ອີງຕາມ ຄໍາແນະນໍາ ກ່ຽວກັບ ການຢັ້ງຢືນ ແລະ ການຕັດ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ໝາກ ທີ່ມີໃນທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ເລກທີ 3684/ກປ, ລົງວັນທີ 16 ສິງຫາ 2022. ການເຄື່ອນຍ້າຍໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ທີ່ມີໃບຢັ້ງຢືນຢູ່ພາຍໃນ ແລະ ການສົ່ງອອກ ແມ່ນມີເງື່ອນໄຂດັ່ງນີ້:

  • ການເຄື່ອນຍ້າຍໄມ້ ທໍາມະຊາດ ທີ່ເຄື່ອນຍ້າຍພາຍໃນເມືອງ ແລະ ຈາກເມືອງຫນຶ່ງໄປຫາເມືອງອື່ນພາຍໃນແຂວງດຽວກັນຕ້ອງມີເອກະສານເຄື່ອນຍ້າຍຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ. ສ່ວນການເຄື່ອນຍ້າຍໄມ້ຈາກ ເເຂວງ ຫາ ແຂວງ ຕ້ອງມີເອກະສານ ເຄື່ອນຍ້າຍຈາກ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ.
  • ໄມ້ປູກໃຫ້ຫມາກ ສາມາດເຄື່ອນຍ້າຍໄດ້ ໂດຍບໍ່ຈໍາເປັນຂໍອະນຸຍາດ ແຕ່ເຈົ້າຂອງໄມ້ປູກ ຕ້ອງລາຍງານບໍລິມາດ ຫຼື ນ້ໍາຫນັກໄມ້ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເພື່ອຕິດຕາມ ແລະ ເກັບກໍາຂໍ້ມູນ.
  • ການສົ່ງອອກ ໄມ້ປູກໃຫ້ຫມາກ ສາມາດສົ່ງອອກໄດ້ທຸກຮູບແບບທີ່ຜ່ານການປຸງແຕ່ງ ຫຼື ບໍ່ມີການປຸງແຕ່ງກໍ່ໄດ້. ສ່ວນ ໄມ້ທໍາມະຊາດ ແມ່ນຕ້ອງປະຕິບັດ ຕາມລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກທີ່ລັດຖະບານກໍານົດເປັນແຕ່ລະໄລຍະ.
ພາບປະກອບຈາກອີນເຕີເນັດ

ການຢັ້ງຢືນ ໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ໝາກ ໃຫ້ປະຕິບັດດັ່ງນີ້:

1. ເງື່ອນໄຂ ໃນການຂໍຢັ້ງຢືນ ການຕັດຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງຕົ້ນໄມ້ ທີ່ມີຈຸດປະສົງຢັ້ງຢືນຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ປະກອບດ້ວຍເງື່ອນໄຂ ດັ່ງນີ້: (1) ດ້ານກໍາມະສິດຄອບຄອງ ຕ້ອງມີເອກະສານໃດຫນຶ່ງ ເຊັ່ນ: ໃບຕາດິນ, ໃບຢັ້ງຢືນການນໍາໃຊ້ທີ່ດິນ ແລະ ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ ຢ່າງຫນ້ອຍ 20 ປີ ແລະ (2) ຂະຫນາດຕົ້ນໄມ້: ຕ້ອງມີວັດຮອບຂະຫນາດ 30 ຊມ ຂຶ້ນໄປ.

2. ຂັ້ນຕອນ ແລະ ເອກະສານປະກອບຂໍໃບຢັ້ງຢືນ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຕ້ອງການໃບຢັ້ງຢືນ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ຕ້ອງຍື່ນຄໍາຮ້ອງ ຕາມແບບພິມ ປມ 1, ປມ 2, ປມ 3 ໃນເອກະສານຊ້ອນທ້າຍ ຂອງຄໍາແນະນໍາສະບັບນີ້. ການປະກອບເອກະສານ ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ແມ່ນແຕກຕ່າງກັນ ເຊັ່ນ: ການປະກອບເອກະສານ ສໍາລັບ ນິຕິບຸກຄົນ ຕ້ອງປະກອບເອກະສານ ດັ່ງນີ້: (1) ໃບຄໍາຮ້ອງ; (2) ສໍາເນົາໃບທະບຽນວິສາຫະກິດ; (3) ສໍາເນົາໃບຢັ້ງຢືນກໍາມະສິດໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນຕ້ອງມີເອກະສານໃດຫນຶ່ງ ເຊັ່ນ: ໃບຕາດິນ, ໃບຢັ້ງຢືນການນໍາໃຊ້ທີ່ດິນ ແລະ ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ ຢ່າງຫນ້ອຍ 20 ປີ.(ສາມາດເຂົ້າເບິ່ງລາຍລະອຽດອື່ນໆ ໃນຄໍາແນະນໍາດັ່ງກ່າວ).

ພາບປະກອບຈາກອີນເຕີເນັດ

3. ການອອກໃບຢັ້ງຢືນ

     ເຈົ້າຂອງໄມ້ ຕ້ອງຍື່ນໃບຄໍາຮ້ອງ ເເລະ ເອກະສານທີ່ກ່ຽວຂ້ອງ ຕໍ່ ອົງການປົກຄອງບ້ານ ເພື່ອໃຫ້ຈຸງານກະສິກໍາ ແລະ ປ່າໄມ້ບ້ານ ລົງເກັບກໍາຂໍ້ມູນ, ຂຶ້ນບັນຊີ ແລ້ວສະເຫນີ ອົງການປົກຄອງບ້ານ ອອກໃບຢັ້ງຢືນ ໂດຍການຮັບຮູ້ ແລະ ຢັ້ງຢືນ ຈາກຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ໂດຍປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

     1). ເຈົ້າຂອງໄມ້ ຍື່ນຄໍາຮ້ອງ ແລະ ເອກະສານທີ່ກ່ຽວຂ້ອງ ຕໍ່ ອົງການປົກຄອງບ້ານ;

     2). ອົງການປົກຄອງບ້ານ ກວດກາຄວາມຖືກຕ້ອງຂອງເອກະສານ ຕາມແບບພິມ ປມ 1 - ປມ 3;

     3). ຈຸງານກະສິກໍາ ແລະ ປ່າໄມ້ບ້ານ ລົງເກັບກໍາຂໍ້ມູນໄມ້ຕົວຈິງ ແລະ ຂຶ້ນບັນຊີໄມ້ ພ້ອມເຊັນຢັ້ງຢືນຄວາມຖືກຕ້ອງ ຕາມແບບພິມ ປມ 4;

     4). ອົງການປົກຄອງບ້ານ ເຊັນອະນຸມັດໃບຢັ້ງຢືນ;

     5). ເຈົ້າຂອງໄມ້ ເສຍຄ່າທໍານຽມ 20.000 ກີບ/ໃບ ໃຫ້ອົງການປົກຄອງບ້ານ.

 

ສໍາລັບ ໄມ້ໃຫ້ຫມາກ ທີ່ປູກເປັນລະບົບ ແມ່ນໃຫ້ຂຶ້ນທະບຽນຕາມຄໍາແນະນໍາ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 2492/ກປ, ລົງວັນທີ 23 ທັນວາ 2020.

 

ສອບຖາມຂໍ້ມູນເພີ່ມເຕີມທີ່ ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້

ຖະໜົນທາດດຳ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ເບີໂທ/ແຟັກ (+856) 21 215000, ອີເມວ [email protected] ແລະ ເວັບໄຊ  http://dof.maf.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.