ໃນວັນທີ 09 ພະຈິກ 2022 ທີ່ ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ ກອງປະຊຸມ ຮັບຮອງຜົນການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແລະ ປຶກສາຫາລືແນວຄວາມຄິດໃນການສ້າງແຜນຍຸດທະສາດອັນໃໝ່ປີ 2023-2027. ໃຫ້ກຽດເປັນປະທານໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ, ກະຊວງ ອຄ ພ້ອມດ້ວຍແຂກທີ່ຮັບເຊີນຈາກຂະແໜງການກ່ຽວຂ້ອງ ຈໍານວນທັງໝົດ 35 ທ່ານ. ກອງປະຊຸມໃນຄັ້ງນີ້ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ທ່ານ ມົວວິໄຊ ປາລີ ໄດ້ກ່າວໃນທີ່ປະຊຸມວ່າ ນັບແຕ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າ ໃນກອບອົງການການຄ້າໂລກ ຫຼື WTO-TFA ໃນວັນທີ 29 ກັນຍາ 2015 ແລະ ໄດ້ສໍາເລັດສ້າງແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ 05 ປີ 2017-2022, ຊຶ່ງເປັນຂີດໝາຍສຳຄັນທີ່ສະແດງເຖິງເຈດຈຳນົງຂອງ ສປປ ລາວ ທີ່ຖືເອົາວາລະວຽກງານການອຳ ນວຍຄວາມສະດວກທາງດ້ານການຄ້າ ເປັນໜຶ່ງໃນວຽກບູລິມະສິດທີ່ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ແຜນດຳເນີນງານ 05 ປີ ວຽກອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ 2017-2022 (TF Road Map 2017-2022) ໄດ້ຮັບການປັບປຸງໃນປີ 2017 ຊຶ່ງອີງໃສ່ການທົບທວນຄືນຈາກ ແຜນຍຸດທະສາດວຽກອຳນວຍຄວາມສະດວກທາງດ້ານການຄ້າ (2011-2015), ຊຶ່ງ TF Road Map 2017-2022 ໄດ້ແນ່ໃສ່ການປັບປຸງຂັ້ນຂອດ ແລະ ລະບຽບການທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເພື່ອເຮັດໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກ ຄອງທ້ອງຖິ່ນຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ເພື່ອເຮັດໃຫ້ການ​ຄ້າທີ່ເປັນການ​ສົ່ງ​ອອກສາມາດ​ແຂ່ງຂັນໄດ້ ໂດຍ​ຫຼຸດ​ຜ່ອນ​ມາດ​ຕະ​ການທາງດ້ານການຄ້າ​ທີ່​ບໍ່​ແມ່ນ​ພາ​ສີ ​(NTMs) ແລະ ການຈັດ ຕັ້ງ​ປະ​ຕິ​ບັດມາດ​ຕະ​ການອໍານວຍຄວາມສະດວກທາງດ້ານການຄ້າຕ່າງໆຢ່າງມີປະສິດທິຜົນ.

     ກົມ ຂອ ໄດ້ຄົ້ນຄວ້າບັນດາຂໍ້ມູນທີ່ໄດ້ຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອຮ່າງເປັນບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດແຜນດໍາເນີນງານ ຊຶ່ງໂດຍລວມແລ້ວຂະແໜງການພາກລັດທີ່ກ່ຽວຂ້ອງ ໄດ້ສໍາເລັດໜ້າວຽກຫຼາຍອັນທີ່ພົ້ນເດັ່ນ, ແຕ່ຍັງມີບາງວຽກທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເນື່ອງຈາກບາງມາດຕະການໄດ້ຖືກປະຕິບັດຢ່າງເຕັມສ່ວນ, ໃນຂະນະທີ່ ອີກຫຼາຍມາດຕະການຍັງຢູ່ໃນຂັ້ນຕອນການດໍາເນີນງານທີ່ແຕກຕ່າງກັນ, ການປະຕິບັດງານດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນ ມີ ຂໍ້ຈໍາກັດໃນການເດີນທາງ ແລະ ຂໍ້ຫ້າມຕ່າງໆເນື່ອງຈາກການແຜ່ລະບາດຂອງພະຍາດຕິດຕໍ່ຫຼາຍກວ່າສອງປີ.

     ເຖິງຢ່າງໃດກໍຕາມ, ໄດ້ມີບາງຂໍ້ແນະນໍາທີ່ສໍາຄັນສໍາລັບແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າໃນອະນາຄົດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງເລຂາວຽກອໍານວຍຄວາມສະດວກທາງດ້ານການຄ້າ ໃນການ​ຕິດ​ຕາມຍຸດທະສາດວຽກອໍານວຍຄວາມສະດວກທາງດ້ານການຄ້າໃຫ້ມີ​ປະ​ສິດ​ທິ​ຜົນຂື້ນຕື່ມ ໂດຍ​ໄດ້​ສະ​ເໜີ​ໃຫ້​ສ້າງ​ໜ່ວຍ​ງານ​ອຳນວຍ​ຄວາມ​ສະດວກທາງ​ດ້ານ​ການ​ຄ້າ (​TF) ຢ່າງ​ຕັ້ງ​ໜ້າ​ຢູ່​ແຕ່ລະ​ກົມ ​ເພື່ອ​ໃຫ້​ການ​ປະຕິບັດ ​ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ TF ຂັ້ນ​ກົມ​ຢ່າງ​ມີ​ປະສິດທິ​ພາບຂື້ນຕື່ມ. ພ້ອມດຽວກັນ, ຈະໄດ້ມີການປຶກສາຫາລືແນວຄວາມຄິດເບື້ອງຕົ້ນ ໃນການສ້າງແຜນຍຸດທະສາດອັນໃໝ່ ປີ 2023-2027 ຊຶ່ງພວກເຮົາອາດຈະເອີ້ນວ່າ: “ແຜນຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ເນື່ອງຈາກລັດຖະບານ ໄດ້ຕົກລົງໃຫ້ໂຮມຄະນະກໍາມະການອໍານວຍຄວາມສະດວກທາງດ້ານ ການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຮັບຜິດຊອບ) ແລະ ຄະນະກໍາມະການຂົນສົ່ງ ແຫ່ງຊາດ (ກະຊວງ ຍທຂ ເປັນຜູ້ຮັບຜິດຊອບ) ເຂົ້າກັນເປັນຄະນະດຽວ.

     ສະນັ້ນ, ຊື່ຍຸດທະສາດອັນໃໝ່ ຈະໄດ້ເພີ່ມຄໍາວ່າ “ການຂົນສົ່ງ” ເຂົ້ານໍາ ເພື່ອ​ໃຫ້​ເຊື່ອມ​ໂຍງ​ແຜນການ​ພັດທະນາ​ການ​ຂົນ​ສົ່ງທາງບົກ ​ແລະ ການ​ຂົນ​ສົ່ງຮອບດ້ານ ​ເຂົ້າ​ກັບ​ຍຸດ​ທະ​ສາດຂອງ TF ​ເພື່ອ​ໃຫ້ເກີດຜົນປະໂຫຍດອັນສູງສຸດ. ສຳລັບຮ່າງຜົນການປະເມີນ TF Road Map 2017-2022 ແມ່ນຈະໄດ້ປຶກສາຫາລືກັບຂັ້ນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຮັບຮອງຕື່ມ.

 

         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.