ໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ສິນຄ້າກະສິກໍາຖືໄດ້ວ່າເປັນອີກໜຶ່ງສິນຄ້າສໍາຄັນ ທີ່ສ້າງລາຍຮັບຈາກການສົ່ງອອກຂອງ ສປປ ລາວ ກວມເອົາ 20% ຂອງຈໍານວນສິນຄ້າສົ່ງອອກທັງໝົດ ແລະ ຍັງຕິດອັນດັບຕົ້ນໆຂອງມູນຄ່າການສົ່ງອອກທັງໝົດ ເມື່ອທຽບໃສ່ການສົ່ງອອກສິນຄ້າ ປະເພດໄຟຟ້າ ແລະ ຄໍາ. ໃນນີ້, 3 ລາຍການສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດແມ່ນ: ມັນຕົ້ນ, ໝາກກ້ວຍ ແລະ ຢາງພາລາ. 

     ມັນຕົ້ນ ຖືໄດ້ວ່າເປັນສິນຄ້າທີ່ສ້າງລາຍຮັບສູງທີ່ສຸດໃນໝວດສິນຄ້າກະສິກໍາ ຊຶ່ງມີມູນຄ່າ 249 ລ້ານໂດລາສະລັດ ແລະ ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ  ເມື່ອທຽບໃສ່ໃນໄລຍະດຽວກັນຂອງ 6 ເດືອນຕົ້ນປີ 2021 ທີ່ມີມູນຄ່າ 196 ລ້ານໂດລາສະລັດ ສະເລ່ຍເພີ່ມຂຶ້ນ 27% ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫລາຍທີ່ສຸດ  ແມ່ນ: ໄທ, ຫວຽດນາມແລະ ສປ ຈີນ...

ພາບປະກອບຈາກ ອີນເຕີເນັດ

     

     ໝາກກ້ວຍ ມີມູນຄ່າສົ່ງອອກເປັນອັນດັບທີ 2 ມີມູນຄ່າ 141 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫລາຍທີ່ສຸດ ແມ່ນ: ສປ ຈີນ, ໄທ ແລະ ຫວຽດນາມ... 

ພາບປະກອບຈາກ ອີນເຕີເນັດ

     

     ຢາງພາລາ ມີມູນຄ່າສົ່ງອອກເປັນອັນດັບທີ 3 ມີມູນຄ່າ 132 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫລາຍທີ່ສຸດ ແມ່ນ: ສປ ຈີນ, ຫວຽດນາມແລະ , ມາເລເຊຍ... 

ພາບປະກອບຈາກ ອີນເຕີເນັດ

     

     ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າ ປະເທດຄູ່ຄ້າທີ່ ສປປ ລາວ ສົ່ງອອກຫລາຍແມ່ນ ໄທ, ຫວຽດນາມ ແລະ ສປ ຈີນ, ຊຶ່ງປະເທດດັ່ງກ່າວແມ່ນປະເທດພາຄີຂອງ ສປປ ລາວ ທີ່ນອນໃນສັນຍາການຄ້າເສລີ ແລະ ສັນຍາການຄ້າສອງຝ່າຍ. ສະນັ້ນ, ການສົ່ງອອກສິນຄ້າດັ່ງກ່າວ ຈຶ່ງໄດ້ຮັບຜົນປະໂຫຍດຈາກສິດທິພິເສດທາງການຄ້າ ໃນການຫຼຸດຜ່ອນອັດຕາພາສີຂາເຂົ້າຂອງປະເທດຜູ້ນໍາເຂົ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.