ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 09 ປີ 2022 ບັນລຸໄດ້ ປະມານ 1,146  ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 456 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 689 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 233 ລ້ານໂດລາສະຫາລັດ.

ພາບປະກອບ

ປະເພດສິນຄ້າສົ່ງອອກຕົ້ນຕໍ ຂອງ ສປປ ລາວ

ສິນຄ້າສົ່ງອອກທັງໝົດ ສະເລ່ຍປະມານ 456 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ຄຳປະສົມ-ຄຳແທ່ງ 55 ລ້ານໂດລາສະຫະລັດ, ຢາງພາລາ 36 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 31 ລ້ານໂດລາສະຫະລັດ, ແຮ່ທອງ 31 ລ້ານໂດລາສະຫະລັດ, ນໍ້າຕານ 28 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 25 ລ້ານໂດລາສະຫະລັດ, ໝາກກ້ວຍ 16  ລ້ານໂດລາສະຫະລັດ, ເກີບ 15 ລ້ານໂດລາສະຫະລັດ, ແຮ່ເຫຼັກ 14 ລ້ານໂດລາສະຫະລັດ ແລະ ງົວ-ຄວາຍ 13 ລ້ານໂດລາສະຫະລັດ.

ປະເພດສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ

ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 689 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານຳເຂົ້າ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ອຸປະກອນກົນຈັກ 119 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ 86 ລ້ານໂດລາສະຫະລັດ, ພາຫະນະທາງບົກ 44 ລ້ານໂດລາສະຫະລັດ, ແກ້ວປະເສີດ-ເຄິ່ງປະເສີດ 26 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 24 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 19 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ 14 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 14 ລ້ານໂດລາສະຫະລັດ, ສາຍໄຟຟ້າ-ເຄເບີ້ລ 13 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫຼ່ລົດ 12 ລ້ານໂດລາສະຫະລັດ.

ພາບປະກອບ

05 ປະເທດ ສົ່ງອອກຕົ້ນຕໍ ຂອງ ສປປ ລາວ

ບັນດາປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບ ໄດ້ແກ່: ຈີນ 176 ລ້ານໂດລາສະຫະລັດ, ຫວຽດນາມ 103 ລ້ານໂດລາສະຫະລັດ, ໄທ 53 ລ້ານໂດລາສະຫະລັດ, ອົດສະຕາລີ 25 ລ້ານໂດລາສະຫະລັດ ແລະ ຮົງກົງ 17 ລ້ານໂດລາສະຫະລັດ.

05 ປະເທດ ນໍາເຂົ້າຕົ້ນຕໍ ຂອງ ສປປ ລາວ

ບັນດາປະເທດ ທີ່ ສປປ ລາວ ນໍາເຂົ້າ 05 ອັນດັບ ໄດ້ແກ່: ໄທ 289 ລ້ານໂດລາສະຫະລັດ, ຈີນ 250 ລ້ານໂດລາສະຫະລັດ, ຫວຽດນາມ 27 ລ້ານໂດລາສະຫະລັດ, ສ.ອາເມລິກາ 24 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 23 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.