ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ເລກທີ 4269/ກປ

ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ 2022

 

ຄໍາແນະນໍາ

ກ່ຽວກັບ ມາດຕະການປະຕິບັດ ສໍາລັບ ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ

ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າ ຂອງ ສະຫະພາບເອີຣົບ

 

- ອີງຕາມ ກົດຫມາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;

- ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

- ອີງຕາມ ຫນັງສືສະເຫນີ ຂອງກົມປູກຝັງ ສະບັບເລກທີ 1617/ກປຝ, ລົງວັນທີ 16 ສິງຫາ 2022;

- ອີງຕາມ ການຄົ້ນຄວ້າ ແລະ ສະເຫນີ ຂອງຫ້ອງການ, ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 3679/ຫກ, ລົງວັນທີ 20 ກັນຍາ 2022.

 

          ໃນໄລຍະຜ່ານມາ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເວົ້າລວມ, ເວົ້າສະເພາະ ຂະແຫນງການກະສິກໍາ ແລະ ປ່າໄມ້ ກໍຄືດ່ານກັກກັນພືດ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ກົດຫມາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງກັບການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໄດ້ເປັນຢ່າງດີ ໂດຍ ສະເພາະການຈັດຕັ້ງປະຕິບັດມາດຕະການດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກ, ສົ່ງອອກຕໍ່ ເເລະ ສົ່ງຜ່ານ ອັນໄດ້ເຮັດໃຫ້ການຄຸ້ມຄອງ, ສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຂອງ ສປປ ລາວ ມີທ່າຂະຫຍາຍຕົວດີຂຶ້ນເລື້ອຍໆ; ແຕ່ຄຽງຄູ່ກັນນັ້ນ ກໍຍັງມີບາງບັນຫາທີ່ກົດຫມາຍ ແລະ ນິຕິກໍາ ກ່ຽວຂ້ອງ ບໍ່ທັນໄດ້ກໍານົດລະອຽດ ໂດຍສະເພາະ ການປະຕິບັດໃນກໍລະນີສົ່ງອອກທີ່ບໍ່ຖືກຕ້ອງກັບ ເງື່ອນໄຂຂອງປະເທດນໍາເຂົ້າ ຊຶ່ງເຄີຍເກີດມາແລ້ວ ແລະ ມີຄວາມສ່ຽງທີ່ຈະເກີດຂຶ້ນອີກໃນຕໍ່ຫນ້າ.

          ເພື່ອຮັບປະກັນການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ ໃຫ້ສອດຄ່ອງກັບເຕັກນິກ ແລະ ລະບຽບກົດຫມາຍ ຂອງ ສປປ ລາວ ນັ້ນ.

 

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາເເນະນໍາ:

 

1. ຈຸດປະສົງ ເເລະ ລະດັບຄາດຫມາຍ

          ຄໍາແນະນໍາສະບັບນີ້ ກໍານົດຫຼັກການ, ຂັ້ນຕອນ ແລະ ມາດຕະການປະຕິບັດ ສໍາລັບ ການສົ່ງອອກ ພືດ, ຜະລິດ ຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າຂອງສະຫະພາບເອີຣົບ ເພື່ອຮັບປະກັນຄວາມ ເປັນເອກະພາບໃນການປະຕິບັດ ໃນຂອບເຂດທົ່ວປະເທດ ທັງສອດຄ່ອງກັບລະບຽບກົດຫມາຍຂອງ ສປປ ລາວ,

ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

II. ຄວາມຫມາຍ ແລະ ຄວາມສໍາຄັນຂອງ ມາດຕະການປະຕິບັດ ສໍາລັບ ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າ ຂອງ ສະຫະພາບເອີຣົບ.

          ມາດຕະການປະຕິບັດ ສໍາລັບ ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງ ກັບ ເງື່ອນໄຂຂອງສະຫະພາບເອີຣົບ (EU) ແມ່ນ ການຈັດຕັ້ງປະຕິບັດມາດຕະການສຸຂານາໄມພືດ ໃນກໍລະນີ ອົງການ ປ້ອງກັນພືດແຫ່ງຊາດ (NPPO) ຂອງບັນດາປະເທດສະຫະພາບເອີຣົບ (EU) ໄດ້ແຈ້ງເຕືອນຢ່າງເປັນທາງການ ກ່ຽວກັບ ຂໍ້ບົກພ່ອງທີ່ບໍ່ສອດຄ່ອງ ໃນການຢັ້ງຢືນສຸຂານາໄມພືດ ເຊັ່ນ: ບໍ່ສອດຄ່ອງກັບຂໍ້ກໍານົດດ້ານສຸຂານາໄມພືດ ຂອງປະເທດນໍາເຂົ້າ, ມີການກວດພົບສັດຕູພືດຄວບຄຸມ, ການນໍາເຂົ້າໂດຍບໍ່ມີເອກະສານຄົບຖ້ວນ ແລະ ບໍ່ຖືກຕ້ອງ ຕາມລະບຽບການ (ບໍ່ມີໃບຢັ້ງຢືນສຸຂານາໄມພືດ, ປ່ຽນແປງຂໍ້ມູນໃບຢັ້ງຢືນ, ປະລິມານ, ນ້ໍາຫນັກ ຫຼື ຂໍ້ມູນລາຍລະ ອຽດຕົວຈິງ ບໍ່ໄດ້ແຈ້ງໃນໃບຢັ້ງຢືນສຸຂາໄມພືດ ຫຼື ປອມແປງໃບຢັ້ງຢືນສຸຂານາໄມພືດ), ເປັນຊຸດສີນຄ້າຕ້ອງຫ້າມ, ມີການປົນເປື້ອນວັດຖຸຕ້ອງຫ້າມໃນຊຸດສິນຄ້າ ລວມທັງ ມີຫຼັກຖານໃນການຮົມຢາທີ່ບໍ່ຖືກຕ້ອງຕາມເຕັກນິກວິຊາ ການ ແລະ ລະບຽບກົດຫມາຍກໍານົດ.

          ມາດຕະການປະຕິບັດ ສໍາລັບ ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບ ເງື່ອນໄຂຂອງສະຫະພາບເອີຣົບ (EU) ມີຄວາມສໍາຄັນຕໍ່ພາກລັດ ແລະ ຜູ້ປະກອບການຂອງ ສປປ ລາວ ແລະ ປະເທດຄູ່ການຄ້າ ໃນການຈັດຕັ້ງປະຕິບັດມາດຕະການສຸຂານາໄມພືດ ເພື່ອປົກປ້ອງການຜະລິດກະສິກໍາ ແລະ ອໍາ ນວຍຄວາມສະດວກທາງດ້ານການຄ້າ ບົນພື້ນຖານກົດຫມາຍຂອງ ສປປ ລາວ ແລະ ລະບຽບການນໍາເຂົ້າ ຂອງ ສະຫະພາບເອີຣົບ (EU) ແນໃສ່ຮັກສາສຸຂານາໄມພືດ, ປົກປັກຮັກສາສິ່ງແວດລ້ອມ, ສົ່ງເສີມການຜະລິດເປັນສິນຄ້າ ຕາມທິດ ສະອາດ, ສີຂຽວ ແລະ ຍືນຍົງ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

III. ຫຼັກການ, ເງື່ອນໄຂ ແລະ ຂັ້ນຕອນ ສໍາລັບ ມາດຕະການປະຕິບັດ ຕໍ່ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າ ຂອງ ສະຫະພາບເອີຣົບ

1. ຫຼັກການ

          ມາດຕະການປະຕິບັດ ຕໍ່ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບ ເງື່ອນໄຂຂອງສະຫະພາບເອີຣົບ (EU) ຕ້ອງຮັບປະກັນຫຼັກການ ດັ່ງນີ້:

          1) ສອດຄ່ອງກັບ ກົດຫມາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກ ທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ຂອງ ສປປ ລາວ ລວມທັງ

ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

          2) ດໍາເນີນການຕາມຂັ້ນຕອນ ຈາກເບົ້າຫາຫນັກ ແລະ ນໍາໃຊ້ມາດຕະການດ້ານວິຊາການ ແລະ ລະບຽບ ກົດຫມາຍເທົ່າທີ່ຈໍາເປັນ, ທັງຮັບປະກັນຄວາມໂປ່ງໃສໃນການຈັດຕັ້ງປະຕິບັດ;

          3) ຮັບປະກັນຜົນປະໂຫຍດຂອງ ຊາດ, ຜູ້ປະກອບການ ແລະ ປະເທດຄູ່ການຄ້າ.

 

2. ເງື່ອນໄຂ

          ເງື່ອນໄຂ ສໍາລັບ ການນໍາໃຊ້ມາດຕະການປະຕິບັດ ຕໍ່ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ໃຫ້ຖືກຕ້ອງກັບເງື່ອນໄຂຂອງສະຫະພາບເອີຣົບ (EU) ມີດັ່ງນີ້:

          1) ມີການແຈ້ງເຕືອນຢ່າງເປັນທາງການ ຂອງສະຫະພາບເອີຣົບ (EU) ກ່ຽວກັບ ຂໍ້ບົກພ່ອງທີ່ບໍ່ສອດຄ່ອງໃນການຢັ້ງຢືນສຸຂານາໄມພືດ;

2) ມີການລະເມີດລະບຽບກົດຫມາຍ ຂອງ ສປປ ລາວ.

 

3. ຂັ້ນຕອນ

          ສະຫະພາບເອີຣົບ (EU) ຈະແຈ້ງເຕືອນຢ່າງເປັນທາງການ ເຖິງ ສປປ ລາວ ກ່ຽວກັບ ຂໍ້ບົກພ່ອງ ໃນ ການຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໂດຍໃຫ້ ປະຕິບັດຕາມຂັ້ນຕອນດ້ານວິຊາການ ແລະ ລະບຽບກົດຫມາຍ ດັ່ງນີ້:

 

1) ການແຈ້ງໃຫ້ເປົ້າຫມາຍຊາບ

          ກົມປູກຝັງ ເປັນຜູ້ແຈ້ງໃຫ້ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຫຼື ຜູ້ສົ່ງອອກຊຸດສິນຄ້າ ຊາບ ຢ່າງເປັນລາຍລັກອັກສອນ ພາຍໃນກໍານົດ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຫນັງສືແຈ້ງເຕືອນຈາກ ສະຫະພາບເອີຣົບ (EU) ໂດຍບົ່ງບອກເຖິງຄວາມບໍ່ສອດຄ່ອງກັບ ຂໍ້ກໍານົດເງື່ອນໄຂການນໍາເຂົ້າຂອງສະ ຫະພາບເອີຣົບ (EU) ຫຼື ຂໍ້ກໍານົດເງື່ອນໄຂປະເທດນໍາເຂົ້າ ພ້ອມທັງແນະນໍາລະບຽບການໃນການຈັດຕັ້ງ ປະຕິບັດທີ່ສອດຄ່ອງ ແລະ ໃຫ້ໂຈະການອອກໃບຢັ້ງຢືນສຸຂານາໄມພືດ ຈົນກວ່າຈະແກ້ໄຂສໍາເລັດ.

 

2) ການເເກ້ໄຂການແຈ້ງເຕືອນ

          ພາຍຫຼັງໄດ້ຮັບແຈ້ງ ຈາກກົມປູກຝັງ ກ່ຽວກັບ ການແຈ້ງເຕືອນຈາກສະຫະພາບເອີຣົບ (EU), ຜູ້ສົ່ງ ອອກ ຕ້ອງກໍານົດມາດຕະການແກ້ໄຂຂໍ້ບົກພ່ອງດັ່ງກ່າວຢ່າງຈະແຈ້ງ ເປັນຕົ້ນ ຫນ້າວຽກ ແລະ ວິທີການ ຈັດຕັ້ງປະຕິບັດ, ຜູ້ຈັດຕັ້ງປະຕິບັດ ແລະ ໄລຍະເວລາ ພ້ອມທັງຈັດຕັ້ງປະຕິບັດ ແລະ ການປະເມີນຜົນ ສໍາເລັດໃນການຈັດຕັ້ງປະຕິບັດບັນດາມາດຕະການດັ່ງກ່າວ ແລ້ວລາຍງານຄືນເຖິງ ກົມປູກຝັງ ແລະ ພະ ແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ກ່ຽວກັບ ສິ່ງທີ່ໄດ້ປະຕິບັດ ເພື່ອເປັນຂໍ້ມູນໃຫ້ແກ່ເຈົ້າຫນ້າທີ່ກັກກັນພືດ ແລະ ພາກສ່ວນກ່ຽວຂ້ອງ ໃນການກວດສອບການແກ້ໄຂບັນຫາດັ່ງກ່າວ ໃນຂັ້ນຕໍ່ໄປ.

          ໃນກໍລະນີການແກ້ໄຂການເເຈ້ງເຕືອນດັ່ງກ່າວ ຫາກມີຄວາມຈໍາເປັນໃຊ້ຫຼາຍວິທີການ ແລະ ນໍາໃຊ້ ເວລາຫຼາຍກວ່າ ຫນຶ່ງ ເດືອນ, ຜູ້ສົ່ງອອກ ຕ້ອງລາຍງານ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ຢ່າງເປັນປົກກະຕິທຸກເດືອນ ເພື່ອຊາບ ແລະ ມີວີທີການຊ່ວຍເຫຼືອຢ່າງທັນການ.

 

3) ການກວດສອບຜົນການແກ້ໄຂການແຈ້ງເຕືອນ

          ພາຍຫຼັງໄດ້ຮັບຫນັງສືລາຍງານຈາກຜູ້ສົ່ງອອກ, ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນ ແຂວງ ຕ້ອງດໍາເນີນການກວດສອບຫາສາເຫດຂອງຂໍ້ບົກພ່ອງດັ່ງກ່າວ ພາຍໃນ ຫ້າ ວັນລັດຖະການ ນັບ ແຕ່ວັນໄດ້ຮັບຫນັງສືລາຍງານຜົນການແກ້ໄຂການແຈ້ງເຕືອນຈາກຜູ້ສົ່ງອອກ ໂດຍມີການ ແຕ່ງຕັ້ງເຈົ້າຫນ້າທີ່ ກັກກັນພືດເພື່ອລົງກວດກາ, ກະກຽມກວດກາ, ດໍາເນີນການກວດກາ, ສະຫຼຸບຜົນຂອງການກວດກາ ແລະ ລາຍງານຜົນຂອງການກວດກາ, ໃນກໍລະນີຈໍາເປັນ ຫຼື ມີການຮ້ອງຂໍຈາກປະເທດນໍາເຂົ້າ ເພື່ອກວດກາດ້ານ ສຸຂານາໄມພືດ ຮ່ວມກັບພາກພື້ນ ແລະ ສາກົນ, ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ສາມາດດໍາເນີນການໄດ້ ບົນພື້ນຖານການຕົກລົງເຫັນດີ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.

          ຄະນະທີ່ໄດ້ຮັບການແຕ່ງຕັ້ງໃຫ້ກວດສອບຜົນການແກ້ໄຂການແຈ້ງເຕືອນດັ່ງກ່າວ ຕ້ອງລາຍງານຜົນ ຂອງການກວດກາ ໃຫ້ການຈັດຕັ້ງຂອງຕົນ ເພື່ອພິຈາລະນາ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ວ່າດ້ວຍ ການກວດກາລັດ (ສະບັບປັບປຸງ) ສະບັບເລກທີ 41/ສພຊ, ລົງວັນທີ 16 ພະຈິກ 2017 ແລະ ກົດຫມາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ພ້ອມທັງໃຫ້ ກົມປູກຝັງ ແຈ້ງຜົນຂອງການແກ້ໄຂການແຈ້ງເຕືອນຂໍ້ບົກພ່ອງດັ່ງກ່າວ ໄປຍັງສະຫະພາບເອີຣົບ (EU) ຕາມຂັ້ນຕອນ. ໃນກໍລະນີ ມີການຮ້ອງຂໍບົດລາຍງານຜົນຂອງການກວດສອບ ແລະ ມາດຕະການແກ້ໄຂຂອງຜູ້ສົ່ງອອກ, ກົມປູກຝັງ ຕ້ອງສະຫນອງສໍາເນົາເອກະສານດັ່ງກ່າວຢ່າງຄົບຊຸດ ໃຫ້ແກ່ສະຫະພາບເອີຣົບ (EU) ແລະ ປະເທດນໍາເຂົ້າ.

          ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຕ້ອງເກັບຮັກສາຂໍ້ມູນ ແລະ ເອກະສານອື່ນທີ່ກ່ຽວຂ້ອງກັບການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂຂອງປະເທດນໍາເຂົ້າ ຢ່າງຫນ້ອຍ ຫ້າ ປີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 27 ຂອງຂໍ້ຕົກລົງ ວ່າດ້ວຍ ການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສະບັບເລກທີ 2986/ກປ, ລົງວັນທີ 28 ມິຖຸນາ 2019.

 

4) ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດ

          ໂດຍອີງຕາມການແຈ້ງເຕືອນ ກ່ຽວກັບ ຄວາມບົກພ່ອງຂອງການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າຂອງ ສະຫະພາບເອີຣົບ (EU) ແລະ ຜົນການ ກວດສອບການແກ້ໄຂດັ່ງກ່າວ, ຫາກພົບເຫັນການລະເມີດ ແມ່ນໃຫ້ນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມ ລະດັບ ຫຼື ພຶດຕິກໍາຂອງການລະເມີດ ດັ່ງນີ້:

 

4.1. ການສຶກສາອົບຮົມ

          ຫາກພົບເຫັນການລະເມີດທີ່ບໍ່ຮ້າຍແຮງ ແລະ ບໍ່ເປັນການກະທໍາຜິດທາງອາຍາ ເຊັ່ນ: ປະລິ ມານ, ນ້ໍາຫນັກ ຫຼື ຂໍ້ມູນລາຍລະອຽດຕົວຈິງ ບໍ່ໄດ້ແຈ້ງໃນໃບສະເຫນີຂໍໃບຢັ້ງຢືນສຸຂາໄມພືດ ແມ່ນ ໃຫ້ແຈ້ງໃຫ້ຜູ້ສົ່ງອອກຊາບ ເຖິງສິ່ງທີ່ກວດພົບ ແລະ ສັ່ງໃຫ້ຄັດແຍກວັດຖຸທີ່ບໍ່ໄດ້ແຈ້ງ ຫຼື ບໍ່ຖືກ ຕ້ອງກັບໃບສະເຫນີ ສໍາລັບຊຸດສິນຄ້າດັ່ງກ່າວ ເພື່ອໃຫ້ຖືກຕ້ອງຕາມຂໍ້ກໍານົດເງື່ອນໄຂຂອງປະເທດ ເຂົ້າ ກ່ອນອອກໃບຢັ້ງຢືນສຸຂານາໄມພືດ ພ້ອມທັງສຶກສາອົບຮົມຜູ້ລະເມີດ ໃຫ້ຮູ້ໄດ້ເຖິງລະບຽບກົດ ຫມາຍທີ່ກ່ຽວຂ້ອງ ລວມທັງສິດ, ພັນທະຂອງຜູ້ສົ່ງອອກພືດ ແລະ ເຮັດບົດບັນທຶກການສຶກສາອົບ ຮົມຮ່ວມກັບຜູ້ລະເມີດ.

          ໃນກໍລະນີເປັນການລະເມີດຄັ້ງທີສອງ ພາຍໃນ ສາມສິບ ວັນ ນັບແຕ່ການລະເມີດຄັ້ງທໍາອິດ ແມ່ນບໍ່ອະນຸຍາດໃຫ້ອອກໃບຢັ້ງຢືນສຸຂານາໄມພືດ ແລະ ໃຫ້ຜູ້ສົ່ງອອກ ຍື່ນໃບສະເຫນີຄືນໃຫມ່ ໂດຍ ມີການກວດກາທຸກຕູ້ຄອນເທນເນີ ແລະ ຢັ້ງຢືນຕິດຕໍ່ກັນ ຫ້າ ຄັ້ງ ເປັນເວລາຢ່າງຫນ້ອຍ ສາມ ເດືອນ ແລະ ຖ້າມີການລະເມີດເປັນອາຈິນ ຫຼື ລະເມີດຕິດຕໍ່ກັນ ສິບ ຄັ້ງ ພາຍໃນ ສາມ ເດືອນ ແມ່ນບໍ່ ອະນຸຍາດໃຫ້ອອກໃບຢັ້ງຢືນສຸຂານາໄມພືດ ພ້ອມທັງປັບໃຫມຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 4.2 ຂອງ ຄໍາແນະນໍາສະບັບນີ້.

 

4.2. ມາດຕະການປັບໃຫມ

ໃຫ້ນໍາໃຊ້ຕໍ່ຜູ້ລະເມີດ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 85 ຂອງກົດຫມາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016. ສໍາລັບ ການຄິດໄລ່ມູນຄ່າປັບໃຫມ ແມ່ນໃຫ້ປັບໃຫມຫນຶ່ງ ເທົ່າຂອງມູນຄ່າພືດ ຫຼື ພັນທະອື່ນ ທີ່ຜູ້ສົ່ງອອກຕ້ອງປະຕິບັດ.

          ໃນກໍລະນີ້ເປັນການລະເມີດຄັ້ງທີ່ສອງ ຫຼື ເປັນອາຈິນ ແລະ ເຄີຍຖືກປັບໃຫມມາແລ້ວໃນ ລັກສະນະດຽວກັນ ແມ່ນໃຫ້ປັບໃຫມສອງເທົ່າຂອງມູນຄ່າ ພືດ ຫຼື ພັນທະອື່ນທີ່ຜູ້ສົ່ງອອກຕ້ອງປະຕິ ບັດ ພ້ອມທັງສະເຫນີພາກສ່ວນກ່ຽວຂ້ອງ ພິຈາລະນາ ຖອນໃບອະນຸຍາດດໍາເນີນກິດຈະການຂອງ ຜູ້ກ່ຽວ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດຫມາຍ.

 

4.3. ມາດຕະການທາງແພ່ງ

        ການລະເມີດລະບຽບການສຸຂານາໄມພືດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຊຶ່ງໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງ ລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງຮັບຜິດຊອບໃຊ້ແທນ ຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

          ສໍາລັບ ການລະເມີດທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດ, ໃຫ້ ເຈົ້າຫນ້າທີ່ກັກກັນພືດ ປຶກສາຫາ ລືປະນີປະນອມກັບຜູ້ລະເມີດ ຊອກຫາເງື່ອນໄຂ ແລະ ວິທີການທີ່ສາມາດຕົກລົງກັນໄດ້ດ້ວຍດີ ເພື່ອ ທວງເອົາການໃຊ້ແທນຄ່າເສຍຫາຍ ບົນພື້ນຖານຜົນປະໂຫຍດສູງສຸດຂອງລັດ. ໃນກໍລະນີ ບໍ່ສາມາດຕົກລົງກັນໄດ້ ຈິ່ງດໍາເນີນການຂຽນຄໍາຮ້ອງຟ້ອງ ຕາມເເບບພິມຂອງສານປະຊາຊົນ ກໍານົດ ແລະ ປະກອບເອກະສານຄົບຊຸດ ເພື່ອສະເຫນີຫາ ສານປະຊາຊົນທີ່ມີສິດອໍານາດ ພິຈາລະນາຕັດສິນ ຕາມ ທີ່ໄດ້ກໍານົດໄວ້ໃນ ກົດຫມາຍ ວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 04 ກໍລະກົດ 2012.

 

4.4. ມາດຕະການທາງອາຍາ

          ການລະເມີດລະບຽບການສຸຂານາໄມພືດ ຊຶ່ງຖືເປັນການກະທໍາຜິດທາງອາຍາ ຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 293, 297, 295, 373 ແລະ 374 ຂອງປະມວນກົດຫມາຍອາຍາ ສະບັບເລກ ທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017 ມີດັ່ງນີ້:

          - ການເຄື່ອນຍ້າຍ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມໂດຍບໍ່ໄດ້ຮັບອະນຸຍາດຈາກພື້ນທີ່ ທີ່ມີການລະບາດຂອງສັດຕູພືດ ໄປຍັງພື້ນທີ່ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການທີ່ກ່ຽວຂ້ອງຂອງລັດ (ອົງການປ້ອງກັນ ແລະ ກັກກັນພືດ ຕາມການແບ່ງຂັ້ນ ຄຸ້ມຄອງ) ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ຫນຶ່ງ ປີ ແລະ ປັບໃຫມ ແຕ່ ຫ້າລ້ານ ຫາ ສິບລ້ານ ກີບ ແລະ ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ຫນຶ່ງ ປີ ຫາ ສາມປີ ແລະ ປັບໃຫມ ແຕ່ ເຈັດລ້ານ ຫາ ສິບ ຫ້າລ້ານ ກີບ;

          - ການລັກລອກນໍາເຂົ້າ, ສົ່ງອອກ ຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຜ່ານ

ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດ (ອົງການປ້ອງກັນ ແລະ ກັກກັນພືດ ຕາມການແບ່ງຂັ້ນຄຸ້ມຄອງ) ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ຫນຶ່ງ ປີ ແລະ ປັບໃຫມ ແຕ່ ຫ້າລ້ານ ຫາ ສຶບລ້ານ ກີບ ແລະ ໃນກໍລະນີກໍ່ ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫນຶ່ງ ປີ ຫາ ສາມ ປີ ແລະ ປັບໃຫມ ເເຕ່ ສິບລ້ານ ຫາ ສາມສິບລ້ານ ກີບ;

          - ການຈໍາຫນ່າຍ, ແຈກຢາຍ ຫຼື ເກັບຮັກສາ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ຕິດແປດສັດຕູພືດຄວບຄຸມ ຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດ ອິດສະລະພາບ ແຕ່ ສາມ ເດືອນ ຫາ ຫນຶ່ງ ປີ ແລະ ປັບໃຫມ ແຕ່ ຫ້າລ້ານ ຫາ ສິບລ້ານ ກີບ ແລະ ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫນຶ່ງ ປີ ຫາ ສາມ ປີ ແລະ ປັບໃຫມ ເເຕ່ ສິບລ້ານ ຫາ ສາມສິບລ້ານ ກີບ;

          - ການທໍາລາຍ ແລະ ຊຸກເຊື່ອງເອກະສານກ່ຽວກັບໃບຢັ້ງຢືນສຸຂານາໄມພືດ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ຫນຶ່ງ ປີ ແລະ ປັບໃຫມ ແຕ່ ຫນຶ່ງ ລ້ານ ຫາ ສິບລ້ານ ກີບ; ການປອມແປງເອກະສານ ຫຼື ໃບຢັ້ງຢືນສຸຂານາໄມພືດ (ປອມແປງລາຍເຊັນ, ຕາປະທັບ, ຕັດ ຫຼື ເພີ່ມຂໍ້ຄວາມໃສ່ ໃບຢັ້ງຢືນສຸຂານາໄມພືດ) ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ສອງ ປີ ແລະ ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫງ ຫ້າປີ ແລະ ປັບໃຫມ ແຕ່ ເຈັດລ້ານ ຫາ ຊາວ ລ້ານ ກີບ;

          - ການໃຊ້ເອກະສານປອມ (ຮູ້ວ່າໃບຢັ້ງຢືນສຸຂານາໄມພືດປອມ ແຕ່ຍັງນໍາໃຊ້) ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ສອງ ປີ ແລະ ປັບໃຫມ ແຕ່ ສາມລ້ານ ຫາ ສິບລ້ານ ກີບ ແລະ ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງ ປີ ຫາ ຫ້າ ປີ ແລະ ປັບໃຫມ ແຕ່ ເຈັດ ລ້ານ ຫາ ຊາວ ລ້ານ ກີບ.

          ໃນການດໍາເນີນຄະດີອາຍາຕໍ່ຜູ້ລະເມີດ, ໃຫ້ ເຈົ້າຫນ້າທີ່ກັກກັນພືດ ສົມທົບກັບ ເຈົ້າຫນ້າທີ່ ຕໍາຫຼວດ ເພື່ອສືບສວນ-ສອບສວນ ແລະ ປະກອບສໍານວນຄະດີ ສົ່ງອົງການໄອຍະການປະຊາຊົນບ່ອນທີ່ມີການລະເມີດ ເພື່ອພິຈາລະນາ ສັ່ງຟ້ອງຂຶ້ນສານ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫມາຍ ວ່າດ້ວຍ ການດໍາເນີນຄະດີອາຍາ (ສະບັບປັບປຸງ) ສະບັບເລກທີ 37/ສພຊ, ລົງວັນທີ 14 ພະຈິກ 2017.

 

4.5. ມາດຕະການໂທດເພີ່ມ

          ການນໍາໃຊ້ມາດຕະການ ໂທດເພີ່ມ ຕໍ່ຜູ້ລະເມີດລະບຽບກົດຫມາຍກ່ຽວກັບການປ້ອງກັນ ແລະ ການກັກກັນພືດ ປະກອບດ້ວຍ ການໂຈະ ຫຼື ຖອນໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້, ໃບທະບຽນວິສາຫະກິດ ລວມທັງ ການຮິບຊັບ-ວັດຖຸສິ່ງຂອງ ຊຶ່ງເປັນມາດຕະການບັງຄັບ ຂອງລັດເພື່ອຈໍາກັດ, ຕັດສິດ ແລະ ຜົນປະໂຫຍດຂອງຜູ້ກະທໍາຜິດ ຊຶ່ງໄດ້ກໍານົດໄວ້ໃນ ປະມວນກົດ ຫມາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ກົດຫມາຍວ່າດ້ວຍການປ້ອງ ກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ແລະ ກົດຫມາຍອື່ນທີ່ກ່ຽວຂ້ອງ.

 

V. ມາດຕະການ ເເລະ ວິທີການຈັດຕັ້ງປະຕິບັດ

          1. ໃຫ້ ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ແລະ ດ່ານກັກກັນພືດ ເປັນເຈົ້າການປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂຄສະນາເຜີຍແຜ່, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ;

          2. ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການ ຊຸກຍູ້ ແລະ ຊີ້ນໍາ ຂະແຫນງປູກຝັງ ແລະ ດ່ານ ກັກກັນພືດ ສົມທົບພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ເພື່ອປະຕິບັດມາດຕະການຕໍ່ຜູ້ລະເມີດ ໃຫ້ຖືກຕ້ອງຕາມກົດຫມາຍ ແລະ ຄໍາແນະນໍາສະບັບນີ້;

3. ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານ ກົມປູກຝັງ ແລະ ກະຊວງ ກະສິກໍາ ແລະ ປ່າໄມ້ ຕາມຂັ້ນຕອນ ເພື່ອພິຈາລະນາແກ້ໄຂຢ່າງທັນການ.

 

ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດຫມາຍເຫດທາງລັດຖະການ.

 

ລັດຖະມົນຕີ

ປອ., ເພັດ ພົມພີພັກ

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ມາດຕະການປະຕິບັດ ສໍາລັບ ການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າ ຂອງ ສະຫະພາບເອີຣົບ, ເລກທີ 4269/ກປ, ລົງວັນທີ 10 ຕຸລາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.