ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ເລກທີ 3736/ກປ

ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2022.

ຂໍ້ຕົກລົງ

ວ່າດ້ວຍ ການຄຸ້ມຄອງໂຮງງານປຸງແຕ່ງພືດ

 

  • ອີງຕາມ ກົດໝາຍ ວ່າດ້ວຍກະສິກໍາ ສະບັບເລກທີ 01/98ສພຊ, ລົງວັນທີ 01 ຕຸລາ 1998;
  • ອີງຕາມ ກົດໝາຍ ວ່າດ້ວຍອຸດສາຫະກໍາປຸງແຕ່ງ (ສະບັບປັບປຸງ) ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013;
  • ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງ ກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1407/ກປຝ, ລົງວັນທີ 25 ກໍລະກົດ 2022.

 

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

        ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການສ້າງຕັ້ງ, ການດໍາເນີນກິດຈະການ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ໂຮງງານປຸງແຕ່ງພືດ ເພື່ອໃຫ້ຖືກຕ້ອງຕາມມາດຕະການເຕັກນິກໂຮງງານ, ມາດຕະຖານການຜະລິດທີ່ດີ, ການຄຸ້ມຄອງຜະລິດຕະພັນ ແລະ ເຄື່ອນໄຫວໃຫ້ຖືກຕ້ອງ ຕາມກົດ  ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນ່ໃສ່ ປັບປຸງ ແລະ ຍົກລະດັບສະມັດຕະພາບການຜະລິດ, ສ້າງມູນຄ່າເພີ່ມ, ສ້າງຜະລິດຕະພັນພືດໃຫ້ມີຄຸນນະພາບ, ໄດ້ມາດຕະຖານດ້ານສຸຂະອະນາໄມ ແລະ ສຸຂະອານາໄມພືດ, ຫຼຸດຜ່ອນຜົນກະທົບຕໍ່ ຄົນ, ສັດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2 ການຄຸ້ມຄອງໂຮງງານປຸງແຕ່ງພືດ

        ການຄຸ້ມຄອງໂຮງງານປຸງແຕ່ງພືດ ແມ່ນ ການຄົ້ນຄວ້າ, ພິຈາລະນາ ກ່ຽວກັບ ການອອກ, ໂຈະ ແລະ ຍົກເລີກ ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ, ໃບຢັ້້ງຢືນການຜະລິດທີ່ດີ ແລະ ການຄຸ້ມຄອງກິດຈະກໍາ ຂອງໂຮງງານປຸງແຕ່ງພືດ, ການວາງແຜນວັດຖຸດິບ, ການຜະລິດວັດຖຸດິບ, ການປຸງແຕ່ງຕິດພັນກັບການຕະຫຼາດ ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ມາດຕະຖານເຕັກນິກໂຮງງານປຸງແຕ່ງພືດ ທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 3 ການອະທິບາຍຄໍາສັບ

            ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ໂຮງງານປຸງແຕ່ງພືດ ໝາຍເຖິງ ສະຖານທີ່ດໍາເນີນກິດຈະການປຸງແຕ່ງພືດ ແລະ ຜະລິດຕະພັນພືດ ເປັນຕົ້ນ ໂຮງສີເຂົ້າ, ໂຮງງານປຸງແຕ່ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ ແລະ ໂຮງງານຫຸ້ມຫໍ່ຜະລິດຕະພັນພືດ ຊຶ່ງປະກອບດ້ວຍເຄື່ອງຈັກ, ໂຮງເຮືອນ, ວັດຖຸປະກອນ ໂດຍໄດ້ຈັດແບ່ງໂຮງງານປຸງແຕ່ງພືດເປັນສາມຂະໜາດ ຄື: ໂຮງງານປຸງແຕ່ງພືດ ຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ທີ່ຂຶ້ນກັບ ກໍາລັງແຮງຂອງເຄື່ອງຈັກ ແລະ ຈໍານວນແຮງງານຂອງຄົນງານ, ບັນຊີໂຮງງານປຸງແຕ່ງພືດ ກະຊວງກະສິກໍາ ແລະ ປ່າໄມ້ ຈະທົບທວນ ແລະ ປັບປຸງ ໃນແຕ່ລະໄລຍະ;
  2. ມາດຕະຖານເຕັກນິກໂຮງງານປຸງແຕ່ງພືດ ໝາຍເຖິງ ມາດຕະຖານດ້ານ ທີ່ຕັ້ງ, ອາຄານ, ເຄື່ອງຈັກ, ອຸປະກອນ, ຄວາມສະອາດ, ຄວາມປອດໄພ, ສຸຂານາໄມ, ຂະບວນການຜະລິດ ແລະ ສິ່ງແວດລ້ອມຂອງໂຮງງານ;
  3. ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຖືກຕ້ແງຕາມລະບຽບກົດໝາຍ;
  4. ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໝາຍເຖິງ ໃບອະນຸຍາດໍາເນີນທຸລະກິດ ກ່ຽວກັບໂຮງງານປຸງແຕ່ງພືດ ເພື່ອດໍາເນີນການຜະລິດ ພາຍຫຼັງທີ່ໂຮງງານ ໄດ້ສໍາເລັດການສ້າງຕັ້ງ, ຕິດຕັ້ງເຄື່ອງຈັກ ແລະ ຜ່ານການຜະລິດທົດລອງ;
  5. ສິ່ງເສດເຫຼືອ ໝາຍເຖິງ ສິ່ງທີ່ເກີດຂື້ນ ໃນໄລຍະການກໍ່ສ້າງ, ດໍາເນີນ ແລະ ຢຸດເຊົາກິດຈະການໂຮງງານປຸງແຕ່ງພືດ ທີ່ບໍ່ສາມາດນໍາໃຊ້ໄດ້ເປັນຕົ້ນ ສິ່ງເສດເຫຼືອປະເພດ ແຂງ, ແຫຼວ ແລະ ອາຍ.

ມາດຕາ 4 ຂອບເຂດການນໍາໃຊ້

            ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ຢູ່ ສປປ ລາວ.

 

 

ໝວດທີ 2

ການສ້າງຕັ້ງໂຮງງານປຸງແຕ່ງພືດ

ມາດຕາ 5 ການຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ

        ການຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ແມ່ນ ການກະກຽມປະກອບເອກະສານ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ໃຫ້ຖືກຕ້ອງຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານປຸງແຕ່ງພືດ ໂດຍຜ່ານການຄົ້ນ  ຄວ້າ, ກວດກາ ແລະ ພິຈາລະນາ ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ.

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ຕ້ອງສະເໜີເຈດຈໍານົງມາຫາກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຄົ້ນຄວ້າເຫັນດີທາງດ້ານຫຼັກການ ຫຼັງຈາກນັ້ນຈຶ່ງສາມາດໄປປະກອບເອກະສານອື່ນໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ໃບທະບຽນວິສາຫະກິດ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ, ໃບຢັ້ງຢືນປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃບອະນຸຍາດປຸກສ້າງໂຮງງານ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ.

ມາດຕາ 6 ເງື່ອນໄຂການຂໍອະນຸຍາດ ສ້າງຕັ້ງໂຮງງານປຸງແຕ່ງພືດ

             ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງໂຮງງານປຸງແຕ່ງພືດ ປະກອບມີດັ່ງນີ້:

  1. ເປັນນິຕິບຸກຄົນ ທີ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ;
  2. ມີງົບປະມານການລົງທຶນ, ເຄື່ອງຈັກ, ວັດຖຸປະກອບ ແລະ ພາຫະນະຮັບໃຊ້;
  3. ມີວິຊາການ ທີ່ມີຄຸນວຸດທິການສຶກສາ, ເຄີຍຜ່ານງານ ແລະ ມີປະສົບການ ທີ່ກ່ຽວຂ້ອງກັບໂຮງງານປຸງແຕ່ງພືດ;
  4. ມີພື້ນທີ່ສ້າງໂຮງງານ ແລະ ພື້ນທີ່ການຜະລິດ ຫຼື ແຫຼ່ງວັດຖຸດິບ;
  5. ມີເງື່ອນໄຂອື່ນ ກ່ຽວກັບ ການດໍາເນີນກິດຈະການສ້າງຕັ້ງໂຮງງານປຸງແຕ່ງພືດ.

ມາດຕາ 7 ເອກະສານ ຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ

          ການປະກອບເອກະສານຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ປະກອບມີ ດັ່ງນີ້:

  1. ໃບຄໍາຮ້ອງ ຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ຕາມແບບພິມ ຮ1 ໃບເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້;
  2. ບົດວິພາກເສດຖະກິດ-ເຕັກນິກໂຮງງານປຸງແຕ່ງພືດ;
  3. ສໍາເນົາ ໃບທະບຽນວິສາຫະກິດ;
  4. ສໍາເນົາ ໃບຢັ້ງຢືນການມອບອາກອນ;
  5. ສໍາເນົາ ໃບອະນຸຍາດລົງທຶນ ໃນກໍລະນີເປັນກິດຈະການສໍາປະທານ;
  6. ສໍາເນົາ ໃບຢັ້ງຢືນການເຄື່ອນໄຫວທາງດ້ານການເງິນ;
  7. ສໍາເນົາ ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ສໍາລັບໂຮງງານປຸງແຕ່ງພືດ;
  8. ສໍາ້ນົາ ໃບສັນຍາເຊົ່າທີ່ດິນ/ອາຄານ, ໃບມອບກໍາມະສິດທີ່ດິນ ຫຼື ໃບຕາດິນ;
  9. ສໍາເນົາ ໃບອະນຸຍາດປຸກສ້າງ.

ມາດຕາ 8 ບົດວິພາກເສດຖະກິດ-ເຕັກນິກໂຮງງານປຸງແຕ່ງພືດ ຕ້ອງປະກອບເນື້ອໃນ ດັ່ງນີ້:

  1. ສະພາບລວມໂຄງການ
  1. ທີ່ຕັ້ງຂອງໂຄງການ;
  2. ເຫດຜົນການສະເໜີໂຄງການ;
  3. ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ.
  1. ເຕັກນິກການກໍ່ສ້າງໂຮງງານ
  1. ສະຖານທີ່ສ້າງຕັ້ງໂຮງງານ;
  2. ແຜນການປຸກສ້າງອາຄານໂຮງງານ ແລະ ອາຄານອື່ນ;
  3. ແຜນການນໍາໃຊ້ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດ;
  4. ແຜນການນໍາໃຊ້ວັດຖຸດິບ;
  5. ແຜນວາດຂະບວນການຜະລິດ ແລະ ບົດອະທິບາຍ;
  6. ການຄຸ້ມຄອງດ້ານສິ່ງແວດລ້ອມ;
  7. ຄວາມປອດໄພ ແລະ ສຸຂານາໄມ ໃນໂຮງງານ;
  8. ສະຫວັດດີການໂຮງງານ;
  9. ສໍາເນົາ ແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປຸກສ້າງ;
  10. ແຜນງົບປະມານ ເພື່ອອໍານວຍຄວາມສະດວກໃຫ້ພາກລັດ ຈັດຕັ້ງປະຕິບັດວຽກງານຊຸກຍູ້, ຕິດຕາມ ແລະ ກວດກາ.
  1. ພາກເສດຖະກິດ
  1. ຕົ້ນທຶນການຜະລິດ;
  2. ຄາດຄະເນລາຍຮັບ, ລາຍຈ່າຍ ແລະ ກໍາໄລ;
  3. ແຜນການຜະລິດ ແລະ ຈໍາໜ່າຍ;
  4. ແຜນການນໍາໃຊ້ແຮງງານ.
  1. ຄາດຄະເນຜົນໄດ້ຮັບຈາກໂຄງການ
  1. ປະສິດທິຜົນການລົງທຶນ (ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຊີວະນາໆພັນ);
  2. ການວິເຄາະຄວາມສ່ຽງ ໃນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ.

ມາດຕາ 9 ຂັ້ນຕອນການສ້າງຕັ້ງໂຮງງານປຸງແຕ່ງພືດ

          ພາຍຫຼັງທີ່ໄດ້ປະກອບເອກະສານຄົບຊຸດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ແລ້ວ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

  1. ກວດກາເນື້ອໃນບົດວິພາກເສດຖະກິດ-ເຕັກນິກໂຮງງານ;
  2. ປະສານກັບຂະແໜງການທີ່ກ່ຽວຂ້ອງ ກວດກາສະຖານທີ່ຕັ້ງໂຮງງານປຸງແຕ່ງພືດ;
  3. ພິຈາລະນາການອອກ ຂໍ້ຕົກລົງວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ;
  4. ເລີ່ມກໍ່ສ້າງໂຮງງານປຸງແຕ່ງພືດພາຍຫຼັງໄດ້ຮັບຂໍ້ຕົກລົງ ວ່າດ້ວຍການຂໍອະນຸຍາດ ສ້າງຕັ້ງໂຮງງານປຸງແຕ່ງພືດ;
  5. ຊຸກຍູ້, ສົ່ງເສີມ, ຕິດຕາມ ແລະ ກວດກາ ການຈັດຕັ້ງໂຮງງານປຸງແຕ່ງພືດ.

ມາດຕາ 10 ການກວດກາສະຖານທີ່ຕັ້ງໂຮງງານປຸງແຕ່ງພືດ

          ຂະແໜງການກະສິກໍາ ແລະ ປ່າໄມ້ ຕ້ອງປະສານສົບທົບກັບຂະແໜງທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ຕັ້ງໂຮງງານ ຊຶ່ງການລົງກວດແຕ່ລະຄັ້ງຕ້ອງປະກອບມີຜູ້ຕາງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງດັ່ງນີ້:

  1. ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້;
  2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ;
  4. ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  5. ຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ;
  6. ອົງການປົກຄອງບ້ານ ບ່ອນທີ່ໂຮງງານຕັ້ງຢູ່.

ການກວດກາແຕ່ລະຄັ້ງ ຕ້ອງເຮັດບົດບັນທຶກ ໂດຍກໍານົດແຈ້ງ ຈຸດທີ່ຕັ້ງໂຮງງານ, ສະພາບແວດລ້ອມອ້ອມຂ້າງໂຮງງານປຸງແຕ່ງພືດ ຄື: ໂຮງງານຕ້ອງບໍ່ຕັ້ງຢູ່ໃນ ເຂດຊຸມຊົນ ແລະ ເຂດຫວງຫ້າມ ເປັນຕົ້ນ ໂຮງຮຽນ, ໂຮງໝໍ, ວັດ, ແຫຼ່ງວັດທະນະທໍາ, ເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ, ແຫຼ່ງຕົ້ນນໍ້າ, ເຂດອະນຸລັກຊີວະນາໆພັນ. ຜູ້ລົງກວດກາ ຕ້ອງລົງລາຍເຊັນໃນບົດບົດບັນທຶກ, ເນື້ອໃນການກວດກາ ຕ້ອງຖືກຕ້ອງຕາມລະບຽບກົດໝາຍ ໃນແຕ່ລະໄລຍະ.

ມາດຕາ 11 ການພິຈາລະນາ ອອກຂໍ້ຕົກລົງອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ

          ພາຍຫຼັງສໍາເລັດ ການກວດກາສະຖານທີ່ຕັ້ງໂຮງງານປຸງແຕ່ງພືດ ແລະ ມີບົດບັນທຶກການກວດກາໂຮງງານ ທີ່ເຫັນດີໃຫ້ການສ້າງຕັ້ງໂຮງງານ, ຂະແໜງກະສິກໍາ ແລະ ປ່າໄມ້ ຕ້ອງພິຈາລະນາອອກຂໍ້ຕົກລົງ ວ່າດ້ວຍການຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ພາຍໃນ ສິບ ວັນລັດຖະການ ນັບແຕ່ມື້ເຊັນບົດບັນທຶກການກວດກາໂຮງງານ.

ມາດຕາ 12 ຂະໜາດໂຮງງານປຸງແຕ່ງພືດ

          ໂຮງງານປຸງແຕ່ງພືດ ປະກອບດ້ວຍ ສາມ ຂະໜາດ ແລະ ມີທຶນ ຕາມກິດຈະການຂອງໂຮງງານປຸງແຕ່ງພືດ ດັ່ງນີ້:

  1. ໂຮງງານປຸງແຕ່ງພືດ ຂະໜາດນ້ອຍ ແມ່ນໂຮງງານທີ່ມີກໍາລັງແຮງຂອງເຄື່ອງຈັກແຕ່ ສິບ ແຮງມ້າ ຫາ ຫ້າສິບ ແຮງມ້າ ຫຼື ຈໍານວນແຮງງານແຕ່ ສິບ ຄົນ ຫາ ຫ້າສິບຄົນ;
  2. ໂຮງງານປຸງແຕ່ງພືດ ຂະໜາດກາງ ແມ່ນ ໂຮງງານທີ່ມີກໍາລັງແຮງຂອງເຄື່ອງຈັກແຕ່ ຫ້າສິບເອັດ ແຮງມ້າ ຫາ ສອງຮ້ອຍ ແຮງມ້າ ຫຼື ຈໍານວນແຮງງານແຕ່ ຫ້າສິບເອັດ ຄົນ ຫາ ສອງຮ້ອຍ ຄົນ;
  3. ໂຮງງານປຸງແຕ່ງພືດ ຂະໜາດໃຫຍ່ ແມ່ນ ໂຮງງານທີ່ມີກໍາລັງແຮງຂອງເຄື່ອງຈັກແຕ່ ສອງຮ້ອຍໜຶ່ງ ແຮງມ້າ ຂື້ນໄປ ຫຼື ຈໍານວນແຮງງານແຕ່ ສອງຮ້ອຍໜຶ່ງ ຄົນ ຂຶ້ນໄປ.

ທຶນຈົດທະບຽນຂອງກິດຈະການໂຮງງານປຸງແຕ່ງພືດ ແມ່ນອີງຕາມຂະໜາດຂອງໂຮງງານ ຊຶ່ງບໍ່ໃຫ້ຫຼຸດ ສາມສິບ ສ່ວນຮ້ອຍ ຂອງມູນຄ່າການລົງທຶນທັງໝົດ.

ໝວດທີ 3

ການດໍາເນີນກິດຈະການໂຮງງານປຸງແຕ່ງພືດ

ມາດຕາ 13 ການດໍາເນີນກິດຈະການໂຮງງານປຸງແຕ່ງພືດ

          ການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ແມ່ນ ການເຄື່ອນໄຫວດໍາເນີນກິດຈະການໂຮງງານ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໂຮງງານປຸງແຕ່ງພືດ ໂດຍຜ່ານການຄົ້ນຄວ້າ, ກວດກາ ແລະ ພິຈາລະນາອອກໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ.

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ມີຈຸດປະສົງດຳເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງຂໍໃບຢັ້ງຢືນດຳເນີນິກດຈະການໂຮງງານປຸງແຕ່ງພືດ ຈາກຂະແໜງການກະສິກໍາ ແລະ ປ່າໄມ້.

ມາດຕາ 14 ເງື່ອນໄຂການຂໍໃບຢັ້ງຢືນການດໍາເນີນກິດຈະການຈາກໂຮງງານປຸງແຕ່ງພືດ

          ການຂໍໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງພືດ;
  2. ຜ່ານການຜະລິດທົດລອງ.

ມາດຕາ 15 ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງພືດ

          ການສໍາເລັດການກໍ່ສ້າງໂຮງງານປຸງແຕ່ງພືດ ແມ່ນຜົນສໍາເລັດຂອງການກໍ່ສ້າງອາຄານໂຮງງານ, ຕິດຕັ້ງເຄື່ອງຈັກ, ຕິດຕັ້ງລະບົບປ້ອງກັນຄວາມປອດໄພ, ສຸຂານາໄມ, ລະບົບກໍາຈັດ ແລະ ບໍາບັດສິ່ງເສດເຫຼືອ, ມົນລະພິດຕ່າງໆພາຍໃນໂຮງງານ ສໍາເລັດເປັນທີ່ຮຽບຮ້ອຍ ໂດຍຖືກຕາມແຜນຜັງເຕັກນິກການກໍ່ສ້າງ ແລະ ຕາມທີ່ສະເໜີໄວ້ໃນບົດວິພາກເສດຖະກິດ-ເຕັກນິກ.

ມາດຕາ 16 ການຜະລິດທົດລອງ

        ການຜະລິດທົດລອງ ແມ່ນຂະບວນການຜະລິດ ແລະ ປຸງແຕ່ງ ເພື່ອກວດສອບຄວາມພ້ອມ ຕາມມາດຕະຖານເຕັກນິກປະສິດທິພາບຂອງໂຮງງານ ແລະ ຄຸນນະພາບຂອງສິນຄ້າ ລວມທັງ ລະບົບຄວາມປອດໄພ, ລະບົບການກໍາຈັດ ແລະ ບໍາບັດສິ່ງເສດເຫຼືອ, ມົນລະພິດຕ່າງໆພາຍໃນໂຮງງານ.

          ການຜະລິດທົດລອງ ໃຊ້ເວລາສູງສຸດບໍ່ເກີນ ເກົ້າສິບ ວັນ ກ່ອນການສະເໜີຂໍໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ. ໃນໄລຍະການຜະລິດທົດລອງ ບໍ່ອະນຸຍາດໃຫ້ຈໍາໜ່າຍ, ແຈກຢາຍ ຫຼື ຂາຍ ຜະລິດຕະພັນຂອງໂຮງງານ.

ມາດຕາ 17 ການປະກອບເອກະສານຂໍໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ.

          ການສະເໜີຂໍໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງປະກອບເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຂໍໃບດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕາມແບບພິມ ຮ1 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້;
  2. ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ຂອງກະຊວງກະສິກໍາ ແລະ ປ່າໄມ້;
  3. ໃບມອບສິດ ໃນກໍລະນີໃຫ້ບຸກຄົນອື່ນມາພົວພັນແທນ;
  4. ແຜນວາດຂະບວນການຜະລິດ, ພ້ອມທັງບົດອະທິບາຍ;
  5. ລາຍການເຄື່ອງຈັກໃນໂຮງງານ;
  6. ແຜນການເຄື່ອນໄຫວປະຈໍາປີຂອງໂຮງງານປຸງແຕ່ງພືດ;
  7. ແຜນຜັງກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປຸກສ້າງ;
  8. ຮູບຖ່າຍຂະໜາດ 3x4 ຊັງຕີແມັດ ຈໍານວນ ສີ່ ໃບ ຖ່າຍຮູບຕ້ອງບໍ່ເກີນ ສາມ ເດືອນ;
  9. ສໍາເນົາ ໃບຢັ້ງຢືນການມອບອາກອນ;
  10. ສໍາເນົາ ໃບຢັ້ງຢືນການປະເມີນຜົນຕໍ່ສິ່ງແວດລ້ອມ ສໍາລັບໂຮງງານປຸງແຕ່ງພືດ;
  11. ສໍາເນົາ ໃບທະບຽນວິສາຫະກິດ;
  12. ສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ໜັງສືເດີນທາງຄົນຕ່າງປະເທດ (Passport);
  13. ສໍາເນົາ ໃບຕາດິນ ຫຼື ສັນຍາເຊົ່າ ຫຼື ສໍາປະທານ;
  14. ສໍາເນົາ ໃບຢັ້ງຢືນແຜນການຕິດຕັ້ງລະບົບບໍາບັດ ຫຼື ໃບຢັ້ງຢືນການປ່ອຍສິ່ງເສດເຫຼືອ ອອກຈາກໂຮງງານປຸງແຕ່ງພືດ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 18 ການຄົ້ນຄວ້າເອກະສານ

          ພາຍຫຼັງ ໄດ້ຮັບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງຂໍ້ຕົກລົງສະບັບນີ້, ຂະແໜງການກະສິກໍາ ແລະ ປ່າໄມ້ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນ ຂອງຊຸດເອກະສານທັນທີ ໂດຍແຈ້ງໃຫ້ຜູ້ສະເໜີຮັບຊາບ ຢ່າງເປັນລາຍລັກອັກສອນ (ກໍານົດເອົາ ຫ້າ ວັນລັດຖະການ).

ມາດຕາ 19 ການກວດກາ ແລະ ປະເມີນ ໂຮງງານປຸງແຕ່ງພືດ ກ່ອນອອກໃບຢັ້ງຢືນການດໍາເນີນ

ກິດຈະການໂຮງງານປຸງແຕ່ງພືດ

          ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງຂໍ້ຕົກລົງສະບັບນີ້ ຂະແໜງກະສິກໍາ ແລະ ປ່າໄມ້ ຕ້ອງປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະກໍາມະການ ເພື່ອລົົງກວດກາໂຮງງານປຸງແຕ່ງພືດພາຍໃນ ຫ້າ ວັນລັດຖະການ. ໃນກໍລະນີ ບໍ່ປະຕິບັດຕາມບົດວິພາກເສດຖະກິດ-ເຕັກນິກ ຄະນະກໍາມະການກວດກາ ຕ້ອງໃຫ້ຄໍາແນະນໍາ ເພື່ອປັບປຸງ ແລະ ແກ້ໄຂ ພາຍໃນເວລາທີ່ກໍານົດໄວ້ ພ້ອມທັງເຮັດບົດບັນທຶກຜົນການກວດກາ ແລະ ລົງລາຍເຊັນ ຈາກຄະນະກໍາມະການກວດກາ ແລະ ເຈົ້າຂອງໂຮງງານປຸງແຕ່ງພືດ.

          ພາຍຫຼັງເຈົ້າຂອງໂຮງງານປຸງແຕ່ງພືດ ໄດ້ປັບປຸງຕາມຄໍາແນະນໍາໃນບົດບັນທຶກແລ້ວ ໃຫ້ສະເໜີຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ເພື່ອກວດກາຄືນ ແລະ ເຮັດບົດບັນທຶກຜົນການປັບປຸງໂຮງງານປຸງແຕ່ງພືດ.

ໃນກໍລະນີ ບໍ່ສາມາດປັບປຸງທັນຕາມກໍານົດເວລາ ຕ້ອງແຈ້ງເຫດຜົນຕໍ່ຂະແໜງກະສິກໍາ ແລະ ປ່າໄມ້ ຊາບພາຍໃນ ຫ້າ ວັນລັດຖະການ ນັບແຕ່ມື້ໝົດກໍານົດເວລາ ໃນບົດບັນທຶກການກວດກາໂຮງງານ.

ມາດຕາ 20 ການພິຈາລະນາ ແລະ ການອອກໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ

        ພາຍຫຼັງຮັບເອກະສານຄົບຖ້ວນ, ຖືກຕ້ອງ, ໄດ້ກວດກາໂຮງງານປຸງແຕ່ງພືດ ແລະ ມີບົດບັນທຶກກວດກາໂຮງງານແລ້ວ, ຂະແໜງກະສິກໍາ ແລະ ປ່າໄມ້ ຕ້ອງພິຈາລະນາອອກໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ພາຍໃນ ຫ້າ ວັນລັດຖະການ ຕາມແບບພິມ ຮ2 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້ ພ້ອມທັງຈໍ້າກາໃສ່ເອກະສານທັງໝົດ ເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາ ຢ່າງເປັນລະບົບຕໍ່ເນື່ອງ.

          ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ມີອາຍຸ ສາມ ປີ ແລະ ສາມາດຕໍ່ໄດ້. ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງສະແດງໄວ້ບ່ອນທີ່ເປີດເຜີຍ ແລະ ເຫັນໄດ້ງ່າຍ ພາຍໃນໂຮງງານ ແລະ ບໍລິສັດຂອງຕົນ.

ມາດຕາ 21 ການຕໍ່ອາຍຸໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ

          ກ່ອນໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຈະໝົດອາຍຸພາຍໃນ ສາມສິບ ວັນ ຜູ້ດໍາເນີນກິດຈະການ ຕ້ອງຍື່ນຄໍາຮ້ອງຂໍຕໍ່ອາຍຸໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ກັບຂະແໜງກະສິກໍາ ແລະ ປ່າໄມ້ ໂດຍປະຕິບັດຕາມຂັ້ນຕອນ ດັ່ງນີ້:

  1. ຍື່ນຄໍາຮ້ອງຕໍ່ອາຍຸໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕາມແບບພິມ ຮ1 ໃນເອກະສານຊ້ອນທ້າຍ ຂອງຂໍ້ຕົກລົງສະບັບນີ້, ພ້ອມທັງບົດລາຍງານສະພາບການດໍາເນີນກິດຈະການໂຮງງານປຸງແຕ່ງພືດໄລຍະຜ່ານມາ ແລະ ເອກະສານກ່ຽວຂ້ອງ. ໃນກໍລະນີ ມີການປ່ຽນແປງຈາກເດີມ ຕ້ອງປະກອບເອກະສານ ຕາມທີ່ກໍານົດໄວ້ໃນມາດຕາ 17 ຂອງຂໍ້ຕົກລົງສະບັບນີ້;
  2. ຂັ້ນຕອນພິຈາລະນາ ຕໍ່ອາຍຸ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໃຫ້ປະຕິບັດຄືກັນກັບມາດຕາ 17, 18 ແລະ ລົງກວດເບິ່ງໂຮງງານປຸງແຕ່ງພືດຕົວຈິງ.

ການຕໍ່ອາຍຸໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ມີອາຍຸ ສາມ ປີ ຍົກເວັ້ນໃນກໍລະນີມີການເຊົ່າທີ່ດິນປຸກສ້າງໂຮງງານ ແມ່ນໃຫ້ຕໍ່ໃບອານຸຍາດ ຕາມກໍານົດເວລາທີ່ຍັງເຫຼືອໃນສັນຍາເຊົ່າທີ່ດິນ.

ມາດຕາ 22 ການໂຈະ ແລະ ຍົກເລີກ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ

          ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຈະຖືກໂຈະ ແລະ ຍົກເລີກ ໃນກໍລະນີໃດໜຶ່ງ ດັ່ງນີ້:

  1. ຕາມການສະເໜີ ຂອງການດໍາເນີນກິດຈະການໂຮງງານປຸງແຕ່ງພືດ;
  2. ດໍາເນີນທຸລະກິດບໍ່ຖືກຕ້ອງ ຕາມທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້;
  3. ມີອຸປະຕິເຫດເກີດຂື້ນພາຍໃນໂຮງງານປຸງແຕ່ງພືດ ແລະ ເຈົ້າໜ້າທີ່ ໄດ້ເຂົ້າກວດກາໂຮງງານ ແລະ ເຄື່ອງຈັກແລ້ວເຫັນວ່າ ໂຮງງານ ບໍ່ສາມາດສ້ອມແປງໃຫ້ຢູ່ໃນສະພາບທີ່ໃຊ້ການໄດ້ ແລະ ບໍ່ມີຄວາມປອດໄພຕໍ່ຜູ້ອອກແຮງງານ;
  4. ມີການກະທໍາອື່ນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ການໂຈະໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງພືດ  ແມ່ນເພື່ອໃຫ້ຜູ້ດຳເນີນກິດຈະການປັບປຸງ, ແກ້ໄຂ ໃນເວລາໃດໜຶ່ງທີ່ແນ່ນອນ ໂດຍຂະແໜງກະສິກຳ ແລະ ປ່າໄມ້ ເປັນຜູ້ແຈ້ງຕໍ່ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ ຊາບ.

ໃນກໍລະນີ ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ບໍ່ປະຕິບັດຕາມການແຈ້ງ ຫຼື ສະເໜີ ຂອງຂະແໜງການກະສິກໍາ ແລະ ປ່າໄມ້, ຂະແໜງການກະສິກໍາ ແລະ ປ່າໄມ້ ມີສິດຍົກເລີກ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕາມທີ່ກໍໍານົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 23 ການຂໍໃບຢັ້ງຢືນການດໍາເນີນກິດຈະການໂຮງງານຄືນໃໝ່

          ໃນກໍລະນີໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ເສຍຫາຍ ຫຼື ຖືກທໍາລາຍ ຜູ້ດໍາເນີນກິດຈະການໂຮງງານຕ້ອງແຈ້ງຕໍ່ອົງການປົກຄອງທ້ອງຖິ່ນ ຕາມລະບຽບການ ພ້ອມທັງຍື່ນຄໍາຮ້ອງຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ພາຍໃນ ສິບຫ້າ ວັນລັດຖະການ ນັບແຕ່ມື້ໄດ້ຮັບໃບຢັ້ງຢືນແຈ້ງເສຍຫາຍຈາກອົງການປົກຄອງທ້ອງຖິ່ນ ເພື່ອສະເໜີອອກໃບຢັ້ງຢືນຄືນໃໝ່.

ໝວດທີ 4

ການປ່ຽນແປງກິດຈະການໂຮງງານປຸງແຕ່ງພືດ

ມາດຕາ 24 ການປ່ຽນແປງກິດຈະການໂຮງງານປຸງແຕ່ງພືດ

          ການປ່ຽນແປງກິດຈະການໂຮງງານປຸງແຕ່ງພືດ ປະກອບມີ ດັ່ງນີ້:

  1. ການຂະຫຍາຍໂຮງງານປຸງແຕ່ງພືດ;
  2. ການຍົກຍ້າຍໂຮງງານປຸງແຕ່ງພືດ;
  3. ການຍົກຍ້າຍເຄື່ອງຈັກ;
  4. ການໂອນ, ການໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານ;
  5. ການສືບທອດການດໍາເນີນກິດຈະການໂຮງງານປຸງແຕ່ງພືດ;
  6. ການປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ.

ມາດຕາ 25 ການຂະຫຍາຍໂຮງງານປຸງແຕ່ງພືດ

          ການຂະຫຍາຍໂຮງງານ ມີ ສາມ ຮູບການຄື: ການເພີ່ມເຄື່ອງຈັກ, ການເພີ່ມເນື້ອທີ່ອາຄານຜະລິດຂອງໂຮງງານປຸງແຕ່ງພືດ ແລະ ການເພີ່ມທັງສອງຝ່າຍພ້ອມກັນ.

 

  1. ການຂະຫຍາຍໂຮງງານ ໂດຍການເພີ່ມເຄື່ອງຈັກມີ ສອງ ກໍລະນີດັ່ງນີ້:

ກໍລະນີທີ ໜຶ່ງ: ໂຮງງານປຸງແຕ່ງພືດ ທີ່ມີກໍາລົງແຮງຂອງເຄື່ອງຈັກລວມ ທີ່ອະນຸມັດໃນເບື້ອງຕົ້ນບໍ່ເກີນ ໜຶ່ງຮ້ອຍ ແຮງມ້າ, ຖ້າໂຮງງານປຸງແຕ່ງພືດ ເພີ່ມກໍາລັງແຮງຂອງເຄື່ອງຈັກ ຕັ້ງແຕ່ ຫ້າສິບ ສ່ວນຮ້ອຍ ຂຶ້ນໄປ ຖືວ່າເປັນການຂະຫຍາຍ.

ກໍລະນີທີ ສອງ: ໂຮງງານປຸງແຕ່ງພືດ ທີ່ມີກໍາລັງແຮງຂອງເຄື່ອງຈັກລວມ ທີ່ອະນຸມັດໃນເບື້ອງຕົ້ນເກີນກວ່າ   ໜຶ່ງຮ້ອຍ ແຮງມ້າ, ຖ້າໂຮງງານປຸງແຕ່ງພືດ ເພີ່ມກໍາລັງແຮງຂອງເຄື່ອງຈັກ ຕັ້ງແຕ່ ຫ້າສິບ ແຮງມ້າ ຂຶ້ນໄປຖືວ່າເປັນການຂະຫຍາຍ.

  1. ການຂະຫຍາຍໂຮງງານ ໂດຍການເພີ່ມເນື້ອທີ່ອາຄານ ມີ ສອງ ກໍລະນີ ດັ່ງນີ້:

ກໍລະນີທີ ໜຶ່ງ: ອາຄານຜະລິດຂອງໂຮງງານປຸງແຕ່ງພືດ ທີ່ມີເນື້ອທີ່ລວມ ທີ່ອະນຸມັດໃນເບື້ອງຕົ້ນບໍ່ເກີນ ສອງຮ້ອຍ ຕາແມັດ, ຖ້າເພີ່ມເນື້ອທີ່ ແຕ່ງຕັ້ງ ຫ້າສິບ ສ່ວນຮ້ອຍ ຂຶເນໄປ ຖືວ່າເປັນການຂະຫຍາຍ.

ກໍລະນີທີ ສອງ: ອາຄານຜະລິດຂອງໂຮງງານປຸງແຕ່ງພືດ ທີ່ມີເນື້ອທີ່ລວມ ທີ່ອະນຸມັດໃນເບື້ອງຕົ້ນເກີນກວ່າ ສອງຮ້ອຍ ຕາແມັດ, ຖ້າເພີ່ມເນື້ອທີ່ ແຕ່ງຕັ້ງ ໜຶ່ງຮ້ອຍ ຕາມແມັດຂຶ້ນໄປ ຖືວ່າເປັນການຂະຫຍາຍ.

ການຂະຫຍາຍໂຮງງານປຸງແຕ່ງພືດ ດ້ວຍການເພີ່ມອາຄານບໍ່ແມ່ນ ອາຄານຜະລິດ, ສາງວັດຖຸດິບ, ສາງຜະລິດຕະພັນ ຫຼື ຫ້ອງການບໍລິຫານອື່ນໆ ບໍ່ຖືວ່າເປັນການຂະຫຍາຍ ແຕ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບການກ່ຽວກັບ ການປຸກສ້າງ.

ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ສາມາດຂະຫຍາຍໂຮງງານຢູ່ໃນສະຖານທີ່ດຽວກັນໄດ້ ແຕ່ຕ້ອງປະຕິບັດ ຕາມຂັ້ນຕອນຄືກັນກັບການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໃນສ່ວນທີ່ຂະຫຍາຍ.

ມາດຕາ 26 ການຍົກຍ້າຍໂຮງງານປຸງແຕ່ງພືດ

          ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ສາມາດຍົກຍ້າຍໂຮງງານປຸງແຕ່ງພືດ ໄປຕັ້ງຢູ່ສະຖານທີ່ອື່ນໄດ້ ຕ້ອງໄດ້ດັດແກ້ບັນດາເອກະສານທີ່ກ່ຽວຂ້ອງກັບການສ້າງຕັ້ງ ແລະ ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຢູ່ສະຖານທີ່ໃໝ່. ໃນນີ້, ສະຖານທີ່ຕັ້ງໂຮງງານປຸງແຕ່ງພືດບ່ອນໃໝ່ ຕ້ອງປະຕິດບັດເງື່ອນໄຂ ດ້ານທີ່ຕັ້ງໂຮງງານປຸງແຕ່ງພືດ ຕາມມາດຕາ 7 ແລະ ການສະເໜີອອກໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕາມມາດຕາ 13 ຂອງຂໍ້ຕົກລົງສະບັບນີ້. ກ່ອນຍົກຍ້າຍໂຮງງານປຸງແຕ່ງພືດ ຕ້ອງສະເໜີຂໍຢຸດເຊົາ ແລະ ຍຸບເລີກໂຮງງານປຸງແຕ່ງພືດຫຼັງເດີມ ຕາມມາດຕາ 22 ຂອງຂໍ້ຕົກລົງສະບັບນີ້ ຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້.

ມາດຕາ 27 ການຍົກຍ້າຍເຄື່ອງຈັກ

        ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ສາມາດຍົກຍ້າຍເຄື່ອງຈັກໄປສະຖານທີ່ໂຮງງານອື່ນໄດ້ ຊຶ່ງມີ ສອງ ຮູບການ ຄື ການຍົກຍ້າຍເຄື່ອງຈັກຊົ່ວຄາວ ແລະ ການຍົກຍ້າຍເຄື່ອງຈັກຖາວອນ ໂດຍປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ການຍົກຍ້າຍເຄື່ອງຈັກບາງສ່ວນຢູ່ພາຍໃນໂຮງງານປຸງແຕ່ງພືດ ໄປຍັງສະຖານທີ່ອື່ນເປັນການຊົ່ວຄາວ ໃຫ້ຍື່ນໃບສະເໜີຍົກຍ້າຍເຄື່ອງຈັກ ຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ພ້ອມທັງລະບຸເຫດຜົນຂອງການຍົກຍ້າຍ, ຄັດຕິດລາຍການເຄື່ອງຈັກ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຍົກຍ້າຍດັ່ງກ່າວ, ການຍົກຍ້າຍເຄື່ອງຈັກດັ່ງກ່າວຕ້ອງເອົາກັບຄືນພາຍໃນ ໜຶ່ງ ປີ ນັບແຕ່ວັນທີ່ໄດ້ຮັບອະນຸຍາດເປັນຕົ້ນໄປ. ກໍລະນີຫາກມີຄວາມຈໍາເປັນຕ້ອງການນໍາໃຊ້ເກີນ ໜຶ່ງ ປີ ສາມາດສະເໜີຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ໂດຍຊີ້ແຈງເຫດຜົນໃຫ້ລະອຽດເພື່ອຂໍຕໍ່ກໍານົດເວລາ, ແຕ່ສູງສຸດຕໍ່ໄດ້ບໍ່ເກີນ ໜຶ່ງ ປີ, ພ້ອມນີ້ ຕ້ອງລະບຸເງື່ອນໄຂ ຫຼື ວິທີການ ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງ;

          2. ການຍົກຍ້າຍເຄື່ອງຈັກຖາວອນ ໃນກໍລະນີໃດໜຶ່ງ ເປັນຕົ້ນ ເຄື່ອງເປ່ເພ ແລະ ນໍາໃຊ້ບໍ່ໄດ້, ຂາຍ ຫຼື ໂອນໃຫ້ບຸກຄົນອື່ນ ຊຶ່ງມີຄວາມຈໍາເປັນຕ້ອງຮື້ຖອນອອກຈາກໂຮງງານໄປບ່ອນອື່ນ ຕ້ອງລາຍງານຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ຊາບ ພ້ອມທັງລະບຸເຫດຜົນຂອງການຍົກຍ້າຍ ແລະ ຄັດຕິດ ລາຍການເຄື່ອງຈັກ ເພື່ອລົງກວດກາກ່ອນຮື້ຖອນ ແລະ ໃນນັ້ນ ຕ້ອງດັດແກ້ລາຍການເຄື່ອງກົນຈັກເດີມ ແລະ ແຜນຜັງການຕິດຕັ້ງເຄື່ອງຈັກຄືນໃໝ່ ພາຍໃນ ສິບຫ້າ ວັນ.

ມາດຕາ 28 ການໂອນ, ການໃຫ້ເຊົ່າ ຫຼື ການຂາຍກິດຈະການໂຮງງານ

          ໃນກໍລະນີມີການ ໂອນ, ໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານປຸງແຕ່ງພືດໃຫ້ກັບຜູ້ອື່ນ ພາຍຫຼັງສິ້ນສຸດຂັ້ນຕອນ ຕາມທີ່ກໍານົດໄວ້ ໃນລະບຽບກົດໝາຍ ທີ່ກ່ຽວຂ້ອງແລ້ວ ຜູ້ດໍາເນີນກິດຈະການໂຮງງານຜູ້ເກົ່າ ຕ້ອງລາຍງານໃຫ້ ຂະ   ແໜງການກະສິກໍາ ແລະ ປ່າໄມ້ ຊາບພາຍໃນ ສິບຫ້າ ວັນ ນັບແຕ່ມື້ໄດ້ເຊັນສັນຍາການໂອນ, ໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານເປັນຕົ້ນໄປ;

          ຜູ້ໄດ້ຮັບການໂອນ, ຜູ້ເຊົ່າ ຫຼື ຜູ້ຊື້ກິດຈະການໂຮງງານນັ້ນ ຕ້ອງຍື່ນຄໍາຮ້ອງ ຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ຫຼື ຂະແໜງການແຜນການ ແລະ ການລົງ ເພື່ອປ່ຽນແປງເນື້ອໃນທະບຽນວິສາຫະກິດ ຫຼື ໃບອະນຸຍາດການລົງທຶນ, ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານໂດຍປ່ຽນຊື່ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຈາກເຈົ້າຂອງເດີມມາເປັນ ຜູ້ໄດ້ຮັບໂອນ, ຜູ້ເຊົ່າ ຫຼື ຜູ້ຊື້ກິດຈະການ ພາຍໃນ ສາມສິບ ວັນ ນັບແຕ່ມື້ໄດ້ເຊັນສັນຍາໂອນ, ເຊົ່າ ຫຼື ຊື້ກິດຈະການດັ່ງກ່າວ.

ມາດຕາ 29 ການສືບທອດການດໍາເນີນກິດຈະການໂຮງງານປຸງແຕ່ງພືດ

          ໃນກໍລະນີຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດຫາກເສຍຊີວິດ, ຜູ້ມີສິດສືບທອດ ຫຼື ໄດ້ຮັບສິດຄອບຄອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຕ້ອງລາຍງານເປັນລາຍລັກອັກສອນ ໃຫ້ຂະແໜງການກະສິກໍາ ແລະປ່າໄມ້ ຊາບພາຍໃນ ຫົກສິບ ວັນ ນັບແຕ່ວັນທີ່ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໄດ້ ເສຍຊີວິດ ແລະ ສະເໜີຂໍປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ, ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໂດຍປ່ຽນຊື່ຈາກຜູ້ດໍາເນີນກິດຈະການຜູ້ເກົ່າ ເປັນຊື່ຜູ້ທີ່ໄດ້ຮັບສິດສືບທອດ.

          ພາຍຫຼັງຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ໄດ້ເສຍຊີວິດເກີນ ເກົ້າສິບ ວັນ ຫາກບໍ່ມີຜູ້ສະເໜີຂໍສືບທອດ ຖືວ່າໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດນັ້ນ ໄດ້ໝົດອາຍຸລົງ ພ້ອມກັບການເສຍຊີວິດຂອງຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ. ຖ້າຫາກມີຜູ້ສືບທອດການດໍາເນີນກິດຈະການໂຮງງານປຸງແຕ່ງພືດຄືນໃໝ່, ພາຍຫຼັງ ໝົດກໍານົດເວລາທີ່ລະບຸໄວ້ ໃຫ້ປະຕິບັດ ຕາມຂັ້ນຕອນຄືກັນກັບການຂໍດໍາເນີນກິດຈະການໂຮງງານໃໝ່.

ມາດຕາ 30 ການປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ

          ການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ສາມາດປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດໄດ້ ແຕ່ຕ້ອງສະເໜີຂະແໜງການກະສິກໍາ ແລະ ປ່າໄມ້ ຫຼື ຂະແໜງການທີ່ກ່ຽວຂ້ອງເພື່ອຂໍປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ, ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕາມການແບ່ງຂັ້ນຄຸ້ມຄອງ.

ໝວດທີ 5

ການຄຸ້ມຄອງກິດຈະກໍາ ຂອງໂຮງງານປຸງແຕ່ງພືດ

ມາດຕາ 31 ການຄຸ້ມຄອງກິດຈະກໍາຂອງໂຮງງານປຸງແຕ່ງພືດ

        ການຄຸ້ມຄອງກິດຈະກໍາຂອງໂຮງງານປຸງພືດ ປະກອບມີ ດັ່ງນີ້:

1. ການສ້າງແຜນການເຄື່ອນໄຫວກິດຈະກໍາໂຮງງານປຸງແຕ່ງພືດ;

2. ການຄຸ້ມຄອງສະຖານທີ່, ອາຄານ, ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່;

3. ການຄຸ້ມຄອງຂະບວນການຜະລິດ ແລະ ການປຸງແຕ່ງ;

4. ການຄຸ້ມຄອງການນໍາເຂົ້າວັດຖຸດິບ ແລະ ວັດຖຸເຄິ່ງສໍາເລັດຮູບ;

5. ການຄຸ້ມຄອງບຸກຄະລາກອນ;

6. ການຄຸ້ມຄອງສຸຂານາໄມ ແລະ ສຸຂານາໄມພືດ;

7. ການຄຸ້ມຄອງຜະລິດຕະພັນ;

8. ການຄຸ້ມຄອງການຈໍາກັດ ແລະ ບໍາບັດສິ່ງເສດເຫຼືອ;

9. ການຄຸ້ມຄອງຄວາມປອດໄພ ແລະ ສຸຂານາໄມໂຮງງານ.

ມາດຕາ 32 ການສ້າງແຜນການເຄື່ອນໄຫວກິດຈະກໍາໂຮງງານປຸງແຕ່ງພືດ

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງສ້າງແຜນການເຄື່ອນໄຫວ ປະຈໍາງວດ ແລະ ປະຈໍາປີ ເຊັ່ນ: ແຜນການຜະລິດ, ແຜນການຈໍາໜ່າຍ, ແຜນຄວາມຕ້ອງການວັດຖຸດິບປະຈໍາປີ, ໃບຄິດໄລ່ລາຄາຂອງຜະລິດຕະພັນ, ກໍານົດໃຫ້ບົດວິພາກເສດຖະກິດ-ເຕັກນິກ, ການສິ້ນເປືອງຕໍ່ຫົວໜ່ວຍຜະລິດຕະພັນ ແລະ ການສະຫຼຸບການນໍາເຂົ້າວັດຖຸດິບ, ອາໄຫຼ່, ອຸປະກອນ, ຊິ້ນສ່ວນ ແລະ ເຄື່ອງຈັກ ແລ້ວນໍາສະເໜີຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາຮັບຮອງ.

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງສະຫຼຸບລາຍງານຂໍ້ມູນການເຄື່ອນໄຫວການຜະລິດຕົວຈິງຂອງໂຮງງານ ຕາມແຜນການເຄື່ອນໄຫວປະຈໍາປີ ສົ່ງໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ ປະຈໍາ ສາມ ເດືອນ, ຫົກ ເດືອນ ແລະ ປີ.

ມາດຕາ 33 ການຄຸ້ມຄອງສະຖານທີ່, ອາຄານ, ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່

       ສະຖານທີ່ຂອງໂຮງງານປຸງແຕ່ງພືດ ຕ້ອງຮັບປະກັນບໍ່ໃຫ້ເກີດການປົນເປື້ອນຕໍ່ຂະບວນການຜະລິດ, ການປຸງແຕ່ງ ແລະ ຜະລິດຕະພັນ, ບໍ່ມີການສະສົມຂອງສິ່ງເສດເຫຼືອຈາກການປຸງແຕ່ງ, ບໍ່ມີຝຸ່ນຄວັນຫຼາຍກວ່າປົກກະຕິ, ບໍ່ມີສັດລ້ຽງໃນພື້ນທີ່ຂອງໂຮງງານ, ພື້ນທີ່ຮາບພຽງດີບໍ່ມີນໍ້າຂັງ, ບໍ່ມີສິ່ງເປິເປື້ອນອ້ອມຮອບອາຄານ ແລະ ຕ້ອງມີທໍ່ລະລາຍນໍ້າເສຍ.

          ອາຄານໂຮງງານ ຕ້ອງແຍກທີ່ພັກອາໄສ ແລະ ພື້ນທີ່ການຜະລິດ ອອກຈາກກັນ ພ້ອມທັງໃຫ້ມີສາງເກັບມ້ຽນ ຜົນຜະລິດ, ເຄື່ອງມືອຸປະກອນ ແລະ ເຄມີອັນຕະລາຍ ເພື່ອປ້ອງກັນການປົນເປື້ອນ. ອາຄານຕ້ອງມີພື້ນ ແລະ ເພດານທີ່ ແໜ້ນໜາຮາບພຽງດີ ສາມາດອະນາໄມໄດ້ງ່າຍ, ມີແສງສະຫວ່າງພຽງພໍ ສໍາລັບການປະຕິບັດງານ, ມີການລະບາຍອາກາດທີ່ເໝາະສົມ ບໍ່ແອອັດ ແລະ ບໍ່ມີຄວາມຊຸ່ມສູງ, ມີມາດຕະການປ້ອງກັນການປົນເປື້ອນຈາກສັດ ແລະ ແມງໄມ້.

          ເຄື່ອງຈັກ, ອູປະກອນ ແລະ ອາໄຫຼ່ ລວມທັງ ວັດຖຸອຸປະກອນກໍ່ສ້າງໂຮງງານປຸງແຕ່ງພືດ ຕ້ອງມີແຜນການບຳລຸງຮັກສາ, ແຜນປ້ອງກັນ ແລະ ດໍາເນີນການກວດກາຢ່າງເປັນປະຈໍາ ເພື່ອຮັບປະກັນນໍາໃຊ້ ໃຫ້ມີຄຸນນະພາບ, ສະອາດ, ປອດໄພ ແລະ ປ້ອງກັນອຸປະຕິເຫດທີ່ອາດເກີດຂື້ນ ຈາກຄວາມຜິດພາດໃນການເຮັດວຽກຂອງເຄື່ອງຈັກ.

ການນໍາເຂົ້າ ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່ ລວມທັງ ວັດຖຸປະກອນກໍ່ສ້າງໂຮງງານປຸງແຕ່ງພືດທີ່ນໍາເຂົ້າມາໃຊ້ໃນໂຮງງານຕ້ອງມີຄຸນນະພາບດີ, ເປັນເຕັກໂນໂລຊີທີ່ທັນສະໄໝ ແລະ ຖືກຕ້ອງຕາມເປົ້າໝາຍຂອງການດໍາເນີນກິດຈະການ ໂດຍສອດຄ່ອງກັບ ບົດວິພາກເສດຖະກິດ-ເຕັກນິກ ແລະ ຕ້ອງຂໍອະນຸຍາດນໍາເຂົ້າຈາກ ຂະແໜງການກະສິກໍາ ແລະ ປ່າໄມ້.

ມາດຕາ 34 ການຄຸ້ມຄອງຂະບວນການຜະລິດ

        ໂຮງງານທຸກຂະໜາດທີ່ນໍາໃຊ້ວັດຖຸດິບຈາກການປູກຝັງ ຫຼື ທໍາມະຊາດ ຕ້ອງສ້າງລະບົບຄຸ້ມຄອງຂະບວນການຜະລິດ ເປັນຕົ້ນ ການຄູ້ມຄອງສົ້ນເຂົ້າວັດຖຸດິບ ແລະ ສົ້ນອອກຜະລິດຕະພັນ ເພື່ອຮັບປະກັນດ້ານວັດຖຸດິບ, ການປຸງແຕ່ງ ແລະ ຜະລິດຕະພັນໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ປອດໄພຕໍ່ການບໍລິໂພກ ແລະ ຮັບປະກັນການນໍາໃຊ້ວັດຖຸດິບ, ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນສູງ.

ມາດຕາ 35 ການຄຸ້ມຄອງການນໍາເຂົ້າວັດຖຸດິບ ແລະ ວັດຖຸເຄື່ອງສໍາເລັດຮູບ

          ການນໍາເຂົ້າວັດຖຸດິບ ແລະ ວັດຖຸເຄິ່ງສໍາເລັດຮູບ ເພື່ອມາທໍາການຜະລິດຢູ່ໃນໂຮງງານປຸງແຕ່ງພືດ ຕ້ອງຂໍອະນຸຍາດ ນໍາເຂົ້າຈາກຂະແໜງການກະສິກໍາ ແລະ ປ່າໄມ້. ວັດຖຸດິບ ແລະ ວັດຖຸເຄິ່ງສໍາເລັດຮູບທີ່ນໍາເຂົ້າ ຕ້ອງໄດ້ມາດຕະຖານ ແລະ ມີຄຸນນະພາບດີ, ຖືກຕ້ອງຕາມເປົ້າໝາຍຂອງການຜະລິດ, ສອດຄ່ອງກັບບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນການຜະລິດປະຈໍາປີ ຂອງໂຮງງານປຸງແຕ່ງພືດ.

          ສໍາລັບການນໍາເຂົ້າສານເຄມີ ເພື່ອຮັບໃຊ້ຂະບວນການຜະລິດ ຫຼື ປຸງແຕ່ງ ຕ້ອງປະຕິບັດຕາມລະບຽບກົດໝາຍ ສະເພາະ.

ມາດຕາ 36 ການຄຸ້ມຄອງບຸກຄະລາກອນ

          ບຸກຄະລາກອນທີ່ເຮັດວຽກໃນໂຮງງານປຸງແຕ່ງພືດ ຕ້ອງໄດ້ຮັບການຝຶກອົບຮົມ ໃຫ້ມີຄວາມຮູ້ພື້ນຖານ ກ່ຽວກັບ ມາດຕະຖານການຜະລິດທີ່ດີຂອງໂຮງງານ (GMP) , ມາດຕະຖານການຜະລິດ ກ່ຽວກັບຄວາມປອດໄພຂອງຜົນຜະລິດ (GAP), ວິທະຍາການຫຼັງການເກັບກ່ຽວ, ການປ້ອງກັນພືດ ແລະ ການກັກພືດ ແລະ ດ້ານອື່ນທີ່ກ່ຽວຂ້ອງ ເພື່ອໃຫ້ເໝາະສົມກັບໜ້າທີ່ ຕາມທິ່ຖືກມອບໝາຍ.

ມາດຕາ 37 ການຄຸ້ມຄອງສຸຂານາໄມ ແລະ ສຸຂານາໄມພືດ

          ພາຍໃນໂຮງງານປຸງແຕ່ງພືດ ຕ້ອງມີລະບົບປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ສັດພາຫະນໍາເຊື້ອພະຍາດ ເຂົ້າມາໃນພື້ນທີ່ຜະລິດ ແລະ ພື້ນທີ່ເກັບຮັກສາ ດ້ວຍການບໍາລຸງຮັກສາ, ສ້ອມແປງອາຄານ ແລະ ສະຖານທີ່ດໍາເນີນການຜະລິດ ໃຫ້ຢູ່ໃນສະພາບດີ ເພື່ອກໍາຈັດແຫຼາງທີ່ອາດເປັນບ່ອນຂະຫຍາຍພັນຂອງແມງໄມ້ ແລະ ສັດພາຫະນໍາເຊື້ອ, ປິດຮອຍແຕກ ແລະ ຮູນໍ້າ ທີ່ອາດເຮັດໃຫ້ສັດ ສາມາດເຂົ້າມາໄດ້ ພ້ອມທັງ ສໍາຫຼວດ, ຕິດຕາມ ແລະ ເຝົ້າລະວັງສັດຕູພືດ ດ້ວຍການນໍາໃຊ້ກັບດັກໃນການຄວບຄຸມ ແລະ ກໍາຈັດ ໃຫ້ທັນເວລາ, ໃນກໍລະນີ ມີການນໍາໃຊ້ສານເຄມີ ຕ້ອງບັນທຶກລະອຽດ ກ່ຽວກັບ ຊື່ສານເຄມີ, ໄລຍະການນໍາໃຊ້, ສານອອກລິດ, ປະລິມານນໍາໃຊ້ ແລະ ຈໍານວນຄັ້ງທີ່ນໍາໃຊ້ ເພື່ອຫຼີກເວັ້ນບໍ່ໃຫ້ມີຜົນກະທົບຕໍ່ ຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ ແລະ ຜູ້ນໍາໃຊ້.

ມາດຕາ 38 ການຄຸ້ມຄອງຜະລິດຕະພັນ

          ຜະລິດຕະພັນທີ່ໄດ້ຜ່ານຂະບວນການຜະລິດຂອງໂຮງງານປຸງແຕ່ງພືດ ຕ້ອງຮັບປະກັນໃຫ້ມີຄຸນນະພາບດີ, ໄດ້ມາດຕະຖານ, ມີສຸຂານາໄມທີ່ດີ ແລະ ມີຄວາມປອດໄພຕໍ່ຜູ້ຊົມໃຊ້ ຫຼື ຜູ້ບໍລິໂພກ ໂດຍຖືກຕ້ອງຕາມລະບຽບການທາງດ້ານເຕັກນິກ ຫຼື ມາດຕະຖານໃດໜຶ່ງ ທີ່ຕະຫຼາດຕ້ອງການ.

          ຜະລິດຕະພັນ ຕ້ອງເກັບຮັກສາໄວ້ ບໍ່ໃຫ້ສໍາພັດກັບພື້ນໂດຍກົງ ແລະ ໃຫ້ແຍກຈາກສານເຄມີທີ່ເປັນອັນຕະລາຍ. ພາຊະນະບັນຈຸຜະລິດຕະພັນ ຕ້ອງສະອາດ ແລະ ບໍ່ຈີກຂາດ, ການເກັບຮັກສາຕ້ອງຈັດລຽງກອງຜະລິດຕະພັນຢ່າງເປັນລະບຽບ, ບໍ່ປົນກັນ ແລະ ມີປ້າຍຈໍາແນກຊຸດຜະລິດຕະພັນ ຢ່າງຊັດເຈນ.

          ໂຮງງານປຸງແຕ່ງພືດ ຕ້ອງມີລະບົບບັນທຶກຂໍ້ມູນວັດຖຸດິບ, ການຜະລິດ ແລະ ການແຈກຢາຍຜະລິດຕະພັນຢ່າງຈະແຈ້ງ ເມື່ອມີບັນຫາ ກ່ຽວກັບ ຄວາມປອດໄພຕໍ່ກັບສຸຂະພາບ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ແມ່ນໃຫ້ສາມາດກວດສອບ, ຮຽກເກັບຄືນຢ່າງຄົບຖ້ວນ ແລະ ທັນເວລາ.

ມາດຕາ 39 ການຄຸ້ມຄອງການກໍາຈັດ ແລະ ບໍາບັດສິ່ງເສດເຫຼືອ

        ການສ້າງຕັ້ງ ແລະ ການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອປະເພດຕ່າງໆເປັນຕົ້ນ ມົນລະພິດທາງ ນໍ້າ, ອາກາດ, ສິ່ງເສດເຫຼືອປະເພດຂອງແຂງ ແລະ ອັນຕະລາຍ, ແສງ, ສຽງດັງ, ຄວາມສັ່ນສະເທືອນ ແລະ ອື່ນໆ ຕ້ອງໄດ້ທໍາການບໍາບັດ ແລະ ກໍາຈັດສິ່ງເສດເຫຼືອ ໃຫ້ຢູ່ໃນເກນມາດຕະຖານຈຶ່ງສາມາດປ່ອຍອອກສູ່ສິ່ງແວດລ້ອມພາຍນອກໄດ້.

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕ້ອງໄດ້ອອກແບບລະບົບ ບໍາບັດ ແລະ ກໍາຈັດສິ່ງເສດເຫຼືອຂອງໂຮງງານ ແລ້ວນໍາສະເໜີຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້, ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອພິຈາລະນາຮັບຮອງ, ຫຼັງຈາກນັ້ນ ຈຶ່ງສາມາດດໍາເນີນການກໍ່ສ້າງ, ຕິດຕັ້ງລະບົບບໍາບັດ ແລະ ກໍາຈັດສິ່ງເສດເຫຼືອໄດ້.

ມາດຕາ 40 ການຄຸ້ມຄອງຄວາມປອດໄພ ແລະ ສຸຂານາໄມໂຮງງານ

          ພາຍໃນໂຮງງານປຸງແຕ່ງພືດ ຕ້ອງມີລະບົບຮັກສາຄວາມປອດໄພ ເປັນຕົ້ນ ລະບົບປ້ອງກັນອັກຄີໄພ, ລະບົບຄວາມປອດໄພຈາກໄຟຟ້າ, ລະບົບປ້ອງກັນອັນຕະລາຍຈາກເຄື່ອງຈັກ, ລະບົບຮັກສາຄວາມປອດໄພຂອງຄົນງານ ແລະ ມີບຸກຄະລາກອນບໍລິຫານຄວາມປອດໄພ ແລະ ສຸຂານາໄມສະເພາະ ໂດຍມີຈໍານວນພຽງພໍ, ແທດເໝາະກັບປະເພດ ແລະ ຂະໜາດຂອງແຕ່ລະໂຮງງານປຸງແຕ່ງພືດ. ບຸກຄະລາກອນບໍລິຫານຄວາມປອດໄພ ແລະ ສຸຂານາໄມ ມີໜ້າທີ່ໃນການກວດກາ, ຕິດຕາມ, ລາຍງານ, ປະສານສົມທົບ ແລະ ຈັດຝຶກອົບຮົມກ່ຽວກັບ ວຽກງານຄວາມປອດໄພ ແລະ ສຸຂານາໄມ ແນ່ໃສ່ ຫຼີກລ່ຽງອຸປະຕິເຫດແຮງງານ, ຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານ, ຮັກສາຄວາມເປັນລະບຽບ, ຄວາມສະອາດ ແລະ ສຸຂານາໄມພາຍໃນໂຮງງານປຸງແຕ່ງພືດໃຫ້ເປັນປົກກະຕິ.

          ໃນກໍລະນີ ຫາກເກີດອຸປະຕິເຫດທີ່ເຮັດໃຫ້ລະບົບການຜະລິດເສຍຫາຍ ແລະ ເປ່ເພ, ເຮັດໃຫ້ຄົນບາດເຈັບ ຫຼື ເສຍຊີວິດ ຜູ້ດໍາເນີນກິດຈະການໂຮງງານ ຕ້ອງແຈ້ງຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບທັນທີ ເພື່ອຫາມາດຕະການແກ້ໄຂ.

ໝວດທີ 6

ສິດ ແລະ ພັນທະ ຂອງຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ

ມາດຕາ 41 ສິດ ຂອງຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ

        ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ມີ ສິດ ດັ່ງນີ້:

1. ເປັນເຈົ້າກໍາມະສິດໂຮງງານປຸງແຕ່ງພືດ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກການດໍາເນີນກິດຈະການໂຮງງານ;

2. ກໍ່ສ້າງສິ່ງປຸກສ້າງ ແລະ ຕິດຕັ້ງເຄື່ອງຈັກ, ອຸປະກອນຕ່າງໆ ເພື່ອການດໍາເນີນກິດຈະການໂຮງງານປຸງແຕ່ງພືດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ;

3. ເຄື່ອນໄຫວດໍາເນີນກິດຈະການ ຕາມຂອບເຂດທີ່ໄດ້ຮັບອະນຸຍາດ ໃນໃບຢັ້ງຢືນການດໍາເນີນກິດຈະການ ໂຮງງານປຸງແຕ່ງພືດ;

4. ສະເໜີຂໍນະໂຍບາຍ, ການສົ່ງເສີມ, ການຊ່ວຍເຫຼືອ, ການແນະນໍາຈາກພາກລັດ ແລະ ພາກສ່ວນອື່ນທາງດ້ານວິຊາການ ແລະ ເຕັກໂນໂລຊີ ກ່ຽວກັບ ການດໍາເນີນກິດຈະການໂຮງງານປຸງແຕ່ງພືດ;

5. ໃຫ້ເຊົ່າ, ໂອນ, ມອບ, ສືບທອດ, ຊື້, ຂາຍ, ຂະຫຍາຍການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ແລະ ຢຸດເຊົາກິດຈະການໂຮງງານ ຕາມລະບຽບການ;

6. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດ ຕາມກົດໝາຍ;

7. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 42 ພັນທະ ຂອງຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ

        ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ມີ ພັນທະ ດັ່ງນີ້:

          1. ສ້າງຕັ້ງ ແລະ ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຕາມບົດວິພາກເສດຖະກິດ-ເຕັກນິກ, ມາດຕະຖານ ເຕັກນິກ ແລະ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານ;

2. ເສຍພາສີ, ອາກອນ, ພັນທະ, ຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກໍານົດເວລາ;

3. ປະຕິບັດຕາມລະບຽບການ ກ່ຽວກັບ ການນໍາໃຊ້ແຮງງານ ເປັນຕົ້ນ ຄ່າແຮງງານ, ໃຫ້ສະຫວັດດີການ, ອຸປະກອນປ້ອງກັນຄວາມປອດໄພຂອງຄົນງານ ແລະ ອື່ນໆ;

4. ສ້າງລະບົບການຄຸ້ມຄອງຄວາມປອດໄພພາຍໃນໂຮງງານປຸງແຕ່ງພືດ ໂດຍການສ້າງຕັ້ງໜ່ວຍງານຄຸ້ມຄອງຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມ, ເຄມີ ແລະ ໄພພິບັດປະຈໍາໂຮງງານ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ;

5. ລາຍງານ ການເກີດອຸປະຕິເຫດຂັ້ນຮ້າຍແຮງພາຍໃນໂຮງງານປຸງແຕ່ງພືດ ໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ;

6. ປະສານສົບທົບກັບອົງການປົກຄອງທ້ອງຖິ່ນ ບ່ອນໂຮງງານຕັ້ງຢູ່ ເພື່ອຮັກສາ ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ສິ່ງແວດລ້ອມ;

7. ລາຍງານ ແລະ ສະໜອງຂໍ້ມູນ ກ່ຽວກັບ ການເຄື່ອນໄຫວໂຮງງານຂອງຕົນ ໃຫ້ການຈັດຕັ້ງລັດທີ່ກ່ຽວຂ້ອງ ຕາມລະບຽບກົດໝາຍ;

8. ແຈ້ງເຫດຜົນຂອງການຢຸດເຊົາຊົ່ວຄາວ, ຖາວອນ ຫຼື ການລົ້ມລະລາຍ ໃຫ້ຂະແໜງການກະສິກໍາແລະ ປ່າໄມ້;

9. ກ່ອນຢຸດເຊົາດດໍາເນີນກິດຈະການໂຮງງານຖາວອນ ຕ້ອງໄດ້ກໍາຈັດ ຫຼື ບໍາບັດສິ່ງເສດເຫຼືອອັນຕະລາຍໃຫ້ຖືກຕ້ອງ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ;

10. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການຈັດຕັ້ງປະຕັ້ງປະຕິບັດວຽກງານຕາມ ສິດແລະ ໜ້າທີ່ຂອງເຈົ້າໜ້າທີ່ລັດ;

11. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

 

ໝວດທີ 7

ຂໍ້ຫ້າມ

ມາດຕາ 43 ຂໍ້ຫ້າມທົ່ວໄປ

              ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ອອກ, ໂຈະ ຫຼື ຍົກເລີກ ໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງພືດ ທີ່ບໍ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
  2. ສ້າງອຸປະສັກ, ສິ່ງກີດຂວາງ ຫຼື ຂັດຂວາງໃນທຸກຮູບແບບ ຕໍ່ກັບການສົ່ງເສີມ ແລະ ພັດທະນາວຽກງານປຸງແຕ່ງພືດ;
  3. ອະນຸຍາດທຸກຮູບແບບ ໃຫ້ໂຮງງານປຸງແຕ່ງພືດ ເຄື່ອນໄຫວກິດຈະການທີ່ບໍ່ມີໃບຢັ້ງຢືນການດຳເນີນກິດຈະການໂຮງງານ ຫຼື ບໍ່ລາຍງານ ກ່ຽວກັບ ການດຳເນີນກິດຈະການໂຮງງານປຸງແຕ່ງພືດ ທີ່ຜິດກົດໝາຍ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ;

ມາດຕາ 44 ຂໍ້ຫ້າມສຳລັບ ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ

              ຫ້າມ ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ ມີພຶດຕິກຳໃດໜຶ່ງ ດັ່ງນີ້:

  1. ສ້າງຕັ້ງ, ຍົກຍ້າຍ, ດຳເນີນກິດຈະການ ແລະ ຂະຫຍາຍໂຮງງານປຸງແຕ່ງພືດ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ຕິດຕັ້ງເຄື່ອງຈັກ, ​ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບໃບອະນຸຍາດ;
  3. ຕັ້ງໂຮງງານປຸງແຕ່ງພືດ ຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ຫຼື ເຂດຫວງຫ້າມ;
  4. ໃຫ້ສິນບົນແກ່ ເຈົ້າໜ້າທີ່ ແລະ ພະນັກງານ;
  5. ເຄື່ອນໄຫວກິດຈະການ ໂດຍບໍ່ສອດຄ່ອງກັບໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງພືດ;
  6. ນຳເຂົ້າວັດຖຸດິບ, ເຄື່ອງຈັກ ຫຼື ແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
  7. ນຳເຂົ້າ ຫຼື ນຳໃຊ້ທາດເຄມີອັນຕະລາຍໂດຍບໍ່ໄດ້ຮັບໃບອະນຸຍາດ;
  8. ຂັດຂວາງ ຫຼື ບໍ່ປະຕິບັດຕາມຄຳສັ່ງຂອງເຈົ້າໜ້າທີ່ ເປັນຕົ້ນ ຕັດກົ່ວ, ກະແຈ ຫຼື ໂສ້ ທີ່ເຈົ້າໜ້າທີ່ກວດກາໂຮງງານປຸງແຕ່ງພືດ ໄດ້ນຳໃຊ້ໜີບໃສ່ເຄື່ອງຈັກໃຫ້ຢຸດເຊົາການເຄື່ອນໄຫວ;
  9. ປ່ຽນຊື່ໂຮງງານປຸງແຕ່ງພືດ, ໂອນ, ຂາຍ, ໃຫ້ເຊົ່າ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການກະສິກຳ ແລະ ປ່າໄມ້;
  10. ປອມແປງເອກະສານ, ປິດບັງຂໍ້ມູນຄວາມຈິງ, ຂັດຂວາງ ຫຼື ບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ;
  11. ປ່ອຍ ຫຼື ຖິ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບຳບັດ ຫຼື ບຳບັດບໍ່ໄດ້ມາດຕະຖານ ຕາມລະບຽບການ;
  12. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 45 ຂໍ້ຫ້າມ ສຳລັບ ເຈົ້າໜ້າທີ່ ແລະ ພະນັກງານ

              ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານ ຂະແໜງການກະສິກຳ ແລະ ປ່າໄມ້ ມີພຶດຕິກຳໃດນຶ່ງ ດັ່ງນີ້:

  1. ສວຍໃຊ້ອຳນາດ, ນ້າທີ່, ຕຳແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີອື່ນທຸກຮູບແບບ;
  2. ຮັບສິນບົນ;
  3. ເມີນເສີຍຕໍ່ການລາຍງານກ່ຽວກັບໂຮງງານປຸງແຕ່ງພືດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ;
  4. ເປີດເຜຍເອກະສານຂອງຜູ້ປະກອບການໂຮງງານປຸງແຕ່ງພືດ;
  5. ກົດໜ່ວງ, ຖ່ວງດຶງເອກະສານ ຫຼື ປອມແປງລາຍເຊັນ;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 46 ມາດຕະການຕໍ່ຜູ້ລະເມີດ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ຫາກລະເມີດຂໍ້ຕົກລົງສະບັບນີ້ຈະຖືກຕັກເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ປັບໄໝ, ດຳເນີນທາງແພ່ງ ຫຼື ອາຍາ ແລ້ວແຕ່ ກໍລະນີ ເບົາ ຫຼື ໜັກ.

ໝວດທີ 8

ການຄຸ້ມຄອງ ແລະ ກວດກາ ໂຮງງານປຸງແຕ່ງພືດ

ມາດຕາ 47 ອົງການຄຸ້ມຄອງ ແລະ ກວດກາໂຮງງານປຸງແຕ່ງພືດ

          ອົງການຄຸ້ມຄອງ ແລະ ກວດກາໂຮງງານປຸງແຕ່ງພືດ ແມ່ນຂະແໜງການກະສິກໍາ ແລະ ປ່າໄມ້ປະກອບດ້ວຍ:

  1. ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້;
  2. ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້;
  3. ສະຖາບັນຄົ້ນຄວ້າ ແລະ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກໍາ ແລະ ປ່າໄມ້;
  4. ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ;
  5. ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ;
  6. ພາກສ່ວນອື່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງ ແລະ ກວດກາໂຮງງານປຸງແຕ່ງພືດ ສາມາດແຕ່ງຕັ້ງໜ່ວຍງານກວດກາ ຊຶ່ງປະກອບດ້ວຍພະນັກງານວິຊາການ ທີ່ໄດ້ຮັບການຝຶກອົບຮົມດ້ານເຕັກນິກວິຊາການ ຈາກກົມປູກຝັງ.

ມາດຕາ 48 ສິດ ແລະ ໜ້າທີ່ ຂອງກົມປູກຝັງ

          ໃນການຄຸ້ມຄອງ ແລະ ກວດກາ ໂຮງງານປຸງແຕ່ງພືດ ກົມປູກຝັງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ ນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກໍາ ກ່ຽວກັບ ໂຮງງານປຸງແຕ່ງພືດ;
  2. ໂຄສະນາ, ເຜີຍແຜ່, ຜັນຂະຫຍາຍນະໂຍບາຍດ ແຜນຍຸດທະສາດ ແລະ ນິຕິກໍາ ກ່ຽວກັບໂຮງງານປຸງແຕ່ງພືດ;
  3. ຄົ້ນຄວ້ານໍາສະເໜີ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາ ເຫັນດີດ້ານຫຼັກການ ກ່ຽວກັບ ການສ້າງຕັ້ງໂຮງງານປຸງແຕ່ງພືດ, ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ;
  4. ຄົ້ນຄວ້ານໍາສະເໜີ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາ ອອກ, ໂຈະ ຫຼື ຍົກເລີກ ໃບຢັ້ງຢືນການດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຂະໜາດໃຫຍ່ ແລະ ໂຮງງານປຸງແຕ່ງພືດເພື່ອການສົ່ງອອກ;
  5. ຄົ້ນຄວ້າ ແລະ ຮັບຮອງບົດວິພາກເສດຖະກິດ-ເຕັກນິກ ໂຮງງານປຸງແຕ່ງພືດ;
  6. ສຶກສາ, ຄົ້ນຄວ້າ, ວິເຄາະ ແລະ ວິໄຈ ແຜນຄວາມຕ້ອງການວັດຖຸດິບປ້ອນໂຮງງານປຸງແຕ່ງພືດ ແລະ ຄວາມອາດສາມາດຂອງກໍາລັງການຜະລິດ;
  7. ຮັບຮອງ ແລະ ອະນຸຍາດ ການນໍາເຂົ້າ ວັດຖຸດິບ, ເຄື່ອງຈັກ, ຊິ້ນສ່ວນ ແລະ ອາໄຫຼ່ເຄື່ອງຈັກ, ຊິ້ນສ່ວນ ແລະ ອາໄຫຼ່ຍານພາຫະນະ ແລະ ອຸປະກອນຮັບໃຊ້ ການກໍ່ສ້າງໂຮງງານ ແລະ ການຜະລິດຂອງໂຮງງານປຸງແຕ່ງພືດ;
  8. ສ້າງ ແລະ ພັດທະນາ ລະບົບຖານຂໍ້ມູນໂຮງງານປຸງແຕ່ງພືດ ໃນຂອບເຂດທົ່ວປະເທດ;
  9. ສ້າງ ແລະ ພັດທະນາຫຼັກສູດຝຶກອົບຮົມ ກ່ຽວກັບມາດຕະຖານການຜະລິດກະສິກໍາອິນຊີ, ມາດຕະຖານກະສິກໍາທີ່ດີ, ເຕັກນິກວິທະຍາການຫຼັງການເກັບກ່ຽວ, ການປຸງແຕ່ງພືດ, ການປ້ອງກັນ ແລະ ມາດຕະການປ້ອງກັນເຊື້ອພະຍາດຕ່າງໆ ເປັນຕົ້ນແມ່ນ Covid-19 ແລະ ດ້ານອື່ນໆທີ່ກ່ຽວຂ້ອງ;
  10. ເປັນໃຈກາງປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ຂັ້ນຕອນການສ້າງໂຮງງານ, ມາດຕະຖານເຕັກນິກ, ຄວາມປອດໄພ, ສຸຂານາໄມ ແລະ ສິ່ງແວດລ້ອມໂຮງງານ, ການຈັດຕັ້ງປະຕິບັດ, ການປັບປຸງດັດສົມໂຮງງານປຸງແຕ່ງພືດ, ວັດຖຸດິບສົ້ນເຂົ້າ ແລະ ຜະລິດຕະພັນສົ້ນອອກ ຂອງໂຮງງານປຸງແຕ່ງພືດ ໃນຂອບເຂດທົ່ວປະເທດ;
  11. ສັງລວມລາຍງານ ວຽກການປັບປຸງ ແລະ ດັດສົມໂຮງງານປຸງແຕ່ງພືດ ຕໍ່ລັດຖະບານ;
  12. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕັ້ງປະຕິບັດ ວຽກງານຄຸ້ມຄອງໂຮງງານປຸງແຕ່ງພືດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

 ມາດຕາ 49 ສິດ ແລະ ໜ້າທີ່ ຂອງກົມສົ່ງເສີມກະສິກຳ ແລະ ສະຫະກອນ

    ໃນການຄຸ້ມຄອງ ແລະ ກວດກາ ໂຮງງານປຸງແຕ່ງພືດ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານປຸງແຕ່ງກະສິກຳຂະໜາດນ້ອຍ ລະດັບຄອບຄົວ, ກຸ່ມ ແລະ ສະຫະກອນ;
  2. ຈັດຕັ້ງການຜະລິດ, ກຸ່ມ, ສະຫະກອນ, ຟາມ ແລະ ເຄືອຂ່າຍຊາວກະສິກອນ ເພື່່ອສະໜອງວັດຖຸດິບປ້ອນໂຮງງານ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ດ້ວຍການຊຸກຍູ້, ສົ່ງເສີມ ແລະ ຖ່າຍທອດເຕັກນິກ, ເຕັກໂນໂລຊີການປູກ, ການລ້ຽງ, ການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຄັດເກດ, ຫຸ້ມຫໍ່ ແລະ ການປຸງແຕ່ງ;
  3. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 50 ສິດ ແລະ ໜ້າທີ່ ຂອງສະບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

    ໃນການຄຸ້ມຄອງ ແລະ ກວດກາ ໂຮງງານປຸງແຕ່ງພືດ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ຊຸກຍູ້ ແລະ ພັດທະນາໂຮງງານ ແລະ ເຄື່ອງຄັດແຍກເມັດພັນ, ເຄື່ອງອົບເມັດພັນ, ສາງເຢັນເກັບເມັດພັນພືດ;
  2. ຄົ້ນຄວ້າ ແລະ ພັດທະນາ ເຕັກນິກ ການຜະລິດ, ການປຸງແຕ່ງພືດ, ເພື່ອສະໜອງ ແນວພັນພືດໃຫ້ແກ່ການຜະລິດວັດຖຸດິບປ້ອນໂຮງງານປຸງແຕ່ງພືດ;
  3. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 51 ສິດ ແລະ ໜ້າທີ່ ຂອງພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ

  1. ໂຄສະນາ, ເຜີຍແຜ່ ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ກ່ຽວກັບ ການສ້າງ ຕັ້ງໂຮງງານປຸງແຕ່ງພືດ;
  2. ຄົ້ນຄວ້ານຳສະເໜີ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເພື່ອພິຈາລະນາ ເຫັນດີດ້ານຫຼັກການ ກ່ຽວກັບ ການສ້າງຕັ້ງໂຮງງານປຸງແຕ່ງພືດ, ອອກຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດສ້າງຕັ້ງໂຮງງານ ປຸງແຕ່ງພືດຂະໜາດກາງ ຫຼື ນ້ອຍ;
  3. ອອກ, ດັດແກ້, ໂຈະ ຫຼື ຍົກເລີກໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງພືດຂະໜາດກາງ ຫຼື ນ້ອຍ ຕາມການມອບໝາຍ;
  4. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ມາດຕະຖານ, ເຕັກນິກ, ຄວາມປອດໄພ, ສຸຂານາໄມ,ສິ່ງແວດລ້ອມຂອງໂຮງງານປຸງແຕ່ງພືດ ແລະ ຕິດຕາມສົ້ນເຂົ້າວັດຖຸດິບ ແລະ ສົ້ນອອກຜະລິດຕະພັນ, ການປັບປຸງດັດສົມໂຮງງານປຸງແຕ່ງພືດ ຢູ່ໃນແຂວງຂອງຕົນ;
  5. ຈັດຕັ້ງການຜະລິດ, ກຸ່ມ, ສະຫະກອນ, ຟາມ ແລະ ເຄືອຂ່າຍຊາວກະສິກອນເພື່ອສະໜອງວັດຖຸດິບປ້ອນໂຮງງານ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ດ້ວຍການຊຸກຍູ້, ສົ່ງເສີມ ແລະ ຖ່າຍທອດເຕັກນິກ, ເຕັກໂນໂລຊີການປູກ, ການລ້ຽງ, ການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຄັດເກດ, ຫຸ້ມຫໍ່ ແລະ ການປຸງແຕ່ງ;
  6. ຝຶກອົບຮົມ ກ່ຽວກັບ ມາດຕະຖານການຜະລິດກະສິກຳອິນຊີ, ມາດຕະຖານກະສິກຳທີ່ດີ, ເຕັກນິກວິທະຍາການ ຫຼັງການເກັບກ່ຽວ, ການປຸງແຕ່ງພືດ, ການປ້ອງກັນ ແລະ ການກັກກັນພືດ, ມາດຕະການປ້ອງກັນເຊື້ອພະຍາດລະບາດຕ່າງໆ ເປັນຕົ້ນແມ່ນ Covid-19 ແລະ ດ້ານອື່ນໆທີ່ກ່ຽວຂ້ອງ;
  7. ເຂົ້າຮ່ວມເປັນຄະນະກຳມະການ ໃນການກວດກາ ແລະ ປະເມີນໂຮງງານປຸງແຕ່ງພືດ;
  8. ປະກອບຄຳເຫັນຢັ້ງຢືນແຜນການເຄື່ອນໄຫວປະຈຳງວດ ແລະ ປະຈຳປີຂອງໂຮງງານປຸງແຕ່ງພືດ;
  9. ສະຫຼຸບລາຍງານຂໍ້ມູນ ແລະ ສະພາບການເຄື່ອນໄຫວຂອງໂຮງງານປຸງແຕ່ງພືດ ໃຫ້ ກົມປູກຝັງປະຈຳງວດ ແລະ ປະຈຳປີ;
  10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 52 ສິດ ແລະ ໜ້າທີ່ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ

    ໃນການຄຸ້ມຄອງ ແລະ ກວດກາ ໂຮງງານປຸງແຕ່ງພືດ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ໂຄສະນາ, ເຜີຍແຜ່ ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ກ່ຽວກັບ ການສ້າງ ຕັ້ງໂຮງງານປຸງແຕ່ງພືດ;
  2. ເຂົ້າຮ່ວມ, ຊຸກຍູ້ ຕິດຕາມ ແນະນຳ ແລະ ກວດກາ ມາດຕະຖານ, ເຕັກນິກ, ຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມ  ແລະ  ຕິດຕາມການປັບປຸງດັດສົມໂຮງງານປຸງແຕ່ງພືດ ທີ່ຕັ້ງຢູ່ໃນເມືອງ ຂອງຕົນ;
  3. ເຂົ້າຮ່ວມເປັນຄະນະກຳມະການ ໃນການກວດກາ ແລະ ປະເມີນໂຮງງານປຸງແຕ່ງພືດ;
  4. ຈັດຕັ້ງການຜະລິດ, ກຸ່ມ, ສະຫະກອນ, ຟາມ ແລະ ເຄືອຂ່າຍຊາວກະສິກອນ ເພື່ອສະໜອງວັດຖຸດິບປ້ອນໂຮງງານ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ດ້ວຍການຊຸກຍູ້, ສົ່ງເສີມ ແລະ ຖ່າຍທອດເຕັກນິກ, ເຕັກໂນໂລຊີການປູກ, ການລ້ຽງ, ການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຄັດເກດ, ຫຸ້ມຫໍ່ ແລະ ການປຸງແຕ່ງ;
  5. ເຂົ້າຮ່ວມ, ຕິດຕາມ ແລະ ກວດກາພືດ ສົ້ນເຂົ້າວັດຖຸດິບ ແລະ ສົ້ນອອກຜະລິດຕະພັນ ຂອງໂຮງງານປຸງແຕ່ງພືດ ທີ່ຕັງຢູ່ໃນເມືອງ ຂອງຕົນ;
  6. ສະຫຼຸບລາຍງານ ຂໍ້ມູນ ແລະ ສະພາບການເຄື່ອນໄຫວ ຂອງໂຮງງານປຸງແຕ່ງພືດ ໃຫ້ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ປະຈຳງວດ ແລະ ປະຈຳປີ;
  7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

 

ມາດຕາ 53 ການກວດກາ ໂຮງງານປຸງແຕ່ງພືດ

    ການກວດກາໂຮງງານປຸງແຕ່ງພືດ ແມ່ນ ການກວດກາການດຳເນີນກິດຈະການ, ສະພາບເຕັກນິກຂອງອາຄານໂຮງງານ, ເຄື່ອງຈັກ, ຂະບວນການຜະລິດ, ຄວາມປອດໄພ, ສຸຂານາໄມໂຮງງານ, ຄວາມປອດໄພແຮງງານ, ການນຳໃຊ້ແຮງງານ, ກວດກາຜະລິດຕະພັນໂຮງງານປຸງແຕ່ງພືດ, ກວດກາລະບົບຈຳກັດ ແລະ ບຳບັດສິ່ງເສດເຫຼືອ ແລະ ການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການປະຕິບັດ ສິດ ແລະ ພັນທະ ຂອງຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ.

ມາດຕາ 54 ຮູບການກວດກາໂຮງງານປຸງແຕ່ງພືດ

    ການກວດກາໂຮງງານປຸງແຕ່ງພືດ ມີ ສາມ ຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການການກວດກາແບບກະທັນຫັນ.

ມາດຕາ 55 ການກວດກາຕາມລະບົບປົກກະຕິ

    ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ, ກວດກາຕາມຂັ້ນຕອນ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງປະກອບດ້ວຍ ການກວດກາກ່ອນການສ້າງຕັ້ງໂຮງງານປຸງແຕ່ງພືດ, ການດຳເນີນກິດຈະການ, ການຕໍ່ອາຍຸ, ການຂະຫຍາຍໂຮງງານ ແລະ ການສິ້ນສຸດກິດຈະການໂຮງງານປຸງແຕ່ງພືດ.

    ການກວດກາປົກກະຕິ ຕ້ອງສ້າງແຜນລົງກວດກາໂດຍກຳນົດວັນເວລາຢ່າງຈະແຈ້ງ ແລະ ຕ້ອງໄດ້ປະຕິບັດເປັນປະຈຳຢ່າງໜ້ອຍ ໂຮງງານລະໜຶ່ງຄັ້ງຕໍ່ປີ, ກ່ອນລົງກວດກາຕ້ອງແຈ້ງໃຫ້ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ ຊາບກ່ອນລ່ວງໜ້າຢ່າງໜ້ອຍ ສາມ ວັນ ກ່ອນມື້ລົງກວດກາ ພ້ອມທັງເຮັດບົດບັນທຶກກວດກາ.

ມາດຕາ 56 ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ

          ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາຕາມແຜນ ຫຼື ນອກແຜນ, ກ່ອນລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງໃຫ້ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ທີ່ຈະລົງກວດກາຮັບຊາບກ່ອນລ່ວງໜ້າ ຢ່າງໜ້າ ຫ້າ ວັນ.

          ການກວດການອກແຜນ ແມ່ນການກວດກາໃນກໍລະນີທີ່ເຫັນວ່າມີຄວາມຈໍາເປັນ ຫຼື ຕາມຄໍາສັ່ງທີ່ໄດ້ລົງກວດກາ ເຊັ່ນ: ການສ້າງຕັ້ງໂຮງງານປຸງແຕ່ງພືດ, ການຂະຫາຍາຍໂຮງງານ ຫຼື ການເຄື່ອນໄຫວກິດຈະການໂຮງງານປຸງແຕ່ງພືດ ໂດຍບໍ່ຮັບອະນຸຍາດ ຈາກຂະແໜງການກະສິກໍາ ແລະ ປ່າໄມ້.

ມາດຕາ 57 ການກວດກາແບບກະທັນຫັນ

          ການກວດກາແບບກະທັນຫັນ ແມ່ນ ການກວດກາໃນເວລາທີ່ເຫັນວ່າມີຄວາມຈໍາເປັນ ຫຼື ຮີບດ່ວນເປັນຕົ້ນ ມີຄໍາສັ່ງຊີ້ນໍາຂອງຂັ້ນເທິງ, ຕາມແຫຼ່ງຂ່າວ, ຕາມການສະເໜີ, ຕາມການຮ້ອງຟ້ອງ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ສົງໄສວ່າ ອາດກໍ່ໃຫ້ເກີດບັນຫາມີ່ເປັນຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ, ການເຄື່ອນໄຫວຂອງໂຮງງານບໍ່ຖືກຕ້ອງ ຕາມເປົ້າໝາຍຂອງການອະນຸຍາດ, ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍ, ເກີດອຸປະຕິເຫດແຮງງານ, ເກີດອັກຄີໄພມີຜົນເສຍຫາຍຮ້າຍແຮງຕໍ່ຊີວິດ ແລະ ຊັບສິນ.

          ການກວດກາແບບກະທັນຫັນ ແມ່ນລົງກວດກາໄດ້ທຸກເວລາ ໂດຍທີ່ບໍ່ໄດ້ແຈ້ງໃຫ້ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງພືດ ຊາບ ພ້ອມທັງເຮັດບົດບັນທຶກກວດກາ.

ມາດຕາ 58 ຜູ້ລົງກວດກາໂຮງງານປຸງແຕ່ງພືດ

          ຜູ້ທີ່ມີສິດລົງກວດກາໂຮງງານປຸງແຕ່ງພືດ ແລະ ຕາມມາດຕາ 55, 56 ແລະ ມາດຕາ 57 ຂອງຂໍ້ຕົກລົງສະບັບນີ້ ແມ່ນພະນັກງານວິຊາການ ທີ່ຖືກແຕ່ງຕັ້ງຈາກຂະແໜງການກະສິກໍາ ແລະ ປ່າໄມ້ ແຕ່ລະຂັ້ນໃຫ້ເປັນຄະນະກໍາມະການກວດກາໂຮງງານປຸງແຕ່ງພືດ.

ໝວດທີ 9

ບົດບັນຍັດສຸດທ້າຍ

ມາດຕາ 59 ການຈັດຕັ້ງປະຕິບັດ

        ໃຫ້ກົມປູກຝັງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນໍາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 60 ຜົນສັກສິດ

        ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

         

ລັດຖະມົນຕີ

ປອ. ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງງານປຸງແຕ່ງພືດ, ເລກທີ 3736/ກປ, ລົງວັນທີ 19 ສິງຫາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.