ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ 

ຫ້ອງການ

ເລກທີ 1871/ຫອຄ

ນະຄອນຫຼວງວຽງຈັນ, ວັນທີ 13 ກັນ​ຍາ 2022

 

ແຈ້ງການ

 

ເຖິງ:     -    ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ.

  • ກົມ​ພາ​ສີ, ກະ​ຊວງ​ການ​ເງິນ.
  • ຜູ້ປະກອບການຜະ​ລິດ​ສິນ​ຄ້​າສົ່ງອອກໄປ ສ​ປ ຈີນ.

ເລື່ອງ:         ການຍົ​ກ​ລະ​ດັບການ​ໃຫ້​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າແບບ​ຝ່າຍ​ດຽວຂອງ​ ສ​ປ ຈີນ ຈາກ         GSP 97% ມາ​ເປັນ GSP 98%.

 

-    ອີງຕາມ ໜ​ັງ​ສື​ຈາກ ທີ່​ປຶກ​ສາ​ເສດ​ຖະ​ກິດ-ການ​ຄ້າ, ສະ​ຖານ​ທູດ ສ​ປ ຈີນ ປະ​ຈຳ ສ​ປ​ປ ລາວ ສະ​ບັບ​ເລກ​ທີ 144/ຫ​ສ​ຄ.ສ​ທ​ຈ​ປ​ລ, ລົງ​ວັນ​ທີ 16 ສິງ​ຫາ 2022.

 

ຫ້ອງ​ການ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ ທ່ານ ຊາບ​ວ່າ ລັດ​ຖະ​ບານ ສ​ປ ຈີນ ໄດ້​ຍົກລະ​ດັບ​ການ​ໃຫ້​ສິດ​ທິ​ພິ​ເສດ​ແບບ​ຝ່າຍ​ດຽວ (GSP) ໂດຍ​ການ​ຍົກ​ເວັ້ນ​ອັດ​ຕາ​ພາ​ສີ​ເປັນ 0% ແກ່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ຈາກ 97% ມາເປັນ 98% ຫຼື ຈາກ ຈຳ​ນວນ 8,256 ລາຍ​ການ​ສິນ​ຄ້າ ມາ​ເປັນ 8,930 ລາຍ​ການ​ສິນ​ຄ້າ, ຊຶ່ງ​ມີ​ຜົນ​ບັງ​ຄັບ​ໃຊ້ນັບແຕ່ວັນທີ 01 ກັນ​ຍາ 2022 ເປັນຕົ້ນໄປ.

ລາຍ​ລະ​ອຽດ​ເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ: www.laotradeportal.gov.la ຫຼື ສາມາດ​ສອບ​ຖາມ​ນຳ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ໂທ: +856 21 450 255, ອີເມວ: [email protected].

 

 

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ກະ​ກຽມ​ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ເນື້ອ​ໃນ​ຂ້າງ​ເທິງ​ໃຫ້​ໄດ້​ຮັບຜົນ​ດີ.

 

ຫົວໜ້າຫ້ອງການ

ວິທູນ ສິດທິມໍລະດາ

# ຫົວຂໍ້ ດາວໂຫຼດ
1 Notification on China's Non-reciprocal Preferences from GSP 97% up to GSP 98%, No. 1871/CB, dated 13 September 2022. PDF
2 ແຈ້ງການ ຍົກລະດັບການໃຫ້ສິດທິພິເສດທາງການຄ້າແບບຝ່າຍດຽວຂອງ ສປ ຈີນ ຈາກ GSP 97% ມາເປັນ GSP 98%, ເລກທີ 1871/ຫອຄ, ລົງວັນທີ ວັນທີ 13 ກັນຍາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.