ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 

ກະຊວງອຸດສາຫະກໍາ ແລະ ການຄ້າ
ເລກທີ 1355/ອຄ
ນະຄອນຫຼວງວຽງຈັນ, ວັນທີ 04 ຕຸລາ 2022

ຂໍ້ຕົກລົງ 
ວ່າດ້ວຍ ກຸ່ມ ແລະ ສະຫະກອນ ຫັດຖະກໍາ 

 

                                  - ອີງຕາມກົດຫມາຍວ່າດ້ວຍຫັດຖະກໍາ ສະບັບເລກທີ 02/ສພຊ, ລົງວັນທີ 25 ກໍລະກົດ 2008;

                                  - ອິງຕາມ ດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ ສະບັບເລກທີ 606/ລບ, ລົງວັນທີ 26 ພະຈິກ 2020; 

                                  - ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021; 

                                  - ອີງຕາມ ຫນັງສືສະເຫນີຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ ສະບັບເລກທີ 01568/ກອ.ຫຖກ ລົງວັນທີ 08 ກັນຍາ 2022. 

 

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ: 

ຫມວດທີ 1
ບົດບັນຍັດທົ່ວໄປ 

 

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດ ຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ, ການ ຄຸ້ມຄອງ ກຸ່ມ ແລະ ສະຫະກອນຫັດຖະກໍາ ເພື່ອຊຸກຍູ້ ສົ່ງເສີມ ແລະ ພັດທະນາການຜະລິດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ແນໃສ່ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດ ການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ທັງເປັນການອະນຸລັກມູນເຊື້ອ, ສີໄມ້ລາຍມື ທີ່ມີຄຸນຄ່າທາງ ດ້ານສິລະປະ ວັດທະນະທໍາ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ກຸ່ມ ແລະ ສະຫະກອນ ຫັດຖະກໍາ

ກຸ່ມຫັດຖະກໍາ ແມ່ນການຈັດຕັ້ງລວມຫມູ່ຂອງປະຊາຊົນລາວ ທີ່ປະກອບອາຊີບໃນຂະແຫນງວິຊາຊີບ ຫັດຖະກໍາ ສ້າງຕັ້ງຂຶ້ນດ້ວຍຄວາມສະຫມັກໃຈ ເພື່ອຮ່ວມມືຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງ ສະມາຊິກ ແລະ ຄອບຄົວສະມາຊິກດ້ວຍກັນ ທາງດ້ານປະສົບການ, ການຖ່າຍທອດສີມືຊ່າງ ແລະ ການຜະລິດຫັດຖະກໍາ. ສະຫະກອນຫັດຖະກໍາ ແມ່ນການຈັດຕັ້ງທຸລະກິດລວມຫມູ່ ຂອງຜູ້ປະກອບອາຊີບໃນຂະແຫນງວິຊາ ຊີບຫັດຖະກໍາ ສ້າງຕັ້ງຂຶ້ນດ້ວຍຄວາມສະຫມັກໃຈ ເພື່ອຮ່ວມມືຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ທາງດ້ານທຶນ, ປະສົບການ ແລະ ເຕັກນິກ ໃນການດໍາເນີນທຸລະກິດ ການຜະລິດຫັດຖະກໍາເປັນສິນຄ້າ. 

 

ມາດຕາ 3 ການອະທິບາຍຄໍາສັບ 

                   ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມຫມາຍ ດັ່ງນີ້: 

1. ຫັດຖະກໍາ ຫມາຍເຖິງ ຂະບວນການຜະລິດ ຂອງຂະແຫນງເສດຖະກິດຫນຶ່ງ ຊຶ່ງນໍາໃຊ້ແຮງງານທີ່ມີ ຄວາມຊໍານານງານ ແລະ ພູມປັນຍາ ຂອງຄົນເປັນຕົ້ນຕໍ ເພື່ອສ້າງເປັນຜະລິດຕະພັນທີ່ມີຄວາມປານີດງົດງາມ, ມີຄຸນຄ່າສູງທາງດ້ານສິລະປະວັດທະນະທໍາ, ເສດຖະກິດ ແລະ ມີເອກະລັກສະເພາະຕົວ; 

2. ໃບອະນຸຍາດສ້າງຕັ້ງກຸ່ມຫັດຖະກໍາ ຫມາຍເຖິງ ເອກະສານການອະນຸຍາດໃຫ້ສ້າງຕັ້ງ ເເລະ ດໍາເນີນ ການເຄື່ອນໄຫວ ຂອງກຸ່ມຫັດຖະກໍາ; 

      3. ໃບອະນຸຍາດສ້າງຕັ້ງສະຫະກອນຫັດຖະກໍາ ຫມາຍເຖິງ ເອກະສານການອະນຸຍາດໃຫ້ສ້າງຕັ້ງ ແລະ ດໍາເນີນກິດຈະການສະຫະກອນຫັດຖະກໍາ; 

4. ຄະນະບໍລິຫານ ຫມາຍເຖິງ ບຸກຄົນທີ່ເປັນຕົວແທນຂອງສະມາຊິກຂອງ ກຸ່ມ ຫຼື ສະຫະກອນ ຫັດຖະ ກໍາ ທີ່ໄດ້ຮັບເລືອກຕັ້ງຈາກກອງປະຊຸມສະມາຊິກ ໃຫ້ດໍາລົງຕໍາແຫນ່ງ ເປັນຄະນະບໍລິຫານ. 

 

ມາດຕາ 4 ຂອບເຂດການນໍາໃຊ້ 

               ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບການສ້າງຕັ້ງ ແລະ ການເຄື່ອນໄຫວ ຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ຢູ່ ສປປ ລາວ. 

              

                                                  ຫມວດທີ

ຂະແຫນງວິຊາຊີບຫັດຖະກໍາຂອງ ກຸ່ມ ແລະ ສະຫະກອນ ຫັດຖະກໍາ 

 

ມາດຕາ 5 ຂະແຫນງວິຊາຊີບຂອງ ກຸ່ມ ແລະ ສະຫະກອນ ຫັດຖະກໍາ 

                   ກຸ່ມ ແລະ ສະຫະກອນ ຫັດຖະກໍາ ສາມາດເຄື່ອນໄຫວ ໃນຫນຶ່ງ ຫຼື ຫຼາຍ ຂະແຫນງວິຊາຊີບຫັດຖະກໍາດັ່ງນີ້:

                1.ຂະແຫນງແຜ່ນແພພື້ນເມືອງ; 

                2. ຂະແຫນງໄມ້,ຫວາຍ, ໄມ້ປ່ອງ ແລະ ເຄືອໄມ້; 

                3.ຂະແຫນງເຈ້ຍພື້ນເມືອງ; 

                4. ຂະແຫນງສິລະປະໂລຫະ ແລະ ອະໂລຫະ; 

                5. ຂະແຫນງປັ້ນດິນເຜົາ; 

                6. ຂະແຫນງເຄື່ອງປະດັບ ແລະ ເຄື່ອງເອ້ຍ້ອງ; 

                7. ຂະແຫນງອາຫານ ແລະ ເຄື່ອງດື່ມພື້ນເມືອງ. 

 

       ມາດຕາ 6 ກິດຈະກໍາຍ່ອຍຂອງການຜະລິດຫັດຖະກໍາ 

                   ກິດຈະກໍາຍ່ອຍຂອງການຜະລິດຫັດຖະກໍາ ທີ່ເປັນບູລິມະສິດ ຕົ້ນຕໍມີ ດັ່ງນີ້: 

          1. ຂະແຫນງແຜ່ນແພພື້ນເມືອງ ປະກອບມີ: ການຕໍ່າຫູກ, ການຍ້ອມສີທໍາມະຊາດ, ການຫຍິບ, ການ ປັກ, ການທັກ, ການແຊ່ວ, ດອກດວງ, ມັດມີ່, ການອອກແບບ, ການເຂັນຝ້າຍ, ການປູກມອນ, ການລ້ຽງ ມ້ອນ, ການສາວໄຫມ ແລະ ອື່ນໆ;  

          2. ຂະແຫນງໄມ້, ຫວາຍ, ໄມ້ປ່ອງ ແລະ ເຄືອໄມ້ ປະກອບມີ: ການຈັກສານ, ການຄວັດ, ການແກະ ສະຫຼັກ ແລະ ອື່ນໆ; 

          3. ຂະແຫນງເຈ້ຍພື້ນເມືອງ ປະກອບມີ: ການຜະລິດເຈ້ຍສາ, ການຜະລິດເຈ້ຍເຟືອງ, ການຜະລິດ ເຈ້ຍຈາກໄມ້ປ່ອງ ແລະ ອື່ນໆ; 

         4. ຂະແໜງສິລະປະໂລຫະ ແລະ ອະໂລຫະ ປະກອບມີ: ການຫຼອມ, ການຫຼໍ່, ການຄວັດ, ການ ແກະສະລັກງາ, ເຂົາສັດ ແລະ ອື່ນໆ; 

5. ຂະແຫນງປັ້ນດິນເຜົາ ປະກອບມີ: ການປັ້ນດິນເຜົາ, ການຜະລິດດິນຈີ່, ດິນຂໍ ແລະ ອື່ນໆ;

             6. ຂະແຫນງເຄື່ອງປະດັບ ແລະ ເຄື່ອງເອ້ຍ້ອງ ປະກອບມີ: ການຕີເງິນ, ຄໍາ, ທອງທີ່ເປັນລວດລາຍ ສິລະປະພື້ນເມືອງລາວ, ການຕີງ້າວ, ດາບ ແລະ ອື່ນໆ; 

     7. ຂະແຫນງອາຫານ ແລະ ເຄື່ອງດື່ມພື້ນເມືອງ ປະກອບມີ: ການຜະລິດແຈ່ວບອງ, ການຜະລິດໄຄ ແຜ່ນ, ການຜະລິດເຄື່ອງດື່ມພື້ນເມືອງ ແລະ ອື່ນໆ. 

 

ຫມວດທີ 3

                                   ການສ້າງຕັ້ງ ກຸ່ມຫັດຖະກໍາ 

 

ມາດຕາ 7 ຂະຫນາດຂອງກຸ່ມຫັດຖະກໍາ 

          ກຸ່ມຫັດຖະກໍາ ແບ່ງອອກເປັນ ສາມ ຂະຫນາດ ຄື:

         1. ຂະຫນາດນ້ອຍມີສະມາຊິກ ແຕ່ 5-10 ຄົນ;

         2. ຂະຫນາດກາງ ມີສະມາຊິກ ແຕ່ 11-25 ຄົນ;

         3. ຂະຫນາດໃຫຍ່ ມີສະມາຊິກ ແຕ່ 26 ຄົນຂຶ້ນໄປ. 

 

 ມາດຕາ 8 ເງື່ອນໄຂການສ້າງຕັ້ງກຸ່ມຫັດຖະກໍາ 

             ການສ້າງຕັ້ງກຸ່ມຫັດຖະກໍາ ຕ້ອງມີເງື່ອນໄຂ ດັ່ງນີ້: 

     1. ມີສະມາຊິກຂອງກຸ່ມ ຢ່າງຫນ້ອຍ ຫ້າ ຄົນ ຊຶ່ງເປັນພົນລະເມືອງລາວ ທີ່ມີອາຍຸ ສິບແປດ ປີ ຂຶ້ນໄປ ແລະ ສະມາຊິກແຕ່ລະຄົນ ບໍ່ໄດ້ຢູ່ໃນສໍາມະໂນຄົວດຽວກັນ; 

         2. ໃນກໍລະນີມີສະມາຊິກ ສິບ ຄົນ ຂຶ້ນໄປ ຕ້ອງມີສະຖານທີ່ເຮັດວຽກຂອງກຸ່ມ; 

         3. ມີສະມາຊິກຢ່າງຫນ້ອຍ ຫນຶ່ງ ຄົນ ມີປະສົບການເຮັດວຽກກ່ຽວກັບຫັດຖະກໍາ ສອງ ປີ ຂຶ້ນໄປ;

         4. ມີສະຖານທີ່ທໍາການຜະລິດ ແລະ ສິ່ງອໍານວຍຄວາມສະດວກອື່ນຢ່າງເຫມາະສົມ ຕາມເງື່ອນໄຂ ການຜະລິດຕົວຈິງ. 

ມາດຕາ 9 ກອງປະຊຸມສ້າງຕັ້ງກຸ່ມຫັດຖະກໍາ 

       ສະມາຊິກ ທີ່ມີຈຸດປະສົງສ້າງຕັ້ງກຸ່ມຫັດຖະກໍາ ຕ້ອງໄດ້ຈັດກອງປະຊຸມສ້າງຕັ້ງ ເພື່ອປຶກສາຫາລື ແລະ ກະກຽມການສ້າງຕັ້ງກຸ່ມ ຊຶ່ງປະກອບມີເນື້ອໃນ ດັ່ງນີ້: 

         1. ສ້າງຄວາມຮັບຮູ້ ກ່ຽວກັບການສ້າງຕັ້ງກຸ່ມ; 

    2. ປຶກສາຫາລື ກ່ຽວກັບການສ້າງຕັ້ງ ເປັນຕົ້ນ: ເລືອກຂະແຫນງວິຊາຊີບຫັດຖະກໍາ, ຊື່ກຸ່ມ, ຈໍານວນ ສະມາຊິກ, ສະຖານທີ່ທໍາການຜະລິດ, ຜະລິດຕະພັນທີ່ຈະຜະລິດ ແລະ ແຜນການສ້າງຕັ້ງ; 

         3. ພິຈາລະນາຮັບຮອງ ແຜນການດໍາເນີນງານ ແລະ ກົດລະບຽບ; 

         4. ເລືອກຕັ້ງຄະນະບໍລິຫານກຸ່ມ.  

ມາດຕາ 10 ກົດລະບຽບຂອງກຸ່ມຫັດຖະກໍາ 

              ກົດລະບຽບຂອງກຸ່ມຫັດຖະກໍາ ປະກອບດ້ວຍເນື້ອໃນຕົ້ນຕໍ ດັ່ງນີ້: 

1. ຂໍ້ມູນພື້ນຖານຂອງກຸ່ມຫັດຖະກໍາ ເປັນຕົ້ນ ຊື່, ຈໍານວນສະມາຊິກ, ເບີຕິດຕໍ່, ສະຖານທີ່ຕັ້ງ ຫ້ອງການ ແລະ/ຫຼື ສະຖານທີ່ທໍາການຜະລິດ; 

      2. ວັດຖຸປະສົງຂອງກຸ່ມ; 

      3. ໂຄງປະກອບການຈັດຕັ້ງ ຕາມທີ່ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ;

      4. ການພົວພັນພາຍໃນ ແລະ ພາຍນອກ ຂອງກຸ່ມ ແລະ ສະມາຊິກ; 

      5. ເງື່ອນໄຂ ແລະ ຂັ້ນຕອນການຮັບສະມາຊິກກຸ່ມ ແລະ ການສິ້ນສຸດເປັນສະມາຊິກ; 

      6. ເງື່ອນໄຂ ແລະ ຂັ້ນຕອນການເລືອກຕັ້ງ ແລະ ປົດຕໍາແຫນ່ງຄະນະບໍລິຫານກຸ່ມ; 

7. ສິດ ແລະ ພັນທະ ຂອງຄະນະບໍລິຫານກຸ່ມ, ສະມາຊິກກຸ່ມ ຕາມທີ່ກໍານົດໄວ້ໃນດໍາລັດວ່າດ້ວຍ ກຸ່ມ ແລະ ສະຫະກອນ; 

     8. ການດໍາເນີນກອງປະຊຸມຂອງກຸ່ມ. 

 ມາດຕາ 11 ການສະເຫນີສ້າງຕັ້ງກຸ່ມຫັດຖະກໍາ 

       ຜູ້ທີ່ມີຈຸດປະສົງ ສ້າງຕັ້ງກຸ່ມຫັດຖະກໍາ ໃຫ້ປະກອບເອກະສານສະເຫນີຕໍ່ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ດັ່ງນີ້: 

          1. ຫນັງສືສະເຫນີ ຕາມແບບພິມຂອງ ກົມອຸດສາຫະກໍາ ແລະ ຫັດຖະກໍາ; 

          2. ບັນຊີລາຍຊື່ຂອງສະມາຊິກຂອງກຸ່ມ ແລະ ຊີວະປະຫວັດຄະນະບໍລິຫານກຸ່ມ;

          3. ບົດບັນທຶກກອງປະຊຸມສ້າງຕັ້ງກຸ່ມ; 

          4. ກົດລະບຽບຂອງກຸ່ມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້; 

          5. ແຜນດໍາເນີນງານຂອງກຸ່ມ. 

 

ມາດຕາ 12 ການພິຈາລະນາອະນຸຍາດສ້າງຕັ້ງກຸ່ມຫັດຖະກໍາ 

              ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ຕ້ອງຄົ້ນຄວ້າພິຈາລະນາ ອອກໃບອະນຸຍາດສ້າງຕັ້ງກຸ່ມຫັດຖະກໍາ ພາຍໃນເວລາ ສາມ ວັນ ລັດຖະ ການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ, ແລ້ວນໍາສົ່ງສໍາເນົາໃບອະນຸຍາດສ້າງຕັ້ງກຸ່ມໃຫ້ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ, ນະຄອນ ເພື່ອຊາບ ແລະ ຂຶ້ນບັນຊີກຸ່ມ. 

             ກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ສະເຫນີຊາບ ເພື່ອປັບປຸງແກ້ໄຂໃຫ້ ຖືກຕ້ອງ ແລະ ຄົບຖ້ວນ. 

             ໃນກໍລະນີປະຕິເສດຄໍາສະເຫນີ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມທັງເຫດຜົນ ພາຍໃນເວລາ ສາມ ວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ. 

 

ມາດຕາ 13 ອາຍຸໃບອະນຸຍາດສ້າງກຸ່ມຫັດຖະກໍາ 

   ໃບອະນຸຍາດສ້າງຕັ້ງກຸ່ມຫັດຖະກໍາ ມີອາຍຸການນໍາໃຊ້ ຕະຫຼອດໄລຍະການດໍາເນີນກິດຈະການຂອງ ກຸ່ມ ແລະ ຈະໄດ້ມີການປະເມີນຄືນການເຄື່ອນໄຫວຂອງກຸ່ມ ທຸກໆ ສອງ ປີ. ມາດຕາ 14 ການປະເມີນການເຄື່ອນໄຫວຂອງກຸ່ມຫັດຖະກໍາ. 

 

ມາດຕາ 14 ການປະເມີນການເຄື່ອນໄຫວຂອງກຸ່ມກະສິກຳ

              ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ເປັນເຈົ້າການໃນການລົງກວດກາ ແລະ ປະ ເມີນການເຄື່ອນໄຫວຂອງກຸ່ມຫັດຖະກໍາ ຕາມເງື່ອນໄຂ ແລະ ການອະນຸຍາດສ້າງຕັ້ງກຸ່ມ ທີ່ກໍານົດໄວ້ໃນຂໍ້ ຕົກລົງສະບັບນີ້. ການລົງກວດກາ ແລະ ປະເມີນແຕ່ລະຄັ້ງຕ້ອງເຮັດບົດບັນທຶກໄວ້ເປັນຫຼັກຖານ.  

           ຜ່ານການລົງກວດກາ ແລະ ປະເມີນ ຫາກເຫັນວ່າ ກຸ່ມຫັດຖະກໍາ ປະຕິບັດບໍ່ໄດ້ຕາມເງື່ອນໄຂ ຫຼື ເຄື່ອນໄຫວ ບໍ່ສອດຄ່ອງກັບການອະນຸຍາດ ຕ້ອງແນະນໍາໃຫ້ກຸ່ມຫັດຖະກໍາ ປັບປຸງໃຫ້ໄດ້ຕາມເງື່ອນໄຂ ຫຼື ເຄື່ອນໄຫວໃຫ້ຖືກຕ້ອງຕາມໃບອະນຸຍາດ. ກໍລະນີບໍ່ມີການປັບປຸງ ພາຍໃນໄລຍະເວລາທີ່ກໍານົດໃນບົດບັນທຶກ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ສາມາດພິຈາລະນາ ໂຈະໃບອະນຸຍາດສ້າງຕັ້ງ ຫຼື ຍຸບ ເລີກກຸ່ມຫັດຖະກໍາ ດັ່ງກ່າວ. 

 

ມາດຕາ 15 ສິດ ແລະ ພັນທະ ຂອງກຸ່ມຫັດຖະກໍາ 

         ກຸ່ມຫັດຖະກໍາ ຕ້ອງປະຕິບັດຕາມສິດ ແລະ ພັນທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍ ກຸ່ມ ແລະ ສະຫະກອນ ແລະ ກົດລະບຽບຂອງກຸ່ມ. 

 

ມາດຕາ 16 ການໂຮມກຸ່ມ, ການແຍກ ແລະ ການຍຸບເລີກ 

              ການໂຮມກຸ່ມ, ການແຍກ ແລະ ການຍຸບເລີກ ຂອງກຸ່ມຫັດຖະກໍາ ໃຫ້ປະຕິບັດຕາມຫຼັກການ ທີ່ໄດ້ ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ. 

             ກຸ່ມຫັດຖະກໍາ ທີ່ມີຈຸດປະສົງ ໂຮມ, ແຍກ ຫຼື ຍຸບເລີກ ດ້ວຍຄວາມສະຫມັກໃຈ ໃຫ້ຍື່ນຫນັງສືສະເຫນີ ແລະ ເອກະສານກ່ຽວຂ້ອງ ເປັນຕົ້ນ ມະຕິກອງປະຊຸມກຸ່ມ ແລະ ໃບອະນຸຍາດສ້າງຕັ້ງກຸ່ມ ເຖິງຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເພື່ອຄົ້ນຄວ້າພິຈາລະນາ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງ ສະບັບນີ້. 

             ພາຍຫຼັງການໂຮມ, ການແຍກ ຫຼື ການຍຸບເລີກ ກຸ່ມຫັດຖະກໍາ ໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແຈ້ງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ນະຄອນ ເພື່ອຊາບ ແລະ ປັບປຸງບັນຊີກຸ່ມ. 

 

         ຫມວດທີ 4

                                    ການສ້າງຕັ້ງສະຫະກອນຫັດຖະກໍາ 

 

ມາດຕາ 17 ເງື່ອນໄຂການສ້າງຕັ້ງສະຫະກອນຫັດຖະກໍາ 

                     ການສ້າງຕັ້ງສະຫະກອນຫັດຖະກໍາ ຕ້ອງມີເງື່ອນໄຂ ດັ່ງນີ້: 

            1. ມີສະມາຊິກຢ່າງຫນ້ອຍ ເຈັດ ຄົນ ຊຶ່ງເປັນພົນລະເມືອງລາວ ທີ່ມີອາຍຸ ສິບແປດ ປີ ຂຶ້ນໄປ ແລະ ສະມາຊິກແຕ່ລະຄົນ ບໍ່ໄດ້ຢູ່ໃນສໍາມະໂນຄົວດຽວກັນ; 

                 2. ມີກົດລະບຽບ, ຫ້ອງການ, ທຶນ ແລະ ຊັບສິນ ເພື່ອຮັບປະກັນ ໃຫ້ແກ່ການເຄື່ອນໄຫວຂອງ 

ສະຫະກອນ; 

                3. ມີສະມາຊິກ ຢ່າງຫນ້ອຍ ຫນຶ່ງ ຄົນ ທີ່ຜ່ານການຝຶກອົບຮົມ ຫຼື ຜ່ານຫຼັກສູດໃດຫນຶ່ງ ກ່ຽວກັບວຽກ 

          ງານສະຫະກອນ;  

                4. ມີສະຖານທີ່ຜະລິດ ທີ່ເຫມາະສົມຕາມເງື່ອນໄຂການຜະລິດຕົວຈິງ ແລະ ບໍ່ສ້າງຜົນກະທົບຕໍ່ຊຸມຊົນ.

                 ສໍາລັບກຸ່ມຫັດຖະກໍາ ທີ່ມີຈຸດປະສົງສ້າງຕັ້ງເປັນສະຫະກອນຫັດຖະກໍາ ຖ້າຫາກມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ແລະ 2 ຂອງມາດຕານີ້ ສາມາດສະເຫນີສ້າງຕັ້ງເປັນສະຫະກອນຫັດຖະກໍາ ຕາມຂັ້ນ ຕອນ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້. 

 

ມາດຕາ 18 ກອງປະຊຸມສ້າງຕັ້ງສະຫະກອນຫັດຖະກໍາ 

                      ສະມາຊິກ ທີ່ມີຈຸດປະສົງສ້າງຕັ້ງສະຫະກອນຫັດຖະກໍາ ຕ້ອງໄດ້ຈັດກອງປະຊຸມສ້າງຕັ້ງ ເພື່ອປຶກສາ ຫາລື ແລະ ກະກຽມການສ້າງຕັ້ງສະຫະກອນຫັດຖະກໍາ ຊຶ່ງປະກອບມີເນື້ອໃນ ດັ່ງນີ້:  

                1. ສ້າງຄວາມຮັບຮູ້ ກ່ຽວກັບການສ້າງຕັ້ງສະຫະກອນຫັດຖະກໍາ; 

                2. ປຶກສາຫາລື ກ່ຽວກັບການສ້າງຕັ້ງ ເປັນຕົ້ນ: ເລືອກຂະແຫນງວິຊາຊີບຫັດຖະກໍາ, ຊື່ສະຫະກອນ ຫັດຖະກໍາ, ຈໍານວນສະມາຊິກ, ສະຖານທີ່ຕັ້ງ, ສະຖານທີ່ຜະລິດ, ຜະລິດຕະພັນທີ່ຈະຜະລິດ ແລະ ຈໍາຫນ່າຍ; 

                3. ພິຈາລະນາຮັບຮອງ ແຜນດໍາເນີນງານ ແລະ ກົດລະບຽບ; 

                4. ເລືອກຕັ້ງຄະນະບໍລິຫານສະຫະກອນ. 

 

ມາດຕາ 19 ກົດລະບຽບຂອງສະຫະກອນຫັດຖະກໍາ 

ກົດລະບຽບຂອງສະຫະກອນຫັດຖະກໍາ ຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍ ດັ່ງນີ້: 

1. ຂໍ້ມູນພື້ນຖານຂອງສະຫະກອນ ເປັນຕົ້ນ ຊື່, ຈໍານວນສະມາຊິກ, ເບີຕິດຕໍ່, ສະຖານທີ່ຕັ້ງ ຫ້ອງການ ແລະ/ຫຼື ສະຖານທີ່ທໍາການຜະລິດ; 

      2. ວັດຖຸປະສົງ ຂອງສະຫະກອນ; 

3. ທຶນຈົດທະບຽນ, ຈໍານວນຮຸ້ນ, ມູນຄ່າຂອງຮຸ້ນ, ການຊໍາລະຄ່າຮຸ້ນດ້ວຍເງິນ ຫຼື ຊັບສິນອື່ນ, ການ ຂາຍ, ການໂອນຮຸ້ນ ແລະ ການຈ່າຍຄືນຄ່າຮຸ້ນ; 

      4. ໂຄງປະກອບການຈັດຕັ້ງຂອງສະຫະກອນຫັດຖະກໍາ; 

      5. ເງື່ອນໄຂ ແລະ ຂັ້ນຕອນການຮັບສະມາຊິກສະຫະກອນ ແລະ ການສິ້ນສຸດເປັນສະມາຊິກ;

      6. ສິດ ແລະ ຫນ້າທີ່ ຂອງຄະນະບໍລິຫານສະຫະກອນ, ສິດ ແລະ ພັນທະ ຂອງສະມາຊິກສະຫະກອນ; 

7.                           7.ການຄຸ້ມຄອງບັນຊີ, ຊັບສົມບັດ ແລະ ການໃນການແບ່ງປັນຜົນປະໂຫຍດ ຂອງສະຫະກອນ;

                             8. ການດໍາເນີນກອງປະຊຸມຂອງສະຫະກອນ; 

9. ຈໍານວນກໍາມະການບໍລິຫານ, ວິທີຄັດເລືອກ, ຄວາມຮັບຜິດຊອບ, ການພົ້ນຈາກຕໍາແຫນ່ງ ແລະ ການປະຊຸມ; 

     10. ການພົວພັນພາຍໃນ ແລະ ພາຍນອກ ຂອງສະມາຊິກ ແລະ ສະຫະກອນ; 

     11. ການສ້າງຕັ້ງສາຂາ, ການຍຸບເລິກ ແລະ ວິທີການຊໍາລະສະສາງ. 

 

ມາດຕາ 20 ການສະເຫນີສ້າງຕັ້ງສະຫະກອນຫັດຖະກໍາ 

              ຜູ້ທີ່ມີຈຸດປະສົງ ສ້າງຕັ້ງສະຫະກອນຫັດຖະກໍາ ໃຫ້ປະກອບເອກະສານສະເຫນີ ຕໍ່ຫ້ອງການອຸດສາຫະ 

ກໍາ ແລະ ການຄ້າ ເມືອງ, ນະຄອນ ດັ່ງນີ້: 

         1. ຫນັງສືສະເຫນີ ຕາມແບບພິມຂອງ ກົມອຸດສາຫະກໍາ ແລະ ຫັດຖະກໍາ; 

         2. ແຜນການດໍາເນີນງານ ຂອງສະຫະກອນຫັດຖະກໍາ; 

         3. ບັນຊີລາຍຊື່ສະມາຊິກ, ຈໍານວນຮຸ້ນ ແລະ ທຶນຈົດທະບຽນຂອງສະຫະກອນ; 

   4. ບົດວິພາກເສດຖະກິດ-ເຕັກນິກຂອງສະຫະກອນ ຕາມແບບພິມຂອງ ກົມອຸດສາຫະກໍາ ແລະ ຫັດຖະກໍາ; 

         5. ລະບຽບສະຫະກອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງຂໍ້ຕົກລົງສະບັບນີ້; 

         6. ໃບອະນຸຍາດສ້າງຕັ້ງກຸ່ມ ກໍລະນີກຸ່ມຫັດຖະກໍາເປັນຜູ້ສະເຫນີ. 

 

ມາດຕາ 21 ການພິຈາລະນາອະນຸຍາດສ້າງຕັ້ງສະຫະກອນຫັດຖະກໍາ 

             ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ການຜະລິດ ແລະ ເຮັດບົດບັນທຶກຜົນການກວດກາ. ກໍລະນີຫາກເຫັນວ່າຄົບເງື່ອນໄຂ ຕ້ອງພິຈາລະນາອອກໃບອະນຸຍາດສ້າງຕັ້ງ ສະຫະກອນຫັດຖະກໍ ພາຍໃນເວລາ ຫ້າ ວັນລັດຖະການ. 

                      ກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ສະເຫນີຊາບ ເພື່ອປັບປຸງແກ້ໄຂໃຫ້ ຖືກຕ້ອງ ແລະ ຄົບຖ້ວນ. 

           ກໍລະນີບໍ່ສາມາດອອກໃບອະນຸຍາດສ້າງຕັ້ງສະຫະກອນຫັດຖະກໍາຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ສະເຫນີຊາບ ພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.

 

       ມາດຕາ 22 ການແຈ້ງຂື້ນທະບຽນສະຫະກອນຫັດຖະກໍາ 

             ຜູ້ສະເຫນີສ້າງຕັ້ງສະຫະກອນຫັດຖະກໍາ ຕ້ອງແຈ້ງຂຶ້ນທະບຽນສະຫະກອນ ນໍາເຈົ້າຫນ້າທີ່ທະບຽນວິ ສາຫະກິດ ຢູ່ຫ້ອງການການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ພາຍໃນ ສິບຫ້າ ວັນລັດຖະການ ນັບ ແຕ່ວັນໄດ້ຮັບໃບອະນຸຍາດສ້າງຕັ້ງສະຫະກອນຫັດຖະກໍາ ເປັນຕົ້ນໄປ. 

 

ມາດຕາ 23 ສາຂາສະຫະກອນຫັດຖະກໍາ 

                      ສະຫະກອນຫັດຖະກໍາ ສາມາດສ້າງຕັ້ງສາຂາຂອງຕົນ ແຕ່ຕ້ອງຂໍອະນຸຍາດຈາກຫ້ອງການອຸດສາຫະ ກໍາ ແລະ ການຄ້າ ເມືອງ, ນະຄອນ ບ່ອນທີ່ຈະຕັ້ງສາຂາ ເພື່ອຄົ້ນຄວ້າພິຈາລະນາ ສະຖານທີ່ຜະລິດ ຂອງສະຫະ ກອນຫັດຖະກໍາ ທີ່ເຫມາະສົມຕາມເງື່ອນໄຂການຜະລິດຕົວຈິງ ແລະ ບໍ່ສ້າງຜົນກະທົບຕໍ່ຊຸມຊົນ. 

                      ພາຍຫຼັງອອກໃບຢັ້ງຢືນສ້າງຕັ້ງສາຂາສະຫະກອນຫັດຖະກໍາ ໃຫ້ສະຫະກອນດັ່ງກ່າວສະເຫນີດັດແກ້ ໃບທະບຽນສະຫະກອນນໍາຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ບ່ອນທີ່ອອກໃບທະບຽນສະຫະກອນ ພາຍໃນເວລາ 15 ວັນ. 

 

ມາດຕາ 24 ສິດຂອງສະຫະກອນຫັດຖະກໍາ 

                     ນອກຈາກສິດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ, ສະຫະກອນຫັດຖະກໍາມີສິດດັ່ງນີ້: 

                1. ເຂົ້າເຖິງແຫຼ່ງວັດຖຸດິບ ຫຼື ໂຄຕາ ວັດຖຸດິບ ເພື່ອຕອບສະຫນອງ ໃຫ້ແກ່ຂະບວນການຜະລິດ ແລະ 

                2. ໃຫ້ນະໂຍບາຍແກ່ສະມາຊິກຂອງຕົນໃນການເຊົ່າອຸປະກອນ ແລະ ພາຫະນະການຜະລິດ ຕາມ ລະບຽບຂອງສະຫະກອນກໍານົດ; 

                3. ເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ; 

               4. ມີຕາປະທັບຂອງຕົນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວທາງລັດຖະການ; 5. ພົວພັນຮ່ວມມື ກັບອົງການຈັດຕັ້ງຂອງພາກລັດ, ກຸ່ມ ແລະ ສະຫະກອນອື່ນ. 

 

ມາດຕາ 25 ພັນທະຂອງສະຫະກອນຫັດຖະກໍາ 

            ນອກຈາກພັນທະ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ, ສະຫະກອນຫັດ ຖະກໍາ ມີພັນທະ ດັ່ງນີ້: 

         1. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານ ຂອງສະຫະກອນຫັດຖະກໍາ ໃຫ້ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ທຸກໆ ຫົກ ເດືອນ; 

          2. ສົ່ງແຜນການຜະລິດປະຈໍາປີຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ; 

                3. ຮັບຜິດຊອບຕໍ່ຫນີ້ສິນ ແລະ ຜົນເສຍຫາຍຈາກການດໍາເນີນກິດຈະການ ຂອງຕົນ. 

 

ມາດຕາ 26 ເງື່ອນໄຂຂອງການເປັນສະມາຊິກ 

ສະມາຊິກຂອງສະຫະກອນຫັດຖະກໍາ ຕ້ອງມີເງື່ອນໄຂ ດັ່ງນີ້: 1. ບໍ່ແມ່ນນິຕິບຸກຄົນ; 

2. ເປັນພົນລະເມືອງລາວ ມີອາຍຸ ສິບແປດ ປີຂຶ້ນໄປ; 3. ສະຫມັກໃຈ ແລະ ຖືຮຸ້ນ ຢ່າງຫນ້ອຍ ຫນຶ່ງ ຮຸ້ນ; 4. ບໍ່ມີຫນີ້ສິນ ຫຼາຍກວ່າຊັບສິນ; 

5.ເງື່ອນໄຂອື່ນ ຕາມການກໍານົດຂອງສະຫະກອນ. 

 

ມາດຕາ 27 ສິດຂອງສະມາຊິກສະຫະກອນຫັດຖະກໍາ 

ນອກຈາກສິດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ, ສະມາຊິກສະຫະກອນ ຫັດຖະກໍາ ມີສິດ ດັ່ງນີ້: 

1. ໄດ້ຮັບນະໂຍບາຍສະຫວັດດີການຕາມກົດລະບຽບຂອງສະຫະກອນ; 

2. ສະເຫນີຄວາມເຫັນຕໍ່ຄະນະບໍລິຫານສະຫະກອນຫັດຖະກໍາ ກ່ຽວກັບການເຄື່ອນໄຫວຂອງສະຫະ 

ກອນຫັດຖະກໍາ. 

 

ມາດຕາ 28 ພັນທະຂອງສະມາຊິກສະຫະກອນຫັດຖະກໍາ 

            ນອກຈາກພັນທະ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ ແລ້ວສະມາຊິກ ສະຫະກອນຫັດຖະກໍາ ມີພັນທະ ດັ່ງນີ້: 

 1. ປະກອບສ່ວນຄົ້ນຄິດ ແລະ ພັດທະນາຜະລິດຕະພັນຂອງສະຫະກອນຫັດຖະກໍາ ໃຫ້ຮັບປະກັນ ໄດ້ທັງຄຸນນະພາບ ແລະ ປະລິມານ ຕາມຄວາມສາມາດຂອງຕົນ; 

2. ສົ່ງເສີມ ແລະ ສະຫນັບສະຫນູນທຸລະກິດ ຂອງສະຫະກອນຫັດຖະກໍາ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ຫມັ້ນຄົງ. 

      3. ຈ່າຍເງິນບໍາລຸງ ຕາມລະບຽບຂອງສະຫະກອນຫັດຖະກໍາ. 

 

ມາດຕາ 29 ຊັບສິນ ແລະ ການກວດສອບ ສະຫະກອນ ຫັດຖະກໍາ 

               ຊັບສິນ ແລະ ການກວດສອບ ສະຫະກອນ ຫັດຖະກໍາ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າ ດ້ວຍກຸ່ມ ແລະ ສະຫະກອນ. 

 

ມາດຕາ 30 ການຄວບ, ການແຍກ ແລະ ການຍຸບເລີກ ຂອງສະຫະກອນຫັດຖະກໍາ 

                ການຄວບ, ການແຍກ ແລະ ການຍຸບເລີກ ຂອງສະຫະກອນຫັດຖະກໍາ ໃຫ້ປະຕິບັດຕາມຫຼັກການ ທີ່ ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນ. 

             ສະຫະກອນຫັດຖະກໍາ ທີ່ມີຈຸດປະສົງ ຄວບ, ແຍກ ຫຼື ຍຸບເລີກ ໃຫ້ຍື່ນຫນັງສືສະເຫນີ ແລະ ເອກະສານກ່ຽວຂ້ອງ ເປັນຕົ້ນ ມະຕິກອງປະຊຸມສະຫະກອນ ແລະ ໃບອະນຸຍາດສ້າງຕັ້ງສະຫະກອນ ເຖິງຫ້ອງ ການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເພື່ອຄົ້ນຄວ້າພິຈາລະນາ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນຂໍ້ ຕົກລົງສະບັບນີ້. 

            ພາຍຫຼັງການຄວບ, ການແຍກ ຫຼື ການຍຸບເລີກ ສະຫະກອນຫັດຖະກໍາ ໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແຈ້ງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ນະຄອນ ເພື່ອຊາບ ແລະ ປັບປຸງ ບັນຊີ. 

 

                                                        ຫມວດທີ

ການຄຸ້ມຄອງ ແລະ ການກວດກາ ວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ 

 

ມາດຕາ 31 ການຄຸ້ມຄອງວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ 

                      ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ ປະກອບມີ ສາມຂັ້ນ ດັ່ງນີ້:

1.                                    1.ຂັ້ນສູນກາງ ແມ່ນກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ;

                                       2. ຂັ້ນແຂວງ ແມ່ນພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ; 

               3. ຂັ້ນເມືອງ ແມ່ນຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ. 

 

        ມາດຕາ 32 ສິດ ແລະ ຫນ້າທີ່ ຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ 

                     ກົມອຸດສາຫະກາ ແລະ ຫັດຖະກາ ມີສິດ ແລະ ຫນ້າທີ່ ດັ່ງນີ້: 

1. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບການຄຸ້ມຄອງວຽກງານກຸ່ມ ແລະ ສະຫະກອນ ຫັດຖະ ກໍາ ເພື່ອນໍາສະເຫນີຂັ້ນເທິງພິຈາລະນາ; 

2. ຄົ້ນຄວ້າສ້າງ ແລະ ປັບປຸງ ນະໂຍບາຍ ແລະ ແຜນການ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງ ວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

3. ເຜີຍແຜ່ແນະນໍາ ຂໍ້ຕົກລົງສະບັບນີ້ ແລະ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

4. ສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງການດໍາເນີນກິດຈະການຂອງກຸ່ມ ແລະ ສະຫະກອນ ຫັດຖະ ກໍາ ໃນຂອບເຂດທົ່ວປະເທດ ຕາມກົດຫມາຍ ແລະ ລະບຽບການ; 

5. ປະສານສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ໃນການຈັດຕັ້ງປະຕິບັດວຽກງານຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

6. ພົວພັນຮ່ວມມື ແລະ ປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

7. ຄົ້ນຄວ້າ, ສະເຫນີຍ້ອງຍໍ ຕໍ່ຜູ້ດໍາເນີນທຸລະກິດດ້ານກຸ່ມ ແລະ ສະຫະກອນ ຫັດຖະກໍາ ທີ່ມີຜົນງານ ດີເດັ່ນ ຕາມການສະເຫນີຂະແຫນງອຸດສາຫະກາ ແລະ ການຄ້າ ຂັ້ນທ້ອງຖິ່ນ; 

      8. ຮັບ ແລະ ພິຈາລະນາແກ້ໄຂຄໍາສະເຫນີຂອງກຸ່ມ ແລະ ສະຫະກອນຫັດຖະກໍາ; 

9. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ ໃຫ້ຂັ້ນ ເທິງຊາບຢ່າງເປັນປົກກະຕິ; 

     10. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

 

ມາດຕາ 33 ສິດ ແລະ ຫນ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ 

              ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ມີສິດ ແລະ ຫນ້າທີ່ ດັ່ງນີ້: 

1. ເຜີຍແຜ່ແນະນໍາການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້, ນະໂຍບາຍ ແລະ ນິຕິກໍາ ກ່ຽວກັບວຽກ ງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

2. ສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງການດໍາເນີນກິດຈະການຂອງກຸ່ມ ແລະ ສະຫະກອນ ຫັດຖະ ກໍາ ໃນຂອບເຂດແຂວງ, ນະຄອນຫຼວງຂອງຕົນ;  

3. ແນະນໍາ ແລະ ປະສານງານດ້ານວິຊາການ ກັບຂະແຫນງການທີ່ກ່ຽວຂ້ອງຂອງແຂວງ, ນະຄອນຫຼວງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ກ່ຽວຂ້ອງເພື່ອສົ່ງເສີມກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

4. ພົວພັນຮ່ວມມື ແລະ ປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

    5. ຊຸກຍູ້, ຕິດຕາມ, ກວດກາ ການເຄື່ອນໄຫວຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ທີ່ສ້າງຕັ້ງຢູ່ແຂວງ, ນະຄອນຫຼວງ ຂອງຕົນ; 

    6. ຮັບ ແລະ ພິຈາລະນາແກ້ໄຂຄໍາສະເຫນີຂອງກຸ່ມ ແລະ ສະຫະກອນຫັດຖະກໍາ; 

    7. ສະເຫນີກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເພື່ອປະຕິບັດ ນະໂຍບາຍຍ້ອງຍໍ ຕໍ່ຜູ້ດໍາເນີນທຸລະກິດກຸ່ມ ແລະ ສະຫະກອນ ຫັດຖະກໍາ ທີ່ມີຜົນງານດີເດັ່ນ; 

8. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ປະຈໍາ 6 ເດືອນ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ຢ່າງເປັນປົກກະຕິ; 

   9. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຂັ້ນເທິງ. 

 

ມາດຕາ 34 ສິດ ແລະ ຫນ້າທີ່ຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ 

             ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ມີສິດ ແລະ ຫນ້າທີ່ ດັ່ງນີ້: 

1. ເຜີຍແຜ່ແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້, ນະໂຍບາຍ ແລະ ນິຕິກໍາ ກ່ຽວກັບວຽກ ງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

2. ສົ່ງເສີມ, ພັດທະນາ ການດໍາເນີນກິດຈະການຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ໃນຂອບ ເຂດເມືອງ, ນະຄອນຂອງຕົນ;

3. ພິຈາລະນາ ອອກ, ໂຈະ ແລະ ຖອນ ໃບອະນຸຍາດສ້າງຕັ້ງກຸ່ມ ແລະ ສະຫະກອນ ຫັດຖະກໍາ;

4. ຮັບຮອງແຜນການຜະລິດປະຈໍາປີຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

     5. ໃຫ້ຄໍາແນະນໍາດ້ານວິຊາການ ແກ່ຫົວຫນ່ວຍທຸລະກິດ ແລະ ຜູ້ປະກອບການ ກ່ຽວກັບການສ້າງຕັ້ງ, ການຂໍນະໂຍບາຍຂອງ ກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

6. ພົວພັນຮ່ວມມື ແລະ ປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

7. ຊຸກຍູ້, ຕິດຕາມ ແລະ ກວດກາ ການດໍາເນີນກິດຈະການຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ທີ່ຕັ້ງຢູ່ ພາຍໃນເມືອງ, ນະຄອນ ຂອງຕົນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 

      8. ຮັບ ແລະ ພິຈາລະນາແກ້ໄຂຄໍາສະເຫນີຂອງກຸ່ມ ແລະ ສະຫະກອນຫັດຖະກໍາ; 

9. ສະເຫນີຂັ້ນເທິງພິຈາລະນາຍ້ອງຍໍ ຕໍ່ຜູ້ດໍາເນີນທຸລະກິດກຸ່ມ ແລະ ສະຫະກອນ ຫັດຖະກໍາ ທີ່ມີ ຜົນງານດີເດັ່ນ ຕາມລະບຽບການ; 

   10. ສະເຫນີບໍາລຸງ ແລະ ພັດທະນາບຸກຄະລະກອນ ທີ່ຮັບຜິດຊອບວຽກງານກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

   11. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ ປະຈໍາ ສາມ ເດືອນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ; 

      12. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຂັ້ນເທິງ. 

 

ມາດຕາ 35 ເນື້ອໃນການກວດກາ 

                     ເນື້ອໃນຂອງການກວດກາກຸ່ມ ແລະ ສະຫະກອນ ຫັດຖະກໍາ ປະກອບດ້ວຍ: 

 1. ກວດກາຄະນະບໍລິຫານ, ນາຍບັນຊີ, ຜູ້ຈັດການ ແລະ ພະນັກງານວິຊາການ ທີ່ປະຕິບັດຜິດກົດ ຫມາຍ, ລະບຽບການ ແລະ ກົດລະບຽບຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

2. ກວດກາລະບົບການຜະລິດ, ການເຄື່ອນໄຫວ ແລະ ສິ່ງແວດລ້ອມ ຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ; 

3. ກວດກາ, ຕິດຕາມການເຄື່ອນໄຫວວຽກງານດ້ານການເງິນ, ການບັນຊີ, ການນໍາໃຊ້ທຶນ ແລະ ຊັບ ສົມບັດ ຂອງສະຫະກອນ ຫັດຖະກໍາ; 

    4. ກວດກາກິດຈະກໍາອື່ນ ໃນການດໍາເນີນທຸລະກິດຂອງກຸ່ມ ແລະ ສະຫະກອນ ຫັດຖະກໍາ. 

 

ມາດຕາ 36 ຮູບການ ການກວດກາ 

                      ການກວດກາກຸ່ມ ແລະ ສະຫະກອນ ຫັດຖະກໍາ ມີ ສາມ ຮູບການ ດັ່ງນີ້: 

1. ການກວດກາ ຕາມລະບົບປົກກະຕິ ແມ່ນການກວດກາຕາມແຜນການປະຈໍາປີ ໂດຍກວດກາຕາມ ຂັ້ນຕອນ ແລະ ມີກໍານົດເວລາອັນແນ່ນອນ. 

2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງຫນ້າ ແມ່ນການກວດການອກແຜນການປົກກະຕິ, ກ່ອນ ລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງໃຫ້ເປົ້າຫມາຍທີ່ຈະລົງກວດກາຮັບຊາບກ່ອນລ່ວງຫນ້າຢ່າງຫນ້ອຍ ສາມ ວັນລັດຖະການ. 

3. ການກວດກາແບບກະທັນຫັນ ແມ່ນການກວດກາໂດຍຮີບດ່ວນ ແລະ ບໍ່ໄດ້ແຈ້ງໃຫ້ເປົ້າຫມາຍຖືກ ກວດກາຮູ້ລ່ວງຫນ້າ ເປັນຕົ້ນ ເກີດອຸປະຕິເຫດແຮງງານ, ມີຜົນເສັຍຫາຍຮ້າຍແຮງຕໍ່ຊີວິດ ແລະ ຊັບສິນ. 

         ການກວດກາ ແຕ່ລະຄັ້ງຕ້ອງເຮັດບົດບັນທຶກ ແລະ ປະຕິບັດຕາມລະບຽບກົດຫມາຍຢ່າງເຂັ້ມງວດ. 

 

ຫມວດທີ 6

ບົດບັນຍັດສຸດທ້າຍ 

 

ມາດຕາ 37 ການຈັດຕັ້ງປະຕິບັດ 

            ມອບໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນ ຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເປັນເຈົ້າການປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ເພື່ອເຜີຍແຜ່, ແນະນໍາ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ. 

ມາດຕາ 38 ຜົນສັກສິດ 

             ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນປະກາດໃຊ້ ສີ່ສິບຫ້າວັນ. 

             ສໍາລັບກຸ່ມ ແລະ ສະຫະກອນ ຫັດຖະກໍາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ກ່ອນຂໍ້ຕົກລົງສະບັບນີ້ ໃຫ້ແຈ້ງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເພື່ອປັບປຸງໃຫ້ໄດ້ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນຂໍ້ ຕົກລົງສະບັບນີ້. 

 

ປະທານສະພາແຫ່ງຊາດ

ປອ ໄຊສົມພອນ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ກຸ່ມ ແລະ ສະຫະກອນ ຫັດຖະກໍາ, ເລກທີ 1355/ອຄ, ລົງວັນທີ 04 ຕຸລາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.