ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງບໍລິຄຳໄຊ
ເລກທີ 578/ຂບຊ
ບໍລິຄໍາໄຊ, ວັນທີ 20 ກັນຍາ 2022
ຂໍ້ຕົກລົງ
ວ່າດ້ວຍການຄຸ້ມຄອງການລົງທຶນ
ດ້ານກະສິກໍາຕາມຮູບແບບສັນຍາ ຂອງແຂວງບໍລິຄໍາໄຊ
- ອີງຕາມ ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68 /ສພຊ, ລົງວັນທີ 14 ທັນວາ 2015;
- ອີງຕາມ (ປັບປຸງ) ກົດຫມາຍ ວ່າດ້ວຍການສ້າງນິຕິກໍາ ສະບັບເລກທີ 06 /ສພຊ, ລົງວັນທີ 16 ພະຈິກ 2021;
- ອີງຕາມ ກົດຫມາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14 /ສພຊ,ລົງວັນທີ 17 ພະຈິກ 2016;
- ອີງຕາມ (ປັບປຸງ) ກົດຫມາຍ ວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ 2019;
- ອີງຕາມ ກົດຫມາຍ ວ່າດ້ວຍກະສິກໍາ ສະບັບເລກທີ 01 /98 ສພຊ, ລົງວັນທີ 10 ຕຸລາ 1998;
- ອີງຕາມ ຄໍາແນະນໍາ ກ່ຽວກັບການພິຈາລະນາອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງທີ່ດິນ ໃຫ້ ເຊົ່າ ຫຼື ສໍາປະທານ ສໍາລັບການປູກພືດກະສິກໍາ ສະບັບເລກທີ 057 /ກຜທ, ລົງວັນທີ 27 ກຸມພາ 2019;
- ອີງຕາມ ມະຕິກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ່ II ສະບັບເລກທີ 67 /ສພຂ.ບຊ, ລົງວັນທີ 29 ສິງຫາ 2022.
ເຈົ້າແຂວງ ຕົກລົງ:
ຫມວດທີ 1
ບົດບັນຍັດທົ່ວໄປ
ມາດຕາ 1 (ປັບປຸງ) ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການ ລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ ເພື່ອເຮັດໃຫ້ການລົງທຶນດັ່ງກ່າວ ຖືກຕ້ອງສອດຄ່ອງກັບກົດຫມາຍ ແລະ ລະບຽບການ ແນໃສ່ເຮັດໃຫ້ເນື້ອທີ່ດິນໄດ້ຮັບການພັດທະນາ ຮັບປະກັນການຜະລິດກະສິກໍາຕາມ ມາດຕະຖານກະສິກໍາສະອາດເປັນສິນຄ້າ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄໍາໄຊ.
ມາດຕາ 2 (ປັບປຸງ) ຄວາມຫມາຍການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ
ການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາແມ່ນການຄຸ້ມຄອງຂອງລັດຕໍ່ບຸກຄົນ ນິຕິບຸກຄົນ ແລະ ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໂດຍມີສ່ວນຮ່ວມຂອງເຈົ້າຂອງເນື້ອທີ່ດິນກະສິກໍາ ຕາມຮູບແບບສັນຍາ, ທີ່ໄດ້ຮັບສິດນໍາໃຊ້ເນື້ອທີ່ດິນ ຢ່າງຖືກຕ້ອງຕາມກົດຫມາຍ ແລະ ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກອົງການທະບຽນສານ.
ມາດຕາ 3 (ປັບປຸງ) ອະທິບາຍຄໍາສັບ
ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມຫມາຍດັ່ງດັ່ງນີ້:
1. ກະສິກໍາ: ຫມາຍເຖິງ ການປູກຝັງ, ລ້ຽງສັດ, ການປະມົງ ເພື່ອຕອບສະຫນອງທາງດ້ານອາຫານ ແລະ ທັນຍາຫານ ໃຫ້ແກ່ສັງຄົມ, ເປັນວັດຖຸດິບປ້ອນໂຮງງານອຸດສາຫະກໍາ ແລະ ອຸດສາຫະກໍາປຸງແຕ່ງ ລວມທັງ ສີນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ;
2. ຜູ້ລົງທຶນ: ຫມາຍເຖິງ ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດທີ່ຈົດທະບຽນດໍາເນີນທຸລະກິດ ຖືກຕ້ອງຕາມກົດຫມາຍຂອງ ສປປ ລາວ;
3. ເຕັກນິກ-ວິຊາການ: ຫມາຍເຖີງ ການຄວບຄຸມຂະບວນການຜະລິດພືດນັ້ນໆ ນັບແຕ່ການຄັດເລືອກ ແນວພັນ, ດິນ, ການປູກ, ການລ້ຽງ, ການບົວລະບັດຮັກສາ, ການເກັບກ່ຽວ, ການປຸງແຕ່ງໃຫ້ໄດ້ຕາມ ມາດຕະຖານທີ່ໄດ້ກໍານົດໄວ້;
4. ມາດຕະຖານ: ຫມາຍເຖິງ ການກໍານົດລັກສະນະສະເພາະຂອງຜະລິດຕະພັນ, ສິນຄ້າການບໍລິການ, ສິ່ງແວດລ້ອມ ແລະ ຂະບວນການຜະລິດທີ່ກ່ຽວຂ້ອງກັບຄຸນນະພາບຜົນຜະລິດ;
5. ການຜະລິດກະສິກໍາສະອາດ: ຫມາຍເຖີງ ລະບົບການຜະລິດກະສິກໍາທີ່ດີ “ GAP ” Good Agriculture Practice, ກະສິກໍາອິນຊີ “ OA ” Organic Agriculture ການຜະລິດກະສິກໍາອິນຊີ ເຊິ່ງ ການຜະລິດກະສິກໍາທີ່ດີ ຕ້ອງມີວິທີປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງທີ່ເປັນອັນຕະລາຍອາດຈະເກີດຂຶ້ນໃນ ຂະບວນການຜະລິດ, ການເກັບກ່ຽວ, ຫຼັງການເກັບກ່ຽວ ແລະ ການຜະລິດກະສິກໍາອິນຊີ ການຜະລິດຕົວຈິງ ແມ່ນບໍ່ນໍາໃຊ້ຝຸ່ນເຄມີ, ສານເຄມີໃນການປ້ອງກັນການຈໍາກັດສັດຕູພືດ;
6. ສິ່ງແວດລ້ອມ: ຫມາຍເຖິງ ສັບພະສິ່ງທັງປວງທີ່ມີຊີວິດ ແລະ ບໍ່ມີຊິວິດ, ເຊີ່ງເກີດຂື້ນຕາມທໍາມະຊາດ ຫຼື ມະນຸດສ້າງຂຶ້ນຢູ່ບໍລິເວນເປົ້າຫມາຍໃດຫນຶ່ງເຊັ່ນ: ຄົນ, ສັດ, ພືດ ແລະ ອື່ນໆທີ່ມີສາຍກ່ຽວພັນ ແລະ ສົ່ງຜົນ ສະທ້ອນເຊິ່ງກັນ ແລະ ກັນໃນທາງບວກ ແລະ ທາງລົບຕໍ່ການດໍາລົງຊີວິດ, ການຜະລິດ, ການຄົງຕົວ ແລະ ການຂະຫຍາຍຕົວຂອງມະນຸດ ແລະ ທໍາມະຊາດ;
7. ສິດນໍາໃຊ້ທີ່ດິນຂອງບຸກຄົນ: ຫມາຍເຖີງ ສິດນໍາໃຊ້ທີ່ດິນຂອງພົນລະເມືອງລາວ ຊຶ່ງມີໃບຕາດິນ ຖືກຕ້ອງຕາມກົດຫມາຍ;
8. ໃບຕາດິນ : ຫມາຍເຖີງ ເອກະສານທີ່ເປັນຫຼັກຖານຕົ້ນຕໍອັນຫນຶ່ງອັນດຽວກ່ຽວກັບສິດນໍາໃຊ້ທີ່ດິນ;
9. ໃບແຈ້ງເນື້ອທີ່ດິນ : ຫມາຍເຖິງ ການຂື້ນສໍາມະໂນທີ່ດິນ ໃນການເກັບກໍາສະຖິຕິຕອນດິນປະເພດ ຕ່າງໆ ເພື່ອຕິດຕາມສະພາບການເຄື່ອນໄຫວ, ປ່ຽນແປງເປົ້າຫມາຍການນໍາໃຊ້ທີ່ດິນ ແລະ ເປັນຂໍ້ມູນພື້ນຖານ ໃນການອອກໃບຕາດິນ ແລະ ເສຍຄ່າທໍານຽມນໍາໃຊ້ທີ່ດິນ;
10. ລັດຄຸ້ມຄອງ: ຫມາຍເຖິງ ລັດເປັນຜູ້ອະນຸມັດ, ອໍານວຍຄວາມສະດວກ, ຕິດຕາມ ກວດກາ, ຊຸກຍູ້ສົ່ງເສີມ ຕາມລະບຽບການ ເພື່ອໃຫ້ການຜະລິດກະສິກໍາເປັນສິນຄ້າໄດ້ຮັບຜົນດີ;
11. ເນື້ອທີ່ດິນ: ຫມາຍເຖີງ ເນື້ອທີ່ດິນ ທີ່ປະຊາຊົນ ນໍາໃຊ້ເຂົ້າໃນການຜະລິດກະສິກໍາ ໂດຍໄດ້ຮັບສິດນໍາ ໃຊ້ (ມີໃບຕາດິນ) ແລະ ດິນຕາມປະເພນີ (ຕາມມາດຕາ 130 ຂອງກົດຫມາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ);
12. ແຮງງານ: ຫມາຍເຖີງ ກໍາລັງແຮງງານ ການຜະລິດກະສິກໍາຂອງປະຊາຊົນ ແລະ ວິຊາການ ທີ່ນໍາໃຊ້ ເຂົ້າໃນການເຮັດວຽກ ເພື່ອຜະລິດກະສິກໍາເປັນສິນຄ້າ;
13. ທຶນ: ຫມາຍເຖີງ ເງິນທີ່ຜູ້ລົງທຶນນໍາໃຊ້ເຂົ້າໃນການຜະລິດກະສິກໍາ;
14. ແນວພັນ: ຫມາຍເຖີງ ເມັດພັນ, ທ່ອນພັນ, ກິ່ງກ້ານ, ເຫງົ້າ, ເບ້ຍ ແລະ ລູກສັດ, ລູກປາ ແລະ ອື່ນໆ ທີ່ໄດ້ຜ່ານຂະບວນການຄັດເລືອກ ເພື່ອໃຫ້ເປັນແນວພັນໃນການປູກ ແລະ ການລ້ຽງ;
15. ປັດໄຈການຜະລິດ: ຫມາຍເຖິງ ວັດຖຸອຸປະກອນ, ກົນຈັກ, ຝຸ່ນ, ປຸ໋ຍ, ຢາປາບສັດຕູພືດ, ຢາວັກຊິນ, ຢາປົວພະຍາດສັດ ແລະ ອາຫານສັດ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ;
16. ຕະຫຼາດ: ຫມາຍເຖີງ ສະຖານທີ່ຈໍາຫນ່າຍຜົນຜະລິດ ຢູ່ພາຍໃນ ແລະ ຕ່າງປະເທດ.
ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດ
ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ, ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເຂົ້າໃນການ ລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ ດ້ວຍການວາງນະໂຍບາຍ ແລະ ອໍານວຍຄວາມສະດວກ ຕາມກົດຫມາຍ:
ລັດປົກປ້ອງສິດ ແລະ ຮັບປະກັນຜົນປະໂຫຍດອັນຊອບທໍາຂອງຜູ້ລົງທຶນ, ຜູ້ອອກແຮງງານ, ຜູ້ໄດ້ຮັບ ສິດນໍາໃຊ້ເນື້ອທີ່ດິນກະສິກໍາຕາມກົດຫມາຍ ແນໃສ່ເຮັດໃຫ້ເກີດມີຂະບວນການຜະລິດກະສິກໍາຕາມ ມາດຕະຖານກະສິກໍາສະອາດ ກາຍເປັນສິນຄ້າ ແລະ ມີປະສິດທິຜົນ;
ລັດຊຸກຍູ້ສົ່ງເສີມການຜະລິດຂອງຊາວກະສິກອນໃຫ້ເຂັ້ມແຂງ, ສ້າງລາຍຮັບ, ຍົກລະດັບຊີວິດການ ເປັນຢູ່ໃຫ້ດີຂື້ນ, ແນໃສ່ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແບບຍືນຍົງ ຂອງແຂວງບໍລິຄໍາໄຊ.
ມາດຕາ 5 (ປັບປຸງ) ຫຼັກການຄຸ້ມຄອງການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ
ການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ ຕ້ອງຮັບປະກັນຕາມຫຼັກການດັ່ງນີ້:
1. ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດຫມາຍ, ວິ ໃສທັດຍຸດທະສາດ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ເມືອງ ທີ່ວາງອອກໃນແຕ່ ລະໄລຍະ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ;
2. ຮັບປະກັນກົນໄກປະສານງານຄຸ້ມຄອງ ຂອງລັດຢ່າງລວມສູນ ເປັນເອກະພາບທົ່ວແຂວງ;
3. ຮັບປະກັນ ໃນການຄຸ້ມຄອງຂອງລັດ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ຜູ້ລົງທຶນໃນການນໍາ ໃຊ້ເນື້ອທີ່ດິນກະສິກໍາ ເພື່ອຜະລິດກະສິກໍາ ຕາມມາດຕະຖານສະອາດເປັນສິນຄ້າ, ການນໍາໃຊ້ຊັບພະຍາກອນທໍາມະຊາດຕາມທິດສະອາດ, ສີຂຽວ ແລະ ຍືນຍົງ;
4. ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປົກປ້ອງສິດ, ຜົນ ປະໂຫຍດການນໍາໃຊ້ແຮງງານພາຍໃນ ຫຼື ຕ່າງປະເທດ ໃຫ້ຖືກຕ້ອງຕາມກົດຫມາຍຢ່າງເຂັ້ມງວດ;
5. ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ມີຂໍ້ມູນຫຼັກຖານ ແລະ ສາມາດກວດສອບໄດ້.
ມາດຕາ 6 (ປັບປຸງ) ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ, ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາ ເຄື່ອນໄຫວ ດໍາເນີນທຸລະກິດລົງທຶນດ້ານກະສິກໍາຕາມຮູບແບບສັນຍາ ຢູ່ແຂວງບໍລິຄໍາໄຊ.
ຫມວດທີ່ 2
ອົງປະກອບ, ຮູບແບບ ແລະ ເນື້ອໃນສັນຍາ
ມາດຕາ 7 (ໃຫມ່) ອົງປະກອບ ຂອງການລົງທຶນ
ການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ ມີ 6 ອົງປະກອບດັ່ງນີ້:
1.ລັດຄຸ້ມຄອງ;
2.ເນື້ອທີ່ດິນ;
3.ແຮງງານ;
4. ທຶນ, ແນວພັນ ແລະ ປັດໄຈການຜະລິດ;
5.ເຕັກນິກ-ວິຊາການ;
6. ຕະຫຼາດ.
ມາດຕາ 8 (ໃຫມ່) ຮູບແບບສັນຍາ
ຮູບແບບສັນຍາ ປະກອບມີ 3 ຮູບແບບຄື: 1. ຮູບແບບ 1+2+3;
2.ຮູບແບບ 1+1+4;
3.ຮູບແບບ 1+4+1.
ມາດຕາ 9 (ໃຫມ່) ຮູບແບບ1+2+3
ຮູບແບບ 1+2+3 ມີເນື້ອໃນດັ່ງນີ້:
(1): ການຄຸ້ມຄອງຂອງລັດ: ລັດເປັນຜູ້ອະນຸມັດ, ອໍານວຍຄວາມສະດວກ, ຕິດຕາມ ກວດກາ, ຊຸກ ຍູ້ - ສົ່ງເສີມ ຕາມລະບຽບການ ເພື່ອໃຫ້ການຜະລິດກະສິກໍາເປັນສິນຄ້າໄດ້ຮັບຜົນດີ;
(2): ປະຊາຊົນປະກອບສ່ວນ: ເນື້ອທີ່ດິນທີ່ຖືກຕ້ອງຕາມກົດຫມາຍ ແລະ ການມີສ່ວນຮ່ວມໃນການ ອອກແຮງງານຕາມຂະບວນການຜະລິດ;
(3): ຜູ້ລົງທຶນຮັບຜິດຊອບຄື: ທຶນ, ແນວພັນ, ປັດໄຈການຜະລິດ, ເຕັກນິກ-ວິຊາການ ແລະ ຕະຫຼາດ.
ມາດຕາ10 (ໃຫມ່) ຮູບແບບ1+1+4
ຮູບແບບ 1+1+4 ມີເນື້ອໃນດັ່ງນີ້:
(1): ການຄຸ້ມຄອງຂອງລັດ: ລັດເປັນຜູ້ອະນຸມັດ, ອໍານວຍຄວາມສະດວກ, ຕິດຕາມ ກວດກາ, ຊຸກ ຍູ້ - ສົ່ງເສີມ ຕາມລະບຽບການ ເພື່ອໃຫ້ການຜະລິດກະສິກໍາເປັນສິນຄ້າໄດ້ຮັບຜົນດີ;
(1): ປະຊາຊົນປະກອບສ່ວນຄື: ມີເນື້ອທີ່ດິນທີ່ຖືກຕ້ອງຕາມກົດຫມາຍ;
(4): ຜູ້ລົງທຶນໂດຍກົງຄື: ທຶນ, ແນວພັນ, ປັດໄຈການຜະລິດ ເຕັກນິກ-ວິຊາການ, ມີການຈ້າງແຮງງານ ເຂົ້າໃນຂະບວນການຜະລິດ ແລະ ຕະຫຼາດ.
ມາດຕາ11(ໃຫມ່)ຮູບແບບ 1+4+1
ຮູບແບບ 1+4+1 ມີເນື້ອໃນດັ່ງນີ້:
(1): ການຄຸ້ມຄອງຂອງລັດ: ລັດເປັນຜູ້ອະນຸມັດ, ອໍານວຍຄວາມສະດວກ, ຕິດຕາມ ກວດກາ, ຊຸກ ຍູ້ - ສົ່ງເສີມ ຕາມລະບຽບການ ເພື່ອ ໃຫ້ການຜະລິດກະສິກໍາເປັນສິນຄ້າໄດ້ຮັບຜົນດີ;
(4): ປະຊາຊົນປະກອບສ່ວນຄື: ມີໃບແຈ້ງເນື້ອທີ່ດິນ, ດິນຕາມປະເພນີ (ຕາມທີ່ກໍານົດໄວ້ໃນມາດຕາ 15, ຂໍ້ 2 ຂອງຂໍ້ຕົກລົງສະບັບນີ້), ມີທຶນ, ແນວພັນ, ປັດໄຈການຜະລິດ, ມີເຕັກນິກ-ວິຊາການ ແລະ ມີແຮງ ງານ ເຂົ້າໃນຂະບວນການຜະລິດ;
(1): ຜູ້ລົງທຶນໂດຍກົງຄື: ຕະຫຼາດ.
ມາດຕາ 12 (ໃຫມ່) ເນື້ອໃນສັນຍາ
ການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ ມີ 5 ເນື້ອໃນສັນຍາດັ່ງນີ້:
1. ຄ່ໍາເຊົ່າທີ່ດິນ;
2. ຄ່າຈ້າງແຮງງານ;
3. ການຮ່ວມທຶນ;
4. ລາຄາຊື້ - ຂາຍຜົນຜະລິດ ແລະ ການຄໍ້າປະກັນລາຄາ;
5. ຄຸນນະພາບຜົນຜະລິດແລະ ແນວພັນ.
ຫມວດທີ 3
ເງື່ອນໄຂການລົງທຶນ ແລະ ຂັ້ນຕອນການພິຈາລະນາ
ມາດຕາ 13 ເງື່ອນໄຂການລົງທຶນ
1. ເງື່ອນໄຂຂອງລັດ;
2.ເງື່ອນໄຂຂອງປະຊາຊົນ;
3.ເງື່ອນໄຂຂອງຜູ້ລົງທຶນ.
ມາດຕາ 14 (ປັບປຸງ) ເງື່ອນໄຂຂອງລັດ
1. ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ອໍານວຍຄວາມ ສະດວກໃຫ້ແກ່ການລົງທຶນ ຕາມກົດຫມາຍ ແລະ ລະບຽບການ;
2.ເຈົ້າແຂວງອອກຂໍ້ຕົກລົງອະນຸມັດການລົງທຶນໃຫ້ຜູ້ລົງທຶນຕາມກົດຫມາຍ ແລະ ລະບຽບການ;
3. ຂະແຫນງການ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂອງໂຄງການ;
4. ຂະແຫນງການກ່ຽວຂ້ອງສ້າງລະບຽບການໃນການຄຸ້ມຄອງ ຕາມເຕັກນິກຕາມມາດຕະຖານການ ຜະລິດກະສິກໍາສະອາດ ແລະ ສິ່ງແວດລ້ອມ.
ມາດຕາ 15 (ປັບປຸງ) ເງື່ອນໄຂຂອງປະຊາຊົນ
ປະຊາຊົນທີ່ສະຫມັກໃຈເຂົ້າຮ່ວມການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ ຕ້ອງມີເງື່ອນໄຂດັ່ງນີ້:
1. ເນື້ອທີ່ດິນທີ່ມີສິດນໍາໃຊ້ຖືກຕ້ອງຕາມກົດຫມາຍ (ມີໃບຕາດິນ), ສາມາດເຂົ້າຮ່ວມ ໃນຮູບແບບ ສັນຍາ 1+2+3 ແລະ ຮູບແບບ 1+1+4;
2. ເນື້ອທີ່ດິນ ທີ່ມີໃບແຈ້ງເນື້ອທີ່ດິນ, ດິນຕາມປະເພນີ ແຕ່ເປັນດິນຂອງຜູ້ກ່ຽວນໍາໃຊ້ຢ່າງຕໍ່ເນື່ອງ ແລະ ມີຄວາມສະຫງົບ ມາເປັນເວລາຫຼາຍກວ່າ 20 ປີ (ຕາມທີ່ລະບຸໄວ້ໃນກົດຫມາຍວ່າດ້ວຍທີ່ດິນ ສະບັບ ເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ 2019. ມາດຕາ 130 ການໄດ້ສິດນໍາໃຊ້ເນື້ອທີ່ດິນຕາມປະເພນີ) ແຕ່ຕ້ອງໄດ້ຮັບການເຫັນດີຈາກພາກສ່ວນທີ່ກ່ຽວຂ້ອງ, ຢັ້ງຢືນຈາກອົງການປົກຄອງບ້ານ, ເຈົ້າຂອງດິນຂ້າງຄຽງ ບ່ອນດິນຕັ້ງຢູ່ (ຕ້ອງບໍ່ນອນໃນເຂດສະຫງວນຂອງລັດ ແລະ ຂອບເຂດ 3 ປະເພດປ່າ) ແມ່ນສາມາດເຂົ້າ ຮ່ວມ ການຜະລິດກະສິກໍາເປັນສິນຄ້າ ຕາມຮູບແບບ 1+4+1 (ໃນກໍລະນີນີ້ ເຈົ້າຂອງເນື້ອທີ່ດິນດັ່ງກ່າວ ບໍ່ມີ ສິດເກັບຄ່າເຊົ່າທີ່ດິນ ນໍາຜູ້ລົງທຶນ) ແລະ ເຈົ້າຂອງທີ່ດິນ ຕ້ອງໄດ້ສະເຫນີຫາຂະແຫນງ ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເພື່ອຂໍອອກໃບຕາດິນໃຫ້ຖືກຕ້ອງຕາມກົດຫມາຍ;
3. ແຮງງານ: ຕ້ອງແມ່ນແຮງງານເຈົ້າຂອງດິນ ທີ່ສາມາດອອກແຮງງານເຂົ້າໃນຂະບວນການຜະລິດ ຕົວຈິງ ໃນກໍລະນີເຈົ້າຂອງເນື້ອທີ່ດິນບໍ່ມີແຮງງານ ແມ່ນສາມາດຈ້າງແຮງງານທາງນອກມາອອກແຮງງານແທນ ໂດຍສັນຍາຈ້າງແຮງງານ ຢ່າງລະອຽດຕາມກົດຫມາຍ.
ມາດຕາ 16 (ປັບປຸງ) ເງື່ອນໄຂຂອງຜູ້ລົງທຶນ
1. ຜູ້ລົງທຶນຕ້ອງມີຖານະທາງດ້ານການເງິນ ຫຼື ແຫຼ່ງທຶນ ຊຶ່ງໄດ້ຮັບການຢັ້ງຢືນຈາກສະຖາບັນການເງິນ ພາຍໃນ ຫຼື ຕ່າງປະເທດ;
2. ຕ້ອງມີເຕັກນິກ-ວິຊາການ, ມີການຄວບຄຸມຂະບວນການຜະລິດພືດນັ້ນໆ ນັບແຕ່ການຄັດເລືອກແນວພັນ, ດິນ, ການປູກ, ການບົວລະບັດຮັກສາ, ການເກັບກ່ຽວ, ການປຸງແຕ່ງໃຫ້ໄດ້ຕາມມາດຕະຖານທີ່ໄດ້ກໍານົດໄວ້;
3. ມີຕະຫຼາດຮອງຮັບຜົນຜະລິດ ຮັບປະກັນດ້ານລາຄາ ແລະ ການເກັບຊື້ຜົນຜະລິດ ຄືນຈາກປະຊາຊົນ ທີ່ເຂົ້າຮ່ວມໂຄງການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ;
4. ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດເຄື່ອນໄຫວຢ່າງຖືກຕ້ອງຕາມກົດຫມາຍ (ມີທະບຽນວິສະຫະກິດ, ທະບຽນອາກອນ, ໃບອະນຸຍາດດໍາເນີນກິດຈະການ ຈາກຂະແຫນງການກ່ຽວຂ້ອງ ແລະ ອື່ນໆ);
5. ເປັນຜູ້ທີ່ມີເປົ້າຫມາຍໃນການລົງທຶນ ເພື່ອສົ່ງເສີມການຜະລິດກະສິກໍາສະອາດ ເປັນສິນຄ້າໂດຍມີສ່ວນ ຮ່ວມໃນການນໍາໃຊ້ເນື້ອທີ່ດິນກະສິກໍາ ແລະ ແຮງງານຂອງປະຊາຊົນ ຕາມແຜນຈັດສັນ ແລະ ນໍາໃຊ້ທີ່ດິນ ທີ່ແຂວງໄດ້ກໍານົດ;
6.ເປັນຜູ້ທີ່ມີປະຫວັດ ແລະ ການເຄື່ອນໄຫວທີ່ຈະແຈ້ງ;
7. ກໍານົດເວລານໍາໃຊ້ທີ່ດິນນັ້ນສູງສຸດບໍ່ເກີນສິບຫ້າປີ ແລະ ສາມາດຕໍ່ໄດ້ຫນຶ່ງຄັ້ງແຕ່ບໍ່ເກີນສິບຫ້າປີ ຫຼື ປະຕິບັດຕາມສັນຍາລະຫວ່າງຜູ້ລົງທຶນ ແລະ ເຈົ້າຂອງເນື້ອທີ່ດິນ;
8. ມີເງື່ອນໄຂອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍທີ່ກ່ຽວຂ້ອງ.
ມາດຕາ 17 (ປັບປຸງ) ຄໍາຮ້ອງ ແລະ ເອກະສານການປະກອບຂໍລົງທຶນ
1. ການຍື່ນຄໍາຮ້ອງຂໍລົງທຶນ: ຜູ້ລົງທຶນຕ້ອງຍື່ນຄໍາຮ້ອງຂໍລົງທຶນ ທີ່ຫ້ອງການບໍລິການເອກະສານຜ່ານ ປະຕູດຽວ ຂັ້ນແຂວງ ເພື່ອສະເຫນີຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ;
2. ເອກກະສານປະກອບຂໍລົງທຶນຕ້ອງເປັນພາສາລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ການ ພິຈາລະນາ ຊຶ່ງປະກອບມີດັ່ງນີ້:
1). ຄໍາຮ້ອງຂໍລົງທຶນດ້ານກະສິກໍາຕາມຮູບແບບສັນຍາຕາມແບບພິມທີ່ກໍານົດ; ຊຶ່ງຄໍາຮ້ອງດັ່ງກ່າວຕ້ອງ ໄດ້ຮັບການຢັ້ງຢືນເຫັນດີຈາກນາຍບ້ານ, ຫົວຫນ້າຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ເຊັນ ຢັ້ງຢືນຈາກທ່ານເຈົ້າເມືອງ;
2).ເອກະສານຢັ້ງຢືນກ່ຽວກັບທີ່ດິນຂອງປະຊາຊົນ ທີ່ຈະເຂົ້າຮ່ວມໂຄງການ ໂດຍຮັບຮູ້ຈາກອົງການ ປົກຄອງບ້ານ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ຢັ້ງຢືນຈາກທ່ານ ເຈົ້າເມືອງ, ທີ່ດິນແຕ່ລະຕອນ ຂອງປະຊາຊົນ ຕ້ອງມີເອກະສານຢັ້ງຢືນ ສິດນໍາໃຊ້ຖືກຕ້ອງຕາມກົດຫມາຍ-ລະບຽບການ;
3. ສໍາເນົາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການອະນຸຍາດລົງທຶນຢູ່ ສປປ ລາວເຊັ່ນ:
(1) ສໍາເນົາໃບທະບຽນວິສາຫະກິດໃຫ້ຖືກຕ້ອງຕາມຮູບແບບສັນຍາ ແລະ ໃຫ້ຖືກຕ້ອງຕາມກົດຫມາຍ ວ່າດ້ວຍວິສາຫະກິດເຊັ່ນ: ປະເພດ, ຮູບການ ແລະ ຮູບແບບ ວິສາຫະກິດ;
(2)ສໍາເນົາໃບທະບຽນອາກອນ;
(3)ສໍາເນົາໃບອະນຸຍາດດໍາເນີນທຸລະກິດຂອງຂະແຫນງການ;
(4) ບົດວິພາກເສດຖະກິດ-ເຕັກນິກແລະແຜນດໍາເນີນງານ;
(5)ບົດປະເມີນຜົນກະທົບດ້ານສິ່ງແວດລ້ອມ;
(6)ໃບຢັ້ງຢືນຖານະການເງິນຈາກສະຖາບັນການເງິນຫຼືທະນາຄານທີ່ຕັ້ງຢູ່ ສປປ ລາວ.
ມາດຕາ 18 (ປັບປຸງ) ຂັ້ນຕອນການພິຈາລະນາ
ຂັ້ນຕອນ ແລະ ການກໍານົດເວລາໃນການພິຈາລະນາກ່ຽວກັບການລົງທຶນ:
ກ. ກໍລະນີນໍາໃຊ້ເນື້ອທີ່ຫຼາຍກວ່າ 10 ເຮັກຕາຂື້ນໄປ
1. ຫ້ອງການບໍລິການເອກະສານຜ່ານປະຕູດຽວ ຕ້ອງສົ່ງເອກະສານຄໍາຮ້ອງຂໍຄໍາເຫັນນໍາຂະແໜງການກ່ຽວຂ້ອງ ພາຍໃນ 2 ວັນລັດຖະການ ເພື່ອຄົ້ນຄ້ວາ ແລະ ມີຄໍາເຫັນແຈ້ງຕອບເປັນລາຍລັກອັກສອນ ພາຍໃນເວລາບໍ່ເກີນ 8 ວັນລັດຖະການ ນັບແຕ່ໄດ້ຮັບເອກະສານຄໍາຮ້ອງເປັນຕົ້ນໄປ;
2. ພາຍຫຼັງມີຄໍາເຫັນຈາກຂະແຫນງການກ່ຽວຂ້ອງແລ້ວ ຫ້ອງການບໍລິການເອກະສານຜ່ານປະຕູ ດຽວ ຕ້ອງຄົ້ນຄວ້ານໍາສະເຫນີຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາພາຍໃນກໍານົດ 10 ວັນລັດຖະການ;
3. ພາຍຫຼັງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໄດ້ຕົກລົງດ້ານຫຼັກການແລ້ວ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ມອບຮ່າງບົດບັນທຶກຄຸ້ມຄອງໂຄງການ ແລະ ຮ່າງສັນຍາກັບເຈົ້າ
ຂອງດິນ ເພື່ອໃຫ້ຜູ້ລົງທຶນພິຈາລະນາ ແລະ ປຶກສາກັນ. ເມື່ອຜູ້ລົງທຶນສາມາດຕົກລົງເງື່ອນໄຂ ແລະ ເຊັນບົດ ບັນທຶກຄຸ້ມຄອງ ໂຄງການຮ່ວມກັບຂະແຫນງແຜນການ ແລະ ການລົງທຶນແລ້ວ ແລະ ເຊັນສັນຍາກັບເຈົ້າຂອງ ດິນ, ຂະແຫນງແຜນການ ແລະ ການລົງທຶນ ຈຶ່ງຈະອອກໃບອະນຸຍາດລົງທຶນ ແລະ ຂະແຫນງອຸດສາຫະກໍາ ແລະ ການຄ້າອອກທະບຽນວິສາຫະກິດໃຫ້ພາຍໃນຢ່າງຊ້າບໍ່ໃຫ້ເກີນ 5 ວັນລັດຖະການ ນັບແຕ່ວັນໄດ້ຮັບ ອະນຸຍາດການລົງທຶນເປັນຕົ້ນໄປ ທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍວິສາຫະກິດ;
4. ຫຼັງຈາກເຊັນບົດບັນທຶກຄຸ້ມຄອງໂຄງການ ຜູ້ລົງທຶນຕ້ອງວາງເງິນຄໍ້າປະກັນຟື້ນຟູດິນຕາມທີ່ ລະບຸໄວ້ໃນບົດບັນທຶກຄຸ້ມຄອງໂຄງການ ແລະ ຜູ້ລົງທຶນຍັງຕ້ອງນໍາເອົາບົດບັນທຶກຄຸ້ມຄອງໂຄງການ ແລະ ສັນຍາກັບເຈົ້າຂອງດິນໄປແຈ້ງຕໍ່ ພະແນກການເງິນແຂວງ ບ່ອນກິດຈະການຕັ້ງຢູ່ເພື່ອຊາບ. ຜູ້ລົງທຶນສາມາດ ຖອນເງິນຄໍ້າປະກັນດັ່ງກ່າວໄດ້ ເມື່ອໄດ້ເຮັດສໍາເລັດດ້ານຟື້ນຟູດິນຄືນ ໂດຍມີການຮັບຮອງຈາກຂະແຫນງການທີ່ກ່ຽວຂ້ອງ.
ຂ. ກໍລະນີ່ນໍາໃຊ້ດິນແຕ່ 10 ເຮັກຕາລົງມາ
1. ຜູ້ລົງທຶນຕ້ອງແຈ້ງຂື້ນທະບຽນວິສາຫະກິດ ນໍາຂະແຫນງການອຸດສາຫະກໍາ ແລະ ການຄ້າ ເພື່ອ ສ້າງຕັ້ງເປັນນິຕິບຸກຄົນ;
2. ຫຼັງຈາກໄດ້ຮັບໃບທະບຽນວິສາຫະກິດແລ້ວ ຂະແຫນງການກະສິກໍາ ແລະ ປ່າໄມ້ມອບຮ່າງບົດ ບັນທຶກຄຸ້ມຄອງໂຄງການ ແລະ ຮ່າງສັນຍາກັບເຈົ້າຂອງດິນ ເພື່ອໃຫ້ຜູ້ລົງທຶນພິຈາລະນາ ແລະ ປຶກສາຫາລືກັບ ເຈົ້າຂອງດິນ, ເມື່ອຜູ້ລົງທຶນສາມາດ ຕົກລົງຮັບເອົາເງື່ອນໄຂ ແລະ ເຊັນບົດບັນທຶກຄຸ້ມຄອງໂຄງການຮ່ວມກັບ ຂະແຫນງການກະສິກໍາ ແລະ ປ່າໄມ້ແລ້ວ ແລະ ເຊັນສັນຍາກັບເຈົ້າຂອງທີ່ດິນ ແລະ ນໍາເອົາສັນຍາກັບເຈົ້າຂອງ ເນື້ອທີ່ດິນ ຫຼັງຈາກນັ້ນຂະແຫນງການກະສິກໍາ ແລະ ປ່າໄມ້ ຈຶ່ງອອກໃບອະນຸຍາດດໍາເນີນກິດຈະການ;
3. ຫຼັງຈາກເຊັນສັນຍາກັບເຈົ້າຂອງເນື້ອທີ່ດິນ ຜູ້ລົງທຶນຕ້ອງວາງເງິນຄໍ້າປະກັນ ເພື່ອຟື້ນຟູດິນຕາມ ທີ່ລະບຸໄວ້ໃນສັນຍາກັບເຈົ້າຂອງເນື້ອທີ່ດິນ ແລະ ນໍາເອົາສັນຍາໄປແຈ້ງຕໍ່ຫ້ອງການ ການເງິນເມືອງ ບ່ອນ ກິດຈະການຕັ້ງຢູ່ເພື່ອຮັບຊາບ. ຜູ້ລົງທຶນສາມາດຖອນເງິນຄໍ້າປະກັນດັ່ງກ່າວໄດ້ ເມື່ອໄດ້ເຮັດສໍາເລັດການຟື້ນຟູ ທີ່ດິນຄືນ ໂດຍມີການຮັບຮອງຈາກຂະແຫນງການກະສິກໍາ ແລະ ປ່າໄມ້.
ມາດຕາ 19 (ປັບປຸງ) ການວາງເງິນຄໍ້າປະກັນສໍາລັບການຟື້ນຟູເນື້ອທີ່ດິນໃຫ້ກັບຄືນສູ່ສະພາບເດີມ
ຜູ້ລົງທຶນດໍາເນີນກິດຈະການປູກພຶດກະສິກໍາ ທີ່ນໍາໃຊ້ທີ່ດິນຂອງພົນລະເມືອງລາວ ຈະຕ້ອງໄດ້ ວາງເງິນຄໍ້າປະກັນ ສໍາລັບການຟື້ນຟູເນື້ອທີ່ດິນ ໃຫ້ກັບຄືນສູ່ສະພາບເດີມ ຕາມແຕ່ລະປະເພດພືດ ດັ່ງນີ້:
- ສໍາລັບການປູກພືດກະສິກໍາທີ່ມີອາຍຸເກີນ 1 ປີ, ວາງເງິນຄໍ້າປະກັນສໍາລັບການຟື້ນຟູເນື້ອທີ່ດິນໃຫ້ ກັບຄືນສູ່ສະພາບເດີມ ຢ່າງຫນ້ອຍບໍ່ຫຼຸດ 750 ໂດລາສະຫະລັດ/1 ເຮັກຕາ, ການວາງເງິນຄໍ້າປະກັນສາມາດ ແບ່ງເປັນງວດໄດ້ຄື:ງວດທີ່ 1 ຈໍານວນ 30%, ງວດທີ່ 2 ຈໍານວນ 30%, ງວດທີ່ 3 ຈໍານວນ 40% ຂອງຈໍາ ນວນເງິນຄໍ້າປະກັນທັງຫມົດ ແລະ ຈໍານວນເງິນ ດັ່ງກ່າວຈະເກັບຮັກສາໄວ້ຢູ່ທະນາຄານໂດຍຕົກລົງກັນ ລະຫວ່າງ ເຈົ້າຂອງທີ່ດິນ ຜູ້ລົງທຶນ ແລະ ພະແນກແຜນການ ແລະ ການລົງທຶນແຂວງ, ການມອບເງິນຄໍ້າ ປະກັນແມ່ນພາຍຫຼັງເຊັນສັນຍາ ໂດຍກໍານົດ ຕາມອາຍຸພືດໃຫ້ຜົນຜະລິດພາຍໃນ 1 ປີເຊັ່ນ: ຫມາກກ້ວຍ, ຫມາກນັດ, ມັນຕົ້ນ, ສາລີ, ອ້ອຍ, ຢາສູບ, ຂິງ, ຫມາກໃສ່, ສົ້ມພໍດີ, ພືດຜັກ ແລະ ອຶ່ນໆ ແມ່ນໃຫ້ວາງເງິນ 30%, ໃນປີທີ່ 2, ວາງເງິນ 30% ໃນປີທີ່ 3 ແລະ ວາງເງິນ 40% ໃນປີທີ່ 4 ແລະ ພືດທີ່ມີອາຍຸໃຫ້ຜົນ ຜະລິດເກີນ 1 ປີ ເຊັ່ນ: ຫມາກຖົ່ວລຽນ, ຫມາກກ້ຽງ, ຫມາກມ່ວງ, ໄມ້ວິກ, ໄມ້ກະຖິນນະລົງ, ໄມ້ປ່ອງ ແລະ ໄມ້ໃຫ້ຫມາກອຶ່ນໆ ວາງເງິນ 30% ໃນປີທີ່ 6, ວາງເງິນ 30% ໃນປີທີ 12, ວາງເງິນ 40% ໃນປີທີ່ 18;
- ສໍາລັບການປູກພືດລົ້ມລຸກທີ່ມີອາຍຸບໍ່ເກີນ 1 ປີ ໃຫ້ວາງເງິນຄໍ້າປະກັນສໍາລັບການຟື້ນຟູດິນໃຫ້ກັບ ຄືນສູ່ສະພາບເດີມຢ່າງຫນ້ອຍບໍ່ໃຫ້ຫຼຸດ 100 ໂດລາສະຫະລັດ/1ເຮັກຕາ, ການວາງເງິນຄໍ້າປະກັນແມ່ນໃຫ້ວາງ
ເປັນງວດດຽວ;
- ການວາງເງິນຄໍ້າປະກັນຈະໄດ້ເກັບຮັກສາໄວ້ຢູ່ທະນາຄານ ໂດຍການຕົກລົງກັນລະຫວ່າງ ເຈົ້າຂອງ ທີ່ດິນ, ຜູ້ລົງທຶນ ແລະ ພະແນກແຜນການ ແລະ ການລົງທຶນ (ສໍາລັບປູກພືດປະເພດຖົ່ວແມ່ນຍົກເວັ້ນການ ວາງເງິນຄໍ້າປະກັນຟື້ນຟູເນື້ອທີ່ດິນ);
- ຜູ້ລົງທຶນສາມາດຖອນເງິນຄໍ້າປະກັນຟື້ນຟູເນື້ອທີ່ດິນຄືນ ພ້ອມກັບອັດຕາດອກເບ້ຍເງິນຝາກໄດ້ ພາຍຫຼັງທີ່ໄດ້ປັບປຸງເນື້ອທີ່ດິນ ໃຫ້ກັບຄືນສູ່ສະພາບເດີມ (ໂດຍໄດ້ຮັບການຢັ້ງຢືນ ຈາກຂະແຫນງການກະສິກໍາ ແລະ ປ່າໄມ້), ແຕ່ໃນກໍລະນີ້ຜູ້ລົງທຶນບໍ່ປະຕິບັດພັນທະ ການປັບປຸງເນື້ອທີ່ດິນກັບຄືນສູ່ສະພາບເດີມ ເຈົ້າຂອງ ເນື້ອທີ່ດິນ, ພະແນກແຜນການ ແລະ ການລົງທຶນ, ພະແນກກະສິກໍາ ແລະ ປ່າໄມ້ ຈະດໍາເນີນການຢຶດເງິນຄໍ້າ ປະກັນດັ່ງກ່າວພ້ອມດອກເບ້ຍ ເພື່ອນໍາມາຟື້ນຟູເນື້ອທີ່ດິນ ແລະ ສິ່ງແວດລ້ອມໃຫ້ກັບຄືນສູ່ສະພາບເດີມໃຫ້ ກັບເຈົ້າຂອງສິດນໍາໃຊ້ ເນື້ອທີ່ດິນ;
- ໃນກໍລະນີ ປະຊາຊົນຜະລິດກະສິກໍາຢູ່ໃນເນື້ອທີ່ດິນຂອງຕົນເອງ (ຕາມຮູບແບບ 1+4+1) ເພື່ອ ຂາຍຜົນຜະລິດໃຫ້ໂຄງການ, ບໍລິສັດ ຫຼື ໂຮງງານປຸງແຕ່ງ ບົນພື້ນຖານຂໍ້ຜູກພັນສັນຍາ ຊື້ຂາຍຜົນຜະລິດກະສິ ກໍາຮ່ວມກັນ ກໍລະນີນີ້ຈະບໍ່ໄດ້ວາງເງິນຄໍ້າປະກັນ ເພື່ອນໍາມາຟື້ນຟູເນື້ອທີ່ດິນ ແລະ ສິ່ງແວດລ້ອມໃຫ້ກັບຄືນສູ່ສະພາບເດີມ.
ຫມວດທີ 4
ການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ
ມາດຕາ 20 (ປັບປຸງ) ການຄຸ້ມຄອງການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ
1. ການຄຸ້ມຄອງປະຊາຊົນ, ຜູ້ລົງທຶນ;
2.ການຄຸ້ມຄອງທີ່ດິນກະສິກໍາທີ່ມີໂຄງການລົງທຶນຜະລິດກະສິກໍາຕາມມາດຖານກະສິກໍາສະອາດ
ເປັນສິນຄ້າຕາມຮູບແບບສັນຍາ;
3.ການຄຸ້ມຄອງການນໍາໃຊ້ທີ່ດິນສໍາລັບການລ້ຽງສັດ;
4.ການຄຸ້ມຄອງປົກປັກຮັກສາສິ່ງແວດລ້ອມ;
5.ການຄຸ້ມຄອງການໃຊ້ແຮງງານ;
6.ການຄຸ້ມຄອງຜົນຜະລິດ;
7.ການຄຸ້ມຄອງຜົນປະໂຫຍດ;
8.ການຄຸ້ມຄອງນໍ້າແລະ ຊັບພະຍາກອນນໍ້າ
9. ການຄຸ້ມຄອງປັດໄຈການຜະລິດ, ສິນຄ້າກະສິກໍາ;
10.ການໂຈະ, ຍົກເລີກການລົງທຶນ.
ມາດຕາ 21 (ປັບປຸງ) ການຄຸ້ມຄອງປະຊາຊົນ, ຜູ້ລົງທຶນ
ລັດເຮັດຫນ້າທີ່ຄຸ້ມຄອງປະຊາຊົນ, ຜູ້ລົງທຶນດ້ານກະສິກໍາຕາມຮູບແບບສັນຍາ ຢູ່ພາຍໃນແຂວງບໍລິຄໍາ ໄຊຢ່າງເປັນລະບົບລວມສູນ ແລະ ເປັນເອກະພາບ, ບໍ່ອະນຸຍາດໃຫ້ປະຊາຊົນ, ຜູ້ລົງທຶນໃດຫນຶ່ງເຄື່ອນໄຫວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມກົດຫມາຍ, ລະບຽບການ.
ມາດຕາ 22 (ປັບປຸງ) ການຄຸ້ມຄອງທີ່ດິນກະສິກໍາ ທີ່ມີໂຄງການລົງທຶນຜະລິດກະສິກໍາສະອາດເປັນ
ສິນຄ້າຕາມຮູບແບບສັນຍາ
ຜູ້ທີ່ລົງທຶນໃນໂຄງການຜະລິດກະສິກໍາສະອາດເປັນສິນຄ້າ ຕາມຮູບແບບສັນຍາ ສາມາດລົງທຶນໄດ້ນໍາ ເຈົ້າຂອງຜູ້ຖືສິດນໍາໃຊ້ທີ່ດິນ ແລະ ເນື້ອທີ່ດິນລັດຈັດສັນໃຫ້ເທົ່ານັ້ນ.
ມາດຕາ 23 ການຄຸ້ມຄອງການນໍາໃຊ້ທີ່ດິນສໍາລັບລ້ຽງສັດ
ການຄຸ້ມຄອງການນໍາໃຊ້ທີ່ດິນສໍາລັບລ້ຽງສັດ ແມ່ນການກໍານົດເຂດ ແລະ ວາງນະໂຍບາຍກ່ຽວກັບ ການນໍາໃຊ້ພື້ນທີ່ດິນ ທີ່ເຫມາະສົມສໍາລັບການລ້ຽງສັດແຕ່ລະປະເພດ ລວມທັງການກໍານົດທິດພັດທະນາ ແລະ ວາງລະບຽບການຄຸ້ມຄອງເຂດລ້ຽງສັດໃນເຂດສະຫງວນໄວ້ ເພື່ອການປູກພືດວັດຖຸດິບອາຫານສັດ.
ມາດຕາ 24 (ປັບປຸງ) ການຄຸ້ມຄອງການປົກປັກຮັກສາສິ່ງແວດລ້ອມ
1. ປ້ອງກັນ, ປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ຕາມທີ່ລະບຸໄວ້ໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂ້ອງ
2. ໃນກໍລະນີເກີດມີຜົນກະທົບທາງລົບ ທີ່ເກີດຈາກໂຄງການ ການລົງທຶນຂອງຕົນ ໂດຍອີງໃສ່ນິຕິກໍາ ທີ່ກ່ຽວຂ້ອງ ແລະ ສົມທົບກັບພາກສ່ວນຕ່າງໆ ໃນການແກ້ໄຂບັນຫາດ້ານສິ່ງແວດລ້ອມ-ສັງຄົມຕ້ອງໄດ້ຊົດ ເຊີຍຄ່າເສຍຫາຍ ປັບປຸງດິນ ແລະ ສະພາບແວດລ້ອມໃຫ້ຢູ່ໃນສະພາບປົກກະຕິ;
3. ການນໍາໃຊ້ສານເຄມີ ຕ້ອງບໍ່ໃຫ້ເກີນຄ່າມາດຕະຖານການຜະລິດກະສິກໍາສະອາດ ແລະ ສານເຄມີ ຕ້ອງຫ້າມ ທີ່ລັດຖະບານກໍານົດໄວ້, ສານເຄມີທີ່ຫມົດອາຍຸ ລວມເຖີງສິ່ງປົນເປື້ອນຕ່າງໆ, ຕ້ອງມີແຜນຈັດສັນ ສະຖານທີ່ເກັບຮັກສາ ຢ່າງຖືກຕ້ອງຕາມລະບຽບການກ່ຽວຂ້ອງກໍານົດ;
4. ການຫມູນໃຊ້ຄືນສິ່ງເສດເຫຼືອທີ່ສາມາດໃຊ້ຄືນໄດ້, ໃນກໍລະນີທີ່ນໍາໃຊ້ຝຸ່ນຊີວະພາບ ຕ້ອງຜ່ານ ຂະບວນການຕາມຫຼັກວິຊາການ ເພື່ອບໍ່ໃຫ້ນໍາພະຍາດມາສູ່ຄົນ;
5. ການເກັບມ້ຽນສານເຄມີ, ສິ່ງເສດເຫຼືອຈາກການນໍາໃຊ້ກ່ອນການທໍາລາຍຕ້ອງປະຕິບັດຕາມຂັ້ນ ຕອນໃຫ້ຖືກຕ້ອງ ກັບແຜນການຄຸ້ມຄອງສິ່ງເສດເຫຼືອ ທີ່ກໍານົດຢູ່ໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມທີ່ ຖືກຮັບຮອງ, ສອດຄ່ອງກັບກົດຫມາຍ ແລະ ລະບຽບທີ່ກໍານົດໄວ້;
6. ສໍາລັບສິນຄ້າທີ່ບໍ່ຜ່ານມາດຕະຖານການຜະລິດ ກະສິກໍາສະອາດ (ກະສິກໍາທີ່ດີ “ GAP ”Good Agriculture Practice,ກະສິກໍາອິນຊີ “ OA ” Organic Agriculture ) ແມ່ນໃຫ້ປະຕິບັດຕາມລະບຽບການຂອງພະແນກການກ່ຽວຂ້ອງ.
ມາດຕາ 25 (ປັບປຸງ) ການຄຸ້ມຄອງການໃຊ້ແຮງງານ
ທຸກຫົວຫນ່ວຍທຸລະກິດ ຕ້ອງເຮັດສັນຍາແຮງງານກັບຜູ້ອອກແຮງງານ ຊຶ່ງແມ່ນການຕົກລົງ ລະຫວ່າງ ຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ ຫຼື ລະຫວ່າງ ອົງການກໍາມະບານ ກັບຜູ້ຕາງຫນ້າຜູ້ໃຊ້ແຮງງານ ກ່ຽວກັບ ເງື່ອນໄຂການເຮັດວຽກ, ເງິນເດືອນ ຫຼື ຄ່າແຮງງານ, ສະຫວັດດີການ, ເຄື່ອງ-ອຸປະກອນປ້ອງກັນແຮງງານ ແລະ ນະໂຍບາຍອື່ນໆ. ສັນຍາແຮງງານ ຕ້ອງສ້າງຂຶ້ນບົນພື້ນຖານຫຼັກການສະເຫມີພາບ ແລະ ເຫັນດີເຫັນ ພ້ອມນໍາກັນ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໂດຍສອດຄ່ອງກັບກົດຫນາຍ ແລະ ລະບຽບການ;
ສັນຍາແຮງງານຕ້ອງປະກອບມີເນື້ອໃນຕົ້ນຕໍດັ່ງນີ້: 1) ຊື່ ແລະ ນາມສະກຸນຜູ້ໃຊ້ແຮງງານ ແລະ ຜູ້ ອອກແຮງງານ; 2) ຂະແຫນງວຽກງານສິດ, ພັນທະ, ຄວາມຮັບຜິດຊອບ ແລະ ຫນ້າທີ່ວິຊາສະເພາະຂອງຜູ້ ອອກແຮງງານ; 3) ເງິນເດືອນ ຫຼື ຄ່າແຮງງານຂອງຜູ້ອອກແຮງງານ; 4) ກໍານົດເວລາຂອງສັນຍາແຮງງານ (ວັນ ເດືອນ, ປີເລີ່ມຕົ້ນ ແລະ ສິ້ນສຸດຂອງສັນຍາ); 5) ບ່ອນຢູ່ປັດຈຸບັນຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ; 6) ຮູບການເບີກຈ່າຍເງິນເດືອນ ແລະ ຄ່າແຮງງານ; 7) ກໍານົດເວລາກວດສອບຄວາມສາມາດຂອງຜູ້ອອກແຮງ ງານ; 8) ສະຫວັດດີການ ແລະ ນະໂຍບາຍອື່ນໆຂອງຜູ້ອອກແຮງງານ; 9) ວັນເຮັດວຽກ, ວັນພັກຜ່ອນ ແລະ ວັນພັກ; 10) ຜົນປະໂຫຍດທີ່ຜູ້ອອກແຮງງານຈະໄດ້ຮັບຫຼັງຈາກສິ້ນສຸດສັນຍາແຮງງານ; 11) ບັນຫາອື່ນທີ່ ເຫັນວ່າທັງສອງຝ່າຍຈໍາເປັນ ໂດຍສອດຄ່ອງກັບກົດຫມາຍວ່າດ້ວຍແຮງງານ ແລະ ລະບຽບການ ທີ່ກ່ຽວຂ້ອງ;
ຜູ້ໃຊ້ແຮງງານ ຕ້ອງຈັດໃຫ້ຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບ ຢ່າງຫນ້ອຍສອງຄັ້ງຕໍ່ປີ, ກວດ ສຸຂະພາບກ່ອນເຂົ້າເຮັດວຽກ ແລະ ກວດສຸຂະພາບກ່ອນການອອກເຮັດວຽກ. ສໍາລັບຜູ້ອອກແຮງງານທີ່ເຮັດ ວຽກກ່ຽວກັບຄວາມສ່ຽງ ແລະ ອາດເປັນອັນຕະລາຍຕໍ່ສຸຂະພາບ ແລະ/ຫຼື ເຮັດວຽກກາງຄືນ ຕ້ອງໄດ້ຮັບການ ກວດສຸຂະພາບຢ່າງຫນ້ອຍສາມຄັ້ງຕໍ່ປີ.
ມາດຕາ 26 (ປັບປຸງ) ການຄຸ້ມຄອງຜົນຜະລິດ
1. ຕ້ອງປະຕິບັດຕາມມາດຕະຖານກະສິກໍາສະອາດ (ກະສິກໍາທີ່ດີ “ GAP ” Good Agriculture Practice, ກະສິກໍາອິນຊີ “ OA ” Organic Agriculture ) ຕາມນິຕິກໍາຂອງກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້;
2. ຮັບປະກັນຜົນຜະລິດເພື່ອເປັນສິນຄ້າ ໃນການຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງ ຕະຫຼາດແຕ່ລະໄລຍະ;
3. ການເຄື່ອນຍ້າຍຜົນຜະລິດກະສິກໍາເພື່ອການສົ່ງອອກໄປຕ່າງປະເທດ ຕ້ອງມີໃບຢັ້ງຢືນສຸຂານາໄມ ພືດ ແລະ ໃບຢັ້ງຢືນສຸຂະພາບສັດ ຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ.
ມາດຕາ 27 (ປັບປຸງ) ການຄຸ້ມຄອງຜົນປະໂຫຍດ
1.ຜົນປະໂຫຍດຂອງລັດ
- ລັດຈະໄດ້ຮັບຈາກການເກັບພາສີ-ອາກອນ, ຄ່າທໍານຽມ, ພັນທະຕ່າງໆ ຕາມກົດຫມາຍ, ນິຕິກໍາລຸ່ມ ກົດຫມາຍທີ່ກໍານົດ ແຕ່ລະໄລຍະເຂົ້າງົບປະມານແຫ່ງລັດ;
- ສ້າງວຽກເຮັດງານທໍາ,ລຸດຜ່ອນການເຄື່ອນຍ້າຍແຮງງານທ້ອງຖິ່ນອອກໄປເຮັດວຽກຢູ່ແຂວງອື່ນ ແລະ ຕ່າງປະເທດ;
-ເກີດມີຂະບວນການຜະລິດເປັນສິນຄ້າ;
- ພື້ນຖານໂຄງລ່າງຈໍານວນຫນຶ່ງໄດ້ຮັບການພັດທະນາເປັນຕົ້ນ: ເສັ້ນທາງ, ໄຟຟ້າ.
2. ຜົນປະໂຫຍດຂອງປະຊາຊົນ
- ເພື່ອຮັບປະກັນຜົນປະໂຫຍດຂອງຜູ້ຮ່ວມລົງທຶນ ເປັນຕົ້ນປະຊາຊົນ ທີ່ນໍາເອົາເນື້ອທີ່ດິນຂອງຕົນ ເຂົ້າຮ່ວມ ໂຄງການ ຕາມຮູບແບບສັນຍານັ້ນ ຜູ້ລົງທຶນຕ້ອງກໍານົດເງື່ອນໄຂຜົນຕອບແທນດ້ານເສດຖະກິດ (ລາຍຮັບ) ຕໍ່ປະຊາຊົນຢ່າງເປັນລາຍລັກອັກສອນ (ມີສັນຍາລະຫວ່າງປະຊາຊົນ ແລະ ຜູ້ລົງທຶນ) ບົນພື້ນຖານ ການຕົກລົງເຫັນດີນໍາກັນ ລະຫວ່າງ ປະຊາຊົນ ແລະ ຜູ້ລົງທຶນ ແລະ ເຊັນຢັ້ງຢືນຈາກອົງການປົກຄອງບ້ານ, ຂະແຫນງການກ່ຽວຂ້ອງ ແລະ ນໍາໄປຢັ້ງຢືນຄວາມຖືກຕ້ອງຈາກອົງການທະບຽນສານ;
- ຈະໄດ້ຮັບການຝຶກອົບຮົມ, ຮຽນຮູ້ກ່ຽວກັບເຕັກນິກ-ວິຊາການ ກ່ຽວກັບການປູກ, ການລ້ຽງ, ການ ບົວລະບັດຮັກສາ ແລະ ສາມາດເອົາຄວາມຮູ້ຈາກໂຄງການ ແລະ ຮັບຮູ້ດ້ານຂໍ້ມູນຂ່າວສານກ່ຽວກັບການ ລົງທຶນ ໄປນໍາໃຊ້ເຂົ້າໃນການຜະລິດ ພາຍໃນຄອບຄົວ;
- ມີວຽກເຮັດງານທໍາ ແລະ ມີລາຍຮັບຈາກການອອກແຮງງານ;
- ມີລາຍຮັບຈາກການເຊົ່າທີ່ດິນ.
3. ຜົນປະໂຫຍດຂອງຜູ້ລົງທຶນ
- ມີຜົນປະໂຫຍດໂດຍການຂາຍຜົນຜະລິດທີ່ໄດ້ຈາກການລົງທຶນຂອງຕົນຮ່ວມກັບປະຊາຊົນ;
- ໄດ້ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນບ່ອນທີ່ຕົນເອງໄດ້ລົງທຶນ ແລະ ອື່ນໆ.
ມາດຕາ 28 ການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ
ການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ຮັບປະກັນການຄຸ້ມຄອງ, ການນໍາໃຊ້ນໍ້າ, ການອະນຸລັກ ແລະ ປົກປ້ອງຮັກສານໍ້າ, ຊັບພະຍາກອນ ນໍ້າ, ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ;
2. ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຍຸດທະສາດການຄຸ້ມຄອງ, ການບໍລິການ ແລະ ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ, ແຜນຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ, ການ ປະເມີນສິ່ງແວດລ້ອມແບບຍຸດທະສາດ, ການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ວຽກງານປ້ອງ ກັນຊາດ, ປ້ອງກັນຄວາມສະຫງົບ;
3. ຖືເອົາຄຸນນະພາບນໍ້າ ແລະ ຊັບພະຍາກອນນໍ້າເປັນຕົ້ນຕໍພ້ອມເອົາການບູລະນະຟື້ນຟູນໍ້າ ແລະ ຊັບພະຍາກອນນໍ້າເປັນສໍາຄັນ;
4.ຮັບປະກັນມີສ່ວນຮ່ວມຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງໃນການວາງແຜນ, ພັດທະນາ, ການນໍາໃຊ້ນໍ້າ ແລະ ປົກປັກຮັກສາຊັບພະຍາກອນນໍ້າໃຫ້ຍືນຍົງ;
5. ຮັບຜິດຊອບຕໍ່ຄວາມເສຍຫາຍນໍ້າ ແລະ ຊັບພະຍາກອນນໍ້າໃນເຂດການຜະລິດທາງດ້ານຄຸນນະພາບ ແລະ ປະລິມານ.
ມາດຕາ 29 (ໃຫມ່) ການຄຸ້ມຄອງປັດໄຈການຜະລິດ, ສິນຄ້າກະສິກໍາ
ການຄຸ້ມຄອງປັດໄຈການຜະລິດ, ສິນຄ້າກະສິກໍາ ໃຫ້ປະຕິບັດດັ່ງນີ້:
1. ຜູ້ນໍາເຂົ້າປັດໄຈການຜະລິດ ຕ້ອງປະຕິບັດຕາມບົດວິພາກເສດຖະກິດເຕັກນິກ, ແຜນນໍາເຂົ້າປະຈໍາ ປີ, ໄດ້ຮັບອານຸຍາດນໍາເຂົ້າ ຈາກຂະແຫນງການກ່ຽວຂ້ອງ ແລະ ການນໍາໃຊ້ປັດໄຈການຜະລິດ ໃຫ້ຖືກຕ້ອງ ຕາມເຕັກນິກວິຊາການ, ລະບຽບການ ແລະ ກົດຫມາຍກໍານົດ;
2. ຜູ້ຜະລິດກະສິກໍາ ຕ້ອງຮັບປະກັນການຜະລິດ ມີຄຸນນະພາບດີ, ໄດ້ມາດຕະຖານ, ລາຄາທີ່ເປັນທໍາ ແລະ ການບໍລິການທີ່ດີ, ຕ້ອງປະຕິບັດຕາມສັນຍາ, ຫ້າມຂາຍຜົນຜະລິດໃຫ້ຄົນອື່ນເດັດຂາດ, ຍົກເວັ້ນໄດ້ຮັບ ການເຫັນດີຈາກຄູ່ສັນຍາ;
3. ຜູ້ຊື້ ຕ້ອງເກັບຊື້ຜົນຜະລິດກະສິກໍາ ຕາມລາຄາທີ່ໄດ້ເຊັນສັນຍາຕົກລົງກັນໄວ້, ຫ້າມບໍ່ໃຫ້ເອົາປຽບ ຜູ້ຜະລິດ ເຊັ່ນ: ຕີເຫດຜົນຜະລິດຕໍ່າ.
ມາດຕາ 30 (ໃຫມ່) ການໂຈະ, ການຍົກເລີກການລົງທຶນ
1. ການໂຈະການລົງທຶນ: ການລົງທຶນ ຈະຖືກໂຈະການເຄື່ອນໄຫວຊົ່ວຄາວໂດຍອົງການທີ່ອະນຸຍາດ ລົງທຶນ ແລະ ອອກທະບຽນວິສາຫະກິດ (ມາດຕາ 85 ກົດຫມາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບ ເລກທີ 14 /ສພຊ, ລົງວັນທີ 17 ພະຈິກ 2016) ດັ່ງນີ້:
- ຕາມການສະເຫນີຂອງຜູ້ລົງທຶນ;
- ຕາມການສະເຫນີຂອງຂະແຫນງການທີ່ກ່ຽວຂ້ອງ ຍ້ອນບໍ່ປະຕິບັດຕາມເປົ້າຫມາຍການລົງທຶນ ຫຼື ດໍາ ເນີນທຸລະກິດບໍ່ໄປຕາມສັນຍາ ຫຼື ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
2. ການຍົກເລີກການລົງທຶນ: ການລົງທຶນຈະຖືກຍົກເລີກ (ມາດຕາ 87 ກົດຫມາຍ ວ່າດ້ວຍການ ສົ່ງເສີມການລົງທຶນ ສະບັບເລກທີ 14 /ສພຊ, ລົງວັນທີ 17 ພະຈິກ 2016) ໃນກໍລະນີດັ່ງນີ້:
- ຕາມການສະເຫນີຂອງຜູ້ລົງທຶນ ຫຼື ຄູ່ສັນຍາຝ່າຍໃດຝ່າຍຫນຶ່ງ ໃນກໍລະນີທີ່ມີການລະເມີດຂໍ້ຜູກພັນ ຂອງອີກຝ່າຍໃດຝ່າຍຫນຶ່ງ ຕາມທີ່ໄດ້ກໍານົດໄວ້ໃນສັນຍາ ຫຼື ກົດຫມາຍ ແລະ ລະບຽບການ;
- ບໍ່ເສຍພັນທະພາສີ, ອາກອນ ແລະ ພັນທະການເງິນອື່ນໆ ຕາມທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
- ມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ ໃຫ້ຍົກເລີກການລົງທຶນ; ມີການລົ້ມລະລາຍ ຕາມກົດຫມາຍ;
ໃນກໍລະນີມີການຍົກເລີກການລົງທຶນຈະບໍ່ພາໃຫ້ຜູ້ລົງທຶນພົ້ນຈາກພັນທະ ແລະ ຫນີ້ສິນທີ່ມີຕໍ່ບຸກຄົນ, ນິຕິບຸກຄົນ ແລະ ຕໍ່ລັດ.
ຫມວດທີ 5
ຂໍ້ຫ້າມ
ມາດຕາ 31 ຂໍ້ຫ້າມສໍາລັບພະນັກງານ
1. ສວຍໃຊ້ອໍານາດ, ຫນ້າທີ່ຕໍາແຫນ່ງ ແລະ ຮັບສິນບົນ ຈາກຜູ້ລົງທຶນເພື່ອຜົນປະໂຫຍດສ່ວນຕົວ;
2. ສົມຮູ້ຮ່ວມຄິດ ຫຼື ເອື້ອອໍານວຍຄວາມສະດວກໃຫ້ຜູ້ລົງທຶນ ເພື່ອໄດ້ມາຊຶ່ງຜົນປະໂຫຍດທີ່ຂັດຕໍ່ ກົດຫມາຍ ແລະ ລະບຽບການ;
3. ເມີນເສີຍ, ປະລະຫນ້າທີ່ຕໍ່ຄວາມຮັບຜິດຊອບຂອງຕົນທີ່ກໍ່ຄວາມເສຍຫາຍຕໍ່ກັບຜົນປະໂຫຍດ ຂອງລັດ, ປະຊາຊົນ ແລະ ຜູ້ລົງທຶນ;
4. ກົດຫນ່ວງ, ທ່ວງດຶງ ຫຼື ແກ່ຍາວເວລາ ການພິຈາລະນາເອກະສານຕ່າງໆ ຂອງຜູ້ລົງທຶນໂດຍບໍ່ມີເຫດຜົນ;
5. ປົກປ້ອງ ຫຼື ສົມຮູ້ຮ່ວມຄິດກັບຜູ້ລົງທຶນທີ່ລະເມີດຕໍ່ລະບຽບກົດຫມາຍຊຶ່ງສ້າງຄວາມເສຍຫາຍແກ່ ຜົນປະໂຫຍດຂອງລັດ.
ມາດຕາ 32 (ປັບປຸງ) ຂໍ້ຫ້າມສໍາລັບຜູ້ລົງທຶນ
1. ໃຫ້ສິນບົນແກ່ເຈົ້າຫນ້າທີ່ ແລະ ພະນັກງານຮັບຜິດຊອບວຽກງານທີ່ກ່ຽວຂ້ອງ;
2. ສົມຮູ້ຮ່ວມຄິດກັບເຈົ້າຫນ້າທີ່ ແລະ ພະນັກງານລັດ ເພື່ອໃຫ້ໄດ້ມາຊຶ່ງຜົນປະໂຫຍດ ທີ່ຄັດກັບກົດຫມາຍ ແລະ ລະບຽບການ;
3. ຫຼົບຫຼີກການປະຕິບັດພັນທະ, ເຊື່ອງອໍາ, ປິດບັງລາຍຮັບ, ກໍາໄລ ແລະ ຊຸກເຊື່ອງການກະທໍາຜິດທີ່ ຕິດພັນກັບການເສຍພາສີ, ອາກອນຕ່າງໆ;
4. ນໍາໃຊ້ແຮງງານເກີນກົດຫມາຍແຮງງານກໍານົດໄວ້;
5.ບຸກເບີກເນື້ອທີ່ດິນເກີນຂອບເຂດທີ່ລັດອະນຸຍາດ;
6. ກະທໍາຜິດຕໍ່ຂໍ້ຕົກລົງສະບັບນີ້ ແລະ ກົດຫມາຍທີ່ກ່ຽວຂ້ອງ.
ມາດຕາ 33 (ປັບປຸງ) ຂໍ້ຫ້າມຂອງປະຊາຊົນ
1. ປອມແປງເອກະສານ, ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບສິດນໍາໃຊ້ທີ່ດິນ;
2. ສົມທົບກັບນັກລົງທຶນເພື່ອຊຸກເຊື່ອງ ຫລື ສ້າງເງື່ອນໄຂປິດບັງຂໍ້ມູນ ເພື່ອສະເຫນີການລົງທຶນຕາມຮູບ ແບບສັນຍາ;
3. ຫ້າມບຸກລຸກຈັບຈອງເນື້ອທີ່ດິນຂອງລັດ ແລະ ເນື້ອທີ່ດິນ 3 ປະເພດປ່າ;
4. ມີພຶດຕິກໍາອື່ນໆ ທີ່ຄັດກັບ ຂໍ້ຕົກລົງສະບັບນີ້ ແລະ ກົດຫມາຍ.
ຫມວດທີ 6
ການແກ້ໄຂຂໍ້ຂັດແຍ່ງ
ມາດຕາ 34 ການແກ້ໄຂຂໍ້ຂັດແຍ່ງ
ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການລົງທຶນສາມາດດໍາເນີນດ້ວຍຮູບການໃດຫນຶ່ງ ດັ່ງນີ້:
1.ການແກ້ໄຂດ້ວຍການປານີປະນອມ;
2.ການແກ້ໄຂທາງດ້ານບໍລິຫານ;
3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ້ງທາງດ້ານເສດຖະກິດ ຢູ່ ສປປ ລາວ;
4.ການແກ້ໄຂດ້ວຍຂະບວນການຍຸດຕິທໍາ.
ມາດຕາ 35 ການແກ້ໄຂດ້ວຍການປານີປະນອມ
ໃນກໍລະນີ ທີ່ມີຂໍ້ຂັດແຍ່ງກ່ຽວກັບການລົງທຶນ ຄູ່ກໍລະນີຕ້ອງດໍາເນີນການແກ້ໄຂຂໍ້ຂັດແຍ່ງນໍາກັນໂດຍ ສັນຕິວິທີ, ປະນິປະນອມກັນ ຫຼື ໂດຍຜ່ານຄົນກາງ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ສົມເຫດສົມ ຜົນ ແລະ ເປັນທໍາ.
ມາດຕາ 36 ການແກ້ໄຂທາງບໍລິຫານ
ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບການລົງທຶນ ຄູ່ກໍລະນີ ຫຼື ຝ່າຍໃດຝ່າຍຫນຶ່ງສາມາດສະເຫນີຂໍ້ຂັດແຍ່ງ ຜ່ານຫ້ອງການບໍລິການເອກະສານຜ່ານປະຕູດຽວ ເພື່ອສະເຫນີຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ພິຈາລະນາແກ້ໄຂຕາມກົດຫມາຍ.
ມາດຕາ 37 ການແກ້ໄຂ ໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ ສປປ ລາວ
ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບການລົງທຶນຄູ່ກໍລະນີ ສາມາດຮ້ອງຂໍຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານ ເສດຖະກິດ ຕາມລະບຽບກົດຫມາຍ ຂອງ ສປປ ລາວ.
ມາດຕາ 38 ການແກ້ໄຂດ້ວຍຂະບວນການຍຸຕິທໍາ
ໃນກໍລະນີ ເກີດມີຂໍ້ຂັດແຍ່ງກ່ຽວກັບການລົງທຶນ ຝ່າຍໃດຝ່າຍຫນຶ່ງ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ຕາມກົດຫມາຍ ຂອງ ສປປ ລາວ, ເມື່ອມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ໃຫ້ນໍາໄປຈັດຕັ້ງ ປະຕິບັດຕາມຄໍາຕັດສິນຢ່າງເຂັ້ມງວດ.
ຫມວດທີ 7
ຄະນະຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ
ມາດຕາ 39 (ປັບປຸງ) ຄະນະຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ
ອົງການປົກຄອງແຂວງເປັນຜູ້ຊີ້ນໍາວຽກງານຄຸ້ມຄອງ ການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ ທີ່ ມີສ່ວນຮ່ວມກັບປະຊາຊົນ ຢ່າງລວມສູນເປັນເອກະພາບໃນທົ່ວແຂວງ, ໂດຍມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ເປັນຜູ້ຮັບຜິດຊອບໂດຍກົງ ທັງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ມີຜົນສໍາເລັດຕາມຈຸດປະສົງ ແລະ ຄາດຫມາຍ. ເຊີ່ງປະກອບມີ 11 ພາກສ່ວນຕົ້ນຕໍຄື:
1. ພະແນກແຜນການ ແລະ ການລົງທຶນແຂວງ;
2. ພະແນກກະສິກໍາ ແລະ ປ່າມ້ແຂວງ;
3. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ;
4. ພະແນກອຸດສາຫະກໍາ ແລະ ການຄ້າແຂວງ;
5. ພະແນກການເງິນແຂວງ;
6. ພະແນກສາທາລະນະສຸກແຂວງ;
7. ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ;
8. ສະຫະພັນກໍາມະບານແຂວງ;
9. ກອງບັນຊາການ ປກສ ແຂວງ;
10. ທ່ານເຈົ້າເມືອງ 07 ເມືອງ;
11. ບັນດາອົງການປົກຄອງບ້ານ.
ມາດຕາ 40 (ປັບປຸງ) ສິດ ແລະ ຫນ້າທີ່ຂອງພະແນກແຜນການ ແລະ ການລົງທຶນແຂວງ
1. ຮັບຄໍາຮ້ອງຂໍລົງທຶນ, ກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານຕ່າງໆ;
2. ນໍາສົ່ງຄໍາຮ້ອງຂໍລົງທຶນ ທັງເປັນໃຈກາງປະສານສົມທົບກັບຂະແຫນງການກ່ຽວຂ້ອງ ເພື່ອມີຄໍາເຫັນ ທາງດ້ານວິຊາການ ຕໍ່ບັນດາການສະເຫນີຂອງຜູ້ລົງທຶນ;
3. ອອກຈົດຫມາຍເຊີນພະແນກການກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ເພື່ອປຶກສາຫາລືດ້ານວິຊາການ ຕໍ່ການສະເຫນີຂອງຜູ້ລົງທຶນ;
4. ສັງລວມຂໍ້ມູນໂຄງການເພື່ອລາຍງານຂໍທິດຊີ້ນໍາ ແລະ ຕົກລົງຈາກກອງປະຊຸມຄົບຄະນະ ຄລທ ກໍລະນີຮີບດ່ວນ ພະແນກແຜນການ ແລະ ການລົງທຶນສາມາດນໍາສະເຫນີທ່ານປະທານ ຄລທ ພິຈາລະນາເປັນອັນສະເພາະແຂວງ;
5. ແຈ້ງຜົນຂອງກອງປະຊຸມຄົບຄະນະ ຄລທ ແຂວງ ແລະ ແຈ້ງຜົນການຕົກລົງຂອງປະທານ ຄລທ ແຂວງໃນໂຄງການ ລົງທຶນດ້ານກະສິກໍາຕາມຮູບແບບສັນຍາ ກໍລະນີບໍ່ໄດ້ນໍາເຂົ້າໃນວາລະກອງປະຊຸມຄົບ ຄະນະ ຄທລ ແຂວງໃຫ້ແຈ້ງເຖີງພະແນກການ, ທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ຜູ້ລົງທຶນຮັບຊາບ;
6. ສ້າງບົດບັນທຶກສັນຍາພັດທະນາໂຄງການກັບຜູ້ລົງທຶນ;
7. ຕິດຕາມ, ກວດກາ, ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານໃຫ້ຂັ້ນເທີງຢ່າງ ເປັນປົກກະຕິ;
8. ເປັນໃຈກາງສົມທົບກັບພະແນກການກ່ຽວຂ້ອງໃນການຄຸ້ມຄອງ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ;
9. ຄົ້ນຄວ້າ, ນໍາສະເຫນີຄໍາເຫັນໃນການໂຈະ, ປ່ຽນແປງ ຫຼື ຍົກເລີກໂຄງການທີ່ບໍ່ປະຕິບັດຕາມເປົ້າ ຫມາຍການລົງທຶນ ຫຼື ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
10. ຄົ້ນຄວ້າ ແລະ ນໍາສະເຫນີ ການໃຫ້ນະໂຍບາຍຕ່າງໆຕາມກົດຫມາຍ ແລະ ລະບຽບການ;
11. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍາກົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 41 (ປັບປຸງ) ສີດ ແລະ ຫນ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ
1. ສ້າງ ແລະ ຄຸ້ມຄອງແຜນຈັດສັນເນື້ອທີ່ດິນກະສິກໍາ, ສໍາຫຼວດ ເນື້ອທີ່ດິນກະສິກໍາຂອງປະຊາຊົນ ຜູ້ທີ່ຈະເຂົ້າຮ່ວມໂຄງການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາ ໂດຍສົມທົບກັບພະແນກການກ່ຽວຂ້ອງ ແລະ ທ້ອງຖິ່ນ;
2. ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານ ການນໍາໃຊ້ທີ່ດິນກະສິກໍາຂອງ ປະຊາຊົນໃຫ້ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ;
3. ຄົ້ນຄວ້າ ມີຄໍາເຫັນດ້ານວິຊາການ ກ່ຽວກັບການນໍາໃຊ້ເນື້ອທີ່ດິນກະສິກໍາ ເພື່ອຜະລິດກະສິກໍາ ສະອາດ ແລະ ລ້ຽງສັດເປັນສິນຄ້າ;
4. ຄຸ້ມຄອງການບຸກເບີກເນື້ອທີ່ດິນກະສິກໍາ ທີ່ເຂົ້າຮ່ວມໂຄງການ, ແນະນໍາ ດ້ານເຕັກນິກວິຊາການ ກ່ຽວກັບການຜະລິດກະສິກໍາສະອາດ ແລະ ລ້ຽງສັດເປັນສິນຄ້າ;
5. ກວດກາ, ຢັ້ງຢືນ ມາດຕະຖານຜົນຜະລິດກະສິກໍາສະອາດ ແລະ ຜະລິດຕະພັນສັດ ເປັນສິນຄ້າ;
6. ຄຸ້ມຄອງ, ຄວບຄຸມ ການນໍາໃຊ້ປັດໃຈການຜະລິດເຊັ່ນ: ແນວພັດພືດ, ແນວພັນສັດ ຝຸ່ນ, ປຸ໋ຍສານເຄມີ, ຢາປາບສັດຕູພືດ, ຫົວອາຫານສັດ, ຢາກັນພະຍາດສັດ ແລະ ເຄື່ອງມືອື່ນໆ ທີ່ກ່ຽວຂ້ອງ ໃຫ້ຢູ່ໃນ ລະບຽບ-ກົດຫມາຍກໍານົດ;
7. ອອກອະນຸຍາດດໍາເນີນກິດຈະການດ້ານກະສິກໍາສະອາດ ແລະ ລ້ຽງສັດ ພ້ອມທັ້ງຂຶ້ນທະບຽນ ສັດລ້ຽງ (ສັດໃຫຍ່) ໃຫ້ຜູ້ລົງທຶນ;
8. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 42 (ປັບປຸງ) ສິດ ແລະ ຫນ້າທີ່ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ
1. ຄຸ້ມຄອງແຜນຈັດສັນທີ່ດິນລວມ, ຄົ້ນຄວ້າ ແລະ ນໍາສະເຫນີ ການນໍາໃຊ້ທີ່ດິນ ໃຫ້ຖືກຕ້ອງຕາມເປົ້າ ຫມາຍ ແລະ ມີປະສິດທິຜົນ;
2.ຢັ້ງຢືນຄວາມຖືກຕ້ອງສິດນໍາໃຊ້ເນື້ອທີ່ດິນກະສິກໍາຂອງປະຊາຊົນ ກ່ອນທີ່ຈະເຂົ້າຮ່ວມໂຄງການ;
3. ເປັນເຈົ້າການກວດກາ, ຕິດຕາມ, ປະເມີນຜົນ ແລະ ລາຍງານການນໍາໃຊ້ເນື້ອທີ່ດິນກະສິກໍາ ຂອງ ປະຊາຊົນ ທີ່ເຂົ້າຮ່ວມໂຄງການ ແລະ ສົມທົບແກ້ໄຂຂໍ້ຄັດແຍ່ງຕ່າງໆ ທີ່ເກີດຂຶ້ນກັບການນໍາໃຊ້ເນື້ອທີ່ດິນ ພາຍໃນ ໂຄງການ;
4. ປະເມີນ, ຢັ້ງຢືນ ແລະ ຕິດຕາມ, ກວດກາ ຜົນກະທົບ ທາງດ້ານສິ່ງແວດລ້ອມ ຂອງໂຄງການ;
5. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 43 (ປັບປຸງ) ສິດ ແລະ ຫນ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ
1. ຮັບຄໍາຮ້ອງເພື່ອພິຈາລະນາການສະເຫນີອອກທະບຽນວິສາຫະກິດ ຂອງຜູ້ລົງທຶນ ໃຫ້ຖືກຕ້ອງຕາມ ລະບຽບກົດ ຫມາຍ ທັງແຈ້ງພາກສ່ວນກ່ຽວຂ້ອງຮັບຊາບ ແລະ ສໍາເນົາເອກະສານ;
2. ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານການນໍາໃຊ້ທະບຽນວິສາຫະກິດໃຫ້ ຖືກຕ້ອງຕາມລະບຽບ-ກົດຫມາຍ;
3. ຄຸ້ມຄອງການມີຕົວຕົນ ແລະ ການຈັດຕັ້ງປະຕິບັດໂຄງການນັບແຕ່ຂອດສ້າງຕັ້ງຈົນເຖີງຂອດຍຸບ ເລີກ ຫຼື ລົ້ມລະລາຍ ຕາມທີ່ກໍານົດໄວ້ໃນກົດຫມາຍວິສາຫະກິດ;
4. ຄົ້ນຄວ້າ, ມີຄໍາເຫັນດ້ານວິຊາການ ກ່ຽວກັບການອອກອະນຸຍາດທະບຽນວິສາຫະກິດ, ການຄຸ້ມ ຄອງການປຸງແຕ່ງ ຜະລິດຕະພັນກະສິກໍາສະອາດ ເປັນເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບ ເພື່ອຈໍາຫນ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ;
5. ຄຸ້ມຄອງ, ກວດກາ ການນໍາເຂົ້າ ແລະ ສົ່ງອອກ, ການແຈ້ງລາຄາສິນຄ້າ ແລະ ຄຸ້ມຄອງຕະຫຼາດ ສິນຄ້າກະສິກໍາ;
6. ຄຸ້ມຄອງ, ຕິດຕາມ, ກວດກາການດໍາເນີນທຸລະກິດ, ການນໍາເຂົ້າ, ການນໍາໃຊ້ເຄມີ, ການບໍາບັດ ແລະ ການກໍາຈັດສິ່ງເສດເຫຼືອເຄມີ;
7. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 44 (ປັບປຸງ) ສິດ ແລະ ຫນ້າທີ່ຂອງພະແນກການເງິນແຂວງ
1. ຄົ້ນຄວ້າ, ມີຄໍາເຫັນດ້ານວິຊາການ ໃນວຽກງານການເງິນ ຕໍ່ກັບການລົງທຶນດ້ານກະສິກໍາຕາມຮູບ ແບບສັນຍາ ອອກໃບຢັ້ງຢືນການສໍາລະອາກອນປະຈໍາປີໃຫ້ແກ້ຜູ້ລົງທຶນ;
2. ເປັນເຈົ້າການຄຸ້ມຄອງ ການຈັດເກັບຄ່າທໍານຽມນໍາໃຊ້ທີ່ດິນບຸກຄົນ, ຄຸ້ມຄອງການເກັບອາກອນແຮງ ງານເງິນເດືອນ ຂອງພະນັກງານຜູ້ລົງທຶນ, ອາກອນກໍາໄລ, ອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງຂອງ ບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ຕາມລະບຽບການທີ່ກໍານົດໄວ້ແຕ່ລະໄລຍະ ເຂົ້າ ງົບປະມານຂອງລັດ;
3. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 45 (ປັບປຸງ) ສິດ ແລະ ຫນ້າທີ່ຂອງພະແນກສາທາລະນະສຸກແຂວງ
1. ຕິດຕາມ, ກວດກາ, ປະເມີນ ແລະ ລາຍງານການຄຸ້ມຄອງສຸຂະພາບຂອງຜູ້ອອກແຮງງານພາຍໃນ ບໍລິສັດ ແລະ ຂອບເຂດບ້ານໄກ້ຄຽງໃຫ້ມີສຸຂະພາບແຂງແຮງ;
2. ຕິດຕາມ, ກວດກາ, ຄຸ້ມຄອງຄວາມປອດໄພທາງດ້ານອາຫານຂອງຜູ້ອອກແຮງງານພາຍໃນບໍລິສັດ ແລະ ຂອບເຂດ ບ້ານໄກ້ຄຽງໃຫ້ມີອາຫານທີ່ສະອາດປອດໄພ;
3. ຕິດຕາມ, ກວດກາ, ຄຸ້ມຄອງອານາໄມສາມສະອາດຂອງຜູ້ອອກແຮງງານພາຍໃນບໍລິສັດ ແລະ ຂອບເຂດບ້ານໄກ້ຄຽງ ໃຫ້ມີຄວາມສະອາດງາມຕາ ປະສະຈາກການຖີ້ມ ສິ່ງເສດເຫຼືອ ສະຊາຍ ເຮັດໃຫ້ມີຜົນ ກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
4. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 46 (ປັບປຸງ) ສິດ ແລະ ຫນ້າທີ່ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
1. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງແຮງງານລາວ, ແຮງງານຕ່າງປະເທດທີ່ເຄື່ອນ ໄຫວໃນບໍລິສັດ ໃຫ້ປະຕິບັດຕາມກົດຫມາຍວ່າດ້ວຍແຮງງານ ສະບັບປັບປຸງເລກທີ່ 43/ສພຊ, ລົງວັນທີ 24 ທັນວາ 2013 ຫຼື ມີການປ່ຽນແປງກົດຫມາຍ ໃນແຕ່ລະໄລຍະ;
2. ປະສານສົມທົບກັບບັນດາພະແນກການ, ອົງການຈັດຕັ້ງຕ່າງໆ ໃນການສ້າງ ແລະ ພັດທະນາສີມື ແຮງງານການຈັດຫາວຽກເຮັດງານທໍາ ແລະ ການຄຸ້ມຄອງແຮງງານລາວ ແລະ ແຮງງານຕ່າງປະເທດ;
3. ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານການຄຸ້ມຄອງການອອກແຮງງານ, ດໍາເນີນການ ໄກ່ເກ່ຍຂໍ້ຄັດແຍ່ງກ່ຽວກັບແຮງງານ, ປະຕິບັດລະບຽບຕໍ່ຜູ້ລະເມີດ, ຕາມສິດພາລະບົດບາດ;
4. ຊີ້ນໍາ ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງບັນດາວິສະຫະກິດ, ສະມາຄົມ ແລະ ມຸນນິຖິ ຕ່າງໆກ່ຽວກັບການອອກແຮງງານ ທີ່ໄດ້ຮັບການສ້າງຕັ້ງຂື້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
5. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ວ່າດ້ວຍແຮງງານ ແລະ ລະບຽບການ ຄຸ້ມຄອງແຮງງານ.
ມາດຕາ 47 (ໃຫມ່) ສິດ ແລະ ຫນ້າທີ່ຂອງສະຫະພັນກໍາມະບານແຂວງ
1. ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມໃນ ການຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານການຄຸ້ມຄອງແຮງງານ ແລະ ກໍາມະກອນຜູ້ຜະລິດກະສິ ກໍາຕາມສັນຍາ ໃຫ້ຖືກຕ້ອງຕາມລະບຽບການກໍາມະບານກໍານົດ;
2. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ວ່າດ້ວຍແຮງງານ ແລະ ລະບຽບການ ຄຸ້ມຄອງແຮງງານ.
ມາດຕາ 48 (ປັບປຸງ) ສິດ ແລະ ຫນ້າທີ່ຂອງກອງບັນຊາການ ປກສ ແຂວງ
1. ຄຸ້ມຄອງ, ກວດກາ, ສືບສວນ ສອບສວນ ນໍາໄຊ້ມາດຕະການ ຕໍ່ຄົນຕ່າງປະເທດ ທີ່ລະເມີດຕໍ່ກັບ ກົດຫມາຍ ແລະ ລະບຽບການ ຂອງ ສ ປປ ລາວ;
2. ຄຸ້ມຄອງ, ຊີ້ນໍາ, ບັນຊາ, ຕິດຕາມ, ກວດກາ ແລະ ປະເມີນຜົນ, ຄົ້ນຄົ້ວຂື້ນທະບຽນພັກເຊົາ, ອອກບັດອະນຸຍາດພັກເຊົາ ຂອງຄົນຕ່າງປະເທດ;
3. ກວດກາຄົນເຂົ້າ-ອອກເມືອງ, ຄຸ້ມຄອງ, ຕິດຕາມ, ກວດກາ, ອານຸຍາດການພັກເຊົາ ແລະ ການເຄື່ອນໄຫວ ຂອງຄົນລາວ, ຄົນຕ່າງປະເທດ;
4. ເຜີຍແຜ່ກົດຫມາຍ, ລະບຽບການ ທີ່ກ່ຽວຂ້ອງ, ສຶກສາອົບຮົມ, ກ່າວເຕືອນ, ປັບໃຫມ, ກັກຕົວ ແລະ ດໍາເນີນການສອບຖາມເອົາຂໍ້ມູນຫຼັກຖານເບື້ອງຕົ້ນ ຈາກບຸກຄົນທີ່ລະເມີດຕໍ່ກົດຫມາຍ ແລະ ລະບຽບ ການຂອງ ສປປ ລາວ;
5. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ
ມາດຕາ 49 (ປັບປຸງ) ສິດ ແລະ ຫນ້າທີ່ຂອງເຈົ້າເມືອງ
1. ເປັນເຈົ້າການນໍາເອົາ ຂໍ້ຕົກລົງ ສະບັບນີ້ ເຜີຍແຜ່ເຊື່ອມຊືມ ໃຫ້ບັນດາ ຫ້ອງການກ່ຽວຂ້ອງຂອງ ເມືອງ, ບັນດາບ້ານ ທີ່ຂຶ້ນກັບເມືອງຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖີງ,
2. ຢັ້ງຢືນຄໍາຮ້ອງຂໍລົງທຶນຂອງຜູ້ລົງທຶນໃນໂຄງການລົງທຶນດ້ານກະສິກໍາ ຕາມຮູບແບບສັນຍາຕາມທີ່ ກໍານົດໄວ້ໃນ ມາດຕາ 17 ຂໍ້ 2), ຂອງຂໍ້ຕົກລົງສະບັບນີ້;
3. ຊີ້ນໍາ, ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານ ຂອງບັນດາຫ້ອງການກ່ຽວຂ້ອງຂອງເມືອງ ທີ່ມີຄວາມຮັບຜິດຊອບຕໍ່ການລົງທຶນ ດ້ານກະສິກໍາຕາມຮູບແບບສັນຍາ ຢູ່ພາຍໃນເມືອງຕົນ ໃຫ້ມີຄວາມ ຖືກຕ້ອງຕາມກົດຫມາຍ ລະບຽບການ;
4. ເປັນເຈົ້າການປົກປ້ອງ ແລະ ແກ້ໄຂຂໍ້ຂັດແຍ້ງຕ່າງໆ ທີ່ເກີດຂື້ນ ຢູ່ພາຍໃນໂຄງການ ໃຫ້ມີຄວາມສະຫງົບ;
5. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ມາດຕາ 50 (ປັບປຸງ) ສິດ ແລະ ຫນ້າທີ່ຂອງອົງການປົກຄອງບ້ານ
1. ເປັນເຈົ້າການໂຄສະນາເຜີຍແຜ່ ຂໍ້ຕົກລົງສະບັບນີ້ ແລະ ລະບຽບ ກົດຫມາຍທີ່ກ່ຽວຂ້ອງໃຫ້ ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ;
2. ຢັ້ງຢືນຄວາມຖືກຕ້ອງ ຂອງສິດໃຊ້ເພື່ອໃຫ້ຂະແຫນງການຫັນປ່ຽນມາເປັນສິດນໍາໃຊ້ທີ່ດິນ ແລະ ສິດນໍາໃຊ້ທີ່ດິນ ໃຫ້ປະຊາຊົນຜູ້ເຂົ້າຮ່ວມໂຄງການ;
3. ຢັ້ງຢືນດ້ວຍຄວາມຮັບຜິດຊອບຕໍ່ຄໍາຮ້ອງຂອງຜູ້ລົງທຶນໃນໂຄງການລົງທຶນດ້ານກະສິກໍາຕາມຮູບ ແບບສັນຍາ ຕາມທີ່ກໍານົດໄວ້ໃນ ມາດຕາ 17 ຂໍ້ 2). ຂອງຂໍ້ຕົກລົງສະບັບນີ້;
4. ຄຸ້ມຄອງປະຊາຊົນພາຍໃນບ້ານຜູ້ທີ່ມີຄວາມຕ້ອງການ ແລະ ສະຫມັກໃຈເຂົ້າຮ່ວມໂຄງການລົງທຶນ ດ້ານກະສິກໍາໃນຕາມຮູບແບບສັນຍາ ໃຫ້ຖືກຕ້ອງຕາມຂໍ້ຕົກລົງ ສະບັບນີ້;
5. ເປັນຜູ້ຈັດເກັບຄ່າທໍານຽມນໍາໃຊ້ທີ່ດິນ (ພາສີທີ່ດິນ) ປະຈໍາປີ ນໍາປະຊາຊົນຜູ່ທີ່ນໍາເອົາເນື້ອທີ່ດິນ ເຂົ້າຮ່ວມ ໂຄງການ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ;
6. ຢັ້ງຢືນສັນຍາຜູກພັນດ້ານຜົນປະໂຫຍດ (ສັນຍາສອງສົ້ນ) ລະຫວ່າງຜູ້ລົງທຶນ ແລະ ປະຊາຊົນທີ່ເຂົ້າ ຮ່ວມໂຄງການ ໃຫ້ຖືກຕ້ອງຕາມກົດຫມາຍ - ລະບຽບການ ແລະ ຮັບປະກັນຜົນປະໂຫຍດທັງສອງຝ່າຍຢ່າງເຫມາະສົມ;
7. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
ຫມວດທີ 8
ການກວດກາການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ
ມາດຕາ 51 ການກວດກາ
1. ການກວດກາພາຍໃນແມ່ນກໍານົດໄວ້ໃນມາດຕາ 39 ຂອງຂໍ້ຕົກລົງສະບັບນີ້ປະກອບມີ: ພະແນກ ແຜນການ ແລະ ການລົງທຶນແຂວງ, ພະແນກກະສິກໍາ ແລະ ປ່າມ້ແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ພະແນກການເງິນແຂວງ, ພະແນກ ສາທາລະນະສຸກແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ສະຫະພັນກໍາມະບານແຂວງ, ກອງບັນຊາການ ປກສ ແຂວງ, ເຈົ້າເມືອງ ແລະ ອົງການປົກຄອງບ້ານ;
2. ການກວດກາພາຍນອກ ແມ່ນສະພາປະຊາຊົນແຂວງ ອົງການກວດກາລັດ ແລະ ອົງການຈັດຕັ້ງ ມະຫາຊົນ.
ມາດຕາ 52 ເນື້ອໃນການກວດກາ
1. ຈັດຕັ້ງການກວດກາ, ຫນ້າວຽກ, ຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກ, ຄວບຄຸມ ແລະ ຕິດຕາມກວດກາ ການເຄື່ອນໄຫວ ປະຕິບັດຫນ້າທີ່ໃນການຄຸ້ມຄອງການລົງທຶນ;
2. ພິຈາລະນາ, ໃຫ້ຄໍາແນະນໍາ, ແກ້ໄຂຄໍາສະເຫນີຂອງປະຊາຊົນ ຜູ້ລົງທຶນ ການຈັດຕັ້ງກ່ຽວກັບການ ຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງ ແລະ ເປັນທໍາ,
ມາດຕາ 53 ຮູບການກວດກາ ມີ 3 ຮູບແບບຄື
1. ການກວດກາປົກກະຕິ ແມ່ນການກວດກາດໍາເນີນໄປຕາມໂຄງການ, ແຜນການ, ແຜນງານທີ່ໄດ້ ກໍານົດເວລາ ອັນແນ່ນອນ;
2. ການກວດກາໂດຍມີການແຈ້ງລ່ວງຫນ້າ: ແມ່ນການກວດການອກແຜນການ ເມື່ອເຫັນວ່າມີ ຄວາມຈໍາເປັນໂດຍແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງຫນ້າ;
3. ການກວດກາແບບກະທັນຫັນ ແມ່ນການກວດການອກແຜນ, ມີຄວາມຈໍາເປັນທີ່ຮີບດ່ວນໂດຍບໍ່ ມີການແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງຫນ້າ.
ຫມວດທີ່ 9
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 54 (ປັບປຸງ) ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຜົນງານດີເດັ່ນໃນການ ປະຕິບັດ ຂໍ້ຕົກລົງສະບັບນີ້ ເປັນຕົ້ນການລົງທຶນທີ່ມີປະສິດທິຜົນ, ປະກອບສ່ວນຕໍ່ການພັດທະນາເສດຖະ ກິດ-ສັງຄົມ, ສ້າງວຽກເຮັດງານທໍາ, ດຶງດູດ ແລະ ຊຸກຍູ້ໃຫ້ເກີດມີການລົງທຶນ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນຕາມລະບຽບການ.
ມາດຕາ 55 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດ ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ລົງວິໄນ, ປັບໃຫມ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກດໍາເນີນຄະດີອາຍາແລ້ວແຕ່ກໍລະນີ ສະຖານເບົາ ຫຼື ຫນັກ ຕາມກົດຫມາຍ.
ມາດຕາ 56 ມາດຕະການສຶກສາອົບຮົມ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ເປັນຕົ້ນ: ຂໍ້ຫ້າມທີ່ມີລັກສະນະ ເບົາບາງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ ຫ້າແສນກີບ ແຕ່ຫາກ ມີຄວາມຈິ່ງໃຈລາຍງານ, ຮັບສາລະພາບຕໍ່ການກະທໍາ ແລະ ສົ່ງຊັບສີນຫຼືຂອງກາງທີ່ໄດ້ມາໂດຍທີ່ບໍ່ຖືກຕ້ອງ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ ສົ່ງຊັບສິນຄືນ ແລະ ອື່ນໆ.
ມາດຕາ 57 ມາດຕະການທາງວິໄນ
ເຈົ້າຫນ້າທີ່ ແລະ ພະນັກງານ-ລັດຖະກອນ ທີ່ໄດ້ລະເມີດຕໍ່ຂໍ້ຕົກລົງ ສະບັບນີ້ເປັນຕົ້ນ: ຂໍ້ຫ້າມ ທີ່ມີ ລັກສະນະເບົາບາງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າສູງກວ່າ ຫ້າແສນກີບແຕ່ຫາກບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຄວາມຜິດຂອງຕົນຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີຄື:
1. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
2. ປົດຕໍາແຫນ່ງ ຫຼື ຍົກຍ້າຍໄປຮັບຫນ້າທີ່ອື່ນ ທີ່ມີຫນ້າທີ່ຕໍາແຫນງຕໍ່າກວ່າ;
3. ໃຫ້ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ, ພ້ອມສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ ຖືກຕ້ອງ ນັ້ນຄືນໃຫ້ ການຈັດຕັ້ງຄົບຖ້ວນ.
ມາດຕາ 58 ມາດຕະການປັບໃໝ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຈະໄດ້ຖືກປັບໃຫມຕາມກໍລະນີການກະທໍາຜິດ ທີ່ໄດ້ກໍາ ນົດໄວ້ຕາມກົດຫມາຍ ແລະ ລະບຽບການ.
ມາດຕາ 59 ມາດຕະການທາງແພ່ງ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜົນ ປະໂຫຍດຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂື້ນຕາມ ກົດຫມາຍວ່າດ້ວຍການ ດໍາເນີນຄະດີແພ່ງ.
ມາດຕາ 60 ມາດຕະການທາງອາຍາ
ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກດໍາເນີນຄະດີ ແລະ ລົງໂທດຕາມທີ່ໄດ້ກໍານົດໄວ້ໃນປະມວນກົດຫມາຍອາຍາ.
ຫມວດທີ 10
ບົດບັນຍັດສຸດທ້າຍ
ມາດຕາ 61 ການຈັດຕັ້ງປະຕິບັດ
ອົງການປົກຄອງແຂວງ, ອົງການປົກຄອງເມືອງ, ອົງການປົກຄອງບ້ານ, ຜູ້ລົງທຶນ ແລະ ປະຊາຊົນທີ່ ກ່ຽວຂ້ອງ ເປັນຜູ້ປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ, ຂໍ້ຕົກລົງ, ລະບຽບການໃດທີ່ຂັດກັບຂໍ້ຕົກລົງ ສະບັບນີ້ລ້ວນແຕ່ຖືກຍົກເລີກ;
ມາດຕາ 62 (ປັບປຸງ) ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ປ່ຽນແທນ ຂໍ້ຕົກລົງ ເລກທີ 486/ຂບຊ, ລົງວັນທີ 06 ກັນຍາ 2019 ແລະ ມີຜົນ ສັກສິດພາຍຫຼັງ ທ່ານເຈົ້າແຂວງບໍລິຄໍາໄຊ ໄດ້ລົງລາຍເຊັນ ແລະ ໄດ້ລົງຈົດຫມາຍເຫດທາງລັດຖະການສິບຫ້າວັນ.
ເຈົ້າແຂວງ
ປອ. ກອງແກ້ວ ໄຊສົງຄາມ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການລົງທຶນ ດ້ານກະສິກໍາຕາມຮູບແບບສັນຍາ ຂອງແຂວງບໍລິຄໍາໄຊ, ເລກທີ 578/ຂບຊ, ລົງວັນທີ 20 ກັນຍາ 2022. |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.