ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 08 ປີ 2022 ບັນລຸໄດ້ປະມານ 1,020  ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ.

ປະເພດສິນຄ້າສົ່ງອອກຕົ້ນຕໍ ຂອງ ສປປ ລາວ

ສິນຄ້າສົ່ງອອກທັງໝົດ ສະເລ່ຍປະມານ 427 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້າສົ່ງອອກຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ຄຳປະສົມ, ຄຳແທ່ງ 63 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 49 ລ້ານໂດລາສະຫະລັດ, ແຮ່ທອງ 32 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາສະຫະລັດ, ຢາງພາລາ 25 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາສະຫະລັດ, ເຄື່ອງດື່ມ 21 ນໍ້າຕານ 15 ລ້ານໂດລາສະຫະລັດ, ເກີບ 14 ລ້ານໂດລາສະຫະລັດ.

ປະເພດສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ

ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 593 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້ານຳເຂົ້າຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ນ້ຳມັນກາຊວນ 89 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 65 ລ້ານໂດລາສະຫະລັດ, ພາຫະນະທາງບົກ 44 ລ້ານໂດລາສະຫະລັດ, ​ເຍື່ອໄມ້ ແລະ ເສດເຈ້ຍ 33 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 27 ລ້ານໂດລາສະຫະລັດ, ເຄື່ອງດື່ມ 22 ລ້ານໂດລາສະຫະລັດ, ເຄື່ອງທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫຼື ເຄິ່ງປະເສີດ 17 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 16 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 14 ລ້ານໂດລາສະຫະລັດ.

05 ປະເທດ ສົ່ງອອກຕົ້ນຕໍ ຂອງ ສປປ ລາວ

ບັນດາປະເທດ ທີ່ ສປປ ລາວ ສົ່ງອອກຫຼັກ 05 ອັນດັບ ໄດ້ແກ່: ຈີນ 173 ລ້ານໂດລາສະຫະລັດ, ຫວຽດນາມ 81 ລ້ານໂດລາສະຫະລັດ, ໄທ 46 ລ້ານໂດລາສະຫະລັດ, ອົດສະຕາລີ 28 ລ້ານໂດລາສະຫະລັດ ແລະ ຮົງກົງ 16 ລ້ານໂດລາສະຫະລັດ.

05 ປະເທດ ນໍາເຂົ້າຕົ້ນຕໍ ຂອງ ສປປ ລາວ

ບັນດາປະເທດ ທີ່ ສປປ ລາວ ນໍາເຂົ້າຫຼັກ 05 ອັນດັບ ໄດ້ແກ່: ໄທ 290 ລ້ານໂດລາສະຫະລັດ, ຈີນ 145 ລ້ານໂດລາສະຫະລັດ, ຫວຽດນາມ 37 ລ້ານໂດລາສະຫະລັດ, ສ.ອາເມລິກາ 25 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 17 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 08 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.