ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ວັດທະນາຖາວອນ

 

ລັດຖະບານ

ເລກທີ 322/ລບ

ນະຄອນຫຼວງວຽງຈັນ,ວັນທີ 02 ກັນຍາ 2022

 

ດຳລັດ

ວ່າດ້ວຍວິສາຫະກິດການລົງທຶນ

 

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021
  • ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013
  • ອີງຕາມ ໜັງສືສະເໜີຂອງກະຊວງການເງິນ ສະບັບເລກທີ 1556/ກງ, ລົງວັນທີ 01 ມິຖຸນາ 2022

 

ລັດຖະບານ ອອກດຳລັດ:

ພາກທີ I

ບົດບັນຍັດທົ່ວໄປ

 

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການຄຸ້ມຄອງ ການເຄື່ອນໄຫວ ແລະ ການຕິດຕາມ ກວດກາວິສະຫະກິດລັດລົງທຶນ ເພື່ອເຮັດໃຫ້ວິສາຫະກິດລັດລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ, ມີຄວາມເຂັ້ມແຂງ ແລະ ສະເໝີພາບຕໍ່ໜ້າກົດໝາຍ ແນ່ໃສ່ຍົກສູງຄວາມຮັບຜິດຊອບ, ຄວາມສາມາດແຂ່ງຂັນ ຕາມກົນໄກເສດຖະກິດຕະຫຼາດ ແລະ ເຕີບໃຫຍ່ຂະໜາຍຕົວ ຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

 

ມາດຕາ 2 ວິສະຫະກິດລັດລົງທຶນ

        ວິສະຫະກິດລັດລົງທຶນ ແມ່ນ ຫົວໜ່ວຍທຸລະກິດ ທີ່ລັດເປັນຜູ້ລົງທຶນສ້າງຕັ້ງພຽງຜູ້ດຽວ ຫຼື ລັດຮ່ວມທຶນກັບພາກສ່ວນອື່ນເພື່ອສ້າງຕັ້ງ ລວມທັງການຊື້ຮຸ້ນຂອງວິສາຫະກິດພາກສ່ວນອື່ນໂດຍລັດ.

 

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

  1. ຮຸ້ນ ໜາຍເຖິງ ທຶນຂອງວິສາຫະກິດລັດລົງທຶນ ທີ່ແບ່ງອອກເປັນສ່ວນ ມີມູນຄ່າເທົ່າກັນ ຫຼື ບໍ່ເທົ່າກັນໂດຍຂື້ນກັບຮູບແບບຂອງວິສາຫະກິດລັດລົງທຶນ ຊຶ່ງຜູ້ຖືຮຸ້ນ ມີຖານະເປັນເຈົ້າຂອງວິສາຫະກິດລັດລົງທຶນ, ມີສິດ ແລະ ຜົນປະໂຫຍດ ຕາມອັດຕາສ່ວນທີ່ຕົນຖື;
  2. ຮຸ້ນສາມັນ ໝາຍເຖິງ ຮຸ້ນປະເພດໜຶ່ງ ຊຶ່ງເປັນຜູ້ເຈົ້າຂອງຮຸ້ນ ບໍ່ສາມາດຖອນຮຸ້ນໄດ້;
  3. ຮຸ້ນບູລິມາສິດ ໝາຍເຖິງ ຮຸ້ນປະເພດໜຶ່ງ ຊຶ່ງເຈົ້າຂອງຮຸ້ນ ສາມາດຖອນໄດ້, ເປັນຮຸ້ນທີ່ໄດ້ຮັບບຸລີມາສິດດ້ານເງິນປັນຜົນກ່ອນຮຸ້ນສາມັນ;
  4. ຜູ້ຮ່ວມທຶນ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນຈາກພາກສ່ວນອື່ນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຮ່ວມລົງທຶນກັບພາກລັດ ຕາງໜ້າໂດຍກະຊວງການເງິນ ຫຼື ພາກສ່ວນອື່ນ ທີ່ຖືກມອບໝາຍ;
  5. ວິສາຫະກິດພາກສ່ວນອື່ນ ໝາຍເຖິງ ວິສາຫະກິດທີ່ບໍ່ແມ່ນຂອງລັດ ຊຶ່ງລວມມີວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ;
  6. ລັດວິສະຫະກິດຍຸດທະສາດ (Strategic SOE) ໝາຍເຖິງ ຫົວໜ່ວຍວິສາຫະກິດຂະໜາດກາງ ແລະ ໃຫຍ່ ທີ່ເປັນເຄື່ອງມືໃນການຄຸ້ມຄອງ ແລະ ດັດສົມເສດຖະກິດ ແລະ ສັງຄົມຂອງກະຊວງ, ອົງການ ຊຶ່ງໃຫ້ແຕ່ລະກະຊວງ, ອົງການ ເປັນຜູ້ກຳນົດວ່າລັດວິສາຫະກິດໃດ ເປັນຫົວໜ່ວຍຍຸດທະສາດຂອງກະຊວງ, ອົງການຕົນ;
  7. ທຸລະກິດຍຸດທະສາດຂອງຂະແໜງການ ໝາຍເຖິງ ທຸລະກິດທີ່ມີຄວາມສຳຄັນ, ຈຳເປັນ ແລະ ເປັນບຸລິມະສິດ ສຳລັບຮັບໃຊ້ວຽກງານຂອງກະຊວງ, ອົງການຂອງລັດ ຊຶ່ງເປັນເຈົ້າການສ້າງຕັ້ງ ແລະ ຖືຮຸ້ນຫຼາຍກວ່າ ຫ້າສິບສ່ວນຮ້ອຍ;
  8. ສາຂາຂອງລັດວິສາຫະກິດ ໝາຍເຖິງ ການຈັດຕັ້ງໜຶ່ງຂອງລັດວິສາຫະກິດ ທີ່ເຄື່ອນໄຫວທຸລະກິດຕາມການມອບໝາຍ.
  9. ປະທານສະພາບໍລິຫານ ແມ່ນບຸກຄົນທີ່ໄດ້ຮັບການແຕ່ງຕັ້ງ ຫຼື ປິດຕຳແໜ່ງຈາກລັດຖະມົນຕີກະຊວງການເງິນ ບົນພື້ນຖານການສະເໜີຂອງຂະເເໜ່ງການທີ່ວິສາຫະກິດລັດລົງທຶນຂື້ນກັບ ໃຫ້ເປັນປະທານສະພາບໍລິຫານ ເພື່ອນຳພາ ຊື້ນຳວຽກງານຄຸ້ມຄອງການດຳເນີນທຸລະກິດ.

 

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານວິສະຫະກິດລັດລົງທຶນ

ລັດ ເອົາໃຈໃສ່ ຄຸ້ມຄອງ, ປັບປຸງ ແລະ ພັດທະນາວິສາຫະກິດລັດລົງທຶນ ໃຫ້ມີຄວາມເຂັ້ມແຂງ, ໜັ້ນຄົງ, ມີຄວາມສາມາດເຂັ້ມແຂງສູງຂື້ນ ຕາມກົນໄກຕະຫຼາດ, ສະເໜີພາບຕໍ່ກົດໝາຍ, ສ້າງເງື່ອນໄຂສະດວກໃນການເຂົ້າເຖິງແຫຼ່ງທຶນ, ສະໜອງຂໍ້ມູນ ຂ່າວສານ ແລະ ສະພາບແວດລ້ອມ ໃຫ້ແກ່ວິສາຫະກິດລັດລົງທຶນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ.

ລັດ ສົ່ງເສີມ ວິສະຫະກິດລັດລົງທຶນ ໃຫ້ພົວພັນ, ຮ່ວມມືທັງພາຍໃນ ແລະ ສາກົນ ໃນການເຄື່ອນໄຫວທຸລະກິດເຊັ່ນ: ລະດົມແຫຼ່ງທຶນ, ຊອກຄູ່ຮ່ວມພັດທະນາ ແລະ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ ແລະ ປະສົບການໃນການບໍລິຫານທຸລະກິດທີ່ດີ, ການບໍລິການເປັນເລີດ, ເປີດກວ້າງຕະຫຼາດ ທັງຍົກສູງຄວາມສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

 

ມາດຕາ 5 ຫຼັກການກ່ຽວກັບວຽກງານການຄຸ້ມຄອງວິສາຫະກິດລັດລົງທຶນ

ວຽກງານການຄຸ້ມຄອງວິສາຫະກິດລັດລົງທຶນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ;
  2. ປະຕິບັດກົນໄກໄລ່ລຽງທຸລະກິດ, ເປັນເຈົ້າຕົນເອງ ແລະ ຮັບຜິດຊອບຢ່າງເຕັມສ່ວນ ຕໍ່ຊັບສິນ ແລະ ທຶນທີ່ລັດ ມອບໃຫ້;
  3. ມີກົນໄກຄຸ້ມຄອງບໍລິຫານ ທີ່ເຂັ້ມແຂງ, ທັນສະໄໝ, ໂປ່ງໃສ, ມີການກວດສອບພາຍໃນ ແລະ ພາຍນອກຢ່າງເປັນປະຈຳ;
  4. ປົກປ້ອງສິດຜົນປະໂຫຍດຂອງລັດ, ລວມໝູ່ ແລະ ຜູ້ລົງທຶນ ໃຫ້ມີຄວາມຍຸດຕິທຳ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ມີປະສິດທິຜົນ, ປະຢັດຕາມທິດສີຂຽວ ແລະ ຢືນຢົງ.

 

ມາດຕາ 6 ຂອບເຂດການນຳໃຊ້

ດຳລັດສະບັບນີ້ ນຳໃຊ້ສຳລັບ ວິສາຫະກິດລັດລົງທຶນ ແລະ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ພົວພັນກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງວິສາຫະກິດລັດລົງທຶນ ຢູ່ ສປປ ລາວ ລວມທັ້ງການສ້າງຕັ້ງທັງສາຂາຂອງລັດວິສະຫະກິດຢູ່ຕ່າງປະເທດ.

 

                                                   ພາກທີ II

                          ປະເພດ ແລະ ຮູບແບບຂອງວິສາຫະກິດລັດລົງທຶນ

 

ມາດຕາ 7 ປະເພດວິສາຫະກິດລັດລົງທຶນ

ວິສາຫະກິດລັດລົງທຶນ ມີ ສອງ ປະເພດ ດັ່ງນີ້:

  1. ວິສາຫະກິດຂອງລັດ ຫຼື ລັດວິສາຫະກິດ
  2. ວິສາຫະກິດລັດປະສົມ

           

ວິສາຫະກິດຂອງລັດ ຫຼື ລັດວິສາຫະກິດ ມີ ສາມ ລັກສະນະ ດັ່ງນີ້:

  • ວິສາຫະກິດທີ່ລັດສ້າງຕັ້ງຂື້ນ ແລະ ຖືຮຸ້ນ ຮ້ອຍສ່ວນຮ້ອຍ;
  • ວິສາຫະກິດທີ່ລັດສ້າງຕັ້ງ ແລະ ຖືຮຸ້ນ ຫຼາຍກວ່າ ຫ້າສິບສ່ວນຮ້ອຍ ຂື້ນໄປ ແຕ່ບໍ່ເຖິງຮ້ອຍສ່ວນຮ້ອຍ;
  • ວິສາຫະກິດພາກສ່ວນອື່ນ ທີ່ລັດໄດ້ຊື້ຮຸ້ນ ຫຼາຍກວ່າ ຫ້າສິບສ່ວນຮ້ອຍ ຂື້ນໄປ ແລະ ໄດ້ຕົກລົງຫັນເປັນວິສາຫະກິດຂອງລັດ.

 

ວິສາຫະກິດປະສົມ ແມ່ນວິສາຫະກິດທີ່ໄດ້ຮ່ວມທຶນກັບ ລະຫວ່າງລັດ ຫຼື ວິສາຫະກິດຂອງລັດ ກັບພາກສ່ວນອື່ນ ທັງພາຍໃນ ແລະ ຕ່າງປະເທດ ດັ່ງນີ້:

  • ພາກສ່ວນອື່ນຖືຮຸ້ນໃນລັດວິສາຫະກິດ ຊຶ່ງບໍ່ເກີນອັດຕາສ່ວນທຶນ ຕາມທີ່ໄດ້ກຳນົດໄວ້ໃນຂີດໜ້າ 2 ຂໍ້ 1 ຂອງມາດຕານີ້;
  • ລັດ ຫຼື ວິສາຫະກິດຂອງລັດ ຖືຮຸ້ນໃນວິສາຫະກິດພາກສ່ວນອື່ນ ໃນອັດຕາສ່ວນທຶນ ຕາມການຕົກລົງກັນ.

 

ມາດຕາ 8 ຮູບແບບຂອງລັດວິສາຫະກິດລັດລົງທຶນ

ວິສາຫະກິດລັດລົງທຶນ ຕ້ອງຈັດຕັ້ງ ແລະ ເຄື່ອນໄຫວ ຕາມຫຼັກການຂອງຮູບແບບບໍລິສັດ (ບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ)

ສຳລັບລັດວິສາຫະກິດໃດ ທີ່ຍັງບໍ່ໄດ້ຈັດຕັ້ງ ແລະ ເຄື່ອນໄຫວ ຕາມຫຼັກການຂອງຮູບແບບບໍລິສັດ ໃຫ້ດຳ ເນີນການປັບປຸງ ແລະ ຫັນເປັນຮູບແບບບໍລິສັດ ຕາມກົດໝາຍວ່າດ້ວຍວິສາຫະກິດ.

 

ພາກທີ III

ລັດວິສາຫະກິດ

ໝວດທີ 1

ການສ້າງຕັ້ງລັດວິສາຫະກິດ

 

ມາດຕາ 9 ເງື່ອນໄຂການສ້າງຕັ້ງລັດວິສາຫະກິດ

ການສ້າງຕັ້ງລັດວິສາຫະກິດ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ຕ້ອງຕັ້ງຢູ່ໃນຂົງເຂດວຽກງານທີ່ມີຄວາມສຳຄັນ ແລະ ຈຳເປັນຂອງຊາດ ຊຶ່ງບໍ່ອານຸຍາດໃຫ້ພາກ ສ່ວນເສດຖະກິດອື່ນ ດຳເນີນທຸລະກິດດັ່ງກ່າວໄດ້;
  2. ຕ້ອງຢູ່ໃນຂົດເຂດວຽກງານທີ່ຈະຊ່ວຍໃຫ້ລັດ ສາມາດສະໜອງການບໍລິການສາທາລະນະປະໂຫຍດ ໃຫ້ແກ່ສັງຄົມ ໄດ້ຢ່າງກວ້າງຂວາງ ທີ່ພາກສ່ວນເສດຖະກິດອື່ນ ບໍ່ສາມາດດຳເນີນເສດຖະກິດດັ່ງກ່າວໄດ້;
  3. ຕ້ອງຢູ່ໃນຂົດເຂດວຽກງານ ທີ່ມີຄວາມສາມາດໃນການດຳເນີນທຸລະກິດ ຢ່າງມີປະສິດທິຜົນ, ມີສະ ຖຽນລະພາບທາງດ້ານເສດຖະກິດ, ການເງິນ ແລະ ສາມາດສ້າງການສະສົມທຶນໄດ້ສູງ;
  4. ເປັນທຸລະກິດຍຸດທະສາດຂອງຂະແໜງການ;
  5. ມີຜູ້ບໍລິຫານ, ພະນັກງານທີ່ພຽງພໍ ແລະ ເໝາະສົມກັບຂະໜາດຂອງວິສາຫະກິດ, ມີລະດັບວິຊາສະເພາະ ແລະ ປະສົບການທີ່ກ່ຽວຂ້ອງກັບຂະແໜງທຸລະກິດ ທີ່ຈະສ້າງຕັ້ງນັ້ນ;
  6. ມີຄວາມພ້ອມທາງດ້ານທຶນ ຕາມເງື່ອນໄຂທຸລະກິດ;

 

ມາດຕາ 10 ການສະເໜີສ້າງຕັ້ງລັດວິສາຫະກິດ

ກະຊວງ, ອົງການໃດ ທີ່ມີຈຸດປະສົງສ້າງຕັ້ງລັດວິສາຫະກິດ ຕ້ອງຍືນໜັງສືສະເໜີ ແລະ ເອກະສານປະກອບຫາກະຊວງການເງິນ ເພື່ນຄົ້ນຄວ້າ ດັ່ງນີ້:

  1. ໜັງສືສະເໜີການສ້າງຕັ້ງລັດວິສາຫະກິດ;
  2. ບົດວິພາກເສດຖະກິດ-ເຕັກນິກ;
  3. ແຜນການດຳເນີນທຸລະກິດ;
  4. ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສຳລັບໂຄງການ ຫຼື ກິດຈະກຳ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ;
  5. ແຜນຜັງການສ້າງຕັ້ງໂຮງງານ(ຖ້າມີ);
  6. ເອກະສານຢັ້ງຢືນແຫຼ່ງທຶນ.

 

ມາດຕາ 11 ການພິຈາລະນາສ້າງຕັ້ງລັດວິສາຫະກິດ

ພາຍຫຼັງໄດ້ຮັບໜັງສືສະເໜີ ແລະ ເອກະສານປະກອບແລ້ວ ກະຊວງການເງິນ ຕ້ອງຄົ້ນຄ້ວາການສະເໜີສ້າງຕັ້ງ, ແຫຼ່ງທຶນ ແລະ ປະສິດທິຜົນຂອງການລົງທຶນ ລວມທັງການລົງທຶນຮ່ວມກັບພາກສ່ວນອື່ນ ໃນກໍລະນີລັດທີ່ບໍ່ຖືຮຸ້ນຮ້ອຍສ່ວນຮ້ອຍ ໂດຍປະສານສົມທົບກັບກະຊວງ,ອົງການທີ່ສະເໜີສ້າງຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ໃນກໍລະນີຈຳເປັນກະຊວງການເງິນ ມີສິດທວງໃຫ້ສະໜອງຂໍ້ມູນ ແລະ ເອກະສານເພີ່ມເຕີມ.

ໃນກໍລະນີການສ້າງຕັ້ງ ມີເຫດຜົນ ແລະ ມີຜົນປະໂຫຍດ ໃຫ້ກະຊວງການເງິນ ສະເໜີລັດຖະບານ ເພື່ອພິຈາລະນາເຫັນດີທາງດ້ານຫຼັກການ. ໃນກໍລະນີທີ່ບໍ່ເຫັນດີໃນການສະເໜີສ້າງຕັ້ງ ກໍໃຫ້ແຈ້ງຕອບກະຊວງ, ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍເຫດຜົນ ແລະ ລາຍງານຂັ້ນເທິງ.

 

ມາດຕາ 12 ການອະນຸມັດສ້າງຕັ້ງ

ພາຍຫຼັງໄດ້ຮັບການເຫັນດີທາງດ້ານຫຼັກການແລ້ວ ກະຊວງ, ອົງການທີ່ສະເໜີແຕ່ງຕັ້ງ ປະສານສົມທົບກັບກະຊວງການເງິນ ເພື່ອຄົ້ນຄວ້າລະອຽດ, ກະກຽມເງື່ອນໄຂໃນເອກະສາ່ນຕ່າງໆໃນການສ້າງຕັ້ງ ເປັນຕົ້ນ ສັນຍາຮ້ວມທຶນ ໃນກໍລະນີບໍ່ແມ່ນລັດຖືຮຸ້ນຮ້ອຍສ່ວນຮ້ອຍ, ກົດລະບຽບຂອງລັດວິສາຫະກິດ, ບຸກຄະລາກອນ ແລ້ວລາຍງານລັດຖະບານ ເພື່ອພິຈາລະນາສ້າງຕັ້ງລັດວິສາຫະກິດ.

ໃນກໍລະນີຈຳເປັນກະຊວງການເງິນ ປະສານສົມທົບກັບກະຊວງ, ອົງການທີ່ສະເໜີສ້າງຕັ້ງ ເປັນເຈົ້າການປະສານສົມທົບກັບກະຊວງການເງິນ ຈັດກອງປະຊຸມສ້າງຕັ້ງລັດວິສາຫະກິດ ຊຶ່ງມີຜູ້ເຂົ້າຮ່ວມດັ່ງນີ້:

  1. ຜູ້ຕາງໜ້າຈາກກະຊວງການເງິນ;
  2. ຜູ້ຕາງໜ້າຈາກກະຊວງ, ອົງການທີ່ສະເໜີສ້າງຕັ້ງ;
  3. ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ;
  4. ຜູ້ຮ່ວມທຶນໃນກໍລະນີບໍ່ແມ່ນລັດຖືຮຸ້ນຮ້ອຍສ່ວນຮ້ອຍ;
  5. ຜູ້ຖືກແຕ່ງຕັ້ງ ເປັນສະພາບໍລິຫານ (ຖ້າມີ) ແລະ ຜູ້ອຳນວຍການ;

ກອງປະຊຸມສ້າງຕັ້ງລັດວິສາຫະກິດ ແມ່ນ ຜູ້ຕາງໜ້າຂອງກະຊວງ, ອົງການທີ່ສະເໜີສ້າງຕັ້ງ ຫຼື ກະຊວງການເງິນ ເປັນປະທານ.

         ສຳລັບລັດວິສາຫະກິດ ທີ່ລັດຖືຮຸ້ນຮ້ອຍສ່ວນຮ້ອຍ ບໍ່ຈຳເປັນຕ້ອງມີກອງປະຊຸມສ້າງຕັ້ງ ຊຶ່ງໃຫ້ກອງປະຊຸມສະພາບໍລິຫານ ປະຕິບັດໜ໊າທີ່ແທນກອງປະຊຸມສ້າງຕັ້ງ.

 

ມາດຕາ 14 ສິດ ແລະ ໜ້າທີ່ຂອງກອງປະຊຸມສ້າງຕັ້ງລັດວິສາຫະກິດ

ກອງປະຊຸມສ້າງຕັ້ງລັດວິສາຫະກິດ ມີ ສິດ ແລະ ໜ້າທີ່ດັ່ງນີ້:

  1. ຮັບຮອງສັນຍາຮ່ວມທຶນ ໃນກໍລະນີບໍ່ແມ່ນລັດຖືຮຸ້ນຮ້ອຍສ່ວນຮ້ອຍ
  2. ຮັບຮອງເອົາກົດລະບຽບຂອງລັດວິວາຫະກິດ
  3. ຕົກລົງ ກ່ຽວກັບຮຸ້ນສາມັນ ແລະ/ຫຼື ຮຸ້ນບຸລິມາສິດ
  4. ປະກາດສ້າງຕັ້ງລັດວິສາຫະກິດ ຢ່າງເປັນທາງການ
  5. ຮັບຮອງ ແລະ ປະກາດຊື່ສະພາບໍລະຫານ (ຖ້າມີ) ແລະ ອຳນວຍການຊຸດທຳອິດ ທີ່ໄດ້ຮັບການສ້າງຕັ້ງ
  6. ມອບໝາຍວຽກງານ ໃຫ້ສະພາບໍລິຫານ (ຖ້າມີ) ຫຼື ອຳນວຍການ

 

ມາດຕາ 15 ກອງປະຊຸມຄັ້ງທຳອິດຂອງສະພາບໍລິຫານ

ສະພາບໍລິຫານ ຕ້ອງເປີດກອງປະຊຸມຄັ້ງທຳອິດຂອງຕົນຂື້ນ ພາຍໃນກຳນົດ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບການສ້າງຕັ້ງ ສຳລັບລັດວິສາຫະກິດຮ້ອຍສ່ວນຮ້ອຍ ຫຼື ວັນປິດກອງປະຊຸມສ້າງຕັ້ງລັດວິສາຫະກິດ ສຳລັບລັດວິສາຫະກິດທີ່ມີພາກສ່ວນອື່ນຖືຮຸ້ນນຳ ເປັນຕົ້ນໄປ.

          ກອງປະຊຸມຄັ້ງທຳອິດຂອງສະພາບໍລິຫານ ມີ ສິດ ແລະ ໜ໊າທີ່ດັ່ງນີ້:

  1. ເລືອກຕັ້ງປະທານ, ຮອງປະທານ ແລະ ຄະນະກຳມະການຂອງສະພາບໍລິຫານ.
  2. ແບ່ງຄວາມຮັບຜິດຊອບ ໃຫ້ກຳມະການສະພາບໍລິຫານ.
  3. ປຶກສາຫາລື ແລະ ກຳນົດທິດທາງໃນການດຳເນີນທຸລະກິດ ແລະ ບັນຫາອື່ນ.

             ມະຕິກອງປະຊຸມຂອງສະພາຄັ້ງທຳອິດຂອງສະພາບໍລິຫານ ຈະມີຄຸນຄ່າໃຊ້ໄດ້ກໍຕໍ່ເມື່ອ ໄດ້ຮັບຄະແນນສຽງເກີນກວ່າເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາບໍລິຫານ ທີ່ເຂົ້າຮ່ວມກອງປະຊຸມ.

            ໃນກໍລະນິວິສາຫະກິດຖືຮຸ້ນຮ້ອຍສ່ວນຮ້ອຍ ກອງປະຊຸມຄັ້ງທຳອິດຂອງສະພາບໍລິຫານ ຍັງມີສິດ ແລະ ໜ໊າທີ່ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ຂອງດຳລັດສະບັບນີ້.

 

ມາດຕາ 16 ການແຈ້ງຂື້ນທະບຽນຂອງລັດວິສາຫະກິດ

ພາຍຫຼັງກອງປະຊຸມສ້າງຕັ້ງ ຫຼື ສະພາບໍລິຫານລັດວິສາຫະກິດ ມີມະຕິຮັບຮອງການສ້າງຕັ້ງແລ້ວ ກະຊວງ, ອົງການທີ່ສະເໜີສ້າງຕັ້ງ ຕ້ອງປະກອບເອກະສານ ສະເໜີແຈ້ງຂື້ນທະບຽນວິສາຫະກິດ ນຳກະຊວງອຸດສາຫະກຳ ແລະ ການຄ້າ.

ເອກະສານປະກອບການແຈ້ງຂື້ນທະບຽນວິສາຫະກິດ ມີ ດັ່ງນີ້:

  1. ຄຳຮ້ອງຂໍຂື້ນທະບຽນວິສາຫະກິດ ຕາມແບບພິມ.
  2. ໜັງສືອະນຸມັດໃຫ້ສ້າງຕັ້ງລັດວິສາຫະກິດຈາກລັດຖະບານ.
  3. ເອກະສານຢັ້ງຢືນຈາກກະຊວງການເງິນ.
  4. ມະຕິຂອງກອງປະຊຸມສ້າງຕັ້ງ ຫຼື ສະພາບໍລິຫານລັດວິສາຫະກິດ.
  5. ສັນຍາຮ່ວມທຶນ ໃນກໍລະນີບໍ່ແມ່ນລັດຖືຮຸ້ນຮ້ອຍສ່ວນຮ້ອຍ.
  6. ກົດລະບຽບຂອງລັດວິສາຫະກິດ.
  7. ສຳເນົາບັດປະຈຳຕົວ ແລະ ປື້ມສຳມະໂນຄົວຂອງສະມາຊິກສະພາບໍລິຫານ, ຜູ້ອຳນວຍການລັດວິສາ ຫະກິດ.

ພາຍຫຼັງຂື້ນທະບຽນວິສາຫະກິດແລ້ວ ຕ້ອງຂໍອະນຸຍາດດຳເນີນກິດຈະການ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ເວັ້ນເສຍແຕ່ເປັນກິດຈະການ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ.

ສຳລັບການຈະປະກັນໄພ ແລະ ທະນາຄານ ໃຫ້ປະຕິບັດຕາມກົດໝ!ຍທີ່ກ່ຽວຂ້ອງ.

 

ມາດຕາ 17 ການປະກອບທຶນໃນການສ້າງຕັ້ງ

ການປະກອບທຶນ ຈະເປັນເງິນສົດ ຫຼື ວັດຖຸກໍໄດ້, ສຳລັບການປະກອບທຶນຂອງພາກລັດ ອາດມາຈາກແຫຼ່ງທຶນ ດັ່ງນີ້:

  1. ງົບປະມານຂອງລັດ;
  2. ການຫັນຊັບສິດຂອງລັດເປັນທຶນ ແລະ ໜີ້ສິນຂອງພາກສ່ວນອື່ນຕໍ່ລັດ ມາເປັນທຶນ;
  3. ການຄ້ຳປະກັນຂອງລັດ ດ້ວຍສັນຍາ ຫຼື ໂຄງການ;
  4. ການກູ້ຢືມ, ການຊ່ວຍເຫຼືອລ້າ ຈາກພາຍໃນ ແລະ ຕ່າງປະເທດ;
  5. ແຫຼ່ງອື່ນ ຕາມການຕົກລົງຂອງລັດຖະບານ;

ການປະກອບທຶນສ້າງຕັ້ງລັດວິສາຫະກິດ ໃຫ້ປະຕິບັດກ່ອນການຂື້ນທະບຽນວິສາຫະກິດ ດັ່ງນີ້:

  1. ປະກອບທຶນເປັນວັດຖຸ ຕ້ອງໃຫ້ຄົບຮ້ອຍສ່ວນຮ້ອຍ;
  2. ປະກອບທຶນເປັນເງິນສົດ ຢ່າງໜ້ອຍ ເຈັດສິບສ່ວນຮ້ອຍ, ສ່ວນທີ່ຍັງເຫຼືອນັ້ນໃຫ້ຜູ້ອຳນວຍການ ຮຽກປະກອບຕື່ມເວລາໃດກໍໄດ້ ພາຍຫຼັງໄດ້ຂື້ນທະບຽນວິສາຫະກິດ ເວັ້ນເສຍແຕ່ສັນຍາຮ່ວມທຶນ ຫຼື ກົດລະບຽບຂອງລັດວິສາຫະກິດ ໄດ້ກຳນົດໄວ້ຢ່າງອື່ນ.

 

ມາດຕາ 18 ການສ້າງຕັ້ງສາຂາລັດວິສາຫະກິດ

ລັດວິສາຫະກິດ ທີ່ມີຈຸດປະສົງສ້າງຕັ້ງສາຂາ ຢູ່ພາຍໃນ ຫຼື ຕ່າງປະເທດ ຕ້ອງສະເໜີ້ຫາກະຊວງການເງິນໃຫ້ພິຈາລະນາ ຕາມເງື່ອນໄຂ ດັ່ງນີ້:

  1. ມີມະຕິຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ຕົກລົງໃຫ້ສ້າງຕັ້ງ;
  2. ມີທຶນພຽງພໍ;
  3. ມີລະບົບຄຸ້ມຄອງບໍລິຫານທີ່ເຂັ້ມແຂງ ແລະ ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີຈຳນວນທີ່ເໜາະສົມ;
  4. ມີ່ທີ່ຕັ້ງສຳນັກງານ ແລະ ວັດຖຸປະກອນທີ່ເໝາະສົມ.

     

                                                       ໝວດທີ 2

                             ໂຄງການປະກອບການຈັດຕັ້ງຂອງລັດວິສາຫະກິດ

 

ມາດຕາ 19 ໂຄງປະກອບການຈັດຕັ້ງຂອງລັດວິສາຫະກິດ

ໂຄງປະກອບການຈັດຕັ້ງຂອງລັດວິສາຫະກິດ ປະກອບດ້ວຍ:

  1. ກອງປະຊຸມຜູ້ຖືຮຸ້ນ ຍົກເວັ້ນລັດວິສາຫະກິດ ທີ່ລັດຖືຮຸ້ນຮ້ອຍສ່ວນຮ້ອຍ;
  2. ສະພາບໍລິຫານ;
  3. ຄະນະຜູ້ອຳນວຍການ;
  4. ພະແນກ ຫຼື ໜ່ວຍງານ;

ລັດວິສາຫະກິດ ອາດມີໂຄງປະກອບການສ້າງຕັ້ງອື່ນເພີ່ມເຕີມ ຕາມຂະໜາດຂອງວິສາຫະກິດ ຫຼື ຈຸດພິເສດຂອງທຸລະກິດ ຊຶ່ງຕ້ອງໄດ້ກຳນົດໄວ້ໃນກົດລະບຽບຂອງລັດວິສາຫະກິດ.

 

ມາດຕາ 20 ກອງປະຊຸມຜູ້ຖືຮຸ້ນ

ກອງປະຊຸມຜູ້ຖືຮຸ້ນຂອງລັດວິສາຫະກິດ ແມ່ນ ການຈັດຕັ້ງສູງສຸດຂອງລັດວິສາຫະກິດ ຊຶ່ງປະກອບມີ ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດ ແລະ ຜູ້ຖືຮຸ້ນຈາກພາກສ່ວນອື່ນ.

ກອງປະຊຸມຜູ້ຖືຮຸ້ນຂອງລັດວິສາຫະກິດ ປະກອບມີ ປະຊຸມສາມັນ ແລະ ກອງປະຊຸມວິສາມັນ. ກອງປະຊຸມສາມັນ ເປີດຂື້ນຢ່າງໜ້ອຍ ໜຶ່ງຄັ້ງຕໍ່ປີ ຕາມກົດລະບຽບຂອງລັດວິສາຫະກິດ. ກອງປະຊຸມວິສາມັນ ສາມາດເປີດຂື້ນເວລາໃດກໍໄດ້ ໃນກໍລະນີມີຄວາມຈຳເປັນ.

ຜູ້ຕາງໜ້າຜູ້ຖຶຮຸ້ນຂອງລັດ ແມ່ນ ຜູ້ຕາງໜ້າຈາກກະຊວງການເງິນ ຫຼື ກະຊວງ, ອົງການທີ່ສະເໜີສ້າງຕັ້ງ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງການເງິນ.

 

ມາດຕານ 21 ສິດ ແລະ ໜ້າທີ່ຂອງການປະຊຸມຜູ້ຖືຮຸ້ນ

ກອງປະຊຸມຜູ້ຖືຮຸ້ນ ມີ ສິດ ແລະ ໜ້າທີ ດັ່ງນີ້:

  1. ພິຈາລະນາຮັບຮອງ ຫຼື ປັບປຸງ ສັນຍາຮ່ວມທຶນ ຫຼື ກົດລະບຽບຂອງລັດວິສາຫະກິດ;
  2. ພິຈາລະນາຮັບຮອງເອົາບົດສະຫຼຸບລາຍງານ ກ່ຽວກັບຜົນການດຳເນີນທຸລະກິດ, ບົດລາຍງານການເງິນ ແລະ ລົດລາຍງານການກວດສອບປະຈຳປີ;
  3. ພິຈາລະນາຮັບຮອງເອົາ ແຜນຍຸດທະສາດ, ແຜນດຳເນີນທຸລະກິດ, ແຜນງົບປະມານ ແລະ ແຜນການລົງທຶນປະຈຳປີ ພ້ອມທັງຮັບຮອງເອົາວິທີການແບ່ງປັນເງິນປັນຜົນທ້າຍປີ;
  4. ພິຈາລະນາຮັບຮອງເອົາ ແຜນການເພີ່ມ ຫຼື ຫຼຸດທຶນ, ການຄວບ, ການສ້າງຕັ້ງ, ການຍຸບເລີກ ລັດວິສາຫະກິດ ແລະ ສາຂາຂອງລັດວິສາຫະກິດ;
  5. ພິຈາລະນາຮັບຮອງເອົາ ການຊື້, ຂາຍ, ໂອນຮຸ້ນ ຫຼື ກິດຈະການທັງໝົດ ຫຼື ບາງສ່ວນ, ກຳນົດການປະກອບທຶນ ແລະ ອັດຕາສ່ວນທາງການເງິນທີ່ສຳຄັນ;
  6. ພິຈາລະນາຮັບຮອງເອົາແຫຼ່ງທຶນ ເພື່ອຂະຫຍາຍທຸລະກິດ ຕາມການສະເໜີຂອງສະພາບໍລິຫານ;
  7. ພິຈາລະນາຮັບຮອງ ແຜນເບີກຈ່າຍບຳເນັດປະຈຳປີ, ເບ້ຍປະຊຸມ, ເງິນເດືອນຂອງສະພາບໍລິຫານ ສຳລັບຜູ້ປະກອບການ, ຄະນະອຳນວຍການ, ຄ່າຈ້າງຜູ້ກວດສອບບັນຊີ, ເງິນໃຊ້ຈ່າຍບໍລິຫານ ສຳລັບນະໂຍບາຍພະນັກງານຂອງລັດວິສາຫະກິດ ຕາມການສະເໜີຂອງສະພາບໍລິຫານ;
  8. ຮັບຮອງການຈັດຕັ້ງ ຫຼື ປິດຕຳແໜ່ງສະພາບໍລິຫານ ແລະ ຄະນະອຳນວຍການ ພາຍຫຼັງໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງການເງິນ;
  9. ຮັບຮອງການວ່າຈ້າງ ຜູ້ກວດສອບບັນຊີ ແລະ ຜູ້ຊ່ຽວຊານ ເພື່ອຊ່ວຍໃຫ້ຄຳປຶກສາເນາະນຳດ້ານຕ່າງໆ.

 

 

ມາດຕາ 22 ສະພາບໍລິຫານ

ສະພາບໍລິຫານ ເປັນຕົວແທນໃຫ້ແກ່ຜູ້ຖືຮຸ້ນໃນການຄຸ້ມຄອງລັດວິສາຫະກິດ ຊຶ່ງປະກອບດ້ວຍ ສະມາຊິກແຕ່ ຫ້າຄົນ ຂື້ນໄປ ໃນນັ້ນມີ ປະທານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງ ທີ່ຖືກຮັບຮອງການແຕ່ງຕັ້ງ ຫຼື ປິດຕຳແໜ່ງໂດຍຜູ້ຖືຮຸ້ນ. ປະທານສະພາບໍລິຫານ ແລະ ກຳມະການສະພາບໍລິຫານໃດໜຶ່ງ ສາມາດປະຈຳການ ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ ເພື່ອຊີ້ນຳ, ຕິດຕາມ ກວດກາ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດວຽກງານປະຈຳວັນຂອງລັດວິສາຫະກິດ.

ສະພາບໍລິຫານຂອງລັດວິສາຫະກິດ ທີ່ລັດຖືຮຸ້ນຮ້ອຍສ່ວນຮ້ອຍ ເປັນການຈັດຕັ້ງຂອງລັດວິສາຫະກິດ ແລະ ໄດ້ຮັບການແຕ່ງຕັ້ງຈາກກະຊວງການເງິນ ບົນພື້ນຖານການປະສານສົມທົບກັບກະຊວງ, ອົງການທີ່ສະເໜີຂໍສ້າງຕັ້ງ.ສະພາບໍລິຫານ ນອກຈາກປະຕິບັດສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 24 ຂອງດຳລັດສະບັບນີ້, ຍັງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄືກັບກອງປະຊຸມຜູ້ຖືຮຸ້ນ.

ລັດວິສາຫະກິດໃດໜຶ່ງ ສາມາດມີກຳມະການສະພາບໍລິຫານທີ່ມາຈາກພາຍນອກ ຊຶ່ງມີ ຄວາມຊ່ຽວຊານ, ສຳນານງານໃນວຽກງານໃດໜຶ່ງ ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ.

ສະພາບໍລິຫານ ມີ ອາຍຸການ ສາມປີ ແລະ ສາມາດເລືອກຕັ້ງຄືນໃໝ່ໄດ້ ຕາມຜົນການດຳເນີນທຸລະກິດ ແລະ ການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງຜູ້ກ່ຽວ ແຕ່ ບໍ່ເກີນ ສອ ງສະໄໝຕິດຕໍ່ກັນ ຫຼື ໃຫ້ປະຕິບັດຕາມກົດ

ໝາຍທີ່ກ່ຽວຂ້ອງ.

ສະມາຊິກປະທານບໍລິຫານ ຈະໄດ້ຮັບເງິນເບ້ຍປະຊຸມ, ເງິນບຳເນັດປະຈຳປີ ແລະ ນະໂຍບາຍອື່ນ ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ກົດລະບຽບຂອງລັດວິສາຫະກິດ. ສຳລັບສະມາຊິກສະພາບໍລິຫານທີ່ປະຈຳການ ຍັງຈະໄດ້ຮັບເງິນເດືອນຕື່ມອີກ.

 

ມາດຕາ  23  ມາດຕະຖານ ແລະ ເງື່ອນໄຂຂອງສະມາຊິກສະພາບໍລິຫານຈາກຝ່າຍລັດ

ສະມາຊິກສະພາບໍລິຫານຈາຫຝ່າຍລັດ ໄດ້ຮັບການແຕ່ງຕັ້ງຈາກກະຊວງການເງິນ ຊຶ່ງມີ ມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:

  1. ເປັນບຸກຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ໃນການຄຸ້ມຄອງບໍລິຫານທຸລະກິດ ຫຼື ຂົງເຂດວຽກງານທີ່ກ່ຽວຂ້ອງ ຢ່າງໜ້ອຍ ສາມປີ ຂື້ນໄປ ແລະ ມີປະຫວັດການບໍລິຫານທີ່ດີ. ສຳລັບປະທານສະພາບໍລິຫານ ຕ້ອງມີປະສົບການໃນການເປັນຜູ້ບໍລິຫານອົງການໃດໜຶ່ງ ຢ່າງໜ້ອຍ ສາມປີ ຂື້ນໄປ;
  2. ປະທານສະພາບໍລິຫານ ຕ້ອງມີຕຳແໜ່ງບໍລິຫານປະເພດ ສາມ ຂື້ນໄປ. ສຳລັບຮອງປະທານ ແລະ ກຳມະການສະພາບໍລິຫານ ມີຕຳແໜ່ງບໍລິຫານປະເພດ ຫ້າ ຂື້ນໄປ;
  3. ມີລະດັບການສຶກສາດ້ານ ກົດໝາຍ, ກວດສອບ, ການເງິນ, ການບັນຊີ, ການບໍລິຫານບຸກຄະລາກອນ, ການຕະຫຼາດ ຫຼື ການລົງທຶນ ຊັ້ນປະລິນຍາຕີ ຂື້ນໄປ;
  4. ມີຄວາມຊື່ສັດ, ຄຸນສົມບັດ, ວິໄສທັດ, ຈັນຍາບັນ, ຈັນຍາທຳ, ຄວາມຄິດສ້າງສັນ, ໂປ່ງໃສ ແລະ ພາວະໃນການເປັນຜູ້ນຳ;
  5. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບ ໃນສະຖານການກະທຳຜິດ ໂດຍເຈດຕະນາ ຫຼື ຕົກລົງໂທດຫ້າມດຳເນີນທຸລະກິດ;
  6. ມີສຸຂະພາບດີ.

 

ມາດຕາ  24  ສິດ ແລະ ໜ້າທີ່ຂອງສະພາບໍລິຫານ

        ສະພາບໍລິຫານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ແຜນຍຸດທະສາດ, ທິດທາງ, ນະໂຍບາຍ, ແຜນດຳເນີນທຸລະກິດ ປະຈຳປີ, ຫ້າປີ; ຄົ້ນຄວ້າປັບປຸງກົດລະບຽບຂອງລັດວິສາຫະກິດ ລວມທັງວິທີການແບ່ງເງິນປັນຜົນ ເພື່ອສະເໜີກອງປະຊຸມຜູ້ຖືຮຸ້ນ ພີຈາລະນາ;
  2. ຄົ້ນຄ້ວາການສ້າງຕັ້ງສາຂາຂອງລັດວິສາຫະກິດ ເພື່ອສະເໜີກອງປະຊຸມຜູ້ຖືຮຸ້ນ ພິຈາລະນາ;
  3. ພິຈາລະນາບົດລາຍງານການເງິນ ປະຈຳປີ, ຫ້າປີ, ງົບປະມານປະຈຳປີ ແລະ ບົດລາຍງານກວດສອບປະຈຳປີ ເພື່ອສະເໜີກອງປະຊຸມຜູ້ຖືຮຸ້ນ ພິຈາລະນາ;
  4. ທົບທວນ ແລະ ປະເມີນ ກ່ຽວກັບຜົນການດຳເນີນທຸລະກິດ ໃນແຕ່ລະໄລຍະ ບົນພື້ນຖານຄາດໝາຍ ແລະ ແຜນການທີ່ໄດ້ກຳນົດໄວ້;
  5. ຕິດຕາມ ກວດກາ ການປະຕິບັດໜ້າທີ່ວຽກງານຂອງຄະນະອຳນວຍການລັດວິສາຫະກິດ ຕາມຫຼັກການບໍລິຫານກິດຈະການທີ່ດີ ແລະ ຕາມສະພາບຄວາມເປັນຈິງ;
  6. ທົບທວນ ແລະ ຮັບຮອງເອົາຜັງບັນຊີ ແລະ ລະບົບການຖືບັນຊີ;
  7. ຄົ້ນຄວ້າກຳນົດ ບຳເນັດປະຈຳປີ, ເບ້ຍປະຊຸມ, ເງິນເດືອນຂອງຄະນະອຳນວຍການ, ຄ່າຈ້າງຜູ້ກວດສອບບັນຊີ, ເງິນໃຊ້ຈ່າຍບໍລິຫານ, ເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍພະນັກງານຂອງລັດວິສາຫະກິດ ເພື່ອສະເໜີກອງປະຊຸມຜູ້ຖືຮຸ້ນ;
  8. ຄົ້ນຄວ້າຄັດເລືອກຄະນະອຳນວຍການ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາແຕ່ງຕັ້ງ;
  9. ຄົ້ນຄວ້າຄັດເລືອກ ຜູ້ກວດສອບບັນຊີ ແລະ ຜູ້ຊ່ຽວຊານ ເພື່ອຊ່ວຍໃຫ້ຄຳປຶກສາແນະນຳດ້ານຕ່າງໆ ເພື່ອສະເໜີກອງປະຊຸມຜູ້ຖືຮຸ້ນຮັບຮອງ;
  10. ຮັບຮອງການປະເມີນ, ຍ້ອງຍໍ ຫຼື ປະຕິບັດວິໄນຕໍ່ຄະນະອຳນວຍການ, ພະນັກງານຂອງລັດວິສາຫະກິດ;
  11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດລະບຽບຂອງລັດວິສາຫະກິດ ແລະ ຕາມການມອບໝາຍ.

 

ມາດຕາ 25 ການປ່ຽນແທນສະມາຊິກສະພາບໍລິຫານ

ເມື່ອສະມາຊິກສະພາບໍລິຫານໃດໜຶ່ງຫາກຖືກປົດຕໍາແໜ່ງ, ຍົກຍ້າຍ, ເຂົ້າຮັບບໍານານ ຫຼື ເສຍຊີວິດ ໃຫ້ ກອງປະຊຸມຜູ້ຖືຮຸ້ນ ພິຈາລະນາຮັບຮອງ ການແຕ່ງຕັ້ງສະມາຊິກສະພາບໍລິຫານຜູ້ໃໝ່ປ່ຽນແທນ ເພື່ອປະຕິບັດໜ້າທີ່ ຕາມອາຍຸການສະພາບໍລິຫານທີ່ຍັງເຫຼືອ.

 

ມາດຕາ 26 ຄະນະອໍານວຍການ

ຄະນະອໍານວຍການ ເປັນຜູ້ຄຸ້ມຄອງບໍລິຫານ ການເຄື່ອນໄຫວທຸລະກິດປະຈໍາວັນຂອງລັດວິສາຫະກິດ ຊຶ່ງປະ ກອບດ້ວຍ ຜູ້ອໍານວຍການ ແລະ ຮອງຜູ້ອໍານວຍການ ຈໍານວນຫນຶ່ງ.

ຄະນະອໍານວຍການ ເຄື່ອນໄຫວວຽກງານໃນຂອບເຂດສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້, ກົດລະບຽບຂອງລັດວິສາຫະກິດ, ແຕ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະພາບໍລິຫານ ແລະ ກອງປະຊຸມຜູ້ຖືຮຸ້ນ.

ຄະນະອໍານວຍການ ມີ ອາຍຸການ ສາມປີ ແລະ ສາມາດແຕ່ງຕັ້ງຄືນໃໝ່ໄດ້ ຕາມຜົນການດໍາເນີນທຸລະກິດ ແລະ ການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງຜູ້ກ່ຽວ ແຕ່ບໍ່ເກີນ ສອງ ສະໄໝຕິດຕໍ່ກັນ ຫຼື ໃຫ້ປະຕິບັດຕາມກົດໝາຍ ທີ່ກ່ຽວຂ້ອງ. ສໍາລັບອາຍຸການຂອງຄະນະອໍານວຍການໃດໜຶ່ງທີ່ຖືກແຕ່ງຕັ້ງປ່ຽນແທນ ແມ່ນເທົ່າກັບອາຍຸການທີ່ຍັງເຫຼືອ ຂອງຄະນະອໍານວຍການນັ້ນ.

 

ມາດຕາ 27 ມາດຕະຖານ ແລະ ເງື່ອນໄຂຂອງຄະນະອໍານວຍການຈາກຝ່າຍລັດ

ບຸກຄົນທີ່ຖືກແຕ່ງຕັ້ງເປັນຄະນະອໍານວຍການຈາກຝ່າຍລັດ ມີ ມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:

  1. ເປັນນັກບໍລິຫານທຸລະກິດທີ່ດີ ແລະ ມີປະສົບການໃນການບໍລິຫານທຸລະກິດ ຢ່າງໜ້ອຍ ຫ້າປີ;
  2. ມີຄວາມຮູ້ ຄວາມສາມາດ ແລະ ລະດັບການສຶກສາດ້ານ ກົດໝາຍ, ກວດສອບ, ການເງິນ, ການບັນຊີ, ການບໍລິຫານບຸກຄະລາກອນ, ການຕະຫຼາດ ຫຼື ການລົງທຶນ ຊັ້ນປະລິນຍາຕີ ຂຶ້ນໄປ;
  3. ມີຄວາມສັດຊື່, ມີຄຸນສົມບັດດີ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່; 
  4. ບໍ່ເຄີຍຖືກສານຕັດສີນລົງໂທດຕັດອິດສະລະພາບ ໃນສະຖານການກະທໍາຜິດໂດຍເຈດຕະນາ ຫຼື ຖືກລົງໂທດຫ້າມດໍາເນີນທຸລະກິດ;
  5. ແຈ້ງຊັບສິນຂອງຕົນ ກ່ອນການເຂົ້າຮັບຕໍາແໜ່ງ;
  6. ມີສຸຂະພາບດີ.

 

ມາດຕາ 28 ສິດ ແລະ ໜ້າທີ່ຂອງຄະນະອໍານວຍການ

ຄະນະອໍານວຍການລັດວິສາຫະກິດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງ, ປັບປຸງ ແລະ ສະເໜີດັດແກ້ ແຜນການດໍາເນີນທຸລະກິດ, ການຄຸ້ມຄອງບໍລິຫານ ແລະ ແຜນບໍາລຸງ ສ້າງບຸກຄະລາກອນປະຈໍາປີ ເພື່ອນໍາສະເໜີສະພາບໍລິຫານ ພິຈາລະນາ;
  2. ຄົ້ນຄວ້າສ້າງ, ປັບປຸງສັນຍາຮ່ວມທຶນລັດວິສາຫະກິດ;
  3. ສ້າງແຜນ ການລົງທຶນປະຈໍາປີ, ການເພີ່ມ ຫຼື ຫຼຸດທຶນ, ການຄວບ, ການສ້າງຕັ້ງ, ການຍຸບເລີກ ລັດວິ ສາຫະກິດ, ສາຂາລັດວິສາຫະກິດ, ການຊື້-ຂາຍ, ໂອນຮຸ້ນ ຫຼື ກິດຈະການ ທັງຫມົດ ຫຼື ບາງສ່ວນ, ກໍານົດການປະກອບ ທຶນ ແລະ ອັດຕາສ່ວນທາງການເງິນທີ່ສໍາຄັນ ເພື່ອສະເໜີໃຫ້ສະພາບໍລິຫານ ພິຈາລະນາ;
  4. ບໍລິຫານວຽກງານປະຈໍາວັນຂອງລັດວິສາຫະກິດ;
  5. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍປະຈໍາປີ ລວມທັງການເບີກຈ່າຍເງິນບໍລິຫານ, ເງິນບໍາເນັດ, ເງິນເດືອນ, ເງິນແຮງງານ, ເງິນອຸດຫນູນ, ເງິນນະໂຍບາຍ ແລະ ບັນດາຄັງຕ່າງໆ ຕາມກົດໝາຍ ແລະ ຕາມການ ຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ;
  6. ເປັນຕົວແທນລັດວິສາຫະກິດ ໃນການລົງລາຍເຊັນໃສ່ເອກະສານຂອງລັດວິສາຫະກິດ ເຊັ່ນ ການເຮັດສັນ ຍາຊື້-ຂາຍ, ສັນຍາເຊົ່າ ແລະ ເອກະສານທາງລັດຖະການ;
  7. ອອກຂໍ້ຕົກລົງ ແຕ່ງຕັ້ງ ຫຼື ປົດຕໍາແໜ່ງ ຫົວໜ້າ, ຮອງຫົວໜ້າ ພະແນກການ, ໜ່ວຍງານ, ສາຂາ, ຫ້ອງການ ຜູ້ຕາງໜ້າ ແລະ ຕໍາແໜ່ງອື່ນ ທີ່ມີຄວາມສໍາຄັນ ລວມທັງບັນຈຸ, ສັບຊ້ອນ ແລະ ປົດປະຈໍາການພະນັກງານພາຍໃນລັດວິສາ ຫະກິດ;
  8. ຢັ້ງຢືນ, ສະໜອງຂໍ້ມູນ ແລະ ເອກະສານ ໃຫ້ຜູ້ກວດສອບພາຍໃນ ແລະ ພາຍນອກ ຢ່າງຖືກຕ້ອງ, ທັນເວ ລາ ແລະ ເຜີຍແຜ່ບັນດາບົດລາຍງານການເງິນ ທີ່ໄດ້ຜ່ານການກວດສອບ ຕາມກົດໝາຍ ແລະ ລະບຽບການ;
  9. ປັບປຸງແກ້ໄຂຂໍ້ຄົງຄ້າງ ຕາມການແນະນໍາຂອງຜູ້ກວດສອບພາຍໃນ ແລະ ພາຍນອກ;
  10. ສ້າງ ແລະ ປັບປຸງລະບຽບການ ກ່ຽວກັບການຄຸ້ມຄອງບໍລິຫານລັດວິສາຫະກິດ ເພື່ອສະເໜີຕໍ່ສະພາ ບໍລິຫານ ຮັບຮອງ;
  11. ແບ່ງປັນເງິນປັນຜົນ ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ;
  12. ໄດ້ຄ່າຕອບແທນໃນຮູບແບບ ເງິນເດືອນ, ເບ້ຍປະຊຸມ ແລະ ນະໂຍບາຍອື່ນ ຕາມກົດລະບຽບຂອງວິສາຫະ ກິດ ຫຼື ຕາມສັນຍາແຮງງານ;
  13. ປະເມີນ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ພະນັກງານຂອງລັດວິສາຫະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງ
  14. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ.
  15. ຕົນ;

 

ມາດຕາ 29 ຄວາມຮັບຜິດຊອບຂອງຄະນະອໍານວຍການ

ຄະນະອໍານວຍການຂອງລັດວິສາຫະກິດ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້, ຜົນເສຍ ໃນການດໍາເນີນ ທຸລະກິດ, ນອກຈາກນັ້ນ ຍັງຈະມີຄວາມຮັບຜິດຊອບຕາມກົດໝາຍຕໍ່ການກະທໍາຂອງຕົນທີ່ເປັນການລະເມີດກົດ ໝາຍ, ກົດລະບຽບຂອງລັດວິສາຫະກິດ, ມະຕິຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ແລະ ລະບຽບການອື່ນທີ່ ກ່ຽວຂ້ອງ.

 

ມາດຕາ 30 ການຈັດຕັ້ງພັກ ເເລະ ອົງການຈັດຕັ້ງມະຫາຊົນ

ລັດວິສາຫະກິດ ໃຫ້ມີການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ ເຊັ່ນ ສະຫະພັນກໍາມະບານລາວ, ຊາວ ຫນຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ.

 

                                                          ໝວດທີ 3

                             ຊັບສິນ, ການເພີ່ມ ຫຼື ຫຼຸດທຶນ ແລະ ເຂົ້າຫາແຫຼ່ງທຶນ

 

ມາດຕາ 31 ຊັບສິນຂອງລັດວິສາຫະກິດ

ຊັບສິນຂອງລັດວິສາຫະກິດ ປະກອບດ້ວຍ ຊັບສິນຄົງທີ່ ແລະ ຊັບສິນໝູນວຽນ ທີ່ນາໃຊ້ເຂົ້າໃນການດາເນີນ ທຸລະກິດ ຊຶ່ງໄດ້ມາຈາກການປະກອບທຶນເບື້ອງຕົ້ນຂອງລັດ, ຜູ້ຖືຮຸ້ນໃນກໍລະນີມີພາກສ່ວນອື່ນຮ່ວມທຶນນໍາ, ການກູ້ ຢືມ, ການຊ່ວຍເຫຼືອລ້າ ແລະ ກໍາໄລສະສົມຈາກການດໍາເນີນທຸລະກິດ.

 

ມາດຕາ 32 ການເພີ່ມທຶນຈົດທະບຽນ

ລັດວິສາຫະກິດ ສາມາດເພີ່ມທຶນຈົດທະບຽນຂອງຕົນໄດ້ ຕາມກໍລະນີ ດັ່ງນີ້

  1. ລັດວິສາຫະກິດຖືຮຸ້ນຮ້ອຍສ່ວນຮ້ອຍ ແມ່ນ ລັດຖະບານ ເປັນຜູ້ພິຈາລະນາປະກອບທຶນໃຫ້ ຕາມການ ສະຫນີຂອງກະຊວງການເງິນ ບົນພື້ນຖານມະຕິຂອງສະພາບໍລິຫານ;
  2. ລັດວິສາຫະກິດທີ່ມີພາກສ່ວນອື່ນຖືຮຸ້ນນໍາ ແມ່ນກອງປະຊຸມຜູ້ຖືຮຸ້ນ ເປັນຜູ້ຕົກລົງເພີ່ມທຶນຈົດທະບຽນ ດ້ວຍການເພີ່ມມູນຄ່າຮຸ້ນ ຫຼື ເພີ່ມຈໍານວນຮຸ້ນຂຶ້ນ. ຫຼັງຈາກນັ້ນສະເໜີຫາກະຊວງການເງິນ ເພື່ອຄົ້ນຄວ້າ ແລ້ວນໍາສະເ ຫນີລັດຖະບານ ເປັນຜູ້ຕົກລົງ.

 ການເພີ່ມທຶນຈົດທະບຽນ ຕ້ອງໄດ້ປັບປຸງສັນຍາຮ່ວມທຶນ, ກົດລະບຽບຂອງລັດວິສາຫະກິດ ແລະ ແຈ້ງ ປ່ຽນແປງທະບຽນວິສາຫະກິດ.

 

ມາດຕາ 33 ການຫຼຸດທຶນຈົດທະບຽນ

ລັດວິສາຫະກິດ ສາມາດຫຼຸດທຶນຈົດທະບຽນຂອງຕົນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການ ດໍາເນີນທຸລະກິດ ຕາມກໍລະນີ ດັ່ງນີ້:

  1. ລັດວິສາຫະກິດຖືຮຸ້ນຮ້ອຍສ່ວນຮ້ອຍ ແມ່ນ ລັດຖະບານ ເປັນຜູ້ພິຈາລະນາຕົກລົງຫຼຸດທຶນຈົດທະບຽນ ຕາມການສະຫນີຂອງກະຊວງການເງິນ ບົນພື້ນຖານມະຕິຂອງສະພາບໍລິຫານ;
  2. ລັດວິສາຫະກິດທີ່ມີພາກສ່ວນອື່ນຖືຮຸ້ນນໍາ ແມ່ນ ກອງປະຊຸມຜູ້ຖືຮຸ້ນ ເປັນຜູ້ຕົກລົງຫຼຸດທຶນຈົດທະບຽນ ດ້ວຍການຫຼຸດມູນຄ່າຮຸ້ນ ຫຼື ຫຼຸດຈໍານວນຮຸ້ນລົງ. ຫຼັງຈາກນັ້ນສະເໜີຫາກະຊວງການເງິນ ເພື່ອຄົ້ນຄວ້າ ແລ້ວນໍາສະເໜີ ລັດຖະບານ ເປັນຜູ້ຕົກລົງ.

ການຫຼຸດທຶນຈົດທະບຽນ ຕ້ອງໄດ້ປັບປຸງສັນຍາຮ່ວມທຶນ, ກົດລະບຽບຂອງລັດວິສາຫະກິດ ແລະ ແຈ້ງປ່ຽນ ແປງທະບຽນວິສາຫະກິດ,

ເງື່ອນໄຂການຫຼຸດທຶນຈົດທະບຽນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການທີ່

ກ່ຽວຂ້ອງ.

 

ມາດຕາ 34 ການຂາຍຮຸ້ນຂອງລັດວິສາຫະກິດ

ລັດວິສາຫະກິດ ສາມາດຂາຍຮຸ້ນຂອງຕົນ ສ່ວນໃດສ່ວນໜຶ່ງຫຼື ທັງຫມົດ ໃຫ້ບຸກຄົນ, ນິຕິບຸກຄົນ ຕາມການ ຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ແລ້ວສະເໜີກະຊວງການເງິນ ເພື່ອຄົ້ນຄວ້າ ພິຈາລະນາ ແລະ ລາຍ ງານ ລັດຖະບານ ເປັນຜູ້ຕົກລົງ. ຖ້າການຂາຍນັ້ນ ຫາກເຮັດໃຫ້ອັດຕາສ່ວນຮຸ້ນຂອງລັດ ຕ່ໍາກວ່າ ຫ້າສິບສ່ວນຮ້ອຍ ຕ້ອງຫັນລັດວິສາຫະກິດນັ້ນ ເປັນວິສາຫະກິດຮູບແບບອື່ນ,

 

ມາດຕາ 35 ການເຂົ້າເຖິງແຫຼ່ງທຶນຂອງລັດວິສາຫະກິດ

ລັດວິສາຫະກິດ ສາມາດເຂົ້າເຖິງແຫຼ່ງທຶນ ຕາມການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ແລະ ຕ້ອງໄດ້ຮັບການເຫັນດີຈາກກະຊວງການເງິນ ດ້ວຍການເອົາຊັບສິນທີ່ເປັນກໍາມະສິດຂອງຕົນ ເປັນຕົ້ນ ທີ່ດິນ, ສິ່ງປຸກ ສ້າງ, ພາຫະນະ, ເຄື່ອງຈັກ ໄປເປັນຫຼັກຊັບຄໍ້າປະກັນໃນການກູ້ຢືມເງິນຈາກສະຖາບັນການເງິນ ທັງພາຍໃນ ແລະ ຕ່າງ ປະເທດ ຫຼື ໂດຍການລະດົມທຶນຈາກມວນຊົນ ດ້ວຍການອອກຈໍາໜ່າຍຮຸ້ນ, ໂດຍຜ່ານ ຫຼື ບໍ່ຜ່ານຫຼັກຊັບອື່ນ ຮຸ້ນກູ້ ຫຼື ຕະຫຼາດຫຼັກຊັບ ໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ຂ້ອງ.

ສໍາລັບການເອົາທີ່ດິນ ໄປເປັນຫຼັກຊັບຄໍ້າປະກັນນັ້ນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ.

 

ມາດຕາ 36 ຄວາມຮັບຜິດຊອບຕໍ່ການກູ້ຢືມ

ລັດວິສາຫະກິດ ຕ້ອງນໍາໃຊ້ເງິນກູ້ຢືມໃຫ້ຖືກຕ້ອງ ຕາມຈຸດປະສົງ, ເປົ້າໝາຍ ຢ່າງເຂັ້ມງວດ ແລະ ມີປະສິດ ທິຜົນສູງສຸດ ພ້ອມທັງຄຸ້ມຄອງ, ຕິດຕາມ ກວດກາການນໍາໃຊ້ເງິນກູ້ຢືມດັ່ງກ່າວ.

ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ບໍລິ ສັດກວດສອບອິດສະລະ ສາມາດດໍາເນີນການກວດກາ, ກວດສອບການນໍາໃຊ້ເງິນກູ້ຢືມ ເຂົ້າໃນການດໍາເນີນທຸລະກິດ ຖ້າວ່າການນໍາໃຊ້ນັ້ນ ຫາກບໍ່ສອດຄ່ອງຕາມຈຸດປະສົງ ແລະ ເປົ້າໝາຍ ລັດວິສາຫະກິດ ຕ້ອງຮັບຜິດຊອບຕາມກົດ ໝາຍ ແລະ ໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນ.

 

                                                        ໝວດທີ 4   

                      ການປັບປຸງໂຄງສ້າງ, ການຄວບ ແລະ ການຫັນລັດວິສາຫະກິດ

 

ມາດຕາ 37 ການປັບປຸງໂຄງສ້າງລັດວິສາຫະກິດ

ລັດວິສາຫະກິດທີ່ດໍາເນີນທຸລະກິດ ບໍ່ມີປະສິດທິຜົນ, ຂາດທຶນ, ມີຄວາມຫຍຸ້ງຍາກດ້ານການເງິນ, ບໍ່ສາມາດ ຊໍາລະໜີ້ສິນ ຫຼື ຢູ່ໃນສະພາບລົ້ມລະລາຍ ຕ້ອງໄດ້ມີການປັບປຸງໂຄງສ້າງລັດວິສາຫະກິດ.

ຄະນະອໍານວຍການ ມີຄວາມຮັບຜິດຊອບຄົ້ນຄວ້າສ້າງແຜນປັບປຸງໂຄງສ້າງເບື້ອງຕົ້ນ ເພື່ອສະເໜີກອງປະ ຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ພິຈາລະນານໍາສະເໜີກະຊວງການເງິນ. ພາຍຫຼັງໄດ້ຮັບຂໍ້ສະເໜີ ກະຊວງການເງິນ ປະສານສົມທົບກັບລັດວິສາຫະກິດ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ກ່ຽວກັບການປັບປຸງໂຄງສ້າງລັດວິສາຫະກິດ ເພື່ອສະເໜີໃຫ້ລັດຖະບານ ພິຈາລະນາ.

ໃນກໍລະນີບໍ່ມີການສະເໜີປັບປຸງໂຄງສ້າງ ຖ້າເຫັນວ່າມີຄວາມຈໍາເປັນ ກະຊວງການເງິນ ເປັນເຈົ້າການ ປະສານສົມທົບກັບລັດວິສາຫະກິດ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອ ຄົ້ນຄວ້າກ່ຽວກັບການປັບປຸງໂຄງສ້າງລັດວິສາຫະກິດ.

ເມື່ອລັດຖະບານ ຕົກລົງໃຫ້ປັບປຸງໂຄງສ້າງແລ້ວ ກະຊວງການການເງິນ ປະສານສົມທົບກັບລັດວິສາຫະກິດ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະປັບປຸງລັດວິສາຫະກິດ ເພື່ອ ສ້າງແຜນ ແລະ ດໍາເນີນການປັບປຸງໂຄງສ້າງລັດວິສາຫະກິດ.

 

ມາດຕາ 38 ເນື້ອໃນການປັບປຸງໂຄງສ້າງ

ການປັບປຸງໂຄງສ້າງລັດວິສາຫະກິດ ມີ ເນື້ອໃນຕົ້ນຕໍ ດັ່ງນີ້:

  1. ປັບໂຄງສ້າງດ້ານການເງິນ ເປັນຕົ້ນ ປັບອັດຕາສ່ວນໜີ້ຕໍ່ສ່ວນທຶນ, ແກ້ໄຂສະພາບໜີ້ສິນ, ຕີມູນຄ່າຊັບ
  2. ສິນຄືນໃໝ່;
  3. ປັບໂຄງສ້າງດ້ານການດໍາເນີນທຸລະກິດ ເປັນຕົ້ນ ປັບກົນໄກການຄຸ້ມຄອງບໍລິຫານ, ມີແຜນການທຸລະກິດ ມີມາດຕະການຫຼຸດຕົ້ນທຶນ;
  4. ປັບໂຄງສ້າງດ້ານການຈັດຕັ້ງ ແລະ ບຸກຄະລາກອນ.

 

ມາດຕາ 39 ຄະນະປັບປຸງລັດວິສາຫະກິດ

ຄະນະປັບປຸງລັດວິສາຫະກິດ ແມ່ນ ຄະນະສະເພາະກິດທີ່ຖືກແຕ່ງຕັ້ງ ເພື່ອດໍາເນີນການກວດກາ ແລະ ປັບປຸງໂຄງສ້າງຂອງລັດວິສາຫະກິດ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ ຫຼື ມີປະສິດທິຜົນຕໍ່າ ຊຶ່ງປະກອບດ້ວຍ ຜູ້ຕາງໜ້າ ຈາກກະຊວງການເງິນ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ, ລັດວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຄະນະປັບປຸງລັດວິສາຫະກິດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງແຜນການປັບປຸງໂຄງສ້າງລັດວິສາຫະກິດ;
  2. ຮຽກໃຫ້ສະພາບໍລິຫານ, ຄະນະອໍານວຍການ ແລະ ພະນັກງານຂອງລັດວິສາຫະກິດ ສະໜອງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງລັດວິສາຫະກິດ ລວມທັງອະທິບາຍ, ຊີ້ແຈງຕໍ່ບັນຫາ ຕ່າງໆ;
  3. ກວດກາ, ເກັບກໍາຂໍ້ມູນ ກ່ຽວກັບລັດວິສາຫະກິດ ເປັນຕົ້ນ ການຈັດຕັ້ງ, ຊັບສິນ, ໜີ້ສິນ, ບົດລາຍງານ ການເງິນ, ບົດລາຍງານຊັບສົມບັດ ແລະ ການຄຸ້ມຄອງບໍລິຫານ;
  4. ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ພາຍໃນລັດວິສາຫະກິດ, ລັດວິສາຫະກິດກັບພາກສ່ວນອື່ນ ຕາມຂອບເຂດ ສິດ ແລະ ໜ້າທີ່ຂອງຕົນ;
  5. ສະເໜີກະຊວງການເງິນ ພິຈາລະນາ ໃຫ້ລັດວິສາຫະກິດໂຈະຊົ່ວຄາວ ການດໍາເນີນທຸລະກິດ ຫຼື ການ ເຄື່ອນໄຫວກິດຈະການໃດໜຶ່ງທີ່ສ້າງຜົນເສຍຫາຍໃຫ້ແກ່ລັດວິສາຫະກິດ;
  6. ສະເໜີກະຊວງການເງິນ ພິຈາລະນາການປະຕິບັດວິໄນ ຕໍ່ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດ, ສະມາຊິກສະພາ ບໍລິຫານ, ຄະນະອໍານວຍການ ແລະ ພະນັກງານຂອງລັດວິສາຫະກິດ ທີ່ລະເມີດດໍາລັດສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  7. ປະສານສົມທົບກັບກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການດໍາ ເນີນການປັບປຸງໂຄງສ້າງລັດວິສາຫະກິດ;
  8. ກໍານົດຄ່າໃຊ້ຈ່າຍ ໃນການດໍາເນີນການປັບປຸງໂຄງສ້າງລັດວິສາຫະກິດ ເພື່ອສະເໜີກະຊວງການເງິນ ພິຈາລະນາ;
  9. ສະຫຼຸບ ແລະ ລາຍງານ ກ່ຽວກັບການປັບປຸງໂຄງສ້າງລັດວິສາຫະກິດ ໃຫ້ກະຊວງການເງິນ ແລະ ຜູ້ຖື ຮຸ້ນ ຢ່າງເປັນປົກກະຕິ;
  10. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.

 

ມາດຕາ 40 ການຄວບລັດວິສາຫະກິດ

ການຄວບລັດວິສາຫະກິດ ມີ ຮູບແບບ ດັ່ງນີ້:

  1. ການຄວບລັດວິສາຫະກິດໃດຫນຶ່ງກັບລັດວິສາຫະກິດອື່ນ ເພື່ອໂຮມຕົວເຂົ້າກັນເປັນລັດວິສາຫະກິດໃດ ໜຶ່ງຫຼື ສ້າງຕັ້ງເປັນລັດວິສາຫະກິດໃໝ່;
  2. ການຄວບລັດວິສາຫະກິດໃດຫນຶ່ງກັບວິສາຫະກິດພາກສ່ວນອື່ນ ເພື່ອໂຮມຕົວເຂົ້າກັນໂດຍຮັກສາຮູບ ແບບລັດວິສາຫະກິດເດີມ ຫຼື ສ້າງຕັ້ງເປັນລັດວິສາຫະກິດໃໝ່;
  3. ການຄວບລັດວິສາຫະກິດໃດຫນຶ່ງກັບວິສາຫະກິດພາກສ່ວນອື່ນ ເພື່ອໂຮມຕົວເຂົ້າກັນໂດຍຮັກສາຮູບ ແບບເດີມຂອງວິສາຫະກິດພາກສ່ວນອື່ນ ຫຼື ສ້າງເປັນວິສາຫະກິດຮູບແບບອື່ນ.

ການຄວບລັດວິສາຫະກິດ ຕ້ອງມີມະຕິຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ແລ້ວນໍາສະເໜີກະຊວງ ການເງິນ ຄົ້ນຄວ້າ ພິຈາລະນາ ເພື່ອສະເໜີລັດຖະບານ ພິຈາລະນາ.

 

ມາດຕາ 41 ການຫັນລັດວິສາຫະກິດໄປສູ່ຮູບແບບອື່ນ

ການຫັນລັດວິສາຫະກິດໄປສູ່ຮູບແບບອື່ນ ແມ່ນ ການປ່ຽນລັດວິສາຫະກິດ ໄປເປັນວິສາຫະກິດປະເພດອື່ນ ແລະ ຮູບແບບອື່ນ ເຊັ່ນ ບໍລິສັດຈໍາກັດ, ບໍລິສັດມະຫາຊົນ ຕາມນະໂຍບາຍຂອງລັດ, ກົນໄກເສດຖະກິດຕະຫຼາດ ໃນ ແຕ່ລະໄລຍະ ເພື່ອປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ.

ລັດວິສາຫະກິດ ທີ່ມີຈຸດປະສົງຫັນໄປສູ່ຮູບແບບອື່ນ ໃຫ້ສະເໜີຕໍ່ກະຊວງການເງິນ ບົນພື້ນຖານການຕົກລົງ ຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ. ພາຍຫຼັງໄດ້ຮັບຂໍ້ສະເໜີ ກະຊວງການເງິນ ປະສານສົມທົບກັບລັດວິສາຫະ ກິດ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການຫັນລັດວິສາຫະ ກິດ ເພື່ອສະເໜີໃຫ້ລັດຖະບານ ພິຈາລະນາ.

ໃນກໍລະນີບໍ່ມີການສະເໜີຫັນ ແຕ່ຖ້າເຫັນວ່າມີຄວາມຈໍາເປັນ ກະຊວງການເງິນ ເປັນເຈົ້າການປະສານ ສົມທົບກັບລັດວິສາຫະກິດ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ການຫັນລັດວິສາຫະກິດ.

ເມື່ອລັດຖະບານ ຕົກລົງໃຫ້ຫັນລັດວິສາຫະກິດແລ້ວ ກະຊວງການເງິນ ປະສານສົມທົບກັບລັດວິສາຫະກິດ, ກະຊວງ, ອົງການທີ່ລັດວິສາຫະກິດຂຶ້ນກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະກໍາມະການຫັນລັດວິສາຫະ ກິດ ເພື່ອສ້າງແຜນ, ປະເມີນມູນຄ່າຊັບສິນ ແລະ ດໍາເນີນການຫັນລັດວິສາຫະກິດ ພ້ອມທັງດໍາເນີນການສ້າງຕັ້ງວິສາຫະ ກິດໃໝ່ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງຄົ້ນຄວ້າ, ເລືອກເຟັ້ນ ລັດວິສາຫະກິດ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ເພື່ອກໍານົດເປັນລັດວິສາຫະກິດຍຸດທະສາດ, ສ່ວນລັດວິສາຫະກິດໃດ ທີ່ບໍ່ແມ່ນລັດວິ ສາຫະກິດຍຸດທະສາດ ກໍໃຫ້ພິຈາລະນາຫັນເປັນວິສາຫະກິດຮູບແບບອື່ນ.

           ກະຊວງການເງິນ ປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຄົ້ນຄວ້າ ສ້າງແຜນປັບປຸງລັດວິສາຫະກິດ ທີ່ກໍານົດເປົ້າໝາຍລັດວິສາຫະກິດທີ່ຈະຫັນໄປສູ່ຮູບແບບອື່ນ ເພື່ອສະເໜີລັດຖະ ບານພິຈາລະນາ.

 

 

ມາດຕາ 42 ຄະນະກໍາມະການຫັນລັດວິສາຫະກິດ

ຄະນະກໍາມະການຫັນລັດວິສາຫະກິດ ແມ່ນ ຄະນະສະເພາະກິດທີ່ຖືກແຕ່ງຕັ້ງ ໂດຍກະຊວງການເງິນ ເພື່ອ ດໍາເນີນການຫັນລັດວິສາຫະກິດ ຊຶ່ງປະກອບດ້ວຍ ຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງ, ອົງການທີ່ລັດວິສາຫະ ກິດຂຶ້ນກັບ, ລັດວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຄະນະກໍາມະການຫັນລັດວິສາຫະກິດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ແລະ ສ້າງແຜນການຫັນລັດວິສາຫະກິດ ແລະ ແຜນການຊໍາລະສະສາງ;
  2. ກວດກາ, ເກັບກໍາຂໍ້ມູນ ກ່ຽວກັບລັດວິສາຫະກິດ ເປັນຕົ້ນ ການຈັດຕັ້ງ, ຊັບສິນ, ໜີ້ສິນ, ບົດລາຍງານ ການເງິນ, ບົດລາຍງານຊັບສົມບັດ ແລະ ການຄຸ້ມຄອງບໍລິຫານ;
  3. ປະເມີນຊັບສິນຂອງລັດວິສາຫະກິດຄືນໃໝ່;
  4. ຮຽກໃຫ້ ສະພາບໍລິຫານ, ຄະນະອໍານວຍການ ແລະ ພະນັກງານຂອງລັດວິສາຫະກິດ ສະໜອງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງລັດວິສາຫະກິດ ລວມທັງອະທິບາຍ, ຊີ້ແຈງຕໍ່ບັນຫາຕ່າງໆ;
  5. ສະເໜີກະຊວງການເງິນ ພິຈາລະນາວ່າຈ້າງບໍລິສັດທີ່ປຶກສາດ້ານ ການເງິນ, ການບັນຊີ, ກົດໝາຍ ແລະ ອື່ນໆ ທີ່ເຫັນວ່າມີຄວາມຈໍາເປັນ;
  6. ດໍາເນີນການຫັນລັດວິສາຫະກິດ ແລະ ສ້າງຕັ້ງເປັນວິສາຫະກິດໃໝ່ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  7. ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ພາຍໃນລັດວິສາຫະກິດ, ລັດວິສາຫະກິດກັບພາກສ່ວນອື່ນ ຕາມຂອບເຂດ ສິດ ແລະ ໜ້າທີ່ຂອງຕົນ; 
  8. ສະເໜີກະຊວງການເງິນ ພິຈາລະນາໃຫ້ລັດວິສາຫະກິດໂຈະຊົ່ວຄາວ ການດໍາເນີນທຸລະກິດ ຫຼື ການ ເຄື່ອນໄຫວກິດຈະການໃດໜຶ່ງທີ່ສ້າງຜົນເສຍຫາຍໃຫ້ແກ່ລັດວິສາຫະກິດ;
  9. ສະເໜີກະຊວງການເງິນ ພິຈາລະນາການປະຕິບັດວິໄນ ຕໍ່ຜູ້ຕາງໜ້າຜູ້ຖືຮຸ້ນຂອງລັດ, ສະມາຊິກສະພາ ບໍລິຫານ, ຄະນະອໍານວຍການ ແລະ ພະນັກງານຂອງລັດວິສາຫະກິດ ທີ່ລະເມີດດໍາລັດສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  10. ກໍານົດຄ່າໃຊ້ຈ່າຍໃນການຫັນລັດວິສາຫະກິດ ເພື່ອສະເໜີກະຊວງການເງິນ ພິຈາລະນາ;
  11. ປະສານສົມທົບກັບກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການດໍາເນີນການຫັນລັດວິສາຫະກິດ; ປົກກະຕິ;
  12. ສະຫຼຸບ ແລະ ລາຍງານ ກ່ຽວກັບການຫັນລັດວິສາຫະກິດ ໃຫ້ກະຊວງການເງິນ ແລະ ຜູ້ຖືຮຸ້ນ ຢ່າງເປັນປົກກະຕິ;
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.

 

ມາດຕາ 43 ການຈົດທະບຽນໃນຕະຫຼາດຫຼັກຊັບ

ພາຍຫຼັງທີ່ລັດວິສາຫະກິດ ໄດ້ຫັນເປັນບໍລິສັດມະຫາຊົນແລ້ວ ຫາກມີຈຸດປະສົງຈົດທະບຽນ ໃນຕະຫຼາດຫຼັກ ຊັບ ໃຫ້ປະຕິບັດຕາມເງື່ອນໄຂ, ຂັ້ນຕອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຫຼັກຊັບ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

                                                    ໝວດທີ 5

                       ການບັນຊີ, ການກວດສອບ ແລະ ການລາຍງານ

 

 

 

ມາດຕາ 44 ການບັນຊີ

            ລັດວິສາຫະກິດ ຕ້ອງປະຕິບັດຕາມລະບົບ ແລະ ມາດຕະຖານການບັນຊີ ຢ່າງຄົບຖ້ວນ, ຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການ ກ່ຽວກັບການບັນຊີ. ລັດວິສາຫະກິດ ຕ້ອງພັດທະນາກົນໄກ, ລະບົບການຄຸ້ມຄອງການບັນຊີ ໃຫ້ທັນສະໄໝ ແລະ ສອດຄ່ອງກັບຈຸດພິເສດການດໍາເນີນທຸລະກິດຂອງວິສາຫະກິດ.

ສໍາລັບລັດວິສາຫະກິດ ທີ່ດໍາເນີນທຸລະກິດໃນຂະແໜງປະກັນໄພ ຫຼື ທະນາຄານ ໃຫ້ຈັດຕັ້ງປະຕິບັດລະບົບ ການບັນຊີປະກັນໄພ ຫຼື ທະນາຄານ ຕາມກົດໝາຍວ່າດ້ວຍການປະກັນໄພ, ກົດໝາຍວ່າດ້ວຍທະນາຄານທຸລະກິດ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ລັດວິສາຫະກິດ ຕ້ອງຮັກສາເອກະສານການບັນຊີເອົາໄວ້ ຢ່າງໜ້ອຍ ສິບປີ ເພື່ອໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສາມາດກວດກາ, ກວດສອບໄດ້ທຸກເວລາ. ການຖືບັນຊີດ້ວຍລະບົບໂປຣແກຣມບັນຊີ ຕ້ອງຂຶ້ນທະບຽນ ຕາມກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

              ປີການບັນຊີຂອງລັດວິສາຫະກິດ ເລີ່ມແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ທັນວາ ຂອງປີປະຕິທິນ.

 

ມາດຕາ 45 ການກວດສອບພາຍໃນ

ລັດວິສາຫະກິດ ຕ້ອງສ້າງລະບົບການກວດກາພາຍໃນຂອງຕົນ ໂດຍມີພະແນກ ຫຼື ຜູ້ກວດສອບພາຍໃນ ທີ່ຢູ່ພາຍໃຕ້ການຊີ້ນໍາຂອງຄະນະກໍາມະການກວດສອບພາຍໃນ ເພື່ອດໍາເນີນການກວດກາຄວາມຖືກຕ້ອງທາງດ້ານການ ເງິນການບັນຊີ ແລະ ດ້ານອື່ນທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ພະແນກ ຫຼື ຜູ້ກວດສອບພາຍໃນ ຕ້ອງຢັ້ງຢືນ ແລະ ລາຍງານຜົນຂອງການກວດສອບ ໃຫ້ຄະນະກາມະການ ກວດສອບພາຍໃນ ແລະ ຜູ້ອໍານວຍການ ຢ່າງເປັນປົກກະຕິ.

 

ມາດຕາ 46 ການກວດສອບພາຍນອກ

ລັດວິສາຫະກິດທຸກຫົວໜ່ວຍ ຕ້ອງຖືກກວດສອບພາຍນອກ ຕາມກົດໝາຍວ່າດ້ວຍການກວດສອບອິດສະລະ ໂດຍໃຫ້ຄັດເລືອກ ແລະ ວ່າຈ້າງຜູ້ກວດສອບອິດສະລະ ເພື່ອມາດໍາເນີນການກວດສອບ ນັບແຕ່ວັນສ້າງຕັ້ງລັດວິສາຫະ ກິດ ເປັນຕົ້ນໄປ.

 

ມາດຕາ 47 ການລາຍງານ

ລັດວິສາຫະກິດ ຕ້ອງສະຫຼຸບ ແລະ ລາຍງານຜົນຂອງການດໍາເນີນທຸລະກິດ, ເອກະສານງານການເງິນ ປະຈໍາ ໄຕມາດ, ຫົກເດືອນ ແລະ ປີ ໃຫ້ກະຊວງການເງິນ ຕາມກົດໝາຍວ່າດ້ວຍການບັນຊີ, ກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ.

ລັດວິສາຫະກິດ ຕ້ອງສົ່ງເອກະສານລາຍງານການເງິນປະຈໍາໄຕມາດ ຢ່າງຊ້າບໍ່ໃຫ້ກາຍ ວັນທີ 20 ຂອງເດືອນຖັດໄປ. ສໍາລັບເອກະສານລາຍງານການເງິນປະຈໍາປີ ຕ້ອງສົ່ງບໍ່ໃຫ້ກາຍ ວັນທີ 31 ເດືອນ ມີນາ ຂອງປີຖັດໄປ.

ເອກະສານລາຍງານການເງິນ ຕ້ອງໄດ້ລົງລາຍເຊັນຈາກຜູ້ອໍານວຍການຂອງລັດວິສາຫະກິດ ແລະ ຖືກຮັບ ຮອງ ໂດຍກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ.

ກະຊວງການເງິນ ເປັນຜູ້ສັງລວມ ແລະ ບັນທຶກ ຂໍ້ມູນລາຍງານການເງິນ, ການບັນຊີ ເຂົ້າໃນລະບົບຖານຂໍ້ ມູນຂອງຕົນ ໃຫ້ຖືກຕ້ອງ ເພື່ອປະເມີນຜົນການດໍາເນີນທຸລະກິດ ແລະ ການໄລ່ລຽງເງິນປັນຜົນ.

 

 

                                                     ໝວດທີ 6

                                  ຄັງສໍາຮອງ ແລະ ການແບ່ງເງິນປັນຜົນ

 

 

ມາດຕາ 48 ຄັງສໍາຮອງ

ຄັງສໍາຮອງຂອງລັດວິສາຫະກິດ ມີ ສອງ ປະເພດ ຄື: ຄັງສໍາຮອງຕາມລະບຽບການ ແລະ ຄັງສໍາຮອງອື່ນ. ຄັງສໍາຮອງຕາມລະບຽບການ ແມ່ນ ຄັງທີ່ສະສົມໄວ້ ເພື່ອເປັນແຫຼ່ງທຶນ ສໍາລັບຮັບປະກັນຄວາມສ່ຽງ, ເຫດ ສຸດວິໄສ, ຖົມຂຸມການຂາດທຶນ ຊຶ່ງໃຫ້ລັດວິສາຫະກິດ ຫັກໄວ້ສິບສ່ວນຮ້ອຍ ຂອງກໍາໄລສຸດທິປະຈໍາປີ. ເມື່ອຄັງ ສໍາຮອງນີ້ ມີເງິນສະສົມຮອດເຄິ່ງຫນຶ່ງຂອງທຶນຈົດທະບຽນແລ້ວ ໃຫ້ລັດວິສາຫະກິດນັ້ນ ໂຈະການຫັກເງິນເຂົ້າຄັງ ສໍາຮອງດັ່ງກ່າວ.

ຄັງສໍາຮອງອື່ນ ແມ່ນ ຄັງທີ່ສະສົມໄວ້ເພື່ອເປັນແຫຼ່ງທຶນ ສໍາລັບຂະຫຍາຍການຜະລິດ, ກໍ່ສ້າງໂຄງລ່າງພື້ນ  ຖານຖົມຂຸມການຂາດທຶນ, ການພັດທະນາບຸກຄະລາກອນ ແລະ ອື່ນໆ ຊຶ່ງໃຫ້ລັດວິສາຫະກິດ ຫັກໄວ້ບໍ່ເກີນ ສາມ ສິບຫ້າສ່ວນຮ້ອຍ ຂອງກໍາໄລສຸດທິປະຈໍາປີ.

 

ມາດຕາ 49 ການຄຸ້ມຄອງ ແລະ ນໍາໃຊ້ຄັງສໍາຮອງ

ລັດວິສາຫະກິດ ຕ້ອງສ້າງລະບຽບການຄຸ້ມຄອງ ແລະ ນໍາໃຊ້ຄັງສໍາຮອງຕາມລະບຽບການ ແລະ ຄັງສໍາຮອງ ອື່ນ ໂດຍມີການຮັບຮອງຈາກກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ ແລ້ວສະເໜີກະຊວງການເງິນ ພິຈາລະນາຮັບຮອງ.

 

ມາດຕາ 50 ການແບ່ງເງິນປັນຜົນ

ລັດວິສາຫະກິດ ທີ່ເຄື່ອນໄຫວມີຜົນກໍາໄລ ພາຍຫຼັງໄດ້ຫັກອາກອນລາຍໄດ້ ເເລະ ຫັກເຂົ້າຄັງສໍາຮອງ ຕາມ ການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານແລ້ວ ສ່ວນທີ່ເຫຼືອໃຫ້ມອບເຂົ້າງົບປະມານຂອງລັດ ສໍາລັບລັດວິ ສາຫະກິດ ທີ່ລັດຖືຮຸ້ນຮ້ອຍສ່ວນຮ້ອຍ ຫຼື ນໍາມາແບ່ງເງິນປັນຜົນ ຕາມອັດຕາສ່ວນການຖືຮຸ້ນ ສໍາລັບລັດວິສາຫະກິດ ທີ່ ມີພາກສ່ວນອື່ນຮ່ວມທຶນນໍາ.

ສໍາລັບລັດວິສາຫະກິດ ທີ່ຍັງຂາດທຶນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ບໍ່ອະນຸຍາດໃຫ້ແບ່ງເງິນປັນຜົນ.

 

ມາດຕາ 51 ການໄລ່ລຽງເງິນປັນຜົນ.

ກະຊວງການເງິນ ເປັນຜູ້ຄົ້ນຄວ້າ ອອກລະບຽບການລະອຽດ ກ່ຽວກັບການໄລລ່ຽງ ແລະ ວິທີການແບ່ງເງິນປັນຜົນ;

 

                                                      ໝວດທີ 7

                            ການໂຈະ, ການຍຸບເລີກ ແລະ ການລົ້ມລະລາຍ

 

ມາດຕາ 52 ການໂຈະການດໍາເນີນທຸລະກິດຊົ່ວຄາວ

ກະຊວງການເງິນ ສາມາດສັ່ງໂຈະລັດວິສາຫະກິດ ຢຸດເຊົາການດໍາເນີນທຸລະກິດຊົ່ວຄາວ ຕາມກໍລະນີໃດໜຶ່ງດັ່ງນີ້:

  1. ຕາມການສະເໜີຂອງລັດວິສາຫະກິດ;
  2. ມີໄພພິບັດ ຫຼື ເຫດສຸດວິໄສເກີດຂຶ້ນ ທີ່ສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ;
  3. ເຄື່ອນໄຫວບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ຂອບເຂດຂອງການດໍາເນີນທຸລະກິດ ຕາມທີ່ໄດ້ຮັບ
  4. ມີການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

          ທະນາຄານ ແຫ່ງ ສປປ ລາວ ສາມາດສັ່ງໂຈະທະນາຄານທຸລະກິດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ທະນາຄານທຸລະກິດ ແລະ ກົດໝາຍທີ່ກ່ຽວຂ້ອງ.

            ລັດວິສາຫະກິດ ທີ່ຖືກໂຈະການດໍາເນີນທຸລະກິດ ຕ້ອງປັບປຸງແກ້ໄຂບັນຫາ ຫຼື ສາເຫດຂອງການໂຈະ ຕາມ ກໍານົດເວລາທີ່ໄດ້ກໍານົດໄວ້ໃນຄໍາສັ່ງໂຈະ.

           ການໂຈະການດໍາເນີນທຸລະກິດ ຕ້ອງແຈ້ງໃຫ້ກະຊວງ ແລະ ອົງການທີ່ກ່ຽວຂ້ອງ.

 

ມາດຕາ 53 ການຍຸບເລີກ

ລັດວິສາຫະກິດ ຈະຖືກຍຸບເລີກ ຕາມກໍລະນີໃດໜຶ່ງດັ່ງນີ້:

  1. ບໍ່ປັບປຸງແກ້ໄຂບັນຫາ ຫຼື ສາເຫດຂອງການໂຈະ ຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນຄໍາສັ່ງໂຈະ;
  2. ມີການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງຮ້າຍແຮງ;
  3. ເຄື່ອນໄຫວທຸລະກິດ ບໍ່ມີປະສິດທິພາບ ແລະ ປະສິດທິຜົນ;
  4. ສານຕັດສີນໃຫ້ຍຸບເລີກ.

ການຍຸບເລີກລັດວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຫາ 3 ຂອງມາດຕານີ້ ໃຫ້ກະຊວງການເງິນ ຫຼື ກະ ຊວງ, ອົງການທີ່ກ່ຽວຂ້ອງ ຄົ້ນຄວ້າສະເໜີລັດຖະບານ ພິຈາລະນາຍຸບເລີກ. ພາຍຫຼັງທີ່ລັດຖະບານ ພິຈາລະນາຍຸບເລີກ ແລ້ວ ຕ້ອງແຕ່ງຕັ້ງຄະນະກໍາມະການ ຊຶ່ງປະກອບມີ ຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງ, ອົງການທີ່ລັດວິສາຫະ ກິດຂຶ້ນກັບ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອດໍາເນີນການຊໍາລະສະສາງ.

ການຍຸບເລີກ ລັດວິສາຫະກິດທີ່ດໍາເນີນທຸລະກິດປະກັນໄພ ຫຼື ທະນາຄານ ໃຫ້ປະຕິບັດຕາມກົດໝາຍທີ່

ກ່ຽວຂ້ອງ.

 

ມາດຕາ 54 ການລົ້ມລະລາຍ

ລັດວິສາຫະກິດ ທີ່ເຄື່ອນໄຫວທຸລະກິດບໍ່ມີປະສິດທິພາບ ແລະ ປະສິດທິຜົນ, ຕົກຢູ່ໃນສະພາວະລົ້ມ ລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ກໍສາມາດຮ້ອງຂໍ ຫຼື ຖືກຮ້ອງຟ້ອງ ໃຫ້ສານພິຈາລະນາຕັດສິນ ໃຫ້ລັດວິ ສາຫະກິດນັ້ນລົ້ມລະລາຍ.

            ສໍາລັບຂັ້ນຕອນ, ວິທີການ ການລົ້ມລະລາຍຂອງລັດວິສາຫະກິດ ລວມທັງການຊໍາລະສະສາງ ໃຫ້ປະຕິບັດ ຕາມກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ.

            ສໍາລັບການລົ້ມລະລາຍ ແລະ ການຊໍາລະສະສາງຂອງລັດວິສາຫະກິດ ທີ່ດໍາເນີນທຸລະກິດປະກັນໄພ ຫຼື ທະນາຄານ ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.

 

ພາກທີ IV

ວິສາຫະກິດປະສົມ

 

ມາດຕາ 55 ການສະເໜີຂໍລົງທຶນໃນວິສາຫະກິດປະສົມ

ກະຊວງ, ອົງການ ທີ່ມີຈຸດປະສົງລົງທຶນໃນກິດຈະການໃດໜຶ່ງຮ່ວມກັບພາກສ່ວນອື່ນ ຕ້ອງສະເໜີກະຊວງ ການເງິນ ເພື່ອຄົ້ນຄວ້າແລ້ວນໍາສະເໜີລັດຖະບານ ພິຈາລະນາການລົງທຶນຮ່ວມ. ໃນກໍລະນີວິສາຫະກິດຂອງລັດ ທີ່ມີ ຈຸດປະສົງຮ່ວມທຶນກັບພາກສ່ວນອື່ນ ໃຫ້ສະເໜີກະຊວງທີ່ຕົນຂຶ້ນກັບ ເພື່ອພິຈາລະນາສະເໜີຕໍ່ກະຊວງການເງິນ.

ເອກະສານປະກອບການສະເໜີຂໍລົງທຶນ ມີ ດັ່ງນີ້:

  1. ໜັງສືສະເໜີຂໍຮ່ວມລົງທຶນ;
  2. ບົດບັນທຶກຄວາມເຂົ້າໃຈ;
  3. ເອກະສານຢັ້ງຢືນແຫຼ່ງທຶນຂອງຜູ້ຮ່ວມທຶນ;
  4. ສັນຍາພັດທະນາໂຄງການ (ຖ້າມີ);
  5. ບົດວິພາກເສດຖະກິດ-ເຕັກນິກ;
  6. ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ;
  7. ແຜນຜັງສ້າງຕັ້ງໂຮງງານ (ຖ້າມີ).

ພາຍຫຼັງທີ່ລັດຖະບານ ອະນຸມັດໃຫ້ລົງທຶນຮ່ວມແລ້ວ ກະຊວງການເງິນ ປະສານສົມທົບກັບກະຊວງ, ອົງການ ແລະ ອົງການຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະກໍາມະການຄົ້ນຄວ້າການຮ່ວມທຶນ ເພື່ອຄົ້ນຄວ້າ ປະຫວັດ ແລະ ຖານະທາງດ້ານການເງິນຂອງຜູ້ຮ່ວມທຶນ, ແຫຼ່ງທຶນ, ເຈລະຈາອັດຕາສ່ວນການຖືຮຸ້ນ, ສັນຍາຮ່ວມທຶນ ແລະ ບັນຫາອື່ນທີ່ກ່ຽວຂ້ອງ ແລ້ວລາຍງານລັດຖະບານ ເພື່ອພິຈາລະນາມອບສິດໃຫ້ກະຊວງການເງິນ ໃນການເຊັນສັນຍາຮ່ວມທຶນ.

 

ມາດຕາ 56 ການສ້າງຕັ້ງວິສາຫະກິດປະສົມ

ກະຊວງການເງິນ ປະສານສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງ ແລະ ຜູ້ຮ່ວມທຶນ ກະກຽມເງື່ອນໄຂ ແລະ ເອກະສານຕ່າງໆ ເພື່ອສ້າງຕັ້ງວິສາຫະກິດປະສົມ ຕາມຮູບແບບ, ຮູບການ ທີ່ໄດ້ກໍານົດໄວ້ໃນສັນຍາຮ່ວມທຶນ ເປັນຕົ້ນ ການກໍານົດບຸກຄະລາກອນຈາກຝ່າຍລັດ, ກົດລະບຽບຂອງວິສາຫະກິດ ແລະ ແຜນດໍາເນີນທຸລະກິດ ສາມປີ ທໍາອິດ.

ຜູ້ທີ່ຈະເປັນຜູ້ຕາງໜ້າຜູ້ຖືຮຸ້ນ, ເປັນປະທານ, ຮອງປະທານ, ຄະນະກໍາມະການຂອງສະພາບໍລິຫານ ແລະ ຄະ ນະອໍານວຍການວິສາຫະກິດປະສົມຈາກຝ່າຍລັດ ຕ້ອງໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງການເງິນ.

ຂັ້ນຕອນການສ້າງຕັ້ງວິສາຫະກິດປະສົມ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍວິສາຫະກິດ ແລະ ກົດໝາຍທີ່ກ່ຽວຂ້ອງ.

 

ມາດຕາ 57 ກອງປະຊຸມສ້າງຕັ້ງວິສາຫະກິດປະສົມ

ພາຍຫຼັງໄດ້ກະກຽມເງື່ອນໄຂ ແລະ ເອກະສານຕ່າງໆ ກ່ຽວກັບການສ້າງຕັ້ງແລ້ວ ກະຊວງການເງິນ ເປັນເຈົ້າ ການຈັດກອງປະຊຸມສ້າງຕັ້ງວິສາຫະກິດປະສົມ ຊຶ່ງມີຜູ້ເຂົ້າຮ່ວມ ດັ່ງນີ້:

  1. ພາກລັດ ມີຜູ້ຕາງໜ້າຈາກກະຊວງການເງິນ ແລະ ກະຊວງ, ອົງການທຶນກ່ຽວຂ້ອງ;
  2. ຜູ້ຮ່ວມທຶນ.

ກອງປະຊຸມສ້າງຕັ້ງ ພິຈາລະນາຕົກລົງບັນຫາສໍາຄັນ ດັ່ງນີ້:

  1. ຮັບຮອງເອົາກົດລະບຽບຂອງວິສາຫະກິດ;
  2. ຮັບຮອງເອົາແຜນດໍາເນີນທຸລະກິດ ສາມປີ ທໍາອິດ;
  3. ຕົກລົງ ກ່ຽວກັບຮຸ້ນສາມັນ ແລະ/ຫຼື ຮຸ້ນບູລິມະສິດ;
  4. ຮັບຮອງການແຕ່ງຕັ້ງ ສະພາບໍລິຫານ, ຄະນະຜູ້ອໍານວຍການຂອງວິສາຫະກິດປະສົມ;
  5. ພິຈາລະນາບັນຫາອື່ນ.

 

ມາດຕາ 58 ຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດ

ຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດ ແມ່ນ ພະນັກງານ-ລັດຖະກອນ ຈາກກະຊວງການເງິນ ຫຼື ກະຊວງ, ອົງການທີ່ ກ່ຽວຂ້ອງ ຊຶ່ງໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງການເງິນ.

ຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດ ມີຄວາມຮັບຜິດຊອບ ໃນການເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ດ້ວຍຕົນເອງ ຫຼື ມອບໃຫ້ຜູ້ຕາງໜ້າ ເຂົ້າຮ່ວມແທນໃນກໍລະນີຈໍາເປັນ. ກ່ອນພິຈາລະນາຕົກລົງບັນຫາສໍາຄັນ ໃນກອງປະຊຸມຜູ້ຖືຮຸ້ນ ເປັນຕົ້ນ ການເພີ່ມ ຫຼື ຫຼຸດທຶນ, ການຄວບ, ການສ້າງຕັ້ງ ຫຼື ຍຸບເລີກສ້າງສາຂາ, ການຂາຍ, ການໂອນຮຸ້ນ, ກິດຈະການ ຂອງວິສາຫະກິດປະສົມ, ການແບ່ງປັນເງິນປັນຜົນ ຜູ້ຕາງໜ້າຜູ້ຖືຮຸ້ນນັ້ນ ຕ້ອງໄດ້ຂໍຄໍາເຫັນນໍາກະຊວງການເງິນກ່ອນ.

 

ມາດຕາ 59 ການຊື້ຮຸ້ນຂອງວິສາຫະກິດພາກສ່ວນອື່ນ

ລັດ ຫຼື ລັດວິສາຫະກິດ ສາມາດຊື້ຮຸ້ນຂອງວິສາຫະກິດພາກສ່ວນອື່ນ ໃນອັດຕາສ່ວນທຶນ ໜ້ອຍ ຫຼື ຫຼາຍ ຕາມການຕົກລົງຂອງລັດຖະບານ ບົນພື້ນຖານການສະເໜີຂອງກະຊວງການເງິນ, ວິສາຫະກິດພາກສ່ວນອື່ນ ທີ່ລັດຈະ ຊື້ຮຸ້ນນັ້ນ ຕ້ອງເປັນວິສາຫະກິດ ທີ່ມີປະສິດທິພາບສູງ ແລະ ມີຄວາມສໍາຄັນທາງເສດຖະກິດ-ສັງຄົມ.

ພາຍຫຼັງລັດຖະບານຕົກລົງເຫັນດີແລ້ວ ໃຫ້ກະຊວງການເງິນ ປະສານສົມທົບກັບກະຊວງ, ອົງການທີ່ ກ່ຽວຂ້ອງ ແຕ່ງຕັ້ງຄະນະກໍາມະການຄົ້ນຄວ້າ ແລະ ເຈລະຈາການຊື້ຮຸ້ນຂອງວິສາຫະກິດນັ້ນ.

 

ມາດຕາ 60 ໂຄງປະກອບການຈັດຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງວິສາຫະກິດປະສົມ

ໂຄງປະກອບການຈັດຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງວິສາຫະກິດປະສົມ ລວມທັງການ ຕິດຕາມ ກວດກາ ແລະ ການລາຍງານ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍທີ່ກ່ຽວຂ້ອງ ແລະ ຕາມສັນຍາຮ່ວມທຶນ.

ພາກທີ V

ການຄຸ້ມຄອງ ແລະ ກວດກາວິສາຫະກິດລັດລົງທຶນ

 

ມາດຕາ 61 ອົງການຄຸ້ມຄອງ ແລະ ກວດກາວິສາຫະກິດລັດລົງທຶນ

ກະຊວງການເງິນ ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາວິສາຫະກິດລັດລົງທຶນ.

ອົງການຄຸ້ມຄອງ ແລະ ກວດກາວິສາຫະກິດລັດລົງທຶນ ປະກອບດ້ວຍ:

  1. ກະຊວງກາເງິນ;
  2. ພະແນກການເງິນແຂວງນະຄອນຫຼວງ;
  3. ກະຊວງ, ອົງການທີ່ວິສາຫະກິດລັດລົງທຶນຂຶ້ນກັບ.

 

ມາດຕາ 62 ສິດ ແລະ ໜ້າທີ່ຂອງກະຊວງການເງິນ

ໃນການຄຸ້ມຄອງວິສາຫະກິດລັດລົງທຶນ ກະຊວງການເງິນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ສ້າງ, ປັບປຸງ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບວິສາຫະກິດລັດ ລົງທຶນ ເພື່ອສະເໜີລັດຖະບານ ພິຈາລະນາ;
  2. ໂຄສະນາ, ເຜີຍແຜ່ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບວິສາຫະກິດລັດລົງທຶນ;
  3. ຄົ້ນຄວ້າການສ້າງຕັ້ງວິສາຫະກິດລັດລົງທຶນ ໃນຂອບເຂດທົ່ວປະເທດ;
  4. ທວງໃຫ້ກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ສະໜອງຂໍ້ມູນ ແລະ ເອກະສານເພີ່ມເຕີມ ກ່ຽວກັບການສະເໜີຂໍສ້າງຕັ້ງວິສາຫະກິດລັດລົງທຶນ;
  5. ອະນຸຍາດໃຫ້ລັດວິສາຫະກິດສ້າງຕັ້ງສາຂາ;
  6. ຄົ້ນຄວ້າ ກ່ຽວກັບການປັບປຸງໂຄງສ້າງ, ການຄວບ, ຍຸບເລີກ ແລະ ການຫັນ ລັດວິສາຫະກິດໄປສູ່ຮູບ ແບບອື່ນ ເພື່ອສະເໜີລັດຖະບານ ພິຈາລະນາຕົກລົງ;
  7. ຄົ້ນຄວ້າ, ຊອກຫາແຫຼ່ງທຶນ ເພື່ອປະກອບທຶນສ້າງຕັ້ງ, ທຶນເພື່ອຊື້ຮຸ້ນນໍາວິສາຫະກິດພາກສ່ວນອື່ນ ແລະ ການເພີ່ມທຶນໃຫ້ບັນດາວິສາຫະກິດລັດລົງທຶນ;
  8. ແຕ່ງຕັ້ງ ຄະນະກໍາມະການສ້າງຕັ້ງ, ຄະນະກໍາມະການປັບປຸງໂຄງສ້າງ, ຄະນະກໍາມະການຫັນລັດວິສາຫະ ກິດ ແລະ ຄະນະກາມະການຄົ້ນຄວ້າການຮ່ວມທຶນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຕິດຕາມ ກວດກາ ການເຄື່ອນໄຫວຂອງຄະນະດັ່ງກ່າວ;
  9. ແຕ່ງຕັ້ງ ຫຼື ປົດຕໍາແໜ່ງ ຜູ້ຕາງໜ້າຜູ້ຖືຮຸ້ນ, ສະມາຊິກສະພາບໍລິຫານ ແລະ ຄະນະອໍານວຍການຝ່າຍລັດ ແລະ ຕິດຕາມ ກວດກາການເຄື່ອນໄຫວຂອງບຸກຄົນດັ່ງກ່າວ;
  10. ແຕ່ງຕັ້ງບຸກຄະລາກອນຈາກກະຊວງການເງິນ, ກະຊວງ, ອົງການທີ່ວິສາຫະກິດລັດລົງທຶນຂຶ້ນກັບ ແລະ ວິສາຫະກິດລັດລົງທຶນ ເພື່ອປະກອບເຂົ້າເປັນກອງເລຂາຂອງກອງປະຊຸມຜູ້ຖືຮຸ້ນ ຫຼື ສະພາບໍລິຫານ;
  11. ຄຸ້ມຄອງ, ຕິດຕາມ ກວດກາ, ກວດສອບ, ປະເມີນຜົນ ແລະ ຈັດປະເພດ ກ່ຽວກັບການດໍາເນີນທຸລະ ກິດຂອງວິສາຫະກິດລັດລົງທຶນ ແລະ ໄລ່ລຽງເງິນປັນຜົນປະຈໍາປີ;
  12. ເຊັນສັນຍາຮ່ວມທຶນກັບຜູ້ຮ່ວມທຶນ;
  13. ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ລັດວິສາຫະກິດ ສາມາດເຂົ້າເຖິງແຫຼ່ງທຶນ;
  14. ຄຸ້ມຄອງ ແລະ ຕິດຕາມ ກວດກາການນໍາໃຊ້ເງິນກູ້ຂອງວິສາຫະກິດລັດລົງທຶນ ໃຫ້ຖືກຕ້ອງຕາມເປົ້າ
  15. ຄຸ້ມຄອງ, ຕິດຕາມ ການເພີ່ມ ຫຼື ຫຼຸດທຶນ, ປະເມີນມູນຄ່າ, ສະສາງ ແລະ ຊື້ໃໝ່ ຊັບສິນຂອງລັດວິສາຫະກິດ.
  16. ສະເໜີພາກສ່ວນທີ່ກ່ຽວຂ້ອງ ໂຈະ, ປ່ຽນແປງ ຫຼື ຖອນໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນ ທຸລະກິດ ໃນກໍລະນີບໍ່ປະຕິບັດຕາມສັນຍາຮ່ວມທຶນ, ພັນທະດ້ານພາສີ, ອາກອນ ແລະ ພັນທະດ້ານການເງິນອື່ນ ຕາມກົດໝາຍ ແລະ ລະບຽບການ;
  17. ປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາວິສາຫະກິດລັດລົງທຶນ;
  18. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
  19. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

 

ມາດຕາ 63 ສິດ ແລະ ໜ້າທີ່ຂອງພະແນກການເງິນແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວິສາຫະກິດລັດລົງທຶນ ພະແນກການເງິນແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບວິສາຫະກິດລັດລົງທຶນ;
  2. ໂຄສະນາ, ເຜີຍແຜ່ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບວິສາຫະກິດລັດລົງທຶນ
  3. ຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງລັດວິສາຫະກິດ ຕາມການມອບໝາຍ;
  4. ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ລັດວິສາຫະກິດ ສາມາດເຂົ້າເຖິງແຫຼ່ງທຶນ;
  5. ສະເໜີກະຊວງການເງິນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ໂຈະ, ປ່ຽນແປງ ຫຼື ຖອນໃບທະບຽນວິສາຫະກິດ,ໃບອະນຸຍາດດໍາເນີນທຸລະກິດໃນກໍລະນີບໍ່ປະຕິບັດຕາມສັນຍາຮ່ວມທຶນ,ພັນທະດ້ານພາສີ, ອາກອນ ແລະ ພັນທະ ດ້ານການເງິນອື່ນ ຕາມກົດໝາຍ ແລະ ລະບຽບການ;
  6. ປະສານສົມທົບກັບພະແນກການ, ອົງການປົກຄອງຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາວິສາຫະກິດລັດລົງທຶນ;
  7. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ກະຊວງການເງິນ, ອົງການປົກຄອງແຂວງ ນະຄອນຫຼວງ ຢ່າງເປັນປົກກະຕິ;
  8. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

 

ມາດຕາ 64 ສິດ ແລະ ໜ້າທີ່ຂອງກະຊວງ, ອົງການທີ່ວິສາຫະກິດລັດລົງທຶນຂຶ້ນກັບ

ກະຊວງ, ອົງການທີ່ວິສາຫະກິດລັດລົງທຶນຂຶ້ນກັບ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ ດັ່ງນີ້:

  1. ໂຄສະນາ, ເຜີຍແຜ່ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບວິສາຫະກິດລັດລົງທຶນ;
  2. ຄັດເລືອກ ແລະ ສະເໜີກະຊວງການເງິນ ພິຈາລະນາແຕ່ງຕັ້ງ ສະມາຊິກສະພາບໍລິຫານ ແລະ ຄະນະ ອໍານວຍການຝ່າຍລັດ;
  3. ຄຸ້ມຄອງ ແລະ ຕິດຕາມ ກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  4. ຕິດຕາມ ກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດລັດລົງທຶນ;
  5. ຄັດເລືອກບຸກຄະລາກອນ ເພື່ອສະເໜີກະຊວງການເງິນ ແຕ່ງຕັ້ງເຂົ້າຮ່ວມໃນຄະນະກໍາມະການຫັນລັດວິ ສາຫະກິດ, ຄະນະປັບປຸງລັດວິສາຫະກິດ;
  6. ຄົ້ນຄວ້າເລືອກເຟັ້ນ ເພື່ອກໍານົດເປັນລັດວິສາຫະກິດຍຸດທະສາດຂອງຂະແໜງການຕົນ;
  7. ປະສານສົມທົບກັບກະຊວງການເງິນ ໃນການດໍາເນີນວຽກງານປະຕິຮູບ ຫຼື ປັບໂຄງສ້າງລັດວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ;
  8. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

 

ມາດຕາ 65 ສິດ ແລະ ໜ້າທີ່ຂອງກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ

ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ ໃນການຊຸກຍູ້, ສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມ ກວດກາວິສາຫະກິດລັດລົງທຶນ ພ້ອມທັງໃຫ້ຮ່ວມມືກັບອົງການຄຸ້ມຄອງວິສາຫະກິດລັດລົງທຶນ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

 

ມາດຕາ 66 ເນື້ອໃນການກວດກາ

ການກວດກາວິສາຫະກິດລັດລົງທຶນ ມີ ເນື້ອໃນດັ່ງນີ້:

  1. ການປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບວິສາຫະກິດລັດລົງທຶນ;
  1. ການເຄື່ອນໄຫວຂອງວິສາຫະກິດລັດລົງທຶນ;
  2. ການນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ຂອງພະນັກງານ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ກັບວິສາຫະກິດລັດລົງທຶນ.

ມາດຕາ 67 ຮູບການການກວດກາ

ການກວດກາວິສາຫະກິດລັດລົງທຶນ ມີ ສາມ ຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ ຊຶ່ງແມ່ນ ການກວດກາທີ່ດໍາເນີນໄປ ຕາມແຜນການຢ່າງເປັນປະຈໍາ ແລະ ມີກໍານົດເວລາທີ່ແນ່ນອນ;
  2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈໍາ ເປັນ ໂດຍມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ ຢ່າງໜ້ອຍ ຊາວສີ່ ຊົ່ວໂມງ;
  3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ ກ່ອນລ່ວງໜ້າ.

ການກວດກາ ໃຫ້ດໍາເນີນການກວດກາທາງດ້ານເອກະສານ ແລະ ລົງກວດກາຕົວຈິງຢູ່ສະຖານທີ່ກ່ຽວ ຂ້ອງ. ການກວດກາ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

 

 

ພາກທີ VI

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

 

ມາດຕາ 68 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ເປັນຕົ້ນ ການ ດໍາເນີນທຸລະກິດ ຢ່າງມີປະສິດທິຜົນ, ມີຜົນກໍາໄລ, ການຍົກສູງຄວາມສາມາດໃນການແຂ່ງຂັນຕາມກົນໄກຕະຫຼາດ ແລະ ສ້າງຜົນປະໂຫຍດໃຫ້ແກ່ລັດ ແລະ ສັງຄົມ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

 

ມາດຕາ 69 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດດໍາລັດສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິ ໄນ, ປັບໃໝ, ໃຊ້ຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ຫນັກ.

 

ພາກທີ VII

ບົດບັນຍັດສຸດທ້າຍ

 

ມາດຕາ 70 ການຈັດຕັ້ງປະຕິບັດ

ກະຊວງການເງິນ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິ ບັດດໍາ ລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດລັດລົງທຶນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມື ປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ.

 

ມາດຕາ 71 ຜົນສັກສິດ

ດໍາລັດສະບັບນີ້ ມີຜົນສັກສິດ ພາຍຫຼັງ ນາຍົກລັດຖະມົນ ລົງລາຍເຊັນ, ໄດ້ລົງຈົດໝາຍເຫດທາງລັດຖະການ ແລະ ໃຫ້ມີຜົນຈັດຕັ້ງປະຕິບັດ ໃນວັນທີ 1 ຕຸລາ 2012 ເປັນຕົ້ນໄປ.

ວິສາຫະກິດລັດລົງທຶນ ທີ່ໄດ້ຮັບການສ້າງຕັ້ງ ແລະ ດໍາເນີນທຸລະກິດ ກ່ອນດໍາລັດສະບັບນີ້ ຕ້ອງປັບປຸງເງື່ອນ ໄຂ, ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ ໃຫ້ສອດຄ່ອງກັບດາລັດສະບັບນີ້ ພາຍໃນເວລາ ຫນຶ່ງປີ ນັບແຕ່ວັນດໍາລັດສະບັບນີ້ ມີຜົນສັກສິດ.

 

ຕາງໜ້າລັດຖະບານ ແຫ່ງ ສປປ ລາວ

ນາຍົກລັດຖະມົນຕີ

ຄໍາພັນ ວິພາວັນ

              

 

          

 

 

              

 

 

                                       

 

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍວິສາຫະກິດລັດລົງທຶນ, ເລກທີ 322/ລບ, ລົງວັນທີ 02 ກັນຍາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.