; 
  13. ສະຫຼຸບ ແລະ ລາຍງານ ການພິມ ແລະ ການນໍາໃຊ້ໃບເກັບເງິນ ໃຫ້ຂະແໜງສ່ວຍສາອາກອນ ບ່ອນ ທີ່ຕົນຂຶ້ນກັບ ເປັນປະຈໍາເດືອນ, ງວດ, ປີ. ສໍາລັບການລາຍງານໃບເກັບເງິນເອເລັກໂຕຣນິກ ໃຫ້ສົ່ງເປັນຟາຍ ຫຼື ອັດໃສ່ຢູເອສບີ (USB); 
  14. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. 

 

ມາດຕາ 28 ສິດ ແລະ ພັນທະຂອງໂຮງພິມ 

                  ໂຮງພິມມີ ສິດ ແລະ ພັນທະ ດັ່ງນີ້: 

  1. ພິມໃບເກັບເງິນ ຕາມແບບ, ຈໍານວນ ແລະ ມີເນື້ອໃນ ຕາມສັນຍາຮັບພິມ; 
  2. ເຮັດສັນຍາຮັບພິມກັບຜູ້ຈ້າງພິມ ຊຶ່ງຕ້ອງໄດ້ຮັບການຢັ້ງຢືນຈາກຂະແໜງສ່ວຍສາອາກອນ ຍົກ ເວັ້ນ ການຈ້າງພິມໂດຍກະຊວງການເງິນເອງ ແລະ ຈົດທະບຽນນໍາພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບການ; .ຂໍອະນຸຍາດພິມໃບເກັບເງິນເພື່ອນໍາໃຊ້ເອງຈາກຂະແໜງສ່ວຍສາອາກອນ; 
  3. ອອກໃບເກັບເງິນທຸກຄັ້ງທີ່ມີການສະໜອງການພິມ; 
  4. ເກັບຮັກສາແມ່ພິມ ພາຍຫຼັງພິມສໍາເລັດ ແລະ ບໍ່ອະນຸຍາດໃຫ້ເອົາແມ່ພິມ ໄປພິມໂດຍບໍ່ໄດ້ຮັບ ອະນຸຍາດຈາກຂະແໜງສ່ວຍສາອາກອນ ຢ່າງເດັດຂາດ; 
  5. ທໍາລາຍແມ່ພິມ ແລະ ສິ່ງພິມ ທີ່ບໍ່ໄດ້ມາດຕະຖານ ໂດຍຊ່ອງໜ້າຜູ້ຈ້າງພິມ, ເຈົ້າໜ້າທີ່ສ່ວຍສາອາ ກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ; 
  6. ຄຸ້ມຄອງ ແລະ ເກັບຮັກສາໃບເກັບເງິນ ຫຼື ຂໍ້ມູນເອເລັກໂຕຣນິກ ທີ່ນໍາໃຊ້ແລ້ວໄວ້ ໃນເວລາ ສິບປີ ຕາມກົດໝາຍ; 
  7. ສະຫຼຸບ ແລະ ລາຍງານ ການຮັບພິມໃບເກັບເງິນ, ການພິມໃບເກັບເງິນ ແລະ ການນໍາໃຊ້ໃບເກັບ ເງິນ ໃຫ້ແກ່ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ເປັນປະຈໍາເດືອນ, ງວດ, ປີ; 
  8. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. 

ມາດຕາ 29 ສິດ ແລະ ພັນທະຂອງຜູ້ຊື້ສິນຄ້າ ແລະ ການບໍລິການ 

                  ຜູ້ຊື້ສິນຄ້າ ແລະ ການບໍລິການ ມີ ສິດ ແລະ ພັນທະ ດັ່ງນີ້: 

                  1. ໄດ້ຮັບໃບເກັບເງິນທຸກຄັ້ງ ທີ່ມີການຊື້ສິນຄ້າ, ການບໍລິການ ຫຼື ຈ່າຍຄ່າທໍານຽມ ຫຼື ຄ່າບໍລິການ;

                  2. ນໍາໃຊ້ໃບເກັບເງິນ ເພື່ອເຄື່ອນຍ້າຍສິນຄ້າ, ຢັ້ງຢືນການເປັນເຈົ້າກໍາມະສິດສິນຄ້າ, ຈົດທະບຽນຊັບສິນ, ຫັກອາກອນ, ຂໍຄືນເງິນອາກອນ ແລະ ຜົນປະໂຫຍດດ້ານອື່ນ; 

                  3. ສະໜອງຂໍ້ມູນ ເຊັ່ນ ຊື່, ທີ່ຢູ່ ແລະ ຂໍ້ມູນອື່ນ ທີ່ຈໍາເປັນຂອງຕົນ ຢ່າງຖືກຕ້ອງ, ຄົບຖ້ວນ ໃຫ້ແກ່ຜູ້ ຂາຍ ເພື່ອອອກໃບເກັບເງິນ; 

                  4. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ. 

ພາກທີ V ຂໍ້ຫ້າມ 

ມາດຕາ 30 ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ 

ຫ້າມພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີ ພຶດຕິກໍາ ດັ່ງນີ້: 

  1. ກົດໜ່ວງຖ່ວງດຶງເອກະສານ ເພື່ອຮຽກຮ້ອງຄ່າຕອບແທນ ໃນການປະຕິບັດວຽກງານ ກ່ຽວກັບໃບເກັບເງິນ; 
  2. ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ກ່ຽວກັບໃບເກັບເງິນ; 
  3. ສົມຮູ້ຮ່ວມຄິດ ກັບຫົວໜ່ວຍທຸລະກິດ ຫຼື ຜູ້ຊື້ສິນຄ້າ ແລະ ການບໍລິການ ໃນການປອມແປງໃບ ເກັບເງິນ ເພື່ອຫຼົບຫຼີກພັນທະສ່ວຍສາອາກອນ;  
  4. ເປີດເຜີຍຂໍ້ມູນຂ່າວສານ ກ່ຽວກັບໃບເກັບເງິນ ໂດຍບໍ່ໄດ້ຮັບອະນຸຍາດ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. 

  ມາດຕາ 31 ຂໍ້ຫ້າມສໍາລັບຫົວໜ່ວຍທຸລະກິດ, ອົງການຈັດຕັ້ງຂອງລັດ ແລະ ໂຮງພິມ 

          ຫ້າມຫົວໜ່ວຍທຸລະກິດ, ອົງການຈັດຕັ້ງຂອງລັດ ແລະ ໂຮງພິມ ມີ ພຶດຕິກໍາ ດັ່ງນີ້:

  1. ພິມໃບເກັບເງິນນໍາໂຮງພິມ ທີ່ບໍ່ໄດ້ຮັບອະນຸຍາດໃນການຮັບພິມໃບເກັບເງິນ;
  2. ພິມໃບເກັບເງິນ ເພື່ອນໍາໃຊ້ ຫຼື ຈໍາໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ;    
  3. ພິມໃບເກັບເງິນຢູ່ຕ່າງປະເທດ ເພື່ອມານໍາໃຊ້ ຢູ່ ສປປ ລາວ; 
  4. ນໍາໃຊ້ແມ່ພິມເພື່ອພິມໃບເກັບເງິນ ໂດຍບໍ່ໄດ້ຮັບໃບອະນຸຍາດ; 
  5. ບໍ່ອອກໃບເກັບເງິນ ຫຼື ອອກໃບເກັບເງິນທີ່ບໍ່ຖືກຕ້ອງ ໃນເວລາຂາຍສິນຄ້າ ແລະ ການບໍລິການ;
  6. ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ, ໃບເກັບເງິນເອເລັກໂຕຣນິກ ໂດຍບໍ່ໄດ້ ຮັບອະນຸຍາດ; 
  7. ຂຽນເນື້ອໃນໃບເກັບເງິນ ໃນຊຸດດຽວກັນໂດຍບໍ່ກົງກັນ; 
  8. 8ປອມແປງຂໍ້ມູນໃນໃບເກັບເງິນ ເພື່ອຫຼົບຫຼີກພັນທະອາກອນ; 
  9. ຖືຄອງໃບເກັບເງິນໂດຍບໍ່ຖືກຕ້ອງ; 
  10. ເອົາໃບອະນຸຍາດໃຫ້ພິມຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ ຫຼື ນໍາໃຊ້ໃບອະນຸຍາດ ພິມຂອງຜູ້ອື່ນ;
  11. ເອົາໃບເກັບເງິນຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ ຫຼື ນໍາໃຊ້ໃບເກັບເງິນຂອງຜູ້ອື່ນໃນການຂາຍສິນຄ້າ ແລະ ການບໍລິການ;
  12. ທໍາລາຍໃບເກັບເງິນເປັນເຈ້ຍ ແລະ ຂໍ້ມູນໃບເກັບເງິນເອເລັກໂຕຣນິກ ກ່ອນໄດ້ຮັບອະນຸຍາດ ຫຼື ກ່ອນກໍານົດເວລາ ຕາມກົດໝາຍ; 
  13. ປະຕິເສດໃຫ້ຂະແໜງສ່ວຍສາອາກອນ ເຊື່ອມຕໍ່ລະບົບໃນເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການທຸກໆເຄື່ອງ ທີ່ນໍາໃຊ້; 
  14. ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ສ່ວຍສາອາກອນ ກ່ຽວກັບໃບເກັບເງິນ;  15. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ. 

                                       

                                        ພາກທີ VI

ການຄຸ້ມຄອງ ແລະ ກວດກາໃບເກັບເງິນ

ມາດຕາ 32 ອົງການຄຸ້ມຄອງ ແລະ ກວດກາໃບເກັບເງິນ 

ກະຊວງການເງິນ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາວຽກງານໃບເກັບເງິນ. 

ອົງການຄຸ້ມຄອງ ແລະ ກວດກາໃບເກັບເງິນ ປະກອບດ້ວຍ: 

  1. ກະຊວງການເງິນ; 
  2. ກົມສ່ວຍສາອາກອນ; 
  3. ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ; 
  4. ສ່ວຍສາອາກອນປະຈໍາເມືອງ, ເທດສະບານ, ນະຄອນ. 

 

ມາດຕາ 33 ສິດ ແລະ ໜ້າທີ່ຂອງກະຊວງການເງິນ 

ໃນການຄຸ້ມຄອງ ແລະ ກວດກາວຽກງານໃບເກັບເງິນ ກະຊວງການເງິນ ມີ ສິດ ແລະ ໜ້າທີ່ ດັ່ງນີ້: 

  1. ຄົ້ນຄວ້າ ສ້າງ ແລະ ປັບປຸງ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານໃບເກັບເງິນ ເພື່ອ ສະເຫນີລັດຖະບານ ພິຈາລະນາ; 
  2. ຜັນຂະຫຍາຍ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ກັບໃບເກັບເງິນ ເປັນແຜນການ, ແຜນ ງານ, ໂຄງການ ແລະ ຈັດຕັ້ງປະຕິບັດ; 
  3. ໂຄສະນາ ເຜີຍແຜ່ ແລະ ແນະນໍາ ກ່ຽວກັບ ນະໂຍບາຍ, ກົດໝາຍ, ດໍາລັດວ່າດ້ວຍການຄຸ້ມຄອງ ໃບເກັບເງິນ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ແກ່ຂະແໜງການເງິນ, ຫົວໜ່ວຍທຸລະກິດ ລວມທັງຈຸນລະວິ ສາຫະກິດ ຫຼື ບັນດາຫ້າງຮ້ານ ແລະ ທຸກພາກສ່ວນ ໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ, ທົ່ວເຖິງ ແລະ ຈັດຕັ້ງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ; 
  4. ສັງລວມ, ຂື້ນແຜນ ຄວາມຕ້ອງການນໍາໃຊ້ໃບເກັບເງິນ ແລະ ແຜນງົບປະມານ ເພື່ອສະເຫນີກະຊວງ ການເງິນ ເພື່ອອະນຸມັດພິມ ໃນຂອບເຂດທົ່ວປະເທດ; 
  5. ພິມ, ກໍານົດລາຄາ ແລະ ແຈກຢາຍໃບເກັບເງິນ ໃຫ້ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ;
  6. ອະນຸຍາດໃຫ້ໂຮງພິມ ຮັບພິມໃບເກັບເງິນ; 
  7. ຈໍາໜ່າຍໃບເກັບເງີນໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງ ຂອງລັດຂັ້ນສູນກາງ; 
  8. ອະນຸຍາດໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງຂອງລັດຂັ້ນ ສູນກາງ ພິມ ແລະ ນໍາໃຊ້ໃບເກັບເງິນ ເປັນເຈ້ຍ ແລະ ເອເລັກໂຕຣນິກ; 
  9. ເຊື່ອມຕໍ່ລະບົບເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການທຸກເຄື່ອງ ທີ່ຫົວໜ່ວຍທຸລະກິດນຳໃຊ້; 
  10. ຕິດຕາມ ແລະ ກວດກາ ການນໍາໃຊ້ໃບເກັບເງິນ ຂອງຜູ້ດໍາເນີນທຸລະກິດ ຢ່າງເປັນປະຈໍາ, ສົມທຽບ ໃບເກັບເງິນ ເພື່ອຢັ້ງຢືນຄວາມຖືກຕ້ອງ, ກວດກາຈໍານວນເງິນອາກອນທີ່ຂໍຫັກ, ຈໍານວນອາກອນທີ່ຕ້ອງມອບ ແລະ ລາຍຈ່າຍຕ່າງໆ; 
    1. 11.ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວກັບໃບເກັບເງິນຂອງສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ສ່ວຍສາອາກອນປະຈໍາເມືອງ, ເທດສະບານ, ນະຄອນ, ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມ ຄອງຂອງຕົນ ແລະ ອົງການຈັດຕັ້ງຂອງລັດຂັ້ນສູນກາງ; 
  11. ສ້າງ ແລະ ຄຸ້ມຄອງລະບົບຖານຂໍ້ມູນ ກ່ຽວກັບໃບເກັບເງິນ ໃນຂອບເຂດທົ່ວປະເທດ ເພື່ອ ຕິດຕາມການພິມ, ການຈໍາໜ່າຍໃບເກັບເງິນ ທີ່ກະຊວງການເງິນເປັນຜູ້ພິມຈໍາໜ່າຍ ແລະ ອະນຸຍາດ ໃຫ້ຜູ້ດໍາ ເນີນທຸລະກິດພິມເອງ; 
  12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານໃບເກັບເງິນ ໃຫ້ລັດຖະບານ ຢ່າງເປັນ ປົກກະຕິ; 
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ຕາມການມອບໝາຍ. 

ມາດຕາ 34 ສິດ ແລະ ໜ້າທີ່ຂອງກົມສ່ວຍສາອາກອນ 

ໃນການຄຸ້ມຄອງ ແລະ ກວດກາໃບເກັບເງິນ ກົມສ່ວຍສາອາກອນ ເປັນເສນາທິການໃຫ້ກະຊວງການ ເງິນ ໃນການນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ຂອງກະຊວງການເງິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 33 ຂອງດໍາ ລັດສະບັບນີ້. 

 

ມາດຕາ 35 ສິດ ແລະ ໜ້າທີ່ ຂອງສ່ວຍສາອາກອນ ປະຈໍາແຂວງ, ນະຄອນຫຼວງ 

ໃນການຄຸ້ມຄອງ ແລະ ກວດກາໃບເກັບເງິນ ສ່ວຍສາອາກອນ ປະຈໍາແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 

  1. ໂຄສະນາ ເຜີຍແຜ່ ແລະ ແນະນໍາ ກ່ຽວກັບ ນະໂຍບາຍ, ກົດໝາຍ, ດໍາລັດວ່າດ້ວຍການຄຸ້ມຄອງ ໃບເກັບເງິນ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ແກ່ຫົວໜ່ວຍທຸລະກິດ ລວມທັງຈຸນລະວິສາຫະກິດ ຫຼື ບັນດາ ຫ້າງຮ້ານ, ມວນຊົນ ແລະ ທຸກພາກສ່ວນ ໃນສັງຄົມ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ຈັດຕັ້ງປະຕິບັດ ເປັນເອກະພາບໃນຂອບເຂດທົ່ວປະເທດ; 
  2. ເກັບກໍາຂໍ້ມູນຄວາມຕ້ອງການນໍາໃຊ້ໃບເກັບເງິນຂອງຫົວໜ່ວຍທຸລະກິດ ທີ່ຂຶ້ນກັບຂະແໜງການ ຂອງຕົນ ແລະ ອົງການຂອງລັດຂັ້ນແຂວງ ເພື່ອສະເຫນີກົມສ່ວຍສາອາກອນ; 
  3. ອະນຸຍາດໃຫ້ໂຮງພິມຮັບພິມໃບເກັບເງິນ; 
  4. ແຈກຢາຍໃບເກັບເງິນ ໃຫ້ສ່ວຍສາອາກອນປະຈໍາເມືອງ, ເທດສະບານ, ນະຄອນ; 
  5. ຈໍາໜ່າຍໃບເກັບເງິນໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ແລະ ອົງການຂອງລັດ ຂັ້ນແຂວງ; 
  6. ອະນຸຍາດໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງຂອງລັດຂັ້ນ ແຂວງ ພິມ ແລະ ນໍາໃຊ້ໃບເກັບເງິນ ເປັນເຈ້ຍ ແລະ ເອເລັກໂຕຣນິກ; 
  7. ອະນຸຍາດການນໍາໃຊ້ໃບເກັບເງິນເອເລັກໂຕຣນິກ ໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຕົນ ແລະ ຂະແໜງການລັດຂັ້ນແຂວງ; 
  8. ເຊື່ອມຕໍ່ລະບົບເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການທຸກເຄື່ອງ ທີ່ຫົວໜ່ວຍທຸລະ ກິດນໍາໃຊ້ ຕາມການມອບໝາຍ; 
  9. ຕິດຕາມ ແລະ ກວດກາ ການນໍາໃຊ້ໃບເກັບເງິນ ຂອງຜູ້ດໍາເນີນທຸລະກິດ ຢ່າງເປັນປະຈໍາ, ສົມທຽບ ໃບເກັບເງິນ ເພື່ອຢັ້ງຢືນຄວາມຊັດເຈນ, ກວດກາຈໍານວນເງິນອາກອນທີ່ຂໍຫັກ, ຈໍານວນອາກອນທີ່ຕ້ອງມອບ ແລະ ລາຍຈ່າຍຕ່າງໆ; 
  10. ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວກັບໃບເກັບເງິນຂອງສ່ວຍສາອາກອນປະຈໍາເມືອງ, ເທດສະບານ, ນະຄອນ, ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງຂອງລັດຂັ້ນແຂວງ; 
  11. ຄຸ້ມຄອງຖານຂໍ້ມູນໃບເກັບເງິນ ໃນທົ່ວແຂວງ, ນະຄອນຫຼວງ ພ້ອມທັງຕິດຕາມການພິມ, ການຈໍາ ໜ່າຍໃບເກັບເງິນ ທີ່ກະຊວງການເງິນເປັນຜູ້ພິມຈໍາໜ່າຍ ແລະ ອະນຸຍາດ ໃຫ້ຜູ້ດໍາເນີນທຸລະກິດພິມເອງ; 
  12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານໃບເກັບເງິນ ໃຫ້ອົງການປົກຄອງຂັ້ນແຂວງ ແລະ ກົມສ່ວຍສາອາກອນ ຢ່າງເປັນປົກກະຕິ; 
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ຕາມການມອບໝາຍ. 

ມາດຕາ 36 ສິດ ແລະ ໜ້າທີ່ຂອງສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ 

ໃນການຄຸ້ມຄອງ ແລະ ກວດກາໃບເກັບເງິນ ສ່ວຍສາອາກອນ ປະຈໍາເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 

  1. ໂຄສະນາ ເຜີຍແຜ່ ແລະ ແນະນໍາ ກ່ຽວກັບ ນະໂຍບາຍ, ກົດໝາຍ, ດໍາລັດວ່າດ້ວຍການຄຸ້ມຄອງ ໃບເກັບເງິນ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ແກ່ຫົວໜ່ວຍທຸລະກິດ ລວມທັງຈຸນລະວິສາຫະກິດ ຫຼື ບັນດາ ຫ້າງຮ້ານ, ມວນຊົນ ແລະ ທຸກພາກສ່ວນ ໃນສັງຄົມ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ເເລະ ຈັດຕັ້ງປະຕິບັດ ເປັນເອກະພາບໃນຂອບເຂດທົ່ວປະເທດ; 
  2. ເກັບກໍາຂໍ້ມູນຄວາມຕ້ອງການນໍາໃຊ້ໃບເກັບເງິນຂອງຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຕົນ ແລະ ອົງການຈັດຕັ້ງຂອງລັດຂັ້ນເມືອງ ເພື່ອລາຍງານສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ; 
  3. ຈໍາໜ່າຍໃບເກັບເງິນໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບຂັ້ນຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງ ຂອງລັດຂັ້ນເມືອງ; 
  4. ອະນຸຍາດໃຫ້ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງຂອງລັດ ຂັ້ນເມືອງ ພິມ ແລະ ນໍາໃຊ້ໃບເກັບເງິນ ເປັນເຈ້ຍ ແລະ ເອເລັກໂຕຣນິກ; 
  5. ເຊື່ອມຕໍ່ລະບົບເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການທຸກເຄື່ອງ ທີ່ຫົວໜ່ວຍທຸລະ ກິດນໍາໃຊ້ ຕາມການມອບໝາຍ; 
  6. ກວດກາການຈັດຕັ້ງປະຕິບັດວຽກງານ ກ່ຽວກັບໃບເກັບເງິນຂອງຫົວໜ່ວຍທຸລະກິດ ທີ່ຂຶ້ນກັບ ການຄຸ້ມຄອງຂອງຕົນ ແລະ ອົງການຈັດຕັ້ງຂອງລັດຂັ້ນເມືອງ; 
  7. ຕິດຕາມ ແລະ ກວດກາ ການນໍາໃຊ້ໃບເກັບເງິນ ຂອງຜູ້ດໍາເນີນທຸລະກິດ ຢ່າງເປັນປະຈໍາ, ສົມທຽບ ໃບເກັບເງິນ ເພື່ອຢັ້ງຢືນຄວາມຊັດເຈນ, ກວດກາຈໍານວນເງິນອາກອນທີ່ຂໍຫັກ, ຈໍານວນອາກອນທີ່ຕ້ອງມອບ ແລະ ລາຍຈ່າຍຕ່າງໆ; 
  8. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານໃບເກັບເງິນ ໃຫ້ອົງການປົກຄອງຂັ້ນເມືອງ ແລະ ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ; 
  9. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ຕາມການມອບໝາຍ. 

ມາດຕາ 37 ສິດ ແລະ ໜ້າທີ່ຂອງຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ 

ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ ຊຸກຍູ້, ຕິດ ຕາມ ກວດກາ, ໃຫ້ການຮ່ວມມື ແລະ ປະສານສົມທົບກັບອົງການຄຸ້ມຄອງ ແລະ ກວດກາໃບເກັບເງິນ ໃນການ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ. 

ມາດຕາ 38 ເນື້ອໃນການກວດກາ 

          ເນື້ອໃນການກວດກາໃບເກັບເງິນ ມີດັ່ງນີ້: 

  1. ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບໃບເກັບເງິນ; 
  2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ ແລະ ກວດກາ ກ່ຽວກັບວຽກງານໃບເກັບເງິນ; 
  3. ການພິມ, ການແຈກຢາຍ, ການຈໍາໜ່າຍ ແລະ ການນໍາໃຊ້ ໃບເກັບເງິນ; 
  4. ການນໍາໃຊ້ສິດ, ການປະຕິບັດໜ້າທີ່ຂອງ ພະນັກງານ, ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ການນໍາ ໃຊ້ມາດຕະການຕໍ່ຜູ້ລະເມີດ. 

ມາດຕາ 39 ຮູບການກວດກາ 

ການກວດກາໃບເກັບເງິນ ມີ ສາມ ຮູບການ ດັ່ງນີ້: 

  1. ການກວດກາຕາມລະບົບປົກກະຕິ ຊຶ່ງແມ່ນການກວດກາ ຕາມແຜນການຢ່າງເປັນປະຈໍາ ແລະ ມີ ການກໍານົດເວລາອັນແນ່ນອນ; 
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການ ເມື່ອເຫັນວ່າມີ ຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ; 
  3. ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາໂດຍຮິບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ. 

ການກວດກາໃບເກັບເງິນ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. 

ພາກທີ VII 

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ 

ມາດຕາ 40 ນະໂຍບາຍຕໍ່ຜູ້ມີຜົນງານ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ເປັນຕົ້ນ ລົງທຶນໃນການພັດທະນາລະບົບການອອກ ແລະ ນໍາໃຊ້ໃບເກັບເງິນທີ່ທັນສະໄໝ ຈະໄດ້ຮັບການ ຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ. 

ມາດຕາ 41 ມາດຕະການຕໍ່ຜູ້ລະເມີດ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບ ໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ. 

ມາດຕາ 42 ມາດຕະການສຶກສາອົບຮົມ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ທີ່ມີລັກສະນະເບົາບາງ, ບໍ່ມີຜົນເສຍ ຫາຍຫຼາຍ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ, 

 ມາດຕາ 43 ມາດຕະການທາງວິໄນ 

ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ທີ່ລະເມີດດໍາລັດສະບັບນີ້ ຊຶ່ງບໍ່ເປັນການກະທໍາຜິດທາງ ອາຍາ ຈະຖືກລົງວິໄນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. 

 ມາດຕາ 44 ມາດຕະການປັບໃໝ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງບໍ່ແມ່ນການກະທໍາຜິດທາງອາຍາ ຈະຖືກປັບໃໝ ຕາມແຕ່ລະກໍລະນີ ດັ່ງນີ້: 

  1. ພິມໃບເກັບເງິນ ໃຫ້ແກ່ຫົວໜ່ວຍທຸລະກິດ ຫຼື ອົງການຈັດຕັ້ງຂອງລັດ ທີ່ບໍ່ໄດ້ຮັບອະນຸຍາດ:    ຄັ້ງທີ 1 ຈະຖືກປັບໃໝ (ຮ້ອຍສ່ວນຮ້ອຍ) 100% ຂອງມູນຄ່າຮັບພິມໃບເກັບເງິນ; ຄັ້ງທີ 2 ຈະຖືກປັບໃໝ (ສອງຮ້ອຍສ່ວນຮ້ອຍ) 200% ຂອງມູນຄ່າຮັບພິມໃບເກັບເງິນ; ຄັ້ງທີ 3 ຈະຖືກປັບໃໝ (ສາມຮ້ອຍສ່ວນຮ້ອຍ) 300% ຂອງມູນຄ່າຮັບພິມໃບເກັບເງິນ; 
  2. ພິມໃບເກັບເງິນເພື່ອນໍາໃຊ້ເອງ ໂດຍບໍ່ໄດ້ຮັບອະນຸຍາດ: 
  • ຄັ້ງທີ 1 ຈະຖືກປັບໃໝ (ຫ້າແສນ ກີບ/ຫົວ) 500,000 ກີບ/ຫົວ ສໍາລັບໃບເກັບເງິນທີ່ບໍ່ທັນ ໄດ້ນໍາໃຊ້ ພ້ອມທັງທໍາລາຍໃບເກັບເງິນດັ່ງກ່າວ, (ຫນຶ່ງແສນຫ້າສິບພັນ ກີບ/ຊຸດ) 150,000 ກີບ/ຊຸດ ຫຼື (ເຈັດ ລ້ານຫ້າແສນ ກີບ/ຫົວ) 7,500,000 ກີບ/ຫົວ ສໍາລັບໃບເກັບເງິນທີ່ນໍາໃຊ້ແລ້ວ ພ້ອມທັງຄິດໄລ່ອາກອນຄືນໃຫ້ ຄົບຖ້ວນ; 
  • ຄັ້ງທີ 2 ຈະຖືກປັບໃໝ (ຫນຶ່ງລ້ານ ກີບ/ຫົວ) 1,000,000 ກີບ/ຫົວ ສໍາລັບໃບເກັບເງິນທີ່ບໍ່ທັນ ໄດ້ນໍາໃຊ້ ພ້ອມທັງທໍາລາຍໃບເກັບເງິນດັ່ງກ່າວ, (ສອງແສນ ກີບ/ຊຸດ) 200,000 ກີບ/ຊຸດ ຫຼື (ສິບລ້ານ ກີບ/ ຫົວ) 10,000,000 ກີບ/ຫົວ ສໍາລັບໃບເກັບເງິນທີ່ນໍາໃຊ້ແລ້ວ ພ້ອມທັງຄິດໄລ່ອາກອນຄືນໃຫ້ຄົບຖ້ວນ; 
  1. ຮັບພິມໃບເກັບເງິນ ໂດຍບໍ່ໄດ້ຮັບອະນຸຍາດ ໃຫ້ຮັບພິມໃບເກັບເງິນ ຈະຖືກປັບໃໝ (ຊາວລ້ານ ກີບ/ຄັ້ງ) 20,000,000 ກີບ/ຄັ້ງ; 
  2. ພິມໃບເກັບເງິນຢູ່ຕ່າງປະເທດ ຈະຖືກປັບໃໝ່ (ຫ້າແສນ ກີບ/ຫົວ) 500,000 ກີບ/ຫົວ ສໍາລັບໃບ ເກັບເງິນທີ່ບໍ່ທັນໄດ້ນໍາໃຊ້ ພ້ອມທັງທໍາລາຍໃບເກັບເງິນດັ່ງກ່າວ, (ສອງແສນ ກີບ/ຊຸດ) 200,000 ກີບ/ຊຸດ ຫຼື (ສິບລ້ານ ກີບ/ຫົວ) 10,000,000 ກີບ/ຫົວ ສໍາລັບໃບເກັບເງິນທີ່ນໍາໃຊ້ແລ້ວ ພ້ອມທັງຄິດໄລ່ອາກອນຄືນໃຫ້ ຄົບຖ້ວນ; 
  3. ເອົາໃບອະນຸຍາດພິມຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ ຫຼື ນໍາໃຊ້ໃບອະນຸຍາດພິມຂອງຜູ້ອື່ນ ຈະຖືກປັບ ໃໝ່ (ສິບຫ້າລ້ານ ກີບ/ຄັ້ງ) 15,000,000 ກີບ/ຄັ້ງ; 
  4. ພິມໃບເກັບເງິນ ເພື່ອຂາຍທົ່ວໄປ ຈະຖືກປັບໃໝ (ສອງລ້ານ ກີບ/ຫົວ) 2,000,000 ກີບ/ຫົວ;
  5. ເອົາໃບເກັບເງິນຂອງຕົນໃຫ້ບຸກຄົນອື່ນນໍາໃຊ້ ຫຼື ນໍາໃຊ້ໃບເກັບເງິນຂອງບຸກຄົນອື່ນ ຈະຖືກປັບ ໃໝ (ຫນຶ່ງລ້ານ ກີບ/ຊຸດ) 1,000,000 ກີບ/ຊຸດ ຫຼື (ຫ້າສິບລ້ານ ກີບ/ຫົວ) 50,000,000 ກີບ/ຫົວ; 
  6. ອອກໃບເກັບເງິນບໍ່ລຽງເລກທີຕາມລໍາດັບ ຈະຖືກປັບໃໝ (ຫນຶ່ງແສນ ກີບ/ຊຸດ) 100,000 ກີບ/ ຊຸດ ໃນກໍລະນີໃບເກັບເງິນເປັນຊຸດ ຫຼື (ຫນຶ່ງແສນ ກີບ/ໃບ) 100,000 ກີບ/ໃບ ໃນກໍລະນີໃບເກັບເງິນເປັນໃບ;
  7. ຂຽນ ຫຼື ພິມເນື້ອໃນໃບເກັບເງິນ ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 8 ຂອງດໍາລັດສະບັບນີ້ ຈະຖືກປັບໃໝ (ຫ້າແສນ ກີບ/ຊຸດ) 500,000 ກີບ/ຊຸດ ໃນກໍລະນີໃບເກັບເງິນເປັນຊຸດ ຫຼື (ຫ້າແສນ ກີບ/ໃບ) 500,000 ກີບ/ໃບ ໃນກໍລະນີ ໃບເກັບເງິນເປັນໃບ; 
  8. ຂຽນເນື້ອໃນໃບເກັບເງິນ ໃນຊຸດດຽວກັນໂດຍບໍ່ກົງກັນ ຈະຖືກປັບໃໝ (ຫ້າລ້ານ ກີບ/ຊຸດ 5,000,000 ກີບ/ຊຸດ ແລະ ຈະນໍາເອົາຂໍ້ມູນໃນໃບເກັບເງິນທີ່ມີມູນຄ່າສູງສຸດ ມາຄິດໄລ່ພັນທະອາກອນຄືນ ໃຫ້ ຄົບຖ້ວນ; 
  9. ນໍາໃຊ້ໃບເກັບເງິນຄັ້ງທໍາອິດ ໂດຍບໍ່ແຈ້ງ ອອກສື່ມວນຊົນ, ລົງເວັບໄຊ ຫຼື ອື່ນໆ ຈະຖືກປັບໃໝ (ຫນຶ່ງລ້ານກີບ) 1,000,000 ກີບ; 
  10. ຂາຍສິນຄ້າ ແລະ ການບໍລິການໂດຍບໍ່ອອກໃບເກັບເງິນ ຈະຖືກປັບໃໝ (ສິບຫ້າລ້ານ ກີບ/ຄັ້ງ) 15,000,000 ກີບ/ຄັ້ງ ແລະ ຈະໄດ້ຄິດໄລ່ອາກອນຄືນໃຫ້ຄົບຖ້ວນ ຕາມມູນຄ່າຂອງສິນຄ້າ ແລະ ການບໍລິການ ທີ່ໄດ້ຂາຍຕົວຈິງ; 
  11. ອອກໃບເກັບເງິນ ທີ່ບໍ່ມີການຊື້-ຂາຍສິນຄ້າ ແລະ ການບໍລິການຕົວຈິງ ຈະຖືກປັບໃໝ (ຮ້ອຍສ່ວນ ຮ້ອຍ) 100% ຂອງມູນຄ່າທີ່ຂຽນ ຫຼື ພິມໃສ່ໃບເກັບເງິນ; 
  12. ອອກໃບເກັບເງິນດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ຫຼື ນໍາໃຊ້ໃບເກັບເງິນເອ ເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ (ສິບຫ້າລ້ານ ກີບ/ຄັ້ງ) 15,000,000 ກີບ/ຄັ້ງ ທີ່ກວດກາ ພົບເຫັນ ແລະ ຈະນໍາເອົາຂໍ້ມູນການຂາຍສິນຄ້າ ແລະ ການບໍລິການ ຍ້ອນຫຼັງຄືນທຸກເດືອນໃນປີປະຕິທິນ ເພື່ອ ຄິດໄລ່ອາກອນຄືນໃຫ້ຄົບຖ້ວນ; 
  13. ເຮັດໃບເກັບເງິນ ຕົກເຮ່ຍສາຍຫາຍ ຫມົດຊຸດ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ຈະຖືກປັບ ໃໝ່ (ຊາວຫ້າລ້ານ ກີບ/ຊຸດ) 25,000,000 ກີບ/ຊຸດ, ຫມົດຫົວ ຈະຖືກປັບໃໝ (ຫນຶ່ງຮ້ອຍລ້ານ ກີບ/ຫົວ) 100,000,000 ກີບ/ຫົວ ຍົກເວັ້ນກໍລະນີ ທີ່ໄດ້ລະບຸໄວ້ໃນມາດຕາ 27 ຂອງດໍາລັດສະບັບນີ້; 
  14. ທໍາລາຍໃບເກັບເງິນ ຫຼື ຂໍ້ມູນໃບເກັບເງິນ ເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ກ່ອນກໍານົດ ເວລາຕາມກົດໝາຍ ຈະຖືກປັບໃໝ (ສິບລ້ານ ກີບ/ຄັ້ງ) 10,000,000 ກີບ/ຄັ້ງ; 
  15. ຖືຄອງໃບເກັບເງິນບໍ່ຖືກຕ້ອງ ຈະຖືກປັບໃໝ (ສອງລ້ານ ກີບ/ຫົວ) 2,000,000 ກີບ/ຫົວ;  
  16. ບໍ່ລາຍງານການຈັດພິມ ແລະ ການນໍາໃຊ້ໃບເກັບເງິນ ໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນ ກັບ ຈະຖືກປັບໃໝ (ຫນຶ່ງແສນ ກີບ/ເດືອນ) 100,000 ກີບ/ເດືອນ ຫຼື (ຫນຶ່ງລ້ານສອງແສນ ກີບ/ປີ) 1,200,000 ກີບ/ປີ. 

ມາດຕາ 45 ມາດຕະການທາງອາຍາ 

ບຸກຄົນໃດ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ແລະ ກົດໝາຍອື່ນ ທີ່ໄດ້ກໍານົດການກະທໍາ ຜິດທາງອາຍາ ແລະ ໂທດ. 

ມາດຕາ 46 ການໂຈະ ຫຼື ຖອນໃບ 

ນອກຈາກຜູ້ລະເມີດ ຫຼື ຜູ້ກະທໍາຜິດ ໄດ້ຖືກສຶກສາອົບຮົມ ແລະ ປັບໃໝແລ້ວ ເຈົ້າໜ້າທີ່ສ່ວຍສາອາ ກອນ ມີສິດສະເຫນີພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາ ໂຈະ ຫຼື ຖອນ ໃບທະບຽນວິສາຫະກິດ ຫຼື ໃບອະນຸ ຍາດດໍາເນີນທຸລະກິດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. 

 

ພາກທີ VIII

ບົດບັນຍັດສຸດທ້າຍ 

 

 ມາດຕາ 47 ການຈັດຕັ້ງປະຕິບັດ 

ມອບໃຫ້ກະຊວງການເງິນເປັນເຈົ້າການໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ມີປະສິດທິຜົນ. ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນເປັນຢ່າງດີ. 

ມາດຕາ 48 ຜົນສັກສິດ 

ດໍາລັດສະບັບນີ້ ມີຜົນສັກສິດ ພາຍຫຼັງນາຍົກລັດຖະມົນຕີລົງລາຍເຊັນປະກາດໃຊ້ ແລະ ໄດ້ລົງຈົດ ໝາຍເຫດທາງລັດຖະການ ສິບຫ້າວັນ. 

ດໍາລັດສະບັບນີ້ ປ່ຽນແທນ ດໍາລັດວ່າດ້ວຍໃບເກັບເງິນ ສະບັບເລກທີ 12/ນຍ, ລົງວັນທີ 23 ມັງກອນ 2006.

 

ຕາງໜ້າລັດຖະບານ ແຫ່ງ ສປ ລາວ

ນາຍຍົກລັດຖະມົນຕີ

ຄໍາພັນ ວິພາວັນ

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍການຄຸ້ມຄອງໃບເກັບເງິນ, ເລກທີ 297/ລບ, ລົງວັນທີ 29 ສິງຫາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.